ວິທີ ການລ້ຽງປາຮ່ວມກັບການລ້ຽງໄກ່ພັນຊີ້ນ


ສະພາບລວມ: ປະຊາຊົນຢູ່ຕາມຊານເມືອງ ແລະ ຊົນນະບົດມີຄວາມສາມາດໃນການລ້ຽງປາແບບປະສົມປະສານກັບການລ້ຽງສັດ ແລະ ປູກຝັງ ຢູ່ຕາມໜອງທຳມະຊາດທີ່ມີຢູ່ແລ້ວ ແລະ ໜອງທີ່ສ້າງຂື້ນເອງ, ສັດທີ່ນິຍົມລ້ຽງຮ່ວມກັບປາສ່ວນຫຼາຍຈະແມ່ນ: ໄກ່ພັນຊີ້ນ, ໄກ່ພັນໄຂ່, ເປັດ ແລະ ໝູພັນ. ອາຫານທີ່ນຳມາໃຊ້ໃນການລ້ຽງປາຈະມີ ຮຳ, ເຂົ້າປຽນ, ສາລີ, ມັນຕົ້ນ ແລະ ຜັກຊະນິດຕ່າງໆ ທີ່ຫາໄດ້ງ່າຍຕາມທ້ອງຖິ່ນ ແລະ ມີລາຄາຖືກ.
I. ພັນສັດ
1. ໄກ່ພັນຊີ້ນ
ແນວພັນໄກ່ທີ່ນຳມາລ້ຽງແມ່ນສາມາດຊື້ໄດ້ຈາກຟາມ, ນ້ຳໜັກສະເລ່ຍເວລາປ່ອຍໄກ່ລ້ຽງ 35-40 ກຣາມ, ຖ້າລ້ຽງໄກ່ໃນເງື່ອນໄຂທີ່ດີໃນເວລາ 45 ວັນ ໄກ່ຈະມີນ້ຳໜັກປະມານ 1500 -1800 ກຣາມ.

2. ປານິນ
ລ້ຽງງ່າຍ, ໃຫຍ່ໄວ, ທົນຕໍ່ສະພາບແວດລ້ອມຕ່າງໆໄດ້ດີ, ປາຊະນິດນີ້ກິນພືດ ແລະ ສັດເຊັ່ນ: ອາຫານຈຳພວກໄຮນ້ຳພືດ, ໄຮນ້ຳສັດ, ພືດນ້ຳຂະໜາດນ້ອຍ, ຖ້າລ້ຽງໃນສະພາບແວດລ້ອມທີ່ດີ ໃນໄລຍະ 6-8 ເດືອນ ປາຈະມີນໍ້າໜັກປະມານ 300-500 ກຣາມ, ເປັນປາທີ່ຂະຫຍາຍພັນໄດ້ງ່າຍ ແລະ ລ້ຽງໄດ້ຕະຫຼອດປີ.

3. ປາໄນ
ເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວ, ທົນຕໍ່ສະພາບແວດລ້ອມໄດ້ດີກິນພືດ ແລະ ສັດເຊັ່ນ: ອາຫານຈຳພວກໄຮນ້ຳພືດ, ໄຮນ້ຳສັດ, ກິນສັດນ້ຳຂະໜາດນ້ອຍ, ຖ້າລ້ຽງໃນສະພາບແວດລ້ອມທີ່ດີ ໃນໄລຍະ 6-8 ເດືອນ ປາຈະມີນໍ້າໜັກປະມານ 400-700 ກຣາມ, ເປັນປາທີ່ຂະຫຍາຍພັນໄດ້ງ່າຍ ຂະຫຍາຍພັນໃນລະດູໜາວ.

4. ປາປາກ
ເປັນປາພື້ນເມືອງ, ເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວ, ເວລາລ້ຽງເມື່ອມີນ້ຳເນົ່າເສຍຈະຕາຍກ່ອນປາຊະນິດອື່ນ, ເປັນປາກິນພືດ, ພືດນ້ຳ, ແໜ, ໄຄນ້ຳ ແລະ ກິນສັດນ້ຳຂະໜາດນ້ອຍ, ຖ້າລ້ຽງໃນສະພາບເງື່ອນໄຂທີ່ດີໃນເວລາ 6-8 ເດືອນ ຈະມີນໍ້າໜັກ 300-400 ກຣາມ, ເປັນປາທີ່ຂະຫຍາຍພັນໄດ້ງ່າຍໃນລະດູຝົນ.

II. ຂັ້ນຕອນການຈັດຕັ້ງປະຕິບັດ
1. ການກຽມໜອງປາ
– ປ່ອຍນ້ຳອອກຈາກໜອງໃຫ້ໝົດແລ້ວໂຮຍປູນຂາວລົງໃນອັດຕາ 400 ກິໂລກຣາມ, ເພື່ອຂ້າເຊື້ອພະຍາດ ແລະ ປັບປຸງຄຸນນະພາບນ້ຳໃຫ້ມີຄວາມເປັນກົດເປັນດ່າງ (Ph) 6-8 ແລ້ວຕາກໜອງໄວ້ປະມານ 1 ອາທິດ.
– ປ່ອຍນ້ຳເຂົ້າໃສ່ໜອງປະໄວ້ 1 ເດືອນ ເພື່ອໃຫ້ເກີດອາຫານທຳມະຊາດໃນໜອງປາເຊັ່ນ: ໄຮນ້ຳພືດ ແລະ ໄຮນ້ຳສັດ.
2. ການສ້າງຄອກໄກ່
ການສ້າງຄອກໄກ່ແມ່ນເຮັດໃສ່ເທິງໜອງປາເລີຍເຊິ່ງມີຂະໜາດ ລວງຍາວ 8 ແມັດ, ລວງກ້ວາງ 5 ແມັດ ແລະ ສູງ 2 ແມັດ, ວັດຖຸ ແລະ ອຸປະກອນທີ່ນຳມາສ້າງຄອກມີເສົາສີມັງ, ໄມ້ໄຜ່.

III. ການປ່ອຍແນວພັນສັດ ແລະ ອັດຕາການປ່ອຍ
1. ແນວພັນໄກ່
ລູກໄກ່ທີ່ຈະລ້ຽງສາມາດຊື້ໄດ້ຈາກຟາມຫຼື ສະຖານທີ່ອື່ນໆທີ່ຂາຍ, ເປັນລູກໄກ່ພັນຊີ້ນ ແລ້ວນຳມາປ່ອຍໃນຄອກທີ່ສ້າງໄວ້ອັດຕາການປ່ອຍແມ່ນເນື້ອທີ່ໜອງ 2700 ມ2 ແມ່ນໃຫ້ປ່ອຍ 340 ໂຕ, ໂດຍທົ່ວໄປອັດຕາການປ່ອຍແມ່ນ 1250 ໂຕ/ຮຕ.
2.ແນວພັນປາ
ໃນເນື້ອທີ່ໜອງ 2700 ມ2 ແມ່ນໃຫ້ປ່ອຍປານິນ 4000 ໂຕ , ປາໄນ 2000 ໂຕ ແລະ ປາປາກ 2000 ໂຕ ໂດຍອັດຕາການປ່ອຍແມ່ນ30,000ໂຕ/ຮຕ.
IV.ການໃຫ້ອາຫານ
1.ການໃຫ້ອາຫານໄກ່:ແມ່ນໄດ້ນຳໃຊ້ອາຫານສຳເລັດຮູບເບີ201ອາຍຸທຳອິດຫາ15ວັນແລະເບີ 202 ອາຍຸ 15 ວັນຂື້ນໄປຈາກໂຮງງານອາຫານສັດທີ່ມີທາດຊີ້ນສູງກວ່າ 30 %.
2. ການໃຫ້ອາຫານປາ: ແມ່ນໄດ້ນຳໃຊ້ຮຳເປັນອາຫານເສີມຈາກໂຮງສີເຂົ້າ ແລະ ສິ່ງເສດເຫຼືອຈາກໄກ່ເຊັ່ນ: ເສດອາຫານຂອງໄກ່ເຮ່ຍ ແລະ ມູນໄກ່.
3. ການເກັບຜົນຜະລິດ: ເມື່ອລ້ຽງໄກ່ໄດ້ 40-45 ວັນ ກໍ່ສາມາດນຳມາຂາຍໄດ້, ສວ່ນການເກັບຜົນຜະລິດຂອງປາແມ່ນຂຶື້ນກັບປາທີ່ປ່ອຍ ຖ້າປ່ອຍປາຂະໜາດ 3-5 ຊມ ກໍ່ໃຊ້ເວລາປະມານ 6-12 ເດືອນກໍ່ສາມາດເກັບປາຂາຍໄດ້, ແຕ່ຖ້າປ່ອຍປາຂະໜາດ 15-20 ຊມ ຫຼື ນໍ້າໜັກປາ 250-400 ກຣາມ ໃຊ້ເວລາປະມານ 2-4 ເດືອນ ກໍ່ສາມາດເກັບຜົນຜະລິດຂາຍໄດ້. ດັ່ງນັ້ນ ເພື່ອໃຫ້ມີຜົນຜະລິດຂາຍຢ່າງຕໍ່ເນື່ອງຄວນລ້ຽງປາເປັນຊຸດໆໄປ ເພື່ອໃຫ້ເປັນອາຫານຫານໃຫ້ແກ່ປາຈົນເຖິງເວລາເກັບຜົນຜະລິດຂອງປາ.

ແຫຼ່ງທີ່ມາ: ອຸໄລທຳ ລາຊາສິມມາ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: