ເຕັກນິກການອະນຸບານລູກປາ

ການອະນຸບານປາໂດຍທົ່ວໄປແລ້ວຈະແບງເປັນສອງຂັ້ນຕອນໃຫຍຄື: ການອະນຸບານປາທີ່ແຕກໃໝ່ໄປຈົນຮອດອາຍຸໄດ້ 7-10 ວັນ ແລະ ການອະບານນັບແຕ່ອາຍຸ 10 ມື້ – 21 ມື້ ຫຼື 1 ເດືອນ .

I. ການອະນຸບານປາທີ່ແຕກໃໝ່ຈົນຮອດອາຍຸ 3 ມື້.
1. ການກຽມອຸປະກອນ.
ກ່ອນຈະມີການຟັກໄຂອຸປະກອນດັ່ງກ່າວຕ້ອງໄດ້ມີການ ຂ້າເຊື້ອມາແລ້ວ ດັ່ງນັ້ນອຸປະກອນທີ່ໃຊ້ຟັກໄຂ່ສ່ວນຫຼາຍແມ່ນຈະສືບຕໍ່ການອະນຸບານປາອາຍຸແຕ່ 3 ມື້ຈົນໄປຮອດ 7 – 10 ມື້ເຊັ່ນ: ອ່າງຊີເມັນແບບກົມ, ແບບຫລ່ຽມ ຫຼື ໃຊ້ມຸ້ງຟັກ ໄຂ່ຢູ່ກາງແຈ້ງ.
2. ການອະນຸບານປາ
ໄລຍະການອະນຸບານປາດັ່ງກ່າວນີ້ ເອີ້ນວ່າ : ປາແປ້ງເຊຶ່ງເປັນປາທີ່ແຕກໃໝ່ໆຈະມີຖົງອາຫານຕິດຕົວມານໍາ, ຊຶ່ງໃນໄລ ຍະນີ້ເຮົ່າບໍ່ຈໍາເປັນຈະໃຫ້ອາຫານເລີຍ. ການເຄື່ອນທີ່ຂອງປາໃນມື້ທໍາອິດປາຈະລອຍນໍ້າລັກສະນະເອົາຫົວຕັງຂື້ນ ແລະ ປັກຫົວລົງໄປຕາມທິດຕັ້ງ.ປາໃນໄລຍະນີ້ມີການລອຍນໍ້າຊ້າ ຫຼື ບາງຄັ້ງກໍ່ມີການນອນຢູ່ພື້ນເມື່ອຮອດມື້ທີສອງປາຈະເລີ່ມລອຍໄວຂື້ນ ທິດທາງໃນການລອຍຂວາງທິດທາງນໍ້າໜ້ອຍໜຶ່ງຖົງອາຫານທີ້ຕິດຢູ່ທ້ອງຈະເລີ່ມີແວບລົງ. ຫຼັງຈາກນັ້ນເມື່ອປາໄດ້ອາຍຸ 3 ມື້ ຈະເລີ່ມລອຍນໍ້າໄດ້ຢ່າງວອງໄວ ລອຍໄປຕາມທິດທາງຂວາງໄປຕາມໜ້ານໍ້າ, ຖົງອາຫານທີ່ຕິດຢູ່ທ້ອງຂອງປາຈະແລບເລີຍ ແລະ ມີປາບາງໂຕເລີ່ມມີການຫວອາຫານ.

II. ການອະນຸບານຕັ້ງແຕ່ອາຍຸ 4 ມື້ – 7 ຫຼື 10 ມື້.
ເມື່ອປາອາຍຸໄດ້ 3 ມື້ແລ້ວຮອດມື້ທີ່ 4 ກໍ່ເລີ່ມມີການໃຫ້ອາຫານ, ອາຫານທີ່ໃຫ້ໃນໄລຍະນີ້ ແມ່ນເອົາໄຂແດງທີ່ຕົ້ມສຸກ ໃຫ້ກິນ.ຄິດໄລອັດຕາກິນປະມານ 1 ໜ່ວຍໄຂແດງຕໍ່ປາປະມານ 100.000 ໂຕ. ໃນໜຶ່ງມື້ໃຫ້ກິນ 3 ຄາບ ແຕ່ລະຄາບ ຫ່າງກັນ 6 – 8 ຊົ່ວໂມງ .ວິທີ່ການເອົາໄຂແດງໃຫ້ປາກິນນີ້ເຮົາຈະນໍາໄຂ່ແດງມາຫໍ່ດ້ວຍຜ້າບາງຕາຖີີ່ໆແລ້ວໄລລົງອ່າງໃຫ້ ທົ່ວເຖິງໃນການໃຫ້ອາຫານປາຕ້ອງຮູ້ຈັກການສັງເກດເບິ່ງວ່າທ້ອງຂອງປາມີອາຫານ ຫຼື ບ່ໍຫຼັງຈາກນັ້ນຈຶ່ງພິຈາລະນາວ່າ : ຄວນຫລຸດອາຫານ ຫຼື ເພີ່ມອາຫານ, ຂື້ນກັບສະພາບແວດລ້ອມ ແລະ ອຸນຫະພູມຂອງອາກາດຕາມປົກກະຕິແລ້ວ ອຸນຫະພູມທີ່ເໝາະສົມໃນການອະນຸບານປາປະມານ 22 – 28 ອົງສາ ລະດັບອົກຊີເຈນປະມານ 3mg/L ຂື້ນໄປໂດຍຜ່ານການສັງເກດຄຸນນະພາບນໍ້າໄດ້ຄື: ສີ, ກິ່ນ , ເຄື່ອງວັດແທກ.
 ຂໍ້ຄວນລະວັງ:
ການໃຊ້ໄຂ່ແດງຕົ້ມເປັນອາຫານແກ່ປາໄຂ່ຕ້ອງເປັນໄຂ່ສົດ ແລະ ຕົ້ມໃຫ້ສຸກນອກຈາກນີ້ການໃຊ້ໄຂ່ແດງເກືອປາບໍ່ໃຫ້ ເກີນ 4 ມື້ຖ້າໃຫ້ຫລາຍກວ່ານັ້ນຈະເປັນກະທົບຕໍ່ຄຸນນະພາບນໍ້າ ແລະ ອາດຈະເຮັດໃຫ້ປາຕາຍໄດ້. ຖ້າຢາກອະນຸບານປາ ຫຼາຍກວ່າ 4 ມື້, ແມ່ນຕ້ອງເກືອປານ້ອຍດ້ວຍໄຮນໍ້າ. ອັດຕາການໃຫ້ແມ່ນປະມານ 80 – 100g / ຈໍານວນປາ 100.000 ໂຕ / ມື້. ຈຸດດີໃນການໃຊ້ໄຮນໍ້າໃຫ້ເປັນອາຫານແມ່ນຈະຊ່ວຍປາກິນງ່າຍ , ປານ້ອຍໄດ້ຮັບທາດຊີ້ນສູງເຖິງ 40 – 45% ເຊຶ່ງເໜາະແກ່ການໃຫ້ປານ້ອຍໃນໄລຍະນີ້ ເພາະວ່າປານ້ອຍຕ້ອງການທາດຊີ້ນສູງ, ການໃຫ້ໄຮນໍ້ານີ້ຈະບໍ່ເປັນຜົນກະທົບ ຕໍ່ປາໃດໆໃນເວລາໃຫ້ກິນບໍ່ໝົດ ຍ້ອນໄຮນໍ້າຈະມີຊີວີດດສືບຕໍ່ໄປອີກ. ເມື່ອປານ້ອຍລ້ຽງຄົບຕາມຈໍານວນ 7 – 10 ມື້ແລ້ວຈິ່ງິເລີ່ມຍ້າຍລົງລ້ຽງໃນໜອງອະນຸບານທີ່ຈະໃຊ້ເວລາໃນການລ້ຽງຕໍ່ມື້ອີກ 3 ອາທິດ – 1 ເດືອນ ເພື່ອເປັນປາອະນຸບານກ່ອນຈະເອົາລົງລ້ຽງໃສໜອງ ຫຼື ກະຊັງ. ພາຊະນະໃນການອະນຸບານໃນໄລຍະນີ້ແມ່ນເປັນໜອງ ຫຼື ອ່າງກໍ່ໄດ້.

