ປາເໝັ້ນ

 

ແນວພັນປາເໝັ້ນ

ຊື່ພາສາລາວ: ປາເໝັ້ນ
ຊື່ວິທະຍາສາດ: Osphonemus exodon
ຊື່ພາສາອັງກິດ: Giant gourami
ຂະໜາດຍາວສຸດ: 60 cm (TL)
ນໍ້າໜັກສຸດ: 7 kg
ຜູ້ຄົ້ນພົບ: Robert,1994
ປະຫັວດຄວາມເປັນມາ: ປາເໝັ້ນເປັນປາພື້ນເມືອງຂອງລາວຊະນິດໜຶ່ງ ທີ່ພົບໃນແມ່ນໍ້ຂອງ ແລະ ສາຂາ, ມີດ້ວຍກັນ 2 ຊະນິດຄື: ສີດຳມີແຂ້ວບໍລິເວນປາ ແລະ ສີເຫຼືອງບໍ່ມີແຂ້ວ ແຕ່ຊະນິດນີ້ແມ່ນປາເໝັ້ນດຳພົບເຫັນສ່ວນຫລາຍໃນອ່າງນໍ້າງື່ມ1.ໃນປີ 2000 ໂຄງການຄົ້ນຄວ້າປາພື້ນເມືອງແມ່ນໍ້າຂອງ AMISຮ່ວມກັບສູນຄົ້ນຄວ້າການປະມົງ LARReC ໄດ້ນໍາເອົາປາເໝັ້ນນ້ອຍຊະນິດສີດຳ ມາລ້ຽງຢູ່ ສະຖານີ ຂະຫຍາຍແນວພັນປານໍ້າຫຸມ, ມາຮອດປີ 2005 ໄດ້ສຶກສາທົດລອງປະສົມພັນໃນກະຊັງໃນອັດຕາຜູ້ 2 ແມ່ 1 ໂດຍການໃສ່ ຜັກຕົບ, ຜັກບົ້ງໃສ່ດ້ານໃນຂອງກະຊັງ, ສາມາດປະສົມພັນໄດ້ລູກປາລຸ່ນ F1 ຈາກນັ້ນໄດ້ເອົາໃຫ້ຊາວກະສິກອນລ້ຽງ ຢູ່ເມືອງນາຊາຍທອງ. ມາຮອດ ປີ 2008 ໂຄງການຄົ້ນຄວ້າປາພື້ນເມືອງ JIRCAS ຮ່ວມກັບໜ່ວຍງານຄົ້ນຄວ້າການລ້ຽງປາ-ສັດນໍ້າ ຂອງສູນຄົ້ນຄວ້າການປະມົງ (LARReC) ໄດ້ສືບຕໍ່ສຶກສາຄົ້ນຄວ້າການຜະລິດແນວພັນປາເໝັ້ນ ຊຶ່ງສາມາດຜະລິດແນວພັນລຸ່ນ F2 ໃນປະຈຸບັນ.
ຮູບຮ່າງລັກສະນະ: ປາເໝັ້ນມີຮູບຮ່າງປ້ອມ, ແປທາງຂ້າງ, ຫົວມີຂະຫນາດນ້ອຍ, ໜ້າຜາກຮັກວ້ຳເຂົ້າ, ຮ່າງກາຍປ່ຽນແປງໄປຕາມສະພາບແວດລ້ອມ, ລຳໂຕມີສີນໍ້າຕານຫຼືສີເທົາ, ມີຄີຫູ 1 ຄູ່, ຄີເອິກ 1 ຄູ່ ຍາວຮອດກົກຫາງ ແລະ ຄີພື້ນທ້ອງຍາວຈາກຮູທວານຮອດກົກຫາງ ແລະ ຄີຫາງກົມ, ເກັດຂ້າງຕາມເສັ້ນຂ້າງລຳໂຕ 30-33 ເກັດ, ມີຈຸດດຳຢູ່ກົກຫາງ 1 ຈຸດ, ສີດຳຈາງເປັນແຖບພາດຂວາງຕາມລຳໂຕ ຂ້າງລະ 8 ແຖບ, ມີສີເງິນຮອບໆໂຕ, ລຳໂຕເປັນສີນໍ້າຕານປົນດຳ, ດ້ານລຸ່ມມີສີຂາວນິນປົນເຫລືອງ
ນິດໃສ່ການກິນອາຫານ: ປາເໝັ້ນມັກອາໃສຢູ່ນ້ຳບໍ່ໄຫຼ, ເປັນປາມັກຕຶ່ນຕົກໃຈງ່າຍ, ລ້ຽງງ່າຍກິນອາຫານເກືອບໄດ້ທຸກຊະນິດເຊັ່ນ: ຜັກບົ້ງ, ພັກຫົມ, ແໜ, ຈອກ, ເທົາ, ຫຍ້າອ່ອນ, ໄບມັນຕົ້ນ, ມັນດ້າງ,ໜອນ, ລູກກຸ້ງ, ແມງໄມ້, ກ້ວຍສຸກ, ໝາກໄມ້ແລະອື່ນໆ.
ການຈະເລີນເຕີບໂຕ: ລ້ຽງໃນໜອງດີນໂດຍໃຫ້ອາຫານພຽງພໍໃນ 1ປີ ຈະມີນ້ຳໜັກເຖີງ 800 ກຣາມ ຫາ 1 ກິໂລ. ໃນອັດຕາການແລກປ່ຽນອາຫານເປັນນໍ້າໜັກ 2.5-3 ກິໂລ ແລະ ການປາເໝັ້ນໃສ່ກະຊັງ ອັດຕາປ່ອຍ 50 ໂຕ/ຕາແມັດ,ນໍ້າໜັກເລີ່ມຕົ້ນ 10-15 ກຣາມ/ໂຕ, ໃຊ້ເວລາລ້ຽງ 8 ເດືອນ ໄດ້ນໍ້າໜັກ 500 -700 ກຣາມ/ໂຕ ໃນອັດຕາການແລກປ່ຽນອາຫານເປັນນໍ້າໜັກ 2.7 ກິໂລ
ລະດູການປະສົມພັນ: ປາເໝັ້ນຈະປະສົມພັນແລະ ໃຫ້ໄຂ່ ແຕ່ເດືອນ 2-11 ຂອງທຸກປາ, ປາພໍແມ່ພັນທີ່ສາມາດປະສົມພັນໄດ້ຕ້ອງມີ ອາຍຸ 3 ປີຂຶ້ນໄປ ນ້ຳໜັກ 1.2-1.5 ກີໂລ ແລະ ລວງຍາວ 37-40 ຊັງຕີແມັດ. ປາແມ່ຈະໃຫ້ໄຂ່ 3.000-4.000 ໜ່ວຍຕໍ່ແມ່ໜຶ່ງກິໂລ.
ສະພາບແວດລ້ອມ: ປາເໝັ້ນມັກຢູ່ນໍ້ານິ້ງຕຸ້ນໆ (ນໍ້າບໍ່ໄຫລ)ຕາມແມ່ນໍ້າ, ໜອງ, ບຶ່ງ ແລະ ອ່າງເກັບນໍ້າ, ມັກລວມກັນຢູ່ເປັນຝູງ ຍົກເວັ້ນລະດູການປະສົມພັນ, ເປັນປາມັກຕື່ນຕົກໃຈງ່າຍ, ມັກຢູ່ບ່ອນງຽບ ຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH6.5-8.5 ແລະ ອຸ່ນຫະພູມນໍ້າທີ່ເໜາະສົມແມ່ນຢູ່ລະຫວ່າງ 27 -32 C°

ແນວພັນປາເໝັ້ນແນວພັນປາເໝັ້ນແນວພັນປາເໝັ້ນ

                            ປາແມ່                                                                 ປາຜູ້                                                                       ຮັງໄຂ່

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: ການຜະລິດແນວພັນ ປາເໝັ້ນ http://tech.nafri.org.la/?p=635

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108