ການລ້ຽງ ແລະ ການປະສົມພັນປາເກັດແລບ

ປາເກັດແລບເປັນປາທີ່ລ້ຽງງ່າຍ, ໃຫ່ຍໄວ, ທົນຕໍ່ສະພາບແວດລ້ອມ ຫຼື ໜອງທີ່ບໍ່ມີຄວາມອຸດົມສົມບູນດ້ວຍອາຫານທຳມະຊາດໄດ້. ປັດຈຸບັນຄວາມຕ້ອງການຂອງຕະຫຼາດມີຫຼາຍສົມຄວນເພື່ອນຳໄປປຸງແຕ່ງເປັນອາຫານ, ເປັນອາຫານທີ່ເກັບໄວ້ເຊັ່ນ: ການເຮັດເປັນສົ້ມປາ, ປາແດກ, ປາແຫ້ງ ແລະ ອື່ນໆ ສາມາດສົ່ງຂາຍຕະຫຼາດນຳລາຍໄດ້ໃຫ້ແກ່ຄອບຄົວ.

1. ສະຖາທີ່ເໝາະສົມໃນການລ້ຽງປາເກັດແລບ
1.1 ສະຖາທີ່
– ສະພາບຄວາມເປັນກົດເປັນດ່າງຂອງນໍ້າມີຄ່າເທົ່າກັບ 6,5-7,5
– ອຸນຫະພູມລະຫວ່າງ 26-32 ອົງສາເຊ
– ເປັນເຂດທີ່ບໍ່ມີນໍ້າອອກບໍ່
– ໜອງຕ້ອງມີຄວາມອຸດົມສົມບູນດ້ວຍທຳມະຊາດ(ພື້ນໜອງຕ້ອງເປັນຕົມ)
– ປາເກັດແລບສາມາດລ້ຽງໃສ່ໜອງ ແລະ ລ້ຽງໃສ່ກະຊັງໄດ້

1.2 ວິທີການສ້າງໜອງລ້ຽງ
 ການສ້າງໜອງລ້ຽງ
– ໜອງຕ້ອງມີຂະໜາດແຕ່ 400 ແມັດ-1 ເຮັກຕາ
– ຄວາມເລີກຂອງໜອງຕ້ອງ 1-1,50 ແມັດ
– ຄວາມເນີນຂອງໜອງຢູ່ລະຫວ່າງ 1: 1,50 ແມັດ(ແບບກົ້ນໝໍ້ຂາງ)


 ວິທີລ້ຽງໃນກະຊັງ
– ກະຊັງຕ້ອງມີຂະໜາດ 4*4 ແມັດ ແລະ ເລີກ 2-2,50 ແມັດ
– ກາງກະຊັງຈຸ່ມລົງນໍ້າສອງສ່ວນ ແລະ ພົ້ນນໍ້ານຶ່ງສ່ວນ
– ກາງກະຊັງໃສ່ໃນໜອງ ຫຼື ໃນແມ່ນໍ້າລຳເຊບ່ອນທີ່ມີນໍ້າໄຫຼຊ້າ
– ມັດກະຊັງໃຫ້ເຄັ່ງ ແລະ ແໜ້ນ. ພື້ນກະຊັງບໍ່ໃຫ້ຈຸພື້ນນໍ້າ
– ນຳລູກປາທີ່ມີຄວາມຍາວ 5-10 ຊັງຕີແມັດ, ປ່ອຍລົງໃນກະຊັງເວລາອາກາດເຢັນ(ຕອນເຊົ້າ ຫຼື ຕອນແລງ) ໃນຈຳນວນ 1,000 ໂຕ/ກະຊັງ

2. ເຕັກນິກການປະສົມພັນ
ການປະສົມພັນປາເກັດແລບເຮັດໄດ້ 2 ວິທີຄື:
– ແບບປະສົມພັນເຄິ່ງທຽມ
– ແບບປະສົມພັນທຽມ
2.1 ອຸປະກອນທີ່ຈຳເປັນໃນການປະສົມພັນ
– ກະຊັງນິລົງຂາວ ແລະ ກະຊັງແພແຍ່ງຂຽວຂະໜາດ 4*4 ແມັດ
– ແອປໍ້າ, ກະຕ່ອງ
– ຊະແລ 100 ໄມໂຄກລາມ ແລະ ເຂັມເບີ້ 22 ຫຼື 24

– ຄົກ ແລະ ສາກເພື່ອປົນຢາ
– ຢາກະຕຸ້ນ(ຊຸບເປີເຟັກ ຫຼື ຕ່ອມໃຕ້ສະໜອງປາ, ໂມທີລຽນ, ນໍ້າກັ່ນ)
– ຊິງຊັ່ງນໍ້າໜັກ, ຄຸ, ຊາມ, ແພເຊັດ
– ຖ້ວຍ, ຂົນປີກໄກ່
– ນໍ້າສະອາດ
– ຄົກ ແລະ ສາກບົດຢາສະແລງ 100 ໄມໂຄກລາມ
– ຖ້າການປະສົມພັນໃຊ້ຕ່ອມເປັນຢາກະຕຸ້ນຕ້ອງມີພ້າ, ເຫຼົ້າ 90

2.2 ວິທີປະສົມພັນເຄິ່ງທຽມ
– ຄັດເລືອກພໍ່ແມ່ພັນທີ່ມີອາຍຸ 1 ປີຂື້ນໄປ, ມີນໍ້າໜັກຂະໜາດ 2-3 ກິໂລກຼາມມາຂັງໄວ້ໃນອ່າງ ຫຼື ກະຊັງ 6-12 ຊົ່ວໂມງໂດຍບໍ່ໃຫ້ອາຫານ
– ລ້າງອ່າງຂ້າເຊື້ອປະໄວ້ປະມານ 1 ວັນ ຈຳນວນ 2 ອ່າງແລ້ວຈຶ່ງເອົານໍ້າໃສ່ໃຫ້ໄດ້ 40-50 ຊັງຕີແມັດ. ກາງກະຊັງນິລົງຂາວ ແລະ ກະຊັງຜ້າແຍ່ງຂຽວໃສ່ອ່າງທີ່ 1
– ເຮັດຝົນທຽມ ຫຼື ເປີດນໍ້າໂຕນໃສ່ເພື່ອກະຕຸ້ນພໍ່ແມ່ພັນ
– ຈັບປາພໍ່ແມ່ພັນມາຊັ່ງນໍ້າໜັກແລ້ວຄິດໄລ່ຢາໃຫ້ພໍ່ແມ່ພັນແຕ່ລະໂຕແລ້ວປ່ອຍພໍ່ແມ່ພັນໃສ່ອ່າງປະສົມພັນປະໃຫ້ພໍ່ແມ່ພັນປະສົມພັນກັນເອງໃນອັດຕາສ່ວນແມ່ 1/ຕົວຜູ້ 2 ຕົວ.ແລ້ວກໍ່ເປີດແອປໍ້າໃສ່ ຫຼື ເຮັດນໍ້າໂຕນໃສ່ຕະຫຼອດເວລາ
2.3 ວິທີການປະສົມພັນທຽມ
ຫຼັງຈາກກຽມພ້ອມພໍ່ແມ່ພັນ, ອ່າງ ແລະ ສັກຢາໃຫ້ພໍ່ແມ່ພັນແລ້ວກໍ່ປ່ອຍພໍ່ແມ່ພັນໄວ້ໃນອ່າງແຕ່ຕ້ອງແຍກຈາກກັນລະຫວ່າງຕົວຜູ້ ແລະ ຕົວແມ່(ແມ່ໜຶ່ງ/ຕົວຜູ້ 1 ຕົວ) ປະໄວ້ 10-12 ຊມ(ການຄິດໄລ່ຢາເພື່ອສັກກະຕຸ້ນພໍ່ແມ່ພັນເຊັ່ງຕ່ອມ ແລະ ຊຸບເປີເຟັກແມ່ນຄ້າຍຄືປາທົ່ວໄປ). ເມື່ອສັງເກດເຫັນປາແມ່ກະວົນກະວາຍລອຍນໍ້າໄລ່ກັນ ຫຼື ຂື້ນສູບອາກາດເທິງໜ້ານໍ້າຈຶ່ງຈັບປາແມ່ມາປີບທ້ອງເມື່ອເຫັນໄຂ່ສີຂຽວໄຫຼອອກມາແບບງ່າຍໆຈຶ່ງຈັບປາແມ່ມາເຊັດໃຫ້ແຫ້ງ, ແລ້ວກໍ່ຮີບໄຂ່ປາໃສ່ຖ້ວຍທີ່ລ້າງສະອາດລ້າງໄຂ່ 2 ຄັ້ງຈາກນັ້ນຈຶ່ງນຳໄປຟັກ.

3. ການຟັກໄຂ່
– ນຳໄຂ່ໄປຟັກໃນຈາວຍທີ່ເຮັດດ້ວຍແພນິລົງຂາວມີເສັ້ນຜ່ານກາງ 40-60 ຊມ , ຈ່ວຍໜຶ່ງສາມາດໃສ່ໄດ້ 30,000-50,000 ໜ່ວຍ ຫຼື ອາດຈະຟັກໄວ້ກະຊັງທີ່ກາງໄວ້ໃນອ່າງ
– ເປີດແອປໍ້າ ຫຼື ເຮັດນໍ້າໂຕນໃສ່ອ່າງຟັກຕະຫຼອດເວລາເພື່ອຊ່ວຍໃຫ້ເປີເຊັນຂອງການເບາະຂອງໄຂ່ຫຼາຍຂື້ນ
– ໄຂ່ປາເກັດແລບເປັນໄຂ່ເຄິ່ວຈົມເຄິ່ງລອຍໃຊ້ເວລາຟັກ 20-24 ຊົ່ວໂມງ. ໃນອຸນຫະພູມປະມານ 28-32 ອົງສາເຊ
4. ການອານຸບານລູກປາ
-ລູກປາເກັດແລບຫຼັງຈາກແຕກໄດດ້ 2-3 ວັນກໍ່ເລີ່ມໃຫ້ອາຫານ, ອາຫານໄລຍະ 2-3 ວັນທຳອິດແມ່ນໄຮແດງ ແລະ ມອນໄຂ່ທີ່ຕັົ້ມສຸກດີແລ້ວລະລາຍໃສ່ນໍ້າໃຫ້ລູກປາກິນວັນລະ 2-3 ຄັ້ງ. ມື້ທີ່ 5-6 ຕ້ອງຍ້າຍລູກປາໄປອະນຸບານໃສ່ບ່ອນທີ່ກຽມໄວ້, ຖ້າບໍ່ດັ່ງນັ້ນລູກປ່າຍຈະຕາຍ. ໜອງທີ່ຈະຍ້າຍລູກປາໄປອະນຸບານຕ້ອງມີການກຽມ ແລະ ຂ້າເຊື້ອເປັນຢາງດີເຊັ່ນ: ຕ້ອງໃສ່ປູນຂາວ, ຝຸ່ນຄອກ, ປະໃຫ້ນໍ້າຂຽວ 3-4 ວັນ ຈຶ່ງນຳເອົາລູກປາລົງອະນຸບານໃນອັດຕາສ່ວນ 1,000-4,500 ໂຕ/ແມັດ

– ໃຫ້ອາຫານວັນລະ 2-3 ຄັ້ງໂດຍໃຫ້ອາຫານໝູ ແລະ ອາຫານໄກ່, ອາຫານປາດຸກແຊ່ນໍ້າ, ປັ້ນໃຫ້ເປັນກ້ອນຖິ່ມປະໄວ້ແຄມໜອງໃຫ້ລູກປາກິນ, ລູກປາຈະອະນຸບານໃນໜອງປະມານ 45-60 ວັນ 45-61 ວັນ ຈຶ່ງສາມາດນຳອອກໄປລ້ຽງໃສ່ໜອງ, ກະຊັງ ຫຼື ໄປຈຳໜ່າຍໄດ້

5. ເຕັກນິກການລ້ຽງປາແກັດແລບ
5.1 ການລ້ຽງປາລຸ້ນ ຫຼື ປາຮາມ
ໜອງທີ່ເໝາະມີຂະໜາດ 1-2 ໄລ່(1,600 ຕາແມັດ – 3,200 ຕາແມັດ)
ກ. ການກຽມ
* ໜອງຂຸດ
– ເອົາປູນຂາວໂຮຍ 1 ກິໂລກຼາມ/ 10 ຕາແມັດ. ໃຫ້ທົ່ວແລ້ວເອົາຝຸ່ນເທທັບລົງໄປ 1 ກິໂລກຼາມຕໍ່ 10 ຕາແມັດໃຫ້ທົ່ວ.
– ເອົານໍ້າໃສ່ໜອງ 30 ຊັງຕີແມັດ. ປະໄວ້ 3-4 ວັນ. ນໍ້າຂຽວຈຶ່ງເຕີມໃສ່ປະມານ 70 ຊັງຕີແມັດ ຈຶ່ງເອົາລູກປາລົງປ່ອຍໃນອັດຕາສ່ວນ 12-15 ໂຕ/ 1 ຕາແມັດ
* ໜອງເກົ່າ
– ເປັ່ງນໍ້າອອກໃຫ້ໝົດ
– ຕາກໜອງປະໄວ້ 1 ອາທິດແລ້ວຈຶ່ງເອົາປູນຂາວ ແລະ ຝຸ່ນຄອກໂຮຍເອົານໍ້າໃສ່ 30 ຊມ ແລ້ວປະໄວ້ 3-4 ວັນ. ນໍ້າຂຽວແລ້ວຈຶ່ງຄ່ອຍເຕີມນໍ້າໃສ່ໃຫ້ໄດ້ 70 ຊມ ຈຶ່ງນຳປາມາປ່ອຍ 12-15 ໂຕ/1 ຕາແມັດ

ຂ. ການໃຫ້ອາຫານ
ອາຫານປາຮາມ ຫຼື ປາລຸ້ນໄລຍະນີ້ໄດ້ແກ່ຮຳອ່ອນ, ກາກຖົ່ວເຫຼືອງ ແລະ ແໜຫາງເຫີຟັກມຸ້ນໆປະສົມກັນ ຫຼື ອາດປະສົມກັບອາຫານໄກ່ໃຫ້ປາກິນທຸກເຊົ້າ-ແລງ ໃນອັດຕາສ່ວນ 2-3% ຕໍ່ນໍ້າໜັກປາ/ວັນພ້ອມກັນນັ້ນ 2 ອາທິດ ຫາ 1 ເດືອນ ຄວນເຕີມຝຸ່ນຄອກລົງໃນອັດຕາສ່ວນເທົ່າເຄິ່ງໜຶ່ງຂອງທຳອິດ. ແຕ່ລະອາທິດເພີ່ມລະດັບນໍ້າຂື້ນອາທິດລະ 10 ຊມ ຈົນໄດ້ຕາມຄວາມຕ້ອງການ. ເມື້ອລ້ຽງໄດ້ 2 ເດືອນ ຫາ 2 ເດືອນເຄິ່ງລູກປາຈະມີຂະໜາດ 10-15 ຊມ ຈຶ່ງນຳໄປລ້ຽງເປັນປາຊີ້ນ(ປາໃຫ່ຍ ຫຼື ປາທີ່ຕະຫຼາດຕ້ອງການ)
5.2 ການລ້ຽງປາໃຫ່ຍ
– ໜອງທີ່ເໝາະສົມລ້ຽງປາໃຫ່ຍຕ້ອງມີຂະໜາດແຕ່ 1 ໄລ່ຫາ 1 ເຮັກຕາ ຕາມຄວາມເລີກ 11,5 ແມັດ(ເລີກສຸດບໍ່ຄວນໃຫ້ເກີນ 2 ແມັດ)
– ເອົາປາຮາມລົງປ່ອຍລ້ຽງໃນອັດຕາສ່ວນ 3-5 ໂຕ/ 1ຕາແມັດ
– ໃຫ້ອາຫານວັນລະ 1-2 ຄັ້ງ ດ້ວຍອາຫານເສີມປະສົມກັບອາຫານສຳເລັດຮູບຄື: ຮຳ, ເຂົ້າປຽນ ແລະ ພືດຜັກຕ່າງໆ, ອາຫານສຳເລັດຮູບໃນອັດຕາສ່ວນ 2-3%ຕໍ່ນໍ້າໜັກປາ/ວັນ. ໃຊ້ເວລາການລ້ຽງ 9-10 ເດືອນ ກໍ່ສາມາດອອກມາຈຳໜ່າຍໄດ້
– ຕະຫຼອດໄລຍະເວລາການລ້ຽງຄວນໃສ່ຝຸ່ນຄອກເດືອນລະຄັ້ງໃນອັດຕາ 0,5 ກິໂລ/10 ຕາແມັດ ແລະ ໃຊ້ນໍ້າຈຸລິນຊີ(EM) ຫຼື ນໍ້າສະກັດຊີວະພາບປະສົມ 20 ຊີຊີ ປະສົມນໍ້າ 1 ຄຸຫົດສາດໃສ່ຕາມແຄມໜອງເພື່ອປ້ອງກັນບໍ່ໃຫ້ນໍ້າເນົ່າເສຍ
ແຫຼ່ງຂໍ້ມູນ: https://www.facebook.com/photo?fbid=185420486319515&set=pcb.185420599652837

https://th.wikipedia.org/wiki/ปลาลิ่น

https://fishingthai.com/silver-carp-hypophthalmichthys-molitrix/