ເຂົ້າດໍໄດ້ (Dordai)

ຊື່ ເຂົ້າດໍໄດ້ (Dordai)
ຂໍ້ມູນ  

  1. ປະຫວັດຄວາມເປັນມາ

ເຂົ້າດໍໄດ້ເປັນແນວພັນເຂົ້າໜຽວພື້ນເມືອງທີ່ມາຈາກເມືອງປາກອູ, ແຂວງຫຼວງພະບາງ

  1. ລັກສະນະປະຈຳພັນ
ປະເພດເຂົ້າ ເຂົ້າໜຽວ, ເມັດໃຫຍ່
ຜົນຜະລິດ 4-5 ໂຕນຕໍ່ເຮັກຕາ
ອາຍຸ ເປັນເຂົ້າກາງ: ອອກດອກຊ່ວງຕົ້ນເດືອນຕຸລາ
ລັກສະນະແຕກກໍ ແຕກກໍປານກາງ ແລະ ມີຊົງລຳຕົ້ນຕັ້ງຊື່ດີ
ລວງສູງ ປະມານ 89 ຊັງຕີແມັດ
ລັກສະນະຂອງລຳຕົ້ນ ແຂງແຮງດີ ແລະ ບໍ່ລົ້ມເວລາສຸກແກ່
ລັກສະນະຂອງໃບ ສີຂຽວເຂັ້ມ ແລະ ໃບຈ່າງ
ສີເມັດເຂົ້າເປືອກ ສີເຫຼືອງ, ປາຍເມັດມີຈຸດສີນ້ຳຕານຕາມປາຍເປືອກ
ຂະໜາດເມັດເຂົ້າສານ ຍາວ 10.36 ມີລີແມັດ, ກວ້າງ 3.52 ມີລີແມັດ, ໜາ 2.16 ມີລີແມັດ
ຮູບຮ່າງ ຮຽວ
ນ້ຳໜັກ 1,000 ເມັດ 39 ກຼາມ
ຄຸນນະພາບການກິນ ອ່ອນນຸ່ມດີ
ເປີເຊັນການສີ ສູງ (60%)
  1. ຈຸດດີ ແລະ ຈຸດອ່ອນ

ຈຸດດີ: ເປັນແນວພັນໃຫ້ຜົນຜະລິດດີ, ເໝາະສຳລັບດິນທີ່ມີຄວາມອຸດົມສົມບູນຕ່ຳສຸດຫາປານກາງ, ເມັດໃຫຍ່, ຕົ້ນສູງ, ສາມາດປູກໄດ້ທັງນາປີ ແລະ ນາແຊງ, ຄຸນນະພາບການກິນອ່ອນດີ. ຄ້າຍຄືເຂົ້ານາຊາງ ແລະ ເຂົ້າອົບປົບ, ເຂົ້າດໍໄດ້ບໍ່ຄ່ອຍເກີດພະຍາດໃໝ້. ປູກໄດ້ໃນເຂດດິນປານກາງຫາດິນທີ່ອຸດົມສົມບູນ. ປັບຕົວໃນບາງແຂວງພາກເໜືອເຊັ່ນ: ແຂວງຫຼວງພະບາງ, ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ຈຸດອ່ອນ: ບໍ່ທົນຕໍ່ບົ່ວ

  1. ວິທີການປູກ
    • ລະດູຕົກກ້າ ແລະ ປັກດຳ

ນາປີ: ເຂດພາກເໜືອເລີ່ມຕົກກ້າໃນເດືອນມິຖຸນາ, ປັກດຳທ້າຍເດືອນມິຖຸນາ ແລະ ເກັບກ່ຽວຊ່ວງທ້າຍເດືອນຕຸລາ.

ນາແຊງ: ຕົກກ້າໃນກາງເດືອນພະຈິກ, ປັດດຳໃນກາງເດືອນທັນວາ ແລະ ເກັບກ່ຽວໃນທ້າຍເດືອນພຶດສະພາ.

ອາຍຸກ້າເໝາະສົມໃນການປັກດຳ: 21-25 ວັນ. ສຳລັບນານ້ຳຝົນ ແລະ 25-30 ວັນສຳລັບນາແຊງ. ໃນເຂດໜາວ, ອາຍຸກ້າອາດຈະຍາວກວ່າ, ແຕ່ຕ້ອງສັງເກດເບິ່ງຈຳນວນໃບກ້າທີ່ມີ 4.5 – 5.5 ໃບ (ນັບທັງໃບເຄົ້າ)

ໄລຍະປັກດຳ: 20 x 20 ຊັງຕີແມັດ ຫຼື 25 ສຸມຕໍ່ຕາລາງແມັດ.

ຈຳນວນກີບກ້າປັກດຳ: 3 – 4 ກີບກ້າຕໍ່ສຸມ.

  • ອັດຕາຝຸ່ນເຄມີ:

ຝຸ່ນຮອງພື້ນ: ປຸ໋ຍສູດ 16-20-00 ໃນອັດຕາ 150 ກລ/ຮຕ (ສຳລັບນາດິນໜຽວ) ຫຼື 200 ກລ/ຮຕ ຂອງປຸ໋ຍສູດ 15-15-15 (ສຳລັບນາດິນຊາຍ) ຫວ່ານໃນເວລາປັກດຳ.

ຝຖ່ນເລັ່ງ: ຫວ່ານຝຸ່ນເລັ່ງ 2 ຄັ້ງໃນເວລາ 25 – 30 ວັນ ແລະ 45 – 50 ວັນ. ຫຼັງປັກດຳໃນອັດຕາ 50 ກລ/ຮຕ ໃນແຕ່ລະຄັ້ງ.

 

ໝາຍເຫດ: ນາຕີນບ້ານ ດິນທີ່ມີຄວາມອຸດົມສົມບູນສູງບໍ່ຕ້ອງໃສ່ຝຸ່ນ ( ເມື່ອສັງເກດເຫັນໃບເຂົ້າຂຽວຢູ່ຕະຫຼອດ ). ນາດິນບໍ່ດີຄວນໃສ່ຝຸ່ນຄອກໃນອັດຕາ 3 – 5 ຕ/ຮຕ ກ່ອນ.

 

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ. ສູນຄົ້ນຄວ້ານະໂຍບາຍກະສິກຳ ແລະ ປ່າໄມ້

ແຫຼ່ງຂໍ້ມູນ:  ປື້ມຄຳແນະນຳການນຳໃຊ້ແນວພັນເຂົ້າສຳລັບພາກເໜືອຂອງລາວ. ໂຄງການຄົ້ນຄວ້າລະບົບການຜະລິດກະສິກຳ ໂດຍເອົາເຂົ້າເປັນພື້ນຖານ ໃນເຂດພູດອຍ ຢູ່ພາກເໜືອ.
ຂໍ້ມູນເພີມຕື່ມ 
ວີດີໂອ  
ຕິດຕໍ່