Monthly Archives: November 2019
ການປູກມັນຝຣັ່ງ
ຊື່ວິທະຍາສາດ, Solanum tuberosum L. ວົງຕະກຸນ (SOLANACEAE) ມັນຝຣັ່ງ ລຳຕົ້ນມີລັກສະນະເປັນກິ່ງ ຕັ້ງຊື່ ມີຄວາມສູງຂອງຕົ້ນປະມານ 0,6-1 ແມັດ , 1 ຕົ້ນຈະໃຫ້ຫົວມັນຝຣັ່ງປະມານ 8-10 ຫົວ. ໃບເປັນໃບປະກອບແບບຂົນນົກ ອອກລຽນສະລັບ ມີຂົນເລັກນ້ອຍ ປະກອບໄປດ້ວຍໃບຍອດ 1 ໃບ ເປັນພືດທີ່ຕ້ອງການເອົາໃຈໃສ່ເປັນຢ່າງດີໃນການປູກເພາະເປັນພືດທີ່ຄ່ອຍຂ້າງປູກຫຍາກຕ້ອງປູກໃນພື້ນທີ່ທີ່ເໝາະສົມແທ້ຈຶ່ງສາມາດໃຫ້ຜົນຜະລິດຢ່າງເຕັມເມັດເຕັມໜ່ວຍ
1. ການກຽມພັນ
ມັນຝຣັ່ງເປັນພືດທີ່ມີການຂະຫຍາຍພັນໂດຍໃຊ້ຫົວ ກ່ອນອື່ນຕ້ອງມີການຄັດເອົາຫົວພັນທີ່ມີຄຸນນະພາບສາມາດສັງເກດໄດ້ຈາກຕາໂດຍຮອບຂອງຫົວພັນຈະຕ້ອງເລືອກເອົາຫົວທີ່ມີຕາຫຼາຍຊຶ່ງໝາຍເຖີງຫົວພັນທີ່ມີຄຸນນະພາບ ແລະ ເພື່ອທີ່ຈະໄດ້ກ້າພັນໃນຈຳນວນທີ່ຫຼາຍຂື້ນ ວິທີການກຽມພັນຕ້ອງນໍາເອົາຫົວພັນມາຕັດເປັນຊີ້ນໆຕາມຈຳນວນຕາຂອງຫົວມັນ 1 ຊີ້ນ/1ຕາ ຊຶ່ງຕໍ່ຫົວຈະໄດ້ຈຳນວນພັນຕາມຈຳນວນຕາທີ່ຢູ່ອ້ອມຫົວມັນ 1 ຫົວຈະໄດ້ຫົວພັນປະມານ 4-5 ຫົວພັນຄວນມີການຕັດຫົວພັນໄວ້ກ່ອນປູກປະມານ 1 ອາທິດ ຈະປູກ1 ອັນ/1ຂຸມຫຼັງຈາກນັ້ນກໍ່ມີການຫົດນໍ້າ ບໍ່ຄວນນໍາຫົວພັນມາປູກຊໍ້າບ່ອນເກົ່າຄວນເອົາຈາກສວນໜຶ່ງມາປູກອີກສວນໜຶ່ງເພື່ອເປັນການຊ່ວຍເພີ່ມຄຸນນະພາບໃຫ້ກັບຫົວພັນ ແລະ ສົ່ງຜົນໃຫ້ຜົນຜະລິດເພີ່ມຂື້ນອີກດ້ວຍ
2. ການເລືອກພື້ນທີ່ປູກມັນຝຣັ່ງ
ພື້ນທີ່ທີ່ເໝາະສົມຕໍ່ການປູກມັນຝຣັ່ງຕ້ອງເປັນພື້ນທີ່ເຂດພູດອຍບໍ່ມີນໍ້າຖ້ວມຂັງດິນມີຄວາມພຸມຸຍເພາະເປັນພື້ນຫົວດິນຈຶ່ງເປັນສ່ວນທີ່ສຳຄັນທີ່ສຸດໃນການປູກມັນຝຣັ່ງ ຖ້າເປັນດິນປົນຊາຍຫົວມັນກໍ່ຈະມີຄວາມຈະເລີນເຕີບໂຕໄດ້ດີ ແລະ ໃຫ້ຜົນຜະລິດເພີ່ມຂື້ນອີກດ້ວຍ ແລະ ເປັນພືດທີ່ສາມາດປູກໄດ້ດີໃນພື້ນທີ່ອາກາດໜາວ
3. ການກຽມດິນ
ໄຖດິນໃຫ້ເລິກຢ່າງໜ້ອຍ 20 ຊມ ຕາກດິນໄວ້ປະມານ 10-15 ວັນ ຫາກດິນແໜ່ນແຂງຫຼືດິນເປັນກົດຄວນໃຊ້ສານປັບສະພາບດິນ ໄດນາໄມປະສົມນໍ້າຊີດໃຫ້ທົ່ວ ໃຊ້ໃນປະລິມານ 1 ລິດ/ນໍ້າ 500 ລິດ/ພື້ນທີ 3-5 ໄລ່ ຈາກນັ້ນຄາດອີກຄັ້ງແລ້ວຈຶ່ງຍົກຮ່ອງປູກ
4. ລະດູການປູກ
ລະດູປູກປົກກະຕິແມ່ນທ້າຍເດືອນ ພະຈິກຫາຕົ້ນເດືອນທັນວາເກັບກ່ຽວປະມານທ້າຍເດືອນມີນາ ຖ້າປູກນອກລະດູເລີ່ມປູກເດືອນເມສາ ເກັບກ່ຽວເດືອນສິ່ງຫາ
5. ການປູກມັນຝຣັ່ງ
1. ປູກແບບແຖວດຽວບໍ່ຕ້ອງເຮັດຫ້ອງຄືຂຸດຮອງຍາວຕາມແນວໜານເລິກປະມານ 1 ໜ້າສຽມລະຍະຫ່າງລະຫວ່າງຮ່ອງ 75-90 ຊມ ວາງຫົວພັນໃນຮ່ອງຫ່າງກັນ 20-30 ຊມ ແລ້ວເອົາດິນຖົມ
2. ປູກແບບແຖວດຽວເຮັດຮ່ອງໃຫ້ສູງຂື້ນສັນຮ່ອງສູງປະມານ 20 ຊມ ຄວນໃສ່ຝຸ່ນຄອກ ແລະ ຝຸ່ນເຄມີຮອງພື້ນຂຸດ
6. ການບົວລະບັດ
– ການໃສ່ຝຸ່ນຄວນໃສ່ຝຸ່ນອິນຊີ ຫຼື ຝຸ່ນວິທະຍາສາດແບ່ງເປັນ 3 ຄັ້ງຄື
ຄັ້ງທີ່ 1 ໃຊ້ວັດສະດຸປັບປຸງດິນ ອິນຊີ ໃນອັດຕາ 50 ກິໂລ/ໄລ່ໃສ່ຮອງກົ້ນຂຸມ
ຄັ້ງທີ່ 2 ເມື່ອມັນຝຣັ່ງອາຍຸ 20-30 ໃສ່ຝຸ່ນວິທະຍາສາດສູດ 15-15-15 ໃນປະລິມານ 10 ກິໂລ/ໄລ່
ຄັ້ງທີ່ 3 ເມື່ອມັນຝຣັ່ງອາຍຸ 60 ວັນໃສ່ປຸ໋ຍສູດ 0-0-5 ອັດຕາ 10 ກິໂລ/ໄລ່
ການຫົດນໍ້າມັນຝຣັ່ງເປັນພືດທີ່ຕ້ອງການນໍ້າສະໝໍ່າສະເໝີ ໃກ້ຊ່ວງເກັບກ່ຽວຄວນງົດຫົດນໍ້າປະມານ 2 ອາທິດ
7. ພະຍາດທີ່ສຳຄັນ ແລະ ການປ້ອງກັນ
ພະຍາດໃບໄໝ້ ເກີດຈາກເຊື້ອລາ ການປ້ອງກັນກຳຈັດ ລຸດຄວາມຊຸ່ມໃນໜານລົງ ຢ່າຫົດນໍ້າຫຼາຍ ຫຼົກຕົ້ນທີ່ເປັນພະຍາດຖີ່ມ ຄວນຫລີກລ້ຽງການປູກໃນບໍລິເວນທີ່ເຄີຍປູກ
ພະຍາດໃບຈຸດ ເກີດຈາກເຊື້ອລາອອນເທນາເຮຍ ການປ້ອງກັນກຳຈັດ ຢ່າຫົດນໍ້າໃຫ້ຊຸ່ມຫຼາຍເກີນໄປຕັດໃບທີ່ເປັນພະຍາດຖີ່ມ ຖ້າຈຳເປັນຕ້ອງໃຊ້ສານເຄມີຄວນໃຊ້ສານໄອໂປຣໄດໂອນ
ພະຍາດໃບແຫວຂຽວ ເກີດຈາກເຊື້ອແບກທີ່ເລຍ ການປ້ອງກັນກຳຈັດເລືອກພື້ນທີ່ປູກໃນບ່ອນທີ່ບໍ່ເຄີຍປູກມັນຝຣັ່ງ ລຸດຄວາມຊຸ່ມຊື່ນໃນໜານ ຫຼົກຕົ້ນທີ່ເປັນພະຍາດຖີ່ມ ຊີດດ້ວຍສານເຄມີ ໄຕຣໂຄແມັກ ອັນຕາ 50 ກຼາມ/ນໍ້າ 20 ລິດຫຼັງປູກໄດ້ 15 ວັນເພື່ອປ້ອງກັນການລະບາດ
ຂີ້ກະເດືອນຝອຍ ຊະນິດສັດຕູພືດເຂົ້າທໍາລາຍຍາກອາຫານທາງຮາກພືດ ການປ້ອງກັນກຳຈັດ ໃຊ້ ສານກຳຈັດຂີ້ກະເດືອນຝອຍພີແມັກ ໃນອັດຕາ 50 ກຼາມ/ນໍ້າ 20 ລິດຊີດບໍລິເວນຂຸມ
ເພ້ຍໄຟ ແມ່ນແມງໄມ້ຊະນິດໜຶ່ງທີ່ມີຂະໜາດນ້ອຍໃຊ້ປາກດູດກິນນໍ້າລ້ຽງທີ່ໃບ ຫຼື ຍອດອ່ອນເຮັດໃຫ້ໃບຫງີກງໍແຫ້ງສີນໍ້າຕານ ຕົ້ນບໍ່ມີການຈະເລີນເຕີບໂຕ ການປ້ອງກັນກຳຈັດ ຫາກລະບາດບໍ່ຮ້າຍແຮງໃຫ້ຊີດດ້ວຍນໍ້າເພີ່ມຄວາມຊຸ່ມ ແຕ່ຖ້າເກີດການລະບາດຮ້າຍແຮງ ຄວນໃຊ້ສານກຳຈັດແມງໄມ້ສັດຕູພືດເມທາແມັກ ໃນອັດຕາ 50 ຊີຊີ/ນໍ້າ 20 ລິດຊີດ 2 ຄັ້ງທຸກໆ 7-10 ວັນການລະບາດຈະໝົດໄປ
8. ການເກັບກ່ຽວ
