ການຜະລິດແນວພັນ ປາເໝັ້ນ (Osphronemus exodon)

ເຕັກນິກການຜະລິດແນວພັນ ປາເໝັ້ນ (Osphronemus exodon)
ອຸປະກອນ ແລະ ວິທີການ:
1. ອຸປະກອນທີ່ໃຊ້ປະກອບມີ: ໜອງສຳລັບລ້ຽງປາພໍ່ແມ່ພັນ, ຊາມດຳຂະໜາດ 100 ລິດ, ເຈ້ຍໜັງສືພີມເກົ່າ, ເຄື່ອງແອປໍ້າ, ຮາກຫຍ້າປ້ອງ, ຜັກຕົບ, ຜັກປອດ (ຜັກຂີ້ຄວາຍ), ອາຫານ ແລະ ເສດຜັກຕ່າງໆທີ່ໃຊ້ໃນການລ້ຽງທອມປາພໍ່ແມ່ພັນ.
2. ວິທີການ:
2.1 ການລ້ຽງປາພໍ່ແມ່ພັນ: ປົກກະຕິປາເໝັ້ນຈະເລີ່ມປະສົມພັນໃນຊ່ວງເດືອນກຸມພາ – ເດືອນ ສິງຫາ ຊາວກະສິກອນຕ້ອງລ້ຽງທອມປາພໍ່ແມ່ພັນແຕ່ເດືອນ ພະຈິກ ເປັນຕົ້ນໄປ ໂດຍໃຊ້ອາຫານເມັລອຍນໍ້າຂອງປາດຸກ ທີ່ມີໂປຣຕີນສູງ 25-35% ໂດຍໃຫ້ອາຫານ 2-3% ຂອງນໍ້າໜັກໂຕປາ, ເສີມດ້ວຍອາຫານອື່ນສົມທົບເຊັ່ນ: ແໜ, ຜັກບົ້ງ, ເທົາ, ແລະ ອື່ນໆ.
2.2 ການຄັດເລືອກປາພໍ່ແມ່ພັນ: ປົກກະຕິປາເໝັ້ນເພດຜູ້ ແລະ ເພດແມ່ ໂດຍສັງເກດລັກສະນະພາຍນອກຂອງໂຕປາຄື: ປາໂຕຜູ້ສັງເກດໄດ້ບໍລິເວນກົກຄີຫູຈະມີສີຂາວ ແລະ ມີນໍ (Tubercle) ຫົວມີນໍສູງຈົນສັງເກດໄດ້ຊັດເຈນ, ໂຕແມ່ທີ່ກົກຄີຫູມີສີດຳເຫັນໄດ້ຊັດເຈນ ຖ້າປາໂຕແມ່ພ້ອມວາງໄຂ່ສັງເກດໄດ້ວ່າທ້ອງຈະໃຫຍ່, ມີຄວາມນຸ້ມ, ປາແມ່ເລີ່ມວາງໄຂ່ເມື່ອອາຍຸ 2.5 – 3 ປີຂຶ້ນໄປ ຫລື ມີນໍ້າໜັກ 2 ກິໂລຂຶ້ນໄປ
2.3 ການຕຽມໜອງສຳລັບປະສົມພັນ: ຄວນເປັນໜອງດິນ ຫລື ອ່າງຊີເມັນຂະໜາດໃຫຍ່ກໍ່ໄດ້, ອ່າງຊີເມັນຄວນມີຂະໜາດ 100-800 ຕາແມັດ, ທັງນີ້ເພື່ອສະດວກໃນການເບິ່ງແຍງການວາງໄຂ່ ແລະ ການກວດເຊັກຮັງໄຂ່ຂອງປາ, ໃນໜອງໃສ່ພັນໄມ້ນໍ້າເຊັ່ນ, ຜັກຕົບ, ຜັກບົ້ງ, ຮາກກໍໄຄ້, ຫຍ້າປ້ອງ, ຫຍ້າໄຊ ແລະ ອື່ນໆ, ວັດຖຸທີ່ນຳມາໃສ່ໃນໜອງເພື່ອໃຫ້ປາສ້າງຮັງໄຂ່ນັ້ນຄວນໃສ່ແບບກະຈາຍເປັນຈຸດໆທົ່ວໜອງ. ຈາກນັ້ນປ່ອຍປາພໍ່ແມ່ພັນລົງໃນໜອງໃນອັດຕາສ່ວນປາຜູ້1 ໂຕຕໍ່ປາແມ່ 2 ໂຕ ເພາະປາພໍ່ແມ່ພັນມັນຈະສ້າງອານາເຂດໃນການເບິ່ງຮັງໄຂ່ຂອງມັນເອງ ໂດຍລະດັບນໍ້າ 1 -1.5 ແມັດ.
