ເຕັກນິກການລ້ຽງ ແລະ ການປະສົມພັນປານິນ

ປານິນເປັນປາທີ່ລ້ຽງງ່າຍ, ແຜ່ຂະຫຍາຍພັນໄວ ແລະ ເພາະພັນໄດ້ເອງໃນທຳມະຊາດ, ເປັນປາທີ່ນິຍົມກັນລ້ຽງ, ຕະຫຼາດຕ້ອງການ, ລາຄາດີ, ເປັນປາທີ່ມີຄວາມທົນທານຕໍ່ສະພາບອາກາດໃນປະເທດເຮົາໄດ້ດີ ສະນັ້ນ, ປານິນຈິ່ງລ້ຽງໄດ້ທຸກພາກໃນປະເທດເຮົາ, ເປັນປາທີ່ນິຍົມກັນບໍລິໂພກທັງພາຍໃນຄອບຄົວ ແລະ ໃນງານລ້ຽງສ້າງສັນຕ່າງໆ. ຊີ້ນປາມີລົດຊາດແຊບ, ກິນງ່າຍ, ລະລາຍດີ ຊີ້ນປາພຸພ່ອຍດີບໍ່ມີໄຂ່ມັນທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ, ຖ້າມີບ່ອນລ້ຽງທີ່ເໝາະສົມ ແລະ ຮູ້ຈັກວິທີການລ້ຽງທີ່ດີຈະສາມາດຕອບສະໜອງອາຫານໃຫ້ຄອບຄົວໄດ້ພຽງພໍ, ລ້ຽງຫຼາຍສາມາດຂາຍສ້າງລາຍໄດ້ໃຫ້ແກ່ຄອບຄົວອີກດ້ວຍ.

1. ສະຖານທີ່ເໝາະສົມ
– ມີແຫຼ່ງນໍ້າທີ່ສະອາດ, ນໍ້າມີຄ່າຄວາມເປັນກົດເປັນດ່າງ 605-8,5 PH
– ອຸນຫະພູມລະຫວ່າງ 24-35 ອົງສາເຊ
– ດິນຕ້ອງອຸດົມສົມບູນຄືດິນປູກພືດ
– ມີແຫຼ່ງອາຫານພຽງພໍ
– ມີຕະຫຼາດຈຳໜ່າຍ, ຂາຍໄດ້ລາຄາດີ
– ປານິນສາມາດລ້ຽງໄດ້ໃນກະຊັງ, ຄອກ, ອ່າງ, ໜອງ

2. ການສ້າງສະຖານທີ່ບ່ອນລ້ຽງປານິນ

2.1 ການລ້ຽງໃສ່ໜອງ
ໜອງລ້ຽງປານິນທີ່ເໝາະສົມຄວນມີຂະໜາດ 20×20 ແມັດ ຫຼື ມີເນື້ອທີ່ແຕ່ 400 ຕາແມັດຂື້ນໄປ, ຄວາມເລີກຂອງໜອງ 1 ແມັດ, ຄວາມເນີນຂອງຄັນໜອງ 1,5 ຫາ 2 ແມັດ. ປານິນເປັນປາກິນພືດໄດ້ດີ ສະນັ້ນຖ້າເຮັດໜອງເລີກເກີນໄປ, ແສງແດດບໍ່ສ່ອງເຖິງພື້ນໜອງພືດນໍ້າຕ່າງໆທີ່ເປັນອາຫານທຳມະຊາດຂອງປາກໍ່ຈະບໍ່ຂື້ນໄດ້.
ຖ້າໜອງໃຫ່ຍຂະໜາດ 2 ໄລ່ ຫາ 1 ເຮັກຕາ, ພື້ນໜອງຫາຄັນໜອງຕ້ອງເປັນລັກສະນະກົ້ນໝໍ້ຂາງ ຫຼື ເປັນພັກ ເພາະວ່າປານິນເປັນປາທີ່ຂະຫຍາຍພັນເອົາເອງ ສະນັ້ນເມື່ອປາປະສົມພັນ ແລະ ລ້ຽງລູກທີ່ແຕກໃໝ່ຈະຢູ່ບ່ອນນໍ້າຕື້ນ ຫຼື ເປັນບ່ອນໃຫ້ປາຂື້ນມາພັກ ແລະ ຫາກິນ.

2.2 ການລ້ຽງໃສ່ກະຊັງ ຫຼື ຄອກ

– ລ້ຽງໃນກະຊັງ ແລະ ຄອກເໝາະສົມສຳລັບຜູ້ທີ່ຢູ່ໃກ້ຽອງໃຫ່ຍ, ນໍ້າໃຫ່ຍສາມາດກາງກະຊັງ ຫຼື ຄອກທີ່ເຮັດດ້ວຍຕາໜ່າງຢາງຕີຂອບໃຫ້ແໜ້ນໜາຈຸ່ມຄອກລົງເລີກ 1 ແມັດ. ບໍ່ໃຫ້ນໍ້າຖ້ວມຄອກ ແຕ່ຖ້າຈະລ້ຽງໃສ່ກະຊັງກໍ່ກາງກະຊັງໃສ່ບ່ອນລ້ຽງທີ່ເຫັນວ່າເໝາະສົມ, ບໍ່ຄວນໃຫ້ພື້ນກະຊັງຈົມພື້ນ ແລະ ຕ້ອງມີການປ້ອງກັນສັດທີ່ຈະເຈາະກະຊັງລ້ຽງປາ ເຊັ່ນ: ນາກນໍ້າ, ງູ….ຂະໜາດຂອງກະຊັງແຕ່ລະອັນເໝາະສົມແມ່ນ 2×4 ແມັດ ຫຼື 4×4 ແມັດ, ຄວາມເລີກແຕ່ 1-1,5 ແມັດ.


– ເມື່ອເອົາປາອອກໝົດແລ້ວແຕ່ລະຄັ້ງຕ້ອງເອົາກະຊັງຂື້ນຕາກແດດປະໄວ້ 5-7 ວັນ ເພື່່ອເປັນການຂ້າເຊື້ອ ແລະ ຄາບອາຫານ, ຂີ້ປາທີ່ຕິດກະຊັງອອກ.

3. ເຕັກນິກການປະສົມພັນ
1. ພໍ່ແມ່ພັນ: ຕ້ອງມີອາຍຸ 4-6 ເດືອນ, ມີນໍ້າໜັກຢ່າງໜ້ອຍ 150-200 ກຼາມ ມີຄວາມຍາວ 15-20 ຊັງຕີແມັດ.

2. ການປະສົມພັນ: ປານິນສາມາດປະສົມພັນໄດ້ທຸກລະດູການແຕ່ເໝາະສົມ ແລະ ອານຸບານປານິນໄດ້ດີແມ່ນແຕ່ເດືອນ 3-ເດືອນ 8. ການປະສົມພັນສາມາດປະສົມພັນໃສ່ສະຖານທີ່ຕ່າງໆດັ່ງນີ້:
– ປະສົມໃສ່ປະຊັງ: ໜອງຂະໜາດ 5×8 ແມັດ ສູງ 2 ແມັດ. ກາງສະຊັງໃຫ້ພື້ນຫ່າງຈາກພື້ນ 1 ແມັດ, ປ່ອຍປາພໍ່ແມ່ພັນໃນອັດຕາ 1 ຕົວ/4ຕາແມັດ. ຕາມອັດຕາສ່ວນປາຜູ້ 2 ໂຕ/ປາແມ່ 3 ໂຕ ຫຼື ຜູ້ 1 ໂຕ/ປາແມ່ 3-5 ໂຕ
– ປະສົມໃນອ່າງ: ອ່າງຂະໜາດ 4×4 ແມັດ ຂື້ນໄປນໍ້າເລີກ 1 ແມັດ ແລະ ຕ້ອງມີເຄື່ອງປໍ້າລົມຕະຫຼອດເວລາ
– ຖ້າອຸນຫະພູມ 27 ອົງສາເຊຂື້ນໄປ ແມ່ປານິນຈະອົມໄຂ່ນານເຖິງ 8 ວັນ. ຈຶ່ງແຕກເປັນໂຕໃນໄລຍະ 3 ອາທິດລົງມາລູກປານິນຈະລອຍຢູ່ກັບແມ່ ແລະ ເຂົ້າລີ້ໃນປາກແມ່ເມື່ອມີສັດຕູ, ອາຍຸ 3 ອາທິດຂື້ນໄປລູກປານິນຈະອອກຈາກແມ່ໄປຕາມລຳພັງ ແລະ ເມື່ອເຖິງ 3-4 ອາທິດເຮົາກໍ່ສາມາດເອົາລູກປານິນໄປລ້ຽງໃສ່ບ່ອນຕ່າງໆໄດ້. ໃຫ້ອາຫານວັນລະ 2-3 ຄັ້ງ ໂດຍແມ່ນອາຫານທີ່ມີໂປຼຕີນສູງປະມານ 3-4% ຕໍ່ນໍ້າໜັກປາ/ວັນ.ດີແທ້ໄລຍະເບື້ອງຕົ້ນຄວນອານຸບານໃສ່ກະຊັງຝຶກແອບໃຫ້ປາກິນອາຫານຕາມທີ່ເຮົາຕ້ອງການ ແລະ ໃຫ້ປາໃຫ່ຍພໍກຸ້ມໂຕເອງຈິ່ງປ່ອຍອອກໃນໜອງ

3. ເຕັກນິກການລ້ຽງ
1. ການກຽມໜອງ
1.1 ໜອງຂຸດໃໝ່
– ເຮັດຮົ້ວອ້ອມໜອງໃຫ້ດີ, ຕັດຕົ້ນໄມ້ທີ່ເປັນພິດຕໍ່ປາຢູ່ໃກ້ແຄມໜອງອອກໃຫ້ໝົດເຊັ່ນ: ຕົ້ນວິກ, ຕົ້ນໄມ້ນໍ້າມັນຕ່າງໆ
– ຫວ່ານປູນຂາວຂ້າເຊື້ອໃນອັດຕາ 10 ຕາແມັດ/ 1 ກິໂລກຼາມ. ຫວ່ານໃຫ້ທົ່ວປະໄວ້ 5-7 ວັນ, ຫວ່ານຝຸ່ນຄອກທັບໃສ່ປູນຂາວໃນອັດຕາສ່ວນ 400 ກິໂລ/ໄລ1ໄລ່ ຫຼື ເທົ່າກັບ 2,5 ກີໂລກຼາມ/10 ຕາແມັດ
– ສ້າງຄອກອາຫານທຳມະຊາດໃສ່ໃນໜອງ ຫຼື ແຈໜອງຂະນາດ 2×2 ແມັດ, ສູງ 2 ແມັດ ເອົາເຟືອງ ລື ໃບໄມ້ແຫ້ງ ແລະ ຝຸ່ນຄອກໃສ່ລົງໄປໃຫ້ຈົນເຕັມ.
– ເອົານໍ້າໃສ່ໜອງໃຫ້ໄດ້ 30-50 ຊັງຕີແມັດ. ປະໄວ້ 5-7 ວັນ ຫຼັງຈາກນັ້ນຈຶ່ງຂ້າສັດຕູຂອງລູກປາທີ່ເກີດໃນໜອງດ້ວຍຢາດີເຕີແລກສ(Dipterex) ໃນອັດຕາສ່ວນ 0,25 ກຼາມ/ນໍ້າ 1 ແມັດກ້ອນ, ຕອນທ່ຽງມື້ຕໍມາຈຶ່ງເອົານໍ້າມັນກະຊວນ ຫຼື ນໍ້າມັນພືດລົງໃສ່ໜອງ 3-5 ລິດ/ເນື້ອທີ່)ໜອງ 1 ໄລ່ ແລະ ຕອນແລງຈຶ່ງເອົາຮໍາອ່ອນໂຮຍໃສ່ນ້ານໍ້າໃຫ້ນໍ້າມັນຈັບຕົວກັນກັບຮໍາຈິ່ງກວາດ ຫຼື ຕັກອອກແລ້ວເຕີມນໍ້າໃສ່ຕາມຕ້ອງການມື້ຕໍ່ມາຈຶ່ງເອົາລູກປາລົງປ່ອຍ. ຖ້າບໍ່ມີຢາດີເຕີແລກສ(Dipterex) ເພື່ອຂ້າສັດຕູປານ້ອຍກໍ່ອານຸບານລູກປາໄວ້ໃນກະຊັງໃຫ້ໃຫ່ຍສາກ່ອນຈຶ່ງປ່ອຍອອກໃນໜອງ.

1.2 ນອງເກົ່າທີ່ເຄີຍລ້ຽງປາມາແລ້ວ
– ເປັ່ງນໍ້າອອກ ຫຼື ດູດນໍ້າອອກຈົນແຫ້ງ, ອານາໄມພື້ນ ແລະ ແຄມນອງໃຫ້ສະອາດປະໄວ້ 1 ອາທິດ. ຫຼັງຈາກນັ້ນຈິ່ງດຳເນີນຕາມທຸກຂັ້ນຕອນຄືໜອງຂຸດໃໝ່.

2. ການປ່ອຍປາລົງລ້ຽງ
ຫຼັງຈາກກຽມໜອງແລ້ວເອົາປານິນທີ່ມີອາຍຸ 45-60 ວັນ ແລະ ມີຂະໜາດ 2-3 ຊັງຕີແມັດ. ລົງລ້ຽງໃນອັດຕາ 2-3 ໂຕ/ຕາແມັດ ຫຼື ປະມານ 5,000 ໂຕ/ໄລ່ ໄລຍະການລ້ຽງຕ້ອງໃສ່ຝຸ່ນຄອກ 200 ກິໂລ/ເດືອນ/ໄລ່ ແລະ ໃສ່ຈຸລິຊີ (EM) ຫຼື ນໍ້າສະກັດຊີວະພາບໃນໜອງລ້ຽງປາ

– ໜອງລ້ຽງປານິນນິຍົມໜອງທີ່ມີຂະໜາດ 400 ຕາແມັດ ຫາ 1 ເຮັກຕາ, ລະດັບນໍ້າ 1 ແມັດ, ຖ້າເລີກໄປກວ່ານີ້ຄວາມດັນຂອງນໍ້າຈະສູງການລ້ຽງປາບໍ່ໄດ້ດີ
– ມີລະບົບນໍ້າເຂົ້າອອກເພື່ອສະດວກຕໍ່ການເກັບກູ້, ການອະນາໄມ ແລະ ກຽມໜອງ
– ຄວນຕັດຕົ້ນໄມ້ໃຫ່ຍອ້ອມໜອງອອກເພື່ອບໍ່ໃຫ້ເປັນຮົ່ມບັງເພາະໜອງຈະບໍ່ໄດ້ຮັບແສງແດດພຽງພໍ
– ອັດຕາການປ່ອຍລ້ຽງ 3-5 ໂຕ/ແມັດກ້ອນ
• ການລ້ຽງໄລຍະຕົ້ນ
– ຮັກສາລະດັບນໍ້າ 40-50 ຊັງຕີແມັດ. ແລ້ວເພີ່ມລະດັບນໍ້າຂື້ນອາທິດລະ 10 ຊັງຕີແມັດ.
– ເອົາລູກປາທີ່ມີອາຍຸ 45-50 ວັນ ປ່ອຍລ້ຽງ
– ເດືອນທີ່ 2 ໃຫ້ອາຫານ 2 ຄັ້ງ/ວັນ, ອາຫານໝູ ຫຼື ອາຫານໄກ່ນ້ອຍ 2 ສ່ວນ+ຮໍາອ່ອນ 1 ສ່ວນ
– ຕິດຕາມສະພາບນໍ້າໃຫ້ສະອາດ(ບໍ່ໃຫ້ເກີດນໍ້າເນົ່າເໜັນ), ນໍ້າຈຸລິນຊີ(EM) ຫຼື ນໍ້າສະກັດຊີວະພາບຫົດໜອງປາ 7-10 ວັນ/ຄັ້ງຕາມມາດຕາສ່ວນ (EM) 1 ລິດ ປະສົມນໍ້າ 10 ລິດຫົດໜອງລ້ຽງປາໃຫ້ທົ່ວ ຫຼື (EM) 1 ລິດ + ນໍ້າ 10 ລິດ/ນໍ້າໃນໜອງ 10 ແມັດກ້ອນ
• ໃນໄລຍະເດືອນທີ່ 2 -3: ຄວນໃສ່ຝຸ່ນຄອກເພື່ອເພີ່ມອາຫານທຳຊາດ, ປັບປຸງສະພາບນໍ້າໃນບ່ອນລ້ຽງໃນອັດຕາສ່ວນ 150-200 ກິໂລກຼາມ/ 1 ໄລ່, ເມື່ອລ້ຽງຄົບ 5 ເດືອນປາຈະມີນໍ້າໜັກ 300 ກຼາມ/ໂຕ ແລ້ວເດືອນທີ່ 6 ຈຶ່ງໃຫ້ອາຫານເມັດທີ່ມີໂປຼຕີນ 25% ເພື່ອເລັ່ງການເຕີບໂຕຂອງປາ.
4 ອາຫານ ແລະ ການໃຫ້ອາຫານ
ອາຫານທີ່ດີຂອງປານິນຄື: ອາຫານທຳມະຊາດເປັນຕົ້ນພືດທີ່ເກີດໃນໜອງ, ໄຮ່ນໍ້າໜອນນໍ້າທີ່ເກີດເມື່ອເຮົາໃສ່ຝຸ່ນຄອງລົງໄປ, ອາຫານສົມທົບມີ: ຮໍາອ່ອນ, ປາປົ່ນ, ເຂົ້າປຽນ, ພືດຜັກຕ່າງໆ, ກາກຖົ່ວ, ກາກໝາກພ້າວ ແຕ່ເມືອລ້ຽງຮອດເດືອນທີ່ 4-5 ຄວນໃຫ້ອາຫານຊະນິດເມັດຢ່າງໜ້ອຍ 1 ເດືອນປະມານ 3% ຂອງນໍ້າໜັກປາ/ວັນ, ໃຫ້ອາຫານວັນລະ 2 ຄັ້ງ. ໃຊ້ເວລາການລ້ຽງ 6-7 ເດືອນ, ປາຈະມີນໍ້າໜັກ 2-3 ໂຕ/ກິໂລ. ສະນັ້ນໝາຍວ່າໃນນອງ 1 ໄລ່ປ່ອຍປາ 5,000 ໂຕຈະໄດ້ປາ 1,3-2 ໂຕນ/ຊຸດໜຶ່ງ
• ການລ້ຽງປານິນໜັນໃນກະຊັງ
– ສະຖານທີ່ບ່ອນລ້ຽງເປັນບ່ອນນໍເາໄຫຼ ຫຼື ໜອງກວ້າງ, ມີອົກຊພຽງພໍ
– ກະຊັງຂະໜາດຍາວ 6 ແມັດ, ກວ້າງ 4 ແມັດ, ສູງ 2 ແມັດ
– ປ່ອຍປາລົງລ້ຽງໃນອັດຕາ 83-84 ໂຕ/ 1 ຕາແມັດ (ປະມານ 2,000 ໂຕ/ກະຊັງ)
– ໃຊ້ເວລາລ້ຽງ 5 ເດືອນ
– ອາຫານສຳເລັດຮູບເມັດລອຍນໍ້າ(ອາຫານປາດຸກ)

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/1U4ETqJSWIJ2GtYv%20(1).pdf
https://www.facebook.com/photo?fbid=181812620013635&set=pcb.181812793346951
https://nbdcthailand.com/2018/09/13/วิธีการเลี้ยงปลานิล/