ໝາກເຟືອງ

ຊື່ສາມັນ :  ໝາກເຟືອງ
ຊື່ວິທະຍາສາດ :  Averrhoa carambola L.
ຊື່ພາສາອັງກິດ :   Star fruit 
ລັກສະນະພັນພືດ :  ໝາກເຟືອງເປັນໄມ້ຢືນຕົ້ນຂະໜາດກາງ ສູງ 10-15 ແມັດ , ມີກິ່ງງ່າອອກຈໍານວນຫຼາຍ, ກ່າງໃບລວມຍາວ 11-17 ຊັງຕີແມັດ, ມີ 3-6 ໃບຍອ່ຍຍາວ 2-9 ຊັງຕີແມັດ, ກ້ວາງ 1,5-35 ຊັງຕີແມັດດອກສີແດງແກມສີບົວ, ໝາກສົດເປັນຮູບດາວມີຫ້າຫຼ່ຽມ, ຂະໜາດ 12,5×6 ຊັງຕີແມັດ ເວລາສຸກສີເຫຼືອງ ແລະ ແກ່ນສີດໍາຂະໜາດ 0,5 ຊັງຕີແມັດ.
ສະພາບແວດລ້ອມ :  ເກີດທົ່ວໄປໃນປະເທດເຮົາ, ເປັນຕົ້ນໄມ້ກິນໝາກປູກດ້ວຍວິທີກ້າແກ່ນ.
ການນຳໃຊ້ : ໃບປະສົມກັບເຂົ້າສານຈ້າວຕໍາແລ້ວເອົາ ເຫຼົ້າປະສົມໃສ່ທາຕຸ່ມມື່ນມ່ານ, ໃຊ້ໃບ ແລະ ໝາກຕົ້ມອາບແກ້ອາການເປັນຕຸ່ມ.

ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com