ຕ້ອງເກັບກ່ຽວຫົວມັນທີ່ແກ່ເຕັມທີ່ ຫຼື ມັນຝຣັ່ງມີອາຍຸ 100-120 ວັນຫຼັງຈາກຕົ້ນຕັ້ງໂຕ ຫຼື ສັງເກດຈາກລໍາຕົ້ນລົ້ມເອນລົງລະດັບພື້ນດິນຈຶ່ງໃຫ້ຕັດຕົ້ນມັນຝຣັ່ງປະໄວ້ປະມານ 7-10 ວັນ ກ່ອນຂຸດຫົວຂື້ນຈາກດິນ ການຂຸດຄວນເຮັດຢ່າງລະມັດລະວັງ ແລະ ບໍ່ຄວນປະໄວ້ແດດເປັນເວລານານ ຈາກນັ້ນໃຫ້ນໍາຫົວມັນຂື້ນໄວ້ໃນຮົ່ມທີ່ລະບາຍອາກາດໄດ້ດີໃຊ້ເວລາ 7-15 ວັນ ແລ້ວຈຶ່ງນໍາເຂົ້າບ່ອນເກັບໄວ້ລະວັງຢ່າໃຫ້ຊ້ອນທັບຫົວມັນຫຼາຍຊັ້ນ ແລະ ສິ່ງສຳຄັນໃຫ້ມີການຖ່າຍເທອາກາດໄດ້ດີ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: http://www.phkaset.com/articledetail.asp?id=12465
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/cAc08cvPYVw” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ການປູກຜັກກາດຫົວ
ຊື່ສາມັນ Chinese radish , ຊື່ວິທະຍາສາດ: Raphanus sativus L., ວົງຕະກຸນ: Brassicaceae (Cruciferae) ຜັກກາດຫົວມີລັກສະນະກະກະບອກລົມ ຫຼື ຮູບກວຍຍາວຊຶ່ງຂື້ນຢູ່ກັບແຕ່ລະສາຍພັນລວມທັງສີຂອງຫົວຊຶ່ງອາດມີທັງສີຂາວໄປຈົນເຖິງສີແດງ. ບໍລິເວນປາຍຫົວຈະແຕກອອກເປັນຮາກຝອຍຂະໜາດນ້ອຍຈຳນວນຫຼາຍເສັ້ນ.ຜັກກາດຫົວ ເປັນພືດຜັກທີ່ເຮົາປູກເພື່ອບໍລິໂພກສ່ວນຂອງຮາກທີ່ຂະຫຍາຍໃຫ່ຍຂື້ນເນື້ອນໃນເປັນສີຂາວໃຊ້ປະກອບອາຫານໄດ້ຫຼາຍຢ່າງ ໂດຍສະເພາະຢ່າງຍິ່ງອາຫານປະເພດແກງຈືດ
1. ການກຽມດິນ
ໄຖດິນໃຫ້ລເລິກ 30-40 ຊມ ຕາກດິນໄວ້ 1-2 ອາທິດແລ້ວຍໍາດິນໃຫ້ລະອຽດຫວ່ານປູນຂາວໃນອັດຕາ 100-300 ກິໂລ/ໄລ່ ໃສ່ຝຸ່ນຄອກຫຼືຝຸ່ນໝັກ ອັດຕາ 2,000 ກິໂລ/ໄລ່ ປຸ໋ຍສູດ 15-15-15 ອັດຕາ 30-50 ກິໂລ/ໄລ່ ຄົນໃຫ້ເຂົ້າກັນແລ້ວຍົກໜານໃຫ້ສູງປະມານ 30 ຊມ ກວ້າງ 120 ຊມ
2. ການປູກ
ລະຍະປູກ ຫວ່ານໂດຍໃຊ້ອັດຕາເມັດພັນ 2-3 ກິໂລ/ໄລ່ ໄລຍະປູກທີ່ເໝາະສົມຄື ລະຍະລະຫວ່າງແຖວຫ່າງກັນປະມານ 25 ຊມ ລະຍະຫ່າງລະຫວ່າງຕົ້ນຫ່າງກັນປະມານ 30 ຊມ
ຫຼັງຈາການກຽມດິນແລ້ວໃຫ້ເຮັດຂຸມນ້ອຍໆ ຍອດເມັດໃຫ້ຂຸມໆລະ 3 ແກ່ນກົບດິນໜານປະມານ 0,5 ຊມ ຫົດນໍ້າໃຫ້ຊຸ່ມແລ້ວປົກດ້ວຍເຟືອງແຫ້ງຫຼືຫຍ້າແຫ້ງເພື່ອຊ່ວຍຮັກສາຄວາມຊຸມຂອງດິນໃນໄລຍະທຳທິດ ຫຼັງຈາກນັ້ນແກ່ນຈະງອກປະມານ 15 ວັນ ຫຼືມີໃບແທ້ 2-3 ໃບ ໃຫ້ຍົກແຍກໃຫ້ເລືອຂຸມລະເບ້ຍ
3. ການບົວລະບັດ
ການຫົດນໍ້າ ຄວນຫົດນໍ້າຢ່າງສະໝໍ່າສະເໝີ ແລະ ພຽງພໍທັ້ງເຊົ້າ ແລະ ແລງ
ການໃສ່ຝຸ່ນ ປຸ໋ຍທີ່ເໝາະສົມຄືປຸ໋ຍສູດ 13-13-21 ຫຼື 15-15-15 ໃສ່ໃນອັດຕາ 50-100 ກິໂລ/ໄລ່ ທັ້ງນີ້ຕ້ອງຂື້ນຢູ່ກັບຄວາມອຸດົມສົມບຸນຂອງດິນ ການໃສ່ແບ່ງໃສ່ 2 ຄັ້ງ ຄັ້ງທຳອິດໃສ່ເຄິ່ງໜຶ່ງ ໃສ່ຕອນປູກແບບປຸ໋ຍຮອງພື້ນແລ້ວພວນດິນກົບລົງໄປໃນດິນ ຄັ້ງທີ່ສອງທີ່ເຫຼືອໃສ່ເມື່ອເບ້ຍຜັກອາຍຸປະມານ 20-25 ວັນໂດຍໃສ່ແບບໂຮຍຂ້າງເບ້ຍແລ້ວພວນດິນປົກ ນອກນີ້ໃນໄລຍະການຈະເລີນເຕີບໂຕອາດໃສ່ຝຸ່ນເສີມ ເຊັ່ນ ປຸ໋ຍຍູເຮຍຫຼືແອມໂມເນຍ ໄນເຕຣທ ໃນອັດຕາ 10 ກິໂລ/ໄລ່
4. ການປ້ອງກັນກຳຈັດສັດຕູພືດ
ວັດສະພືດ ການພວນດິນກຳຈັດວັດສະພືດຄວນເຮັດໃນຄະນະທີ່ວັດສະພືດຍັງມີນ້ອຍ ແລະ ເບ້ຍຜັກກາດຍັງຫົວນ້ອຍຢູ່ຄວນເຮັດດ້ວຍຄວາມລະມັດລະວັງຢ່າໃຫ້ໃກ້ຕົ້ນຜັກຈົນເກີນໄປອາດເຮັດອັນຕະລາຍຕໍ່ເບ້ຍອ່ອນໄດ້
5. ການເກັບກ່ຽວ
ຜັກກາດຫົວມີອາຍຸການເກັບກ່ຽວປະມານ 42-60 ວັນຖ້າເຖີງອາຍຸການເກັບກ່ຽວທັນທີ ຢ່າປະໃຫ້ເກີນອາຍຸເພາະຈະເຮັດໃຫ້ຄຸນນະພາບຂອງຫົວຫຼຸດລົງ
ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມື ການປູກຜັກສວນຄົວ ແລະ ຜັກພື້ນບ້ານ (ໜ້າທີ 52-53)
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/1JNpmUVDV10″ frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ການປູກຜັກກາດຊອມຕ້ານທານຕໍ່ສັດຕູພືດ
ຜັກກາດຊອມ ຢູ່ໃນວົງຕະກຸນ: (BRASSICACEAE ຫຼື CRUCIFERAE), ຊື່ວິທະຍາສາດ: Brassica rapa L. (Brassica pekinensis var. laxa Tsen & S.H.Lee. ລັກສະນະທົ່ວໄປ ຮາກຜັກກາດຊອມເປັນລະບົບຮາກແກ້ວແລະ ມີຮາກແຂນງອອກທາງດ້ານຂ້າງ ໂຄກຮາກແກ້ວຈະມີຂະໜາດໃຫ່ຍ ລະບົບຮາກຢູ່ໃນລະດັບດິນຕື້ນ 10-20 ຊມ. ລຳຕົ້ນມີລັກສະນະຕັ້ງຊື່ ລຳຕົ້ນເປັນຮູບຊົງກົມ ຂະໜາດ 1,4-2 ຊມ ສູງປະມານ 30-50 ຊມ. ໃບຜັກກາດຊອມຈະອອກເປັນໃບດ່ຽວໂດຍມີໃບລ້ຽງຫຼັງການງອກຈຳນວນ 2 ໃບ ປາຍໃບທາງກາງເວົ້າເລີກເຂົ້າແຜ່ນໃບມີລັກສະນະເປັນຄື້ນເລັກນ້ອຍ ໃບມີຮູບໄຂ່ ກວ້າງປະມານ 5-10 ຊມ ຍາວປະມານ 15-20ຊມ.ດອກຜັກກາດຊອມຈະອອກດອກຫຼັງການປູກປະມານ 55-75 ວັນ ດດອກອອກເປັນຊໍ່ ດອກຊົງກົມຍາວ 50-90 ຊມ ມີດດອກອອກເປັນກະຈຸກຈຳນວນຫຼາຍ ແຕ່ລະດອກເມືອບານຈະມີຂະໜາດ 1-1,5 ຊມ.ໝາກ ແລະ ແກ່ນ ມີລັກສະນະເປັກຝັກຍາວ 1,2-2,5 ຊມ ຕົວຝັກມີຄວາມຍາວ 4-6 ຊມ ຂະໜາດ 0,3-0,5 ຊມ, ປະກອບດ້ວຍສອງສ່ວນຄື: ສ່ວນໂຄນຝັກທີ່ມີເມັດຍາວປະມານ 3-4 ຊມ ແລະ ສ່ວນທີ່ເຫຼືອເປັນສ່ວນປາຍຝັກ ຝັກອ່ອນຈະມີສີຂຽວ ເມືອຝັກແກ່ຈະມີສີເຫຼືອງ ແລະ ປ່ຽນເປັນສີນໍ້າຕານ. ຂະໜາດເມັດ 1,5-2,5 ຊມ ເມັດອ່ອນຈະມີສີຂຽວເມືອແກ່ຈະມີສີນໍ້າຕານອົມດຳ, ນໍ້າໜັກເມັດ 2,5ກຼາມ ຈະມີແກ່ນປະມານ 1,000 ແກ່ນ.
ຜັກກາດຊອມເປັນພືດຜັກປູກງ່າຍມັກສະພາບແສງແດດຕະຫຼອດວັນໃນການຈະເລີນເຕີບໂຕ ແລະ ສາມາດປູກໄດ້ຕະຫຼອດປີ ການປູກຜັກກາດຊອມຕ້ານທານຕໍ່ພະຍາດ ແລະ ແມງໄມ້ ລຸດການໃຊ້ສານເຄມີ ແລະ ໄດ້ໃຫ້ຜົນຜະລິດດີ
• ການກຽມດິນ
ໄຖຄາດໃຫ້ດິນເລິກປະມານ 10-12 ນີ້ວ ແລະ ຕາກດິນປະໄວ້ 7-10 ວັນເພື່ອກຳຈັດເຊື້ອຣາ ໃສ່ຝຸ່ນຄອກໃນອັດຕາ 1,5-2 ໂຕນ/ໄລ່ ໃສ່ຝຸ່ນວິທະຍາສາດຮອງພື້ນສູດ 15-15-15 ຫຼື 25-7-7 ໃນອັດຕາ 30-50 ກິໂລ/ໄລ່ ແລ້ວໄຖໜານຂວາງຮອຍເກົ່າ
• ການກ້າເບ້ຍ
ປັບໜ້າດິນໃຫ້ລະອຽດຫວ່ານແກ່ນພັນໃຫ້ກະຈາຍໄປທົ່ວໜານໂດຍໃຊ້ແກ່ນພັນ 1 ສວນ ປະສົມກັບຊາຍ 3 ສວນ ແລ້ວຫວ່ານປົກດ້ວຍຝຸ່ນຄອກ ຫຼື ຝຸ່ນໝັກໜາປະມານ 1 ຊມ ປົກດ້ວຍເຟືອງບາງໆຫົດນໍ້າໃຫ້ຊຸ່ມບົວລະບັດໜານກ້າປະມານ 25-30 ວັນຕົ້ນກ້າຈະມີໃບແທ້ 2-3 ໃບຈຶ່ງຍ້າຍລົງໜານປູກ
• ການປູກ
ການປູກລະຍະລະຫວ່າງແຖວ 15 ຊມ ລະຍະຫ່າງລະຫວ່າງຕົ້ນ 20 ຊມ ປູກຂຸມລະ 1-2 ເບ້ຍຈຳນວນເບ້ຍຕໍ່ໄລ່ປະມານ 7,000-8,000 ເບ້ຍຈະໃຊ້ແກ່ນປະມານ 1-1,5 ກິໂລ/ໄລ່
ການປູກແບບແຖວຄູ່ ໃຫ້ເຮັດວິທີແບບຍົກຮ່ອງສູງລະຍະຫ່າງລະຫວ່າງຮ່ອງ 20 ຊມ ປູກເປັນສອງແຖວຂ້າງຮ່ອງລະລະຍະຫ່າງ 20 ຊມ ລະຍະຫ່າງລະຫວ່າງເບ້ຍ 25-30 ຊມ ປູກຂຸມລະ 1-2 ເບ້ຍ ຈະມີຈຳນວນເບ້ຍປະມານ 6,000-7,000ເບ້ຍ/ໄລ່ ແລະ ໃຊ້ແກ່ນປະມານ 1-1,5 ກິໂລ/ໄລ່ການຫົດນໍ້າປ່ອຍນໍ້າຕາມຮ່ອງຊຶ່ງເປັນວິທີທີ່ສະດວກ
• ການບົວລະບັດ
ການໃສ່ຝຸ່ນ ໃສ່ຝຸ່ນວິທະຍາສາດສູດ 20-11-11 ໃນປະລິມານ 25-30 ກິໂລ/ໄລ່ ຫຼື ໃສ່ຝຸ່ນຄອກຢ່າງສະໝໍ່າສະເໝີໃສ່ເມື່ອຜັກກາດຊອມມີອາຍຸປະມານ 20-25 ວັນ ຫຼັງປູກໃຫ້ໂຮຍຂ້າງເບ້ຍໃນຂະນະດິນມີຄວາມຊຸ່ນຊື່ນ ຫຼື ຫົດນໍ້າຕາມ ຫຼືພວນດິນປົກປຸ໋ຍກໍ່ຈະເປັນການກຳຈັດວັດສະພືດໄປໃນຕົວ
ການຫົດນໍ້າ ຊາວກະສິກອນຄວນຫົດນໍ້າຢ່າງສະໝໍ່າສະເໝີທຸກວັນ ການພວນດິນກຳຈັດວັດສະພືດຫຼັງການປູກແລ້ວຖ້າມີວັດສະພືດໃຫ້ກຳຈັດທັນທີ ເພາະຈະເຮັດໃຫ້ຍາດນໍ້າ ແລະ ອາຫານ ຫຼື ພວນດິນປົກປຸ໋ຍກໍ່ເປັນການກຳຈັດວັດສະພືດໄປໃນຕົວ
• ພະຍາດ ແລະ ແມງໄມ້
ການລະບາດຂອງເພ້ຍອ່ອນເຮັດໃຫ້ຜັກກາດຊອມທີ່ເກັບກ່ຽວໄດ້ມີຕໍານິຂາຍບໍ່ໄດ້ລາຄາ ຜົນຜະລິດລຸດລົງ ສາມາດປ້ອງກັນການລະບາດໄດ້ໂດຍການໝັ້ນກວດເບິ່ງໜານຜັກຢູ່ສະເໝີ ເມື່ອພົບວ່າເລີາມມີເພ້ຍອ່ອນໃຫ້ໃຊ້ຢາມາໄທອອນ ເຊັ່ນ ມາລາເທນ ມາໄລໄທອອນ 83% ໃນປະລິມານ30-35 ຊີຊີ/ນໍ້າ 20 ລິດ ຊີດພົ່ນ 1-2 ຄັ້ງແຕ່ລະຄັ້ງຫ່າງກັນ 7 ວັນ ນອກຈາກນີ້ອາດໃຊ້ໃນອັດຕາ 5 ກຼາມ/ນໍ້າ20ລິດເຮັດການຊີດເປັນຄັ້ງຄາວ
• ການເກັບກ່ຽວ
ຜັກກາດຊອມໄດ້ຈະເກັບກ່ຽວໄດ້ເມື່ອອາຍຸປະມານ 35-45 ວັນຫຼັງຍ້າຍເບ້ຍປູກໃນຊ່ວງອາກາດໜາວເຢັນອາຍຸການເກັບກ່ຽວຈະຍືດອອກໄປອີກ ຫຼັງຈາກເກັບກ່ຽວແລ້ວ ໃຫ້ສົ່ງຈຳໜ່າຍໂດຍໄວ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ:https://www.rakbankerd.com/agriculture/page.php?id=5206&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/sQ6ROcfjq3c” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ການປູກຖົ່ວເຫຼືອງເພີ່ມຜົນຜະລິດ
ຖົ່ວເຫຼືອງຢູ່ໃນວົງຕະກຸນ: Papilionaceae, ຊື່ວິທະຍາສາດ. Glycine max (L.) Merr. ລັກສະນະທົ່ວໄປຖົ່ວເຫຼືອງເປັນພືດລົ້ມລຸກ ຮາກຖົ່ວເຫຼືອງມີລະບົບຮາກແກ້ວ. ລຳຕົ້ນມີລັກສະນະເປັນພຸ່ມຂື້ນຊື່ ແລະ ເລືອພັນຄັ້ງມີການແຕກກິ່ງ 0-24 ກິ່ງ ຄວາມສູງປະມານ 5-150 ຊມ. ຈຳນວນຂໍ້ຕໍ່ຕົ້ນ 3-26 ຂໍ້. ໃບເກີດແບບສະລັບ ເທິງລຳຕົ້ນ ຍົກເວັ້ນໃບລ້ຽງ ແລະ ໃບແທ້ຄູ່ທຳອິດຂອງຕົ້ນອ່ອນເທົ່ານັ້ນທີ່ເກີດກົງກັນຂ້າມກັນ ໃບແທ້ຄູ່ທຳອິດເປັນໃບດ່ຽວ ແຕ່ໃບທີ່ເກີດຕໍ່ໆມາເປັນໃບຮ່ວມ ມີໃບຍ່ອຍ 3 ໃບ ມີກ້ານໃບຮວມ ຍາວປະມານ 5-10 ຊມ ກ້ານຂອງໃບຍ່ອຍຂອງໃບກາງຍາວກວ່າກ້ານຂອງໃບຍ່ອຍອີກ 2 ໃບ. ດອກຖົ່ວເຫຼືອງອອກດອກເປັນຊໍ່ ຊໍ່ດອກມີສີຂາວ ຫຼື ສີມ່ວງສີຂາວມີລັກສະນະຄ້ອຍ ເມືອດອກບານເຕັມທີ່ຈະມີຂະໜາດປະມານ 3-8 ມມ. ດອກເກີດຈາກຕາຂ້າງຕາມມຸມຂອງກ້ານໃບ. ຊໍ່ດອກໜຶ່ງໆມີດອກຕັ້ງແຕ່ 3-15 ດອກ. ໝາກຖົ່ວເຫຼືອງເກີດເປັນກຸ່ມໆລະ 2-10 ໝາກ ມີຂົນສີເທົາ ຫຼື ສີນໍ້າຕານ ໝາກມີຄວາມຍາວປະມານ 2-7 ຊມ ແຕ່ລະໝາກມີແກ່ນ 1-4 ແກ່ນໝາກອ່ອນຈະເປັນສີຂຽວ ເມືອແກ່ຈະເປັນສີນໍ້າຕານ ສີເທົາ. ແກ່ນຖົ່ວເຫຼືອງມີຮູບຮ່າງຂະໜາດທີ່ແຕກຕ່າງກັນຕັ້ງແຕ່ກົມ, ແບນ, ຄ່ອນຂ້າງກົມ ແລະ ຍາວສີຂອງເປືອກແກ່ນຖົ່ວເຫຼືອງຈະມີຫຼາຍສີໂດຍທົ່ວໄປສີເຫຼືອງຈະມີເປືອກແກ່ນສີເຫຼືອງ ສີອື່ນໆທີ່ເຫັນໄດ້ແກ່ສີຂຽວ, ສີນໍ້າຕານ, ສີນໍ້າຕານອົມແດງ.
– ການປູກຖົ່ວເຫຼືອງນັ້ນຈະໃຊ້ພື້ນທີ່ເປົ່າຫວ່າງຈາການເຮັດນາ 1 ປີ ສາມາດປູກຖົ່ວເຫຼືອງໄດ້ 2 ຄັ້ງ ທຳມະຊາດຂອງຖົ່ວເຫຼືອງການປູກອາດຕ້ອງປັບສະພາບດິນໃຫ້ເໝາະສົມກ່ອນປູກໄດ້ໃນສະພາບດິນປົນຊາຍ
ລະດູການທີ່ເໝາະສົມແກ່ການປູກຖົ່ວເຫຼືອງ
ການປູກຖົ່ວເຫຼືອງຫຼັງຈາກເກັບກ່ຽວເຂົ້າແລ້ວເລີ່ມປູກໃນເດືອນທັນວາຫາຕົ້ນເດືອນມັງກອນຈະໃຫ້ຜົນຜະລິດສູງສິ່ງສຳຄັນສຳລັບການປູກຄື ແກ່ນພັນຈະຕ້ອງມີອາຍຸບໍ່ເກີນ 3 ເດືອນ ອກ່ນພັນຈະຕ້ອງແຫ້ງສະນິດ
ການປູກຫຼັງຈາກການເກັບກ່ຽວເຂົ້ານາປີ ສາມາດປູກໄດ້ 2 ວິທີ ຄື
I. ການປູກແບບຍອດແກ່ນ ວິທີນີ້ຈະປູກໄດ້ບໍ່ເກີນວັນທີ່ 20 ມັງກອນ
1. ຕັດຕໍເຂົ້າໃນນາໃຫ້ໝົດໂດຍປ່ອຍໃຫ້ຕໍ່ເຟືອງປູ່ພື້ນນານໍາເຟືອງມາປູ່ທັບໃສ່ທົ່ວໄຮ່ນາ
2. ຈູດຕໍເຟືອງ ແລະ ເຟືອງເຂົ້າເພື່ອກຳຈັດວັດສະພືດ
3. ລະບາຍນໍ້າຈາກຄອງເຂົ້າໃນນາທີ່ຈູດແລ້ວໃຫ້ດິນຊຸ່ມປະໃຫ້ດິນພໍໝາດໆລະວັງຢ່າໃຫ້ນໍ້າຂັງ
4. ໄຖກ່ອນ 1 ຄັ້ງແລ້ວຍົກຮອງໃຫ້ສັນຮ່ອງກວ້າງປະມານ 1 ແມັດພໍທີ່ຈະປູກຖົ່ວເຫຼືອງໄດ້ 2 ແຖວສັນຮ່ອງຈະເຮັດໃຫ້ສະດວກໃນການເອົານໍ້າເຂົ້າໄປຕາມຮ່ອງຕະຫຼອດການບົວລະບັດ ແລະ ເກັບກ່ຽວ
5. ໃຊ້ໄມ້ປາຍແຫຼມເຈາະດິນໃຫ້ເປັນຂຸມຄວາມເລິກປະມານ 3-5 ຊມ
6. ຖົມປາກຂຸມໂດຍໃຊ້ໄມ້ໄຜ່ລໍາຍາວກວາດດິນຖົມຂຸມ
7. ປະໄວ້ 1 ອາທິດແລ້ວລິບາຍນໍ້າເຂົ້າພໍໃຫ້ດິນປຽກຊຸ່ມ ແລະ ລະບາຍນໍ້າອອກທັນທີປະມານ 1 ອາທິດແກ່ນຖົ່ວເຫຼືອງຈະເລີ່ມງອກ
8. ຊີດຢ່າຄຸມການເກີດຂອງວັດສະພືດພາຍໃນ 40 ວັນ ຈາກນັ້ນອີກປະມານ 2 ອາທິດໃຫ້ລະບາຍນໍ້າເຂົ້າອີກຄັ້ງຊ່ວງນີ່ຖົ່ວເຫຼືອງຈະເລີ່ມອອກໃບອ່ອນໃຫ້ຫວ່ານຝຸ່ນເຄມີສູດ 15-15-15 ໃຫ້ທົ່ວໜານເພື່ອເລັ່ງການຈະເລີນເຕີບໂຕຂອງຕົ້ນ ບໍາລຸງຕົ້ນ ແລະ ດອກ
9. ປະມານກາງເດືອກຸມພາ ໃຫ້ລະບາຍນໍ້າເຂົ້າອີກຄັ້ງໃຫ້ຊຸ່ມຊ່ວງນີ້ຖົ່ວເຫຼືອງຈະເລີ່ມຜະລິດດອກລັກສະນະດອກຖົ່ວເຫຼືອງຈະອອກມາພ້ອມກັບຝັກຖົ່ວເຫຼືອງ ໃນໄລຍະນີ້ອາດມີແມງໄມ້ມາລົບກວນ ສ້ວນໃຫ່ຍຈະເປັນໂຕບົ້ງ ຫຼື ແມງປີກທອງ ວິທີກຳຈັດ ບໍ່ຈຳດປັນຕ້ອງນໍາໃຊ້ສານເຄມີພຽງແຕ່ນໍາໄມ້ໄຜ່ມາປັກໄວ້ກາງໜານ ຫຼ້ ຫົວໜານທ້າຍໜານກໍ່ໄດ້ເພື່ອໃຫ້ນົກກິນແມງໄມ້ມາຈັບໄມ້ທີ່ປັກໄວ້ພໍນົກມາຈັບມັນຈະເຫັນແມງໄມ້ ຫຼື ໂຕໜອນເຫຼົ່ານັ້ນຈະມາຈັບກິນແມງໄມ້ໃຫ້ໝົດໄປເອງ
10. ບົວລະບັດຢ່າໃຫ້ແຫ້ງຈົນເກີນໄປ ຖ້າໜານແຫ້ງຕ້ອງໄດ້ລະບາຍນໍ້າເຂົ້າໃຫ້ຊຸ່ມ
11. ປະມານເດືອນເມສາຫາເດືອນພືດສະພາສາມາດເກັບກ່ຽວຜົນຜະລິດໄດ້
II. ການປູກແບບຫວ່ານ
ການປູກແບບວິທີການຫວ່ານຈະຫວ່ານກ່ອນວັນທີ 20 ມັງກ່ອນ ການຫວ່ານຈະຊ່ວຍໃຫ້ປະຫຍັດແຮງງານໃນການປູກຖົ່ວເຫຼືອງອີກດ້ວຍ
1. ໄຖກ່ອນ 1 ຄັ້ງ ແລ້ວຍົກຮ່ອງກວ້າງປະມານ 1 ແມັດ
2. ປູກໂດຍບໍ່ຕ້ອງຕັດຕໍເຟືອງຊຶ່ງເລີ່ມຕົ້ນດ້ວຍການຊີດຢາຂ້າວັດສະພືດຊະນິດດູຊືມ ຈາກນັ້ນຫວ່ານແກ່ນພັນຖົ່ວເຫຼືອງລົງໜານ
3. ຕັດຕໍ່ເຂົ້າດ້ວຍເຄື່ອງຕັດຫຍ້າເພື່ອໃຫ້ຕໍເຂົ້າປົກແກ່ນພັນທີ່ຫວ່ານລົງໄປແລ້ວ
4. ລະບາຍນໍ້າເຂົ້າໃຫ້ຊຸ່ມ
5. ອີກ 2 ອາທິດແກ່ນທີ່ຫວ່ານຈະງອກຫຼັງຈາກທີ່ແກ່ນງອກແລ້ວໃຫ້ລາຍບາຍນໍ້າໃສ່ອີກຄັ້ງໃຫ້ດິນຊຸ່ມໃນໄລຍະ 1-2 ອາທິແກ່ນຈະງອກຈເລີ່ມແຕກໃບໃຫ້ຫວ່ານປຸ໋ຍສູດ 15-15-15 ໃຫ້ທົ່ວໜານເພື່ອເລັ່ງການຈະເລີນເຕີບໂຕຂອງຕົ້ນ
6. ປະມານກາງເດືອນກຸມພາໃຫ້ລະບາຍນໍ້າເຂົ້າອີກຄັ້ງ ໃນໄລຍະນີ້ຖົ່ວເຫຼືອງຈະເລີ່ມອອກດອກລັກສະນະດອກຖົ່ວເຫຼືອງຈະອອກມາພ້ອມກັຍຝັກຖົ່ວເຫຼືອງ ໃນໄລຍະນີ້ອາດມີແມງໄມ້ມາລົບກວນ ສ້ວນໃຫ່ຍຈະເປັນໂຕບົ້ງ ຫຼື ແມງປີກທອງ ວິທີກຳຈັດ ບໍ່ຈຳດປັນຕ້ອງນໍາໃຊ້ສານເຄມີພຽງແຕ່ນໍາໄມ້ໄຜ່ມາປັກໄວ້ກາງໜານ ຫຼ້ ຫົວໜານທ້າຍໜານກໍ່ໄດ້ເພື່ອໃຫ້ນົກກິນແມງໄມ້ມາຈັບໄມ້ທີ່ປັກໄວ້ພໍນົກມາຈັບມັນຈະເຫັນແມງໄມ້ ຫຼື ໂຕໜອນເຫຼົ່ານັ້ນຈະມາຈັບກິນແມງໄມ້ໃຫ້ໝົດໄປເອງ
7. ບົວລະບັດຢ່າໃຫ້ແຫ້ງຈົນເກີນໄປ ຖ້າໜານແຫ້ງຕ້ອງໄດ້ລະບາຍນໍ້າເຂົ້າໃຫ້ຊຸ່ມ
8. ປະມານເດືອນເມສາຫາເດືອນພືດສະພາສາມາດເກັບກ່ຽວຜົນຜະລິດໄດ້
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອາຮີ ໂຍທິນ https://www.rakbankerd.com/agriculture/page.php?id=5559&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວິດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/HghujWXqocI” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ເຕັກນິກການປູກຂີງ
ຂີງຈັດຢູ່ໃນວົງຕະກຸນ Zingiberaceae , ຊື່ວິທະຍາສາດ Zingiber officinale Roscoe . ຂີງເປັນພືດລຳຫຍ້າລົ້ມລຸກ, ແຜ່ຂະຫຍາຍດ້ວຍຫົວ, ເກີດເປັນສຸມ, ສູງ 50–80 ຊັງຕີແມັດ. ລຳຕົ້ນອອກສີຂຽວອ່ອນ ແລະ ມີເສັ້ນຜ່າກາງນ້ອຍ, ແມ່ນກາບໃບທີ່ສັບຊ້ອນເຂົ້າກັນເປັນລຳຕົ້ນ. ຫົວ: ເມື່ອຍັງອ່ອນອອກສີຂາວອົມສີກຸຫຼາບອ່ອນໆ, ເມື່ອແກ່ຊັ້ນເປືອກນອກຂອງຫົວອອກສີນ້ຳຕານແກ່ຊື່ງເຮົາສາມາດລອກໄດ້ງ່າຍສົມຄວນ. ເນື້ອຂອງຫົວອອກສີນ້ຳຕານຈືດໆ. ໃບ: ແມ່ນໃບປະເພດດ່ຽວ, ສັບຊ້ອນແບບສະຫຼັບ, ໃບຍາວ ແລະ ແຄບ. ສ່ວນກົກ ແລະ ປາຍຂອງໃບແຫຼມ. ໃບຍາວ 18–20 ຊັງຕີແມັດ, ກວ້າງ 2–3 ຊັງຕີແມັດ. ເນື້ອໃບຕໍ່ໃສ່ກາບໂດຍກົງ. ດອກ: ສີເຫຼືອງອ່ອນໆອອກເປັນຊໍ່, ສັບຊ້ອນກັນເປັນຮວງຊື່ງປົ່ງຂຶ້ນຈາກພື້ນດິນ, ກ້ານຮວງດອກຍາວປະມານ 25 ຊັງຕີແມັດ, ມີກາບສີຂຽວຫຸ້ມແຕ່ລະດອກໄວ້, ແມ່ນດອກປະເພດ 3, ດອກບໍ່ສະໝ່ຳສະເໝີ ແລະ ເປັນດອກທີ່ມີເພດຮ່ວມ. ໝົດທັງຕົ້ນໂດຍສະເພາະຫົວມີກິ່ນຫອມຍ້ອນບັນຈຸທາດໃຫ້ກິ່ນໃນລັກສະນະນ້ຳມັນລະເຫີຍຫຼາຍຊະນິດ. ພືດຊະນິດນີ້ມີຖິ່ນກຳເນີດຢູ່ເຂດອາຊີ. ປະຈຸບັນການປູກຂີງເພື່ອນຳໃຊ້ຫົວແຜ່ຂະຫຍາຍທົ່ວໄປໃນບັນດາປະເທດເຂດຮ້ອນ ແລະ ຊຸ່ມ. ຂະຫຍາຍດີບ່ອນທີ່ມີແສງແດດພໍຄວນ
1. ການປູກຂີງ
ຂີງມັກດິນໜຽວປົນຊາຍອຸດົມສົມບູນຄ່ອນຂ້າງຊຸມຊື່ນແຕ່ລະບາຍນໍ້າໄດ້ດີ ບໍ່ມັກນໍ້າຂັງ ແລະ ແສງແດດພໍສົມຄວນ ກຽມພັນຂີງໂດຍນໍາທ່ອນພັນມາຕັດເປັນທ່ອນໆແຕ່ລະທ່ອນມີຕາ 3-5 ຕາ ວາງໃຫ້ຕາຕັ້ງຊື່ ປົກເຟືອງປິດທັບຫົດນໍ້າໃຫ້ຊຸມເມື່ອງອກແລ້ວນໍາມາວາງໃຫ້ດ້ານທີ່ແຕກໜໍ່ຕັ້ງຊື່ຖົມດິນ ແລະ ໃຊ້ເຟືອງປົກຕະຫຼອດຖ້າຕ້ອງການໃຫ້ຂີງແຕກໜໍ່ດີ ແລະ ແງ່ງຂີງແຂງແຮງຕ້ອງພວນໂຄນໃນຊ່ວງອາຍຸ 2-3 ເດືອນ ຊ່ວງທີ່ຝົນຕົກຫຼາຍ ລະວັງແມງສັດຕູ ແລະ ພະຍາດຕ່າງໆທີ່ຈະຕາມມາ
– ລະດູດປູກ: ການປູກຂີງຈະປູກໃນຊ່ວງຕົ້ນຝົນໃນລະຫວ່າງເດືອນ ເມສາ-ພຶດສະພາ
– ການກຽມດິນ: ຈະເລີ່ມຈາກການໄຖດິນ3-4 ຄັ້ງເພື່ອປັບໂຄງສ້າງດິນໃຫ້ຜົງ ແລະ ຕາກແດດປະໄວ້ 1-2 ອາທິດ ຈາກນັ້ນໃສ່ຝຸ່ນຄອກ ຫຼື ຝຸ່ຍໝັກ ໃນອັດຕາ 1-2 ໂຕນ/ໄລ່
ການກຽມໜານປູກ: ໃຊ້ການປູກແບບຮ່ອງປູກ ທີ່ມີຂະໜາດກວ້າງ 1 ແມັດ ສູງ 15-20 ຊມ ຄວາມຍາວຂື້ນຢູ່ກັບຂະໜາດຂອງພື້ນທີ່.
– ການປູກຂີງ: ຕີນຂຸມໃຫ້ມີຂະໜາດເລີກ 8-10 ຊມ ຮອງພື້ນດ້ວຍປູນຂາວ ໂດໂລໄມທ໌/1 ກຳມື ປຸ໋ຍ 15-15-15 ຂຸມລະ 1 ກຳມື ແລ້ວຕາມດ້ວຍຝຸ່ນຄອກ ຫຼື ຝຸ່ນໝັກ ຂຸມລະ 1-2 ກຳມື ກ່ອນຈະນຳແງ່ງພັນຂີງທີາຕຽມໄວ້ວາງລົງໃນຂຸມປູນໃນແນວຕັ້ງ.
2. ການບົວລະບັດຮັກສາ
ຫຼັງປູກ 1 ເດືອນ ຂີງຈະແທງໜໍ່ຂື້ນມາໃຫ້ເຫັນມີຄວາມສູງປະມານ 15-20 ຊມ ຊ່ວງນີ້ໃຫ້ເບິ່ງກຳຈັດວັດສະພືດເສີມຝຸ່ນຄອກຫຼືຝຸ່ນໝັກ ຂຸມລະ 1 ກກ.
ເມື່ອຂີງມີອາຍຸໄດ້ 2 ເດືອນ ຫົວຂີງລຸ້ນທຳອິດຈະໂຜ່ຂື້ນມາຈາກໜ້າດິນໄລຍະນີ້ໃຫ້ທຳການຕັດແຕ່ງຕົ້ນໃຫ້ເຫຼືອໄວ້ 4-5 ຕົ້ນ/ຂຸມ ຄູນດິນປົກເຫງົ້າຂີງພຽງເຄິ່ງໜຶ່ງຂອງຮ່ອງ ແລະ ກຳຈັດວັດສະພືດອອກຈາກໜານປູກຢ່າໃຫ້ມີວັດສະພືດຢ່າໃຫ້ວັດສະພືດອາແຍ່ງອາຫານເພາະຈະເຮັດໃຫ້ຫົວຂີງບໍ່ໄດ້ຂະໜາດຕາມທີ່ຕ້ອງການທີ່ສຳຄັນໝັ້ນກຳຈັດວັດສະພືດຈະເປັນການກະຕຸ້ນໃຫ້ຂີງແຕກໜໍ່ໄດ້ດີຂື້ນ.
ເມື່ອຂີງມີອາຍຸໄດ້ 3 ເດືອນໃຫ້ຄູນດິນ ຕັດແຕ່ງ ແລະ ກຳຈັດວັດສະພືດອີກເທື່ອໜຶ່ງ.
ການຫົດນໍ້າ: ໃຫ້ວັນລະ 2-3 ວັນ/ຄັ້ງຫາກມີແຫຼ່ງນໍ້າພຽງພໍຫຼືເມື່ອພົບວ່າດິນໃນໜານເລີ່ມແຫ້ງຕ້ອງຫົດນໍ້າທັນທີ.
3. ພະຍາດ ແລະ ແມງໄມ້ທີ່ສຳຄັນ
ພະຍາດໃບຈຸດ ເກີດຈາກເຊື້ອຣາລັກສະນະອາການເປັນຈຸດຊໍ້າສີເຫຼືອງ ສຳລັບຕົ້ນທີ່ມີບາດຫຼາຍໆຈະສະແດງອາການໃບເຫຼືອງ ຂອບໃບແຫ້ງ ເບິ່ງເຫັນໄດ້ແຕ່ໄກ ຈະລະບາດຮຸນແຮງໃນຊ່ວງລະດູຝົນ ຖ້າລະບາດຫຼາຍຈະເຮັດໃຫ້ການແຕກກໍນ້ອຍ, ການປ້ອງກັນ ຊີດພົ່ນສານເຄມີກຳຈັດເຊື້ອຣາໃຫ້ທົ່ວໃບເມື່ອມີພະຍາດລະບາດຈະສາມາດປ້ອງກັນກຳຈັດເຊື້ອຣາໄດ້ 90% ສານປ້ອງກັນກຳຈັດເຊື້ອຣາທຸກຊະນິດໃຫ້ປະສິດຕິພາບເທົ່າທຽມກັນ
ແອນແທຣກໂນສ ພະຍາດນີ້ລະບາດໃນລະດູຝົນທີ່ມີອາກາດຊຸ່ມ ແລະ ອຸຫະພູມສູງ ແລະ ຖ້າເປັນຫຼາຍໆຈະເຮັດໃຫ້ການຈະເລີນເຕີບໂຕຂອງຕົ້ນ ແລະ ຫົວສະງັກຜົນຜະລິດຕົກຕໍ່າ.ການປ້ອງກັນ ບໍ່ຄວນປູກຂີງໃຫ້ໃກ້ກັນເກີນໄປເກັບໃບທີ່ເປັນພະຍາດເຜົາທຳລາຍ ໃຊ້ສານເຄມີພວກໄດໂຟລາແທນ ຫຼື ເບນເລທຊີດພົ່ນ
ແມງໄມ້ສັດຕູຂີງ ໄດ້ແກ່ ເພ້ຍໄຟ ໜອນ ແລະ ຕັ່ກກະແຕນກິນໃບສ່ວນໃຫ່ຍຈະກັດກິນທຳລາຍ ດູດນໍ້າລ້ຽງ ແລະ ໃບຈະແຫ້ງແຫ້ວ. ການປ້ອງກັນ ໃຊ້ຂົມກະເດົາຊອຍລະອຽດ 1,000 ກຼາມ/ນໍ້າ 20 ລິດ ແຊ່ປະໄວ້ 1 ຄືນ ຕອງເອົາແຕ່ນໍ້າໄປຊີດພົ່ນໃສ່ໜານປູກ
4. ການເກັບກ່ຽວ
ຂີງອ່ອນ ສາມາດເກັບກ່ຽວໄດ້ເມື່ອຂີງມີອາຍຸ 4-5 ສຳລັບຂີງແກ່ເກັບກ່ຽວເມື່ອອາຍຸ 10-12 ເດືອນຫຼັງຈາກປູກຈະສັງເກດໄດ້ຈາກໃບ ແລະ ລຳຕົ້ນທີ່ແຫ້ວ ເມື່ອຂີງອາຍຸກ້າວເຂົ້າເດືອນທີ່ 8 ໃນການເກັບກ່ຽວຫາກວ່າເປັນພື້ນທີ່ແຫ້ງແລ້ງ ແລະ ແຂງໃຫ້ຫົດນໍ້າກ່ອນແລ້ວຈື່ງຫຼົກແງ່ງຂີງຂື້ນມາລາງ ແລະ ຕັດແຕ່ງແງ່ງຂີງແຍກຂີງທີ່ຈະໃຊ້ນຳພັນໂດຍເລືອກຈາກແງ່ງຂີງທີ່ປາສະຈາກພະຍາດ ແລະ ແມງໄມ້
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ (ໜ້າທີ 14-15)
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/ZHwKBisYtc8″ frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ການນຳໃຊ້ໃບໝາກຫຸ່ງ ປ້ອງກັນກຳຈັດເພ້ຍແປ້ງພືດຜັກ
ເພ້ຍແປ້ງກາຍເປັນແມງໄມ້ສັດຕູພືດທີ່ສຳຄັນຫຼາຍຊະນິດ ທັ້ງພືດຜັກ,ໄມ້ໃຫ້ໝາກເມື່ອເຂົ້າທຳລາຍແລ້ວຕ້ອງເກີດຄວາມເສຍຫາຍຕໍ່ຜົນຜະລິດຢ່າງແນ່ນອນ ແລະ ຍາກທີ່ຈະກຳຈັດໃຫ້ໝົດໄປໄດ້ດ້ວຍການສິດພົ່ນສານເຄມີໃນຄັ້ງດຽວ ເນື່ອງຈາກມີໄຂເຄື່ອບໄວ້ໜາ ແລະ ຍັງມີມົດເປັນພາຫານະທີ່ສຳຄັນ ຈຶ່ງພົບວ່າເມື່ອກຳຈັດໄປໄດ້ບໍ່ດົນ ເພ້ຍແປ້ງກໍ່ຈະກັບມາທຳລາຍພືດຜົນໃຫ້ໄດ້ຮັບຄວາມເສຍຫາຍຢູ່ສະເໝີ ດັ່ງນັ້ນຈຶ່ງໄດ້ມີການຄິດຄົ້ນສູດສະໝຸນໄພທີ່ມີສ່ວນປະສົມຂອງໃບໝາກຮຸ່ງເປັນຫຼັກ ແລະ ມີຢູ່ທົ່ວໄປໃນທ້ອງຖິ່ນມານຳໃຊ້ຈຳກັດເພ້ຍແປ້ງ.
I ສ່ວນປະສົມ ແລະ ວັດຖຸອຸປະກອນ:
1. ໃບໝາກຮຸ່ງ 5 ກກ.
2. ຢາສູບ 2 ຂີດ.
3. ນໍ້າ EM ສູດສະໝຸນໄພ 1 ບ່ວງແກງ.
4. ນໍ້າທ່າ 5 ລິດ.
5. ຖົງມືແພດ.
II ວິທີການເຮັດ:
ນໍາເອົາໃບໝາກຮຸ່ງດີບມາຄັ້ນເອົາແຕ່ນໍ້າ ປະສົມຢາສູບ ແລະ ຕອງເອົາແຕ່ນໍ້າ ປະສົມນໍ້າໝັກ EM ສູດສະໝຸນໄພ 1 ບ່ວງແກງ ຄົນໃຫ້ເຂົ້າກັນ
III ວິທີການນຳໄປໃຊ້:
ນໍາເອົານໍ້າສະກັດຫຍອດນໍ້າມັນພືດລົງໄປ 1 ບວງກາເຟ ນໍາໄປສິດພົ່ນທາງໃບ ໂດຍບໍ່ຕ້ອງປະສົມນໍ້າອີກ ບໍລິເວດເກີດການລະບາດຂອງເພ້ຍທີ່ເກີດຈາກພືດທຸກຊະນິດ ເຊັ່ນ: ໝາກເຜັດ,ໝາກຖົ່ວຝັກຍາວ,ໝາກແຕງ ເປັນຕົ້ນ ສັບພະຄຸນສາມາດກຳຈັດເພ້ຍແປ້ງ,ເພ້ຍດຳ,ແມງຫວີ່ ແລະ ແມງວັນທອງໄດ້.
IV ຄຸນປະໂຫຍດ:
1. ລົດການໃຊ້ສານເຄມີ ລົດຕົ້ນທືນຂອງຊາວກະສິກອນ.
2. ຜົນຜະລິດທາງການກະເສດປອດສານຜິດ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=4008&s=tblplant
ໝວດໝູ່: ພະຍາດສັດຕູພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/Z9NzMHuo0DM” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ການໃສ່ຝຸ່ນຂີ້ໄກ່ບັງຄັບໝາກນາວອອກດອກນອກລະດູ
ການໃສ່ຝຸ່ນຂີ້ໄກ່ບັງຄັບໝາກນາວອອກດອກນອກລະດູ
ການຜະລິດຝຸ່ນຂີ້ໄກ່ເພື່ອບັງຄັບໃຫ້ໝາກນາວອອກດອກນອກລະດູ ແລະ ເປັນການປະຫຍັດຕົ້ນທຶນຄ່າໃຊ້ຈ່າຍໃນການຊື້ປຸ໋ຍ ໂດຍເປັນວິທີທີ່ງ່າຍບໍ່ຍຸ່ງຍາກ ແລະ ປະຫຍັດເໝາະສຳລັບຊາວກະສິກອນທີ່ມີທຶນນ້ອຍ ແລະ ຕ້ອງການຮັກສາສິ່ງແວດລ້ອມ
I. ການກຽມຝຸ່ນຂີ້ໄກ່
1. ຂີ້ໄກ່ 5 ກິໂລ ມີທາດໄນໂຕເຈນຊ່ວຍເລັ່ງຮາກການອອກດອກ
2. ກາກນໍ້າຕານ 3 ກິໂລ
3. ນໍ້າໝັກ ພດ 2 , 100 ຊີຊີ
4. ຢາສູດ 1 ກິໂລມີກິ່ນຂີ້ວປ້ອງກັນສັດຕູພືດໄດ້
5. ນໍ້າທ່າ 100 ລິດ
6. ນົມຍາຄູ 1 ປ໋ອງ(ຊ່ວຍເລັ່ງການໝັກໃຫ້ດີຂື້ນ)
7. ຖັງໝັກຂະໜາດ 200 ລິດ 1 ຖັງ
II. ວິທີການເຮັດ
1. ຊອຍຢາສູບໃຫ້ມຸນແລ້ວນໍາໄປເທໃສ່ຖັງໝັກຈາກນັ້ນເທ່ຂີ້ໄກ່ 5 ກິໂລ ກາກນໍ້າຕານ 3 ກິໂລ ນໍ້າໝັກພດ 2 100 ຊີຊີ ຢາຄູ 1 ປ໋ອງ ແລະ ນໍ້າທ່າ 100 ລິດລົງໄປໃນຖັງຄົນສ່ວນປະສົມທັ້ງໝົດໃຫ້ເຂົ້າກັນໝັກປະໄວ້ 1 ຄືນ
2. ຫຼັງຈາກໝັກປະໄວ້ 1 ຄືນແລ້ວໃຫ້ນໍາຜ້າມາຕອງເອົາແຕ່ນໍ້າພຽງເທົ່ານີ້ກໍ່ໄດ້ປຸ໋ຍຂີ້ໄກ່ທີ່ສາມາດນໍາໄປໃຊ້ໄດ້
III. ວິທີການນຳໃຊ້ປະໂຫຍດ
ໃຊ້ນໍ້າໝັກທີ່ໄດ້ 1 ລິດປະສົມນໍ້າທ່າ 200 ລິດ ຊີດພົ່ນທາງໃບຕິດຕໍ່ກັນ 3 ວັນ ຈາກນັ້ນປະໄວ້ 10-15 ວັນໝາກນາວກໍ່ຈະເລີ່ມອອກດອກ ແລະ ໝາກຈັບຕາມມາ ແລະ ທີ່ສຳຄັນກ່ອນທີ່ຈະເກັບຜົນຜະລິດ 1 ເດືອນງົດການໃສ່ຝຸ່ນຫົດນໍ້າຢ່າງດຽວເພາະທີ່ຜ່ານມາຕົ້ນໝາກນາວໄດ້ຮັບທາດອາຫານຫຼາຍພຽງພໍແລ້ວ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=3676&s=tblplant
ໝວດໝູ່:ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/xvXRWFgWOJQ” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ການໃຊ້ຫົວຜັກທຽມປາບພະຍາດພືດ
