ເຕັກນີກ: ການປູກເຂົ້າດ້ວຍວິທີຢອດເມັດແຫ້ງ

ໂດຍປະຕິບັດຕາມຄໍາແນະນໍາທາງດ້ານພະຍາກອນອາກາດ (ປະຕິທິນການປູກພືດ)

ໃນສະພາບປັດຈຸບັນ ຂະບວນການ ແລະ ເຕັກນີກ ເຕັກໂນໂລຊີໃນການເຮັດນາ ໄດ້ຄົ້ນຄວ້າ ແລະ ພັດທະນາ ເພື່ອໃຫ້ເກີດຄວາມສະດວກ ເໝາະສົມຕໍ່ສະພາບພື້ນທີ່ ແລະ ເພື່ອເປັນການຫຼຸດຕົ້ນທືນໃນການເຮັດນາອີກດ້ວຍ (ຖ້າຝົນບໍ່ມາຈົນຮອດເດືອນ ມີຖຸນາ ຄວນປູດເຂົ້າດ້ວຍວິທີຢອດເມັດແຫ້ງ ໂດຍໃສ່ຝຸ່ນຮອງພື້ນກ່ອນ ຫຼື ປູກພືດອື່ນທົດແທນ)
ການປູກເຂົ້າແບບນາຢອດເມັດແຫ້ງ ເປັນອີກວິທີໜື່ງ ທີ່ຊ່ວຍໃຫ້ເມັດພັນ ມີອັດຕາການງອກທີ່ດີ,ເຂົ້າທີ່ຝັງໃນດິນບໍ່ຖືກທຳລາຍດ້ວຍສັດຕູພືດ ແລະ ແມງໄມ້, ເມື່ອຝົນຕົກຈະມີອັດຕາການງອກສູງ ແລະ ນາຢອດຈະໃຊ້ຫຼັກການດຽວກັບນາດຳ ຜົນຜະລິດທີ່ໄດ້ຈະຂື້ນຮຽງກັນ, ເປັນແຖວເປັນແນວ ສາມາດບໍລິຫານຈັດການວັດສະພືດໄດ້ງ່າຍ ສາມາດຫຼຽວເຫັນຕົ້ນເຂົ້າ ແລະ ຄຳນວນການໃຫ່ຍໄດ້ຢ່າງຊັດເຈນ. ຕົ້ນເຂົ້າແຕກກໍໄດ້ດີ ເພາະບໍ່ແນ່ນເກີນໄປ ປະລິມານເຂົ້າອອກຮວງສູງ ແລະ ເມັດງາມດີ.
ວິທີການ ແລະ ອຸປະກອນ

  • ສິ່ງທີ່ຕ້ອງກຽມ

• ແນວພັນ (ຕ້ອງເປັນແນວພັນທີ່ໄວ້ແສງ ອອກດອກໃນຊ່ວງທ້າຍຫາຕົ້ນເດືອນ 10) ກຂ6, ກຂ8, ກຂ15, ເຊບັ້ງໄຟ3, ເຊບັ້ງໄຟ4 ແລະ ແນວພັນພື້ນເມືອງອື່ນໆ (5-10 ກກ/ໄລ່)
• ເຄື່ອງຢອດເມັດແຫ້ງ 4 ແຖວ
• ປະຕິທີນການປູກພືດຂອງບ້ານ
• ຝຸ່ນຄອກ /ຝຸ່ນບົມ
• ປຸ໋ຍເຄມີ
• ລົດໄຖ ເພື່ອໄຖຮູດ (ນຳໃຊ້ສ່ວນທີ່ມີ)
ຂັ້ນຕອນໃນການປູກເຂົ້າແບບຢອດເມັດແຫ້ງ

  • ການກຽມດິນ

• ກ່ອນຈະກຽມດິນເພື່ອປູກເຂົ້າ ເຮົາຄວນໃສ່ຝຸ່ນຄອກ ຫຼື ຝຸ່ນບົມ ເພື່ອປັບປຸງບຳລຸງດິນປະໄວ້ປະມານ ເດືອນປາຍ (ທ້າຍເດືອນ ມີນາ – ເດືອນ ເມສາ). ຝຸ່ນຄອກ(ຂີ້ງົວ,ຂີ້ຄວາຍ) ຝຸ່ນບົວ (ເສດພືດ ແລະ ອື່ນໆ)
• ການກຽມດິນໃນຄະນະທີ່ ບໍ່ມີນ້ຳຂັງໃນໄຮ່ນາ
• ຫຼັງຈາກນັ້ນ ໄຖຮູດຄັ້ງທີ1 (ໃນຊ່ວງຕົ້ນເດືອນ ພຶດສະພາ – ກາງເດືອນມີຖຸນາ) ໂດຍໄຖເລີກລົງໄປ 15-20 ຊມ ແລ້ວປະໄວ້ປະມານ 1-2 ອາທິດ ເພື່ອໃຫ້ຫຍ້າຕາຍ ແລະ ໃຫ້ດິນຊັ້ນລຸມຮັບເອົາອອກຊີເຈນຈາກອາກາດ ຊື່ງເປັນການກຳຈັດພວກຫຍ້າຕ່າງໆ,ໂລກພືດ ແລະ ແມງໄມ້ ສັດຕູພືດເຂົ້າ
• ໃຊ້ຈົກ ຫຼື ລົດພວນດິນ ເພື່ອຕີດິນໃຫ້ພຽງສະໝຳສະເໝີກັນ (ອາດຈະໄຖພີກດິນອີກຮອບກ່ອນກໍ່ໄດ້)

  •  ການຢອດເມັດແຫ້ງ

• ນຳເອົາເຂົ້າໄປໃສ່ໃນເຄື່ອງຢອດເມັດທີ່ກຽມ,ໃນເຄື່ອງຢອດຈະມີລະບົບຕັນໂຍກສະຫຼັບປິດ-ເປີດກການປ່ອຍເຂົ້າ
• ເຄື່ອງຢອດ 4 ແຖວ 2 ຖັງຄູ່ ຕໍ່ເຂົ້າກັບລົດໄຖນາ ເພື່ອໃຊ້ໃນການຢອດເມັດເຂົ້າ ໃນພື້ນທີ່ແຫ້ງ(ສາມາດຢອດຄັ້ງລະ 5-7 ເມັດ)
• ຈາກນັ້ນລໍຖ້າເບິ່ງຜົນງານ.
• ປູກຊ່ອມໃສ່ບໍລິເວນທີ່ເຂົ້າບໍ່ເກີດ
ການບົວລະບັດຮັກສາໄຮ່ນາ ແລະ ວີທີການເກັລຮັກສາ

  • ການໃສ່ຝຸ່ນ: ໃນທ້າຍເດືອນ ກໍລະກົດ ຫຼື ຕົ້ນເດືອນ ສິງຫາ, ຖ້າຫາກຍັງບໍ່ມີນ້ຳ ແມ່ນບໍ່ໃຫ້ໃຊ້ຝຸ່ນ; ແຕ່ຖ້າຍັງມີນ້ຳຢູ່, ໃຫ້ໃສ່ຝຸ່ນຍູເລຍເລັ່ງໃນອັດຕາ 30 ກກ/ຮຕ ກ່ອນເຂົ້າຖືພາຕັ້ງທ້ອງ

