Monthly Archives: January 2019

ບົດແນະນຳ ການລ້ຽງ ແລະ ປະສົມພັນປາເໝັ້ນ


ການລ້ຽງທອມພໍ່ແມ່ພັນ.
ການກະກຽມໜອງປາພໍ່ແມ່ພັນ ກໍ່ປະຕິບັດເຊັ່ນດຽວກັນກັບປາຊະນິດອື່ນໆ ໃຫ້ອາຫານທີ່ມີທາດໂປຼຕິນທີ່ມີທາດອາຫານ 15 ຫາ 18 % ແຕ່ໃນໄລຍະສາມເດືອນ ກ່ອນການປະສົມພັນທຽມຕ້ອງໃຫ້ອາຫານທີ່ມີທາດໂປຼຕິນສູງກວ່າ 30% ຂຶ້ນໄປ. ຄວນປ່ຽນນ້ຳໃນໜອງປາພໍ່ແມ່ພັນເລື້ອຍໆ, ໃຫ້ອາຫານເສີມປະເພດຜັກບົ້ງ ແລະ ຫຍ້າຕ່າງໆທີ່ຫາໄດ້ໃນທ້ອງຖິ່ນ.

ລັກສະນະປາພໍ່ແມ່ພັນ

ການປ່ອຍປາປະສົມພັນແບບທຳມະຊາດ.
ໜອງປະສົມພັນປາເໝັ້ນຄວນມີຂະໜາດ 600 ຫາ 1,600 ຕາແມັດ, ການກະກຽມໜອງແບບດຽວກັບການລ້ຽງທອມປາຊະນິດອື່ນໆ. ຈາກນັ້ນມາປ່ອຍປາປະສົມພັນໃນອັດຕາສ່ວນ ປາແມ່ 100 ໂຕ ຕໍ່ປາຜູ້ 100 ໂຕຕໍ່ໄລ່ໃນບໍລິເວນໜ້ານ້ຳຄວນສ້າງບ່ອນຮົ່ມຂະໜາດ 10 ຕາແມັດເພື່ອປ້ອງກັນແສງແດດໃນເວລາແດດຮ້ອນ.

ການສ້າງຮັງໄຂ່
ຮັງໄຂ່ສຳລັບໃຫ້ປາເໝັນແມ່ນເຮັດ້ວຍໄມ້ໄຜ່ ແລະ ໄຍກາບພ້າວແຫ້ງທີ່ເປັນຮູບໂຕ Y ມີຈະໜາດເສັ້ນຜ່າກາງປະມານ 30 ຊມ. ເອົາໄປປະໄວ້ແຄມໜອງໂດຍປິ່ນປາກລົງໜອງໃຫ້ຈົມ ແລະ ງ່ຽງປະມານ 40 ອົງສາ ແລ້ວປັກຫຼັກໄວ້ຕາມແຄມໜອງໃນໄລຍະຫ່າງກັນປະມານ 2 ແມັດ.
ຕາມທຳມະຊາດແລ້ວປາສາມາດວາງໄຂ່ໃນໜອງໂດຍປາຕົວຜູ້ຊ່ວຍໃນການສ້າງຮັງໄຂ່ທີ່ມີລັກສະນະຮູບວົງກົມ ແລະ ມີຮູບທາງກາງປະມານ 10 ຊມ. ເມື່ອສ້າງຮັງສຳເລັດແລ້ວພາຍໃນ 7 ວັນ ປາຈະວາງໄຂ່ໂດຍສັງເກດເຫັນຄາບນ້ຳມັນທີ່ອອກຈາກເປືອກໄຂ່ລອຍຢູ່ໃນບໍລິເວນດັ່ງກ່າວ ປາຜູ້ຈະເຝົ້າບໍລິເວນບ່ອນວາງໄຂ່ໃນແຕ່ລະວັນຈະສັງເກດເຫັນວ່າມີນ້ຳມັນລອຍຢູ່ບໍລິເວນເໜືອໜ້ານ້ຳ ບ່ອນຮັງໄຂ່ເວລາກວດກາເບິ່ງຖ້າວ່າມີໄຍກາບພ້າວອັດຮັງໄຂ່ສະແດງວ່າປາໄດ້ໄຂ່ໃສ່ແລ້ວ.

ຮັງໄຂ່ປາເໝັ້ນຕ້ອງງ່ຽງປະມານ 40 ອົງສາ
ການຟັກໄຂ່.
ເມື່ອສັງເກດເຫັນວ່າປາວາງໄຂ່ແລ້ວກໍ່ທຳການເກັບໄຂ່ຈາກຮັງຂຶ້ນມາຟັກ, ຄວນເກັບໃນຕອນເຊົ້າ 6 ຫາ 7 ໂມງ ຫຼື ຕອນແລງ 5 ຫາ 6 ໂມງ ໄຂ່ຂອງປາເໝັ້ນເປັນໄຂ່ຟູມີນ້ຳມັນຫຼາຍມີຂະໜາດເສັ້ນຜ່າສູນກາງ 2 ຫາ 3 ມິນລີແມັດ ຄວນພະຍາຍາມລ້າງຄາບນ້ຳມັນອອກເສຍກ່ອນດັ່ງນັ້ນ, ການຈະເຮັດໃຫ້ການຟັກໄຂ່ບໍ່ໄດ້ດີ, ຈາກນັ້ນຈິ່ງນຳໄຂ່ປາມາຟັກໃສ່ຊາມມີຂະໜາດເສັ້ນຜ່າສູນກາງ 60 ຊມ ຟັກໄຂ່ໄດ້ປະມານ 1,000 ຫາ 2,000 ໜ່ວຍ. ຊາມຟັກໄຂ່ກໍ່ຄວນຕິດຕັ້ງປໍ້າລົມໃສ່ເພື່ອເພີ່ມອົກຊີແຊນໃນນໍ້າ, ອຸນນະພູມໃນເວລາຟັກໄຂ່ສະເລ່ຍ 25 ຫາ 31 ອົງສາ pH ຂອງນ້ຳ 7 ຫາ 8 ແລະ ອົກຊີແຊນ 5 ຫາ 6 ມິນລີກຼາມຕໍ່ລິດໄຂ່ປາຈະເບາະອອກເປັນໂຕປະມານ 7 ວັນ.
ການອານຸບານ
ໜອງອານຸບານມີຂະໜາດ 800 ຕາແມັດແມ່ນມີການກະກຽມດັ່ງນີ້: ຕາກໜອງໃຫ້ແຫ້ງ 3 ຫາ 5 ວັນ ໃສ່ປູນຂາວ 10 ຫາ 15 ກິໂລ/ຕາແມັດ, ໃສ່ຝຸ່ນຄອກ 20 ຫາ 30 ກິໂລ/100 ຕາແມັດ ຈາກນັ້ນຈິ່ງປ່ອຍນ້ຳເຂົ້າໃນລະດັບ 1 ແມັດ ປະໄວ້ 3 ມື້ ແລ້ວນຳລູກປາເໝັ້ນມາປ່ອຍລົງລ້ຽງໃນອັດຕາຄວາມໜາແໜ້ນ 500 ໂຕຕໍ່ຕາແມັດ.

ລູກປາເໝັ້ນທີ່ມີອາຍຸ 1 ເດືອນ

ອາຫານ ແລະ ການໃຫ້ອາຫານ.
ອາຫນທີ່ໃຊ້ເກືອປາເໝັ້ນນ້ອຍໄດ້ແກ່ປາປົ່ນປະສົມຮຳອ່ອນ 1/1 ເກືອ 30 ກຼາມຕໍ່ປານ້ອຍ 1,000 ໂຕຕໍ່ວັນ. ນອກຈາກໃຫ້ອາຫານແລ້ວໃນໄລຍະ 1 ຫາ 2 ອາທິດທຳອິດແມ່ນເກືອໄຮແດງ ແລະ ຂີ້ກະເດືອນແດງ, ຈາກນັ້ນຍັງໃຫ້ອາຫານເສີມຈຳພວກພືດຜັກ, ຫຍ້າຕ່າງໆໃຫ້ກິນທຸກໆວັນຕະຫຼອດເວລາການອານຸບານ 45 ວັນ, ການອານຸບານຄວນກວດກາການກິນອາຫານຂອງລູກປາ, ຄຸນນະພາບນ້ຳອຸນນະພູມສະເລ່ຍ 29 ຫາ 33 ອົງສາ, pH 6,8 ຫາ 8 ອົກຊີແຊນສະເລ່ຍ 5 – 7 ມິນລີກຼາມຕໍ່ລິດ ອານຸບານລູກປາ 45 ວັນ ລູກປາຈະມີຂະໜາດ 2 – 3 ຊມ, ແລະ ອັດຕາການລອດຕາຍ 60 – 70% ຂອງຈຳນວນລູກປາທັງໝົດ.
ການລ້ຽງເປັນປາລຸ້ນ ຫຼື ປາຮາມ.
ໜອງປາທີ່ເໝາະສົມໃນການຮາມ ຫຼື ລ້ຽງເປັນປາລຸ້ນຄວນມີເນື້ອທີ່ 1 ຫາ 2 ໄລ່ຄວາມເລິກຂອງນ້ຳໃນລະດັບ 1 ຫາ 1,50 ແມັດ, ກ່ອນນຳລູກປາມາປ່ອນຄວນປ່ອຍນ້ຳອອກຈາກໜອງໃຫ້ແຫ້ງປະມານ 5 ຫາ 6 ວັນ ອານາໄໜອງໃຫ້ດີ ໃສ່ປູນຂາວ 20 ຫາ 30 ກິໂລ/ໄລ່, ໃສ່ຝຸ່ນຄອກ ( ຂີ້ງົວ, ຂີ້ຄວາຍ ຫຼື ຂີ້ໝູ ) ປະມານ 20 – 30 ກິໂລ/ 100 ຕາແມັດ ເອົານ້ຳປະໄວ້ 3 – 5 ວັນ ແລ້ວນຳລູກປາມາປ່ອຍ.
ອັດຕາການປ່ອຍລູກປາ: ປາເໝັ້ນ 12 ຫາ 15 ໂຕຕໍ່ຕາແມັດ, ໃຫ້ອາຫານປະເພດອາຫານປາດຸກ ແລະ ເສີມຈຳພວກຮຳ, ຂີ້ເຕົ້າຮູ້, ຖົ່ວຕ່າງໆ, ແໜຫາງເຫີນ, ປັກພືດນ້ຳ ແລະ ຫຍ້າ. ໃນໄລຍະລ້ຽງຕ້ອງໃສ່ຝຸ່ນຄອກທຸກໆ 2 ອາທິດ, ໃສ່ເທື່ອໜື່ງໃນອັດຕາເຄິ່ງໜື່ງຂອງການໃສ່ເທື່ອທຳອິດ. ເມື່ອລ້ຽງໄປໄດ້ 2 ຫາ 3 ເດືອນ ລູກປາຈະມີຂະໜາດຍາວ 10 ຫາ 15 ຊມ, ຈາກນັ້ນຈິ່ງນຳໄປລ້ຽງເປັນປາຊີ້ນ, ປາໃຫຍ່ ຫຼື ປາຕະຫຼາດທີ່ຕ້ອງການ.

  •  ສິ່ງທີ່ຄວນເອົາໃຈໃສ່.

