ເຕັກນີີກ: ການປູກພຶດລະດູແລ້ງ(ຖົ່ວດິນ)ໂດຍການນຳໃຊ້ລະບົບນ້ຳຢອດ

ຖົ່ວດິນເປັນພຶດທີນິຍົມປູກກັນທົ່ວໄປ ເຊິ່ງສາມາດສ້າງລາຍຮັບເພີ່ມໃຫ້ແກ່ຊາວກະສິກອນເປັນຢ່າງດີ ໃນຊ່ວງຫຼັງລະດູເກັບກ່ຽວ ( ສາມາດປູກໄດ້ທັງລະດູຝົນ ແລະ ລະດູແລ້ງ ) ເພາະການປູກຖົ່ວດິນໃນຊ່ວງນີ້ ມັນຈະສາມາດຊ່ວຍປັບປຸງສະພາບດິນໃຫ້ດີຂີ້ນໄດ້ ແລະ ເໝາະແກ່ການປູກໃນພື້ນທີ່ໄຮ່ນາຫຼັງລະດູເກັບກ່ຽວ. ຫຼັງຈາກປູກຖົ່ວດິນສຳເລັດແລ້ວ ຈະມີການປູກເຂົ້ານາປີ ເຊິ່ງເຮົາສາມາດໄຖ່ປົກຕົ້ນຖົ່ວດິນ ລວມໄປເຖິງເປືອກຖົ່ວດິນກໍ່ສາມາດນຳມາເປັນປຸ໋ຍໃນນາເຂົ້າໄດ້ ແລະ ສາມາດປະຫຍັດຕົນທືນໄດ້ຫຼາຍສົມຄວນ.
ການນຳໃຊ້ລະບົບນ້ຳຢອດຫຼັກໆ ແມ່ນເຮົາຕ້ອງການໃຫ້ຊາວກະສິກອນ ມີລະບົບນ້ຳ ເພື່ອທີ່ເຮັດໃຫ້ຊາວກະສິກອນສາມາດປູກພຶດຜັກໄດ້ຕະຫຼອດປີ (ຖ້າເນັ່ນການບໍລິໂພກ) ແລະ ສວນຄົວນ້ຳຢອດໃຊ້ນ້ຳພຽງ 200-400 ລິດ, ກໍ່ສາມາດປູກພຶດເພື່ອບໍລິໂພກໄດ້. ລະບົບນ້ຳຢອດສາມາດໃຊ້ກັບໂຄງສ້າງຂອງດິນທຸກຊະນິດ ເພາະວ່າອັດຕາການຢອດມັນຈະນ້ອຍປະມານ 1-2 ລິດ/ຊົ່ວໂມງ ສະນັ້ນ ດິນໜຽວມັນຈະມີອັດຕາການຊືມຂອງນ້ຳນ້ອຍຫຼາຍ, ແຕ່ວ່າລະບົບນ້ຳຢອດນີ້ສາມາຊືມລົງໄປໄດ້ໝົດ ບໍ່ມີການໄຫຼອອກຈາກຮາກພຶດ
ວິທີການ ແລະ ອຸປະກອນ
ການກະກຽມອຸປະກອນ
• ແນວພັນຖົ່ວດິນ 20 kg/ໄລ່ (ການງອກບໍ່ໃຫ້ຕໍ່າກວ່າ 75%) ນໍາເອົາແນວພັນມາຄົນ ຫຼື ເຄືອບ ເຂົ້າກັບເຊື້ອໄຮໂຊບຽມ ອັດຕາ
• ທໍ່ຢ່າງ (ທໍ່ນ້ຳຢອດ )
• ລົດໄຖພວນດິນ (ຖ້າບໍ່ມີ ເອົາຈົກ,ສຽມກໍ່ໄດ້)
• ຝຸ່ນຄອກ,ຝຸ່ນບົມ
ການກະກຽມດິນປູກ

  • ສຳລັບລະດູຝົນ (ຈະມີ 3 ຊ່ວງຄື: ເມສາ – ພືກສະພາ, ມີຖຸນາ ແລະ ກໍລະກົດ – ສິງຫາ )

• ຖ້າພື້ນທີ່ດັ່ງກ່າວມີພືດ ຫຼື ເສດພືດນ້ອຍ ບໍ່ຈຳເປັນກະກຽມດິນ ພຽງແຕ່ໄຖເປີດຫວ່າງສຳລັບຢອດເມັດ
• ຖ້າພື້ນທີ່ດັ່ງກ່າວມີພຶດ ແລະ ເສດພຶດໜາແໜ້ນ ໃຫ້ໄຖພວນດິນ 1 ຄັ້ງ,ເລີກປະມານ 10 – 20 ຊມ. ຫຼັງຈາກນັ້ນຕາກດິນປະໄວ້ 7 – 10 ວັນ, ແລ້ວໄຖພວນອີກ 1 ຄັ້ງ ແລະ ເກັບເສດພຶດຕ່າງໆອອກ.

  • ສຳລັບລະດູແລ້ງ

• ປູກໃນພື້ນທີ່ນາ ອາໄສນ້ຳຈາກຊົນລະປະທານ (ທັນວາ – ມັງກອນ). ໄຖ 1 ຄັ້ງ, ເລີກປະມານ 10 – 20 ຊມ. ຕາກແດກ 7 – 10 ວັນ,ແລ້ວພວນດິນອີກ 1ຄັ້ງ ແລ້ວເກັບເສດພຶດອອກ ຈາກນັ້ນຍົກຄູໜານປູກໃຫ້ສູງຂື້ນ 20 -25 ຊມ. ເພື່ອສະດວກໃນການໃຫ້ນ້ຳ
• ປູກຫຼັງເກັບກ້ຽວ ອາໄສຄວາມຊຸ່ມຊື່ນຂອງດິນ (ຕຸລາ – ພະຈິກ). ກະກຽມດິນໃຫ້ລະອຽດ ແລະ ຕ້ອງຜຸຜຸ່ຍ,ໄຖດິນ 2ຄັ້ງ ແລະ ພວນ 1-2 ຄັ້ງ.
• ຫຼັງຈາກກະກຽມດິນແລ້ວ,ວັດແທກໜານ ແລະ ກຳນົດແຖວເພື່ອສະດວກຕໍ່ການວາງລະບົບນ້ຳຢອດ ແລະ ການເຮັດຮ່ອງໜານແລ້ວ, ໃສ່ຝຸ່ນຄອກ,ຝຸ່ນບົມ ຫຼື ແກບເຜົ່າໃຫ້ທົ່ວໜານ
ການໃສ່ຝຸ່ນ
• ດິນທີ່ມີອິນຊີວັດຖຸຕຳ່ກວ່າ 1% ຄວນໃສ່ຝຸ່ນຄອກ,ຝຸ່ນໝັກ 1000 – 2000 kg/ໄລ່ ແລ້ວພວນດິນປົກ
• ດິນທີ່ມີທາດອາຫານຕຳ່ ຄວນໃສ່ປຸ໋ຍສູດ 12-24-21 ອັດຕາ 25 kg/ໄລ່ ຫຼື ສູດ 16-16-8 ອັດຕາ 35 kg/ໄລ່ ຮອງພື້ນຂຸມກ່ອນປູກ ຫຼື ໂຫຍຂ້າງແຖວແລ້ວພວນດິນປົກ ຫຼັງແຕກງອກ 10-15 ວັນ.
• ດິນທີີ່ຂາດ Ca ໃຫ້ໃສ່ຢິບຊຳ ໃນອັດຕາ 50 kg/ໄລ່ ຂ້າງແຖວປູກໄລຍະລົງ (ອາຍຸ 40-50ວັນ ແຕກງອກ)

  •   ການປູກ :

• ຢອດເປັນຂຸມ ເຊິ່ງໄລຍະຫ່າງປະມານ 50×20 ຊມ.ເລີກ 5 ຊມ, ກ່ອນປູກນໍາເອົາແນວພັນມາຄົນ ຫຼື ປະສົມເຂົ້າກັບເຊື້ອໄຮໂຊບຽມ ອັດຕາ 100 ml/10-15 kg/ໄລ່ ແລະ ຈຳນວນເມັດປະມານ 2-3 ເມັດ/ຂຸມ ແລ້ວເອົາດິບປົກບ່າງໆ.
ການວາງລະບົບນໍ້າຢອດ
ການຕິດຕັ້ງລະບົບນ້ຳຢອດນັ້ນບໍ່ຍາກປານໃດ ພຽງເຮົາສຶກສາພໍເຂົ້າໃຈແລ້ວຫາອຸປະກອນມາວາງ ລະບົບໄດ້ເອງ.ດັ່ງລຸ່ມນີ້:
• ທຳອິດ ເຮົາຕ້ອງມີຖັງເກັບນ້ຳ (200 ລິດ)ໃກ້ໆໜານປູກ ເພື່ອສະດວກໃນການໃຫ້ນໍ້າ ຫຼື ຖ້າໃຜທີ່ຕ້ອງການຕໍ່ລະບົບນ້ຳຢອດໃສ່ກັບເຄື່ອງໂປມນ້ຳ ເພື່ອດູດນ້ຳໂດຍກົງກໍ່ໄດ້ເລີຍ. ເຊິ້ງເຮົາຕ້ອງຍົກຖັງໃຫ້ສູງຈາກພື້ນ 1-2 ແມັດ. ແລ້ວເຂາະກົ້ນຖັງ ເພື່ອເຊື່ອມຕໍ່ທໍ່ PE 40, ຕໍ່ທໍ່ໄປຕາມຫົວໜານ
• ສ່ວນການດືງນ້ຳໄປໃສ່ ແມ່ນຈະຕິດຕັ້ງວາວ ເພື່ອເຊື່ອມຕໍ່ກັບເທັບນ້ຳຢອດ ເພື່ອສົ່ງນ້ຳໄປຫາໜານປູກ,ໃສ່ໄລຍະຢອດ 20 ຊມ
• ແລ້ວຕໍ່ລະບົບນ້ຳທັງໝົດ ທຸກໜານໃຫ້ຮຽບຮ້ອຍ, ຫຼັງຈາກນັ້ນທົດສອບລະບົບນ້ຳ, ແຮງດັນນ້ຳ,ຮ້ອຍຮົ່ວຂອງທໍ່ ແລະ ອື່ນໆ
• ໃນການວາງທໍ່ນ້ຳຢອດ ແມ່ນຄວນວາງປີ້ນຮູມັນຂື້ນຂ້າງເທິງ,ຖ້າເຮົາປິ່ນລົງ ຕະກອນທີ່ຢູ່ພື້ນມັນຈະຖືກດູດເຂົ້າໃນຮູ ແລ້ວເຮັດໃຫ້ຮູທໍ່ຕັນໄດ້, ແຕ່ຖ້າເຮົາປີ້ນຂື້ນ ອາຍຸການໃຊ້ງານຈະດົນ.
• ນໍ້າ 1 ຖັງ,ສາມາດໃຫ້ນໍ້າໄດ້ 160 m2 ແລະ ໃຫ້ແຮງດັນສະໜໍາສະເໜີບໍ່ໃຫ້ເກີນ 20 m ຈາກຈຸດໃຫ້ນ້ຳ
ການເບິ່ງແຍ່ງຮັກສາ
ການປ້ອງກັນກຳຈັດ ທັງແມງໄມ້, ສັັດຕູພຶດ, ໂລກພຶດ ແລະ ຈຳພວກຫຍ້າ ຕະຫຼອດໄລຍະເວລາການຈະເລີນເຕີບໂຕຈົນເຖິງໄລຍະການເກັບກ່ຽວ
1. ການກຳຈັດຫຍ້າ
• ການກຳຈັດຈຳພວກຫຍ້າຄັ້ງທີ່ 1 ເມື່ອຕອນອາຍຸໄດ້ 15 -20 ວັນ ຫຼັງງອກອອກ
• ການກຳຈັດຄັ້ງທີ່ 2 ພ້ອມພວນດິນຂ້າງແຖວ ເມື່ອອາຍຸໄດ້ 30 -40 ວັນຫຼັງງອກອອກ
2. ການກຳຈັດໂລກ ແລະ ສັດຕູ້ພຶດທີ່ສຳຄັນ
• ຖ້າຫາກວ່າມີບົ້ງໃນໃບ,ເພ້ຍໄພ,ເພ້ຍອ່ອນ,ເພ້ຍຈັກຈັນ ແລະ ສ້ຽນດິນ ໃຫ້ໃຊ້ສານເຄມີຕາມຄຳແນະນຳ
• ໂລກກົກເນົ່າ, ລຳຕົ້ນເນົ່າ, ຍອດໄໝ້ ແລະ ອື່ນໆ ແມ່ນປ້ອງກັນໂດຍການເຜົ່າທຳລາຍ ແລະປູກພຶດໜູນວຽນ,ພົ່ນສານເຄມີ ຫຼື ປູກພຶດທີ່ສາມາດທົນທານໄດ້ກວ່ານີ້.
3. ການໃຫ້ນ້ຳ
• ໃຫ້ນ້ຳທຸກ 7 ວັນ ໃນເດືອນທໍາອິດ ເພື່ອໃຫ້ຄວາມຊຸ່ມແກ່ຮາກ ປະມານ 20 ນາທີ ຫຼື ພໍປະມານດິນຊຸ່ມ ແລະ ບໍໃຫ້ປຽກຫຼາຍເກີນໄປ, ຫຼັງຈາກນັ້ນແມ່ນໃຫ້ທຸກ 10 ວັນ
• ຫ້າມໃຫ້ຂາດນ້ຳໃນຊ່ວງຖົ່ວດິນໄດ້ອາຍຸ 30-60 ວັນຫຼັງງອກອອກ
ການເກັບກ່ຽວ
• ການເກັບກ່ຽວນີ້ ຄວນເກັບກ່ຽວຕາມອາຍຸຂອງແນວພັນ (ອາຍຸ 85 – 120 ວັນຫຼັງແຕກງອກ) ຫຼື ເມື່ອສີເມັດຖົ່ວດິນດ້ານໃນ ປ່ຽນເປັນສີນ້ຳຕານຫຼາຍກວ່າ 60%
• ໃຊ້ເຄື່ອງຖອນ ຫຼື ໃຊ້ມືຫຼົກ
• ປິດເມັດຖົ່ວດິນດ້ວຍມື ຫຼື ດ້ວຍເຄື່ອງຈັກ
ການປະຕິບັດຫຼັງການເກັບກ່ຽວ
• ຕາກຖົ່ວດິນໃນຜ້າຢາງ ໂດຍບໍ່ໃຫ້ຖົ່ວດິນຖືກດິນ, ຕາກແດດ 3-5 ວັນ ເພື່ອໃຫ້ຄວາມຊຸ່ມເຫຼືອພຽງ 9%
• ອະນາໄມໃຫ້ສະອາດ ແລະ ຕັດແຍກ,ບັນຈຸໃນກະສອບ ແລ້ວວາງໄວ້ທີ່ຮົ່ມເທິ່ງພື້ນທີ່ທີ່ມີໄມ້ຮ່ອງພື້ນ ເພື່ອເກັບເປັນແນວພັນໃນລະດູຕໍ່ໄປ
• ສຳລັບສ່ວນທີ່ເຫຼື່ອ (ຕົ້ນ,ໃບ ແລະ ຮາກ) ເຮົາສາມດນຳມາເຮັດຝຸ່ນໄດ້: ນຳເອົາເປືອກ,ຕົ້ນ,ໃບ ນຳໄປກອງລວມກັນ ສ່ວນໃຫຍ່ຈະເຮັດໃນລະດູຝົນ ເມື່ອຝົນຕົກລົງມາສາມາດເຮັດໃຫ້ຍ່ອຍລະຫຼາຍໄດ້ ຫຼື ອີກອີກແບບແມ່ນເອົາຕົ້ນ,ຮາກ ແລະ ໃບ ນຳໄປໄຖໃສ່ກັບດິນເລີຍ ເພື່ອເປັນການພວນດິນ ເພື່ອເຮັດໃຫ້ດິນມີຄວາມອຸດົມສົມບຸນ ແລະ ຍົກສະມັດຕະພາບການຜະລິດໃຫ້ດີຂື້ນ.
ຄວາມເໝາະສົມຂອງສະພາບແວດລ້ອມ

  • ພື້ນທີ່ດິນ:

ລັກສະນະຂອງດິນທີ່ເໝາະສົມສຳລັບການປູກຖົ່ວດິນ ຄວນເປັນດິນໜ້າເລີກ,ເປັນດິນຮ່ວນປັນຊາຍລະບາຍນຳ້ໄດ້ດີ ນ້ຳບໍ່ຂັງ ເມື່ອໜ້າດິນແຫ້ງບໍ່ຄວນມີລັກສະນະແໜ້ນ ຫຼື ແຂງເກີນໄປ.ໂດຍສະເພາະເມື່ອຮຶດລະດູການເກັບກ່ຽວ ເພາະຈະເຮັດໃຫ້ຝັກຂາດຄ້າງຢູ່ໃນດິນຫຼາຍ.ປັບສະພາບດິນໃຫ້ເໝາະສົມ ເພາະມັນຈະຊ່ວຍເຮັດໃຫ້ທາດອາຫານພຶດ ສາມາດລະລາຍອອກມາ ແລະ ເປັນຜົນດີຕໍ່ກັບຮາກພຶດ ທີ່ຈະດູດຊືມເອົາໄປລໍ່ລ້ຽງໃນການຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດດີ.

  • ອຸນຫະພູມ:

ອຸນຫະພູມສະເລ່ຍທີ່ເໝາະສຳລັບ ການປູກຖົ່ວດິນ ເພື່ອໃຫ້ຈະເລີນເຕີບໂຕ ຄວນປະມານ 30 ອົງສາ
ຕົ້ນທືນ
ໃນການນໍາໃຊ້ຕົ້ນທືນເຂົ້າໃນການປູກ ບາງຄັ້ງອາດຈະແພງໃຍຊ່ວງເລີ່ມຕົ້ນ ແຕ່ກໍ່ຄຸ່ມຄ່າໃນການນໍາໃຊ້ລະບົບນໍ້າຢອດ ເພາະເຮົາໄດ້ໃຊ້ຍາວນານ ແລະ ສາມາດປະຫຍັດໄດ້ຫຼາຍຢ່າງອີກ ລາຍລະອຽດລຸ່ມນີ້:

ລ/ດ ລາຍການ ຈຳນວນ ລາຄາ ລວມເປັນເງີນ
1 ແນວພັນ(20 kg/ໄລ່) 2 kg 25.000 50.000
2 ຫົວສູບທໍ່ນ້ຳຢອດ 6 ອັນ 5.000 30.000
3 ທໍ່ PE 20 70 ແມັດ 3.000 210.000
4 ທໍ່ PE 32 24 ແມັດ 5.000 120.000
5 ສາມທາງລົດກ່ຽວ 32 – 20 7 ອັນ 27.000  189.000
6 ຂໍ້ຕໍ່ ສາມທາງ 32 1 ອັນ 20.000 20.000
7 ປະຕູນ້ຳ 32 1 ອັນ 20.000 20.000
8 ຝຸ່ນຄອກ 5 ເປົ່າ 15.000 75.000
9 ແກບ 8 ເປົ່າ 3.000 24.000
10 ຖັງນ້ຳ 200ລິດ 1 ຖັງ 200.000 200.000
11 ລວມ 938.000

 

ຈຸດດີ ແລະ ຈຸດອ່ອນຂອງການປູກຖົ່ວດິນ
ຈຸດດີຕໍ່ດິນ
• ເມື່ອພຶກຕະກຸນຖົ່ວ ຍ່ອຍລະລາຍຈະເພີ່ມອິນຊີວັດຖຸໃນດິນສູງ ແລະ ຊ່ວຍເພີ່ມທາດ N ໃຫ້ແກ່ດິນ
• ຊ່ວຍປັບປຸງຄຸນນະພາບຂອງດິນໃຫ້ມີຄວາມອຸດົມສົມບູນ ແລະ ເຮັດໃຫ້ພືດຫຼັກໆທີ່ປູກມີການຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດສູງ
• ປ້ອງກັນການພັງທະລາຍຂອງດິນ
• ຊ່ວຍຮັກສາຄວາມຊຸ່ມຂອງດິນ ແລະ ເຮັດໃຫ້ດິນອຸ້ມນ້ຳດີຂື້ນ
• ຫຼຸດຜ່ອນການສູນເສຍໜ້າດິນ ອັນເກີດຈາກການເຊາະລ້າງ
• ຫຼຸກຜ່ອນການໃຊ້ປູ໋ຍເຄມີ
ຈຸດດີຂອງການນຳໃຊ້ລະບົບນ້ຳຢອດ
• ປະຫຍັດເວລາ ເພາະໃຊ້ເວລາບໍ່ດົນໃນການໃຫ້ນ້ຳແຕ່ລະຄັ້ງ (10,20,30) ຫຼື ຫຼາຍກວ່ານີ້ກໍ່ໄດ້ ຂື້ນກັບການຕ້ອງການນ້ຳຂອງພຶດ
• ປະຫຍັດແຮງງານ, ງ່າຍ ແລະ ສະດວກສະບາຍ
• ປະຫຍັດຄ່າໃຊ້ຈ້າຍ, ຄ່ານ້ຳມັນ, ຄ່າໄຟຟ້າໃນການປຳ້ນ້ຳແຕ່ລະຄັ້ງ ເນື້ອງຈາກວ່າໃຊ້ເວລາໃນການໃຫ້ນ້ຳສັ້ນກວ່າ
• ຫຼຸດຜ່ອນຈຳພວກຫຍ້າ,ພຶດຕ່າງໆໃນໜານປູກ ເພາະນ້ຳຈະບໍ່ກະຈ່າຍຕົວທົ່ວໜານ,ຈະຍອຍລົງສະເພາະທີ່ເປັນຮາກພືດໂດຍກົງ
• ປະຫຍັດນ້ຳໄດ້ດີ
ຈຸດອ່ອນ
• ໄນໂຕຼເຈນ (N) ທີ່ມີຢ່າງຫຼວງຫຼາຍໃນຕົ້ນຖົ່ວທຸກຊະນິດ ມີແຫຼ່ງທີ່ມາຈາກ 2 ແຫຼ່ງຄື: ຈາກດິນ ແລະ ອາກາດ. ຖົ່ວຈະບຳລຸງດິນໄດ້ກໍ່ຕໍ່ເມື່ອ ສາມາດຕືງແກ໊ສ ໄນໂຕຼເຈນ (N) ຈາກອາກາດໄດ້ຫຼາຍພຽງພໍສຳລັບການຈະເລີນເຕີບໂຕ ແລະ ເຫຼືອ ໄນໂຕຼເຈນ (N) ໄວ້ໃຫ້ກັບດິນ
• ໃນກໍລະນີ້ຖົ່ວ ດືງແກ໊ສ ໄນໂຕຼເຈນ (N) ຈາກອາກາດບໍ່ໄດ້,ຖົ່ວຈະດືງໄນໂຕຼເຈນຈາກດິນມາໃຊ້ ແລ້ວເຮັດໃຫ້ດິນເຊື່ອມໂໍຊມ ແລະ ສູນເສຍໄນໂຕຼເຈນ

  •  ຂໍ້ແນະນຳ:

1. ຖ້າດິນເປັນກົດຄ່າ PH ຕຳກວ່າ 5,5 ໃຫ້ໃສ່ປູນຂາວຫວ່ານ 100 – 300 kg/ໄລ່ ກ່ອນປູກ 1-2 ອາທິດ
2. ຖ້າເປັນດິນຊາຍຄວນໃສ່ປູ໋ຍເຄມີທີ່ມີສູດ 3-6-9 ອັດຕາ 20-30 kg/ໄລ່
3. ສະພາບພື້ນທີ່ດິນທີ່ຄວນພວນດິນ ແມ່ນດິນແໜ່ນ ແລະ ດິນແຫ້ງແຂງ

ຮູບກະຽມດິນ

ຮູບ ການຕິດຕັ້ງລະບົບນໍ້າຢອດ

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ: