ເຕັກນິກການລ້ຽງອ່ຽນ
ຮູບຮ່າງລັກສະນະ ລໍາຕົວກົມຮຽວຍາວ, ສ່ວນໜ້າ ແລະ ກາງລຳຕົວມີຈະກົມຄ້າຍທໍ່ນ້ຳ, ສ່ວນຫາງຮຽວສ້ວຍ ແລະ ແປດ້ານຂ້າງ, ສ່ວນຫົວມີຂະໜາດໃກ້ຄຽງກັບລຳຕົວ, ປາກຮຽວນ້ອຍ ແລະ ຢື່ນໄປທາງດ້ານໜ້າ, ຕາມີຂະໜາດນ້ອຍ, ສ່ວນຫາງຮຽວຍາວ ແລະ ແປທາງດ້ານຂ້າງ, ຜິວລຳຕົວມີເມືອກມືນປົກຄູມ, ບໍ່ມີເກັດ ແລະ ຄີ. ລຳຕົວມີສີນ້ຳຕານແດງ, ດ້ານເທິງລຳຕົວມີສີນ້ຳຕານເຂັ້ມ, ສ່ວນດ້ານທ້ອງມີສີຈາງ. ລຳຕົວຂະໜາດຍາວປະມານ 40-60 ຊມ, ມັກພົບຢູ່ຕາມຫ້ວຍ, ແຄມນ້ຳ, ທົ່ງນາ, ບືງໜອງ. ອາຫານຂອງພວກມັນແມ່ນພວກສັດນ້ອຍ ແລະ ຊາກສັດ. ອ່ຽນເປັນສັດນໍ້າປະເພດໜຶ່ງທີ່ ລ້ຽງງ່າຍ, ບໍ່ຫຍຸ້ງຍາກເລື່ອງອາຫານການເກືອແຕ່ລະວັນ . ອ່ຽນເປັນທີ່ນິຍົມກັນກິນມາແຕ່ດົນນານແລ້ວ , ໃນໄລຍະປັດຈຸບັນສັງຄົມຂະຫຍາຍຕົວ , ຮ້ານອາຫານໃຫ່ຍມີຫລາຍແຫ່ງເກີດຂຶ້ນ, ຮ້ານອາຫານເຫລົ່ານັ້ນ ແລະ ຄົນທົ່ວໄປມີຄວາມຕ້ອງການອ່ຽນ ເພື່ອມາປຸງແຕ່ງເປັນອາຫານນັບມື້ຫລາຍຂຶ້ນ, ແຕ່ອ່ຽນທີ່ມີຂາຍໃນທ້ອງຕະຫລາດມີໜ້ອຍ ແລະ ລາຄາແພງ, ສະນັ້ນ , ຖ້າເຮົາຮູ້ວິທິການລ້ຽງ ແລະ ລ້ຽງຫລາຍຂາຍສົ່ງຕະຫລາດ ຫລື ຮ້ານອາຫານຕ່າງໆເຫລົ່ານັ້ນກໍ່ຈະເຮັດໃຫ້ເຮົາມີລາຍຮັບເພີ່ມໃຫ້ແກ່ຄອບຄົວ.
1. ການສ້າງສະຖານທີ່ລ້ຽງ.
1.1. ລ້ຽງໃນອ່າງຊີເມັນ.
