ຂໍ້ແນະນຳຄູ່ມືການນຳໃຊ້ ແນວພັນເຂົ້າທົນນ້ຳຖ້ວມ

ແນວພັນທີ່ມີຍີນທົນທານຕໍ່ກັບນ້ຳຖວມ, ຍີນນີ້ຈະຊ່ວຍເຮັດໃຫ້ຕົ້ນເຂົ້າທົນທານຕໍ່ກັບນ້ຳຖ້ວມໄດ້ດີກວ່າແນວພັນປັບປຸງ ແລະ ແນວພັນເຂົ້າພື້ນເມືອງທີ່ບໍ່ມີຍີນຊະນິດນີ້. ຈາກການທົດລອງແນວພັນນີ້ ຢູ່ເຂດນ້ຳຖ້ວມຂອງທົ່ງພຽງ ເຊບັ້ງໄຟ ພົບວ່າມີຄວາມສາມາດທົນທານຕໍ່ກັບນໍ້າຖ້ວມໄດ້ 18 ມື້ ໃນຄວາມເລິກ 2-3 ແມັດ, ເຊິ່ງແນວພັນພື້ນເມືອງ ແລະ ແນວພັນປັບປຸງທີ່ຊາວນາ ນຳໃຊ້ຢູ່ໃນປະຈຸບັນບໍ່ສາມາດທົນທານໄດ້. ແນວພັນເຂົ້າທົນນ້ຳຖ້ວມໄດ້ພັດທະນາຂື້ນໂດຍສະຖາ ບັນຄົ້ນຄ້ວາເຂົ້າສາກົນ (IRRI) ໃນປີ 2003, ເຊິ່ງໄດ້ປັບປຸງແນວພັນເຂົ້າ ທ່າດອກຄຳ 1 ໃຫ້ມີຄວາມທົນທານ ຕໍ່ກັບນ້ຳຖ້ວມ. ການພັດທະນາພັນນີ້ ແມ່ນໄດ້ນຳໃຊ້ວິທີການຖ່າຍຍີນທົນນ້ຳຖ້ວມຈາກແນວພັນ IR40931- 33-1-3-2 ເຂົ້າໃສ່ແນວພັນທ່າດອກຄຳ 1 ດ້ວຍວິທີານປະສົມພັນ (Backcross) ແລ້ວນຳໃຊ້ ເຕັກນິກ ທາງດ້ານໂມເລກຸນໃນການຄັດເລືອກຈົນໄດ້ສາຍພັນຄົງຕົວ ແລະ ຕັ້ງຊື່ເບື້ອງຕົ້ນສາຍພັນວ່າທ່າດອກຄຳ 1 -ທົນນ້ຳຖ້ວມ. ແນວພັນນີ້ນຳເຂົ້າມາໃນ ສປປ ລາວ ໃນປີ 2008, ໃນລະດູຝົນປີ 2009 ໄດ້ທົດລອງ ແລະ ສາທິດ ຢູ່ໃນເຂດນໍ້າຖ້ວມຂອງທົງພຽງເຊບັ້ງໄຟ ໃນຈຳນວນ 9 ບ້ານ ຂອງ 4 ຕົວເມືອງ (ມະຫາໄຊ, ເຊບັ້ງໄຟ, ໜອງບົກ ແລະ ໄຊບູລີ). ໃນລະດູຝົນປີ 2010 ໄດ້ປູກສາທິດຢູ່ໃນ 80 ບ້ານ ຂອງ 5 ຕົວເມືອງ (ຍົມມະລາດ, ມະຫາໄຊ, ເຊບັ້ງໄຟ, ໜອງບົກ ແລະ ໄຊບູລີ). ໃນລະດູຝົນ 2011 ໄດ້ ແຈກຢາຍເມັດພັນຈຳນວນ 40.5 ໂຕນ ໃຫ້ປະຊາຊົນ ຈຳນວນ 1,800 ຄອວຄົວ ທີ່ດຳລົງຊີວິໃນ 80 ບ້ານ ຂອງ 5 ຕົວເມືອງ ເພື່ອນຳໃຊ້ປູກໃນເຂດທີ່ສ່ຽງກັບໄຟນໍ້າຖ້ວມ.

1. ສະມັດຕະພາບ
ນາແຊງ: ໃຫ້ຜົນຜະລິດແຕ່ 3-5,5 ໂຕນ/ຮຕ, ຜົນຜະລິດຂື້ນກັບຄວາມອຸດົມສົມບູນຂອງດິນນາໃນແຕ່ລະທ້ອງຖີ່ນ. ນາປີ: ໃນເຂດນໍ້າບໍ່ຖ້ວມ ໃຫ້ຜົນຜະລິດແຕ່ 3-4 ໂຕນ/ຮຕ. ໃນເຂດນໍ້າຖ້ວມແຕ່ 14-18 ມື້ ໃຫ້ຜົນຜະລິດ 1,5-3 ໂຕນ/ຮຕ ລື່ນແນວພັນປັບປຸງ ແລະ ແນວພັນພື້ນເມືອງ. ເປີເຊັນການລອດຕາຍຂອງຕົ້ນເຂົ້າແມ່ນຂຶ້ນກັບອາຍຸຂອງຕົ້ນເຂົ້າໃນເວລານ້ຳຖ້ວມ, ຄຸນນະພາບຂອງນ້ຳຖ້ວມ, ອຸນນະພູມຂອງນ້ຳຖ້ວມ ແລະ ຄວາມເລິກຂອງນ້ຳຖ້ວມ.


2. ອາຍຸແນວພັນ

ນັບແຕ່ມື້ຕົກກ້າ ຫາ ອອກດອກ 50% ປະມານ 110-115 ມື້ ແລະ ຫາ ສຸກແກ່ປະມານ 140-145 ມື້. ອາຍຸວັນອອກດອກ ຈະແກ່ຍາວອອກໄປເທົ່າກັບຈຳນວນມື້ຖືກນ້ຳຖ້ວມ.
3. ການຕົກກ້າ
ອັດຕາເມັດພັນທ່ີເໝາະສົມ 0,5-1 ກລ/10 ຕາແມັດ ໜານກ້າ. ຫຼັງຈາກຫວ່ານກ້າໄດ້ 7-10 ມື້, ໃຫ້ໃສ່ຝຸ່ນເລັ່ງໃນອັດຕາ 1 ກລ/100 ຕາແມັດ. ຫ້າມຫວ່ານຝຸ່ນຊ້າ ເພາະຈະເຮັດໃຫ້ກ້າຄໍຂາດໃນເວລາຫຼົກ ແລະ ຕົ້ນເຂົ້າຈະຕາຍໃນເວລາປັກດຳ ຫຼື ຢຸດການຈະເລີນເຕີບໂຕ.

4. ການປູກ
ສຳລັບເຂດທີ່ມີຄວາມສ່ຽງກັບນໍ້າຖ້ວມ, ໃຫ້ປັກດຳ 3-5 ກີບກ້າ/ສຸ່ມ, ໄລຍະຫ່າງ 20 x 20 ຊມ. ໃນເຂດ ທີ່ນໍ້າມັກ ຖ້ວມໃນເດືອນ 7 ແນະນຳໃຫ້ເຮັດນາຫວ່ານ ຫຼື ນາຢອດ ເພາະເຂົ້າຈະມີຄວາມທົນທານໄດ້ດີກວ່າການປັກດຳ.
5. ການບົວລະບັດຮັກສາຫຼັງນ້ຳຖ້ວມ
ຫຼັງຈາກນໍ້າລົດລົງແລ້ວ ໃຫ້ເປັ່ງນໍ້າອອກຈາກໄຮ່ນາໄວເທົ່າທີ່ຈະໄວໄດ້ ເພື່ອເຮັດໃຫ້ເຂົ້າສາມາດແຕກແໜງໃໝ່ຂື້ນມາ, ເມື່ອສັງເກດເຫັນເຂົ້າແຕກແໜງໃໝ່ແລ້ວຈຶ່ງຂັງນ້ຳໄວ້.


6. ການໃສ່ຝຸ່ນ
ນາດິນຊາຍ ໃຫ້ໃສ່ຝຸ່ນສູດ 15-15-15 ໃນອັດຕາ 200 ກລ/ຮຕ, ນາດິນໜຽວໃຫ້ໃສ່ຝຸນສູດ 16-20-00 ໃນອັດຕາ 150 ກລ/ຮຕ, ຫຼັງຈາກປັກດຳໄດ້ 7-10 ມື້, ແລະ ໃຫ້ໃສ່ຝຸ່ນເລັ່ງ 46% ຫຼັງຈາກປັກດຳໄດ້ 20 ແລະ 40 ມື້ ໃນອັດຕາ 50-60 ກລ/ຮຕ ຕໍ່ຄັ້ງ. ຖ້າເປັນນາຕີນບ້ານ ຫຼືນານ້ຳ ຖ້ວມຊໍ່າເຮື້ອ ເຊິ່ງສ່ວນ ໃຫຍ່ຈະເປັນນາທີ່ອຸດົມສົມບູນດີ ບໍ່ຈຳເປັນຕ້ອງໃສ່ຝຸ່ນວິທະຍາສາດ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(13).pdf
ສູນຄົ້ນຄ້ວາເຂົ້າ ແລະ ພືດເສດຖະກິດ, ຕັ້ງຢູ່ເສັ້ນ ທາງທ່າດິນແດງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຕູ້ປນ 811, ໂທລະສັບ: 030-5260232.
Ji90-hj89-09
https://www.kasetorganic.com/thairices/rice3month/