ການໃຊ້ຫົວຜັກທຽມປາບພະຍາດພືດ
ປະຈຸບັນການປ້ອງກັນ ແລະ ກຳຈັດສັດຕູພືດຊາວກະສິກອນສ່ວນໃຫ່ຍນິຍົມໃຊ້ສານເຄມີເພາະງ່າຍ ແລະ ສະດວກໃນການໃຊ້ງານເນື່ອງຈາກເຫັນວ່າການເຮັດສານປ້ອງກັນ ແລະ ກຳຈັດສັດຕູພືດແບບຊິວະພາບຕ້ອງຍຸ່ງຫຍາກກັບສ່ວນປະກອບ ແລະ ວັດຖຸດີບ ທີ່ຕ້ອງກຽມຈຳນວນຫຼາຍ ແຕ່ວ່າການເຮັດສານຊີວະພາບປ້ອງກັນ ແລະ ກຳຈັດສັດຕູພືດມີວິທີ່ການງ່າຍໆ ແລະ ໃຊ້ໄດ້ຜົນກັບພືດຜັກສວນຄົວສາມາດຮັກສາສະພາບແວດລ້ອມໄດ້ອີກທາງໜຶ່ງດ້ວຍ ຊຶ່ງວິທີການເຮັດ ແລະ ກຽມວັດຖຸດີບງ່າຍໆດັ່ງຕໍ່ໄປນີ້
I. ສູດນໍ້າກະທຽມກຳຈັັດພະຍາດພືດ
1. ຫົວກະທຽມທັ້ງເປືອກ 5 ຂີດ
2. ນໍ້າ 5 ລິດ
3. ຜ້າຂາວບາງ 1 ຜືນ
4. ສານຈັບໃບ(ແຝບ ນໍ້າຢາລ້າງຈານ ຫຼື ຢາສະຜົມ ) ເຕິ່ງບ່ວງແກງ
II. ວິທີເຮັດ
1. ນຳກະທຽມທັ້ງເປືອກມາບົດ ຫຼື ຕຳໃຫ້ລະອຽດແລ້ວຕັກໃສ່ພາສະນະ
2. ນໍ້າລ້າ 1 ລິດ ຕົ້ມໃຫ້ຮ້ອນແລ້ວທອກລົງພາສະນະທີ່ບັນຈຸກະທຽມຢູ່ຄົນໃຫ້ເຂົ້າກັນປະໄວ້ 24 ຊົ່ວໂມງ
3. ໃຊ້ຜ້າຂາວບາງຕອງເອົາແຕ່ນໍ້າ ປະສົມນໍ້າລ້າ 4 ລິດກໍ່ສາມາດນໍາໄປໃຊ້ປະໂຫຍດໄດ້
4. ກອນນຳໄປໃຊ້ໃຫ້ປະສົມສານຈັບໃບ ຕິ່ງບ່ວງແກງ ເຊັ່ນ ແຝບ ນໍ້າາລ້າງຈານ ຫຼື ຢາສະຜົມ
5. ນໍາໄປຊີດພົ່ນໜານຜັກຊ່ວຍກຳຈັກພະຍາດ ແລະ ສັດຕູພືດ
III. ປະໂຫຍດທີ່ໄດ້ຮັບ
1. ປະຫຍັດຄ່າໃຊ້ຈ່າຍໃນກ່ນຂື່ສານເຄມີ
2. ບໍ່ເປັນອັນຕະລາຍຕໍ່ຜູ້ໃຊ້
3. ບໍ່ມີສານຜິດຕົກລ້າງໃນຜົນຜະລິດ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=3655&s=tblplant
ໝວດໝູ່:ນໍ້າໝັກສະໜຸນໄພ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/ofwk2aaC-z0″ frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ເຕັກນິກການປູກໝາກມາຣະ
ໝາກມະຣະປູກງ່າຍໃຫ່ຍໄວ ໄດ້ຜົນຜະລິດໄວ ສາມາດປູກໄດ້ກັບດິນເກືອທຸກຊະນິດ ແລະ ທຸກລະດູ
1. ການກຽມດິນ
ໄຖດິນໃຫ້ເລິກ 30-40 ຊມ ຕາກດິນໄວ້ 7-10 ວັນ ຍໍາດິນໃຫ້ລະອຽດຫວ່ານປູກຂາວໃນອັດຕາ 100-200 ກິໂລ/ໄລ່ ພ້ອມໃສ່ຝຸ່ນຄອກຫຼືຝຸ່ນໝັກໃນອັດຕາ 2,000 ກິໂລ/ໄລ່ ແລະ ປຸ໋ຍສູດ 15-15-15 ອັດຕາ 30 ກິໂລ/ໄລ່ ຍົກໜານສູງປະມານ 30 ຊມ ກວ້າງ 120 ຊມ ຫົດນໍ້າ ແລະ ຄຸ້ມດ້ວຍແຜ່ນຢາງເພື່ອຮັກສາຄວາມຊຸ່ມ ແລະ ປ້ອງກັນວັດສະພືດ
2. ການກຽມໜານກ້າ
ເຮັດການກ້າເບ້ຍໃນພາສະນາບັນຈຸດິນປະສົມສຳລັບກ້າແກ່ນ ຊຶ່ງປະກອບດ້ວຍ ຊາຍ ຝຸ່ນໝັກຫຼືຝຸ່ນຄອກທີ່ລະລາຍຕົວດີແລ້ວ ແລະ ດິນລະອຽດຢ່າງລະເທົ່າໆກັນ ເຈາະຂຸມ ຍອດແກ່ນ ຖົມດ້ວຍດິນບາງໆຫົດນໍ້າເຊົ້າ-ແລງ
3. ການປູກ
ຍ້າຍເບ້ຍເມື່ອເບ້ຍມີໃທແທ້ 4-5 ໃບ ຫຼື ອາຍຸ 15-20ວັນຈຶ່ງຍ້າຍລົງໜານປູກ ການປູກ 1-2 ເບ້ຍ/ຂຸອ ລະຍະປູກລະຫວ່າງຕົ້ນ 50-75 ຊມ ລະຫວ່າງແຖວ 100-120 ຊມ
4.ການບົວລະບັດ
ການຫົດນໍ້າ ຫົດນໍ້າຢ່າງສະໝໍ່າສະເໝີຕັ້ງແຕ່ປູກຈົນເຖີງມື້ເກັບກ່ຽວໂດຍສະເພາະໃນຊ່ວງອອກດອກ ແລະ ອອກໝາກ ການເຮັດຄັ້ງ ສາມາດເຮັດໄດ້ 2 ແບບຄື
– ປັກຄັ້ງຍາວ2-2,5 ແມັດ ທຸກຂຸມເອນປາຍເຂົ້າຫາກັນ ແລະ ມັດໄວ້ດ້ວຍກັນ ໃຊ້ໄມ້ຄັ້ງຫຼືເຊືອກມັດຂວາງທຸກລະຍະ 40-45 ຊມ ຫຼືໃຊ້ຕາໜ່າງພາລາສະຕິກຕາຫ່າງຂິງແທນເບື້ອງເທິ່ງຂອງຄັ້ງພາດຂວາງມັດກັນໃຫ້ແໜ່ນເພື່ອປ້ອງກັນການໂຄນລົ້ມ
– ປັກໄມ້ຄັ້ງມັດເປັນຮ້ານສູງປະມານ 1,5-2 ແມັດຂິງດ້ວຍພະລາສະຕິກຕາຫ່າງໆ ການໃສ່ຝຸ່ນ ຫຼັງຈາກຍ້າຍເບ້ຍປູກ7-10 ວັນໃສ່ປຸ໋ຍສູດ 40-0-0 ອັດຕາ 30 ກິໂລ/ໄລ່ ເພື່ອລັງການຈະເລີນເຕີບໂຕ ປຸ໋ຍສູດ 13-13-21 ອັດຕາ 30-50 ກິໂລ/ໄລ່ໂດຍ ທະຍອຍໃສ່ໃນຊ່ວງອອກດອກ ແລະ ອອກໝາກ
5. ການປ້ອງກັນ ແລະ ກຳຈັດສັດຕູພືດ
– ວັດສະພືດໃຊ້ມືຍົກເພື່ອກຳຈັດວັດສະພືດລະວັງຢ່າໃຫ້ສະເທືອນເຖີງລະບົບຮາກ
– ພະຍາດ ພະຍາດນໍ້າໜອກ ກ່ອນປູກຊາວແກ່ນດ້ວຍເມທາເລຊິນ 7 ກຼາມ/ແກ່ນ 1 ກິໂລຫຼັງປູກຊີດພົ່ນດ້ວຍແມນໂຄເຊ ປະລິມານ 30 ຊີຊີນໍ້າ 20 ລິດ
– ແມງເຕົ່າແຕງຊີດພົ່ນດ້ວຍເຊຟວິນ 85 ໃນປະລິມານ 20 ຊີຊີ/ນໍ້າ 20 ລິດ
6. ການເກັບກ່ຽວ
ອາຍຸການເກັບກ່ຽວຂອງໝາກມະຣະປະມານ 45-50ວັນຫຼັງຈາດຍອດແກ່ນເລີ່ມເກັບຜົນຜະລິດທີ່ໄດ້ຂະໜາດເໝາະສົມທຸກວັນຫຼືບາງ
ວັນກໍ່ໄດ້ ສາມາດເກັບໄດ້ 17-20 ຄັ້ງ ອາຍຸເກັບກ່ຽວຜົນຜະລິດຄົັ້ງສຸດທ້າຍ 85-90 ວັນ ຜົນຜະລິດປະມານ 4,000-6,600ກິໂລ/ໄລ່
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ (ໜ້າທີ 76-77)
ໝວດໝູ່: ການປູກພືດ
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/f9MG01rHkqo” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ເຕັກນິກການປູກຜັກຂະ
ຜັກຂະ ເປັນພືດທີ່ຢູ່ໃນຕະກຸນ Fabaceae ມີຊື່ວິທະຍາສາດ Acacia pennata (L.) Willd. ລັກສະນະພືດສາດ: ຜັກຂະ ເມື່ອຍັງນ້ອຍເປັນໄມ້ພຸ່ມ, ຖ້າຫາກບໍ່ມີການຕັດແຕ່ງຈະກາຍເປັນໄມ້ເຄືອເລືອຂື້ນຕາມຕົ້ນໄມ້ອື່ນຍາວເຖີງ 14 ແມັດ, ລຳຕົ້ນ ແລະ ກີ່ງງ່າມີໜາມແຫຼມ, ເປືອກສີເທົາອົມນຳ້ຕານ, ກີ່ງງ່າອ່ອນເປັນສີເທົາອົມສີຂຽວ. ໃບປະສົມແບບຂົນນົກຂັ້ນສອງ, ກ້ານຂັ້ນໜື່ງຍາວປະມານ 20-40 ຊມ, ກ້ານຂັ້ນສອງຍາວ 6-14 ຊມ, ກ້ານໃບສັ້ນ, ແຜ່ນໃບຮູບຂະໜາດ, ຍາວ 7-1,4 ຊມ, ກວ້າງ 2-3 ມມ, ປາຍມົນ, ຂອບໃບລຽບ, ແຜ່ນໃບທັ້ງສອງດ້ານກ້ຽງ. ດອກອອກເປັນຊໍ່ກະຈຸກແໜ້ນມົນກົມ, ກ້ານດອກຍາວປະມານ 2-3 ຊມ, ດອກເປັນສີຂາວ, ເກສອນເພດຜູ້ຈຳນວນຫຼາຍ. ໝາກເປັນຝັກຍາວປະມານ 10 ຊມ.
I ການຂະຫຍາຍພັນ
ຂະຫຍາຍພັນໂດຍກິ່ງຕອນ ປັກຊໍາ ແລະ ກ້າແກ່ນ

https://www.google.com/search?q=%E0%B8%81%E0%B8%B2%E0%B8%99%E0%B8%9B%E0%B8%B8%E0%B8%81%E0%B8%AA%E0%B8%B0%E0%B8%AD%E0%B8%A1&tbm=isch&tbs=rimg:CXApgH03a-k7IjgudTs-bnIhfS3x0bYGNMZofaRQpLDOa1UKkqGmC7jEWh-c_1a8im9WfWBNHpxhMm0HyDjpf3drJtCoSCS51Oz5uciF9ESdHOuh9_1T_1UKhIJLfHRtgY0xmgR8doZovP88OAqEgl9pFCksM5rVRG-OKmAbfVKpCoSCQqSoaYLuMRaERn1-lp2E6wWKhIJH5z9ryKb1Z8R4ujdKuBGbTkqEglYE0enGEybQREnIIBaJ5-ZxCoSCfIOOl_1d2sm0ETKI1LOxodWL&tbo=u&sa=X&ved=2ahUKEwi9qv6Lw4XgAhULPY8KHeGwD2AQ9C96BAgBEBg&biw=1440&bih=740&dpr=1#imgrc=XtLWFw3yBySDEM: ການປູກ
II ການປູກຜັກຂະ
ຜັກກຂະເປັນພືດທີ່ປູກງ່າຍປູກໄດ້ຫຼາຍວິທີໄດ້ແກ່ ການປັກຊໍາ ການກ້າແກ່ນ ການຕອນກິ່ງ ແລະ ການໂນ້ມກິ່ງແຕ່ວິທີນິຍົມຄື:
1. ການປູກໂດຍໃຊ້ກິ່ງຕອນ ນໍາກິ່ງງພັນຂະໜາດຍາວປະມານ 30 ຊມ ທີ່ມີຮາກແຂງແຮງອາຍຸປະມານ 45 ວັນ ນໍາມາປູກໃນຂຸມທີ່ກຽມໄວ້ຮອງພື້ນຂຸມດ້ວຍຝຸ່ນຄອກຫຼືປຸ໋ຍເຄມີສູດ 15-15-15 ອັດຕາ 10-20 ກະລຼາມ/ຂຸມຄົນໃຫ້ເຂົ້າກັບດິນໂດຍໃຊ້ໄລະຍະປູກ 50 X 50 ຊມ
2. ການປູກໂດຍໃຊ້ທ່ອນພັນເລືອກກິ່ງຜັກຂະທີ່ບໍ່ອ່ອນຫຼືບໍ່ແກ່ຈົນເກີນໄປຕັດເປັນທ່ອນຂະໜາດ
ຍາວປະມານ 30 ຊມ ຂຸດຂຸມປູກລະຍະ 1X2 ແມັດວາງອຽງ 45 ອົງສາ ລົງໃນຂຸມທີ່ກຽມໄວ້ແລ້ວເອົາດິນຖົມໃຫ້ແໜ້ນການປູກຜັກຂະນິຍົມປູກໃນລະດູຝັນ ເພາະບໍ່ຕ້ອງບົວລະບັດຫຼາຍຫົດນໍ້າທຸກໆ 7-10 ວັນເບິ່ງຕາມສະພາບຄວາມຊຸມດິນໃສ່ປຸ໋ຍສູດ 15-15-15ໃນອັດຕາ 10-20 ກະລຼາມ/ຂຸມທຸກເດືອນ ກຳຈັດວັດສະພືດພ້ອມກັບການພວນດິນ
ການປູກຜັກຂະຕ້ອງເຮັດການຕັດແຕ່ງຊຶ່ງອາດເຮັດໄດ້ຫຼາຍວິທີຄື ອາດຕັດໃຫ້ເຫຼືອຕົ້ນຍາວປະມານ 30 ຊມ ຈາກໂຄນຕົ້ນເພື່ອໃຫ້ແຕກກິ່ງໃໝ່ຫຼືຕັດກິ່ງໃຫ້ເປັນພຸ່ມສູງປະມານ 150 ຊມ ເພື່ອຄວາມສະດວກໃນການເກັບເມື່ອຕົ້ນຜັກຂະແກ່ອາຍຸປະມານ 3-4 ປີ ໃຫ້ຕັດຕົ້ນເກົ່າຖີ່ມແລ້ວປູກຕົ້ນໃໝ່

https://www.google.com/search?q=%E0%B8%81%E0%B8%B2%E0%B8%99%E0%B8%9B%E0%B8%B8%E0%B8%81%E0%B8%AA%E0%B8%B0%E0%B8%AD%E0%B8%A1&tbm=isch&tbs=rimg:CVKO4THQFgLdIjie3ERT4mChVAcdhvNbbfI_1_1l9T2e_1Mx2RW0cvaYFgjPs0G7SQ8nTpyBO5hfirtSN83EKFKRN4rxCoSCZ7cRFPiYKFUEetSU_1lnXCX6KhIJBx2G81tt8j8RJGypoUG7FbIqEgn-X1PZ78zHZBH-uFFgocqdKSoSCVbRy9pgWCM-ETG1JGknMV6UKhIJzQbtJDydOnIRG68xHvK6tTUqEgkE7mF-Ku1I3xGuKIbbejaJ_1ioSCTcQoUpE3ivEEWvjatE8wXNv&tbo=u&sa=X&ved=2ahUKEwjw1rDExIXgAhXKinAKHatsA20Q9C96BAgBEBg&biw=1440&bih=740&dpr=1#imgrc=Bx2G81tt8j8pvM:
III ພະຍາດ ແລະ ແມງໄມ້ທີ່ສຳຄັນ
1. ພະຍາດ ພະຍາດທີ່ສຳຄັນມີພຽງພະຍາດດຽວຄື ພະຍາດຮາກເນົ່າ ຊຶ່ງເກີດຈາກເຊື້ອຣາໃນດິນ ແກ້ໄຂໂດຍການໃສ່ປູກຂາວເພື່ອປັບສະພາບດິນ ແລະ ໃຊ້ສານເຄມີກຳຈັດເຊື້ອຣາໃນດິນເປັນບາງຄັ້ງຄາວທີ່ມີການຂະບາດຂອງພະຍາດແມງໄມ້
2. ແມງໄມ້
ໜອນກິນໃບ ເປັນໜອນສີຂຽວກິນໃບຜັກຂະຫາກຈຳເປັນຕ້ອງໃຊ້ສານເຄມີຄວນໃຊ້ສານເຄມີທີ່ມີສານຕົກຄ້າງສັ້ນເຊັ່ນ ສານສັງເຄາະພວກເດຊີສລິນຄອນເປັນຕົ້ນ
3. ເພ້ຍໄຟ ເປັນແມງໄມ້ຂະໜາດນ້ອຍໃຊ້ປາກດູດກິນນໍ້າລ້ຽງຕາມສ່ວນຂອງພືດທີ່ຈະເລີນເຕີບໂຕໄດ້ແກ່ ຍອດ ຕາ ດອກ ແລະ ໃບອ່ອນເຮັດໃຫ້ຜັກຂະສະງັກການຈະເລີນເຕີບໂຕມັກລະບາດໃນໄລຍະຝົນບໍ່ຕົກຫຼືອາກາດແກ້ງແລ້ງ
4. ໄຮ ເຮັດໃຫ້ຍອກກູດ ກ້ານໃບຍາວ
IV ການປ້ອງກັນກຳຈັດ
1. ຄວນບໍາລຸງພືດໃຫ້ແຂງແຮງຫົດນໍ້າຢ່າງພຽງພໍ ແລະ ໃສ່ຝຸ່ນ
2. ຫາກລະບາດຫຼາຍໃຊ້ສານເຄມີເຊັ່ນ ເຊຟວິນ 85
3. ໃຊ້ສານເຄມີກຳຈັດໄຮຫຼືກຳມະຖັນຝຸ່ນຊະນິດລະລາຍນໍ້າຊີດ
V ການເກັບກ່ຽວ
ເລີ່ມເກັບກ່ຽວໄດ້ເມື່ອຜັກຂະອາຍຸ 3 ເດືອນຂື້ນໄປເກັບໄດ້ທຸກໆ3 ວັນ/ຄັ້ງ ການຕັດຍອກຜັກຂະຄວນຕັດໃນຕອນເຊົ້າຄວນໃຊ້ມິດບາງ ແລະ ຄົມຕັດ ເພື່ອໃຫ້ບາດທີ່ຕັດບໍ່ຊໍ້າ ໃນລະດູໜາວຜັກຂະຈະບໍ່ຄ່ອຍແຕກຍອດ ແລະ ຄວນເຫຼືອຍອດຜັກຂະໄວ້ 3-4 ຍອດ ເພື່ອໃຫ້ປຸງອາຫານຕໍ່ໄປ

https://www.google.com/search?q=%E0%B8%81%E0%B8%B2%E0%B8%99%E0%B8%9B%E0%B8%B8%E0%B8%81%E0%B8%AA%E0%B8%B0%E0%B8%AD%E0%B8%A1&tbm=isch&tbs=rimg:CVKO4THQFgLdIjie3ERT4mChVAcdhvNbbfI_1_1l9T2e_1Mx2RW0cvaYFgjPs0G7SQ8nTpyBO5hfirtSN83EKFKRN4rxCoSCZ7cRFPiYKFUEetSU_1lnXCX6KhIJBx2G81tt8j8RJGypoUG7FbIqEgn-X1PZ78zHZBH-uFFgocqdKSoSCVbRy9pgWCM-ETG1JGknMV6UKhIJzQbtJDydOnIRG68xHvK6tTUqEgkE7mF-Ku1I3xGuKIbbejaJ_1ioSCTcQoUpE3ivEEWvjatE8wXNv&tbo=u&sa=X&ved=2ahUKEwjw1rDExIXgAhXKinAKHatsA20Q9C96BAgBEBg&biw=1440&bih=740&dpr=1#imgrc=BYwj7r0479Z1jM:
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ : ຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ (ໜ້າທີ 22-23)
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/PgD3UilAI0U” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ເບີໂທຕິດຕໍ່: