ໝາກລີ້ນໄມ້

ຊື່ສາມັນ : ໝາກລີ້ນໄມ້
ຊື່ວິທະຍາສາດ :  Oroxylum indicum
ຊື່ພາສາອັງກິດ :
ລັກສະນະພັນພືດ:  ຕົ້ນລີ້ນໄມ້ເປັນພືດທີ່ມີໃບຂຽວຕະຫຼອດປີ ຫຼື ລົ່ນໃບຊ່ວງສັ້ນໆ ສູງປະມານ 5-10 ແມັດ ໜ້າຕ່າງພຽງເອິກ 10-15 ຊັງຕີແມັດ ຕົ້້ນອ່ອນມັກມີລໍາຕົ້ນດ່ຽວ ມີໃບເກີດຈຸ້ມກັນຢູ່ສ່ວນປາຍ ເບິ່ງແລ້ວຄ້າຍຄືຕົ້ນຂາມ ແລະ ມີເປືອກເປັນສີມົນ, ໃບເປັນໃບປະສົມ ຍາວ 60-170 ຊັງຕີແມັດ, ມີໃບຍ່ອຍຮູບໄຂ່ – ສາມຫຼ່ຽມ ຍາວ 5-13 ຊັງຕີແມັດ ແລະ ປ່ຽນເປັນສີຟ້າເມື່ອມັນແຫ້ງ ຊໍ່ດອກປະກອບມີຫຼາຍພົ້ວ ມີຄວາມຍາວ 40-150 ຊັງຕີແມັດ ຊີ້ພົ້ນຂື້ນກາຍເຮືອນຍອດ, ດອກຂອງມັນມີຂະໜາດຄວາມຍາວ 3-9 ຊັງຕີແມັດ ແລະ ກ້ວາງ 1-10 ຊັງຕີແມັດ, ເປັນຮູບຈວຍ, ເປັນເນື້ອ ແລະ ໜາ, ບານໃນເວລາກາງຄືນ ແລະ ມີກິ່ນເໝັນ, ປາຍດອກເປັນຊີກ 5 ກີບ ເປັນຫຍໍ່ໆ ແລະ ມີສີເຫຼືອງ ຫຼື ສີມ່ວງອົມແດງ, ຝັກຂອງມັນຈະແກ່ຈາກຝັກທີ່ຢູ່ລຸ່ມຂື້ນໄປຄື ຊໍ່ດອກ, ເປັນຝັກແປຊື່ ມີສີນໍ້າຕານແກ່ ຍາວ 40-120 ຊັງຕີແມັດ , ກ້ວາງ 5-9 ຊັງຕີແມັດ ແລະ ໜາ 1 ຊັງຕີແມັດ, ແຕ່ລະຝັກມີຫຼາຍແກ່ນເປັນຮູບມົນແປ ສີຂາວ ແລະ ຫຸ້ມດ້ວຍປີກບາງໆ ຂະໜາດ 4-5 x 3-5 ຊັງຕີແມັດ BIGNIACACEAE.
ສະພາບແວດລ້ອມ : ເກີດຢູ່ຕາມເຂດຮ້ອນຊຸ່ມ.
ການນຳໃຊ້:  ໃບອ່ອນ, ດອກ ແລະ ຝັກ ນໍາມາລວກກີນກັບແຈ່ວ, ລາບ ຫຼື ປາແດກໄດ້, ຝັກຂອງມັນໄຊ້ເປັນຢາລະບາຍທ້ອງອຶດ , ລົດຄວາມຮ້ອນໃນຮ່າງກາຍ ແລະ ພວກຜູ້ເຖົ້າ ຜູ້ແກ່ມັກກີນ ເພື່ອຊ່ວຍໃຫ້ຮ່າງກາຍແຂງແຮງ, ແກ່ນຂອງມັນຈະບົດກັບພືດເປັນຢາອື່ນໆ ເປັນເຄື່ອງດື່ມ .