ເຂົ້າປົມລາຍ (LG1767)
ປະຫວັດຄວາມເປັນມາ.
ແນວພັນເຂົ້າປົມລາຍ (LG1767) ເປັນແນວພັນເຂົ້າພື້ນເມືອງຂອງທ້ອງຖິ່ນເມືອງກາສີ, ແຂວງວຽງຈັນ. ໃນປີ 2006, ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ນຳມາປູກ ເພື່ອຄັດເລືອກ ແລະ ໃນປຮ 2008, ຈິ່ງໄດ້ນຳໄປທົດສອບໃນພື້ນທີ່ໄຮ່ຂອງຊາວກະສິກອນ. ຜົນໄດ້ຮັບເຫັນວ່າແນວພັນດັ່ງກ່າວມີການຈະເລີນເຕີບໂຕດີ ແລະ ໃຫ້ຜົນຜະລິດສູງ. ໃນປີ 2009 ໂຄງການ NURIFaR ໄດ້ນຳໄປທົດສອບ ແລະ ຂະຫຍາຍໃນພື້ນທີ່ 6 ເມືອງເປົ້າໝາຍຂອງໂຄງການ.
ລັກສະນະປະຈຳພັນ.
ປະເພດ | ເຂົ້າໜຽວ |
ຜົນຜະລິດ | 1.5-2.5 ໂຕນຕໍ່ເຮັກຕາ |
ອາຍຸ | 130 – 135 ວັນ |
ລັກສະນະແຕກກໍ | ແຕກກໍໜ້ອຍ |
ລວງສູງ | 115-130 ຊັງຕີແມັດ |
ລວງຍາວຂອງຮວງ | ປະມານ 26 ຊັງຕີແມັດ |
ສີເມັດເຂົ້າເປືອກ | ສີເຫຼືອງ, ມີຂົນ |
ຂະໜາດເມັດເຂົ້າເປືອກ(ສະເລ່ຍ) | ຍາວ 9.53 ມີລີແມັດ, ກວ້າງ 4.10 ມີລີແມັດ, ໜາ 2.46 ມີລີແມັດ |
ຂະໜາດເມັດເຂົ້າສານ (ສະເລ່ຍ) | ຍາວ 8.87 ມີລີແມັດ, ກວ້າງ 3.85 ມີລີແມັດ, ໜາ 2.45 ມີລີແມັດ |
ຮູບຮ່າງ | ກາງ |
ນ້ຳໜັກ | 1,000 ເມັດ 37.5 ກຼາມ |
ຄຸນນະພາບການກິນ | ອ່ອນ, ຫອມ |
ເປີເຊັນການສີ | (67.8%) |
ຈຸດດີ ແລະ ຈຸດອ່ອນ.
• ຈຸດດີ: ສາມາດປູກໄດ້ກັບດິນເຂດປ່າເລົ່າອ່ອນ ແລະ ດິນທີ່ມີຄວາມອຸດົມສົມບູນປານກາງຫາດີ
• ຈຸດອ່ອນ: ແຕກກໍໜ້ອຍ, ບໍ່ເໝາະສົມກັບດິນທີ່ປູກເຂົ້າຕໍ່ເນື່ອງກັນຫຼາຍປີ, ບໍ່ທົນທານຕໍ່ແມງໄຂ່ປາ (Rood Aphid)
ວິທີການປູກ.
ສະຖານທີ່ແນະນຳປູກ.
ສາມາດປູກໄດ້ໃນພື້ນທີ່ນາ ແລະ ພື້ນທີ່ ທີ່ມີຄວາມຄ້ອຍຊັນ 15%-60%, ລະດັບຄວາມສູງຈາກໜ້ານ້ຳທະເລ 300-1.500 ແມັດ. ປູກໄດ້ດີໃນແຂວງພາກເໜືອ ເຊັ່ນ: ແຂວງບໍ່ແກ້ວ, ໄຊຍະບູລີ, ອຸດົມໄຊ, ຫຼວງພະບາງ ແລະ ຫຼວງນ້ຳທາ.
ການປູກ.
ຄວນນຳໃຊ້ແນວພັນປູກໃນອັດຕາ 60 ກລ/ຮຕ, ຄວາມງອກບໍ່ຕ່ຳກວ່າ 85%, ໄລຍະຫ່າງການປູກ 25 x 25 ຊັງຕີແມັດ, ຈຳນວນ 5-6 ເມັດຕໍ່ຂຸມ ແລະ ສັກເລິກປະມານ 2-3 ຊມ ເພື່ອປ້ອງກັນການທຳລາຍຂອງສັດຕູພືດ.
ລະດູການປູກ.
ລະດູການປູກທີ່ເໝາະສົມແມ່ນທ້າຍເດືອນເມສາ ຫາ ເດືອນພຶດສະພາ, ຖ້າປູກຊ້າຈະເຮັດໃຫ້ຜົນຜະລິດຫຼຸດລົງ.
ການບົວລະບັດຮັກສາ.
ຫຼັງຈາກສັກເຂົ້າແລ້ວປະມານ 15-25 ວັນຄວນເສຍຫຍ້າຄັ້ງທີ 1, ບໍ່ຄວນໃຫ້ຫຍ້າສູງເກີນໄປເພາະຫຍ້າຈະຍາດທາດອາຫານຈາກຕົ້ນເຂົ້າ ແລະ ເປັນບ່ອນລີ້ຊ່ອນຂອງແມງໄມ້.
ການໃສ່ຝຸ່ນ.
ຖ້າເປັນພື້ນທີ່ຄ້ອຍຊັນບໍ່ແນະນຳໃຫ້ໃສ່ຝຸ່ນເພາະຈະເຮັດໃຫ້ຝຸ່ນເຊາະໄຫຼໜີ.
ແຫຼ່ງຂໍ້ມູນ: ປື້ມຄຳແນະນຳການນຳໃຊ້ແນວພັນເຂົ້າສຳລັບພາກເໜືອຂອງລາວ. ໂຄງການຄົ້ນຄວ້າລະບົບການຜະລິດກະສິກຳ ໂດຍເອົາເຂົ້າເປັນພື້ນຖານ ໃນເຂດພູດອຍ ຢູ່ພາກເໜືອ.
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