– ໄຮແດງ, ຂີ້ກະເດືອນເປັນອາຫານທີ່ຈຳເປັນໃນເວລາອານຸບານ
– ນຳໃຊ້ອາຫານທີ່ມີຢູ່ໃນທ້ອງຖິ່ນໃຫ້ຫຼາຍຂຶ້ນເພື່ອຫຼຸດຜ່ອນອາຫານສຳເລັດຮູບທີ່ມີລາຄາແພງຈະເປັນການປະຢັດຕົ້ນທຶນ ອາຫານທີ່ມີທາດໂປຼເຕອິນສູງຈະເຮັດໃຫ້ປາໃຫຍ່ໄວກວ່າການລ້ຽງດ້ວຍພືດຢ່າງດຽວ
– ພັນປາທີ່ນຳມາລ້ຽງຄວນເປັນພັນປາທີ່ມີຄຸນນະພາບດີ
– ຮັກສາລະນ້ຳໃນໜອງໃຫ້ພຽງພໍ
– ຖ້າມີປັນຫາໃນການລ້ຽງຄວນປຶກສານັກວິຊາການ ຫຼື ພະນັກງານກະສິກຳທີ່ກ່ຽວຂ້ອງ

ແຫຼ່ງຂໍ້ມູນ: ຂໍ້ແນະນຳການລ້ຽງ ແລະ ການປະສົມພັນປາເໝັ້ນ, ສູນຄົ້ນຄວ້າການປະມົງ

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ບົດແນະນຳ ການລ້ຽງ ແລະ ປະສົມພັນປາແກງ Cirrhirnus molitorelle

1. ວິທີລ້ຽງທອມພໍ່ແມ່ພັນປາແກງ.
ການເລືອກແນວພັນປາເພື່ອມາລ້ຽງ ຄວນຊອກເອົາປາທີ່ໄດ້ທຳການກວດກາເປັນໄລຍະ ເພື່ອເບິ່ງສະພາບຄວາມພ້ອມໃນການທີ່ຈະນຳໄປປະສົມພັນ, ແນວພັນທີ່ຖືກປັບເຂົ້າກັບສະພາບແວດລ້ອມ, ເປັນປາທີ່ໄດ້ລ້ຽງໃນໜອງແລ້ວກໍ່ຍິ່ງເປັນການດີ, ໂອກາດການປັບຕົວຂອງມັນເຂົ້າກັບສະພາບເຊັ່ນ: ການຫາກິນໃນ ໜອງ….ປາທີ່ຈະສາມາດຂະຫຍາຍພັນໄດ້ເມື່ອປາມີອາຍຸເຖີງ 3 ປີ, ການໃຫ້ອາຫານທີ່ມີທາດໂປຼຕິນ 30% ປະມານ 1-2% ຂອງນ້ຳໜັກປາຕໍ່ວັນ ແລະ ໃຫ້ອາຫານເສີມເຊັ່ນ: ຜັກ, ຫຍ້າຕ່າງໆ ຢ່າງສະໝ່ຳສະເໝີ, ການຖ່າຍນ້ຳ 1-2 ຄັ້ງຕໍ່ເດືອນ.

ລັກສະນະຂອງປາແກງ
2. ການໃຫ້ອາຫານ.
ນອກຈາກອາຫານທຳມະຊາດທີ່ເກີດຈາກການໃສ່ຝຸ່ນຄອກ, ຝຸ່ນຂຽວ ຫຼື ຝຸ່ນວິທະຍາສາດຄວນໃຫ້ອາຫານເສີມເໝືອນກັບການລ້ຽງປາປາທົ່ວໄປ. ປາແກງສາມາດຂະຫຍາຍພັນໄດ້ເມື່ອອາຍຸ 3 ປີຂຶ້ນໄປມີໄຂ່ດົກຈະຢູ່ໃນລະຫວ່າງອາຍຸ 3 – 4 ປີ ແລະ ສະເລ່ຍນ້ຳໜັກແຕ່ 0,3 – 0,4 ກິໂລກຼາມ/ໂຕ ຄວາມດົກຂອງໄຂ່ແມ່ນປະມານ 100,000 – 150,000 ໜ່ວຍຕໍ່ 1 ກິໂລກຼາມ.

ລັກສະນະຂອງໜອງລ້ຽງປາແກງ
ການທອມຄວນເລີ່ມແຕ່ເດືອນ 1 ຫາເດືອນ 4 ສາກົນ, ຊ່ວງເວລາການທອມແມ່ນຕ້ອງໃຫ້ອາຫານເສີມເຊິ່ງເປັນອາຫານສຳເລັດຮູບສະເພາເກືອປາ ແລະ ມີທາດຊີ້ນໃນລະດັບ 30% ປະລິມານການເກືອນອາຫານແມ່ນຄິດໄລ່ 2% ຂອງນ້ຳໜັກປາ, ໃນການລ້ຽງປາພໍ່ແມ່ພັນປະມານ 100 ກິໂລກຼາມ ໃຫ້ໜັງຄວາຍ 2 ກິໂລກຼາມຕໍ່ອາທິດການໃຫ້ອາຫານເສີມເຊັ່ນ: ປວກ, ຂີ້ກະເດືອນ, ເສດຜັກ, ຫຍ້າ ແລະ ອື່ນໆ ທີ່ພໍຊອກຫາໄດ້ງ່າຍໃນທ້ອງຖິ່ນ.
3. ການປະສົມພັນທຽມ.
ລັກສະນະຮູບຮ່າງພາຍນອກຂອງປາແກງເພດຜູ້ ແລະ ປາແກງເພດແມ່ຄ້າຍຄືກັນຫຼາຍແຕ່ເຖີງລະດູການປະສົມພັນສາມາດສັງເກດໄດ້ດັ່ງນີ້: ປາແມ່ທ້ອງສວດເບັງອອກພື້ນທ້ອງອ່ອນນຸ່ມ, ຮູອະໄວຍະວະເພດກວ້າງອອກກວ່າປົກກະຕິ ແລະ ເປັນສີບົວ, ຖ້າເອົາມືລູບເບິ່ງແກ້ມຈະຮູ້ສຶກໝື່ນໆ, ສ່ວນປາໂຕຜູ້ພື້ນທ້ອງແຂງ, ແປ ຖ້າເອົາມືຮີດເບົາໆຈະເຫັນນ້ຳເຊື້ອສີຂາວຂຸ້ນໄຫຼອອກມາ. ຄີຫູ ແລະ ແກ້ມມີລັກສະນະຊາໆ.
ການປະສົມພັນປາແກງແມ່ນເຮັດແບບເຄິ່ງທຽມເຄິ່ງທຳມະຊາດ, ໃຊ້ຢາກະຕຸ້ນຊ່ວຍ ແລະ ປ່ອຍປະສົມພັນແບບທຳມະຊາດໂດຍໃຊ້ອ່າງນ້ຳໝູນວຽນ, ປະລິມານສານກະຕຸ້ນໃນການປະສົມພັນສັກຢາຮໍໂມນ ຊູປຣີເຟັກສຳລັບປາແມ່ແມ່ນສັກຄັ້ງທີໜື່ງ 0,2 ຊີຊຕໍ່ນ້ຳໜັກປາແມ່ 1 ກິໂລກຼາມ, ຄັ້ງທີສອງແມ່ນ 0,1 ຊີຊີ ປະສົມກັບໂມຕີລຽມເຄິ່ງເມັດ, ສ່ວນການນຳໃຊ້ຕ່ອມໃຕ້ສະໝອງຄັ້ງທີໜື່ງແມ່ນ 0,7 ໂດສ ແລະ ຄັ້ງທີສອງແມ່ນ 1,8 ໂດສ ປະສົມກັບ HCG 20 ຫົວໜ່ວຍສາກົນ ( IU ).

ວິທີສັກຢາຮໍໂມນໃຫ້ປາ
4. ການຟັກໄຂ່.
ໄຂ່ປາແກງເປັນໄຂ່ເຄິ່ງຈົມເຄິ່ງລອຍມີຂະໜາດເສັ້ນຜ່າກາງໜ່ວຍໄຂ່ 0,4 ຊັງຕີແມັດ, ເສັ້ນຜ່າສູນກາງໄຂ່ 0,08 – 0,1 ຊັງຕີແມັດ 1 ຊີຊໄຂ່ມີ 40 – 50 ໜ່ວຍເວລາຟັກໄຂ່ແຕກອອກປະມານ 16 – 17 ຊົ່ວໂມງ ຂຶ້ນກັບອຸນນະພູມຂອງນ້ຳ ປົກກະຕິໄຂ່ຕິດນ້ຳເຊື້ອຈະຢູ່ໃນລະດັບ 88 – 92% ການຟັກໄຂ່ແຕກໃນໄລຍະຜ່ານມາການຟັກໄຂ່ນໍ້າໝູນວຽນ 70 – 90% ປະລິມານໄຂ່ໃນອ່າງໝູນວຽນບໍລິມາດນ້ຳ 180 – 200 ລິດ ແມ່ນມີ 500,000 – 600,000 ໜ່ວຍ ດ້ວຍການປ່ຽນຖ່າຍນ້ຳຕະຫຼອດເວລາ ແລະ ການເພີ່ມອົກຊີແຊນທີ່ລະລາຍໃນນ້ຳດ້ວຍເຄື່ອງປ້ຳອາກາດການລອດຕາຍຂອງລູກປາໃນອ່າງຟັກໄຂ່ທີ່ມີອາຍຸ 5 – 7 ວັນຈະຢູ່ໃນລະດັບ 50 – 60%
5. ການອະນຸບານລູກປານ້ອຍແຕກໃໝ່.
ການອະນຸບານໃນອ່າງຟັກລະບົບນ້ຳໝຸນວຽນ, ພາຍຫຼັງລູກປາມີອາຍຸໄດ້ 2 ວັນ ຕ້ອງໃຫ້ອາຫານລູກປາເກີດໃໝ່ດ້ວຍອາຫານເຊັ່ນ: ໄຂ່ແດງຕົ້ມສຸກໃຫ້ປະລິມານເຄິ່ງໜ່ວຍຕໍ່ຄາບຕໍ່ອ່າງຕໍ່ວັນ ຈະຕ້ອງເກືອປະມານ 6 – 10 ເທື່ອຕໍ່ຄາບ.

ລັກສະນະການຟັກໄຂ່
6. ການອະນຸບານລູກປາໃນໜອງ.
ຂັ້ນຕອນການກະກຽມຕ່າງໆແມ່ນຄືກັບປາທົ່ວໆໄປເຊັ່ນ: ອານາໄມຖາງຫຍ້າ, ເອົາຕົມອອກຈາກພື້ນໜອງ ຖ້າຈຳເປັນຫວ່ານປູນຂາວຂ້າເຊື້ອ, ຂ້າສັດຕູປາ ແລະ ປັບປຸງດິນໃສ່ໃນອັດຕາ 0,02 – 0,03 ໂຕຕໍ່ຕາແມັດ. ຕາກໜອງຢ່າງນ້ອຍ 2 ວັນໃສ່ຝຸ່ນຄອກໃນອັດຕາ 0,5 – 1 ກິໂລກຼາມຕໍ່ຕາແມັດ ( ຂີ້ງົວ, ຂີ້ຄວາຍ ), ຂີ້ໄກ່ພັນ 0,1 – 0,2 ກິໂລກຼາມຕໍ່ຕາແມັດ. ເອົານ້ຳເຂົ້າໂດຍຜ່ານການກັ່ນຕອງນ້ຳ, ປະຕູນ້ຳເຂົ້າອອກກໍ່ຕ້ອງໃສ່ແຫຍ່ງ ຫຼື ຕາໜ່າງຖີ່ກັນລູກປານ້ອຍໄຫຼອອກ. ເປັ່ງນ້ຳໃຫ້ເຕັມໜອງຕາມລະດັບມາດຕະ ຖານກ່ອນປ່ອຍລູກປາ, ອັດຕາການອະນຸບານລູກປານ້ອຍແມ່ນ 300 – 500 ໂຕຕໍ່ຕາແມັດ.
7. ການລ້ຽງປາຮາມໃນໜອງ.
ລູກປາອາຍຸ 1 – 3 ເດືອນໃຫ້ອາຫານຕາມປົກກະຕິໃນອັດຕາ 8 – 10% ຂອງນ້ຳໜັກປາທັງໝົດ. ຄວນໃຊ້ອາຫານທີ່ມີທາດຊີ້ນສູງກວ່າ 20% ອັດຕາການປ່ອຍລົງແມ່ນ 15 – 20 ໂຕຕໍ່ຕາແມັດ, ອັດຕາການລອດຕາຍຢູ່ໃນລະດັບ 80 – 90%.
8. ການລ້ຽງປາໃຫຍ່.
ຕາມວິທີການທົ່ວໆໄປໃຫ້ອາຫານໃນອັດຕາ 3 – 5% ຂອງນ້ຳໜັກປາ, ອາຫານຕ້ອງມີທາດຊີ້ນບໍ່ຫຼຸດ 20% ອັດຕາການປ່ອຍແມ່ນ 0,5 – 1 ໂຕຕໍ່ຕາແມັດ. ການລ້ຽງປາແກງຈະໃຊ້ເວລາ 2 – 3 ປີ ຈິ່ງຈະໄດ້ຂະໜາດທີ່ຕະຫຼາດຕ້ອງການ 0,5 – 1 ກິໂລກຼາມ.

  •  ສິ່ງທີ່ຄວນເອົາໃຈໃສ່.

– ຄວນເອົາໃຈໃສ່ການຮົ່ວຊືມ ແລະ ຄຸນນະພາບນ້ຳ
– ຕິດຕາມກວດກາເບິ່ງການລ້ຽງ ແລະ ຄວາມຈະເລີນເຕີບໂຕຂອງປາ.
– ແນວພັນປາທີ່ນຳມາລ້ຽງຄວນເປັນແນວພັນປາທີ່ມີຄຸນນະພາບດີ.
– ຖ້າມີບັນຫາໃນການລ້ຽງຄວນປຶກສາກັບນັກວິຊາການ ຫຼື ພະນັກງານວິຊາການກະສິກຳທີ່ກ່ຽວຂ້ອງ.

ແຫຼ່ງຂໍ້ມູນ: ບົດແນະນຳ ການລ້ຽງ ແລະ ການປະສົມພັນປາແກງ, ສູນຄົ້ນຄວ້າການປະມົງ

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ບົດແນະນຳການລ້ຽງ ແລະ ການຂະຫຍາຍພັນປາພອນ

Cirrhinus microlepis


1. ລັກສະນະພິເສດຂອງປາພອນ.
ເປັນປາທີ່ມີລັກສະນະຄ້າຍຄືປາສ້ອຍແຕ່ມີຂະໜາດໃຫຍ່ກວ່າ, ມີລຳໂຕຍາວກົມ, ຫົວຄ່ອນຂ້າງກວ້າງ ແລະ ສັ້ນ, ບໍ່ມີໜວດ, ເກັດມີສີຂາວປົນສີທອງ, ສີຟ້າອົມຂຽວເລັກນ້ອຍ, ຄີປາພອນມີສີບົວອອກແດງ. ປາຊະນິດນີ້ມັກກິນຈຳພວກໄຮນ້ຳສັດ, ພືດໃນນ້ຳ, ເທົາ, ໄຄນ້ຳເປັນຫຼັກ. ນອກຈາກນັ້ນຍັງກິນຈຳພວກແມງໄມ້ຊະນິດຕ່າງໆ, ປາພອນບໍ່ມີຄວາມທົນທານຕໍ່ອາກາດໜາວເຢັນ.

2. ການລ້ຽງທອມປາພໍ່ແມ່ພັນ
ການກະກຽມໜອງ: ອານາໄມໜອງໂດຍການປ່ອຍນ້ຳອອກ, ຂ້າເຊື້ອດ້ວຍປູນຂາວໃນອັດຕາ 500 ກຼາມ/ໄລ່, ໜອງທີ່ສາມາດລ້ຽງໄດ້ຄວນມີຂະໜາດ 750 – 800 ຕາແມັດ, ໃສຝຸ່ນວິທະຍາສາດ ( ປຸ໋ຍ ) ຫຼື ຝຸ່ນຄອກເພື່ອຊ່ວຍສ້າງເປັນອາຫານເສີມເໝືອນກັນກັບການລ້ຽງປາທົ່ວໄປ.

ປາພໍ່ແມ່ພັນທີ່ນຳມາລ້ຽງທອມຄວນມີອາຍຸ 3 ປີຂຶ້ນໄປຈິ່ງສາມາດນຳມາປະສົມພັນທຽມໄດ້, ອາຫານທີ່ເກືອແມ່ນອາຫານປາດຸກທີ່ມີໂປຣເຕອິນປະມານ 30% ໃຫ້ໃນອັດຕາ 2% ຂອງນ້ຳໜັກປາຕໍ່ວັນ, ໃຫ້ອາຫານເສີມດ້ວຍໜັງຄວາຍແຫ້ງ, ຫຍ້າອ່ອນ, ເທົາ, ເຂົ້າງອກ, ຖົ່ວງອກ ແລະ ວິຕາມິນຈຳພວກ A, E, C, ເພື່ອໃຫ້ການສ້າງຮວຍໄຂ່ ແລະ ຕ່ອມນ້ຳເຊື້ອພ້ອມດຽວກັນນັ້ນໃຫ້ມີການປ່ຽນນ້ຳເຂົ້າອອກຢ່າງສະໝ່ຳສະເໝີເພື່ອກະຕຸ້ນໃຫ້ປາມີສຸຂະພາບແຂງແຮງ ແລະ ພ້ອມທີ່ຈະກາຍເປັນປາພໍ່ແມ່ພັນທີ່ດີ ແລະ ມີຄຸນນະພາບ.

3. ການປະສົມພັນ ແລະ ການຟັກໄຂ່ປາ

ໃນການປະສົມພັນທຽມຄັ້ງທຳອິດແມ່ນນຳໃຊ້ຢາຊຸບປຣີເຟັກ, ສັກຄັ້ງທຳອິດ 0,5 ຊີຊີ/ປາແມ່ 1 ກິໂລ ແລະ ຄັ້ງທີສອງ 0,3 ຊີຊີ/ປາແມ່ 1 ກິໂລ. ສຳລັບປາຜູ້ສັກຄັ້ງດຽວ 0,2 ຊີຊີ/ປາຜູ້ 1 ກິໂລ. ໃນເວລາສັກຄັ້ງທີສອງໃຫ້ປາແມ່ແລ້ວປ່ອຍໃຫ້ປາຜູ້ ແລະ ປາແມ່ປະສົມພັນກັນເອງໃນອັດຕາສ່ວນ 1/3. ການໃຊ້ຕ່ອມໃຕ້ສະໝອງຄັ້ງທີ 1 ແມ່ນ 0,5 ໂດສ, ຄັ້ງທີ 2 ແມ່ນ 1,5 ໂດສ/ປາແມ່ 1 ກິໂລກໍ່ໄດ້ຜົນເຊັ່ນດຽວກັນ ສ່ວນປາຜູ້ສັກ 0,2 ຊີຊີ/ປາແມ່ 1 ກິໂລ ສຳລັບປາຜູ້ແມ່ນສັກຈຳນວນເຄິ່ງໜື່ງທີ່ໃຊ້ກັບປາແມ່, ປາຈຳນວນໜື່ງຈະວາງໄຂ່ເອງ ແລະ ຈຳນວນໜື່ງແມ່ນເອົາຂື້ນມາຮີດໄຂ່ປະສົມກັບນ້ຳເຊື້ອໃນອັດຕາສ່ວນປາຜູ້ ແລະ ປາແມ່ 1 ຕໍ່ 2 ໂຕເຫັນວ່າໄດ້ຮັບຜົນສຳເລັດດີສົມຄວນ.
ປາພອນຂະໜາດ 1 ກິໂລກຼາມສາມາດໃຫ້ໄຂ່ໄດ້ໂດຍສະເລ່ຍປະມານ 100,000 ໜ່ວຍ ໄຂ່ປາພອນເປັນໄຂ່ປະເພດເຄິ່ງຈົມເຄິ່ງລອຍຂະໜາດຂອງໄຂ່ມີເສັ້ນຜ່າກາງ 2 ມິນລີແມັດ. ຊຶ່ງໄຂ່ປາຈະແຕກເປັນໂຕໂດຍໃຊ້ເວລາປະມານ 12 – 17 ຊົ່ວໂມງໃນອຸນນະພູມນ້ຳປະມານ 25-26 ອົງສາເຊ. ປາພອນທີ່ທຳການຟັກໄຂ່ໃສ່ລະບົບນ້ຳໝູນວຽນແມ່ນມີອັດຕາການແຕກອອກສູງ.


4. ການອະນຸບານ ແລະ ລ້ຽງເປັນປາຊີ້ນ
ກະກຽມໜອງໂດຍຫວ່ານປູນຂາວ 200 ກິໂລກຼາມຕໍ່ເຮັກຕາ ແລະ ໃສ່ຝຸ່ນຄອກ ( ຂີ້ໄກ່ ) ປະມານ 500 ກິໂລກຼາມຕໍ່ເຮັກຕາ. ການອະນຖບານລູກປາພອນໂດຍປ່ອຍລ້ຽງໃນອັດຕາປ່ອຍ 200 ກິໂລຕໍ່ຕາແມັດໃນໄລຍະ 1 ເດືອນ ນຳໃຊ້ອາຫານທີ່ມີໂປຣເຕອິນປະມານ 30% ພາຍຫຼັງຈາກລ້ຽງໄດ້ 45 ວັນແລ້ວລູກປາຈະມີນໍ້າໜັກ 0,7 ກຼາມ ແລະ ຍາວເຖີງ 3,5 ຊັງຕີແມັດ, ຈາກນັ້ນຈິ່ງລ້ຽງເປັນປາຮາມໃຊ້ເວລາລ້ຽງ 3 ເດືອນ ປາຈະມີນ້ຳໜັກ 15-20 ກຼາມ. ໄລຍະປີທຳອິດປາພອນຈະມີການຈະເລີນເຕີບໂຕຊ້າກວ່າປີຕໍ່ໄປນ້ຳໜັກສະເລ່ຍມີພຽງ 200 – 300 ກຼາມຖ້າລ້ຽງໃນເງື່ອນໄຂດີມີອາຫານພຽງພໍໄລຍະ 1 ປີປາຈະມີນ້ຳໜັກ 1 ກິໂລຂື້ນໄປອີກ. ຢູ່ແຂວງຈຳປາສັກປາພອນໄດ້ນຳມາລ້ຽງແບບປະສົມປະສານຂອງຊາວກະສິກອນຮ່ວມກັບສັດ ( ໝູ, ເປັດ ແລະ ໄກ່ ) ແມ່ນມີການຈະເລີນເຕີບໂຕໄດ້ດີ ( ອາຍຸ 1 ປີໄດ້ 500 – 600 ກຼາມ ).


ອາຫານພຽງພໍປາມີອາຍຸໄດ້ 1 ປີຈະມີນ້ຳໜັກເຖີງ 1 ກິໂລກຼາມຂື້ນໄປ

• ສິ່ງທີ່ຄວນເອົາໃຈໃສ່
– ຕິດຕາມກວດກາເບິ່ງຄຸນນະພາບຂອງນ້ຳ, ຮັກສາລະດັບນ້ຳໃນໜອງ, ໃຫ້ອາຫານພຽງພໍ
– ບໍ່ຄວນລ້ຽງໃນໜອງອານຸບານເກີນ 2 ເດືອນ
– ໃນລະດູໜາວບໍ່ຄວນລ້ຽງໃນໜອງນ້ອຍ ແລະ ຕື້ນ.
– ນຳໃຊ້ອາຫານທີ່ມີຢູ່ໃນທ້ອງຖິ່ນໃຫ້ຫຼາຍຂຶ້ນເພື່ອຫຼຸດຜ່ອນອາຫານສຳເລັດຮູບທີ່ມີລາຄາແພງ ຈະເປັນການປະຢັດຕົ້ນທຶນຕ່ຳ.
– ພັນທີ່ນຳມາລ້ຽງຄວນເປັນພັນຄຸນນະພາບດີ.
– ຖ້າມີປັນຫາໃນການລ້ຽງຄວນປຶກສານັກວິຊາການ ແລະ ພະນັກງານວິຊາການກະສິກຳທີ່ກ່ຽວຂ້ອງ

ແຫຼ່ງຂໍ້ມູນ: ບົດແນະນຳການລ້ຽງ ແລະ ຂະຫຍາຍພັນປາພອນ, ສູນຄົ້ນຄວ້າການປະມົງ

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ວິທີການປູກເຫັດຕີນແຮດ


1. ລັກສະນະເຫັດຕີນແຮດ.
ເຫັດຕີນແຮດເປັນເຫັດຂະໜາດໃຫຍ່ ສາມາດຈະເລີນເຕີບໂຕໄດ້ດີ ໃນສະພາບພູມອາກາດທົ່ວໄປຂອງປິເທດ. ສາມາດນມາຮັບປະທານເປັນອາຫານໄດ້.
2. ການເຮັດຫົວເຊື້ອເຫັດຕີນແຮດ.
ແມ່ນຄ້າຍຄືກັນກັບການເຮັດຫົວເຊື້ອເຫັດທົ່ວໄປ ເຊິ່ງໃນຂັ້ນຕອນມີດັ່ງນີ້:

  • ການລ້ຽງເຊື້ອເຫັດໃນອາຫານວຸ້ນ.

ເຫັດຕີນແຮດຈັດເປັນເຫັດ ທີ່ສາມາດແຍກເນື້ອເຍື່ອຈາກດອກເຫັດນຳມາລ້ຽງໃນອາຫານວຸ້ນ ( P D A ) ໄດ້ດີຊະນິດໜື່ງ, ໂດຍເຮັດການຄັດເລືອກດອກເຫັດທີ່ມີຂະໜາດໃຫຍ່, ນ້ຳໜັກດີ, ບໍ່ມີເຊື້ອພະຍາດລົບກວນ. ແລ້ວນຳມາລ້ຽງໃນອາຫານວຸ້ນໄດ້ 7 – 10 ວັນ ເສັ້ນໄຍເຫັດຕີນແຮດກໍ່ຈະເລີນເຕີບໂຕແຜ່ຂະຫຍາຍເຕັມໜ້າອາຫານວຸ້ນ.

ນຳເຊື້ອເຫັດວາງໃສ່ອາຫານວຸ້ນ

  •  ການເຮັດກ້ອນເຊື້ອເຫັດຕີນແຮດ.

ຈະມີລັກສະນະຄ້າຍຄືການເຮັດເຫັດນາງຣົມນາງຟ້າໂດຍການປະສົມວັດສະດຸທີ່ໃຊ້ປູກເຊັ່ນ: ຂີ້ເລື່ອຍຈາກນັ້ນຈິ່ງຫົດນ້ຳ ແລະ ປັບຄວາມຊຸ່ມໃຫ້ເໝາະສົມ, ຈາກນນັ້ນຈິ່ງນຳວັດສະດຸມາບັນຈຸລົງຖົງຢາງກັນຮ້ອນ 6 x 12 ນີ້ວ, ຖົງລະ 8 ຂີດ ຫາ 1 ກິໂລແລ້ວເອົາປາກຄໍຢາງມາສຸບໃສ່ປາກຄໍຖົງຢາງ, ອັດດ້ວຍຝ້າຍ, ຫຸ້ມດ້ວຍເຈ້ຍ, ຮັດດ້ວຍຢາງບ້ວງ, ແລ້ວນຳຖົງທີ່ບັນຈຸຂີ້ເລື່ອຍໄປໜື້ງຂ້າເຊື້ອປະມານ 3 – 4 ຊົ່ວໂມງນັບຈາກນ້ຳຟົດ, ເມື່ອຖົງຂີ້ເລື່ອຍເຢັນແລ້ວຈິ່ງທຳການເຂ່ຍເຊື້ອ. ຈາກນັ້ນບົ່ມຖົງກ້ອນເຊື້ອເຫັດຕີນແຮດປະມານ 40 – 60 ວັນ ອຸນນະພູມໃນການບົ່ມ 28 ອົງສາເຊ ຫາ 38 ອົງສາເຊ

ຖົງກ້ອນເຊື້ອເຫັດ

  • ສູດປະສົມຂີ້ເລື່ອຍ.

– ຂີ້ເລື່ອຍໄມ້ເນື້ອ່ອນ 100 ກິໂລ
– ຮຳອ່ອນ 10 ກິໂລ
– ຢິບຊຳ 1 – 2 ກິໂລ
– ດີເກືອ 2 ຂີດ
– ປູນຂາວ 1 ກິໂລ
– ຄວາມຊຸ່ມ 80 – 65%

  • ການກຽມວັດສະດຸປູກ.

– ດິນປົ່ນທີ່ຂຸດເລິກຈາກຜີວດິນ 25 ຊມ ( ໃນກໍລະນີບໍ່ມີການປູກຜັກເທີງໜ້າດິນ )
– ກ້ອນເຊື້ອເຫັດຕີນແຮດທີ່ມີເສັ້ນໄຍເດີນເຕັມຖົງກ້ອນເຊື້ອ ( ພື້ນທີ່ 1 ແມັດໃຊ້ກ້ອນເຊື້ອ 100 ຖົງ ).
– ໜານປູກຄວນບໍ່ໃຫ້ນ້ຳຂັງ
– ຝຸ່ນຄອກ ຫຼື ຝຸ່ນບົ່ມເກົ່າ
– ຂຸດດິນໃຫ້ເລິກ 20 – 25 ຊມ, ຂະໜາດຂອງໜານ 1 x 4 ແມັດ ຫຼື ຍາວກວ່ານັ້ນຕາມແຕ່ຄວາມຕ້ອງການ
– ເມື່ອກຽມໜານສຳເລັດແລ້ວໃຫ້ນຳຖົງກ້ອນເຊື້ອຈີກຖົງຢາງອອກໃຫ້ຍັງເຫຼືອແຕ່ກ້ອນເຊື້ອ. ແລ້ວນຳລົງດິນໃຫ້ຕິດກັນຈົນເຕັມໜານປູກເພື່ອໃຫ້ເສັ້ນໄຍຂອງແຕ່ລະກ້ອນປະສານກັນຢ່າງໄວເພື່ອໃຫ້ເປັນເນື້ອດຽວກັນ. ຈາກນັ້ນນຳດິນປົ່ນທີ່ກຽມໄວ້ມາປົກເທີງກ້ອນເຊື້ອ, ແລ້ວນຳເອົາແກ່ນຜັກມາປູກໃສ່ເທີງໜານເຫັດອາຍຸປະມານ 1 – 2 ເດືອນ ນຳເຟືອງມາປົກແກ່ນຜັກແລ້ວຫົດນ້ຳໃຫ້ຊຸ່ມ. ຄວນຮັກສາຄວາມຊຸ່ມຢ່າໃຫ້ແຫ້ງ ຜັກທີ່ປູກຄວນເກັບໄວ້ໃນໄລຍະ 40 – 60 ວັນ ເຊິ່ງລະຫວ່າງນັ້ນເຊື້ອເຫັດຈະເລີ່ມອອກດອກ, ເມື່ອເກັບຜັກລຸ້ນທຳອິດແລ້ວກໍ່ຄວນເຮັດຮົ່ມໃນໜານໂດຍໃຊ້ຕາໜ່າງເກັບແສງ 60 – 80 % ເຊິ່ງໃຫ້ສູງ 2,50 ແມັດ ຫຼື ຈະໃຊ້ກ້ານໝາກພ້າວກໍ່ໄດ້. ສະນັ້ນຖ້າຫາກວ່າເກັບຜັກໄປແລ້ວຄວນປູກຜັກຊີ ຫຼື ຜັກກະລ່ຳໃບໃນໜານທີ່ຢູ່ຮົ່ມນັ້ນຄວນນຳດິນປະສົມປຸ໋ຍອິນຊີໂຮຍກ່ອນປູກຜັກແລ້ວນຳເຟືອງມາຄຸມອີກເທື່ອໜື່ງ. ໃນລະ ຫວ່າງທີ່ຜັກເກີດຂຶ້ນ ເຫັດຕີນແຮດກໍ່ຈະເກີດຂຶ້ນ ແລະ ສາມາດເກັບດອກເຫັດໄດ້. ເຫັດຕີນແຮດຈະໃຊ້ເວລາປະມານ 30 – 45 ວັນໃນການເກີດດອກ.ແຕ່ຖ້າອຸນນະພູມຕ່ຳໃນລະດູໜາວກໍ່ຈະອອກດອກຊ້າປະມານ 45 – 60 ວັນ. ຫຼັງຈາກເກີດດອກຈະໃຊ້ເວລາ 7 – 10 ວັນ ກໍ່ຈະເກັບຜົນຜະລິດໄດ້. ຂະໜາດນ້ຳໜັກຂອງເຫັດຂຶ້ນຢູ່ກັບຈຳນວນຖົງທີ່ໃຊ້ປູກ 1 ຖົງໃຫ້ຜົນຜະລິດປະມານ 1 – 2 ກິໂລຕໍ່ປີ, ບາງກຸ່ມໜັກເຖີງ 10 ກິໂລ.

  •  ການເບິ່ງແຍງຮັກສາເຫັດຕີນແຮດ.

ລະຫວ່າງຜັກຊຸດສອງເຕີບໂຕໃຫ້ຫົດນ້ຳຕາມປົກກະຕິ, ຮັກສາຄວາມຊຸ່ມຢ່າໃຫ້ແຫ້ງ, ສາມາດເກັບຜັກ ແລະ ເຫັດຄຽງຄູ່ກັນໄປດ້ວຍໂດຍການຫົດນ້ຳຄັ້ງດຽວໄດ້ປະໂຫຍດທັງຜັກ ແລະ ເຫັດ.

ແຫຼ່ງຂໍ້ມູນ: ກອງສົ່ງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກສົ່ງເສີມ ແລະ ຄຸ້ມຄອງໂຄງການ, ໜ່ວຍງານສົ່ງເສີມວິຊາຊີບ. ໂທລະສັບ: 021 740252.

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການປູກຂິງ


ລັກສະນະຂິງ: ເປັນພືດລົ້ມລຸກອາຍູຫຼາຍປີ ມີເຫງົ້າໃຕ້ດິນເປືອກນອກມີສີນ້ຳຕານແກມເຫຼືອງ ເນື່ອໃນສີຂາວນວນ ຕົ້ນ ໃບ ແລະ ຊໍ່ດອກຄືຄ່າ ໃບລຽວແຄບ ປາຍໃບແຫຼມ ຊໍ່ດອກເປັນຕຸ້ມມົນຄືເກັດປາມີດອກສີເຫຼືອງແຊກຕາມເກັດນັ້ນໆ.
ສະພາບແວດລ້ອມທີ່ເໝາະສົມຕໍ່ການປູກຂິງ: ຂິງເປັນພືດລົງຫົວພວກດຽວກັບຂີ້ມິ້ນ ຄ່າ ເປັນພືດພື້ນເມືອງຂອງເອເຊຍ ມັກອາການຮ້ອນຊຸ່ມ ຕ້ອງການດິນໂປ່ງ ແລະ ອຸດົມສົມບູນເຊັ່ນ ດິນປົນຊາຍ ມີຄວາມຊຸ່ມສູງລະບາຍນ້ຳດີ ບໍ່ມັກດິນ
ໜຽວພື້ນທີ່ທີ່ມີນ້ຳຂັງ ຖ້າໃຊ້ຂິງອ່ອນຄວນປູກໃນດິນຊາຍຫຍາບໄດ້ແດດພໍປະມານ ຈະບໍ່ແກ່ໄວຖ້າຖືກແດດຈັດຈະອອກດອກ ແລະ ແກ່ໄວເກີນໄປ.
ການປູກ ແລະ ເບີ່ງແຍງຮັກສາຂິງ: ການປູກຂິງ ໃຊ້ເຫງົ້າຂິງ ຫຼືຫົວພັນຂິງແກ່ອາຍຸ 10-12 ເດືອນເອົາມາພື່ງລົມໃຫ້ແຫ້ງ ແລ້ວເອັາມາຫັນເປັນທ່ອນໆ ຍາວທ່ອນລະ 5 ຊັງຕີແມັດ ມີຕາຕິດຢູ່ 2-3 ຕາ ເຮັດການປູກຕົ້ນລະດູຝົນ ຫຼືກ່ອນລະດູເລັກນ້ອຍ ໃນຊ້ວງເດືອນມີນາ-ພຶດສະພາ ກຽມດີນໂດຍການພວນດິນໃສ່ປຸ໋ຍຊີວະພາບເຊັ່ນ ຝຸ່ນຄອກ ກາກຖົ່ວ ເພື່ອໃຫ້ດິນໂປ່ງ ຝຸ່ນຄອກທີ່ໃຊ້ຕ້ອງສະອາດບໍ່ນິຍົມໃຊ້ຂີ້ເປັດ ຂີ້ໄກ່ ເພາະຈະເຮັດໃຫ້ຂິງເປັນຈຸດດຳ ສ່ວນປຸ໋ຍເຄມີຈະເຮັດໃຫ້ເກີດະຍາດເນົ່າ ບໍ່ຄວນໃຊ້ເດັດຂາດ.