2.4 ສັງເກດການປະສົມພັນ ແລະ ການສ້າງຮັງໄຂ່ປາເໝັ້ນ: ຫລັງຈາກປ່ອຍປາພໍ່ແມ່ພັນລົງໃນໜອງປະສົມພັນສະເພາະແລ້ວ ປາເໝັ້ນຈະປະສົມພັນກັນເອງ ແບບທຳມະຊາດໂດຍບໍ່ຈຳເປັນຕົ້ນໃຊ້ຮໍໂມນໃນການສັກກະຕຸ້ນໃຫ້ປາຄືກັບປາຊະນິດອື່ນໆ, ການສັງເກດວາງປ່ອຍໄຂ່ຂອງປາເໝັ້ນ ໃຫ້ໝັ່ນສັງເກດທຸກໆວັນ, ປາເໝັ້ນໃຊ້ເວລາໃນການເຮັດຮັງໄຂ່ປະມານ 5-7 ວັນ ປາແມ່ພັນຈຶ່ງປ່ອຍໄຂ່, ຖ້າຫາກຕ້ອງການຮູ້ແມ່ປາປ່ອຍໄຂ່ ຫລື ບໍ ໃຫ້ສັງເກດເບິ່ງຄາບນໍ້າມັນທີ່ເຫັນໄດ້ຢູ່ເທິງໜ້ານໍ້າບໍລິເວນຮັງໄຂ່ນັ້ນ, ຫລື ເມື່ອຈັບຮັງໄຂ່ນັ້ນຈະສັງເກດວ່າມີຝາບິດໄວ້ ຫລື ສັງເກດເບິ່ງວ່າແມ່ປາຈະຂຶ້ນມາຫູບນໍ້າ ແລະ ລອຍຢູ່ໃກ້ຮັງໄຂ່ນັ້ນ ສະແດງວ່າປາເໝັ້ນປ່ອຍໄຂ່ຮຽບຮ້ອຍແລ້ວ, ຈາກນັ້ນເອົາເອົາຮັງໄຂ່ຂຶ້ນມາມາຄັດເລືອກ ເອົາສະເພາະໄຂ່ດີ (ໄຂ່ສີເຫລືອງດີມີຄວາມໃສ) ໄປຟັກໃນຊາມ ຫລື ອ່າງຊີເມັນກໍ່ໄດ້.
2.5 ການຟັກໄຂ່ປາເໝັ້ນ: ໄຂ່ປາເໝັ້ນເປັນໄຂ່ປະເພດລອຍ, ເມື່ອປາວາງໄຂ່ແລ້ວນໍາຮັງທີ່ມີໄຂ່ຂື້ນມາ ຄັດໄຂ່ດີ ຊ້ອນໄຂ່ເສຍນັ້ນອອກໃຫ້ໝົດ ຈາກນັ້ນລວບລວມໄຂ່ໃສ່ຊາມດໍາມົນ ມີເສັ້ນຜ່າສູນກາງ 1 ແມັດ ແລ້ວໃສ່ນໍ້າໃຫ້ໄດ້ລະດັບ 30 – 35 ຊັງຕີແມັດ ໃສ່ເຄຶ່ອງປໍ້າອາກາດໃຫ້ເພີ່ມອົກຊີເຈນ, ໜັງສືພີມເກົ່າປົກໜ້ານໍ້າ ແລະ ຮາກໄມ້, ເພື່ອຊ່ວຍໃນການດູດຊັບນໍ້າມັນ ແລະ ໃຫ້ລູກປາໄດ້ຢືດເກາະ ໄຂ່ຈະແຕກເປັນໂຕນ້ອຍໆແມ່ນໃຊ້ເວລາ 36 – 48 ຊົ່ວໂມງທີ່ອຸນຫະພູມ 25 oC – 32oC ໃນລະດັບການຟັກແຕກ 80%, ເມື່ອແຕກເປັນໂຕ ໃໝ່ໆຈະລອຍຫງາຍທ້ອງຢູ່ ແລະ ຢືດຕິດກັບກິ່ງໄມ້, ຮາກຫຍ້າໃນຮັງໄຂ່, ລູກປາຈະເລີ່ມກີນອາຫານ 5 – 7 ວັນ ໂດຍໃຫ້ໄຂ່ແດງ ຫລື ອາຕິເມຍ ເມື່ອອາຍຸ 7 – 10 ວັນ ໃຫ້ໄຂ່ແດງທີ່ຕົ້ມສຸກລະລາຍໃສ່ນໍ້າໃຫ້ກີນ ເມື່ອອາຍຸ 10 – 15 ວັນຈິ່ງໃຫ້ໄຮແດງເປັນອາຫານກ່ອນຢ້າຍລົງໜອງອະນຸບານ.
2.6 ການອະນຸບານປາເໝັ້ນ: ການກະກຽມຫນອງ ໂດຍການຕາກຫນອງປາໃຫ້ແຫ້ງ, ຫວ່ານປູນຂາວ 10 ຫາ 15 ກິໂລກຣາມ ຕໍ່100 ຕາແມັດ. ຫວ່ານຝຸນຄອກ 20 ຫາ 30 ກິໂລກຣາມຕໍ່100 ຕາແມັດ. ຫວ່ານປຸ໋ຍ ຢູເຣຍ 2 ກິໂລ ກຣາມ ຕໍ່ 100 ຕາແມັດ, ນໍ້າທີ່ເຂົ້າໜອງຕ້ອງມັນຜ້າແຍງສີຟ້າ ເພື່ອກັນສັດຕູປາ, ເມື່ອເອົານ້ຳເຂົ້າຫນອງອະນຸບານໄດ້ 3 ວັນແລ້ວຈະເກີດໄຮນ້ຳທຳມະຊາດໃນຫນອງ, ຈິ່ງນຳປາມາລ້ຽງໃນຫນອງອະນຸບານດ້ວຍການປ່ອຍໃນອັດຕາ 500 ໂຕຕໍ່ຕາແມັດ. ຄວນໃຫ້ອາຫານອາຕິເມຍ ຫລື ໄຮແດງພາຍໃນ 10 -14 ວັນ ທຳອິດຂອງການປ່ອຍປາລົງຫນອງປາອະນຸບານ,ຈາກນັ້ນໃຫ້ອາຫານຝຸ່ນ ຫລື ປາປົ່ນ ສົມທົບກັບໄຮແດງເປັນສ່ິ່ງທີ່ຂາດບໍ່ໄດ້ໃນການອະນຸບານ. ໃນ 1 ເດືອນປາເຫມັ້ນຈະມີຂະຫນາດ 2 ຫາ 3 ຊັງຕີແມັດ, ຖ້າອະນຸບານ 60ວັນ ປາເໝັ້ນຈະໄດ້ຂະໜາດ 3 – 5 ຊັງຕີແມັດ ໃນອັດຕາການລອດຕາຍ 60%.
ຄວາມເໝາະສົມ:
ປາສາມາດລ້ຽງໄດ້ທັງໜອງດິນ ແລະ ກະຊັງ, ການລ້ຽງໃນໜອງດີນໂດຍໃຫ້ອາຫານພຽງພໍໃນ 1ປີ ໃນໜອງປ່ອຍໃນອັດຕາ 1 ຫາ 2 ໂຕ ຕໍ່ຕາແມັດປາຈະມີນ້ຳໜັກເຖີງ 800ກຣາມ- 1ກິໂລ. ໃນອັດຕາການແລກປ່ຽນອາຫານເປັນນໍ້າໜັກ 2.5-3 ກິໂລ, ອຸນຫະພູມ 27-32 ອົງສາ, ຄ່າ pH 6.7-8.3 ແລະ DO = 3.8-4.2mg/l. ການປາເໝັ້ນໃສ່ກະຊັງຂອງຊາວກະສິກອນຢູ່ ບ້ານນາເມືອງ ເມືອງເຟືອງ ແຂວງ ວຽງຈັນ ປ່ອຍປາປາເໝັ້ນ 200 ໂຕ/ກະຊັງ ຫລື 50 ໂຕ/ຕາແມັດ, ນໍ້າໜັກເລີ່ມຕົ້ນ 10 – 15 ກຣາມ/ໂຕ, ການລ້ຽງ 8 ເດືອນ, ໂດຍພວກພືດໄບມັນດ້າງ, ໃບປໍສາ ແລະ ແໜເປັນອາຫານເສີມ, ໄດ້ນໍ້າໜັກສຸດທ້າຍສະເລັ່ຍ 500 – 700 ກຣາມ/ໂຕ ໃນອັດຕາການແລກປ່ຽນອາຫານເປັນນໍ້າໜັກ 2.7 ກິໂລ, ອຸນຫະພູມ 25-30 ອົງສາ, ຄ່າ pH 6.5-7.9 ແລະ DO = 4.1-4.8mg/l. ໃນອັດຕາການລອດຕາຍ 80%.

ຕົ້ນທຶນການຂະຫຍາຍແນວພັນປາເໝັ້ນ
1. ຕົ້ນທຶນໃນການຜະລິດແນວພັນປາເໝັ້ນ
ກ. ທຶນຄົງທີ່

ທຶນຄົງທີ່

ໝາຍເຫດ:
1. ປາເໝັ້ນແມ່ພັນ 40 ໂຕ ແລະ ປາພໍ່ພັນ 20 ໂຕ, ການໃຫ້ໄຂ່ຂອງປາເໝັ້ນເລີ່ມແຕ່ທ້າຍເດືອນ 2 – ຕົ້ນເດືອນ9
2. ປາເໝັ້ນພໍ່ແມ່ພັນນໍ້າໜັກສະເລັ່ຍ 2 ກິໂລ/ໂຕ, ມີອາຍຸການໃຊ້ງານໄດ້ 3 ປີ ແລະ ຕ້ອງໄດ້ປ່ຽນແນວພັນ.
3. ຊາມດຳໃຊ້ສະເພາະຟັກໄຂ່ປາທີ່ເກັບຂຶ້ນມາໃນແຕ່ລະຄັ້ງ, 6 ຫາ 10 ຮັງເປັນຢ່າງຫນ້ອຍ.
ຂ. ທຶນໝູນວຽນທີ່ໃຊ້ຕໍ່ຮອບການຜະລິດ

ທຶນໝູນວຽນທີ່ໃຊ້ຕໍ່ຮອບການຜະລິດ
ຄ. ລວມຕົ້ນທຶນທັງໝົດທີ່ໃຊ້ໃນ1ລະດູການ (ທຶນຄົງທີ່ + ທຶນໝູນວຽນ)
2,720,000 ກີບ + 11,325,000 ກີບ = 14,045,000 ກີບ
ສະນັ້ນ, ທຶນທັງໝົດທີ່ີໃຊ້ໃນປີ 1ໃນການຜະລິດປາເໝັ້ນ = 14,045,000 ກີບ

2. ລາຍຮັບຈາກການຂາຍລູກປາ

ລາຍຮັບຈາກການຂາຍລູກປາ

ໝາຍເຫດ:
1. ໃນປີ 1 ເຮົາສາມາດຜະລິດລຄູກໄດ້ປະມານ 5 – 6 ຄັ້ງ, ແຕ່ໃນນີ້ເຮົາ 5 ຄັ້ງຕໍ່ປີໃນການໄລ່ລຽງເສດຖະກິດ
3. ດຸ່ນດ່ຽງ ແລະ ປະສິດທິຜົນທຽບໃສ່ການລົງທຶນ/ຮອບ 1 ປີ
ກ. ດຸ່ນດ່ຽງ
ລາຍຮັບທັງໝົດ – ລາຍຈ່າຍທັງໝົດ
22,500,000 ກີບ – 14,045,000 ກີບ = 8,455,000 ກີບ
ສະນັ້ນ, ການຜະລິດປາເໝັ້ນໃນ1 ປີ ມີຄ່າດຸ່ນດ່ຽງ = 8,455,000 ກີບ
ຂ. ປະສິດທິຜົນທຽບໃສ່ການລົງທຶນ/ຮອບ 1 ປີ
ປະສິດທິຜົນທຽບໃສ່ການລົງທຶນ/ຮອບ1ປີ = 60.2%

ຈຸດດີ ແລະ ຈຸດອ່ອນ.
1. ຈຸດດີ:
– ປາຊະນິດດັ່ງກ່າວນີ້ ບໍ່ຈຳເປັນຕ້ອງໃຊ້ຮໍໂມນໃນການເຮັດປະສົມພັນ (ປະຫຍັດຕົນທຶນໄດ້ດີສົມຄວນ).
– ເປັນປາທີ່ມີລາຄາສູງ ຕັ້ງແຕ່ແນວພັນ (ປານ້ອຍ) ແລະ ປາຊີ້ນ, ຊຶ່ງຕະຫລາດມີຄວາມຕ້ອງການສູງ.
– ສາມາດລ້ຽງໄດ້ທັງໜອງດິນ, ກະຊັງ ແລະ ອ່າງຊີເມັນໄດ້.
– ນໍາມາລ້ຽງເປັນປາສວຍງາມ (ປາຕູ້) ໄດ້ ແລະ ມີລາຄາທີ່ສູງ
2. ຈຸດອ່ອນ:
– ໃຊ້ເວລາໃນການລ້ຽງເປັນພໍ່ແມ່ພັນດົນສົມຄວນຈຶ່ງສາມາດຂະຫຍາຍພັນໄດ້ 2.5-3 ປີ
– ການໃຫ້ໄຂ່ປາແຕ່ລະຄັ້ງຈຳນວນໜ້ອຍ ທຽບໃສ່ປາຊະນິດອື່ນໆ 2, 000-4,000 ໜ່ວຍ
– ຕ້ອງໝັ່ນຕິດຕາມຮັງໄຂ່ ແລະ ໄດ້ລົງເອົາຂຶ້ນມາຟັກເອງ ຈຶ່ງຈະໄດ້ລູກປານ້ອຍຈຳນວນຫລາຍ
– ການລ້ຽງເປັນປາຊີ້ນ ຫລື ປາຕະຫລາດໃຊ້ເວລາດົນ 8 ເດືອນ – 12 ເດືອນ (1ປີ) ເປັນຢ່າງໜ້ອຍ.

ຂໍ້ແນະນຳ:
1. ການທີ່ຈະຜະລິດແນວພັນປາເໝັ້ນ (ລູກປາ) ສິ່ງສຳຄັນຄວນແຍກລ້ຽງສະເພາະ ປາເໝັ້ນເທົ່ານັ້ນ. ເພາະຖ້າລ້ຽງຮ່ວມກັບຊະນິດອື່ນແລ້ວ ປາຊະນິດອື່ນຈະໄປກວນຮັງໄຂ່ປາ ແລະ ກິນໄຂ່ ແລະ ລູກປາທີ່ແຕກໃໝ່.
2. ຕ້ອງໝັ່ນກວດກາສັດຕູຂອງລູກປາ ແລະ ໄຂ່ປາເຊັ່ນ: ຫອຍເຊີຣີ ຄວນກຳຈັດອອກຈາກໜອງປາພໍ່ແມ່ພັນ, ເພາະມັນຈະເຂົ້າໄປກິນໄຂ່ປາເໝັ້ນເວລາປາໄຂ່ຍັງຢູ່ຮັງໃນໜອງ.
3. ຕ້ອງໄດ້ໃຫ້ອາຫານເປັນປະຈຳ ແລະ ມີນໍ້າໄຫລຜ່ານຍິ່ງດີ ເພື່ອກະຕຸ້ນໃຫ້ປາມີຄວາມສົມບູນເພດໄວຂຶ້ນ.
4. ຄວນໃສ່ຮັງໄຄ້, ຫຍ້າປ້ອງ, ຜັກປອດ ແລະ ຜັກຕົບໃນໜອງປາພໍ່ແມ່ພັນ 1/3 ຂອງເນື້ອທີ່ໜອງ ແລະ ບໍ່ຄວນໃສ່ຫຍ້າໄຊ ເພາະມັນຈະບາດ ແລະ ຄັນຄາຍເວລາເຮົາລົບໄປເກັບຮັງໄຂ່ປາເໝັ້ນ.

ແນວພັນປາເໝັ້ນ
ຮູບ. 1. ໜອງຂະຫຍາຍແນວພັນປາເໝັ້ນ ຢູ່ LARReC          ຮູບ. 2. ປາເໝັ້ນພໍ່ແມ່ພັນຢູ່ສູນຄົ້ນຄວ້າາການປະມົງ

ແນວພັນປາເໝັ້ນ
ຮູບ. 3. ລັກສະນະຮັງໄຂ່ປາເໝັ້ນ                          ຮູບ. 4. ປາເໝັ້ນທີ່ອະນຸບານໃນໜອງໄດ້ 60ວັນ

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: ແນວພັນປາເໝັ້ນ http://tech.nafri.org.la/?p=613

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108