ເຕັກນີກ: ການປູກເຂົ້າແບບນຳໃຊ້ນ້ຳປະຫຍັດ ແບບປຽກສະຫຼັບແຫ້ງ (AWD)

ຄວາມສຳຄັນຂອງນ້ຳຕໍ່ການປູກເຂົ້າ
• ນ້ຳເປັນວັດຖຸດິບໃນການສັງເຄາະແສງ
• ນ້ຳເປັນໂຕທຳລາຍ ແລະ ພາສານອາຫານຕ່າງໆພາຍໃນຕົນເຂົ້າ ແລະ ລຳລຽງສານອາຫານທີ່ເຂົ້າສ້າງໄດ້ໄປເກັບສະສົມໃນເມັດ
• ນ້ຳຊ່ວຍຮັກສາລະດັບຂອງອຸນຫະພູມພາຍໃນຕົ້ນເຂົ້າ ແລະ ໃນແປງນາບໍ່ໃຫ້ເກີດການປ່ຽນແປງໄດ້ງ່າຍ
• ນ້ຳຊ່ວຍໃຫ້ດິນອ່ອນ,ຊຸ່ມຊື່ນ ເຊິ່ງງ່າຍຕໍ່ການກຽມດິນ ແລະ ການຈະເລີນເຕີບໂຕຂອງຮາກເຂົ້າ
• ນ້ຳຊ່ວຍເພີ່ມປະສິດທິພາບການຜະລິດ,ຄວບຄຸມວັດສະພືດ ແລະ ເພີ່ມປະສິດທີພາບການໃສ່ປຸ໋ຍເຄມີ
ປະລິມານນ້ຳ ທີ່ເຂົ້າຕ້ອງການ
ປະລິມານນ້ຳທີ່ເຂົ້າຕ້ອງການປະກອບມີ 3 ສ່ວນຄື:
• ການຄາຍນ້ຳ (E) + ການລະເຫີຍຂອງນ້ຳ (T) + ການຊຶມລົງຂອງນ້ຳ (P)
• ປະລິມານນ້ຳທີ່ເຂົ້າຕ້ອງການເປັນຜົນລວມຂອປະລິມານນ້ຳທັງ 3 ສ່ວນ ເອີ້ນວ່າ: ETP
• ປະລິມານນ້ຳທີ່ເຂົ້າຕ້ອງການຈາກໄລ່ປູກໃນລະດູການໜື່ງໆ ຈະມີປະລິມານຫຼາຍ ຫຼື ນ້ອຍຂື້ນກັບ: ລະດູການ, ດິນຟ້າອາກາດ,ປະລິມານນ້ຳທີ່ມີ, ຊະນິດແນວພັນ, ໄລຍະການຈະເງີນເຕີບໂຕ, ເນື້ອດິນ ແລະ ຄວາມອຸດົມສົມບູນຂອງດິນ, ແລະ ການຈັດການດິນເພື່ອການປູກພືດ
ລະບົບກາຜະລິດເຂົ້າແບບປຽກສະລັບແຫ້ງ
ແມ່ນການຄວບຄຸມນ້ຳໃນນາເຂົ້າ ແລະ ປະສົມປະສານການນຳໃຊ້ເຕັກໂນໂລຢີ ທີ່ເຮັດໄດ້ດ້ວຍຕົນເອງ.ຄຳວ່າປຽກ: ຄືມີນຳ້ຖ້ວມຂັງສູງ 5-10 ຊມ, ສະຫຼັບ: ຄືການປ່ຽນບັນຍາກາດ, ແຫ້ງ: ຄືການເບິ່ງລະດັບນ້ຳໃນທໍ່ ຄ່ອຍໆລົດລົງໄປເຖິງ 15 ຊມ ປະກອບອາການຂອງໃບເຂົ່້າ ຫ່ຽວຊົ່ວຄາວ (ຍາມເຊົ້າໃບຕັ້ງ ແລະ ສວຍໃບກົງ).
ລະບົບຜະລິດ: “ ປຽກສະລັບແຫ້ງ ”

5 ຫຼຸດ 5 ເພີ່ມ
1 ເມັດພັນ
2 ນ້ຳ
3 ປຸ໋ຍເຄມີ
4 ຢາເຄມີ
5 ແຮງງານ
1 ຄຸນນະພາບເຂົ້າ
2 ປະລິມານຜົນຜະລິດ
3 ກຳໄລ + ສະສົມທືນ
4 ຄຸນນະພາບຊີວິດ
5 ຄວາາມສາມັກຄີຊຸມຊົນ

