ເຕັກນິກການປູກໝາກກ້ຽງ

ຜົນຜະລິດໝາກກ້ຽງ ແລະ ຄຸນຄ່າທາງອາຫານຂອງໝາກກ້ຽງ
• ໝາກກ້ຽງເປັນຕົ້ນໄມ້ໃຫ້ໝາກຢືນຕົ້ນທີ່ມີຊົງພຸ່ມຂະໜາດນ້ອຍປະມານ 3-4 ແມັດເປັນພືດໃບລ້ຽງຄູ່.
• ສາມາດໃຫ້ຜົນຜະລິດ 1 ຄັ້ງຕໍ່ປີ ຜົນຜະລິດສະເລ່ຍຕໍ່ຕົ້ນປະມານ 50-80 ກິໂລຕໍ່ຕົ້ນຕໍ່ປີ
• ພື້ນທີ່ສວນປູກໝາກກ້ຽງສ່ວນໃຫຍ່ຢູ່ທາງພາກກາງ ແລະ ພາກເໜືອຂອງ ສປປ ລາວໄດ້ແກ່: ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງໄຊສົມບູນ, ແຂວງຊຽງຂວງ
• ໝາກກ້ຽງມີລົດຊາດສົ້ມ, ສົ້ມຫວານ ແລະ ມີກິນຫອມ ເມື່ອສຸກແກ່ເຕັມທີ່ໝາກຈະມີສີເຫຼືອງ
• ມີຄຸນຄ່າທາດອາຫານທີ່ຮ່າງກາຍຂອງຄົນເຮົາຕ້ອງການເຊັ່ນ: ແຄມຊຽມ,ໂປຣທັດຊຽມ, ວິຕາມິນເອ, ວິຕາມິນຊີ.

ຮູບ: ຜົນຜະລິດໝາກກ້ຽງ

 ການຄັດເລືອກພື້ນທີ່ໃນການສ້າງສວນໝາກກ້ຽງ.
• ສະພາບພື້ນທີ່ໃນການສ້າງສວນໝາກກ້ຽງຕ້ອງຢູ່ໃກ້ແຫຼ່ງນໍ້າ ແລະມີນໍ້າພຽງພໍຕະຫຼອດປີ
• ມີເສັ້ນທາງສາມາດເຂົ້າອອກໄດ້ທັງ 2 ລະດູການ (ລະດູແລ້ງ ແລະ ລະດູຝົນ)
• ຄວາມຄ້ອຍຊັນຂອງດິນໃນລະດັບປານກາງ, ເປັນພື້ນທີ່ພູດອຍ, ພູພຽງ ແລະ ທົ່ງພຽງກໍ່ໄດ້ແຕ່ບໍ່ເປັນດິນນໍ້າຂັງ.
• ດິນຕ້ອງເປັນດິນທີ່ອຸດົມສົມບູນ ເປັນດິນຜຸຜຸ່ຍ ມີລັກສະນະສີດໍາ.

ຮູບ: ພື້ນທີ່ການສ້າງສວນໝາກກ້ຽງ

ແນວພັນໝາກກ້ຽງ.
• ແນວພັນເບ້ຍໝາກກ້ຽງທີ່ຈະນໍາມາປູກຕ້ອງໄດ້ຈາກການຂະຫຍາຍພັນດ້ວຍການໂທມງ່າ(ຕອນງ່າ)ຈາກຕົ້ນທີ່ໃຫ້ຜົນຜະລິດມາກ່ອນແລ້ວ.
• ເປັນແນວພັນເບ້ຍທີ່ໄດ້ຈາກການປ່ຽນຍອດ ຫຼື ການຕິດຕາຈາກຕາພັນດີທີ່ໃຫ້ຜົນຜະລິດມາກ່ອນແລ້ວ
• ເປັນແນວພັນ ຫຼື ເບ້ຍທີ່ສາມາດໃຫ້ຜົນຜະລິດຖືກຕ້ອງຕາມຄວາມນິຍົມຊົມຊອບຂອງຕະຫຼາດກໍ່ຄືຜູ້ບໍລິໂພກ
• ເປັນແນວພັນທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມພື້ນທີ່ຂອງຊາວກະສິກອນ
• ແນະນໍາໃຫ້ນໍາໃຊ້ແນວພັນໝາກກ້ຽງບ້ານຢ້າວເຂດເມືອງກາສີ, ເມືອງວັງວຽງ ແຂວງວຽງຈັນ

ຮູບ: ການຂະຫຍາຍພັນໝາກກ້ຽງດ້ວຍການໂທມງ່າ

ຮູບ: ເບ້ຍໝາກກ້ຽງໄດ້ຈາກການຂະຫຍາຍພັນໝາກກ້ຽງດ້ວຍການໂທມງ່າ

ຮູບພາບ: ເບ້ຍໝາກກ້ຽງທີ່ໄດ້ຈາກການຂະຫຍາຍພັນໝາກກ້ຽງດ້ວຍການປ່ຽນຍອດ

 

ເຕັກນິກການປູກໝາກກ້ຽງ.
ກ. ການກະກຽມພື້ນທີ່ປູກໝາກກ້ຽງ.
• ຕັດ, ຖາກຖາງຫຍ້າ ແລະ ຕົ້ນໄມ້ຈິງ ຫຼືຕົ້ນໄມ້ໃຫຍ່ທີ່ມີໃນບໍລິເວນທີ່ຄັດເລືອກຈະສ້າງສວນໝາກກ້ຽງ ໃນລະຫວ່າງເດືອນກຸມພາ(2)
• ອະນາໄມພື້ນທີ່ດ້ວຍການຈູດເຜົາໄຟໃນລະຫວ່າງທ້າຍເດືອນມິນາ(3).

 

ຮູບພາບ: ການກຽມພື້ນທີ່ໃນການສ້າງສວນໝາກກ້ຽງ

• ກໍລະນີພື້ນທີ່ເປັນສວນທີ່ປູກເຂົ້າໄຮ່ມາກ່ອນກໍ່ຕ້ອງໄດ້ອະນາໄມ້ດ້ວຍການຕັດ ຫຼື ຖາກຖາງພ້ອມຈູດເຜົາໄຟໃຫ້ແປນເຊັ່ນດຽວກັນ

ຮູບ: ການສ້າງສວນໝາກກ້ຽງໃນພື້ນທີ່ປູກເຂົ້າໄຮ່

ຮູບພາບ: ການກຽມພຶ້ນທີ່ກໍລະນີດິນຮາບພຽງ

ຂ. ການກໍານົດໄລຍະປູກ
• ປູກແບບຮູບຈະຕຸລັດສີ່ຫຼ່ຽມ ແລະ ປູກໄປຕາມເສັ້ນລະດັບຂອງໜ້າດິນ.
• ໃຊ້ເຊືອກຜຽກ ຫຼື ເຊືອກຟາງ ພ້ອມແມັດແທກໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນ ຫຼື ໄລຍະຫ່າງລະຫວ່າງຂຸມທີ່ຈະຂຸດປູກເບ້ຍໝາກກ້ຽງ
• ໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນ 4 x 4 ແມັດ
• ຖ້າຈະສ້າງສວນໝາກກ້ຽງໃນເນື້ອທີ່ 1 ຮຕ ຈະຕ້ອງໄດ້ກະກຽມເບ້ຍໝາກກ້ຽງໃນຈໍານວນ 625 ເບ້ຍ

 

ຮູບພາບ: ການວັດແທກໄລຍະຂຸມປູກໝາກກ້ຽງ

 

ຮູບພາບ: ສວນໝາກກ້ຽງທີ່ປູກຕາມລະຄ້ອຍຊັນຂອງໜ້າດິນ

ຄ. ການຂຸດຂຸມປູກ.
• ໃຊ້ຈົກ, ສຽມ ຫຼື ຊ້ວນ ທີ່ສາມາດຂຸດດິນໄດ້ໃນລະດັບຄວາມເລີກ 50 ຊັງຕີແມັດ ແລະ ຄວາມກວ້ງຂອງປາກຂຸມປະມານ 40 – 60 ຊັງຕີແມັດ
• ແຍກດິນທີ່ຂຸດຂຸມນັ້ນອອກເປັນ 2 ກອງຄື ດິນຊັ້ນໜ້າ, ຊັ້ນເທິງ ແລະ ດິນຊັ້ນລຸ່ມ
ງ. ລະດູປູກໝາກກ້ຽງ
• ຄວນຈະປູກໝາກກ້ຽງໃນລະຫວ່າງທ້າຍເດືອນເມສາ(4) ຫາຕົ້ນເດືອນມິຖຸນາ(6)

 

ຮູບພາບ: ການຂຸດຂຸມປູກໝາກກ້ຽງ

ຈ. ການປູກໝາກກ້ຽງ
• ນໍາຝຸ່ນຄອກປະສົມເຂົ້າກັບດິນຊັ້ນເທິງໃນປະລິມານ 5 ກິໂລ
• ນໍາດິນທັງສອງກອງທີ່ຂຸດຈາກຂຸມນັ້ນລົງຂຸມຄືນ ແຕ່ຕ້ອງນໍາດິນຊັ້ນເທິງທີ່ປະສົມກັບຝຸ່ນຄອກລົງກົ້ນຂຸມກ່ອນ
• ໃຊ້ສຽມຂຸດຂຸມອີກເທື່ອໜື່ງໃຫ້ຂຸມມີຂະໜາດພໍດີກັບເບົ້າໝາກກ້ຽງ.
• ໃຊ້ມີດປາດ ຫຼື ມືຈີກຂ້າງຖົງຢາງອອກຢ່າງລະວັງເພື່ອບໍ່ໃຫ້ເບົ້າດິນແຕກ ແລ້ວວາງເບ້ຍໝາກກ້ຽງລົງຂຸມ ໃຊ້ດິນຖົມລົງໄປອີກ.
• ໃຊ້ຫຼັກໄມ້ປັກລົງດ້ານຂ້າງເບົ້າຕົ້ນໄມ້ ແລ້ວເອົາເຊືອກມັດ.
• ໃຊ້ເຟືອງ, ໃບໄມ້ແຫ້ງມາປົກຂຸມເພື່ອຮັກສາຄວາມຊຸ່ມ

ຮູບພາບ: ການປູກໝາກກ້ຽງ

ສ. ການເສຍຫຍ້າ.
• ຕ້ອງໄດ້ມີການເສຍຫຍ້າອ້ອມຕົ້ນ ແລະ ບໍລິເວນສວນຢ່າງເປັນປົກກະຕິ
• ສໍາລັບລະດູຝົນຄວນມີການເສຍຫຍ້າເປັນປະຈຳ 1 ຄັ້ງຕໍ່ເດືອນ.
• ສໍາລັບລະດູແລ້ງຈໍານວນຄັ້ງຂອງການເສຍຫຍ້າອາດຈະເປັນ 2 ເດືອນຕໍ່ຄັ້ງ
• ອຸປະກອນທີ່ນໍາໃຊ້ອາດຈະເປັນຈົກ, ຊ້ວນ ຫຼື ຈັກຕັດຫຍ້າ ຖາກຖາງຫຍ້າຢູ່ບໍລິເວນອ້ອມຕົ້ນ ແລະ ບໍລິເວນສວນ
ຊ. ການໃສ່ຝຸ່ນ
• ນໍາໃຊ້ຝຸ່ນຂີ້ງົວ ຫຼື ຂີ້ຄວຍ ຫຼື ທີ່ເອີ້ນກັນວ່າຝຸ່ນຄອກມາໃສ່ຕົ້ນໝາກກ້ຽງ
• ນໍາໃຊ້ຝຸ່ນເຄມີສູດ 15:15:15 ແລະ ສູດ 13:13:12 ຫຼື ທີ່ເອີ້ນກັນວ່າປຸ໋ຍຮອງພື້ນ ແລະ ປຸ໋ຍໝາກ
• ຕົ້ນໝາກກ້ຽງປູກປີທໍາອິດໃສ່ຝຸ່ນຄອກ 5 ກິໂລຕໍ່ຕົ້ນ ປະສົມກັບດິນຕອນປູກໃໝ່ ແລະໃສ່ຝຸ່ນເຄມີສູດ 15:15:15 ໃນປະລິມານ 200 ກຼາມຕໍ່ຕົ້ນ, ໃສ່ໃນທ້າຍລະດູຝົນ
• ການໃສ່ຝຸ່ນຕົ້ນໝາກກ້ຽງທີ່ປູກໃນປີທີ 2 ຈະໄດ້ໃສ່ຝຸ່ນຄອກ 10 ກິໂລຕໍ່ຕົ້ນ ແລະ ຝຸ່ນເຄມີສູດ 15:15:15 ຈໍານວນ 300 ກຼາມຕໍ່ຕົ້ນ ແບ່ງເຄິ່ງໃສ່ 2 ຄັ້ງຄືຕົ້ນລະດູຝົນ ແລະ ທ້າຍລະດູຝົນ
• ການໃສ່ຝຸ່ນຕົ້ນໝາກກ້ຽງທີ່ປູກໃນປີທີ 3 ຈະໄດ້ໃສ່ຝຸ່ນຄອກ 15 ກິໂລຕໍ່ຕົ້ນ ແລະ ຝຸ່ນເຄມີສູດ 15:15:15 ຈໍານວນ 500 ກຼາມຕໍ່ຕົ້ນ ແບ່ງເຄິ່ງໃສ່ 2 ຄັ້ງຄືຕົ້ນລະດູຝົນ ແລະ ທ້າຍລະດູຝົນ
• ການໃສ່ຝຸ່ນຕົ້ນໝາກກ້ຽງທີ່ປູກໃນປີທີ 4 ແລະ ປີຕໍ່ໆໄປ ຈະໄດ້ໃສ່ຝຸ່ນຄອກ 15 ກິໂລຕໍ່ຕົ້ນ ແລະ ຝຸ່ນເຄມີສູດ 15:15:15 ຈໍານວນ 300 ກຼາມຕໍ່ຕົ້ນ ແບ່ງເຄິ່ງໃສ່ 2 ຄັ້ງຄືຕົ້ນລະດູຝົນ ແລະ ທ້າຍລະດູຝົນ ພ້ອມໃສ່ຝຸ່ນສູດ 13:13:21 ຫຼັງຈັບໝາກນ້ອຍ ໃນປະລິມານ 300 ກຼາມຕໍ່ຕົ້ນ
• ວິທີການໃສ່ຝຸ່ນມີ 2 ແບບຄື:ໃສ່ແບບຂຸດເປັນຮ່ອງອ້ອມຕາມຊົງຟຸ່ມ, ຂຸດເປັນຈຸດ 4 ແຈຕາມຊົງຟຸ່ມ.

 


ຮູບພາບ: ການໃສ່ຝຸນແບບອ້ອມຕາມຊົງພຸ່ມ

ຍ. ການໃຫ້ນໍ້າ
• ຄວນໃຫ້ນ້ຳຢ່າງສະໝ່ຳສະເໝີ, ຖ້າຝົນບໍ່ຕົກ ຫຼື ຖືກຊ່ວງລະດູແລ້ງຄວນໃຫ້ນ້ຳ 2 ເທື່ອຕໍ່ອາທິດ.
• ວິທີການໃຫ້ນໍ້າມີ 2 ແບບຄືໃຫ້ນໍ້າແບບດຶງສາຍຢາງຫົດ ແລະ ແບບສະປິ່ງເກີ້

ຮູບພາບ: ໄດນ້ຳ ຫຼື ປໍ້ານໍ້າທີ່ໃຊ້ໃນການໃຫ້ນໍ້າຕົ້ນໝາກກ້ຽງ

 


ຮູບພາບ: ການໃຫ້ນໍ້າແບບສະປິ່ງເກີ້

ດ. ການຕັດແຕ່ງ
• ພາຍຫຼັງປູກໄດ້ປີທີ 2 ຫາ 3 ກໍ່ເລີ່ມຕັດແຕ່ງຊົ່ງພຸ່ມ
• ຕັດແຕ່ງ່ານ້ອຍຫາງ່າໃຫຍ່ ແລະ ຕັດຈາກທາງໃນອອກຫາທາງນອກ
• ຕັດກິ່ງ, ງ່າ, ໃບທີ່ເປັນພະຍາດ ແລະ ຖືກແມງໄມ້ທໍາລາຍ
• ຕັດແຕ່ງໃນລະຫວ່າງເດືອນກັນຍາ(9)ຫາເດືອນຕຸລາ(10) ຫຼັງເກັບກ່ຽວຜົນຜະລິດ
• ອຸປະກອນທີ່ໃຊ້ໃນການຕັດແຕ່ງມີມີດຊີຄັດເຕີ ແລະ ເລື່ອຍ

ຮູບພາບ: ມີດຊີຄັດເຕີທີ່ໃຊ້ໃນການຕັດແຕ່ງ

ຕ. ການເກັບກ່ຽວຜົນຜະລິດ
• ໝາກກ້ຽງເລີ້ມອອກດອກ ແລະ ຈັບໝາກໃນລະຫວ່າງເດືອນມັງກອນ(1) ຫາ ເດືອນມິນາ(3) ຫຼື ເດືອນເມສາ(4).
• ໝາກເລີ່ມສຸກແກ່ ແລະ ສາມາດເກັບກ່ຽວຜົນຜະລິດໃນເດືອນກັນຍາ(9) ຫຼື ເດືອນຕຸລາ(10)

 

ຮູບ: ຜົນຜະລິດໝາກກ້ຽງທີ່ເກັບກ່ຽວຈາກສວນ ແລະ  ວາງຂາຍ

 

 

 

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: ຮຽບຮຽງໂດຍ: ທ. ໜູພອນ ຄຳສົມພູ ແລະ ທ. ດັດສະກອນ ຫົງສີວິໄລ; ກວດແກ້ ໂດຍ: ປອ ບຸນເນື່ອງ ດວງບຸບຜາ ແລະ ທ່ານ ບຸນຖົມ ສົມພັນປັນຍາ

ຂໍ້ມູນເຕັກນິກ:

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ

ຂະແໜງງານຄົ້ນຄວ້າໄມ້ໃຫ້ໝາກ
ໂທ/ເຟັກ: 021 360377
020 55123190 ຫຼື 020 95144441