• ວິທິທີ່ 1:
– ສ້າງອ່າງຂະໜາດ 2×4 ມ. ສູງ 1 – 1,2 ມ
– ພື້ນ ແລະ ຝາອ່າງທາງໃນຂັດໃຫ້ລະອຽດ, ພື້ນລາດອ່ຽງໄປຫາບ່ອນທໍ່ລະບາຍນໍ້າ
– ເທິ່ງອ່າງມຸງດ້ວຍຜ້າກັນແດດຫ່າງຈາກປາກອ່າງ 1 ມ
– ອ່າງທີ່ສ້າງໃໝ່ຕອ້ງເອົານໍ້າໃສ່ແຊ່ປະໄວ້ 30 ວັນ. ເມື່ອແນ່ໃຈວ່າຊີເມັນໝົດລິດແລ້ວຈິ່ງລ້າງໃຫ້ສະອາດ ແລ້ວນໍາ ວັດສະດຸຕ່າງໆ ທີ່ກຽມໄວ້ໝັກໃສ່ເພື່ອເປັນອາຫານອ່ຽນ
ການກະກຽມວດັສະດຸອຸປະກອນເພື່ອໝັກເປັນອາຫານອ່ຽນມີ:
– ຂີ້ໝູສົດ (ໝູທີ່ກິນອາຫານສໍາເລັດຮູບ)
– ຂີ້ດິນ (ຖ້າເປັນຕົມ ຫລື ດິນພື້ນໜອງ ຫລື ດິນທົ່ງນາຈະເປັນການດີ)
– ເຟືອງແຫງ້
– ຕົນ້ກວ້ຍ
– ແຕະໄມ້ປ່ອງ
– ກອ້ນຫີນ ຫລື ກ້ອນດິນບອກ
• ວິທິການໝັກອາຫານ ( ບົ່ມອາຫານໃຫ້ອ່ຽນ)
– ແບ່ງອ່າງອອກເປັນ 2 ສ່ວນ, ຂັ້ນກາງດ້ວຍແຕະໄມ້ປ່ອງ, ເອົາກ້ອນຫີນ ຫລື ກ້ອນດິນບອກເຕັງແຕະໄວ້ເພື່ອບໍ່ໃຫ້ກອງ ອາຫານໝັກລຸລົງມາຫາເຄິ່ງອ່າງທີ່ຫວ່າງ, ຫລງັຈາກນັ້ນຈິ່ງເອົາວັດສະດຸຕ່າງໆລົງໃສ່ເປັນຊັ້ນແຕ່ລະຊັ້ນໜາ 10 ຊັງຕີແມັດ ດັ່ງນີ້:
+ ຊັນ້ທີ 1: ຂີ້ໝູສົດ (ຂີ້ໝູທີ່ກິນອາຫານສໍາເລັດຮູບ) ປະສົມໜັງງົວ ຫລື ໜັງຄວາຍປະມານ 3 ກິໂລ.
+ ຊັ້ນທີ 2 ຂີ້ດິນ ຫລື ຕົມ
+ ຊັ້ນທີ 3 ເຟືອງແຫ້ງ
+ ຊັ້ນທີ 4 ຂີ້ດິນ ຫລື ຕົມ
+ ຊັ້ນທີ 5 ຕົ້ນກ້ວຍທີ່ຕັດເປັນທ່ອນນ້ອຍ 5 – 10 ຊມ
+ ຊັ້ນທີ 6 ຂີ້ດິນ ຫລື ຕົມ
ຫລັງຈາກເອົາວັດສະດຸຕ່າງໆໃສ່ແລວ້ ເອົານໍ້າໃສ່ອ່າງໃຫ້ເກືອບຖ້ວມກອງອາຫານໝັກປະໄວ້ຈົນກອງອາຫານໝັກບໍ່ເຫັນຟອດອາກາດດັນຂຶ້ນມາຈິ່ງເອົາອ່ຽນຂະໜາດທໍ່ໄມ້ຖູ່ມາລຽ້ງໃສ່ອ່າງ 500 ໂຕຕໍ່ອ່າງ, ໄລຍະທີ່ໝັກ ອາຫານຕ້ອງມັານປ່ຽນຖ່າຍນໍ້າເລື້ອຍໆ.
• ວິທິທີ່ 2: ລ້ຽງໃສ່ໃນອ່າງຂະໜາດ 4×4 ແມັດ . ແບ່ງອ່າງເປັນສອງສ່ວນດ້ວຍການກໍ່ດິນຈີ່ ຫລື ດິນບັອກຂັ້ນກາງ, ຝາຂັ້ນກາງຕ້ອງຈົ່ງເປັນຮູໃຫ້ອ່ຽນລອດໄປມາໄດ້.
ການກຽມບ່ອນລຽ້ງ:
– ລ້າງອ່າງໃຫ້ສະອາດ
– ກຽມວັດສະດຸ ແລະ ອຸປະກອນເພື່ອໝັກອາຫານໃຫ້ອ່ຽນດັ່ງນີ້:
+ ຕົ້ນກວ້ຍ
+ ເຟືອງແຫ້ງ
+ ຝຸ່ນຄອກ (ຂີ້ງົວ, ຂີ້ຄວາຍແຫ້ງ)
+ ດິນ ຫລື ຕົມພື້ນໜອງ
+ ໜັງງົວ ຫລື ໜັງຄວາຍ (ໜັງສົດ)
• ວິທີການບົ່ມອາຫານ ເອົາວັດສະດຸຕ່າງໆໃສ່ໃນອ່າງທີ່ກຽມໄວ້ເປັນຊັ້ນແຕ່ລະຊັ້ນໜາ 10 ຊັງຕີແມັດ .
– ຊັ້ນທີ 1 ດິນ ຫລື ຕົມ + ໜັງງົວ-ຄວາຍປະມານ 3-4 ກິໂລກລາມ
– ຊັ້ນທີ 2 ຕົ້ນກ້ວຍຕັດເປັນທ່ອນນອ້ຍ
– ຊັ້ນທີ 3 ຝຸ່ນຄອກ
– ຊັ້ນທີ 4 ເຟືອງແຫງ້ (ເອົາໜັງງົວ, ຄວາຍໃສ່ປະມານ 2 -3 ກິໂລ)
– ຊັ້ນທີ 5 ດິນ ຫລື ຕົມ ຫລັງຈາກເອົາວັດສະດຸຕ່າງໆໃສ່ແລ້ວເອົານໍ້າໃສ່ອ່າງໃຫ້ເກືອບຖ້ວມກອງອາຫານ, ໝັກປະໄວ້ ຈົນກອງອາຫານໝັກເຫັນຟອດອາກາດດັນຂຶ້ນມາຈິ່ງເອົາອ່ຽນມາລ້ຽງໃສ່ອ່າງ 1.000 ໂຕ ຕໍ່ອ່າງ, ໄລຍະທີ່ໝັກ ອາຫານຕ້ອງໝັ່ນປ່ຽນຖ່າຍນໍ້າເລື້ອຍໆ.
• ວິທິ 3.
– ສ້າງອ່າງຂະໜາດ 4×6 ແມັດສູງ 1,20 ແມັດ.
– ເອົາເຟືອງແຫ້ງໃສ່ໃນອ່າງໃຫ້ໜາປະມານ 50 ຊັງຕີແມັດ. ແລ້ວເອົາດິນ ຫລື ຕົມໃສ່ທັບລົງໄປໃຫ້ໜາ 20 ຊັງຕີແມັດ , ເອົານໍ້າໃສ່ໃຫ້ຖ້ວມພະຍາຍາມປ່ຽນນໍ້າເລື້ອຍໆຈົນນໍ້າໃສຈິ່ງນໍາເອົາທ່ອນໄມ້ເກົ່າທີ່ເປັນໂກນ, ບັ້ງໄມ້,ຕີນລົດເກົ່າ, ທໍ່ນໍ້າເກົ່າໃສ່ລົງໄປໃນອ່າງ
– ເອົາອ່ຽນນອ້ຍຂະໜາດໄສ່ສໍດາຈໍານວນ 500 ໂຕມາລຽ້ງ.
– ຖ້າມີລູກປາດຸກນາກໍ່ປ່ອຍລຽ້ງຮ່ວມກັນ 100 ໂຕ ແລະ ປາຫາງນົກຍູງ, ປະກັດໃສ່ ເພື່ອກິນໜອນຍຸງໃນອ່າງ.
1.2. ການລຽ້ງໃນໜອງດິນ
ການລ້ຽງໃສ່ໜອງດິນອ່ຽນອາດສູນຫາຍໄປປະມານ 20% ແຕ່ກໍ່ສະດວກສໍາລັບຜູ້ທີ່ມີບັນຫາເລື້ອງການສ້າງອ່າງ ແລະ ວິທິນີ້ກໍ່ເປັນວິທີທີ່ງ່າຍເໝາະສົມສໍາລັບຊາວບ້ານທີ່ຢູ່ໃກ້ແຫລ່ງນໍ້າ, ວິທີການລ້ຽງມີດັ່ງນີ້ :
– ຂຸດໜອງຂະໜາດ 4 x 6 ແມັດ, 2×4 ແມັດ ຫລື 2×6 ແມັດ. ແລ້ວແຕ່ຄວາມພ້ອມສະຖານທີ່ບ່ອນສ້າງໜອງຄວນເປັນດິນໜຽວ, ນໍ້າບໍ່ຖ້ວມ, ຂຸດໜອງເລິກ 1 ແມັດ . ເຄິ່ງບ່ອນສ້າງຕ້ອງຢູ່ບ່ອນທີ່ງຽບສະຫງົບ
– ເອົາໄມ້ມາເຮັດໂຄງສູງຈາກໜ້າດິນ 2 ແມັດ, ກວມເອົາໜອງ ແລະ ກວ້າງກາຍແຄມໜອງອອກໄປປະມານ 30-50 ຊັງຕີແມັດ. ແລ້ວເອົາຜ້າແຍ່ງຂຽວປົກຄຸມ ແລະ ເອົາດິນຖົມສົ້ນແພໃຫ້ແຈບ, ຂຸດຮ່ອງອ້ອມໜອງເພື່ອບໍ່ໃຫ້ນໍ້າຝົນໄຫລເຂົ້າຖ້ວມໜອງ ແລະ ເຮັດທາງເຂົ້າອອກໄດ້ສະດວກ.
– ໃນໜອງເອົາເຟືອງແຫ້ງ (ເຟືອງເກົ່າ) ໃສ່ລົງໄປແຈໃດແຈໜຶ່ງໃຫ້ໜາ 50 ຊັງຕີແມັດ . ໃນເນື້ອທີ່ 1/3 ຂອງໜອງ, ເອົາຝຸ່ນຄອກແຫ້ງໃສ່ທັບລົງໄປໜາ 20 ຊັງຕີແມັດປະໄວ້ 2 -3 ວັນ. ຖ້ານໍ້າເນົ່າເໝັນຕ້ອງປ່ຽນນໍ້າອອກເອົານໍ້າໃໝ່ໃສ່ພໍດີພຽງກອງອາຫານແລ້ວເອົາໄມ້ທໍ່ເປັນໂກນ, ບັ້ງໄມ້ໄຜ່….ໃສ່ໃນໜອງ, ເອົາຜັກຕົບ , ຜັກບົ້ງໃສ່ໃນສ່ວນທີ່ບໍ່ແມ່ນກອງອາຫານ, ເອົາໄມ້ຂື້ນລະຫວ່າງກອງອາຫານກັບຜັກຕົບໃຫ້ເປັນຫວ່າງເພື່ອສະດວກການໃຫອ້າຫານ, ກ່ອນເອົາອ່ຽນລົງລ້ຽງອາດເອົາປາຫາງນົກຍູງ, ກຸ້ງຝອຍ, ປາກັດໃສ່ໃນໜອງແລ້ວນໍາລູກອ່ຽນຂະໜາດດຽວກັນ 1.000 ໂຕມາປ່ອຍໃສ່ໜອງ.
2. ການລ້ຽງ ແລະ ບົວລະບັດຮັກສາ.
– ຕິດຕາມລະດັບນໍ້າໃຫ້ປົກກະຕິຖ້ານໍ້າໃນອ່າງມີຟີອດດັນຂຶ້ນມາ ຫລື ອ່ຽນອອກມາຈາກກອງອາຫານໝັກຕອນກາງເວັນຕ້ອງປ່ຽນນໍ້າທັນທີທີ່ທີສຽບໃສ່ບ່ອນລະບາຍນໍ້າຕອ້ງເຈາະຮູພຽງໜ້ານໍ້າໃນອ່າງເພື່ອໃຫ້ນໍ້າລົ້ນອອກເມື່ອຝົນຕົກ
– ລ້ຽງອ່ຽນປະໄວ້ 4 – 5 ເດືອນຈິ່ງເລີ່ມໃຫ້ອາຫານເສີມ ເຊັ່ນ: ເອົາໜັງ 2-3 ກກ ຫລື ສັດຕາຍເຜົາໄຟແລ້ວຝັງລົງໃນກອງອາຫານໝັກ, 2-3 ວັນ ໃດໃຫ້ອາຫານເສີມ 1 ຄັ້ງເຊັ່ນ: ຫອຍ, ກະປູທັບປະໄວ້ໃຫ້ມີກີ່ນເໜັນຈິ່ງເອົົາໄປຖອກໃສ່ ໃນອ່າງໃຫ້ອ່ຽນກິນ
– ໃນໄລຍະໃຫອ້າຫານເສີມນີ້ຄວນປ່ຽນຖ່າຍນໍ້າອາທິດລະຄັ້ງເພື່ອບໍ່ໃຫ້ນໍ້າໃນອ່າງເນົ່າເໝັນ
– ເມື່ອລ້ຽງຮອດເດອືນທີ 7 ຫາເດືອນທີ 8 ກໍ່ສາມາດເອົາອ່ຽນອອກຈໍາໜ່າຍໄດ້.
– ອ່າງຂະໜາດ 2 x4 ແມັດ . ປ່ອຍອ່ຽນລົງລ້ຽງ 500ໂຕຖ້າມີການດູແລດີ ແລະ ໃຫ້ອາຫານເສີມພຽງພໍຈະສາມາດໄດ້ຮັບຜົນ 35 – 50 ກິໂລກຼາມຕໍ່ອ່າງ
– ອ່າງຂະໜາດ 4 x 4 ແມັດ. ລ້ຽງອ່ຽນ 1.000 ໂຕ, ສາມາດໄດ້ຮັບຜົນປະມານ 100 ກິໂລກຼາມຕໍ່ອ່າງ.
ສິ່ງທີ່ຄວນໃສ່ໃຈ:
– ພັນອ່ຽນທີ່ມາລ້ຽງຕ້ອງມຂະໜາດເທົ່າໆກັນ
– ຢ່າປະໃຫ້ນໍ້າຖ້ວມອ່າງລ້ຽງເພາະອ່ຽນອາດຈະໜີອອກຈາກອ່າງລ້ຽງ
– ຢ່າປະໃຫ້ນໍ້າໃນອ່າງເນົ່າເໝັນຈະເຮັດໃຫ້ອ່ຽນຕາຍ
– ໃຫ້ອາຫານເສີມປົກກະຕິ ແລະ ພໍເຫມາະກັບຄວາມຕ້ອງການຂອງອ່ຽນຜົນໄດ້ຮັບຈະສູງ
ແຫຼ່ງຂໍ້ມູນ: http://lad.nafri.org.la/fulltext/4445-0.pdf
https://www.phakhaolao.la/kb/0000676?q=%E0%BA%AD%E0%BB%88%E0%BA%BD%E0%BA%99&p=search
https://www.sarakaset.com/2022/02/07/monopterus-albus-zuiew/