  • ການປ້ອງກັນພະຍາດ,ສັດຕູພືດ ແລະ ແມງໄມ້

• ຊະນິດສັດຕູ້ພືດ,ແມງໄມ້ ແລະ ພະຍາດທີ່ພົບເຫັນ ແມ່ນ ບົ່ງຮຳໃບ,ເພ້ຍໄຟ,ເພ້ຍຈັກຈັນສີນ້ຳຕານ-BPH ເຊິ່ງມັກຈະພົບເຫັນໃນຊ່ວງ ການຈະເລີນເຕີບໂຕຂອງເຂົ້ານັບແຕ່ມື້ເລີ່ມຢອດຫາກ່ອນເຂົ້າຖືພາ/ຕັ້ງທ້ອງ (65 ວັນ)
• ໃນຊ່ວງໃຫ້ຜົນຜະລິດ (35 ວັນ) ມັກຈະພົບເຫັນ: ດວງກໍ-SB, ແມງແຄງຂິວ, ເພ້ຍຈັກຈັນສີນ້ຳຕານ-BPH
• ໃນຊ່ວງເກັບກ່ຽວ (30 ວັນ) ມັກຈະພົບເຫັນ: ດວງກໍ-SB, ຕັກແຕນ, ໜູ, ນົກປິດ,ເພ້ຍຈັດຈັນສີນ້ຳຕານ-BPH,ພະຍາດຄໍງວງເໜົ່າ-Neck Blast
ການກຳຈັດ ຫຼື ປ້ອງການແມງໄມ້ດ້ວຍສານເຄມີຈະເປັນອິດຕະລາຍຕໍ່ສິ່ງແວດລ້ອມ ແລະ ອັນຕະລາຍຕໍ່ສຸຂະພາບຂອງ ຊາວກະສິກອນ ແລະ ຜູ້ບໍລິໂພກເຂົ້າ, ການຄວບຄຸມນັ້ນ ນອກຈາກຈະໃຊ້ສານເຄມີເຂົ້າຊ່ວຍ ຍັງມີວິທີທາງກົນ ຫຼື ທາງກາຍະພາບເຊັ່ນ: ການດັກຈັບ , ວິທີທາງຊີວະ ແລະ ວິທີທາງພືດສະໝຸນໄພທີ່ຫາງ່າຍ ແລະ ໄດ້ຜົນອີກດ້ວຍເຊັ່ນ: ເຄືອເຂົາຫໍ, ໝາກຫຸ່ງສາ, ໝາກຂຽບ,ຜັກກະເດົາ ແລະ ຫຍ້າຂິວ (ຫຍ້າຝຣັ່ງ)
ວິທີການ:
– ເຄືດເຂົາຫໍ: ເປັນພືດທີ່ມີລົດຂົມ ເມື່ອດູດຊືມເຂົ້າໄປໃນພືດ ໄມ້ແມງຈະບໍ່ມັກ ເຊິ່ງເອົາໄວ້ໄລ່ ເພ້ຍຈັກຈັນສີນ້ຳຕານ,ເພ້ຍຈັກຈັນສີຂຽວ ປ້ອງກັນໂລດຍອດຫ້ຽວ, ໂລກເຂົ້າຕາຍພາຍ ແລະ ເຂົ້າລີບ. ວິທີໃຊ້ ເຄືອເຂົາຫໍ: ນຳເອົາເຕໍຄືອມາສັບເປັນຕອນນ້ອຍໆໃຫ້ໝຸ່ນ 5 kg ແລ້ວແຊ່ນ້ຳ 12 ລິດ ປະໄວ້ປະມານ 1-2 ຊົ່ວໂມງ,ແລ້ວຕອງເອົາແຕ່ນ້ຳໄປຊີດໃນໄຮ່ນາ. ຫຼື ຕັດເປັນຕອນນ້ອຍ 10 kg ຫວ່ານລົງໃນໄຮ່ນາ 1ໄຮ່ (ຫຼັງປັກດຳ, ຢອດ) ແລະ ສາມາດເຮັດອີກຄັ້ງຕອນເຂົ້າໄດ້ 2 ເດືອນ.
– ໝາກຫຸ່ງສາ: ມີສານ ລິຊິນ ມີນ້ຳມັນໃນເມັດ, ສານໂປຣຕີນເປັນພິດຢູ່ໃນກາກເມັດ ສາມາດເອົາໄປເຮັດປຸ໋ຍໄດ້ ເພາະມີ N,P,K ບໍ່ເໝາະລ້ຽງສັດ ຖ້າປູກເປັນແຖວ ຮົ່ວສວນໄຮ່ນາ ສາມາດໄລ່ແມງໄມ້, ໜູ, ປວກ ແລະ ຝາຍໃນໄຮ່ນາ.
– ໝາກຂຽບ: ສາມາດໃຊ້ຂ້າ ຫຼື ຊັບໄລ່ແມງໄມ້, ຂັດຂວາງການກິນອາຫານຂອງແມງໄມ້ໄດ້ຫຼາຍຊະນິດເຊັ່ນ: ເພ້ຍອ່ອນ,ເພ້ຍຈັກຈັນສີນ້ຳຕານ, ເພ້ຍຈັກຈັນສີຂຽວ, ເພ້ຍຫອຍ, ດວງກໍ ,ເຈົ່າທອງ ແລະ ບົ້ງຊະນິດຕ່າງໆ. ວິທີໃຊ້: ນຳເອົາໃນໝາກຂຽບ 1 kg ມາຕຳລະອຽດ ແລະ ແຊ່ນ້ຳ 1 ລິດ,ປະໄວ້ປະມານ 12-24 ຊົ່ວໂມງ, ຈາກນັ້ນຕອງເອົານ້ຳມາປະສົມກັບນ້ຳສະບູ່/ແຝບ 1 ບ່ວງແກ້ງ ເປັນສານຈັບໃບໃຊ້ຊີດພົ້ນທຸກໆ 6-10 ວັນ ຊາວເວລາແລງ. ຫຼື ສາມາດໃຊ້ໃບສົດ 2 kg ຕຳລະອຽດ ແລະ ແຊ່ນ້ຳ 10ລິດ ປະໄວ້ປະມານ 24 ຊົ່ວໂມງ ວິທີໃຊ້ແມ່ນຄືກັນ.
– ຜັກກະເດົາ: ທຸກສ່ວນຂອງຜັກກະເດົາ ແມ່ນມີລົດຂົມ ເມັດ ແລະ ໃບມີຄວາມສາມາດໃນການຂ້າ ແລະ ຂັບໄລ່ແມງໄມ້, ປ້ອງກັນ ແລະ ກຳຈັດແມງໄມ້ເຊັ່ນ: ດວງໝັກ,ເພ້ຍອ່ອນ, ເພ້ຍອ່ອນຝ້າຍ, ເພ້ຍຈັກຈັນສີຂຽວ, ດວງກໍ, ດວງໃຍ,ຕັກແຕນ ແລະ ອື່ນໆອີກຫຼາຍຊະນິດ. ວິທີການໃຊ້: ນຳເອົາຜັກກະເດົາມາບົດໃຫ້ລະອຽດ ແລ້ວນຳໄປຫວ່ານໃສ່ທົ່ງມາ ຫຼື ເອົາກະເດົາ ແລະ ເປືອກຕົ້ນກະເດົາປະມານ 1 kg ມາບົດໃຫ້ລະອຽດ ແລະ ຫໍຜ້າແຊ່ນ້ຳໄວ້ 1 ຄືນ, ແລ້ວຈື່ງນຳໄປຊີດພົ່ນໂດຍປະສົມສະບູ່/ແຝບ 1 ບ່ວງອາຫານ,ພົ່ນທຸກໆ 7 ວັນ ຂອງຕອນແລງ. ຫຼື ນຳເອົສໃບກະເດົາ, ຂ່າ, ຫົວສິໄຄ ຢ່າງລະ 1 kg ນຳມາສັບໃຫ້ລະອຽດ, ແລ້ວເອົາມາຕຳລວມກັນແລ້ວແຊ່ນ້ຳໄວ້ 1 ຄືນ ແລ້ວນຳ້ເອົາຫົວເຊື້ອປະສົມນ້ຳ 1 ເທົ່າຕົວ ຊີດໄລ່ໜອນ, ດວງ ແລພ ແມງໄມ້ໃນໄຮ່ນາ ທຸກໆ 7 ວັນ ຍາມແລງ
– ຫຍ້າຂິວ(ຫຍ້າຝຣັ່ງ): ສາມາດຂ່າແມງໄມ້ ແລະ ໄລ່ດວງໄດ້ເຊັ່ນ: ປະເພດເພ້ຍ ແລະ ຈຳພວກດວງ ແລະ ວິທີການໃຊ້ແມ່ນ: ນຳເອົາຕົ້ນ,ໃບ ມາຕາກແຫ້ງ ແລ້ວນຳທາບົດໃຫ້ລະອຽດ 400 g ປະສົມນ້ຳ 8 ລິດ, ກໍລະນີໃຊ້ໃບສົດ 1 kg /ນ້ຳ 5 ລິດ. ຈາກນັ້ນຄົນໃຫ້ເຂົ້າກັນ ແລ້ວຖິ່ມປະໄວ້້ 24 ຊົ່ວໂມງ ແລ້ວນຳມາຕອງໃສ່ຜ້າຂາວບາງໆ ການໃຊ້ງານແມ່ນປະສົມກັບສະບູ/ແຝບ/ຢ່າສະຜົມ ຫຼື ຊັນໄລ 1ບ່ວງແກ້ງ/ນ້ຳ 8 ລິດ (ກໍລະນີ້ ໃຊ້ໃນສົດ ແມ່ນ 0,5 ບ່ວງແກ້ງ/ນ້ຳ 5 ລິດ) ໃຊ້ຊີດພົ່ນທຸກໆ 7 ວັນ ຍາມແລງ
ການນຳໃຊ້ພືດສະໝູນໄພທີ່ຫາງ່າຍ, ປູກງ່າຍຈາມບ້ານເຮືອນ ແລະ ເປັນການປະຢັດ ແລະ ປອດໄພ ເພາະວ່າພືດຫຼາຍຊະນິດມີກົນໄກປ້ອງກັນແມງໄມ້ບໍ່ໃຫ້ມາລົບກວນ ຫາກເຮົານຳມາໃຊ້ງານ ກໍ່ຈະເປັນປະໂຫຍດບໍ່ນ້ອຍ. ແຕ່ບາງຄັ້ງຖ້າຫາກສັດຕູ້ພືດ ຫຼື ແມງໄມ້ຕ່າງໆ ຫາກຫຼາຍເກີນທີ່ເຮົາປ້ອງກັນບໍ່ໄດ້ ຈື່ງຕ້ອງມີການໃຊ້ສານເຄມີເຂົ້າຊ່ວຍໃນບາງຄັ້ງ.
ຮູບ: ສະໝຸນໄພພື່ນບ້ານທີ່ ສາມາດໃຊ້ປ້ອງກັນແມງໄມ້ໃນນາເຂົ້າ

  •  ການເກັບກ່ຽວ

ການເກັບກ່ຽວ ຫຼັງຈາກທີ່ເຂົ້າອອກດອກ ຫຼື ອອກຮ່ວງປະມານ 20 ວັນ ຈະເລັ່ງລະບາຍນ້ຳອອກ ເພື່ອເປັນການເລັ່ງໃຫ້ເຂົ້າສຸກພ້ອມໆກັນ ແລະ ເຮັດໃຫ້ເມັດເຂົ້າມີຄວາມຊຸ່ມບໍ່ສູງເກີນໄປ ຈະສາມາດເກັບກ່ຽວໄດ້ຫຼັງລະບາຍນ້ຳອອກ 10 ວັນ ແລະ ການເກັບຮັກສາກໍ່ປະຕິບັດຕາມທີ່ເຄີຍປະຕິບັດຜ່ານມາ
ຄວາມເໝາະສົມຂອງສະພາບພື້ນທີ່
ການປູກເຂົ້າ ໃນແຕ່ລະທ້ອງຖິ່ນຈະແຕກຕ່າງໆກັນໄປຕາມສະພາບຂອງດິນຟ້າອາກາດ ແລະ ສັງຄົມຂອງທ້ອງຖິ່ນນັ້ນໆ ໃນແຫຼ່ງທີ່ຕ້ອງອາໄສນ້ຳຝົນພຽງຢ່າງດຽວ ແລະ ໄລຍະເວລາໃນການປູກເຂົ້າໃຫ້ເໝາະສົມກັບຊ່ວງທີ່ມີຝົນຕົກສະໝ່ຳສະເໝີ ແລະ ເກັບກ່ຽວໃນຊ່ວງທີ່ມີຝົນໝົດພໍດີ ເນື່ອງຈາກແຕ່ລະທ້ອງຖິ່ນມີສະະພາບດິນຟ້າອາກາດທີ່ແຕກຕ່າງກັນ
ສະຫຼັບການເຮັດນາມີ ປັດໃຈຫຼັກ 2 ປະການ ເປັນພື້ນຖານໃນການເຮັດນາ ແລະ ເປນຕົວກຳນົດວິທີການປູກເຂົ້າ ແລະ ພັນເຂົ້າ ທີ່ຈະໃຊ້ໃນການເຮັດນາດ້ວຍຫຼັກ 2 ປະການຄືເ
– ສະພາບພື້ນທີ່ (ລັກສະນະເປັນພື້ນທີ່ ສູງ ຫຼື ຕ່ຳ ສາມາດປູກໄດ້ທຸກສະພາບດິນທີ່ມີການກຽມພື່ນທີ່ແລ້ວ) ແລະ ພູມອາກາດ
– ສະພາບນ້ຳສະຫຼັບການເຮັດນາ

ຕັ້ນທືນໃນການໃຊ້
ຕົ້ນທືນທີ່ນຳໃຊ້ເຂົ້າໃນການປູກເຂົ້າຄັ້ງນີ້ ຖ້າພື້ນທີ່ນາເຮົາຫຼາຍກໍ່ອາດຈະໃຊ້ຫຼາຍກວ່າ ແລະ ລາຍລະອຽດດັ່ງລຸ່ມນີ້

ລ/ດ ລາຍການ ຈໍານວນ ລາຄາ ລວມເງິນ
1 ແນວພັນ (ວຽງຈັນ 450) (5-10ກກ/ໄລ່) 5 Kg 7,000 35,000
2 ເຄື່ອງຢອດ 1 ເຄື່ອງ 2,900,000 2,900,000
3 ຝຸ່ນຄອກ/ຝຸ່ນບົມ 10 ເປົ່າ 15,000 15,000
4 ຝຸ່ນເຄມີ 1 ເປົ່າ 180,000 180,000
5                                                                                                        ລວມ 3,265,000

ຈຸດດີ ແລະ ຈຸດອ່ອນໃນການເຮັດນາຢອດເມັດແຫ້ງ

  •   ຈຸດດີ

• ການເຮັດນາດ້ວຍວິທີຢອດເມັດແຫ້ງນີ້ ນອກຈາກຈະໃຊ້ນ້ຳນ້ອຍກວ່າການດຳນາ ແລະ ວິທີການຫວ່ານແລ້ວ ຍັງສາມາດຫຼຸດຕົ້ນທືນການຜະລິດອີກດ້ວຍ
• ສາມາດເຮັດການຕັດພັນໄດ້ງ່າຍ ເນື່ອງຈາກນາຢອດ ຈະມີໄລຍະຫ່າງລະຫວ່າງແຖວ ກໍ ໃກ້ຄຽງກັບການເຮັດນາດຳ (ສາມາດປັບລະຍະໄດ້ຕາມຄວາມຕ້ອງການໂດຍການກໍານົດລະຍະຫ່າງໃນການເຈາະຮູ)
• ປະຢັດເມັດພັນ ໂດຍໃຊ້ເມັດພັນ 7 ກກ/ໄລ່
• ຕົ້ນເຂົ້າກໍ່ຈະເປັນແຖວເປັນແນວ ກວ່າເຮັດນາຫວ່ານ
• ຕົ້ນເຂົ້າທີ່ຢອດແມ່ນຝັ່ງລົງເລີກ ເມື່ອແຫ້ງແລ້ງ ຕົ້ນເຂົ້າກໍ່ຈະບໍ່ເປັນຍັງ ເພາະດິນຍັງມີຄວາມຊຸມຢູ່
• ເຂົ້າແຕກກໍດີ ແຂງແຮງ ບໍ່ລົ້ມ ແລະ ຮ່ວງໃຫຍດີ
• ໂລດ ແລະ ສັດຕູ້ພືດກໍ່ມີນ້ອຍ

  • ຈຸດອ່ອນ

• ໃຊ້ເວລາຫຼາຍ ເມື່ອທຽບກັບການເຮັດນາແບບຫວ່ານນ້ຳຕົມ ຫຼື ໃຊ້ລົດດຳນາ
• ສິ້ນເປືອງກຳລັງຫຼາຍໃນການຢອດເມັດພັນເຂົ້າ ເນື່ອງຈາກຕ້ອງໃຊ້ແຮງງານຄົນໃນການລາກເຄື່ອງຢອດ ທັງນີ້ແມ່ນຂື້ນກັບສະພາບພື້ນທີ່ນາອີກດ້ວຍ

  •  ຂໍ້ແນະນຳ

• ກ່ອນການຢອດເມັດແຫ້ງໃຫ້ທົດສອບເບິ່ງດິນກ່ອນ ໂດຍບໍ່ຕ້ອງຝັ່ງເມັດເຂົ້າ ເພື່ອເບິ່ງອັດຕາການຢອດຂອງເມັດ ເພາະສະພາບເມັດທີ່ແຕກຕ່າງກັນ ການຈະຢອດໄດ້ສະໝຳ່ສະເໝີນັ້ນ ຕ້ອງກຽມດິນໃຫ້ລະອຽດ ປັບພື້ນທີ່ໃຫ້ຮຽບພຽງສະກ່ອນ

ຮູບ: ການກຽມດິນ ແລະ ວິທີການຢອດ

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ: