ລະບົບການປູກເຂົ້າແບບກ້າກີບດຽວ

ລະບົບການປູກເຂົ້າແບບກ້າກີບດຽວ ມີປະສິດທິຜົນດີ ເພາະວ່າມັນຫຼຸດຜ່ອນຕົ້ນທຶນໃນການຜະລິດ ແລະ ເພີ່ມຜົນຜະລິດ ເຊິ່ງເປັນການຜະລິດທີ່ມີຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ການນຳໃຊ້ວິທີການຂອງລ ະບົບການປູກແບບກ້າກີບດຽວ ຊາວນາທີ່ມີລາຍຮັບໜ້ອຍ ະສາມາດຜະລິດເຂົ້າໄດ້ຫຼາຍຂຶ້ນ ເພື່ອການບໍລິໂພກພາຍໃນຄົວເຮືອນ ຫຼືຂາຍ ເຊິ່ງສາ ມາດປັບປຸງການຄຳປະກັນທາງດ້ານສະບຽງອາຫານ ແລະ ລາຍຮັບໄປພ້ອມກັນ. ພືດທີ່ປູກໂດຍໃຊ້ລະບົບ ການປູກແບບກ້າກີບດຽວ ໂດຍທົ່ວໄປແລ້ວຈະ ມີຄວາມທົນທານຕໍ່ກັບສັດຕູພືດ ແລະ ພະຍາດ ຫຼາຍກວ່າການປຸກແບບທົ່ວໄປພ້ອມນັ້ນຍັງ ນຳໃຊ້ຢາຂ້າສັດຕູພືດໃນປະລິມານໜ້ອຍ ແລະ ພືດສ າມາດຮັກສາຄວາມສົມດຸນຂອງທາດອາຫານໄວ້ໄດ້ດີ. ລະບົບດັ່ງກ່າວ ໄດ້ເລີ່ມໃຊ້ທຳອິດແມ່ນ ກັບການປຸກເຂົ້າ ແຕ່ຫຼາຍປະເທດກໍໄດ້ມີການປັບດັດທິດສະດີຂອງ ການປູກແບບກີບດຽວ ໃສ່ກັບການປູກພືດຊະນິດອື່ນໆ ເຊັ່ນ ສາລີ, ທັນຍະພືດ, ອ້ອຍ ລວມໄປເຖິງ ພືດຜັກຊະນິດຕ່າງໆ.

1. ຜົນປະໂຫຍດຂອງການເຮັດນາກ້າກີບດຽວຕໍ່ກັບຊາວກະສິກອນ
– ຫຼຸດຕົ້ນທຶນການຜະລິດ ເຊັ່ນ: ຄ່າແນວພັນ, ປະຍັດນ້ຳ, ຫຼຸດຕົ້ນທຶນຊື້ຝຸ່ນເຄມີ, ປະຍັດແຮງງານ.
– ຊ່ວຍປັບປຸງຄຸນນະພາບຂອງດິນ ແລະ ນ້ຳ
– ຕົ້ນພືດໃຫຍ່ໄວ
– ຫຼຸດຜ່ອນການນຳໃຊ້ຢາເຄມີປາບສັດຕູພືດ, ແມງໄມ້ ແລະ ການນຳໃຊ້ຝຸ່ນເຄມີ.
– ລົງທຶນໜ້ວຍແຕ່ໄດ້ຮັບຜົນຜະລິດຫຼາຍ
– ພືດມີຄວາມທົນທານກັບພະຍາດ ແລະ ສັດຕູພືດ, ມີປະໂຫຍດຕໍ່ສຸຂະພາບ ແລະ ມີທາດອາຫານທີ່ມີຄຸນ ນະພາບດີ.

2. ຜົນປະໂຫຍດຂອງການເຮັດນາກ້າກີບດຽວຕໍ່ຊາວກະສິກອນ
1. ເຕັກນິກການກະກຽມແນວພັນ ແລະ ການຕົກກ້າ
– ເອົາແນວພັນລົງແຊ່ນ້ຳໃນພາຊະນະໃຫຍ່ຕາມຄວາມເໝາະສົມປະໄວ 24 ຊົ່ວໂມງ ຫຼື 1 ມື້.
– ໃຫ້ນຳໃຊ້ດິນທີ່ມີຄຸນນະພາບດີໃນການຕົກກ້າ, ເພິ່ນສາມາດຕົກກ້າໃສ່ໜານ ຫຼື ຕົກກ້າໃສ່ກະຖາດກໍ່ໄດ້.
– ນຳໃຊ້ຝຸ່ນຄອກໃນເວລາຕົກກ້າ ຊຶ່ງສາມາດຊ່ວຍປ້ອງກັນພະຍາດ ແລະ ສັດຕ່າງໆມາທຳລາຍ.

2. ປັກດຳດ້ວຍກ້າອ່ອນ
(ກ້າໃຫຍ່ຂຶ້ນມີໃບປະມານ 2 ຫາ 3 ໃບ) ປູກແບບຢອດເມັດ (ປະຢັດເມັດພັນ)
2.1 ຕົ້ນເຂົ້າຈະຟື້ນຕົວໄວ ແລະ ມີລະບົບຮາກທີ່ ແຂງແຮງ
– ໂດຍທົ່ວໄປເພິ່ນສາມາດຫວ່ານໃສ່ໜານ ຫຼື ຫວ່ານໃສ່ພະຖາດສະເພາະກໍ່ໄດ້.
– ໃນເວລາເອົາກ້າອອກຈາກໜານ ຕ້ອງປະຕິບັດຢ່າງພິຖີ່ພິຖັນເພາະກ້າອ່ອນຈະຖືກກະທົບໄວ ແລະ ພາຍຫຼັງເອົາອອກ ຈາກໜານແລ້ວກໍ່ຕ້ອງປັກດຳທັນທີໂລດ.
– ໃຫ້ປັກດຳກ້າເອົາຮາກລົງໃສ່ຕົມແບບຕື້ນໆ ເພື່ອຫຼີກລ້ຽງບໍ່ໃຫ້ມີການກະທົບແບບເສຍຫາຍໃຫ້ລະບົບຮາກກ້າ.

2.2 ປູກແບບຢອດເມັດ (ປະຢັດເມັດພັນ)
+ ໃນບາງພື້ນທີ່ຊາວກະສິກອນດຳນາແບບກ້າກີບດຽວ ດ້ວຍວິທີນໍາໃຊ້ເຕັກນິກແບບຢອດເມັດ.
– ໃຊ້ເມັດພັນໜຶ່ງ ຫາ ສອງເມັດຕໍ່ສຸມຕາມໄລຍະຫ່າງທີ່ກຳນົດໄວ້.
– ໃຊ້ເມັດພັນເຂົ້າໜ້ອຍຕໍ່ເນື້ອທີ່ປູກ

. ສາມາດປູກດ້ວຍໄລຍະຫ່າງກວ້າງ ລະຫວ່າງແຖວ ແລະ ລະຫວ່າງຕົ້ນຕໍ່ຕົ້ນ (ປະມານ 25 ຊມ x 25 ຊມ ຫຼື ກວ້າງກວ່ານີ້ຖ້າໃນກໍລະນີດິນມີຄວາມງອກງາມດີ)
+ ຮາກຂອງພືດຂະຫຍາຍຕົວໄດ້ດີ
– ປັກດຳໃນໄລຍະຫ່າງປະມານ 16 ສຸມ ຕໍ່ 1 ຕາແມັດ ເພື່ອສະດວກໃນການນຳໃຊ້ເຄື່ອງມືກຳຈັດວັດສະພືດ.
– ຕົ້ນພືດມີຊ່ອງຫວ່າງໄດ້ຮັບແສງຕາເວັນພຽງພໍ.

4. ການຈັດການນ້ຳ
4.1 ສຸດເພື່ອຮັກສາຄວາມຊຸ່ມຂອງດິນໄວ້
– ນຳໃຊ້ນ້ຳໃນປະລິມານໜ້ອຍ ຫຼື ເຮັດແບບລະບົບສັບປ່ຽນແບບເອົານ້ຳເຂົ້າ ແລະ ເອົານ້ຳອອກ (ປຽກ-ແຫ້ງ) ເພື່ ອຫຼີກລ໊ຽງບໍ່ໃຫ້ນ້ຳຖ້ວມຕົ້ນເຂົ້າ; ແຕ່ທັງໝົດນັ້ນແມ່ນຂຶ້ນກັບສະພາບຂອງດິນ ແລະ ອາກາດ.
– ໃນໄລຍະເວລາທີ່ດິນແຫ້ງນັ້ນ ແມ່ນເປັນການສ້າງເງື່ອນໄຂພື້ນຖານອັນດີໃຫ້ແກ່ການຂະຫຍາຍຕົວລະບົບຮາກຂອງຕົ້ນເຂົ້າ.

5. ປັກດຳແບບເປັນແຖວສາມາດນຳໃຊ້ເຄື່ອງມືກຳຈັດວັດສະພືດ
5.1 ຮັກສາໄລຍະຫ່າງໄດ້ເພີ່ມຜະລິດຕະພາບ
– ເຄື່ອງມືກຳຈັດວັດສະພືດຈະຊ່ວຍພວນໜ້າດິນ, ພ້ອມທັງປັ່ນເອົາຫຍ້າອອກ ແລະ ຍົງດິນຂຶ້ນເປີດຊ່ອງອາກາດອີກປະມານ 10 ຊັງຕີແມັດ.
– ການນຳໃຊ້ເຄື່ອງມືກຳຈັດວັດສະພືດນີ້ແມ່ນເປັນການຊ່ວຍປັບລະບົບໜ້າດິນໃຫ້ພຽງສະໝໍ່າສະເໝີກັນກັບການປູກແບບໄລຍະຫ່າງເປັນແຖວ.

6. ປູກເຂົ້າແບບທໍາມະຊາດ
ການປູກເຂົ້າແບບທໍາມະຊາດຄືນໍາໃຊ້ຝຸ່ນຄອກ, ຝຸ່ນບົ່ມ (ເປັນການປັບປຸງດນແລະເຮັດໃຫ້ຕົ້ນເຂົ້າໃຫຍ່ດີ)
+ ປັບປຸງດິນດ້ວຍຝຸ່ນຊີວະພາບ, ສີມສ້າງທາດອາຫານໃນດິນໃຫ້ສູງຂຶ້ນເປັນຜົນເຮັດໃຫ້ຕົ້ນເຂົ້າຂະຫຍາຍຕົວດີ
– ຕົ້ນເຂົ້າຂະຫຍາຍຕົວໄດ້ດີໃນເວລາປູກເຂົ້ານຳໃຊ້ຝຸ່ນຊີວະພາບ, ຝຸ່ນບົ່ມ, ຝຸ່ນຄອກ, ຝຸ່ນຂຽວ ແລະ ເສດເຫຼືອຂອງພືດ.
– ຕົ້ນເຂົ້າມີຄວາມແຂງແຮງທົນທານຕໍ່ສັດຕູພືດ ແລະ ພະຍາດໄດ້ດີ.
– ເຮັດໃຫ້ດິນມີຄວາມອຸດົມສົມບູນງອກງາມຂຶ້ນ ເໝາະສົມກັບການປູກເຂົ້າ ແລະ ພືດຊະນິດອື່ນໆ.
– ດິນທີ່ອຸດົມສົມບູນດ້ວຍຝຸ່ນຊີວະພາບ ມີຄວາມສາມາດຮັກສານ້ຳໄວ້ໄດ້ດີ ແລະ ມີທາດອາຫານພຽງພໍສຳລັບການການປູກພືດຕ່າງໆ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(1).pdf
https://www.hrdi.or.th/Articles/Detail/17
https://www.baanmaha.com/community/showthread.php?45453-ดำนาด้วยกล้ากลีบเดียว