ໝາກກອກ

ຊື່ສາມັນ : ໝາກກອກ
ຊື່ວິທະຍາສາດ:  Spondias pinnata
ຊື່ພາສາອັງກິດ :
ລັກສະນະພັນພືດ :  ຕົ້ນໝາກກອກເປັນພືດລົ່ນໃບ ສູງລະຫວ່າງ 15-25 ແມັດ ໜ້າເອິກ 40 ຊັງຕີແມັດ ໃຫຍ່ເຕັມທີ່ ໃບປະສົມຍາວ 30-40 ຊັງຕີແມັດ ມີໃບຍ່ອຍເປັນຮູບມົນ ມີຂະໜາດ 7-13 x 3-4 ຊັງຕີແມັດ 9-13 ໃບ ທີ່ມີກ້ານໃບຍາວ ຂະໜາດ 10-15 ຊັງຕີແມັດ ຊໍ່ດອກຂອງມັນຍາວ ປະມານ 25-35 ຊັງຕີແມັດ ແລະ ມີກິ່ງດອກເປັນກຸ່ມດົກໜາ, ດອກຂອງມັນມີສີຂາວ ຂະໜາດກ້ວາງ 3 ມມ , ໝາກຂອງມັນມີເນື້ອເປັນຮູບໄຂ່ ມີຂະໜາດ 3.5-7 x 3.5 ຊັງຕີແມັດ ເມື່ອໝາກແກ່ ແລະ ສຸກ ຈະເປັນສີເຫຼືອງປົນຂຽວ, ມີແກ່ນແຂງແກ່ນດຽວ, ຈັດໃນສະກູນ ANACARDIACEAE.
ສະພາບແວດລ້ອມ :  ເກີດຢູ່ຕາມເຂດຮ້ອນຊູ່ມ.
ການນຳໃຊ້:  ເພີ່ນນໍາໃຊ້ໝາກກອກຕໍາໝາກຮຸ່ງ, ຕົ້ມຍໍາ, ແກງປາ, ຕໍາແຈ່ວ ຫຼື ແຈ່ວປາແດກ.

               

ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com