ບົດແນະນຳ ການລ້ຽງ ແລະ ປະສົມພັນປາແກງ Cirrhirnus molitorelle

1. ວິທີລ້ຽງທອມພໍ່ແມ່ພັນປາແກງ.
ການເລືອກແນວພັນປາເພື່ອມາລ້ຽງ ຄວນຊອກເອົາປາທີ່ໄດ້ທຳການກວດກາເປັນໄລຍະ ເພື່ອເບິ່ງສະພາບຄວາມພ້ອມໃນການທີ່ຈະນຳໄປປະສົມພັນ, ແນວພັນທີ່ຖືກປັບເຂົ້າກັບສະພາບແວດລ້ອມ, ເປັນປາທີ່ໄດ້ລ້ຽງໃນໜອງແລ້ວກໍ່ຍິ່ງເປັນການດີ, ໂອກາດການປັບຕົວຂອງມັນເຂົ້າກັບສະພາບເຊັ່ນ: ການຫາກິນໃນ ໜອງ….ປາທີ່ຈະສາມາດຂະຫຍາຍພັນໄດ້ເມື່ອປາມີອາຍຸເຖີງ 3 ປີ, ການໃຫ້ອາຫານທີ່ມີທາດໂປຼຕິນ 30% ປະມານ 1-2% ຂອງນ້ຳໜັກປາຕໍ່ວັນ ແລະ ໃຫ້ອາຫານເສີມເຊັ່ນ: ຜັກ, ຫຍ້າຕ່າງໆ ຢ່າງສະໝ່ຳສະເໝີ, ການຖ່າຍນ້ຳ 1-2 ຄັ້ງຕໍ່ເດືອນ.

ລັກສະນະຂອງປາແກງ
2. ການໃຫ້ອາຫານ.
ນອກຈາກອາຫານທຳມະຊາດທີ່ເກີດຈາກການໃສ່ຝຸ່ນຄອກ, ຝຸ່ນຂຽວ ຫຼື ຝຸ່ນວິທະຍາສາດຄວນໃຫ້ອາຫານເສີມເໝືອນກັບການລ້ຽງປາປາທົ່ວໄປ. ປາແກງສາມາດຂະຫຍາຍພັນໄດ້ເມື່ອອາຍຸ 3 ປີຂຶ້ນໄປມີໄຂ່ດົກຈະຢູ່ໃນລະຫວ່າງອາຍຸ 3 – 4 ປີ ແລະ ສະເລ່ຍນ້ຳໜັກແຕ່ 0,3 – 0,4 ກິໂລກຼາມ/ໂຕ ຄວາມດົກຂອງໄຂ່ແມ່ນປະມານ 100,000 – 150,000 ໜ່ວຍຕໍ່ 1 ກິໂລກຼາມ.

ລັກສະນະຂອງໜອງລ້ຽງປາແກງ
ການທອມຄວນເລີ່ມແຕ່ເດືອນ 1 ຫາເດືອນ 4 ສາກົນ, ຊ່ວງເວລາການທອມແມ່ນຕ້ອງໃຫ້ອາຫານເສີມເຊິ່ງເປັນອາຫານສຳເລັດຮູບສະເພາເກືອປາ ແລະ ມີທາດຊີ້ນໃນລະດັບ 30% ປະລິມານການເກືອນອາຫານແມ່ນຄິດໄລ່ 2% ຂອງນ້ຳໜັກປາ, ໃນການລ້ຽງປາພໍ່ແມ່ພັນປະມານ 100 ກິໂລກຼາມ ໃຫ້ໜັງຄວາຍ 2 ກິໂລກຼາມຕໍ່ອາທິດການໃຫ້ອາຫານເສີມເຊັ່ນ: ປວກ, ຂີ້ກະເດືອນ, ເສດຜັກ, ຫຍ້າ ແລະ ອື່ນໆ ທີ່ພໍຊອກຫາໄດ້ງ່າຍໃນທ້ອງຖິ່ນ.
3. ການປະສົມພັນທຽມ.
ລັກສະນະຮູບຮ່າງພາຍນອກຂອງປາແກງເພດຜູ້ ແລະ ປາແກງເພດແມ່ຄ້າຍຄືກັນຫຼາຍແຕ່ເຖີງລະດູການປະສົມພັນສາມາດສັງເກດໄດ້ດັ່ງນີ້: ປາແມ່ທ້ອງສວດເບັງອອກພື້ນທ້ອງອ່ອນນຸ່ມ, ຮູອະໄວຍະວະເພດກວ້າງອອກກວ່າປົກກະຕິ ແລະ ເປັນສີບົວ, ຖ້າເອົາມືລູບເບິ່ງແກ້ມຈະຮູ້ສຶກໝື່ນໆ, ສ່ວນປາໂຕຜູ້ພື້ນທ້ອງແຂງ, ແປ ຖ້າເອົາມືຮີດເບົາໆຈະເຫັນນ້ຳເຊື້ອສີຂາວຂຸ້ນໄຫຼອອກມາ. ຄີຫູ ແລະ ແກ້ມມີລັກສະນະຊາໆ.
ການປະສົມພັນປາແກງແມ່ນເຮັດແບບເຄິ່ງທຽມເຄິ່ງທຳມະຊາດ, ໃຊ້ຢາກະຕຸ້ນຊ່ວຍ ແລະ ປ່ອຍປະສົມພັນແບບທຳມະຊາດໂດຍໃຊ້ອ່າງນ້ຳໝູນວຽນ, ປະລິມານສານກະຕຸ້ນໃນການປະສົມພັນສັກຢາຮໍໂມນ ຊູປຣີເຟັກສຳລັບປາແມ່ແມ່ນສັກຄັ້ງທີໜື່ງ 0,2 ຊີຊຕໍ່ນ້ຳໜັກປາແມ່ 1 ກິໂລກຼາມ, ຄັ້ງທີສອງແມ່ນ 0,1 ຊີຊີ ປະສົມກັບໂມຕີລຽມເຄິ່ງເມັດ, ສ່ວນການນຳໃຊ້ຕ່ອມໃຕ້ສະໝອງຄັ້ງທີໜື່ງແມ່ນ 0,7 ໂດສ ແລະ ຄັ້ງທີສອງແມ່ນ 1,8 ໂດສ ປະສົມກັບ HCG 20 ຫົວໜ່ວຍສາກົນ ( IU ).

ວິທີສັກຢາຮໍໂມນໃຫ້ປາ
4. ການຟັກໄຂ່.
ໄຂ່ປາແກງເປັນໄຂ່ເຄິ່ງຈົມເຄິ່ງລອຍມີຂະໜາດເສັ້ນຜ່າກາງໜ່ວຍໄຂ່ 0,4 ຊັງຕີແມັດ, ເສັ້ນຜ່າສູນກາງໄຂ່ 0,08 – 0,1 ຊັງຕີແມັດ 1 ຊີຊໄຂ່ມີ 40 – 50 ໜ່ວຍເວລາຟັກໄຂ່ແຕກອອກປະມານ 16 – 17 ຊົ່ວໂມງ ຂຶ້ນກັບອຸນນະພູມຂອງນ້ຳ ປົກກະຕິໄຂ່ຕິດນ້ຳເຊື້ອຈະຢູ່ໃນລະດັບ 88 – 92% ການຟັກໄຂ່ແຕກໃນໄລຍະຜ່ານມາການຟັກໄຂ່ນໍ້າໝູນວຽນ 70 – 90% ປະລິມານໄຂ່ໃນອ່າງໝູນວຽນບໍລິມາດນ້ຳ 180 – 200 ລິດ ແມ່ນມີ 500,000 – 600,000 ໜ່ວຍ ດ້ວຍການປ່ຽນຖ່າຍນ້ຳຕະຫຼອດເວລາ ແລະ ການເພີ່ມອົກຊີແຊນທີ່ລະລາຍໃນນ້ຳດ້ວຍເຄື່ອງປ້ຳອາກາດການລອດຕາຍຂອງລູກປາໃນອ່າງຟັກໄຂ່ທີ່ມີອາຍຸ 5 – 7 ວັນຈະຢູ່ໃນລະດັບ 50 – 60%
5. ການອະນຸບານລູກປານ້ອຍແຕກໃໝ່.
ການອະນຸບານໃນອ່າງຟັກລະບົບນ້ຳໝຸນວຽນ, ພາຍຫຼັງລູກປາມີອາຍຸໄດ້ 2 ວັນ ຕ້ອງໃຫ້ອາຫານລູກປາເກີດໃໝ່ດ້ວຍອາຫານເຊັ່ນ: ໄຂ່ແດງຕົ້ມສຸກໃຫ້ປະລິມານເຄິ່ງໜ່ວຍຕໍ່ຄາບຕໍ່ອ່າງຕໍ່ວັນ ຈະຕ້ອງເກືອປະມານ 6 – 10 ເທື່ອຕໍ່ຄາບ.

ລັກສະນະການຟັກໄຂ່
6. ການອະນຸບານລູກປາໃນໜອງ.
ຂັ້ນຕອນການກະກຽມຕ່າງໆແມ່ນຄືກັບປາທົ່ວໆໄປເຊັ່ນ: ອານາໄມຖາງຫຍ້າ, ເອົາຕົມອອກຈາກພື້ນໜອງ ຖ້າຈຳເປັນຫວ່ານປູນຂາວຂ້າເຊື້ອ, ຂ້າສັດຕູປາ ແລະ ປັບປຸງດິນໃສ່ໃນອັດຕາ 0,02 – 0,03 ໂຕຕໍ່ຕາແມັດ. ຕາກໜອງຢ່າງນ້ອຍ 2 ວັນໃສ່ຝຸ່ນຄອກໃນອັດຕາ 0,5 – 1 ກິໂລກຼາມຕໍ່ຕາແມັດ ( ຂີ້ງົວ, ຂີ້ຄວາຍ ), ຂີ້ໄກ່ພັນ 0,1 – 0,2 ກິໂລກຼາມຕໍ່ຕາແມັດ. ເອົານ້ຳເຂົ້າໂດຍຜ່ານການກັ່ນຕອງນ້ຳ, ປະຕູນ້ຳເຂົ້າອອກກໍ່ຕ້ອງໃສ່ແຫຍ່ງ ຫຼື ຕາໜ່າງຖີ່ກັນລູກປານ້ອຍໄຫຼອອກ. ເປັ່ງນ້ຳໃຫ້ເຕັມໜອງຕາມລະດັບມາດຕະ ຖານກ່ອນປ່ອຍລູກປາ, ອັດຕາການອະນຸບານລູກປານ້ອຍແມ່ນ 300 – 500 ໂຕຕໍ່ຕາແມັດ.
7. ການລ້ຽງປາຮາມໃນໜອງ.
ລູກປາອາຍຸ 1 – 3 ເດືອນໃຫ້ອາຫານຕາມປົກກະຕິໃນອັດຕາ 8 – 10% ຂອງນ້ຳໜັກປາທັງໝົດ. ຄວນໃຊ້ອາຫານທີ່ມີທາດຊີ້ນສູງກວ່າ 20% ອັດຕາການປ່ອຍລົງແມ່ນ 15 – 20 ໂຕຕໍ່ຕາແມັດ, ອັດຕາການລອດຕາຍຢູ່ໃນລະດັບ 80 – 90%.
8. ການລ້ຽງປາໃຫຍ່.
ຕາມວິທີການທົ່ວໆໄປໃຫ້ອາຫານໃນອັດຕາ 3 – 5% ຂອງນ້ຳໜັກປາ, ອາຫານຕ້ອງມີທາດຊີ້ນບໍ່ຫຼຸດ 20% ອັດຕາການປ່ອຍແມ່ນ 0,5 – 1 ໂຕຕໍ່ຕາແມັດ. ການລ້ຽງປາແກງຈະໃຊ້ເວລາ 2 – 3 ປີ ຈິ່ງຈະໄດ້ຂະໜາດທີ່ຕະຫຼາດຕ້ອງການ 0,5 – 1 ກິໂລກຼາມ.

  •  ສິ່ງທີ່ຄວນເອົາໃຈໃສ່.

– ຄວນເອົາໃຈໃສ່ການຮົ່ວຊືມ ແລະ ຄຸນນະພາບນ້ຳ
– ຕິດຕາມກວດກາເບິ່ງການລ້ຽງ ແລະ ຄວາມຈະເລີນເຕີບໂຕຂອງປາ.
– ແນວພັນປາທີ່ນຳມາລ້ຽງຄວນເປັນແນວພັນປາທີ່ມີຄຸນນະພາບດີ.
– ຖ້າມີບັນຫາໃນການລ້ຽງຄວນປຶກສາກັບນັກວິຊາການ ຫຼື ພະນັກງານວິຊາການກະສິກຳທີ່ກ່ຽວຂ້ອງ.

ແຫຼ່ງຂໍ້ມູນ: ບົດແນະນຳ ການລ້ຽງ ແລະ ການປະສົມພັນປາແກງ, ສູນຄົ້ນຄວ້າການປະມົງ

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