ໄລຍະປູກລະຫວ່າງແຖວລະຫວ່າງຕົ້ນ 30×30 ຊມ. ຂຸດຂຸມປູກເລິກ 5-7 ຊມ. ເອົາຫົວພັນມາປູກໃນຂຸມຕັ້ງດ້ານທີ່ຈະແຕກໜໍ່ຂື້ນຖົມດິນໜາ 2-5 ຊມ. ໃຊ້ເຟືອງເຂົ້າ ຫຼືຫຍ້າແຫ້ງປົກໜານທັງໃນຮອງ ແລະ ສັນຮອງ ເພື່ອຮັກສາຄວາມຊຸ່ມ ເມື່ອຂິງອາຍຸໄດ້ 2 ເດືອນໃສ່ຝຸ່ນຄອກ ແລະ ຖົມດິນບ່ອນກົກຕົ້ນຫຼັງຈາກນັ້ນອີກ 1 ເດືອນ ກໍ່ຖົມກົກຕົ້ນອີດເທື່ອໜື່ງເພື່ອເປັນການກະຕຸ້ນໃຫ້ຂິງແຕກໜໍ່ ແລະ ຊ່ວຍໃຫ້ແງ່ງຂິງແຂງແຮງ.
ຂິງມີພະຍາດເນົ່າ ພະຍາດໃຍຈຸດທີ່ເກີດຈາກເຊື້ອລາ ມີສັດຕູພວກໜອນກະທູ້ ເພ້ຍໄຟ ຂີ້ກະເດືອນຟອຍ ວິທີຫຼັກໆໃນການປ້ອງກັນພະຍາດແມງຄື:ໝັ່ນເບີ່ງແຍງຢ່າໃຫ້ນ້ຳຖ່ວມຂັງຢ່າປູກຂິງຕິດກັນເກີນໄປ ແລະຍ້າຍບ່ອນປູກໃໝ່ທຸກໆປີ.
ການເກັບກ່ຽວຂິງ: ຂິງອ່ອນຈະເກັນໄດ້ເມື່ອອາຍຸປະມານ 5-6 ເດືອນ ຫຼືໃນປະມານເດືອນ ກໍລະກົດ-ສີງຫາ ໝັກຈະເກັບຫຼັງຝົນຕົກເພາະດິນນຸ້ມ ຖ້າຝົນບໍ່ຕົກຕ້ອງຫົດນ້ຳກ່ອນ ການເກັບໃຊ້ມື້ຖອນຂື້ນມາທັງກໍ ບໍ່ນິຍົມໃຊ້ເຄື່ອງມື້ເພາະຈະເຮັດໃຫ້ຂິງຫັກ ຂິງແກ່ຈະເກັບກ່ຽວເມື່ອອາຍຸ 11-12 ເດືອນ ໃຫ້ສັງເກດເບີ່ງໃບ ແລະ ລໍາຕົ້ນມີສີເຫຼືອງ ແລະ ແຫ້ງລົງ ເຊີ່ງຈະຕົກຢູ່ປະມານເດືອນ ມັງກອນ-ກຸມພາ ດີນໃນຊ້ວງນີ້ຂ້ອນຂ້າງແຫ້ງ ຄວນຫົດນ້ຳໃຫ້ດິນຊຸ່ມ ກ່ອນໃຊ້ຈົກ ຫຼືສຽມຂຸດດິນອ້ອມໆກໍຂິງແລ້ວຈື່ງຖອນຂື້ນມາ.

ສັບພະຄຸນເດັ່ນ: ແກ່ທ້ອງອືດ, ແກ່ໄຂຫວັດ, ໄອ ປວດຫາກ.
ສ່ວນທີ່ໃຊ້ເປັນຢາ: ເຫງົ້າແກ່ສົດມີລົດເຜັດຮ້ອນ ມີກີ່ນຫອມ

ແຫຼ່ງຂໍ້ມູນ: www.rakbankerd.com

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການປູກສາລີຫວານ


ລະດູປູກ.
ສາລີຫວານສາມາດປູກໄດ້ຕະຫລອດປີ ແຕ່ນິຍົມປູກຫຼາຍໃນຊ່ວງລະດູຝົນ ແລະສາມາດປູກໄດ້ດີໃນດີນທຸກສະພາບ ແຕ່ຈະຂື້ນໄດ້ດີໃນສະພາບດີນພຸຍດີນປົນຊາຍຈະເຮັດໃຫ້ຜົນຜະລິດດີ ແລະ ເກັບກ່ຽງໄດ້ໄວຂື້ນສ່ວນຄວາມເປັນກົດ-ດ່າງຂອງດີນ ທີ່ເໝາະສົມຢູ່ໃນຊ້ວງ 6.0-6.5 ໂດຍສາລີຫວານຕ້ອງການແສງແດດເຕີມທີ່ໝົດມື້.
ອຸນນະພູມທີ່ເຫມາະສົມ.
ອຸນນະພູມທີ່ເໝາະສົມໃນການປູກສາລີຫວານ ເພື່ອໃຫ້ໄດ້ຜົນຜະລິດສູງທີ່ສຸດຈະຢູ່ໃນຊ້ວງ 24-30 ອົງສາ ແລະອຸນນະພູມກາງຄືນຢູ່ໃນຊ່ວງ 15-18 ອົງສາ ຈະເຮັດໃຫ້ສາລີຫວານມີຄຸນນະພາບດີ ແລະມີຄວາມຫວານສູງ.
ການກະກຽມພື້ນທີ່ປູກ.
ການປູກສາລີຫວານຈະແຕກຕ່າງຈາກການປູກສາລິໄຮ່ເພາະສາລີຫວານຕ້ອງເບີ່ງແຍງ ແລະ ປະຕິບັດຢ່າງພິຖີພິທັນເຊັ່ນດຽວກັບການປູກພຶດຜັກ ຈື່ງຈະໄດ້ຜົນຜະລິດທີ່ມີຄຸນນະພາບ ດັ່ງນັ້ນຕ້ອງກຽມດີນ ແລະ ການປູກຕ້ອງເຮັດຢ່າງປານີດໂດຍການໄຖດີນເລີກປະມານ 15-20 ຊມ.ແລ້ວຕາກດີນປະໄວ້ 7-10ມື້ເພື່ອກໍາຈັດໄຂ່ແມງ ແລະແກ່ນວັດສະພຶດ

ຂັ້ນຕອນການປູກສາລີຫວານ.
ເຈາະຂຸມປູກບໍລິເວນຂ້າງໆຮ່ອງໃຊ້ໄລຍະຫ່າງລະຫວ່າງຂຸມ (ຕົ້ນ) ປະມານ 25-35 ຊມ. ເອົາແກ່ນສາລີຫວານຢອດລົງໄປ ຂຸມລະ 1-2 ແກ່ນໃນພື້ນທີ່ 1 ໄລ່ຈະໃຊ້ແກ່ນພັນປະມານ 1-1.5 ກິໂລກຼາມ ຫຼັງຢອດແກ່ນແລ້ວບໍ່ຄວນປ່ອຍໜ້າດີນແຫ່ງເກີນໄປຄວນໃຫ້ດີນມີຄວາມຊຸ່ມຢູ່ສະໝ່ຳສະເໝີ ແລະ ບໍ່ຄວນໃຫ້ນ້ຳຫຼາຍເກີນໄປເຊີ່ງຈະເຮັດໃຫ້ແກ່ນສາລີຫວານເນົ່າໄດ້ຫລັງຈາກຢອດແກ່ນພັນໄດ້ 5-7 ມື້ ສາລີຫວານກໍ່ຈະເລີ້ມງອກ ໃຫ້ສັງເກດເບີ່ງວ່າຖ້າຂຸມໃດທີ່ບໍ່ງອກໃຫ້ຮີບປູກຊ້ອນທັນທີ.

ການບົວລະບັດຮັກສາສາລີຫວານ.
• ການຖອນແຍກຕົ້ນ ຄວນເຮັດຫຼັງການຢອດແກ່ນ 12-14 ມື້ ໂດຍການຖອນແຍກໃຫ້ເຫຼືອຂຸມລະ 1 ຕົ້ນ
• ການໃຫ້ປຸ໋ຍ
ຄັ້ງທີ່ 1. ຫຼັງການຫຍອດແກ່ນປະມານ 14-10 ມື້ ໂດຍການໃສ່ປຸຍ 46-0-0 ປະສົມກັບປຸຍ 15-15-15 ໃນອັດຕາ 1:1 ( ປະມານ 50 ກກ/ໄລ່ ). ໂດຍວ່ານປຸຍໃສ່ຮ່ອງນໍ້າຂ້າງໆຕົ້ນແລ້ວຖົ່ມໂຄນຕົ້ນ
ຄັ້ງທີ່ 2. ເມື່ອສາລີຫວານເລີ່ມຕິດຝັກອ່ອນໂດຍການໃສ່ປຸຍສູດ 14-14-21 ຫຼື 13-13-21 ອັດຕາປະມານ 50 ກກ/ໄລ່ ໂດຍວ່ານປຸຍໃສ່ຮ່ອງ ແລ້ວຖົ່ມທີ່ໂຄນຕົ້ນ.
• ການໃຫ້ນ້ຳ ໃຫ້ນ້ຳຢ່າງສະໝ່ຳ ສະເໝີ ຢ່າໃຫ້ຂາດ ໂດຍປ່ອຍເຂົ້າຕາມຮ່ອງນ້ຳ ຫຼື ໃຊ້ແບບສະປຣີງເກີ.

• ການກຳຈັດວັດສະພຶດ ເຮັດພ້ອມໆກັບການຖົ່ມໂຄນຕົ້ນ ແລະການໃສ່ປຸຍ.
• ການສີດຢ່າປ້ອງກັນພະຍາດ ແລະແມງ ການປູກສາລີຫວານຕ້ອງລະວັງໃນເລື້ອງຂອງໜອນເຈາະຝັກ ຫຼືເຈາະລຳຕົ້ນ ຄວນສີຢາພວກ ຄາຣ໌ບາຮິລ ຫຼືຢາພວກຖືກໂຕຕາຍ ເຊັ່ນ ເມທໂຣມິລ
ການເກັບກ່ຽວ ແລະ ການຮັກສາ.
ການເກັບກ່ຽວສາລີຫວານເປັນປັດໃຈທີ່ສຳຄັນ ບໍ່ວ່າຈະເປັນສາລີຫວານເພື່ອສົ່ງໂຮງງານ ຫຼືຈຳໜ່າຍຝັກສົດ ຄວນເລືອກເກັບກ່ຽງໃນໄລຍະທີ່ມີນ້ຳຕານສູງ ແລະຄຸນນະພາບດີທີ່ສຸດ ຫຼືໄລຍະທີ່ເອີ່ນວ່າ ໄລຍະນ້ຳນົມ (Milk Stage)ຖ່າຫາກກ່າຍໄລຍະນີ້ໄປແລ້ວປະລິມານນ້ຳຕານຈະຫຼຸດລົງ ແລະມີແປງເພີ້ມຂື້ນສຳລັບການເກັບກ່ຽງສາລີຫວານມີຫຼັກພິຈາລະນາງ່າຍໆຄື:
1. ນັບອາຍຸ ຫຼັງຈາກມື້ຫຍອດແກ່ນ ວິທີການນີ້ຕ້ອງຮູ້ອາຍຸຂອງສາລີຫວານແຕ່ລະພັນ ວ່າເປັນພັນ ໜັກ,ເບົາ ຫຼືປານກາງ ເຊັ່ນພັນເບົາອາຍຸ 55-65 ມື້, ພັນປານກາງ 70-85 ມື້ ແລະພັນໜັກຕັ້ງແຕ່ 90 ມື້ຂື້ນໄປ.
2. ເກັບສຸ່ມໂຕຢ່າງໃນສ່ວນປູກມາກວດເບີ່ງ ວິທີນີ້ແນ່ນອນ ແລະນິຍົມເຮັດກັນຫຼາຍທີ່ສຸດໂດຍການເກັບກ່ຽວສາລີຫວານຄວນເກັບກ່ຽວໃນເວລາເຊົ້າມື້ດ ແລະ ຮີບສົ່ງຕະຫຼາດທັນທີ ບໍ່ໃຫ້ປະໄວ້ເກີນ 24 ຊົ່ວໂມງເພາະຈະເຮັດໃຫ້ນ້ຳຕານຫຼຸດລົງ

ແຫຼ່ງຂໍ້ມູນ: http://aravafarm.blogspot.com/

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການປູກຜັກກວາງຕຸ້ງ

ການປູກ.
ໃນການປູກຜັກກວາງຕຸ້ງນິຍົມປູກຢູ່ 2 ວິທີດັ່ງນີ້:
1. ການປູກແບບຫວ່ານແກ່ນໂດຍກົງ ວິທີນີ້ນິຍົມໃຊ້ໃນການປູກໜ່ານແບບຍົກຮ່ອງ ມີຮອງນ້ຳກວ້າງ ແລະພື້ນທີ່ຄວນມີການກະກຽມຢ່າງດີ ແລະເປັນດີນທີ່ມີຄວາມອຸດົມສົມປູນ ເນື່ອງຈາກແກ່ນພັນຜັກກວາງຕຸ້ງມີຂະໜາດນ້ອຍຫຼາຍ ດັ່ງນັ້ນກ່ອຮຫວ່ານຄວນປະສົມກັບຊາຍເສີຍກ່ອນ ໂດຍໃຊ້ແກ່ນພັນ 1 ສ່ວນປະສົມກັບຊາຍສະອາດ 3 ສ່ວນ ແລ້ວຫວ່ານໃຫ້ກະຈາຍທົ່ວໜານສະໝໍ່າ ສະເໝີ ແລ້ວຫວ່ານປົກດ້ວຍປຸຍຄອກ ຫຼືປຸຍໝັກໜາປະມານ 0.5-1 ຊມ. ຫຼັງຈາກນັ້ນປົກດ້ວຍເຟື່ອງເຂົ້າບາງໆ ເພື່ອຊ່ວຍເກັບຮັກສາຄວາມຊຸ່ມຊື່ນໃນດີນ ແລ້ວຫົດນໍ້າໃຫ້ຊຸ່ມຫຼັງຈາກຕົ້ນງອກໄດ້ 20 ມື້ ຄວນຖອນ ແລະຈັດໃຫ້ມີໄລຍະຫ່າງຕົ້ນ 20-25 ຊມ.

2. ການປູກແບບໂຮຍແກ່ນເປັນແຖວ ການປູກວິທີນີ້ຫຼັງຈາກກຽມດິນແລ້ວຈື່ງເຮັດຮ່ອງເລີກປະມານ 1.5-2 ຊມ ໃຫ້ເປັນແຖວໂດຍໃຫ້ໄລຍະຫວ່າງແຖວຫ່າງກັນ 20-25 ຊມ. ເອົາແກ່ນພັນປະສົມກັບຊາຍ ແລ້ວໂຮຍ ຫຼືຫຍອດແກ່ນເປັນແຖວຕາມຮ່ອງ ແລ້ວຖົມດ້ວຍປຸບຄອກ ຫຼືປຸຍໝັກບາງໆ ປົກດ້ວຍເຟື່ອງເຂົ້າບາງໆ ຫົດນ້ຳໃຫ້ຊຸ່ມຢ່າງສະໝ່ຳ ສະເໝີ ຫຼັງຈາກປູກໄດ້ປະໝານ 20 ມື້ ຫຼືຕົ້ນກ້າມີໃບ 4-5 ໃບ ຈື່ງຖອນແຍກໃນແຖວ ໂດຍພະຍາຍາມຈັດໄລຍະຫ່າວລະຫວ່າງຕົ້ນໃຫ້ຫ່າງກັນປະມານ 20-25 ຊມ. ໃຫ້ເຫຼືອຂຸມລະ 1 ຕົ້ນ.

ການໃຫ້ນ້ຳ. ເນື່ອງຈາກຜັກກວາງຕຸ້ງເປັນຜັກທີ່ຕ້ອງການນ້ຳຫຼາຍ ແລະມີການຈະເລີນເຕີບໃຫຍ່ຢ່າງໄວວາ ດັ່ງນັ້ນກະເສດຕະກອນ ຄວນໃຫ້ນ້ຳຢ່າງພໍພຽງ ແລະ ສະໝ່ຳສະເໝີຢ່າງໜອຍມື້ລະ 1 ເທື່ອ ໂດຍໃຊ້ລະບົບພົ່ນຝອຍ ຫຼືໃຊ້ສາຍຢາງຕິດຫົວຝັກບົວ ຢ່າໃຫ້ຜັກກວາງຕຸ້ງຂາດນ້ຳໃນໄລະຍະຈະເລີນເຕີບໃຫຍ່ ເພາະຈະເຮັດໃຫ້ຜັກກວາງຕຸ້ງຢຸດານຈະເລີນເຕີບໃຫຍ່ໄດ້.
ການໃສ່ປຸ໋ຍ. ເນື່ອງຈາກຜັກກວາງຕຸ້ງເປັນຜັກກີນໃບ ແລະກ້ານໃບ ດັ່ງນັ້ນການໃສ່ປຸຍຄວນໃສ່ປຸຍຢູເລີຍສູດ 46-0-0 ຫຼືແອມໂມເນີຍຊັລເຟດ ອັດຕາ 30 ກິໂລກຼາມ/ໄລ່ ເປັນການເລັ່ງການຈະເລີນເຕີບໃຫຍ່ທາງໃບ ແລະກ້ານໃບໃຫ້ໄວຂື້ນ ຫຼືໃສ່ປຸຍສູດ 20-11-11 ຫຼືສູດໃກ້ຄຽງໃນສູດອັດຕາ 30-50 ກິໂລກຼາມ/ໄລ່ ຫຼັງຈາກໃສ່ປຸຍທຸກເທື່ອຄວນຫົດນໍ້າໃນທັນທີ່ ຫຍ່າໃຫ້ປຸຍຕົກຄ້າງ.
ອາຍຸການເກັບກ່ຽວ. ໄລຍະການເກັບກຽວຂອງຜັກກວາງຕຸ້ງຂ້ອນຂ່າງໄວຄື ປະມານ 35-45 ມື້ ການເກັບກ່ຽວໂດຍການເລືອກຕົ້ນທີ່ມີຂະໜາດໃຫຍ່ຕາມຕ້ອງການ ແລ້ວໃຊ້ມີດຄົມໆຕັດທີ່ກົກຕົ້ນ ແລ້ວຈື່ງຕັດແຕ່ງໃບນອກທີ່ແກ່ ຫຼືໃບທີ່ຖືກພະຍາດ ຫຼືແມງທຳລາຍອອກ ຫຼັງຈາກຕັດແຕ່ງແລ້ວຈື່ງບັນຈຸເພື່ອຈຳໜ່າຍຕະຫຼາດຕໍ່ໄປ.

ແຫຼ່ງຂໍ້ມູນ: http://www.doae.go.th/library/html/detail/kwangtung/index.htm

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການປູກຜັກກາດນາ

ຜັກກາດນາເປັນຜັກທີ່ປູກງ່າຍມັກສະພາບແສງແດດຕະຫຼອດມື້ ຈະເລີນເຕີບໃຫຍ່ ແລະ ສາມາດປູກໄດ້ຕະຫຼອດປີ.
ການກຽມໜານປູກ ຫຼື ໃນກະຖັງ.

• ຖ້າປູກໃນໜານຄວນກຽມດິນປູກ ໂດຍໃຊ້ຈົກຈຸດຍ່ອຍໜ້າດິນເລິກປະມານ 15-20 ຊມ. ແລະ ຍ່ອຍດິນໃຫ້ລະອຽດໃສ່ຝຸ່ນຄອກ ຫຼືໃສ່ປຸ໋ຍໝັກ ຫວ່ານແລ້ວປະສົມຄົນໃຫ້ເຂົ້າກັນກັບດິນໃນໜານປູກ.
• ໃນກໍລະນີທີ່ປູກໃນຖັງ ໃຫ້ປະສົມດິນປູກໃນຖັງ ໂດຍໃຊ້ດິນຮ່ອນລະອຽດປະສົມກັບຝຸ່ນຄອກ ຫຼືປຸ໋ຍໝັກ ໃນອັດຕາ 2:1.

ການເພາະກ້າຜັກກາດນາ.

ເຮັດໄດ້ຢູ່ 2 ແບບຄື:
• ເພາະໃນຖາດພລາສຕິກເພາະກ້າ.
– ໃຫ້ກຽມດິນລະອຽດພ້ອມຝຸ່ນຄອກ ຫຼືປຸ໋ຍໝັກໃນອັດຕາ 2:1 ແລະ ໃສ່ດິນປະສົມດັ່ງກ່າວລົງໃນພລາສຕິກເພາະກ້າ.
– ໃຊ້ເສດໄມ້ນ້ອຍໆ (ຂະໜາດເທົ່າໄມ້ຈິ້ມແຂ້ວ) ສຽບລົງໄປໃນດິນທີ່ບັນຈຸຢູ່ໃນພລາສຕິກເພາະກ້າຂະໜາດຄວາມເລິກ 0.5 ຊມ.
– ເອົາແກ່ນຜັດກາດນາຍອດລົງໃນຂຸມປູກຂຸມລະ 1-2 ແກ່ນ.
– ປົກໜ້າດິນແກ່ນຜັກກາດນາ ແລ້ວຫົດນ້ຳ ແລະ ປ້ອງກັນມົດມາຄາບເອົາແກ່ນໄປຈາກຖາດເພາະກ້າ ໂດຍໃຊ້ປູນຂາວໂຮຍເປັນເສັ້ນອ້ອມຖາດເພາະໄວ້.
– ຫຼັງເພາະດົນປະມານ 7-10 ມື້ ຜັກກາດນາເລີ້ມງອກໝັ່ນຫົດນໍ້າຜັກກາດນາທຸກໆມື້ໆ ລະ 1-2 ເທື່ອໃນຊ້ວງເຊົ້າ ແລະ ແລງຈົນກວ່າຕົ້ນຜັກກາດນາຈະມີອາຍຸໄດ້ 20-25 ມື້ ຈື່ງຍ້າຍກ້າຜັກກາດນາລົງປູກໃນກະຖັງ ຫຼືໃນໜານປູກ.
ເພາະໃນໜານປູກ.
– ຫຼັງຈາກກຽມດິນໃນໜານປູກແລ້ວ ໃຊ້ຈົກຂຸດເປັນແຖວປູກ ລະຫວ່າງແຖວປູກ 25 ຊມ. ຄວາມເລິກໜ້າດິນປະມານ 2-3 ຊມ.
– ໂຮຍແກ່ນພັນຜັກກາດນາບາງໆ ຕາມແຖວປູກທີ່ກຽມໄວ້.
– ປົກໜ້າດິນໃນໜານ ແລະກົດນ້ຳທຸກໆມື້ໆ ລະ 1-2 ເທື່ອ ໃນຊ້ວງ ເຊົ້າ ແລະ ແລງ.
– ຫຼັງເພາະດົນປະມານ 7-10 ມື້ ຜັກກາດນາເລີ້ມງອກ ແລະຄວນຫົດນໍ້າທຸກໆມື້.
ການເບີ່ງແຍງ ຮັກສາ.