II. ການອະນຸບານປາ 10 ມື້ຂື້ນໄປ
1. ການກຽມໜອງອະນຸບານ.
ກ່ອນອື່ນໝົດ ຕ້ອງມີການອະນາໄມໜອງກໍາຈັດວັດສະພືດທີ່ຮົກເຮື້ອຕາມບໍລິເວນໜອງປາ, ຄັນຄູໜອງປາ ແລະ ການກຳຈັດສັດຕູປາອອກໃຫ້ໝົດເຊັ່ນ : ເອົາຂີ້ຕົ້ມຢູ່ພື້ນໜອງອອກໃຫ້ໜົດ ແລະ ມີການສ້ອມແຊມຄູໜອງປາ,ປະຕູນໍ້າຈາກນັ້ນກໍ່ຕາກໜອງໃຫ້ແຫ້ງຖ້າເປັນໜອງດິນຈະໃຊ້ເວລາໃນການຕາກ 2 – 3 ອາທິດ,ຖ້າເປັນອ່າງຊີເມັນຈະໃຊ້ເວລາໃນການຕາກໜ້ອຍກ່ວານັ້ນກໍ່ໄດ້.

1.1. ການຂ້າເຊື້ອ ແລະ ກໍາຈັດສັດຕູປາ
ກ. ກໍລະນີ້ໜອງເປັ່ງນໍ້າອອກໝົດໄດ້
ກ່ອນຈະມີການອະນຸບານປາໃນໜອງນີ້ ພາຍຫຼັງທີ່ຕາກໜອງແລ້ວໃຫ້ໃຊ້ປູນຫວານໃນອັດຕາ 0.02 kg / m2 , ການຫວ່ານປູນຄວນຫວ່ານຢູ່ເໜືອທິດຂອງລົມສະເໜີ ເພື່ອປ້ອງກັນສຸຂະພາບບໍ່ໃຫ້ປູນປີ້ວເຂົ້າດັງເຂົ້າປາກ ແລະ ເຂົ້າຕາຂອງພວກເຮົາດ້ວຍ ພາຍຫຼັງທີ່ໄດ້ຂ້າເຊື້ອໜອງປາໄປແລ້ວປະມານ 5 – 7 ມື້ ຈິ່ງເອົາຝຸ່ນຄອກໃສໃນອັດ 0.5 kg / m2 ເມື່ອເອົາຝຸ່ນຄອກລົງແລ້ວປະໄວ 3 – 5 ມື້ ຈຶ່ງເອົາປານ້ອຍລົງປ່ອຍໄດ້ໃນອັດຕາການປ່ອຍ 300 – 500 ໂຕ / m2
ຂ. ກໍລະນີ້ເປັ່ງນໍ້າໜອງອອກບໍ່ໝົດໄດ້
ແມ່ນມີການກຽມໜອງຫຼາຍວິທີຄືດັ່ງນີ້:
+ ໃຊ້ປູນດີບ ( CaCo ) ອັດຕາການໃສ່ 0.13 – 0.3 kg / m2 ລະດັບນໍ້າທີ່ຍັງຢູ່ 10 – 40 cm. ວິທີການໃສ່ແມ່ນ ໃຫ້ເອົາປູນລະລາຍນໍ້າກ່ອນແລ້ວຈິ່ງສາດໃສໜອງປາ.
+ ໃຊ້ໂລຕີນອັດຕາການໃສ່ແມ່ນ 1.5 kg / ມ. ສາດໃຫ້ທົ່ວໜອງລິດຂອງຢາຈະໝົດພາຍໃນ 5 – 10 ມື້
+ ໃຊ້ຢາໃຊຍາໄນດ ( NaCN ) ເປັນຢາທີ່ມີພິດຮ້າຍແຮງສົມຄວນນໍາມາຈາກປະເທດເຢຍລະມັນ ວິທີການໃຊ້ແມ່ນ ແຊ່ໂລຕີນປະໄວ 1 ຄືນ ແລ້ວຈິ່ງນໍາໄປສາດໃຫ້ທົ່ວໜອງປາ. ອັດຕາການໃຊ້ແມ່ນ 1.5 – 2g ຕໍ່ m2 ຢານີ້ບໍ່ຄວນປະໄວ້ໃນອາກາດທີ່ຊຸ່ມເພາະອາດຈະເກີດເປັນອັນຕະລາຍໃຫ້ເກັບໄວ້ບ່ອນອາກາດແຫ້ງດີ.
– ທຸກໆກໍລະນີທີ່ີກ່າວມາຂ້າງເທິງນັ້ນແມ່ນເພື່ອທໍາຄວມສະອາດໜອງປາ ແລະ ອີກວິທີໜຶ່ງກໍຄືການຂ້າເຊື້ອພະຍາດປາ.
ຄ. ການກໍາຈັດແມງໄມ້ຕ່າງໆທີ່ອາໃສຢູ່ໜ້ານໍ້າຂອງໜອງອະນຸບານ.
ວິທີກໍາຈັດແມງໄມ້ເຫຼົ່ານີ້ແມ່ນນໍາໃຊ້ນໍ້າມັນກາຊວນ ເຊິ່ງເປັນວິທີໄດ້ຮັບຜົນດີພໍສົມຄວນອັດຕາການໃຊ້ 1.5 ລິດ / 1 ໄລ່ ໃຊ້ສາດຢູ່ເທິງໜ້ານໍ້າໃຫ້ຢູ່ເໜືອທິດຂອງລົມສະເໜີ ເພື່ອໃຫ້ນໍ້າມັນກະຈາຍໄປທົ່ວໜ້ານໍ້າ. ຖ້າແມງໄມ້ຫຼາຍກໍ່ໃຫ້ໃຊ້ 3 – 4 ມື້ ລ້ຽນຕິດແລ້ວສັງເກດເບິ່ງວ່າ:ແມງໄມ້ເຫຼົ່ານັ້ນຈະຫຼຸດຈໍານວນລົງທັນທີ.
2. ວິທີການປ່ອຍປາ ແລະ ອັດຕາການປ່ອຍ .
ການປ່ອຍປານ້ອຍລົງອ່າງ ຫຼື ໜອງອະນຸບານແມ່ນເຮົາຈະປ່ອຍໃນເວລາເຊົ້າ ຫຼື ແລງໃນເວລາທີ່ອາກາດເຢັນສາມາດຕັກປານ້ອຍອອກຈາກບ່ອນຟັກໄຂ່ໄປໃສ່ອ່າງອະນຸບານໄດ້ເລີຍ. ຖ້າຫາກນໍາເອົາປານ້ອຍມາແຕ່ບ່ອນອື່ນມາປ່ອຍ ແມ່ນ ຄວນເລືອກເວລາໃຫ້ເໜາະສົມ, ເຊິ່ງໂດຍທົ່ວໄປແລ້ວຈະປ່ອຍໃນເວລາອາກາດເຢັນຄືເວລາເຊົ້າ ຫຼື ແລງ ເມືອເວລາເອົາລູກປາມາຮອດໜອງອະນຸບານບໍຄວນປ່ອຍທັນທີ່, ຄວນເອົາຖົງປາປະໃສ່ໜອງໂດຍບໍ່ທັນເທປາອອກປະໄວ້ປະມານ 10 – 15 ນາທີເສຍກ່ອນເພື່ອໃຫ້ອຸນຫະພູມນໍ້າໃນໜອງ ແລະ ນໍ້າໃນຖົງປານ້ອຍມີການປັບຕົວເຂົ້າກັນ ຈາກນັ້ນຈຶ່ງປ່ອຍປານ້ອຍລົງໃນເວລາປ່ອຍແມ່ນໃຫ້ໃຊ້ມືຄົນນໍ້າຢູ່ພື້ນໜອງ ແລະ ຢູ່ໜ້າໜອງເພື່ອໃຫ້ອຸນຫະພູມສະເໜີກັນຫຼັງຈາກນັ້ນຈຶ່ງ ຄ່ອຍໆປ່ອຍລູກປາໃຫ້ມັນລອຍອອກເອງ.

Ø ໜອງອະນຸບານ
ໜອງອະນຸບານອາດຈະນໍາໃຊ້ໜອງທີ່ຝັກໄຂ່ປາໃນກໍໄດ້. ຫຼັງຈາກແມ່ປາປ່ອຍໄຂ່ຢູ່ໜອງປະສົມພັນແລ້ວ, ຂະໜາດ ຂອງໜອງນີ້ປະມານ 400 – 800 ມ້ ຄວາມເລີກຂອງນໍ້າທີ່ຢູ່ໃນໜອງປະມານ 70 – 100 cm ຫຼື ວ່າບໍ່ໃຫ້ນໍ້າໃນໜອງສູງເກີນ 1 ແມັດ .

Ø ໜອງປາຮາມ
ໜອງປາຮາມ ເພື່ອລ້ຽງລູກປາທີ່ມີອາຍຸແຕ່ 2 – 3 ເດືອນຂື້ນໄປເຊິ່ງເຮົາແຍກອອກຈາກໜອງປາອະນຸບານ, ໜອງປາ ຮາມນີ້ເຮົາສາມາດລ້ຽງຈົນຮອດຈະຂາຍອອກເລີຍກໄດ້ດັ່ງນັ້ນເຮົາຄວນສ້າງໜອງໃຫ້ໃຫ່ຍພໍສົມຄວນ ແລະ ມີຄວາມເລີກຂອງໜອງປະມານ 1 – 2 ແມັດຕະຫຼອດປີຍິງດີ.

3. ການໃຫ້ອາຫານກັບລູກປາ
ຫຼັງຈາກຍ້າຍປາລົງອ່າງ ແລະ ໜອງແລ້ວຈະໃຫ້ໄຮແດງ ເຊິ່ງເວລາໃຫ້ທຸກໆເທື່ອແມ່ນມີການລ້າງນໍ້າໃຫ້ສະອາດການໃຫ້ອາຫານແມ່ນຕ້ອງມີການຄໍານວນ ເພື່ອໃຫ້ເໝາະສົມກັບລູກປາ. ຫຼັງໃຫ້ປະມານ 1 ຊົ່ວໂມງ ສັງເກດເບິ່ງວ່າປາ ນ້ອຍກິນອີ້ມ ຫຼື ບໍ່ອີ້ມຄວນເພີ່ມ ຫຼື ຫຼຸດແມ່ນຮູ້ໄດ້ຈາກການສັງເກດ ຖ້າໃຫ້ບໍ່ເໝາະສົມແມ່ນຈະສົ່ງຜົນກະທົບຕໍ່ຄຸນ ສົມບັດຂອງນໍ້າໄດ້ . ການຈະເລີນເຕີບໂຕຂອງລູກປາແມ່ນໄວ້ ດັ່ງນັ້ນຄວນເພີ່ມໄຮແດງຂື້ນນໍາການໃຫ້ໄຮແດງແມ່ນໃຫ້ໃນຊວງອາຍຸ 7 – 10 ວັນ ແລ້ວໃຫ້ອາຫານສໍາເລັດຮູບ ອັດຕາການໃຫ້ແມ່ນໃນວັນໜຶ່ງໃຫ້ຢູ່ 3 ຄາບ. ຫຼັງຈາກນັ້ນກໍ່ຄ່ອຍໆລຸດລົງ 2 ຄັ້ງ / ວັນ ເຊົ້າ ແລະ ແລງ.
ປົກກະຕິເມື່ອອາຍຸລູກປາໄດ້ 3 – 4 ອາທິດ , ຈະມີຂະໜາດ 3 – 4 cm ເປັນຂະໜາດທີ່ສາມາດຈໍາໜ່າຍໄດ້ ແລະ ນໍາໄປປ່ອຍລ້ຽງໃນໜອງໄດ້ອາຫານປະສົມນີ້ແມ່ນໄດ້ຈາກການເອົາອາຫານສໍາເລັດຮູບປາດຸກນ້ອຍ ແລະ ໄຂ່ແດງຕົ້ມສຸກ ໂດຍນໍາເອົາອາຫານໄປລະລາຍນໍ້າ ແລະ ເອົາໄຂ່ແດງທີ່ບົດມາປະສົມໃຫ້ເປັນເນື້ອດຽວກັນແລ້ວປັນເປັນກ້ອນເອົາໄປຫວ່ານໃຫ້ລູກປາກິນ .ການຖ່າຍເທນໍ້າ ແລະ ທໍາຄວາມສະອາດໜອງ ຫຼື ອ່າງໃນໄລຍະອະນຸບານປົກກະຕິຜູ້ລ້ຽງມັກຖືເບົາສິ່ງເລັກໆນ້ອຍໆ ມັນເຮັດໃຫ້ເກດມີບັນຫາຕໍ່ລູກປາຢູ່ສະເໝີ, ບັນຫາເລື້ອງນໍ້າເປື້ອນໃນໜອງ ແລະ ອ່າງ . ໃນເມື່ອປາກິນອາຫານແລ້ວຈໍາເປັນຕ້ອງມີການຖ່າຍອອກມາ, ປະກອບກັບເສດອາຫານທີ່ກິນແລ້ວ ຫຼື ຕົກຄ້າງເນື່ອງຈາກຜູ້ລ້ຽງໃຫ້ອາຫານປາຫຼາຍເກີນໄປແຕ່ຕົວຈິງແລ້ວແມ່ນຍາກທີ່ຄົນຈະເຮັດໄດ້ພໍດີ 100%. ດັ້ງນັ້ນສິ່ງທີ່ຂັບຖ່າຍ ແລະ ສິງເສດເຫຼືອຈະຕົກຄ້າງຢູ່ຕາມອ່າງ ຫຼື ໜອງ ແລະ ເນົ່າເປື້ອຍຊິ່ງຈະເປັນເຫດໃຫ້ນໍ້າມີກິ່ນເໜັນ ແລະ ເຮັດໃຫ້ປາມີໂອກາດຕິດພະຍາດ ຈຶ່ງຈໍາເປັນຕ້ອງມີການດູດເສດຂີ້ປາ ແລະ ອາຫານທີ່ເຫຼືອຕາມພື້ນອ່າງ ອອກເປັນການປ່ຽນນໍ້າໄປໃນຕົວຄື: ດູດເອົານໍ້າອອກ 1 / 3 ຂອງນໍ້າໃນໜອງແລ້ວເຕີ່ມນໍ້າໃໝ່ໃຫ້ໄດ້ລະດັບເກົ່າສະເໝີ.

ຂໍ້ຄວນເອົາໃຈໃສ່ໃນການອະນຸບານປາ
1. ບໍ່ຄວນໃຫ້ໄຂ່ແດງເກີນ 3 ວັນຕິດຕໍ່ກັນເພາະນໍ້າຈະເປີະເປື້ອນ ແລະ ເສຍຄຸນນະພາບໄດ້ງ່າຍ.
2 ຕ້ອງມີການດູດເສດອາຫານທຸກໆຄັ້ງຫຼັງຈາກມີການໃຫ້ອາຫານ ພ້ອມກັບຖ່າຍນໍ້າໃໝ່ທຸກຄັ້ງ.
3 ບ່ໍຄວນເຮັດໃຫ້ລູກປາມີການຕື່ນຕົກໃຈເພາະວ່າປາມັກຄວາມສະຫງົບ.
4 ນໍ້າໃນໜອງມີຄຸນສົມບັດດຢູ່ສະເໜີ ແລະ ບໍ່ເສຍຄຸນ.
5 ລູກປາດຸກມັກນໍ້ານິ່ງ ແລະ ໃສສະອາດການຖ່າຍເທນໍ້າໃຫ້ແກ່ລູກປາດຸກນັ້ນບໍ່ໃຫ້ປ່ຽນດຸຫຼາຍໃນຊ່ວງ 7 ວັນທໍາອິດ ເພາະລູກປາຈະປັບຕົວບໍ່ທັນເຮັດໃຫ້ເກີດພະຍາດໄດ້ ໃຫ້ມີການປ່ຽນນໍ້າເທື່ອລະໜ້ອຍ.
6 ອຸປະກອນໃນການອະນຸບານ ຫຼັງຈາກທີ່ມີການນໍາໃຊ້ແລ້ວຄວນລ້າງນໍ້າໃຫສະອາດ ແລະ ຕາກແດດໃຫ້ແຫ້ງ ກ່ອນຈະນໍາເອົາມາໃຊ້ໃນຄັ້ງຕໍ່ໄປ.
7 ຖ້າເຫັນລູກປາລອຍໂຜ່ຫົວຂື້ນເທິງໜ້ານໍ້າ ແລະ ເປັນກຸ່ມຢູ່ຕາມແຈໜອງ ນັ້ນສະແດງວ່າ : ຜິດປົກກະຕິລູກປາກ່ໍ ຈະຕິດເຊື້ອພະຍາດ ຫຼື ເປັນພະຍາດໃຫ້ຮີບດໍາເນີນການແກ້ໄຂ່ໂດຍດ່ວນ.
8 ຖ້າວ່າພົບປາຕາຍໃນໜອງເປັນສ່ວນໜ້ອຍໃຫ້ັຮັບຈັບປາທີ່ຕາຍອອກໂດຍໄວເພາະວ່າອາດຈະກໍ່ໃຫ້ເກີດພະຍາດທົ່ວົໜອງປາກໄດ້.
9 ປົກກະຕິແຕ່ລະວັນຖ້າມີປາຕາຍ 2 – 3 ໂຕ / ໜອງຖືວ່າບໍ່ມີບັນຫາເພາະວ່າລະບົບການຍ່ອຍອາຫານບໍ່ໄດ້ດີ.
10.ລັກສະນະລູກປາທີ່ສົມບູນ ແລະ ແຂງແຮງມີຄື:
– ປາຈະກິນອາຫານເກັ່ງ,ແຂງແຮງ,ລອຍນໍ້າໄດ້ຢ່າງວອງໄວທຸກໆທິດ .
– ລູກປາທີ່ແຂງແຮງດີຈະມີລໍາໂຕໃຫ່ຍ , ຊັດສ່ວນກັບຄວາມຍາວ ແລະ ນໍ້າໜັກໂຕສົມສ່ວນກັນດີ.
– ປາຈະກະຈາຍຢູ່ທົ່ວໃນເມື່ອກິນອີ້ມຈະນອນນິ້ງລັກສະນະສະຫງົບ.
– ປາແຂງແຮງສ່ວນຫຼາຍແມ່ນຢູ່ເລີກ ຫຼື ຢູ່ພື້ນໜອງຫຼາຍ ກວ່າໜ້ານໍ້າໂດຍຫຼັງຈາກກິນອາຫານອີ້ມ, ໃນກໍລະນີ້ທີ່ີມັນຫີວ ມັນຈະລອຍອອກມາຫາກິນຢ່າງວອງໄວ.
ແຫຼ່ງຂໍ້ມູນ:
https://planil.com/fry-nursing/