ເຕັກນິກການປູກກ້ວຍດ້ວຍການເພາະລ້ຽງເນື້ອເຍື່ອ

ກ້ວຍນັບວ່າເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງທາງການກະສິກຳສາມາດສ້າງເສດຖະກິດໃຫ້ແກ່ຊາວສວນ ທີ່ຕະຫຼາດມີຄວາມຕ້ອງການສູງ. ໝາກກ້ວຍເປັນພືດທີ່ມີຄຸນຄ່າທາງດ້ານໂພສະນາການສູງ, ຊຶ່ງປະກອບມີບັນດາທາດອາຫານທີ່ສຳຄັນສຳລັບຮ່າງກາຍຂອງຄົນເຮົາຫຼາຍຢ່າງເຊັ່ນ: ວິຕາມິນ ເອ, ບີ 16, ດີ ແລະ ຊີ, ທາດເຫຼັກ, ໂປຼຕາຊຽມ, ແມັກນີຊຽມ, ມີເສັ້ນໄຍສູງ ແລະ ທາດອື່ນໆ. ນອກຈາກນີ້ກ້ວຍຍັງເປັນຢາສະໝຸນໄພພື້ນເມືອງທີ່ດີເຊັ່ນ: ເປັນຢາປົວລຳໃວ້, ປົວກະເພາະອາຫານ, ແຜໄຟໃໝ້ ແລະ ນໍ້າຮ້ອນລວກ. ກ້ວຍຍັງມີຄຸນປະໂຫຍດຫຼາຍຢ່າງສາມາດບໍລິໂພກສົດ, ແປຮູບເປັນກ້ວຍອົບແຫ້ງ, ກ້ວຍຕາກ, ກ້ວຍຈືນ, ຂະໜົມ, ເບີເກີລີ, ເສັ້ນໝີ່ແປ້ງກວ້ຍ. ສ່ວນລຳຕົ້ນນຳໃຊ້ເປັນອາຫານສັດ ແລະ ສາມາດນຳໄປແປຮູບເປັນເສັ້ນໄຍໃຊ້ແທນເສັ້ນຝ້າຍ, ໃບໃຊ້ຫໍ່ເຂົ້າຕົ້ມ, ເຂົາໜົມ, ຫຍີບຂັນໝາກເບັງ ແລະ ໃຊ້ເປັນອາຫານສັດໄດ້ເຊັ່ນດຽວກັນ, , ສ່ວນດອກໃຊ້ປຸງແຕ່ງອາຫານ. ເນື່ອງຈາກກ້ວຍມີຄວາມສຳຄັນໃນຊີວິດປະຈຳວັນ ເສດຖະກິດການຄ້າຊາວສວນຫັນມາປູກກ້ວຍເປັນສິນຄ້າຫຼາຍຂື້ນ ຈຶ່ງເຮັດໃຫ້ແນວພັນກ້ວຍບໍພຽງພໍຕໍ່ຄວາມຕ້ອງການ ແລະ ໄດ້ມີການນຳເຂົ້າແນວພັນກ້ວຍຈາກຕ່າງປະເທດ. ດັ່ງນັ້ນ ການຂະຫຍາຍພັນກ້ວຍເພື່ອປູກເປັນສິນຄ້າ ໂດຍການນຳໃຊ້ເຕັກໂນໂລຊີຊີວະພາບ(ການເພາະລ້ຽງເນື້ອເຍື່ອ) ຕອບສະນອງຄວາມຮຽກຮ້ອງຕ້ອງການຈຳນວນຫຼາຍປອດເຊື້ອພະຍາດ ແລະ ຜົນຜະລິດສະໝໍ່າສະເໝີໃຫ້ຊາວກະສິກອນພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າແນວພັນຈາກຕ່າງປະເທດ.

I. ຈຸດດີຂອງການຂະຫຍາຍພັນກ້ວຍດ້ວຍການເພາະລ້ຽງເນື້ອເຍື່ອ
1. ສາມາດຜພລິດແນວພັນພືດປະລິມານຫຼາຍໃນເວລາທີ່ສັ້ນ.
2. ຕົ້ນພືດທີ່ຜະລິດໄດ້ປອດເຊື້ອ.
3. ຕົ້ນພືດທີ່ຜະລິດໄດ້ຈະມີລັກສະນະທາງພັນທຸກຳຄືກັນກັບຕົ້ນແມ່ພັນ
4. ເບ້ຍກ້ວຍມີຂະໜາດນ້ອຍ ຈຶ່ງເຮັດໃຫ້ສະດວກສະບາຍໃນການຂົນສົ່ງ.
5. ສາມາດຜະລິດໄດ້ທຸກລະດູການ ແລະ ກຳນົດໄລຍະເວລາຂອງການເກັບກ່ຽວຜົນຜະລິດ

II. ຂັ້ນຕອນການຂະຫຍາຍເນື້ອເຍື່ອພືດ
ກຳນົດຊະນິດພັນກ້ວຍ ແລະ ຄັດເລືອກແນວພັນກ້ວຍເອົາໜໍ່ໃບດາບທີ່ເກີດຈາກຕາເຫງົ້າໜໍ່, ໃບຈະມີລັກສະນະຮຽວ ແລະ ຍາວຄືກັນກັບມີດດາບເປັນໜໍ່ທີ່ມີເຫງົ້າຕິດ ທີ່ໃຫ່ຍມີຄວາມສົມບູນ ບໍ່ມີພະຍາດ ລື ແມງໄມ້ເຈາະ ແລະ ໜໍ່ກ້ວຍທີ່ເກີດຈາກສູມທີ່ໃຫ້ຜົນຜະລິດສູງ ນຳມາຂ້າເຊື້ອ ແລະ ຂະຫຍາຍພັນ ໂດຍເພາະລ້ຽງໃນອາຫານສັງເຄາະ MS ( Murashige and Skoog, 1962) ທີ່ມີສ່ວນປະສົມຂອງຮໍໂມນກະຕຸ້ນການເກີດຍອດ BA (Benzyl Aminopurine) ແລະ ຮໍໂມນກະຕຸ້ນການເກີດຮາກ NAA (X- napthaleneaceti cacid) ເມື່ອເບ້ຍມີຮາກ ແລະ ຕົ້ນສົມບູນຈື່ງນຳອອກມາອະນຸບານ.

III. ການອະນຸບາຍເບ້ຍກ້ວຍທີ່ໄດ້ຈາກການເພາະເນື້ອເຍື່ອ
ພາຍລັງທີ່ລ້ຽງເບ້ຍກ້ວຍຢູ່ໃນສູດອາຫານຂະຫຍາຍຮາກປະມານ 1 ເດືອນກໍ່ໃຫ່ຍພ້ອມທີ່ຈະເອົາລົງອະນຸບານໃສ່ສວນກ້າ, ໂດຍນຳໃຊ້ດິນປູກຝັງທີ່ມີສ່ວນປະສົມດິນ ແລະ ແກບເຜົາໃນອັດຕາສ່ວນ 2:1 ຕາມລຳດັບ, ອະນຸບານເບ້ຍກ້ວຍໄລຍະເວລາ 6 ອາທິດໃຫ້ເບ້ຍກ້ວຍໃຫ່ຍແຂງແຮງ, ເບ້ຍສູງປະມານ 20 ຊັງຕີແມັດກໍ່ສາມາດເອົາລົງປູກໄດ້.

IV. ເຕັກນິກການປູກກ້ວຍ
ເບ້ຍກ້ວຍທີ່ເໝາະສົມລົງສູ່ສວນປູກກ້ວຍຕ້ອງໄດ້ຜ່ານການອະນຸບານ 1 ເດືອນຂື້ນໄປ, ພື້ນທີ່ດິນທີ່ຈະປູກຕ້ອງໄດ້ຜ່ານການກະກຽມດິນຢ່າງຄັກແນ່ເສຍກ່ອນ, ໄລຍະຫ່າງລະຫວ່າງຂຸມແມ່ນ 2 X 2,5 ແມັດ ຫຼື 3 X 3 ແມັດ ແລ້ວແຕ່ຄວາມເໝາະສົມຂອງພື້ນທີ່ດິນ, ຂະໜາດຂອງຂຸມປູກປະມານ 40 X 40 ຊັງຕີແມັດ. ກ່ອນປູກຄວນຮອງພື້ນດ້ວຍຝຸ່ນຄອກ ຫຼື ຝຸ່ນຊີວະພາບປະມານ 1 ຊ້ວນ ແລ້ວເອົາດິນລົງປະສົມກັບຝຸ່ນ ຈາກນັ້ນຈຶ່ງນຳເອົາເບ້ຍກ້ວຍທີ່ກະກຽມໄວ້ລົງປູກ

V. ການບົວລະບັດຮັກສາ
ເພື່ອຍາກໄດ້ຮັບຜົນຜະລິດດີ ຄຸນນະພາບສູງ ຕ້ອງໝັ້ນເອົາໃຈໃສ່ໃນການຖາງຫຍ້າ, ຊ້ອມແຊມໃບທີ່ຫັກຫ່ຽວຖິ້ມ, ໃສ່ຝຸ່ນຢ່າງໜ້ອຍ 2-3 ຄັ້ງ/ເດືອນ ຫຼື ປີ, ໂດຍໃສ່ຝຸ່ນຄອກ ຫຼື ຝຸ່ນຊີວະພາບ ແລະ ປຸ໋ຍເຄມີສູດ 15-15-15 ແລະ ໃຫ້ສະໝໍ່າສະເໝີໃຫ້ດິນມີຄວາມຊຸ່ມຊື່ນ ຖ້າຫາກປູກໃນລະດູແລ້ງແມ່ນເອົາໃຈໃສ່ເປັນພິເສດບໍ່ໃຫ້ພືດຂາດນໍ້າ. ໃນໄລຍະໜຶ່ງຕົ້ນກ້ວຍຈະມີການຈະເລີນເຕີບໂຕ ແລະ ແຕກໜໍ່ຫຼາຍເຊິ່ງຄວນເລືອກ 2-3 ໜໍ່ທຳອິດທີ່ສົມບູນໄວ້ເພື່ອທົດແທນຕົ້ນແມ່ ສ່ວນໜໍ່ທີ່ເກີດຕາມຫຼັງຄວນຕັດຖີ້ມ ເພາະຖ້າຫາກປ່ອຍໃຫ້ເກີດໜໍ່ຫຼາຍເກີນໄປ ຕົ້ນແມ່ ຫຼື ຕົ້ນທີ່ປະໄວ້ທົດແທນຈະບໍ່ມີອາຫານບຳລຸງລ້ຽງພໍ ແລະ ເຮັດໃຫ້ຕົ້ນກ້ວຍບໍ່ສົມບຸນ

ແຫຼ່ງຂໍ້ມູນ: ການປູກກ້ວຍດ້ວຍການເພາະລ້ຽງເນື້ອເຍື່ອ, ສູນເຕັກໂນໂລຊີ ຊີວະສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບພາບ

https://bei.maf.gov.la/?p=1930

https://www.technologychaoban.com/bullet-news-today/article_164599