ຖ້າເຮັດແບບຍ້າຍກ້າຈາກຖາດກ້າລົງປູກໃນໜານ ຫຼືໃນກະຖັງປູກ
– ຜັກກາດນາທີ່ຍ້າຍກ້າລົງປູກໃນໜານ ຫຼືໃນກະຖັງໃຫ້ຫົກນ້ຳທຸກມື້ໆລະ 1-2 ເທື່ອ ໃນຊ້ວງເຊົ້າ ແລະ ແລງ
– ຫຼັງຈາກຍ້າຍປູກ 7-10 ມື້ ໃຫ້ໃສ່ປຸ໋ຍເຄມີສູດ 15-15-15 ໃນອັກຕາ 1 ບ່ວງແກງຕໍ່ພື້ນທີ່ 1 ຕາລາງແມັດ ທຸກເທື່ອທີ່ຫວ່ານປຸ໋ຍເຄມີ ຕ້ອງຮີບຫົດນ້ຳພ້ອມທັນທີ.
ຖ້າເຮັດແບບການເພາະໃນໜານ
– ຖ້າໂຮຍແກ່ນຜັກກາດນາບາງໆ ໃນຮອງປູກຂອງໜານທີ່ກຽມດີແລ້ວບໍ່ຈຳເປັນຕ້ອງຖອນແຍກ ຫຼືຍ້າຍປູກອີກແຕ່ສາມາດເບີ່ງແຍງບຳລຸງຮັກສາໃຫ້ເປັນຕົ້ນທີ່ສົມບູນ ຈົນກວ່າຈະເອົາມາບໍລິໂພກໄດ້.
– ການບຳລຸງເບີ່ງແຍງຜັກກາດນາຄວນຫວ່ານປຸ໋ຍເຄມີສູດ 15-15-15 ໃນອັດຕາ 1 ບ່ວງແກງຕໍ່ພື້ນທີ່ 1 ຕາລາງແມັດ ທຸກໆ 10-15 ມື້ ແລະທຸກເທື່ອທີ່ຫວ່ານປຸ໋ຍເຄມີຕ້ອງຮີບຫົດນໍ້າພ້ອມທັນທີ.
ການເກັບກ່ຽວ.
ການເກັບກ່ຽວຜັກກາດນາໄດ້ຫຼັງຈາກປູກແລ້ວປະມານ 40-45 ມື້ ຄວນຖອນອອກໝັດທັງຕົ້ນ
ຖ້າຮາກຕ້ອງການປູກລຸ້ນໃໝ່ອີກໃນພື້ນທີ່ເກົ່າຄວນພວນດິນໃນໜານ ຫຼືໃນກະຖັງໃໝ່ ແລະ ປະຕິບັດຕາມວິທີດັ່ງກ່າວ

ແຫຼ່ງຂໍ້ມູນ: ເອກະສານແນະນຳ ການປູກພືດ, ລ້ຽງສັດ ແລະ ປະມົງ ພາຍໃຕ້ພາຍໂຄງການກະເສດຍືນຍົງ, ກະຊວງກະເສດ ແລະ ສະຫະກອນ.

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການປູກມັນດ້າງ

ລະດູການເພາະປູກ: ສາມາດປູກໄດ້ຕະຫຼອດປີ ມັນດ້າງຈະເລີນເຕີບໃຫຍ່ໄດ້ດີໃນຊ້ວງອາກາດຂ້ອນຂ້າງຮ້ອນ ແລະ ເປັນພືດທີ່ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ ມັນດ້າງຕ້ອງການນ້ຳຊ້ວງເວລາທີ່ແຕກຍອດ ແລະໃບ ກໍ່ພຽງພໍ ຫາກຍອດ ແລະໃບທີ່ໃຫຍ່ເຕັມທີ່ແລ້ວ ຖ້າຫາກວ່າບໍ່ໃຫ້ນ້ຳ ຫຼືຝົນບໍ່ຕົກມັນດ້າງກໍ່ບໍ່ແຫ້ວແຕ່ຈະຫົວນ້ອຍ ການປູກໃນລະດູແລ້ງໃຫ້ຜົນຜະລິດສູງກວ່າລະກູຝົນ ແລະອາຍຸການເກັບກ່ຽວສັ້ນກວ່າ 1 ເດືອນ.
ການເລືອກສະຖານທີ່ ແລະການກຽມດິນປູກມັນດ້າງ: ມີລັກສະນະດັ່ງນີ້.
1. ຖ້າເປັນດິນນາຄວນເລືອກບ່ອນທີ່ສູງ ແລະລະບາຍນ້ຳໄດ້ດີ.
2. ຖ້າເປັນໄປໄດ້ບໍ່ຄວນປູກມັນດ້າງມາກ່ອນ ຫາກມີຄວາມຈຳເປັນຕ້ອງປູກໃສ່ບ່ອນເກົ່າ ຕ້ອງໄດ້ກຳຈັດແມງໃນດິນກ່ອນ.
3. ສຳລັບດິນດອນ ແລະ ທີ່ຮາບທົ່ວໄປນັ້ນສ່ວນໃຫຍ່ຈະປູກໄດ້ສະເພາະລະດູຝົນສ່ວນບ່ອນຊີ່ງຢູ່ໃນເຂດຊົນລະປະ
ທານສາມາດຈະປູກມັນດ້າງໄດ້ຕະຫຼອດປີ
4. ການກຽມດິນຄວນໄຖໃຫ້ເລີກປະມານ 25-30 ຊັງຕີແມັດ.
5. ຕາກດິນໄວ້ 7-10 ມື້ ແລະພວນດິນ 1-2 ເທື່ອ ເພື່ອກໍາຈັດວັດສະພືດ ແລະເຮັດໃຫ້ດິນມີສະພາບພຸຜຸ່ຍ ແລ້ວຈື່ງປັບລະດັບເນື້ອທີ່ປູກໃຫ້ລຽບສະເໝີກັນ ຄວນໃສ່ຝຸ່ນຄອກ ຫຼືຝຸ່ນໝັກຈາກນັ້ນຈື່ງພວນດິນເພື່ອໃຫ້ປະສົມເຂົ້າກັນ
6. ເມື່ອກຽມດິນຮຽບຮ້ອຍແລ້ວກໍ່ຍົກຮອງຫ່າງກັນ 75-100 ຊັງຕີແມັດ ຍົກຮອງຮູບສາມຫຼ່ຽມຂື້ນມາ ແລະປູກເທີ່ງສັນຮອງນັ້ນໆ.
ການກຽມພັນປູກ: ການໃຊ້ລຳຕົ້ນ ຫຼືເຄືອປູກ ສ່ວນໃຫຍ່ໃຊ້ລຳຕົ້ນທີ່ແກ່ຫຼັງຈາກເກັບກ່ຽວແລ້ວ ໂດຍຕັດເຄືອໃຫ້ຍາວປະມານ 25-30 ຊັງຕີແມັດ ຫຼືມີປະມານ 6-8 ຂໍ້ ການໃຊ້ເຄືອນີ້ນິຍົມໃຊ້ສ່ວນຍອດຫຼາຍກວ່າສ່ວນອໍື່ນໆ ເພາະຈະເລີນເຕີບໃຫຍ່ ແລະອອກຫາກໄດ້ໄວ ແລະບໍ່ເປັນບ່ອນອາໃສຂອງແມງປີກແຂງທິ່ຈະເຮັດໃຫ້ຫົວມັນດ້າງອາດມີໄຂ່ຕົວອ່ອນແມງອາໃສຢູ່ໄດ້.
ການປູກ: ປູກເຮັດມຸມ 45 ອົງສາກັບພື້ນດິນ ໂດຍໃຊ້ຈົກສັບເທີ່ງສັນຮ່ອງ ວາງເຄືອເທີ່ງຮອຍສັບ ເປັນມຸມປະມານ 45 ອົງສາ ໃຫ້ສ່ວນປາຍພົ້ນດິນ 3-4 ໃບ.

ການໃຫ້ນ້ຳ: ຖ້າປູກລະດູຝົນການໃຫ້ນ້ຳເປັນສີ່ງທີ່ບໍ່ຈຳເປັນແຕ່ຕ້ອງລະວັງເລື່ອງການລະບາຍນ້ຳໂດຍຢ່າໃຫ້ນ້ຳຖ້ວມ ແລພຂັງຢູ່ ຖ້າຫາກປູກໃນລະດູແລ້ງ ການໃຫ້ນ້ຳເປັນສີ່ງທີ່ຈຳເປັນໃນໄລຍະທຳອິດ 10-15 ມື້ຕໍ່ຄເທື່ອ ແລະໄລຍະ 20-30 ມື້ຕໍ່ເທື່ອ ໂດຍດານປ່ອຍໃຫ້ນໍ້ສໄຫລ່ເຂົ້າຕາມຮອງໃນໜານປູກ ໂດຍໃຫ້ລະດັບນໍ້າສູງ 2 ໃນ 3 ຂອງຮອງປ່ອຍນໍ້າປະໄວ້ໃນຮ່ອງຈັກ 1 ຄື້ນແລ້ວຮີບລະບາຍອອກ.
ການພວນດິນ ແລະການກຳຈັດວັດສະພືດ: ໂດຍສະເພາະການກຳຈັດວັດສະພືດ ຈະຕ້ອງເຮັດໂດຍໄວທີ່ສຸດເທົ່າທີ່ຈະເຮັດໄດ້ ຖ້າຫາກເນື້ອທີ່ປູກມີຂະໜາດນ້ອຍ ຫຼັງຈາກກຳຈັດວັດສະພືດແລ້ວຄວນພູນກົກຕົ້ນນຳ ຖ້າຫາກເນື້ອທີ່ມີຂະ
ໜາດໃຫຍ່ກໍ່ສາມາດໄຖຜ່ານລະຫວ່າງແຖວ ການເຮັດແບບນີ້ແມ່ນຈະເຮັດໄດ້ຫຼັງຈາກປູກໄດ້ 1 ເດືອນ.
ການໃສ່ປຸ໊ຍ: ຄວນໃສ່ຝຸ່ນຄອກ ຫຼືຝຸ່ນໝັກ ລົງໃນໜານປູກຫຼັງຈາກໄຖຕາກດິນໄວ້ ແລ້ວພວນ ຫຼືຄາດ
ການຕັດແຕ່ງ ແລະ ຖົມເຄືອມັນດ້າງ: ເມື່ອມັນດ້າງຈະເລີນເຕີບໃຫຍ່ ອາຍຸໄດ້ 2 ເດືອນມັນຈະທອດຍອດອອກໄປນອກໜານປູກເຮັດໃຫ້ຂໍ້ຕິດກັບດິນເກີດຫາກຫຍັ່ງລົງດິນ ແລະ ເກີດຫົວໄດ້ເຮັດໃຫ້ຫົວທີ່ເກີດຈາກສ່ວນທີ່ຝັ່ງດິນຢູ່ກ່ອນແລ້ວ ຈະເລີນເຕີບໃຫຍ່ບໍ່ໄດ້ເຕັມທີ່ຄວນມີການຕອນ ຫຼື ຕັດອອກ

ການເກັບກ່ຽວ: ເມື່ອມັນດ້າງລົງຫົວ ຫຼືຄົບຮອບອາຍຸການເກັບກ່ຽວແລ້ວ ຕ້ອງຮີບເກບກ່ຽວທັນທີ່ ຫາກປະໄວ້ໃນໜານປູກດົນໆ ຈະຖືກແມງໃນດິນເຂົ້າທຳລາຍເສີຍຫາຍໄດ້ ການທີ່ຈະຮູ້ວ່າຫົວມັນດ້າງພໍທີ່ຈະເກັບກ່ຽວໄດ້ ຫຼືບໍ່ນັ້ນຂື້ນຢູ່ກັບປັບໃຈດັ່ງນິ້.
1. ໂດຍເບີ່ງຈາກດິນບໍລິເວດກົກຕົ້ນ ຈະແຕກແຍກອອກເປັນຮ່ອງ
2. ສຸ່ມຂຸດຂື້ນມາເບີ່ງປະມານ 2-3 ຕົ້ນ ແລະໃຊ້ມີດຕັດຫົວມັນດ້າງເບີ່ງ ຖ້າແກ່ຈະມີຢ່າງໄຫລ່ຊຶມອອກມາບໍລິເວນຮອຍຕັດ ແລະຈະແຫ້ງໄປໂດຍໄວ
3. ອາຍຸການເກັບກ່ຽວແຕ່ລະພັນ ປົກກະຕິສາມາດເກັບກ່ຍວໄດ້ໃນອາຍຸປະມານ 90-150 ມື້ ຫຼັງການປູກ.
ວິທີການເກັບກ່ຽວ: ເຄືອງມື້ທີ່ໃຊ້ເກັບກ່ຽວ(ຂຸດ) ໄດ້ຜົນດີນັ້ນຄື ຈົກ, ສຽມ ໂດຍລະວັງຢ່າໃຫ້ຫົວມັນດ້າງເປັນບາດ ແຕກ ຫຼືຊ້ຳໄດ້ເພາະຈະເຮັດໃຫ້ລາຄາຕົກ ແລະເກັບໄວ້ໄດ້ບໍ່ດົນ ກ່ອນເກັບກ່ຽວຄວນຕັດເຖົາ ແລະໃບມັກດ້າງອອກໄປກ່ອນເພື່ອໃຫກສະດວກໃນການເກັບກ່ຽວ ແລະເປີເຊັນການສູນເສີຍກໍ່ຈະໜ້ອຍລົງ.

ແຫຼ່ງຂໍ້ມູນ: ປ້ຽນ ພົນນະການ ທີ່ຢູ່ ໝູ່ທີ 6 ຕຳບົນບາງລີກ ອຳເທີເມືອງ ຈັ່ງຫວັດຊຸມພອນ

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການປູກມັນຝຣັ່ງ


ການກຽມດິນ.
ໄຖດິນໃຫ້ເລິກຢ່າງນ້ອຍ 20 ຊັງຕີແມັດ ຕາກດິນໄວ້ກ່ອນປູກປະມານ 10 ຫາ 15 ວັນ. ຫາກດິນແໜ້ນແງ ຫຼື ດິນເປັນກົດຫຼາຍຄວນໃຊ້ສານປັບສະພາບດິນ ໄດນາໄມ ປະສົມນ້ຳຈືດສີດ ຫຼື ຫົດລົງດິນທົ່ວໜານ ອັດຕາ 1 ລິດຕໍ່ນ້ຳ 500 ລິດຕໍ່ພື້ນທີ່ 3 ຫາ 5 ໄລ່ ຈາກນັ້ນໄຖພວນອີກເທື່ອໜື່ງຈິ່ງເຮັດຄູປູກ.

ລະດູການປູກ.
ປົກກະຕິເລີ່ມປູກທ້າຍເດືອນພະຈິກຫາຕົ້ນເດືອນທັນວາ, ເກັບກ່ຽວປະມານທ້າຍເດືອນມີນາ
– ນອກລະດູເລີ່ມປູກເດືອນເມສາ ແລະ ເກັບກ່ຽວເດືອນສິງຫາ
– ຖ້າປູກແບບແຖວດຽວບໍ່ເຮັດຄູຄື: ຂຸດຮ່ອງຍາວຕາມແນວໜານປູກເລິກປະມານ 5 ຊັງຕີແມັດ ໄລຍະຫ່າງລະຫວ່າງຮ່ອງ 75 ຫາ 90 ຊັງຕີແມັດ, ວາງຫົວພັນໃນຮ່ອງຫ່າງກັນ 20 ຫາ 30 ຊັງຕີແມັດ ແລ້ວຖົມດິນ. ວິທີນີ້ຊ່ວຍປະຢັດແຮງງານເປັນວິທີທີ່ນິຍົມກັນປູກ.

– ປູກແຖວດຽວແບບເຮັດຄັນຄູ: ຂຸດເຮັດຄູໃຫ້ສູງຂຶ້ນ 20 ຊັງຕີແມັດ. ຄວນໃສ່ຝຸ່ນຄອກ ແລະ ປຸ໋ຍເຄມີຮອງພື້ນຂຸມຄືກັບວິທີທີ 1
– ຍົກຄູປູກແບບແຖວຄູ່: ຄືຍົກຄູປູກຂະໜາດກວ້າງ 1 – 2 ແມັດຍາວຕາມພື້ນທີ່ຂຸດຂຸມປູກແຖວຄູ່ເທີງ ໜານປູກໄລຍະຫ່າງລະຫວ່າງແຖວ 40 ຫາ 80 ຊັງຕີແມັດ, ໄລຍະຫ່າງລະຫວ່າງຂຸມ 30 ຫາ 40 ຊັງຕີແມັດໃສ່ຝຸ່ນຮອງພື້ນຂຸມ ແລະ ຖົມດິນເຊັ່ນກັນ

ການໃສ່ຝຸ່ນ.
ຄວນໃສ່ຝຸ່ນອິນຊີ ຫຼື ປຸ໋ຍເຄມີແບ່ງໃສ່ 3 ຄັ້ງ:
– ຄັ້ງທີ່ 1: ໃຊ້ວັດສະດຸປັບປຸງດິນອິນຊີຝຸ່ນຂຽວສູດເຂັ້ມຂຸ້ນອັດຕາ 50 ກິໂລ/ໄລ່ ໃສ່ຮອງພື້ນຂຸມ
– ຄັ້ງທີ 2: ເມື່ອມັນຝຣັ່ງອາຍຸ 20 ຫາ 30 ວັນ ໃສ່ຝຸ່ນອິນຊີ ສູດເຂັມຂຸ້ນອັດຕາ 40 ກິໂລ/ໄລ່ + ປຸ໋ຍເຄມີສູດ 15-15-15 ອັດຕາ 10 ກິໂລ/ໄລ່ ປະສົມໃຫ້ເຂົ້າກັນແລ້ວນໍາໄປໂຮຍຂ້າງແຖວແລ້ວພູນດິນຖົມ.
– ຄັ້ງທີ 3: ເມື່ອມັນຝຣັ່ງອາຍຸ 60 ວັນໃສ່ຝຸ່ນ ຂຽວສູດເຂັ້ມຂຸ້ນໃນອັດຕາ 40 ກິໂລ/ໄລ່ + ໂປຕັສຊຽມຊັນເຟສ ( 0-0-50 ) ອັດຕາ 10 ກິໂລ/ໄລ່ ປະສົມໃຫ້ເຂົ້າກັນແລ້ວນຳໄປໂຮຍຂ້າງແຖວແລ້ວພູນດິນຖົມ.
ທາງໃບແນະນຳໃຫ້ໃຊ້ຝຸ່ນ ແລະ ຮໍໂມນທຳມະຊາດໄບໂອເຟີທິນສູດບຳລຸງຕົ້ນໄລ່ແມງໄມ້ອັດຕາ 30 ຊີຊີ/ນ້ຳ 20 ລິດບວກອາຫານຮອງ ແລະ ເສີມຄີເລທ ສີດທຸກໆ 7 ຫາ 10 ວັນ ເພື່ອເພີ່ມຜົນຜະລິດ. ກໍລະນີເລີ່ມລົງຫົວໃຫ້ໃຊ້ ໄຊໂອເຟີທິນສູດເລັ່ງຂະໜາດໝາກ, ຫົວ ສີດໃນອັດຕາ 30 ຊີຊີ/ນໍ້າ 20 ລິດ
ການໃຫ້ນ້ຳ.
ມັນຝຣັ່ງເປັນພືດທີ່ຕ້ອງການນ້ຳສະໝ່ຳສະເໝີຄວາມຖີ່ການໃຫ້ນ້ຳຈະຜັນປ່ຽນຕາມໄລຍະການຈະເລີນເຕີບໂຕ. ຊ່ວງປູກທຳອິດຄວນໃຫ້ນ້ຳປະລິມານໜ້ອຍພຽງພໍຕໍ່ການງອກ. ຫຼັງງອກແລ້ວເພີ່ມນ້ຳປະລິມານຫຼາຍຂຶ້ນ ແລະ ສະໝ່ຳສະເໝີ, ຫຼັງຈາກລົງຫົວແລ້ວຖ້າໄດ້ນ້ຳບໍ່ສະໝ່ຳສະເໝີຈະໃຫ້ຫົວທີ່ມີລັກສະນະຜິດປົກກະຕິ. ຢ່າໃຫ້ນ້ຳຊຸ່ມຈົນເກີນໄປຫາກຊຸ່ມເກີນໄປຈະເຮັດໃຫ້ຮູຫາຍໃຈທີ່ຫົວມັນຝຣັ່ງຂະຫຍາຍຕົວໃຫຍ່ຂຶ້ນ ເຮັດໃຫ້ເປືອກບໍ່ງາມ ແລະ ມີໂອກາດເນົ່າເສຍໄດ້ງ່າຍໃກ້ຊ່ວງເວລາເກັບກ່ຽວຄວນງົດໃຫ້ນ້ຳສອງອາທິດ.
ການເກັບກ່ຽວ.
ຕ້ອງເກັບກ່ຽວຫົວມັນທີ່ແກ່ເຕັມທີ່ ຫຼື ມັນມີອາຍຸ 100 ຫາ 120 ວັນ ຫຼັງຈາກຕົ້ນຕັ້ງຕົວ ຫຼື ສັງເກດຈາກຈາກລົ້ມເອນນອນລົງລະດັບພື້ນດິນຈິ່ງໃຫ້ຕັດຕົ້ນມັນຝຣັ່ງຖີ້ມ 7 ຫາ 10 ວັນ ກ່ອນຂຸດຫົວຂື້ນຈາກດິນ, ການຂຸດຄວນເຮັດຢ່າງລະມັດລະວັງ ແລະ ບໍ່ຄວນຖີ້ມໄວ້ກາງແດດເປັນຮເວລາດົນ. ຈາກນັ້ນໃຫ້ນຳຫົວມັນຂຶ້ນໄວ້ທີ່ຮົ່ມທີ່ລະບາຍອາກາດໄດ້ດີໃຊ້ເວລາ 7 ຫາ 15 ວັນ ແລ້ວນຳເຂົ້າເກັບໃນໂຮງເກັບທີ່ແສງສ່ອງບໍ່ເຖີງ. ລະວັງຢ່າຊ້ອນທັບຫົວມັນຫຼາຍຊັ້ນ ແລະ ສິ່ງສຳຄັນຕ້ອງໃຫ້ມີການຖ່າຍເທອາກາດໄດ້ດີ.

ແຫຼ່ງຂໍ້ມູນ: www.phkaset.com

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