ເຕັກນິກການປູກຂີງ


ຂີງຈັດຢູ່ໃນວົງຕະກຸນ Zingiberaceae , ຊື່ວິທະຍາສາດ Zingiber officinale Roscoe . ຂີງເປັນພືດລຳຫຍ້າລົ້ມລຸກ, ແຜ່ຂະຫຍາຍດ້ວຍຫົວ, ເກີດເປັນສຸມ, ສູງ 50–80 ຊັງຕີແມັດ. ລຳຕົ້ນອອກສີຂຽວອ່ອນ ແລະ ມີເສັ້ນຜ່າກາງນ້ອຍ, ແມ່ນກາບໃບທີ່ສັບຊ້ອນເຂົ້າກັນເປັນລຳຕົ້ນ. ຫົວ: ເມື່ອຍັງອ່ອນອອກສີຂາວອົມສີກຸຫຼາບອ່ອນໆ, ເມື່ອແກ່ຊັ້ນເປືອກນອກຂອງຫົວອອກສີນ້ຳຕານແກ່ຊື່ງເຮົາສາມາດລອກໄດ້ງ່າຍສົມຄວນ. ເນື້ອຂອງຫົວອອກສີນ້ຳຕານຈືດໆ. ໃບ: ແມ່ນໃບປະເພດດ່ຽວ, ສັບຊ້ອນແບບສະຫຼັບ, ໃບຍາວ ແລະ ແຄບ. ສ່ວນກົກ ແລະ ປາຍຂອງໃບແຫຼມ. ໃບຍາວ 18–20 ຊັງຕີແມັດ, ກວ້າງ 2–3 ຊັງຕີແມັດ. ເນື້ອໃບຕໍ່ໃສ່ກາບໂດຍກົງ. ດອກ: ສີເຫຼືອງອ່ອນໆອອກເປັນຊໍ່, ສັບຊ້ອນກັນເປັນຮວງຊື່ງປົ່ງຂຶ້ນຈາກພື້ນດິນ, ກ້ານຮວງດອກຍາວປະມານ 25 ຊັງຕີແມັດ, ມີກາບສີຂຽວຫຸ້ມແຕ່ລະດອກໄວ້, ແມ່ນດອກປະເພດ 3, ດອກບໍ່ສະໝ່ຳສະເໝີ ແລະ ເປັນດອກທີ່ມີເພດຮ່ວມ. ໝົດທັງຕົ້ນໂດຍສະເພາະຫົວມີກິ່ນຫອມຍ້ອນບັນຈຸທາດໃຫ້ກິ່ນໃນລັກສະນະນ້ຳມັນລະເຫີຍຫຼາຍຊະນິດ. ພືດຊະນິດນີ້ມີຖິ່ນກຳເນີດຢູ່ເຂດອາຊີ. ປະຈຸບັນການປູກຂີງເພື່ອນຳໃຊ້ຫົວແຜ່ຂະຫຍາຍທົ່ວໄປໃນບັນດາປະເທດເຂດຮ້ອນ ແລະ ຊຸ່ມ. ຂະຫຍາຍດີບ່ອນທີ່ມີແສງແດດພໍຄວນ

1. ການປູກຂີງ
ຂີງມັກດິນໜຽວປົນຊາຍອຸດົມສົມບູນຄ່ອນຂ້າງຊຸມຊື່ນແຕ່ລະບາຍນໍ້າໄດ້ດີ ບໍ່ມັກນໍ້າຂັງ ແລະ ແສງແດດພໍສົມຄວນ ກຽມພັນຂີງໂດຍນໍາທ່ອນພັນມາຕັດເປັນທ່ອນໆແຕ່ລະທ່ອນມີຕາ 3-5 ຕາ ວາງໃຫ້ຕາຕັ້ງຊື່ ປົກເຟືອງປິດທັບຫົດນໍ້າໃຫ້ຊຸມເມື່ອງອກແລ້ວນໍາມາວາງໃຫ້ດ້ານທີ່ແຕກໜໍ່ຕັ້ງຊື່ຖົມດິນ ແລະ ໃຊ້ເຟືອງປົກຕະຫຼອດຖ້າຕ້ອງການໃຫ້ຂີງແຕກໜໍ່ດີ ແລະ ແງ່ງຂີງແຂງແຮງຕ້ອງພວນໂຄນໃນຊ່ວງອາຍຸ 2-3 ເດືອນ ຊ່ວງທີ່ຝົນຕົກຫຼາຍ ລະວັງແມງສັດຕູ ແລະ ພະຍາດຕ່າງໆທີ່ຈະຕາມມາ
– ລະດູດປູກ: ການປູກຂີງຈະປູກໃນຊ່ວງຕົ້ນຝົນໃນລະຫວ່າງເດືອນ ເມສາ-ພຶດສະພາ
– ການກຽມດິນ: ຈະເລີ່ມຈາກການໄຖດິນ3-4 ຄັ້ງເພື່ອປັບໂຄງສ້າງດິນໃຫ້ຜົງ ແລະ ຕາກແດດປະໄວ້ 1-2 ອາທິດ ຈາກນັ້ນໃສ່ຝຸ່ນຄອກ ຫຼື ຝຸ່ຍໝັກ ໃນອັດຕາ 1-2 ໂຕນ/ໄລ່
ການກຽມໜານປູກ: ໃຊ້ການປູກແບບຮ່ອງປູກ ທີ່ມີຂະໜາດກວ້າງ 1 ແມັດ ສູງ 15-20 ຊມ ຄວາມຍາວຂື້ນຢູ່ກັບຂະໜາດຂອງພື້ນທີ່.
– ການປູກຂີງ: ຕີນຂຸມໃຫ້ມີຂະໜາດເລີກ 8-10 ຊມ ຮອງພື້ນດ້ວຍປູນຂາວ ໂດໂລໄມທ໌/1 ກຳມື ປຸ໋ຍ 15-15-15 ຂຸມລະ 1 ກຳມື ແລ້ວຕາມດ້ວຍຝຸ່ນຄອກ ຫຼື ຝຸ່ນໝັກ ຂຸມລະ 1-2 ກຳມື ກ່ອນຈະນຳແງ່ງພັນຂີງທີາຕຽມໄວ້ວາງລົງໃນຂຸມປູນໃນແນວຕັ້ງ.


2. ການບົວລະບັດຮັກສາ
ຫຼັງປູກ 1 ເດືອນ ຂີງຈະແທງໜໍ່ຂື້ນມາໃຫ້ເຫັນມີຄວາມສູງປະມານ 15-20 ຊມ ຊ່ວງນີ້ໃຫ້ເບິ່ງກຳຈັດວັດສະພືດເສີມຝຸ່ນຄອກຫຼືຝຸ່ນໝັກ ຂຸມລະ 1 ກກ.
ເມື່ອຂີງມີອາຍຸໄດ້ 2 ເດືອນ ຫົວຂີງລຸ້ນທຳອິດຈະໂຜ່ຂື້ນມາຈາກໜ້າດິນໄລຍະນີ້ໃຫ້ທຳການຕັດແຕ່ງຕົ້ນໃຫ້ເຫຼືອໄວ້ 4-5 ຕົ້ນ/ຂຸມ ຄູນດິນປົກເຫງົ້າຂີງພຽງເຄິ່ງໜຶ່ງຂອງຮ່ອງ ແລະ ກຳຈັດວັດສະພືດອອກຈາກໜານປູກຢ່າໃຫ້ມີວັດສະພືດຢ່າໃຫ້ວັດສະພືດອາແຍ່ງອາຫານເພາະຈະເຮັດໃຫ້ຫົວຂີງບໍ່ໄດ້ຂະໜາດຕາມທີ່ຕ້ອງການທີ່ສຳຄັນໝັ້ນກຳຈັດວັດສະພືດຈະເປັນການກະຕຸ້ນໃຫ້ຂີງແຕກໜໍ່ໄດ້ດີຂື້ນ.
ເມື່ອຂີງມີອາຍຸໄດ້ 3 ເດືອນໃຫ້ຄູນດິນ ຕັດແຕ່ງ ແລະ ກຳຈັດວັດສະພືດອີກເທື່ອໜຶ່ງ.
ການຫົດນໍ້າ: ໃຫ້ວັນລະ 2-3 ວັນ/ຄັ້ງຫາກມີແຫຼ່ງນໍ້າພຽງພໍຫຼືເມື່ອພົບວ່າດິນໃນໜານເລີ່ມແຫ້ງຕ້ອງຫົດນໍ້າທັນທີ.


3. ພະຍາດ ແລະ ແມງໄມ້ທີ່ສຳຄັນ
ພະຍາດໃບຈຸດ ເກີດຈາກເຊື້ອຣາລັກສະນະອາການເປັນຈຸດຊໍ້າສີເຫຼືອງ ສຳລັບຕົ້ນທີ່ມີບາດຫຼາຍໆຈະສະແດງອາການໃບເຫຼືອງ ຂອບໃບແຫ້ງ ເບິ່ງເຫັນໄດ້ແຕ່ໄກ ຈະລະບາດຮຸນແຮງໃນຊ່ວງລະດູຝົນ ຖ້າລະບາດຫຼາຍຈະເຮັດໃຫ້ການແຕກກໍນ້ອຍ, ການປ້ອງກັນ ຊີດພົ່ນສານເຄມີກຳຈັດເຊື້ອຣາໃຫ້ທົ່ວໃບເມື່ອມີພະຍາດລະບາດຈະສາມາດປ້ອງກັນກຳຈັດເຊື້ອຣາໄດ້ 90% ສານປ້ອງກັນກຳຈັດເຊື້ອຣາທຸກຊະນິດໃຫ້ປະສິດຕິພາບເທົ່າທຽມກັນ
ແອນແທຣກໂນສ ພະຍາດນີ້ລະບາດໃນລະດູຝົນທີ່ມີອາກາດຊຸ່ມ ແລະ ອຸຫະພູມສູງ ແລະ ຖ້າເປັນຫຼາຍໆຈະເຮັດໃຫ້ການຈະເລີນເຕີບໂຕຂອງຕົ້ນ ແລະ ຫົວສະງັກຜົນຜະລິດຕົກຕໍ່າ.ການປ້ອງກັນ ບໍ່ຄວນປູກຂີງໃຫ້ໃກ້ກັນເກີນໄປເກັບໃບທີ່ເປັນພະຍາດເຜົາທຳລາຍ ໃຊ້ສານເຄມີພວກໄດໂຟລາແທນ ຫຼື ເບນເລທຊີດພົ່ນ
ແມງໄມ້ສັດຕູຂີງ ໄດ້ແກ່ ເພ້ຍໄຟ ໜອນ ແລະ ຕັ່ກກະແຕນກິນໃບສ່ວນໃຫ່ຍຈະກັດກິນທຳລາຍ ດູດນໍ້າລ້ຽງ ແລະ ໃບຈະແຫ້ງແຫ້ວ. ການປ້ອງກັນ ໃຊ້ຂົມກະເດົາຊອຍລະອຽດ 1,000 ກຼາມ/ນໍ້າ 20 ລິດ ແຊ່ປະໄວ້ 1 ຄືນ ຕອງເອົາແຕ່ນໍ້າໄປຊີດພົ່ນໃສ່ໜານປູກ
4. ການເກັບກ່ຽວ
ຂີງອ່ອນ ສາມາດເກັບກ່ຽວໄດ້ເມື່ອຂີງມີອາຍຸ 4-5 ສຳລັບຂີງແກ່ເກັບກ່ຽວເມື່ອອາຍຸ 10-12 ເດືອນຫຼັງຈາກປູກຈະສັງເກດໄດ້ຈາກໃບ ແລະ ລຳຕົ້ນທີ່ແຫ້ວ ເມື່ອຂີງອາຍຸກ້າວເຂົ້າເດືອນທີ່ 8 ໃນການເກັບກ່ຽວຫາກວ່າເປັນພື້ນທີ່ແຫ້ງແລ້ງ ແລະ ແຂງໃຫ້ຫົດນໍ້າກ່ອນແລ້ວຈື່ງຫຼົກແງ່ງຂີງຂື້ນມາລາງ ແລະ ຕັດແຕ່ງແງ່ງຂີງແຍກຂີງທີ່ຈະໃຊ້ນຳພັນໂດຍເລືອກຈາກແງ່ງຂີງທີ່ປາສະຈາກພະຍາດ ແລະ ແມງໄມ້


ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ (ໜ້າທີ 14-15)
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ:
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/ZHwKBisYtc8″ frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>