ວິທີການ ແລະ ອຸປະກອບ
ກະກຽມອຸປະກອນ
• ແນວພັນ
• ທໍ່ PVC
• ຝຸ່ນຄອກ
• ປຸ໋ຍເລັ່ງ
ຂັ້ນຕອນການປູກເຂົ້າທີ່ມີການຈັດການນ້ຳແບບປະຫຍັດປຽກສະຫຼັບແຫ້ງ
ກຽມດິນ ແລະ ປັກດໍາ
1). ກ່ອນມີການໄຖຮູດ ຄວນໃສ່ຝຸ່ນຄອກ, ຝຸ່ນບົ່ມປະໄວ້ເປັນໄລຍະເກືອບເດືອນ ເພື່ອເປັນການປັບປຸງບໍາລຸງດິນ . ຫຼັງຈາກນັ້ນກໍ່ໄຖຮູດຄັ້ງທີ1 ໂດຍການປັບໃຫ້ພື້ນທີ່ດິນພຽງ ແລະ ຫຼັງຫວ່ານກ້າ ລະບາຍນ້ຳອອກໃຫ້ແຫ້ງ ເພື່ອໃຫ້ເຂົ້າອອກສະໜ່ຳສະເໜີ, ຈາກນັ້ນ ໄຖຮູດຄັ້ງທີ 2 (ກາງເດືອນ ມີຖຸນາ ) ແລະ ໃສ່ປຸ໋ຍເລັ່ງ ສູດ 46-0-0 ແລະ ຄວນປັກດໍາໃຫ້ແລ້ວຕົ້ນ ເດືອນ ກໍລະກົດ.ຫຼັງປັກດໍາເຂົ້າ ຮັກສາລະດັບນ້ຳໃນໄຮ່ນາປະມານ 5 ຊມ.
2). ຫຼັງຫວ່ານ ແລະ ປັກດໍາເຂົ້າໄດ້ 10 ວັນ, ຕ້ອງມີການຄວບຄຸມຈໍາພວກຫຍ້າໃນນາ ຈາກນັ້ນສູບນໍ້າເຂົ້ານາລະດັບ ເຄິ່ງຕົ້ນເຂົ້າ ເພື່ອຄວບຄຸມຫຍ້າບໍ່ໃຫ້ເກີດຂື້ນໄດ້
ການຕິດຕັ້ງທໍ່ເກັບນໍ້າ: ໃນການຕິດຕັ້ງນີ້ ຕ້ອງເຮັດໃຫ້ພື້ນທີ່ນາມີຄວາມສະໝໍ່າສະເໝີ 1-2 ຈຸດ

  •  ວິທີການ:

• ໃຊ້ທໍ່ pvc ຍາວ 1 ທ່ອນ(ຖ້າເປັນ pvc 100 ແມ່ນຍາວ 25 ຊມ,)
• ຈາກນັ້ນນຳມາເຈາະຮູ ດ້ວຍສະວ່ານ ແຕ່ລະຮູຫ່າງກັນ 4-5 ຊມ
• ຈາກນັ້ນນຳເອົາທໍ່ລົງໄປໄຮ່ນາ 1-2 ຈຸດ, ຝັງໃນນາເລີກປະມານ 15 – 20 ຊມ,ໂດຍໃຫ້ປາກທໍ່ ພົ້ນຜິວດກິນ 5 ຊມ ແລະ ຄວັກດິນໃນທໍ່ອອກໃຫ້ໝົດ
ທໍ່ກວດນ້ຳ:ເປັນທໍ່ທີ່ຝັງໃນໄຮ່ນາ 1-2 ຈຸດ ເພື່ອສັງເກດເບິ່ງລະດັບນ້ຳໃຕ້ດິນໃນນາ ຊື່ງເປັນເຄື່ອງມືຊ່ວຍຈັດການນ້ຳຢ່າງງ່າຍໆ ຊື່ງເປັນການຫຍໍ້ໄລຍະເວລາໃນການກວດຄວາມຊຸມຊືມໃນດິນ ແລະ ສາມາດບອກຊາວກະສິກອນວ່າ: ຄວນຈະເປງນໍ້າລົງນາໄດ້ ຫຼື ຍັງ ໃນຊ່ວງ 50-55 ວັນ ຫຼັງປູກເຂົ້າ ເໝາະສົມກັບສະພາບພື້ນທີ່ຮຽບພຽງສະໝ່ຳສະເໝີ
ການບົວລະບັດຮັກສາ:

  •  ການໃສ່ຝຸ່ນ1 :

• ຫຼັງເຂົ້າໄດ້ປະມານ 20-25 ວັນຫຼັງຈາກປັກດໍາ ເພື່ອໃຫ້ເຂົ້າມີການຈະເລີນເຕີບໂຕທາງ ລໍາຕົ້ນ, ໃບ, ຮາກ ມີຄວາມສົມບູນ ແຕກກໍເພີ່ມພື້ນທີ່ໃບຄວບຄຸມພື້ນທີ່ຢ່າງໄວ
• ໃນນາດິນໜຽວ ໃສ່ປຸ໋ຍ ແອມໂມເນຍຟົດສຟໍ ສູດ 16-20-0 ອັດຕາ 30-35 ກກ/ໄລ່
• ໃນນາດິນຊາຍ ໃຊ້ປຸ໋ຍແອມໂມເນຍຟົດສຟໍ ສູດ 16-16-8, 16-12-8, 18-12-6 ຫຼື 16-8-8 ສູດໃດສູດໜື່ງ ໃນອັດຕາ 30-35 ກກ/ໄລ່
• ກ່ອນການໃສ່ຝຸ່ນທັງ 2 ຄັ້ງ ໃຫ້ສູບນໍ້າເຂົ້ານາໃນລະດັບຖ້ວຍປາກທໍ່ນໍ້າ ແລະ ຮັກສາລະດັບນໍ້າໄວ້ຢ່າງນ້ອຍ 3 ວັນ ເພື່ອໃຫ້ ອອກຊີເຈນ ທີ່ຢູ່ລະຫວ່າງຮອຍຕໍ່ຂອງນ້ຳກັບຜິວດິນໝົດໄປກ່ອນືເພື່ອຫຼຸດການສູນເສຍຂອງຝຸ່ນ ໄນໂຕຼເຈນ.

  •  ການໃຫ້ນ້ຳ:

• ຫຼັງຈາກໃສ່ປຸ໋ຍຄັ້ງທຳອິດ ເປັນຊ່ວງໄລຍະເວລາຈັດການນ້ຳແບບປຽກສະຫຼັບແຫ້ງ ກວດເບິ່ງລະດັບນ້ຳໃຕ້ດິນຈາກທໍ່ກວດນ້ຳ ຖ້າລະດັບນ້ຳໃນທໍ່ຫຼຸດລົງຕ່ຳຫຼາຍກວ່າ 10 ຊມ.ສູບນ້ຳລົງນາໃຫ້ຖ້ວມປາກທໍ່ ຂັງນ້ຳໄວ້ ຈົນກະທັງນ້ຳແຫ້ງ ແລະ ໃຫ້ນ້ຳແບບນີ້ຈົນເຂົ້າເລີ່ມຕັ້ງທ້ອງ.
• ໃນໄລຍະເຂົ້າເລີ່ມຕັ້ງທ້ອງ ເຂົ້າມີຄວາມຕ້ອງການນ້ຳຫຼາຍຂື້ນ ເປງນ້ຳລົງນາໃຫ້ຖ້ວມປາກທໍ່ນ້ຳ ຂັງໄວ້ 3 ວັນ.

  •  ການໃຫ້ຝຸ່ນຄັ້ງທີ2:

• ໂດຍການໃສ່ປຸ໋ຍ ຢູເລຍ ສູດ 46-0-0 ໃນອັດຕາ 10-15 ກກ/ໄລ່
• ໄລຍະເຂົ້າເລີ່ມຕັ້ງທ້ອງ ອອກດອກ ,ມີເມັດຫຼາຍ ແລະ ໄດ້ນ້ຳໜັກດີ ຈົນເຖິງແປ້ງໃນເມັດເຂົ້າເລີ່ມແຂງ (50 – 55 ວັນ ຫຼັງເລີ່ມຕັ້ງທ້ອງ) ເປັນຊ່ວງທີ່ເຂົ້າຂາດນ້ຳບໍ່ໄດ້ ຮັກສາລະດັບນ້ຳໃນໄຮ່ນາໃຫ້ສູງກວ່າປາກທໍ່ນ້ຳ
• ຫຼັງເຂົ້າອອກດອກ 20 ວັນ, ເຂົ້າຈະບໍ່ຕ້ອງການນໍ້າແລ້ວ,ເກັບທໍ່ນໍ້າ ແລະ ລະບາຍນໍ້າອອກຈາກໄຮ່ນາໃຫ້ແຫ້ງ 7-10 ວັນ ເພື່ອເລັ່ງການສຸກແກ່ສະໜ່ຳສະເໜີ ແລະ ເກັບກ່ຽວໄດ້ສະດວກ.

  • ການຈັດການຫຍ້າ

ການປູກເຂົ້າແບບນຳໃຊ້ນ້ຳປະຫຍັດແບບປຽກສະຫຼັບແຫ້ງ ມີວັດຖຸປະສົງເພື່ອ ປະຫຍັດການນຳໃຊ້ນ້ຳ ແຕ່ອາດເປັນການສົ່ງເສີມການຈະເລີນເຕີບໂຕຂອງພວກຫຍ້າຫຼາຍຂື້ນ ເນື່ອງຈາກຫຍ້າສ່ວນໃຫຍ່ຈະເກີດໃນສະພາບທີ່ບໍ່ມີນ້ຳຂັງ ດັ່ງນັ້ນ ການຈັດການຫຍ້າໃນສະພາບປຽກສະຫຼັບແຫ້ງນີ້ ຕ້ອງປະສົມປະສານຫຼາຍວິທີດ້ວຍກັນ. ປະເພດຫຍ້າທີ່ມັກພົບເຫັນຫຼາຍມີ: ຫຍ້າດອກເຂົ້າ, ຫຍ້າຜື, ຫຍ້າແດງຫຍ້ານົກ ແລະ ອື່ນໆອີກຫຼາຍຊະນິດ ຊື່ງວິທີການກຳຈັດ ເພື່ອຫຼຸດຜ່ອນການໃຊ້ສານເຄມີ, ມີແຕ່ໃຫ້ມັນເກີດຂື້ນ ແລ້ວຫຼົກອອກກໍ່ສາມາດລຸດຜ່ອນລົງໄດ້ອີກສ່ວນໜື່ງ ແລະ ແນວທາງການຄຸມຫຍ້າໃນນາເຂົ້າ ຢ່າງມີປະສິດທີພາບ:
– ຟີຊີກ:ຕອນກຽມດິນ ຫຼື ພື້ນທີ່ນາເຂົ້າ ຕ້ອງໃຫ້ພຽງ, ສະເໜີ ເພື່ອເຮັດໃຫ້ນ້ຳສົມດູນ ແລະ ສະເໜີພຽງທົ່ວນາ
– ເຄມີ: ຢາຄຸມເມັດ ຫຼື ຄຸມເລນ ຫຼັງປັກດຳ (ເປັນທາງເລືອກ)
– ຊີວະ: ການຫວ່ານ “ແຫນແດງ” ຫຼັງປັກດຳ (ອັດຕາ 20 ກກ/ໄລ່) ແຫນແດງມີຄວາມສາມາດໃນການດືງໄນໂຕຼເຈນຈາກອາກາດ ມາລ້ຽງຕົ່ນເຂົ້າ (ປະຢັດຄ່າປຸ໋ຍ) ຊ່ວຍປັກຄຸມໜ້າດິນ (ປະຢັດຢາຄຸມຫຍ້າ ແລະ ຢາຂ້າຫຍ້າ) ແລະ ເປັນອາຫານໂປຣຕີນສຳລັບເປັດ
– ການລ້ຽງເປັດ: ໃນນາເຂົ້າດຳ ຫຼັງປັກດຳໄດ້ 4 ອາທິດ ເພື່ອທໍາລາຍຫຍ້າ ແລະ ກິນຫອຍ, ກໍາຈັດແມງໄມ້ໃນນາເຂົ້າ (40 ໂຕ/ໄລ່)


ຮູບ: ຫຍ້າດອກເຂົ້າ                                                                  ຮູບ:ຫຍ້າຜື
ຊື່ວິທະຍາສາດ: Leptochloa chinensis Nees           ຊື່ວິທະຍາສາດ:Cyerus difformis L.
ຊື່ສາມັນ: Red sprangletop ຊື່ສາມັນ: Small flower umbrella sedge


ຮູບ: ຫຍ້າໜວດປາດຸກ                                                      ຮູບ: ຫຍ້າພີກ
ຊື່ວິທະຍາສາດ: Fimbristylis miliacea (L) Vahl         ຊື່ວິທະຍາສາດ: Sphenoclea zeylanica Gaertn
ຊື່ສາມັນ: Tall fringe rush                                            ຊື່ສາມັນ: gooseweed
ຮູບ: ຈຳພວກຫຍ້າທີ່ພົບເຫັນຫຼາຍໃນນາເຂົ້າ

  •  ສະພາບພື້ນທີ່ດິນ: ເໝາະສຳລັບເຮັດນາໃນເຂດພື້ນທີ່ຊົນລະປະທານທີ່ຄວບຄຸມການລະບາຍນ້ຳໄດ້

ຕົ້ນທືນທີ່ນຳໃຊ້

ລ/ດ ລາຍການ ຈໍານວນ ລາຄາ ລວມເປັນເງິນ
1 ແນວພັນ(ວຽງຈັນ 450) 2Kg (ທົດລອງ) 7,000 14,000
2 ຝຸ່ນຄອກ 5ເປົ້າ 10,000 50,000
3 ປຸ້ຍເຄມີ (ປຸ້ຍເລັງ) 1ເປົ້າ 180,000 180,000
4 ທໍ່ PVC  (ຄະໜາດ 4 ນີວ) 1ທ້ອນ(ຍາວ 25-30 ຊມ 50,000 50,000
ລວມ 294,000

ຈຸດດີ ແລະ ຈຸດອ່ອນ
ຈຸດດີ
• ສາມາດປະຢັດນ້ຳໄດ້ສູງສຸດ 50%
• ເພີ່ມຜົນຜະລິດເຂົ້າໄດ້ ໂດຍການເຮັດໃຫ້ເຂົ້າຂາດນ້ຳ ເພື່ອກະຕຸ້ນການສ້າງຮາກເພື່ອຫານ້ຳ ຖ້າຮາກຫຼາຍ ເຂົ້າກໍ່ຈະແຕກກໍໄດ້ຫຼາຍ ແລະ ຜົນຜະລິດກໍ່ເພີ່ມ
• ລົດຕົ້ນທືນໃນການຜະລິດ8-13%
• ສະພາບແວດລ້ອມຂອງການປູກເຂົ້າສະຫຼັບກັນ ລະຫວ່າງມີອາກາດ ກັບ ບໍ່ມີອາກາດ ຊ່ວຍສົ່ງເສີ່ມການຈະເລີນເຕີບໂຕຂອງເຂົ້າ
• ສາມາດລຸດຜ່ອນການລະບາດຂອງສັັດຕູພືດກໍ່ຄື: ເພ້ຍເຕັ້ນສີນ້ຳຕານ
• ຊ່ວຍໃຫ້ຕົ້ນເຂົ້າມີລະບົບຮາກທີ່ແຂງແຮງ ບໍ່ຫັກ ຫຼື ລົ້ມງ່າຍ
• ຊ່ວຍໃຫ້ເຝືອງມີການຍ່ອຍສະລາຍໄດ້ດີ ແລະ ລຸດການປ່ອຍທາດ ມີເທນ ໄດ້ 80%
• ເຮັດໃຫ້ມີການໃຊ້ນ້ຳໃນນາເຂົ້າຢ່າງມີປະສິດທິພາບ ໂດຍບໍ່ເຮັດໃຫ້ຜົນຜະລິດລຸດລົງ
• ຊ່ວຍລຸດປັນຫາປະລິມານນ້ຳບໍ່ພຽງພໍ ສຳລັບການເຮັດນາໃນຍາມນາແຊງໄດ້
ຈຸດອ່ອນ
• ມີປັນຫາຈຳພວກຫຍ້າຫຼາຍ (ຖ້າບໍ່ສາມາດຈັດການນ້ຳໄດ້ດີ ໃນຊ່ວງທຳອິດຂອງການຈະເລີນເຕີບໂຕ)
• ອາດເກີດການສູນເສຍ ຂອງປຸ໋ຍເຄມີ ໃນສະພາບແບບປຽກສະຫຼັບແຫ້ງ

  •  ຂໍ້ແນະນຳ

• ການປູກເຂົ້າແບບນຳໃຊ້ນ້ຳປະຢັດປຽກສະຫຼັບແຫ້ງ ຈະຕ້ອງລລະວັງເລື່ອງປັນຫາພວກຫຍ້າເປັນພິເສດ, ແຕ່ສາມາດລົດການລະບາດຂອງສັດຕູພືດ ແລະ ວິທີນີ້ຍັງຊ່ວຍໃຫ້ຕົ້ນເຂົ້າແຂງແຮງ,ບໍ່ລົ້ມງ່າຍ .
• ຄວນລ້ຽງເປັດລົງໃນໄຮ່ນາ ຫຼັງດຳໄດ້ 4 ອາທິດ ເພື່ອໃຫ້ເປັດທຳລາຍຫຍ້າ,ກິນຫອຍ ແລະ ກຳຈັດແມງໄມ້ໃນນາ

ຮູບ: ການກຽມທໍ່ເພື່ອຕິດຕັ້ງ

ຮູບ:ການຕັ້ງທໍ່ ເພື່ອກວດເບິ່ງນຳ້

 

ຮູບ:ການບໍລະບັດຮັດສາ ແລະ ການຊີດສະໝູນໄພເພື່ອປ້ອງກັນສັດຕູພືດ

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ: