Monthly Archives: March 2019
ການປູກດອກດາວເຮືອງ
ດອກດາງເຮືອງຢູ່ໃນວົງຕະກຸນ: Asteraceae , ຊື່ວິທະຍາສາດ: Tagetes erecta L.. ລັກສະນະທົ່ວໄປ ດອກດາວເຮືອງເປັນພືດລົ້ມລຸກມີອາຍຸ 1 ປີ. ລຳຕົ້ນຕັ້ງຊື່ມີຄວາມສູງ 60–100 ຊັງຕີແມັດ, ແຕກກີ່ງກ້ານຫຼາຍຢູ່ໂຄນຕົ້ນ, ສີຂຽວ ແລະ ເປັນຮ່ອງທັ້ງຕົ້ນ. ໃບປະສົມແບບຂົນນົກ, ປາຍໃບອອກລຽງກົງກັນຂ້າມກັນ, ມີໃບຍ່ອຍປະມານ 11–17 ໃບ, ໃບຍ່ອຍເປັນຮູບຂອບຂະໜານ, ປາຍໃບແຫຼມ, ຂອບໃບເປັນຢັກຖີ່ຄືແຂ້ວເລື່ອຍ, ໃບມີຂະໜາດກວ້າງປະມານ 0.5–1.5 ຊັງຕີແມັດ, ຍາວປະມານ 2.5–5 ຊັງຕີແມັດ, ເນື້ອໃບນຸ່ມ. ດອກເປັນດອກດ່ຽວຢູ່ປາຍຍອດ. ດອກເປັນສີເຫຼືອງສົດ ຫຼື ສີເຫຼືອງປົນສີສົ້ມ, ກີບດອກມີຂະໜາດໃຫຍ່ລຽນຊ້ອນກັນຫຼາຍຊັ້ນເປັນວົງກົມ ມີຂະໜາດເສັ້ນຜ່າສູນກາງດອກປະມານ 5–10 ຊັງຕີແມັດ ແລະ ຍາວປະມານ 1.5–2 ຊັງຕີແມັດ, ປາຍກີບດອກເປັນແຂ້ວເລື່ອຍ, ມີເກສອນເພດຜູ້ 5 ອັນ, ດອກຈະແບ່ງອອກເປັນ 2 ລັກສະນະຄື: ດອກວົງນອກມີລັກສະນະຄ້າຍຄືລີ້ນ ຫຼື ເປັນຮູບຮ່າງນ້ຳຊ້ອນກັນໜາແໜ້ນບານແຜ່ອອກປາຍມ້ວນລົງມີຈຳນວນຫຼາຍ ເປັນດອກທີ່ບໍ່ສົມບູນເພດ, ໂຄນກີບດອກເປັນຫຼອດນ້ອຍ. ສ່ວນດອກວົງໃນເປັນຫຼອດນ້ອຍຢູ່ກາງຊໍ່ດອກມີຈຳນວນຫຼາຍ ແລະ ເປັນດອກແບບສົມບູນເພດ. ສ່ວນກາບດອກເປັນສີຂຽວເຊື່ອມຕິດກັນຫຸ້ມໂຄນຊໍ່ດອກ. ໝາກແຫ້ງສີນ້ຳຕານດຳ, ດອກຈະແຫ້ງຕິດກັບໝາກ, ໂຄນກວ້າງຮຽວຂົດໄປຫາປາຍຊື່ງປາຍໝາກນັ້ນຈະມົນ.
1. ການກຽມພື້ນທີ່ປູກ
ດິນທີ່ຈະໃຊ້ປູກດອກດາວເຮືອງຄວນເປັນດິນທີ່ລະບາຍນໍ້າໄດ້ດີ ເກັບຄວາມຊຸ່ມໄດ້ສູງໃນກະນະທີ່ກຽມດິນນັ້ນຄວນໃສ່ຝຸ່ນຄອກຫຼືຝຸ່ນໝັກໄປດ້ວຍເພື່ອເພີ່ມທາດອາຫານ ແລະ ປັບໂຄງສ້າງໃຫ້ ດິນ ໄຖດິນຕາກແດດໄວ້ປະມານ 1-2 ອາທິດເພື່ອທຳລາຍເຊື້ອພະຍາດ ແລະ ແມງໄມ້ສັດຕູພືດໜານຄວນມີຂະໜາດກວ້າງປະມານ 1 ແມັດ ຄວາມຍາວຕາມຄວາມເໝາະສົມຂອງພື້ນທີ່ ຈາກນັ້ນຈຶ່ງຄ່ອຍຍໍາດິນໃຫ້ລະອຽດ ແລະ ປັບໜ້າດິນໃຫ້ລຽບແລ້ວຈຶ່ງປູກດອກດາວເຮືອງໂດຍໃຫ້ແຕ່ລະຫວ່າງຫ່າງກັນ 30 ຊມ ແລະ ລະຍະຫ່າງລະຫວ່າງຕົ້ນຫ່າງກັນ 30 ຊມ
2. ວິທີປູກ
ການກຽມຂຸມປູກ ຂຸດຂຸມໃນໜານໂດຍໃຫ້ຂຸດຫ່າງກັນ 30 ຊມ ແຕ່ລະແຖວຫ່າງກັນ 30 ຊມ ຮອງພື້ນດ້ວຍປຸ໋ຍສູດ 15-15-15 ໃນອັດຕາຂຸມລະ 1 ບ່ວງກາເຟ ແລະວເອົາດິນປົກປຸ໋ຍເພື່ອປ້ອງກັນບໍ່ໃຫ້ຮາກດອກດາວເຮືອງຖືກປຸ໋ຍໂດຍກົງ
ການຍ້າຍເບ້ຍ ຄວນຍ້າຍເບ້ຍດອກດາວເຮືອງໃນຕອນເຊົ້າ ກ່ອນຍ້າຍເບ້ຍຕ້ອງຫົດນໍ້າລ່ວງໜ້າ 1 ວັນ ຫຼືຫົດນໍ້າຕອນເຊົ້າ ແລ້ວຍ້າຍເບ້ຍຕອນແລງ ແລ້ວຄວນໃຊ້ຊ້ວນປູກຂຸດເບ້ຍເພື່ອໃຫ້ດິນຕິດກັບຮາກມານຳເບ້ຍຈະໄດ້ບໍ່ໂທມ ແລະ ຕັ້ງໂຕໄວ
ການປູກເບ້ຍ ປູກຂຸມລະເບ້ຍ ໂດຍຝັງເບ້ຍລົງໃນຂຸມໃຫ້ໂຄນຕົ້ນຢູ່ລະດັບປາກຂຸມ ແລະ ກົບດິນໃຫ້ສະເໝີ ໃບລ້ຽງຈາກນັ້ນຫົດນໍ້າໃຫ້ຊຸ່ມຢູ່ຕະຫຼອດເວລາ
3. ການບົວລະບັດ
ການຫົດນໍ້າໃນໄລຍະທຳອິດຄືຕັ້ງແຕ່ເລີ່ມປູກຖີງ 7 ວັນ ຄວນຫົດນໍ້າວັນລະ 2 ຄັ້ງເຊົ້າ-ແລງຫຼັງຈາກນັ້ນຫົດນໍ້າວັນລະຄັ້ງໃນຕອນເຊົ້າກໍ່ພໍ ແລະ ໃນໄລຍະທີ່ດອກເລີ່ມບານຈະຕ້ອງລະວັງຢ່າໃຫ້ນໍ້າຖືກດອກດາວເຮືອງເພາະຈະເຮັດໃຫ້ດອກເສຍຫາຍ ແລະ ຖືກເຊື້ອພະຍາດເຂົ້າທຳລາຍໄດ້ງ່າຍ
1. ການໃສ່ຝຸ່ນ ເມື່ອດອກດາວເຮືອງມີອາຍຸ 15 ແລະ 25 ວັນຄວນໃສ່ປຸ໋ຍສູດ 15-15-15 ອັດຕາ 1ບ່ວງກາເຟ/ຂຸມ ແລະ ເມື່ອດອກດາວເຮືອງມີອາຍຸ 35-45 ວັນຄວນໃສ່ປຸ໋ຍສູດ 15-24-12 ອັດຕາ 1 ບ່ວງກາເຟ/ຂຸມ ເຊັ່ນ ກັນ ການໃສ່ປຸ໋ຍຄວນໃສ່ໃຫ້ຫ່າງໂຄນຕົ້ນປະມານ 6 ນີ້ວໂດຍຝັງລົງໃນດິນປະມານເຄິ່ງນີ້ວຈາກນັ້ນຄວນພວນດິນຮອບໆໂຄນຕົ້ນ ແລະ ກົບໂຄນຕົ້ນໄວ້ ການໃສ່ປຸ໋ຍຈະຕ້ອງຫົດນໍ້າໃຫ້ຊຸ່ມສະເໝີ
– ການໃສ່ປຸ໋ຍໃຫ້ໃສ່ລະຫວ່າງຕົ້ນຫ້າມໃສ່ໂຄນຕົ້ນເພາະຕົ້ນຈະເນົ່າຕາຍ ອີກ 15 ວັນດອກຖິງຈະເລີ່ມບານ ແລະ ສາມາດເກັບດອກໄດ້ ດອກດາວເຮືອງສາມາດປູກໄດ້ຕະຫຼອດປີແຕ່ບໍ່ຄວນປູກຊໍ້າບ່ອນເກົ່າຄວນມີການປູກພືດໝູນວຽນແລ້ວຈຶ່ງຄ່ອຍກັບມາປູກໃໝ່ ເພາະຖ້າປູກຊໍ້າບ່ອນເກົ່າຈະມີແມງໄມ້ ແລະ ໜອນຫຼາຍ
ສັດຕູດອກດາວເຮືອງ ພະຍາດທີ່ສຳຄັນ ແລະ ພົບເລື້ອຍໆຄືເພ້ຍໄຟ ເຂົ້າທຳລາຍໂດຍດູດກິນນໍ້າລ້ຽງຈາກຍອດອ່ອນ ແລະ ໃບອ່ອນ ຈະເຫັນມີຮອຍຂີດຕາມໃບ ຫຼື ກີບລ້ຽງຂອງດອກເພ້ຍໄຟຈະລະບາດຫຼາຍໃນລະດູຮ້ອນ ໜອນກະທູ້ຫອມ ເປັນໜອນຂອງແມງກະເບື້ອກາງຄືນ ແລະ ຈະເຂົ້າທຳລາຍໃນຄະນະທີ່ດອກດາວເຮືອງເລີ່ມບານ ໜອນຈະເກັບກິນດອກດາວເຮືອງເຮັດໃຫ້ດອກແຫວ່ງເສຍຫາຍ ການປ້ອງກັນກຳຈັດ ຊີດພົ່ນດ້ວຍສານເຄມີກຳຈັດແມງໄມ້ຫຼືໃນເວລາເບິ່ງດອກກໍ່ພະຍາຍາມຈັບອອກກໍ່ໄດ້ ແຕ່ຖ້າມີດອກໃນປະລິມານຫຼາຍ ແລະ ໜອນລະບາດກໍ່ຕ້ອງໃຊ້ຢ່າຂ້າແມງໄມ້ຊີດພົ່ນ
ການປິກຍອດ ສິ່ງສຳຄັນທີ່ຕ້ອງເຮັດໃນການປູກດອກດາວເຮືອງນັ້ນຄື ການປິກຍອດ ເພື່ອໃຫ້ດອກດາວເຮືອງແຕກພຸ່ມ ແລະ ຈະເຮັດໃຫ້ດອກດາວເຮືອງມີຂະໜາດໃຫ່ຍ ການປິດຍອດນີ້ຄວນເຮັດເມືອດອກດາວເຮືອງມີອາຍຸ 21-25 ວັນ ຊຶ່ງເປັນໄລຍະທີ່ດອກດາວເຮືອງມີໃບແທ້ຂະໜາດໃຫ່ຍປະມານ 4 ຄູ່ ແລະ ສ່ວນຍອດມີໃບນ້ອຍໆປະມານ 1-2 ຄູ່ ວິທີການປິດຍອດເຮັດໄດ້ໂດຍໃຊ້ມືຊ້າຍຈັບໃບຄູ່ເທິ່ງສຸດທີ່ຕ້ອງການເຫຼືອໄວ້ໃຊ້ແລ້ວໃຊ້ມືຂວາດຶງສ່ວນຍອດລົງທາງດ້ານຂ້າງເພື່ອໃຫ້ຍອດລຸດອອກມາບໍ່ຄວນເດັດຍອດເພາະຈະເຮັດໃຫ້ສ່ວນຕາຂອງຍອດຫຼືຕິດຢູ່ຊຶ່ງຈະຈະເລີນເປັນດອກໃນພາຍຫຼັງເຮັດໃຫ້ດອກບໍ່ເປັນໄປຕາມກຳນົດ ຄືດອກບານບໍ່ພ້ອມກັນ ແລະ ມີຂະໜາດນ້ອຍປົກກະຕິດອກດາວເຮືອງຕົ້ນໜຶ່ງຄວນຈົ່ງດອກປະມານ 8 ດອກ ຈຶ່ງຈະໄດ້ທີ່ມີຄຸນນະພາບ
4. ການເກັບກ່ຽວ
ກ່ອນຕັດດອກດາວເຮືອງເພື່ອນຳໄປຈຳໜ່າຍປະມານ 2-3 ວັນຄວນໃຊ້ນໍ້າຕານຊາຍຈຳນວນ 15 ລິດ ຊີດພົ່ນໃບດອກດາວເຮືອງທັ້ງດ້ານເທິ່ງ ແລະ ດ້ານລຸ່ມ ຈະເຮັດໃຫ້ກ້ານຂອງດອກແຂງແຮງຂື້ນ ຈາກນັ້ນຈຶ່ງຄ່ອຍຕັດດອກດາວເຮືອງ ອາຍຸຂອງດອກດາວເຮືອງທີ່ສາມາດຕັດດອກຂາຍໄດ້ຄືປະມານ 55-65 ວັນ ຫຼື ໃຫ້ສັງເກດຈາກດອກທີ່ຍັງມີກີບດອກທາງກາງເປັນສີຂຽວຢູ່ໄດ້ດົນກວ່າດອກທີ່ບານທັ້ງໝົດ ໃນການຕັດດອກນັ້ນຄວນຕັດໃຫ້ໃກ້ໂຄນກິ່ງໃຫ້ຫຼາຍທີ່ສຸດ ຈະເຮັດໃຫ້ກ້ານດອກທີ່ຕິດມາມີຂະໜາດຍາວ ການຕັດດອກດາວເຮືອງເພື່ອນຳມາປັກເປັນແຈກັນນີ້ຄວນຄວນຕັດໃຫ້ມີກ້ານດອກຍາວປະມານ 18-20 ນີ້ວ ມັດດອກດາວເຮືອງເປັນກຳໆແລ້ວໃຊ້ເຈ້ຍໜັງສືພິມຫໍ່ເພື່ອໃຫ້ດອກດາວເຮືອງຄົງຄວາມສົດຢູ່ໄດ້ດົນ
5. ການໃຊ້ປະໂຫຍດ
ການໃຊ້ປະໂຫຍດຂອງດອກດາວເຮືອອງມີຫຼາຍຕັ້ງແຕ່ນຳໄປບູຊາພະ ໃຊ້ເປັນໄມ້ດອກໄມ້ປະດັບ ປູກປະດັບເພື່ອຄວາມສວຍງາມ ປູກເພື່ອໃຊ້ປະໂຫຍດໃນການປ້ອງກັນແມງໄມ້ ດອກດາວເຮືອງເປັນສານທີ່ມີກິ່ນຂີວ ແມງໄມ້ບໍ່ມັກ ຈຶ່ງສາມາດໃຊ້ເປັນການປ້ອງກັນແມງໄມ້ໃຫ້ແກ່ພືດອື່ນໆດ້ວຍ ນອກນີ້ຮາກຂອງດອກດາວເຮືອງຍັງມີສານຊະນິດໜຶ່ງທີ່ຊ່ວຍລົດປະລິມານຂີ້ກະເດືອນຝອຍໃນດິນໄດ້ ໃຊ້ເຮັດພວງມະໄລ ປະຈຸບັນນີ້ນິຍົມນຳດອກດາວເຮືອງມາຮ້ອຍພວງມະໄລຫຼາຍ ບໍ່ວ່າຈະເປັນພວງມະໄລໄຫວພະ ຫຼືພວງມະໄລສຳລັບຄ້ອງຄໍໃນງານພິທີ່ການຕ່າງໆ ການຕັດດອກດາວເຮືອງສຳລັບໃຊ້ປະໂຫຍດໃນດ້ານນີ້ຈະຕ້ອງໃຫ້ມີກ້ານດອກສັ້ນໆ ຫຼື ໃຫ້ເຫຼືອສະເພາະດອກໃຊ້ປັກແຈກັນ ເນືອງຈາກດອກດາງເຮືອງເປັນໄມ້ທີ່ມີລັກສະນະກົ້ມລຽນຕົວກັນແໜ່ນເປັນລະບຽບ ແລະ ມີສີສັນສວຍງາມຈິ່ງນິນົມນຳມາປັກແຈກັນຫຼາຍ ບໍ່ວ່າຈະເປັນ ໂຕາະຮັບແຂກ ຕາມໂຕະບູຊາພະ
ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສົມຈິດ ວິທະວິໂຣຈັນ https://www.rakbankerd.com/agriculture/page.php?id=4237&s=tblplant
https://www.phakhaolao.la/kb/0000393
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ການປູກຜັກກະເສດ (ກະຖິນນໍ້າ)
ຜັກກະເສດເປັນພືດລົ້ມລຸ້ນລຳຕົ້ນລອຍໄປຕາມໜ້ານໍ້າລະຫວ່າງປ້ອງມີກະເປາະ(ນົມ) ຄືຟອງນໍ້າຫຸ້ມຢູ່ເຮັດໃຫ້ລອຍນໍ້າໄດ້ ມີໃບ ດອກ ແລະ ຮາກອ່ອນແຕກອອກຕາມຂໍ້ໂດຍມີໃບຍ່ອຍໆເຊັ່ນດຽວກັບໝາກຂາມໃບຈະຫຸບເວລາກາງຄືນຫຼືເມື່ອຖືກພັດ ດອກເປັນດອກຊ້ອນຢູ່ຕາມກ້ານຊອກລົມ ແລະ ຟູສ່ວນທີ່ໃຊ້ບໍລິໂພກຄື ຍອດໃບ ແລະ ລຳຕົ້ນອ່ອນ.
I ການຂະຫຍາຍພັນ.
ຂະຫຍາຍພັນດ້ວຍການກ້າແກ່ນ ແລະ ປັກຊຳ.
II ການປູກ.
ໄຖດິນຄາດດິນໃຫ້ລະອຽດໃສ່ນໍ້າເຂົ້າໜານເຮັດເທືອກໃຫ້ດີ ນຳຍອດຜັກກະເສດມາເຮັດເປັນຈັບໆລະ 4-5 ຍອດ ແລ້ວນຳໄປປັກດຳໃນໜານແບບສະລັບແຂ້ວປາເລີກລົງໃນໜ້າດິນ 6-7 ຊມ ໂດຍໃຊ້ໄລຍະປູກລະຫວ່າງຕົ້ນ 2 ແມັດ ຫຼືປູກເປັນແຖວເປັນແຖວເປັນແນວລະຍະ 1×1.5 ແມັດ ແລ້ວກົດດິນໃຫ້ສ່ວນເຫົ່ງາຕິນກັບດິນແໜ້ນພໍສົມຄວນສ່ວນປາຍຍອດຈະລອຍໃຫ້ລະບາຍນໍ້າເຂົ້າ ແລະ ອອກອາທິດລະຄັ້ງຄວບຄຸມລະດັບນໍ້າໃຫ້ເລີກປະມານ 30-33 ຊມ ເຄຍຍອດຂອງຜັກກະເສດອາທິດລະ 1-2 ຄັ້ງ ເພື່ອບໍ່ໃຫ້ຍອດເກາະກັນໃສ່ປຸ໋ຍສູດ 16-20-0-ຫຼື 18-12-6 ອັດຕາ 10-15 ກິໂລ/ໄລ່ ອາທິດລະຄັ້ງ ແລະ ໃສ່ປຸ໋ຍຍູເຮຍເລັ່ງຍອດອັດຕາ 3-5 ກິໂລ/ໄລ່ ທຸກອາທິດ.
III ພະຍາດທີ່ສຳຄັນ.
1. ແມງໄມ້ ເພ້ຍອ່ອນ ເພ້ຍຈັ໊ກຈັ່ນ ແລະ ເພ້ຍໄຟ ໂດຍໃນໄລຍະແຕກຍອດອ່ອນຈະມີແມງປາກດູດເຫຼົ່ານີ້ມາດູດນໍ້າລ້ຽງຕາມກ້ອງໃບ ແລະ ຍອດ ເຮັດໃຫ້ຍອດກຸດ.
– ການປ້ອງກັນກຳຈັດ.
ໃຊ້ເຊຟວິນ 85 ອັດຕາ 5 ກຳ ປະສົມກັບກີລເຊອຮີນ ອັດຕາ 10 ຊີຊີ/ນໍ້າ 20 ລິດຊີດເມື່ອມີການລະບາດ.
2. ໜອນກະທູ້ ແລະ ໜອນໃຍຜັກ ໜອນຊະນິດນີ້ຈະເຈາະໂປ່ງຫຼືນົມຂອງຜັກກະເສດເຮັດໃຫ້ຜັກກະເສດຫຼຸດຂາດ ແລະ ເນົ່າ.
– ການປ້ອງກັນກຳຈັດ.
ໃຊ້ສານໄຟຮີທຮອຍດ໌ ເຊັ່ນ ຮິບຄອຣ໌ດ ເຄຊິລ ໃນຊ່ວງເກັບຜົນຜະລິດແຕ່ໃນຊ່ວງບໍ່ເກັບຜົນຜະລິດໃຊ້ກູຊາໄທອອນ ຫຼື ໂພລິດອນ.
3. ດ້ວງໝັດຜັກ ຕົວອ່ອນທີ່ເປັນຕົວໜອນມັກກັດກິນຮາກສ່ວນຕົວແກ່ຈະກັດກິນໃບຈົນຟຸນເຮັດໃຫ່ເກີດຄວາມເສຍຫາຍໃນໄລຍະກຳລັງຈະເລີນເຕີບໂຕ.
– ການປ້ອງກັນກຳຈັດ.
ໃຊ້ເຊຟວິນ 85 ອັດຕາ 20-30 ກຳຕໍ່ນໍ້າ 20 ລິດຊີດພົ່ນ 5-7 ວັນ ຫຼື ມາລາໄທອອນ ອັດຕາ 30-40 ຊີຊີ/ນໍ້າ 20 ລິດ ຊີດພົ່ນເມື່ອມີການລະບາດ 5-7 ວັນ/ຄັ້ງ.
ພະຍາດ.
ພະຍາດນໍ້າໝອກ ລັກສະນະອາການຈະເກີດເປັນຈຸດສີເຫຼືອງ ຫຼື ເຫຼືອງທັ້ງໃບ ໃບຊ່ອຍລົນ ຍອກກູດ ແລະ ຫັກງ່າຍ ໂປ່ງຫຼືນົມລີບສີນໍ້າຕານ.
– ການປ້ອງກັນກຳຈັດ.
ສານເຄມີທີ່ໃຊ້ໄດ້ແກ່ ເດອໂຮຊານ ແອນທຣາໂຄລ ຊາພຣອຍ ຊີດພົ່ນອາທິດລະຄັ້ງ.
IV ການເກັບກ່ຽວ.
ຫຼັງຈາກປູກ 3 ອາທິດ ເລີ່ມເກັບກ່ຽວຄັ້ງທຳອິດ ແລະ ອາທິດລະຄັ້ງ.
ຮຽບລຽງໂດຍ: ສີວິໄລອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=6454&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ການປູກຜັກກະເພົາ
ຜັກກະເພົາ ຢູ່ໃນວົງຕະກຸນ: Lamiaceae , ຊື່ວິທະຍາສດ: Ocimum sanctum L.ລັກສະນະທົ່ວໄປ ຜັກກະເພົາເປັນພືດລົ້ມລຸກແຕກກິ່ງກ້ານສາຂາ, ສູງປະມານ 30–60 ຊັງຕີແມັດ, ໂຄນລຳຕົ້ນຂ້ອນຂ້າງແຂງ, ຕາມລຳຕົ້ນມີຂົນ, ມີກິ່ນຫອມ. ໃບ: ເປັນໃບດ່ຽວຈັບກົງກັນຂ້າມ, ກວ້າງປະມານ 1–3 ຊັງຕີແມັດ, ຍາວ 2–2,5 ຊັງຕີແມັດ. ປາຍແຫຼມ ຫຼື ມົນ, ໂຄນແຫຼມ, ຂອບເປັນຢັກແຂ້ວເລື່ອຍ ແລະ ເປັນຄື່ນ, ແຜ່ນໃບມີຂົນໂດຍສະເພາະຍອດໃບສີຂຽວເອີ້ນກະເພົາຂາວ, ໃບສີແດງເອີ້ນກະເພົາແດງ. ດອກ: ອອກເປັນຊໍ່ບໍລິເວນປາຍຍອດ ແລະ ປາຍກິ່ງ, ຍາວ 8–10 ຊັງຕີແມັດ. ປະກອບດ້ວຍດອກນ້ອຍໆ ອອກເປັນວົງຮອບແກນຊໍ່ເປັນຊັ້ນໆ, ກ້ານດອກຍາວ 2–3 ມີນລີແມັດ, ແລະ ກາງອອກຕັ້ງກັບແກນຊໍ່ ກາບລ້ຽງຕິດກັນເປັນຮູບຄ້າຍຄືລະຄັງ, ປາຍແຍກເປັນ 2 ສ່ວນ. ສ່ວນເທີງມີກີບດຽວຂ້າງຂ້າງກົມ, ສ່ວນກາງແຍກເປັນ 4 ແສກ. ປາຍແຫຼມຮຽວ, ດ້ານໃນກ້ຽງ, ດ້ານນອກມີຂົນຕາມໂຄນກີບ, ກີບດອກສີຂາວ ( ກະເພົາຂາວ) ຫຼື ກີບດອກສີຊົມພູອົມມ່ວງ (ກະເພົາແດງ) ດ້ານເທີງມີ 4 ກີບ. ດ້ານລຸ່ມມີ 1 ກີບ, ຂະໜາດຍາວກວ່າດ້ານເທີງຊື່ກາງກີບວ້າວຕື້ນໆ. ປາຍກີບມ້ວນພັນລົງ. ໝາກ: ເປັນໝາກແຫ້ງນ້ອຍ ເມື່ອແຕກອອກຈະມີເມັດສີດຳອົມນ້ຳຕານຄ້າຍຄືຮູບໄຂ່. ມີຈຸດສີເຂັ້ມເມື່ອນຳໄປແຊ່ນ້ຳເປືອກຫຸ້ມເມັດຈະໂພງອອກເປັນເມືອກ. ເມື່ອແກ່ ຫຼື ແຫ້ງເມັດຈະເປັນສີດຳຢູ່ຂ້າງໃນຊື່ງຫຸ້ມດ້ວຍກີບລ້ຽງ.
. ພັນທີ່ມັກປູກແມ່ນພັນຂຽວກ້ານແດງເປັນພັນທີ່ມີໃບໃຫ່ຍສີຂຽວກ້ານແດງເປັນທີ່ນິຍົມໂດຍທົ່ວໄປ.
1.ການກຽມດິນ
ໄຖດິນໃຫ້ເລີກປະມານ 30-40 ຊມ ຕາກດິນໄວ້ 1-2 ອາທິດ ຍໍາດິນໃຫ້ລະອຽດຫວ່ານປູກຂາວໃນອັດຕາ 100-300 ກິໂລ/ໄລ່ ໃສ່ຝຸ່ນຄອກຫຼືຝຸ່ນໝັກຄົນໃຫ້ເຂົ້າກັນແລ້ວຍົກໜານໃຫ້ສູງປະມານ 30 ຊມ ກວ້າງ 120 ຊມ.
2. ການປູກ.
ກະເພົາສາມາດປູກໄດ້ໂດຍໃຊ້ກິ່ງງ່າຊໍາ ຫຼື ກ້າແກ່ນ ແລ້ວຍ້າຍເບ້ຍປູກຕາມໄລຍະຫ່າງ ລະຫວ່າງຕົ້ນ 40 ຊມ ໄລຍະຫ່າງລະຫວ່າງແຖວ 40 ຊມ.
3. ການດູແລຮັກສາ.
ການໃຫ້ນໍ້າ ຄວນໃຫ້ນໍ້າພຽງພໍກັບຄວາມຕ້ອງການຂອງຕົ້ນ.
– ການໃສ່ຝຸ່ນ.
ໃສ່ປຸ໋ຍ 15-15-15 ໃນອັດຕາ 30-50 ກິໂລ/ໄລ່ຫຼັງເກັບກ່ຽວທຸກຄັ້ງ.
4. ການປ້ອງກັນກຳຈັດສັດຕູພືດ.
ວັດສະພືດເມື່ອມີວັດສະພືດຂື້ນມາຕ້ອງກຳຈັດວັດສະພືດກ່ອນ ເພື່ອບໍ່ໃຫ້ແຍ້ງອາຫານ
5. ການເກັບກ່ຽວ
ໃຊ້ມິດຄົມໆເກັບກ່ຽວໂດຍຕັດກິ່ງກ້ານທີ່ແກ່ຈະເລີນເຕີບໂຕເຕັ່ມທີແລ້ວ ຊຶ່ງໃນບໍ່ຊ້າກະເພົາຈະແຕກກິ່ງຕົ້ນອອກມາເຊັ່ນເດີມ(ອາຍຸເກັບກ່ຽວ 40-45 ວັນ) ສາມາດເກັບກ່ຽວໄດ້ຫຼາຍຄັ້ງຜົນຜະລິດ 4,500-6,000 ກິໂລ/ໄລ່.
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ(ໜ້າທີ 8-9)
https://www.phakhaolao.la/kb/0000324
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ການປູກຜັກຫວານບ້ານ
ການປູກຜັກຫວານບ້ານ
ຊື່ວິທະຍາສາດ: Sauropus androgynus (L.) Merr., ຕະກຸນ Phyllanthaceae ເປັນໄມ້ຟຸ່ມຂະໜາດກາງ, ສູງ 0.5–3 ແມັດ. ລຳຕົ້ນແຂງແຕກກີ່ງກ້ານໄປກັບພື້ນ ຫຼື ເກືອບປົກດິນ, ລຳຕົ້ນອ່ອນ, ກົມ ຫຼື ເປັນຫຼ່ຽມ, ເປືອກຕົ້ນເປັນສີນ້ຳຕານ. ສ່ວນກີ່ງອ່ອນເປັນສີຂຽວເຂັ້ມ, ຜີວລຽບ, ກີ່ງຮຽວງໍເລັກນ້ອຍຕາມຂໍ້. ໃບດ່ຽວຈັບລຽນສະຫຼັບ, ຮູບໄຂ່ແກມຮູບຂອບຂະໜານ, ປາຍໃບແຫຼມ, ໂຄນໃບມົນ. ສ່ວນຂອບໃບລຽບ, ໃບກວ້າງ 1.5–3 ຊັງຕີແມັດ ແລະ ຍາວ 2–7 ຊັງຕີແມັດ, ແຜ່ນໃບລຽບກ້ຽງທັງສອງດ້ານ, ຫຼັງໃບເປັນສີຂຽວເຂັ້ມ ສ່ວນພື້ນໃບເປັນສີຂຽວອ່ອນ, ເສັ້ນຂະແໜງໃບມີຂ້າງລະ 5–7 ເສັ້ນ. ກ້ານໃບມີຂະໜາດສັ້ນ ຍາວ 2–4 ມີນລີແມັດ, ມີຫູໃບເປັນຮູບສາມຫຼ່ຽມ, ປາຍແຫຼມ, ຍາວ 1.7–3 ມີນລີແມັດ. ດອກເປັນຊໍ່ຊື່ງຈະອອກເປັນຈຸກຕາມຊອກໃບລຽນໄປຕາມກ້ານໃບ, ດອກເປັນດອກດ່ຽວແບບແຍກເພດແຕ່ຢູ່ຕົ້ນດຽວມີໃບປົກຢູ່ດ້ານເທີງ, ດອກມີຂະໜາດນ້ອຍ, ໂດຍດ້ານເທີງຂອງກີ່ງກ້ານຈະເປັນດອກເພດແມ່ ສ່ວນດ້ານລຸ່ມເປັນດອກເພດຜູ້. ດອກເພດຜູ້ຈະມີກາບດອກ 6 ກີບ, ກີບດອກ 6 ກີບເປັນຮູບຈານກົມສີນ້ຳຕານແດງ, ມີເກສອນເພດຜູ້ 3 ອັນ, ກ້ານເກສອນເຊື່ອມຕິດກັນປາຍແຍກເປັນ 3 ແສກ. ສ່ວນດອກເພດແມ່ເຕົ້າໄຂ່ຈະອອກຢູ່ເທີງວົງກີບ, ດອກເປັນສີຂຽວອົມເຫຼືອງໂດຍມີກາບດອກ 6 ກີບ, ຮູບໄຂ່ ຊ້ອນລຽນກັນເປັນ 2 ຊັ້ນ ຊັ້ນລະ 3 ກີບ ແລະ ຈະເປັນສີແດງເຂັ້ມ ຫຼື ສີເຫຼືອງຈຸດປະກາຍສີແດງເຂັ້ມ. ໝາກເປັນຮູບຊົງກົມມີເສັ້ນຜ່າສູນກາງ 1.5–1.8 ຊັງຕີແມັດ ແລະ ຍາວ 1–1.3 ຊັງຕີແມັດ, ອວບໜາ, ລຽບ, ສີຂຽວ, ເມື່ອແກ່ຈະເປັນສີຂຽວ.
. ການຂະຫຍາຍພັນ ຂະຫຍາຍພັນໂດຍການປັກຊໍາ ແລະ ກ້າແກ່ນ
2. ການປູກ
ການປູກໂດຍໃຊ້ກິ່ງປັກຊໍາຫຼືກ້າແກ່ນ ແລະ ຍ້າຍໄປປູກອາຍຸໄດ້ 45-60 ວັນ ໂດຍໃຊ້ໄລຍະປູກ 1 X 2 ແມັດ ແລະ ນໍາຝຸ່ນຄອກທີ່ແຫ້ງດີແລ້ວປະສົມຕອນກຽມດິນປະມານ 1-2 ກິໂລ/ຂຸມ ແລະ ໃສ່ປຸ໋ຍເຄມີ ສູດ 15-15-15 ໃນປະລິມານ 10-12 ກຼາມ/ຂຸມ ຮອງພື້ນຂຸມກ່ອນປູກ ແລະ ເມື່ອຜັກຫວານບ້ານອາຍຸໄດ້ 90 ວັນ ຄວນໃສ່ປຸ໋ຍເສີມສູດ 21-0-0 ໃນປະລິມານ 10-20 ກຼາມ/ຂຸມຈຳນວນ 3ຄັ້ງ/ປີ
3. ການບົວລະບັດ
ການບົວລະບັດຜັກຫວານບ້ານໃຫ້ສາມາດເກັບຍອດໄດ້ດົນໆຈະຕ້ອງໃສ່ຝຸ່ນຄອກຢ່າງນ້ອຍເດືອນລະ 2 ຄັ້ງ ຫຼື ອາດໃສ່ປຸ໋ຍເຄມີລວມນໍາ ໃນຊ່ວງທີ່ອາກາດຮ້ອນຫຼາຍ ຫຼື ເປັນຊ່ວງລະດູແລ້ງຈະຕ້ອງຫົດນໍ້າຕົ້ນຜັກຫວານບ້ານ 3 ເວລາ ຄື ເຊົ້າ,ສວຍ ແລະ ແລງ ເມື່ອຕົ້ນຜັກຫວານບ້ານໃຫ່ຍເກີນໄປກໍ່ສາມາດຕັດແຕ່ງກິ່ງໃໝ່ ແລະ ໃສ່ປຸ໋ຍກໍ່ຈະເຮັດໃຫ້ຕົ້ນຜັກຫວານປົ່ງຍອດໄດ້ເໝືອນເດີ່ມ
4. ພະຍາດ ແລະ ແມງໄມ້ ທີ່ສໍາຄັນມີນ້ອຍ
5. ການເກັບກ່ຽວ
ການເກັບກ່ຽວ ສາມາດເກັບກ່ຽວຜົນຜະລິດໄດ້ຫຼັງຈາກຍ້າຍໄປປູກໄດ້ 60 ວັນ ເມືອເກັບຍອດໄປແລ້ວປະມານ 15 ວັນ ຈະແຕກຍອດໃໝ່ໃຫ້ເກັບໄດ້ຕະຫຼອດປີ
ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ(ໜ້າ57)
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ການປູກຜັກຫວານປ່າ
ຊື່ວິທະຍາສາດ Melientha suavis Pierre, ຕະກຸນ Opiliaceae. ຜັກຫວານປ່າເປັນໄມ້ຟຸ່ມຍືນຕົ້ນສູງປະມານ 5-10 ແມັດອາຍຸຫຼາຍປີກິ່ງ ແລະ ລຳຕົ້ນສີນໍ້າຕານອ່ອນ ໃບສີຂຽວເຂັ້ມຖານໃບເປັນຮູບປິ່ນ ການໃບສັ້ນຊໍ່ດອກເກີດຕາມກິ່ງແກ່ ຫຼືຕາມລຳຕົ້ນທີ່ໃບລົ່ນໄປແລ້ວແຕກກິ່ງກ້ານຄ້າຍຄືດ້ວຍຊໍ່ດອກໝາກມ່ວງຫຼືດອກລໍາໄຍ ດອກມີຂະໜາດນ້ອຍເປັນຕຸ່ມສີຂຽວອັດກັນແໜ້ນເປັນກະຈຸກ ໝາກເປັນໝາກດຽວ ຕິດກັນເປັນພວງ ສ່ວນທີ່ໃຊ້ບໍລິໂພກຄື ຍອດອ່ອນ
1. ການຂະຫຍາຍພັນ ຂະຫຍາຍພັນໂດຍການຕອນກິ່ງ ປັກຊໍາ ແລະ ກ້າແກ່ນ
ການປູກ ແບ່ງໄດ້ 3 ວິທີຄື
1. ການຕອນກິ່ງ ການຕອນກິ່ງຂອງຜັກຫວານປ່າໃຊ້ເວລາດົນຄືປະມານ 3 ເດືອນຜັກຫວານປ່າຈະອອກຮາກສີນໍ້າຕານ ວິທີນີ້ມີຂໍ້ດີຄື ກິ່ງໄດ້ຈະມີຂະໜາດໃຫ່ຍຕາມຄວາມຕ້ອງການ
2. ການປັກຊໍາ ໂດຍການຂຸດໄຫລຜັກຫວານປ່າທີ່ເກີດຈາກຕົ້ນແມ່ຫຼືຕັດຮາກຜັກຫວານປ່າທີ່
ຢູ່ໃນດິນຊຶ່ງເປັນຮາກທີ່ຂະຫຍາຍຈາກຕົ້ນແມ່ເປັນທ່ອນໆຍາວປະມານ 5-6 ນີ້ວນໍາໄປປັກຊໍາປະມານ 1 ເດືອນ ຈະເລີ່ມແຕກກິ່ງ ແລະ ຍອດ
3. ການກ້າແກ່ນ ນໍາແກ່ນພັນຜັກຫວານປ່າທີ່ແກ່ເຕັມທີ່ ຂຸດເນື້ອຫຸ້ມແກ່ນຖີ່ມ ແລະລ້າງ
ນໍ້າໃຫ້ສະອາດແຊ່ນໍ້າເອົາເມັດທີ່ຟູນໍ້າຖີ່ມ ນໍາແກ່ນທີ່ຈົມຂື້ນໃຫ້ສະເດັດນໍ້າຊາວດ້ວຍສານເຄມີປ້ອງກັນເຊື້ອຣານໍາໃສ່ກະດົງຫຼືແຕະ ປົກດ້ວຍເປົ່າປ່ານທີ່ຈຸມນໍ້າພໍປຽກເກັບໄວ້ໃນທີ່ຮົມປະມານ 2-3 ວັນເມື່ອເປືອກແກ່ນເລີ່ມແຕກນໍາໄປກ້າໃນຖົງຢາງບໍ່ຄວນເຈາະກົ້ນຖົງຢາງເພາະຮາກຈະຢັ່ງລົງດິນຍັນແກ່ນໃຫ້ຈມສະເໝີໜ້າດິນ ນໍາໄປໄວ້ໃນຮົມເງົາເພື່ອພາງແສງອດດ 40-50% ເມື່ອຜັກຫວານປາອາຍຸ 2 ເດືອນເຄິ່ງຕົ້ນຜັກຫວານປ່າຈະສູງປະມານ 5-10 ຊມ ໃສ່ປຸ໋ຍສູດ 15-15-15 ປະສົມນໍ້າຊີດພົ່ນທຸກ 2 ອາທິດ ເມື່ອເບ້ຍຜັກຫວານປ່າອາຍຸໄດ້ 3-4 ເດືອນສາມາດຍ້າຍໄປປູກໄດ້ ໃນຊ່ວງນີ້ຫົດນໍ້າໃຫ້ນ້ອຍລົງ ແລະ ໃຫ້ເບ້ຍໄດ້ຮັບແສງແດດທີ່ເພີ່ມຂື້ນເທື່ອລະນ້ອຍ ສະລາຍປຸ໋ຍໂປແຕສຊຽມໄນເຕຮຄວາມເຂັ້ມຂຸນບໍ່ເກີນ 2% ຫົດນໍ້າເບ້ຍກ່ອນຍ້າຍໄປປູກປະມານ 2 ອາທິດຄວນກຽມຂຸມປູກໃນຊ່ວງເດືອນເມສາໂດຍຂຸດຂຸມປູກຂະໜາດ 20X20X50 ຊມ ລະຍະປູກ 2X2 ແມັດ ຮອງພື້ນຂຸມດ້ວຍຝຸ່ນຄອກຄົນໃຫ້ເຂົ້າກັບດິນຈີກຖົງກ້າເບ້ຍອອກລະວັງຢ່າໃຫ້ດິນແຕກ ແລະ ຮາກຂາດວາງງເບ້ຍຜັກຫວານລົງແຕ່ໃຫ້ເບ້ຍຜັກຫວານສູງກວ່າປາກຂຸມປະມານ 5 ຊມ ແລ້ວພວນດິນປັກໂຄບໂດຍຮອບ ໃນໄລຍະປີທຳອິດບໍ່ຄວນໃຊ້ສຽມຂຸດພວນດິນອ້ອມຕົ້ນ
2. ການບົວລະບັດ
– ການກຳຈັດວັດສະພືດ ໃຊ້ວິທີລົກຫຼືພ້າຟັນໃຫ້ກ້ຽງ ເມື່ອຜັກຫວານປ່າຈະເລີນເຕີບໂຕເຕັມທີ່ກໍ່ເລີ່ມຕັດແຕ່ງໂດຍຫັກປາຍກິ່ງແຂນຖີ່ມໃຫ້ເຫຼືອຍາວປະມານ 15-20 ຊມ ແລະ ຫູດໃບແກ່ບາງສ່ວນຖີ່ມໃຫ້ເຫຼືອຕິດກິ່ງລະ 3-4 ໃບ
– ການຫົດນໍ້າ ໃນຊ່ວງຕົ້ນລະດູຝົນຜັກຫວານປ່າຈະໄດ້ນໍ້າຈາກນໍ້າຝົນທຳມະຊາດ ແຕ່ຖ້າຝົນທິ້ງຊ່ວງຕ້ອງມີການຫົດນໍ້າໃນໄລຍະທຳອິດຂອງການປູກໃໝ່ ຫຼືໃນລະດູແລ້ງໂດຍຫົດນໍ້າອາທິດລະ 1-2 ຄັ້ງພໍໃຫ້ດິນຊຸມຢ່າໃຫ້ດິນປຽກຫຼາຍ ຜັກຫວານປ່າບໍ່ມັກນໍ້າພໍປານໃດ
– ການໃສ່ຝຸ່ນ ຫຼັງປູກຜັກຫວານປ່າໄດ້ 3-4 ເດືອນໃຫ້ໃສ່ປຸ໋ຍເຄມີສູດ 15-15-15 ໃນປະລິມານ 10-15 ກຼາມ/ຕົ້ນ ຫ່າງໂຄນຕົ້ນປະມານ 10-15 ຊມ ໂຮຍທັບດ້ວຍຝຸ່ນຄອກແລ້ວເອົາດິນຖົມ ການໃສ່ປຸ໋ຍໃນຊ່ວງປີທຳອິດຈະໃສ່ປຸ໋ຍສູດ 15-15-15ລວມກັບຝຸ່ນຄອກ 4 ເດືອນ/ຄັ້ງ ເພີ່ມປະລິມານປຸ໋ຍຕາມຂະໜາດຂອງຕົ້ນຜັກຫວານປ່າ ເມື່ອເຂົ້າສູ່ປີທີ່ 2 ຈະໃສ່ປຸ໋ຍສອງຄັ້ງ ຊຶ່ງຊ່ວງຕົ້ນລະດູຝົນປະມານເດືອນມິຖຸນາ ແລະ ທ້າຍລະດູຝົນປະມານເດືອນກັນຍາ-ເດືອນຕຸລາ ໂດຍໃສ່ປຸ໋ຍເຄມີສູດ 15-15-15ໃນປະລິມານ 50 ກຼາມ/ຕົ້ນ ໂຮຍທັບດ້ວຍຝຸ່ນຄອກ 1-3 ໃນຊ່ວງທີ່ຕົ້ນຜັກຫວານປ່າທີ່ສົມບູນຈະມີຄວາມສຸງສະເລ່ຍປະມານ 1 ແມັດ
3. ການເກັບກ່ຽວ
ເມື່ອຜັກຫວານປ່າອາຍຸ 3 ປີ ຈະເລີ່ມໃຫ້ຜົນຜະລິດຕັດຍອດອ່ອນທີ່ແຕກອອກມາຍາວປະມານ 15-25 ຊມ ກໍ່ສາມາດເກັບຍອດໄປຈໍາໜ່າຍໄດ້ ໂດຍເກັບໃນຕອນເຊົ້າໄປຫາທ່ຽງ ເພາະວ່າຖ້າເກັບໃນຕອນແລງອາກາດຈະຮ້ອນຫຼາຍເຮັດໃຫ້ຍອດຜັກຫວານແຫ່ວງໍບໍ່ສົດຊືນ
ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ(ໜ້າ60-61)
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ການປູກຫຍ້າສວນຄົວ
I ຈຸດປະສົງຂອງການປູກຫຍ້າສວນຄົວ
1. ເພື່ອຕອບສະໜອງອາຫານສັດໃຫ້ມີກີນພຽງພໍຕະຫຼອດປີໃນກໍລະນີບໍ່ມີເນື້ອທີ່ພຽງພໍໃນການລ້ຽງສັດ
2. ເປັນອາຫານເສີມໃນເວລາສັດມາແຫຼ່ງ(ເຂົ້າຄອກ)
3. ເພື່ອຮັບໃຊ້ການລ້ຽງງົວ ຄວາຍແບບທອມສັດຂາຍ
II ຜົນປະໂຫຍດຂອງການປູກຫຍ້າສວນຄົວ
1. ຊ່ວຍບັນເທົ່າການຂາດແຄນອາຫານໃນຍາມສັດໃຊ້ແຮງງານລາກແກ່
2. ໃນຍາມສຸກເສີນ ສັດເຈັບໄປຊອກຫາອາຫານເອງບໍ່ໄດ້ ແລະ ສັດແມ່ອອກລູກໃໝ່
3. ເຂດທີ່ມີການຜະລິດກະສິກຳຫຼາຍບ ເນື້ອທີ່ຖືກຈຳກັດ ເຂດເຮັດນາ 2 ລະດູ ເຂດປູກພືດສິນຄ້າ ແລະ ໄມ້ອຸສາຫະກຳເປັນຄົ້ນ
ເມື່ອເປັນເຊັ່ນນັ້ນ ຊາວກະສິກອນຜູ້ທີ່ມີສັດລ້ຽງ ຫຼື ຍາກລ້ຽງສັດ ຄວນປູກຫຍ້າສວນຄົວເພາະເປັນຊ່ອງທາງທີ່ດີໃນການແກ້ໄຂບັນຫາ ການຂາດແຄນອາຫານສັດ ໂດຍສະເພາະອາຫານສັດ ຖ້າໃນເຂດທີ່ມີຊົນລະປະທານ ແລະ ແຫຼ່ງນໍ້າເຮົາກໍ່ສາມາດປູກຫຍ້າສວນຄົວໄດ້ດີ ແລະ ສາມາດນໍາໃຊ້ໄດ້ຕະຫຼອດປີ
III ຜົນຜະລິດ
ຫຍ້າສວນຄົວສາມາດໃຫ້ຜົນຜະລິດສູງເຊັ່ນ ຫຍ້າກີນິ ຕາມການວັດແທກໃນ 1 ໄລ່ສາມາດໃຫ້ຜົນຜະລິດເຖີງ 5-6 ໂຕນ ແລະ ສາມາດລ້ຽງງົວໄດ້ 3-5 ໂຕ ຖ້າເຮົາມີລະບົບການຫົດນໍ້າທີ່ດີໃນຍາມແຫ້ງກໍ່ສາມາດຍົກຜົນຜະລິດຂອງຫຍ້າໃຫ້ສູງຂື້ນ ແລະ ສາມາດລ້ຽງງົວໄດ້ຫຼາຍເຖີງ 10 ໂຕ່ນ/ໄລ່ ຫຍ້າເນເປຍ ໃຫ້ຜົນຜະລິດສູງ 15-30 ໂຕ່ນ/ໄລ່ ຕັດຄັ້ງທຳອິດພາຍຫຼັງປູກໄດ້ 45 ວັນ ແລະຕັດຄັ້ງຕໍ່ໆໄປ 21 ວັນ ພາຍຫຼັງທີ່ຕັດຈະຕ້ອງໄດ້ຫົດນໍ້າ ແລະ ໃສ່ຝຸ່ນຈະຊ່ວຍເຮັດໃຫ້ຫຍ້າມີຄວາມຈະເລີນເຕີບໂຕໄວ ແລະ ໃຫ້ຜົນດີ ຫຍ້າເນເປຍເພາະສຳລັບໃຊ້ປູກເພື່ອຕັດໃຫ້ກີນຮູບແບບການລ້ຽງແບບທອມ
VI ພັນຫຍ້າທີ່ເໝາະສົມໃນການປູກຫຍ້າສວນຄົວ
ເປັນເນື້ອທີ່ໃກ້ບ້ານເພື່ອສະດວກໃນການບົວລະບັດຮັກສາ ແນວພັນຫຍ້າທີ່ນຳມາປູກຄວນເປັນແນວພັນທີ່ມີຄວາມຈະເລີນເຕີບໂຕໄວໃຫ້ປະລິມານຫຍ້າຂຽວຫຼາຍທົນທານຕໍ່ຄວາມແຫ້ງແລ້ງໃຫ້ຄຸນຄ່າທາງດ້ານອາຫານສູງທັ້ງເປັນຫຍ້າປະເພດຢືນຕົ້ນ. ມີຫຼາຍແນວພັນຫຍ້າທີ່ເໝາະສົມແຕ່ສຳລັບຢູ່ລາວເຮົາແລ້ວຄວນປູກຫຍ້າກີນິ,ຫຍ້າເນເປຍ:ຫຍ້າມູລາໂຕ:ແກມບາ ແລະ ຖົ່ວສະໄຕໂລ
V ການກະກຽມພື້ນທີ່
ມີຫຼາຍວິທີການຂື້ນກັບພື້ນທີ່ ແລະ ເງືອນໄຂຂອງຜູ້ປູກມີດັ່ງນີ້:
1. ກຽມດ້ວຍແຮງງານຄົນ ເຊັ່ນ ມີການເສຍຫຍ້າແລ້ວໃຊ້ຈົກຂຸດເປັນແຖວປູກ
2. ໃຊ້ແຮງງານສັດໄຖຄາດ
3. ໃຊ້ແຮງງານກົນຈັກໄຖຄາດ
IV ວິທີປູກ
ການປູກຫຍ້າສວນຄົວເຮົາຄວນປະຕິບັດດັ່ງນີ້: ຄວນກຽມດິນເປັນໜານກ້າເບ້ຍ ຫຼັງຈາກເບ້ຍຫຍ້າມີອາຍຸປະມານ 30 ວັນແລ້ວເຮົາສາມາດຫຼົກເອົາມາປູກໃສ່ເນື້ອທີ່ທີ່ເຮົາກຽມໄວ້ ຫຼື ຂຸດເອົາເຫົ້ງາຂອງຫຍ້າກີນິເຄີຍປູກມາກ່ອນ ແລ້ວມາແບ່ງປູກເປັນແຖວຫ່າງກັນຕາມໃຈມັກ ຄວນປູກຈຳພວກຕະກຸນຖົ່ວອື່ນໆປະປົນໃສ່ຍິ່ງເປັນການດີ ເມື່ອເວລາກ່ຽວຫຍ້າໃຫ້ສັດກີນເຮົາອາດກ່ຽວຈຳພວກຖົ່ວປົນໃຫ້ສັດກີນ ແລະ ຈະເຮັດໃຫ້ມີຄຸນຄ່າອາຫານດີຂື້ນ
VI ການບົວລະບັດ
ເນື່ອງຈາກເວລາຍັງນ້ອຍການຈະເລີນເຕີບໂຕຊ້າ ວັດສະພືດຈະປົກຄຸມໄວກວ່າ ແລະ ຍາດເອົາທາດອາຫານຫຼໍ່ລ້ຽງຈາກຫຍ້າໄປ ສຸດທ້າຍຫຍ້າຈະເກີດຂື້ນບໍ່ໄດ້ ແລະ ຕາຍ. ດັ່ງນັ້ນໃນຊ່ວງເວລານີ້ຈຳເປັນຕ້ອງໄດ້ເສຍຫຍ້າເມື່ອາຍຸໄດ້ 45 ວັນ- 2 ເດືອນຫຼັງເສຍຫຍ້າແລ້ວຈະຕ້ອງໃສ່ຝຸ່ນເພື່ອການຈະເລີນເຕີບໂຕໄວບໍ່ໃຫ້ວັດສະພືດແຊກແຊງໄດ້ ອາດຈະໃສ່ຝຸ່ນຄອກປະມານ 300-500 ກລ/ໄລ່ ຫຼື ໃສ່ປຸ໋ຍວິທະຍາສາດ(46-0-0) 50-100 ກລ/ໄລ່
– ການຄຸ້ມຄອງ ແລະ ການນໍາໃຊ້
ການຄຸ້ມຄອງ ແລະ ການນໍາໃຊ້ເປັນອດປັດໃຈອັນສຳຄັນທີ່ພວກເຮົາຈະຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ ຖ້າບໍ່ມີການຄຸ້ມຄອງເປັນຢ່າງດີທົ່ງຫຍ້າກໍ່ຈະຖືກທຳລາຍ ສຳລັບຫຍ້າກີນິ ຫຼັງຈາກປູກແລ້ວຫຍ້າຈະປົ່ງໃບໄວໃນເວລາປະມານ 45 ວັນ ເຮົາກໍ່ສາມາດຕັດຫຼືກ່ຽວໃຫ້ສັດກິນ ແຕ່ບໍ່ຄວນປະໃຫ້ຫຍ້າແກ່ເກີນຄວນເພາະຫຍ້າແກ່ລໍາຕົ້ນຈະເປັນຂໍ້ແບບລຳອ້ອຍ ຫຼື ກົກເລົາ ລໍາຕົ້ນແຂງສັດກິນບໍ່ໄດ້. ດັ່ງນັ້ນເຮົາຄວນຕັດເລື້ອຍໆໃນເວລາຕັດຫ່າງກັນຢ່າງໜ້ອຍ 1 ອາທິດ.ເພື່ອໃຫ້ຫຍ້າໄດ້ຈະເລີນເຕີບໂຕດີ ແລະ ບໍ່ຄວນຕັດຕໍ່າກວ່າ 20 ຊມ. ຖ້າຕັດຕໍ່າຫຼາຍຫຍ້າຈະບໍ່ປົ່ງໄດ້ດີຮ້າຍແຮງໄປກວ່ານັ້ນຫຍ້າອາດຕາຍເລີຍກະເປັນໄປໄດ້. ເພື່ອໃຫ້ມັນຄົງຕົວ ແລະ ຍາວນານເຮົາບໍ່ຄວນນຳເອົາສັດເຂົ້າໄປລາມໃສ່ເພາະສັດຈະຢຽບຢໍ່າໂອກາດຫຍ້າຈະປົ່ງໄດ້ຫຍາກ. ຖ້າເປັນຫຍ້າເນເປຍເຮົາສາມາດປູກດ້ວຍທ່ອນມັນໄດ້ແຕ່ຕ້ອງໄດ້ມີການກະກຽມດິນເສຍກ່ອນທ່ອນພັນເມື່ອກະກຽມແລ້ວຄວນປູກທັນທີ່ບໍ່ຄວນປະໄວ້ຫຼາຍມື້ເພາະຈະເຮັດໃຫ້ການແຕກຮາກ ແລະ ຕາບໍ່ສູງເວລາຕັດໃຫ້ສັດກິິນບໍ່ຄວນຕັດສູງຈາກໜ້າດິນເກີນ 10 ຊມ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສູນຄົ້ນຄ້ວາການລ້ຽງສັດ
ໝວດໝູ່: ການປູກພືດອາຫານສັດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ການປູກໝາກຂີ້ຫູດ
ໝາກຂີ້ຫູດ ຊື່ວິທະຍາສາດ, ວົງຕະກຸນ: Citrus hystrix DC. / Rutaceae . ຕົ້ນໝາກຂີ້ຫູດເປັນຕົ້ນໄມ້ຂະໜາດນ້ອຍ ສູງປະມານ 2–8 ແມັດ, ເປືອກຕົ້ນລຽບສີນ້ຳຕານ, ມີໜາມແຫຼມຕາມກີ່ງກ້ານ. ໃບ ເປັນໃບເປັນໃບປະກອບທີ່ມີໃບຍ່ອຍໃບດ່ຽວອອກລຽງສະຫຼັບ. ປາຍໃບ ແລະ ໂຄນໃບມົນ, ຂອບໃບລຽບ, ແຜ່ນໃບລຽບເປັນມັນສີຂຽວເຂັ້ມ, ມີຕ່ອມນ້ຳມັນຢູ່ຕາມຜີວໃບມີກິ່ນຫອມສະເພາະ, ກ້ານໃບມີປີກຄ້າຍໃບ. ດອກອອກເປັນຊໍ່ຕາມຊອກໃບຢູ່ປາຍກີ່ງ, ດອກສີຂາວມີກີບລ້ຽງ 5 ກີບ, ກີບດອກມີ 5 ແສກ, ໂຄນກີບດອກຕິດກັນ. ໝາກເປັນຮູບຊົງກົມ ຫຼື ຮູບໄຂ່, ໂຄນໝາກຮຽວເປັນຈຸກ ຜີວໝາກເປັນປູດ ມີຕ່ອມນ້ຳມັນ, ໝາກອ່ອນສີຂຽວເຂັ້ມ ເມື່ອສຸກເປັນສີເຫຼືອງມີຣົດສົ້ມ. ແກ່ນກົມຮີສີຂາວ ມີແກ່ນຫຼາຍ.
I. ການຂະຫຍາຍພັນ
ສາມາດເຮັດໄດ້ໂດດຍການກ້າແກ່ນ,ຕອນງ່າ ແລະ ທາມງ່າ ໝາກຂີ້ຫູດມັກດິນປົນຊາຍທີ່ມີການລະບາຍນໍ້າໄດ້ດີ ມັກແດດປານກາງຫາແດດກ້າ ລະຍະປູກ 5X5 ແມັດໂດຍຂຸດຂຸມປູກປະມານ 50 x 50 x50 ຊມ ຮອງພື້ນດ້ວຍຝຸ່ນຄອກ ຫຼື ຝຸ່ນໝັກ ນໍາເບ້ຍປູກລົງໃນຂຸມທີ່ກຽມໄວ້ ຫຼັງຈາກນັ້ນກົດດິນໃຫ້ແໜ້ນພໍສົມຄວນແລ້ວຫົດນໍ້າໃຫ້ຊຸ່ມ ຄວນພາງແດດໃຫ້ເບ້ຍໃນໄລຍະທຳອິດ ນິຍົມປູກໃນລະດູຝົນ ໝັ້ນຕັດແຕ່ງງ່າເພື່ອຈະໃຫ້ງ່າແຕກອອກມາໃໝ່ເມື່ອຕ້ອງການໃຫ້ອອກດອກ ແລະ ໝາກໃຫ້ໃສ່ປຸ໋ຍສູດ 8-24-24 ໂດຍງົດນໍ້າກ່ອນໃສ່ປຸ໋ຍເລັ່ງດອກປະມານ 1 ເດືອນ ການເກັບໃບມັກຕັດທັ້ງຍອດເມື່ອໃບງ່າກາງເຕັ້ມທີ່ ສ່ວນໝາກເກັບເມື່ອໝາກໃຫ່ຍເຕັມທີ່.
II. ວິທີການປູກໝາກຂີ້ຫູດ
1. ພັນຂອງໝາກຂີ້ຫູດແບ່ງໄດ້ເປັນ 2 ຊະນິດຄື ໝາກຂີ້ຫູດພັນພື້ນເມືອງທີ່ມີມາດົນແລ້ວ ລັກສະນະໝາກຈະເປັນໝາກໃຫ່ຍ,ຜິວຂກະຕູດກະຕີດ ແລະ ພັນທີ່ມີລັກສະນະຜິວບໍ່ກະຕູດກະຕີດໝາກຈະນ້ອຍກວ່າພັນພື້ນເມືອງ.
2. ການກຽມດິນ ການປູກໝາກຂີ້ຫູດຕ້ອງມີການກຽມດິນຄືພືດໄມ້ໃຫ້ໝາກທົ່ວໆໄປເພາະເປັນພືດອາຍຸຍືນຢູ່ໄດ້ຫຼາຍປີ ໂດຍເລີ່ມຈາກການໄຖດິນ ເຮັດຮ່ອງປ່ອຍນໍ້າຂະໜາດຄວາມກ້ວາງຂອງຮ່ອງ 2,5-3 ແມັດ ຂຸດຂຸມກວ້າງ,ຍາວ,ເລີກປະມານ 50 x 50 x50 ຊມໃສ່ຝຸ່ນຄອກ ແລະ ປຸ໋ຍເຄມີ 15-15-15 ໃນອັດຕາສ່ວນ 1ຂີດ/ຂຸມ ຫຼືອາດຈະປູກແບບບໍ່ຕ້ອງຍົກຮ່ອງຫຼັງຈາກກຽມດິນແລ້ວໃຊ້ໄລຍະປູກລະຫວ່າງຕົ້ນ 2,5-3 ແມັດ ລະຫວ່າງແຖວ 2,5-3 ແມັດ ຂະໜາດຂຸມ ແລະ ທຳການໃສ່ຝຸ່ນຄືກັນຫົກນໍ້າໃຫ້ຊຸ່ມກ່ອນປູກ.
3. ການກຽມງ່າ ຫຼື ພັນ ທີ່ນິຍົມສາມາດກຽມໄດ້ 2 ວິທີ ການຕອນໂດຍການຕອນງ່າພັນ ແລະ ນໍາມາຊໍາໃນຖົງຊໍາເພື່ອໃຫ້ງ່າແຂງແຮງ ຂໍ້ດີຄື ໃຫ້ຜົນຜະລິດໄວ ຂໍໍ້ເສຍ ຄື ບໍ່ທົນຕໍ່ລົມ ແລະ ຂະຫຍາຍພັນໂດຍການກ້າແກ່ນ ຂໍ້ດີຄື ຈະຢູ່ໄດ້ດົນບໍ່ລົ້ມງ່າຍເພາະມີຮາກແກ້ວແຕ່ຂໍ້ເສຍຈະມີອາຍຸຫຼາຍປີກວ່າຈະເກີດໝາກ ແລະ ສາມາດຕັດງ່າ ແລະ ໃບຂາຍໄດ້.
4. ການປູກໝາກຂີ້ຫູດ ຫຼັງຈາກກຽມດິນຂຸດຂຸມແລ້ວຫົດນໍ້າໃຫ້ຊຸ່ມນໍາງ່າພັນຫຼືຕົ້ນພັນວາງກາງຂຸມທີ່ຂຸດປົ່ນຝຸ່ຍຄອກ ແລະ ປຸ໋ຍເຄມີແລ້ວໃຊ້ດິນປົກໃຫ້ຖົມຮາກ ແລະ ສະເໜີປາກຂຸມປັກໄມ້ມັດເຊືອກຍືດກັນລົ້ມ ຫົດນໍ້າໃຫ້ຊຸ່ມ.
III. ການເກັບກ່ຽວ
ຊາວກະສິກອນທີ່ປູກໝາກຂີ້ຫູດເປັັນການຄ້າ ແລະ ການຕອນງ່າ ແລະ ຂາຍໃບ ເລີ່ມເກັບໄດ້ເມື່ອມີອາຍຸ 2-3 ປີ ແລະ ຈະຕັດງ່າໂດຍຮັກສາໃຫ້ເປັນຟຸ່ມໄປເລື້ອຍໆ ສ່ວນທີ່ຈະຕ້ອງເກັບໝາກຂາຍຈະເລີ່ມເກັບເມື່ອໝາກຂີ້ຫູດມີອາຍຸ 3-4 ປີຂື້ນໄປ.
IV. ພະຍາດ
ໝາກຂີ້ຫູດບໍ່ຄ່ອຍມີບັນຫາເລື້ອງພະຍາດແມງໄມ້ ທີ່ສຳຄັນ ຄື ໜອນຊອນໃບ,ໜອນແກ້ວ,ໜອນມວນໃບ,ເພ້ຍໄຟ ປ້ອງກັນກຳຈັດໂດຍການພົ່ນສານເຄມີ ອະມາເມັກຕິນ ,ພໍສ໌ ແລະ ໄຊເປີ້ຮ໌ເມທຣິນ
ຮຽບລຽງໂດຍ : ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ທອງຢູ່ ອຸ່ນວົງສ໌ https://rakbankerd.com/agriculture/page.php?id=6811&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ການປູກໝາກຂຽບ
ການປູກໝາກຂຽບ
ໝາກຂຽບຊື່ວິທະຍາສາດ: Annona squamosa L. ວົງຕະກຸນ: Annonaceae ໝາກຂຽບລຳໄມ້ຢືນຕົ້ນ, ປະເພດຟຸ່ມຂະໜາດນ້ອຍ, ສູູງ 2–6 ແມັດ, ລຳຕົ້ນກ້ຽງສີນ້ຳຕານອ່ອນຫາສີຂຽວໝົ່ນ. ໃບ ແມ່ນໃບປະເພດດ່ຽວ, ສັບຊ້ອນແບບສະຫຼັບຈັບຢູ່ຕາມກິ່ງ ແລະ ງ່ານ້ອຍ. ໃບມີຮູບຍາວປາຍແຫຼມ, ແຄມເນື້ອໃບກ້ຽງ, ຍາວ 1–15 ຊັງຕີແມັດ, ກວ້າງ 3–6 ຊັງຕີແມັດ, ໃບເບື້ອງເທີງມີສີຂຽວເຂັ້ມ, ເບື້ອງລຸ່ມມີສີຂຽວອົມສີຟ້າ. ກ້ານໃບສັ້ນ, ມີຂະໜາດ 1–2 ຊັງຕີແມັດ, ມີຮູບກົມ, ກົກຂອງກ້ານໃບອອກສີຂຽວເຂັ້ມ. ດອກ ແມ່ນດອກປະເພດດ່ຽວ, ຢູ່ໂດດດ່ຽວ ຫຼື ຢູ່ຈຸ້ມກັນ, ອອກສີເຫຼືອງອົມຂຽວ, ແມ່ນດອກປະເພດ 3 ແລະ ມີເພດຮ່ວມຈັບຢູ່ຕາມກິ່ງແກ່, ງ່ານ້ອຍ ຫຼື ຈັບຢູ່ຈຸດໃດຈຸດໜຶ່ງຂອງລຳຕົ້ນ, ດອກຢ່ອນ ແລະ ປິ່ນປາກລົງລຸ່ມ. ກາບດອກນ້ອຍຫຼາຍ ສ່ວນກີບດອກຍາວ ແລະ ໜາ, ຂ້າງໃນ ແລະ ຂ້າງນອກຂອງກີບດອກມີຂົນບົ່ວແຈກຢາຍຢູ່ຫ່າງໆ. ເຕົ້າໄຂ່ ແລະ ເກສອນມີຈຳນວນຫຼາຍ. ໝາກ ແມ່ນປະເພດໝາກເນື້ອ, ແມ່ນໝາກທີ່ສັບສົນ, ມີເນື້ອສີຂາວ ແລະ ມີແກ່ນຫຼາຍ. ໃບ ແລະ ໝາກດິບມີກິ່ນຂີວພືດນີ້ບັນຈຸອານກາໂລອີດຈຳນວນໜຶ່ງເຊັ່ນ: ອາໂນນາອີນ (Anonaine), ຮີເຊນາມີນ (Hyenamine), ເຣຕີກຸຍລີນ (Reticuline) ແລະ ທາດທີ່ໃຫ້ກິ່ນໃນລັກສະນະນ້ຳມັນລະເຫີຍຈຳນວນໜຶ່ງ.
1. ວິທີການປູກ
ຄວນປູກໃນຊ່ວງລະດູຝົນ, ຄວນຂຸດຂຸມໃຫ້ມີຂະໜາດກ້ວງ ຍາວ ແລະ ເລີກປະມານ 50 ຊມ, ປະສົມດິນ ຝຸ່ນຄອກຈຳນວນ 5 ກິໂລ ແລະ ປຸ໋ຍຮ໊ອດຟອສເຟຕຈຳນວນ 5 ກິໂລ ປະມານ 500 ກະລຼາມຄົນໃຫ້ເຂົ້າກັນໃນຂຸມສູງປະມານ 2 ໃນ 3 ຂອງຂຸມ, ຍົກຖົງກ້າເບ້ຍວາງໃນຂຸມໂດຍໃຊ້ລະດັບຂອງດິນໃນຖົງຂອງສູງກວ່າລະດັບດິນປາກຂຸມເລັກນ້ອຍ, ໃຊ້ມິດທີ່ຄົມປາດຖົງຢາງຈາກກົ້ນຖົງຂື້ນມາເຖີງປາກຖົງທັ້ງ 2 ດ້ານ(ຊາຍ ແລະ ຂວາ), ດຶງຖົງຢາງອອກໂດຍລະວັງຢ່າໃຫ້ດິນແຕກ, ປົກດິນທີ່ເຫຼືອໃນຂຸມ, ຍັ້ນດິນບໍລິເວນໂຄນຕົ້ນໃຫ້ແໜ່ນ, ປັກໄມ້ຫຼັກ ແລະ ມັດເຊືອກຍຶດເພື່ອປ້ອງກັນລົມພັດ, ຫາວັດສະດຸປັກດິນບໍລິເວນໂຄນຈົ້ນເຊັ່ນເຟືອງ ແລະ ຫຍ້າແຫ້ງ, ຫົດນໍ້າໃຫ້ຊຸ່ມ, ເຮັດຮົ່ມເງົາເພື່ອຊ່ວຍພາງແສງແດດ, ລະຍະປູກ 3 x 3 m ຈຳນວນ150 ຕົ້ນຕໍ່ໄລ່.
2. ການບົວລະບັດຮັກສາ
– ການໃສ່ຝຸ່ນ
1 ຕົ້ນທີ່ຍັງບໍ່ໃຫ້ຜົນຜະລິດໃສປຸ໋ຍເຄມີສູດ 15-15-15 ອັດຕາ 0,5ກິໂລ/ຕົ້ນ/ປີແບ່ງໃສ່ 2-3 ຄັ້ງ
2 ຕົ້ນທີ່ໃຫ້ຜົນຜະລິດແລ້ວແບ່ງການໃສ່ປຸ໋ຍດັ່ງນີ້
ບຳາລູງຕົ້ນ ໃຊ້ປຸ໋ຍເຄມີ 15-15-15
ລະຍະສ້າງຕາດອກໃຊ່ປຸ໋ຍເຄມີ 8-24-24
ບໍາລຸງໝາກໃຊ້ປຸ໋ຍເຄມີ 15-15-15
ປັບປຸງຄຸນນະພາບໃຊ້ປຸ໋ຍເຄມີ 13-13-21
ປະລິມານປຸ໋ຍທີ່ໃຊ້ຂື້ນຢູ່ກັບຕົ້ນ ແລະ ຜົນຜະລິດ ຊຶ່ງອັດດຕາທີ່ໃຊ້ຢູ່ລະຫວ່າງ 2-4 ກິໂລ/ຕົ້ນ/ປີ
ການຫົດນໍ້າ ໃນໄລຍະປູກໃມ່ຈຳເປັນຕ້ອງໃຫ້ນໍ້າສະໝໍ່າສະເໝີ ຈະຊ່ວຍໃຫ້ມາກຂຽບຈະເລີນເຕີບໂຕໄດ້ໄວ ຈຳນວນລອດຕາຍສູງໝາກຂຽບເລີ່ມຈັບໝາກໃນປີທີ 2 ການຫົດນໍ້າແກ່ຕົ້ນໝາກຂຽບສະໝໍ່າສະເໝີຈະເຮັດໃຫ້ຈະໜາດຂອງໝາກໃຫ່ຍ ແລະ ຄຸນນະພາບຂອງຜົນຜະລິດດີ
3. ການປະຕິບັດອື່ນໆ
ໝາກຂຽບໃຫ້ໝາກໃນໄລຍະ 2-3 ປີ ທຳອິດ ບໍ່ຈຳເປັນຕ້ອງຕັດແຕ່ງກິ່ງເພາະຍັງໃຫ້ມາກຂະນາດໃຫ່ຍຢູ່ຈະຕ້ອງຕັດແຕ່ງແດ່ກໍ່ເປັນກິ່ງທີ່ສູງເກີນໄປ ກິ່ງຫັກ ກິ່ງແກ່ ກິ່ງບໍ່ສົມບູນສ່ວນການຕັດແຕ່ງກິ່ງຄັ້ງໃຫ່ຍແຕ່ເລີ່ມຕັດແຕ່ງກິ່ງເມື່ອໝາກຂຍບອາຍຸປະມານ 4-8 ປີຊຶ່ງຕົ້ນຈະເລີ່ມແກ່ ໝາກນ້ອຍ ຮູບຮ່າງບໍ່ດີ ທັງນີ້ຂື້ນຢູ່ກັບຄວາມສົມບູນຂອງຕົ້ນ ແລະ ບຳລຸງຮັກສາເປັນສຳຄັນ
ການປ້ອງກັນຈຳຈັດສັດຕູພືດ
1. ໄລຍະແຕກໃບອ່ອນສັດຕູພວກໜອນກິນໃບປ້ອງກັນດ້ວຍການພົ່ນສານຄາຣ໌ບາຣິລ
2. ໄລຍະອອກດອກສັດຕູກັດກິນດອກອ່ອນປ້ອງກັນໂດຍການພົ່ນສານາຣ໌ບາຣິລ
3. ລະຍະໝາກຈັບພະຍາດມັ່ນມີ່ປ້ອງກັນໂດຍການພົ່ນສານແຄບແທນໄດເທນເອັມ 45 ໂຟລິດຄອນ ແລະ ເພ້ຍແປ້ງປ້ອງກັນໂດຍການພົ່ນສານຄລອໄພຮິຟອສ ປະສົມໄຊເປອຮ໌ເມທຣິນ
4. ການປະຕິບັດຫຼັງການເກັບກ່ຽວ
1. ດັດສະນີການເກັບກ່ຽວໝາກຂຽບຈະເກັບກ່ຽວໄດ້ປະມານ 110-120 ວັນຈາກດອກບານໂດຍສັງເກດຮ່ອງຕາໝາກຂຽບເລີ່ມຫ່າງ ແລະ ສີຮ່ອງຕາເຂັ້ມ ຜີວຈະປ່ຽນຈາກສີຂຽວອົມເຫຼືອງ ສຳລັບໝາກຂຽບໜັງຈະປ່ຽນເປັນສີມ່ວງ
2. ການເກັບກ່ຽວ ໂດຍໃຊ້ມືປິດໝາກຕິດຂັ້ວ ຖ້າວ່າຢູ່ສູງຈະໃຊ້ໄມ້ງ່າມແມນລົງມາໃສ່ກະຕ່ານຳມາຄັດໝາກບັນຈຸດໝາກໃສ່ພາສະນະບັນຈຸຊຶ່ງສ່ວນໃຫ່ຍໃຊ້ກະຕ່າສານດ້ວຍໄມ້ໄຜ່ໂດຍຮອງກົ້ນດ້ວຍໃບຕອງ
3. ອາຍຸການເກັບຮັກສາ ຫຼັງຈາກຂົນສົ່ງໝາກຂຽບສົ່ງຕະຫຼອດຜົນຜະລິດຈະເລີາມສຸກຂື້ນຢູ່ກັບຄວາມແກ່ຂອງໝາກຂຽບທີ່ເກັບປົກກະຕິອາຍຸການວາງຂາຍຜົນຜະລິດຈະຢູ່ລະຫວ່າງ 3-5 ວັນ
ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: http://www.doae.go.th
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ການປູກໝາກນາວໃນອ່າງສີມັງ
ໝາກນາວຊື່ວິທະຍາສາດ: Citrus aurantiifolia (Christm.) Swingle . ວົງຕະກຸນ Rutaceae.ໝາກນາວ ເປັນໄມ້ຟຸ່ມ ສູງ 2–4 ແມັດ, ກີ່ງອ່ອນມີໜາມແຫຼມ, ເປືອກຕົ້ນລຽບສີນ້ຳຕານປົນເທົາ, ໃບເປັນໃບປະສົມອອກສະຫຼັບ, ມີໃບຍ່ອຍໃບດຽວເປັນຮູບໄຂ່ ຫຼື ຮູບຂອບຂະໜານ, ກວ້າງ 3–5 ຊັງຕີແມັດ, ຍາວ 4–8 ຊັງຕີແມັດ, ປາຍໃບແຫຼມ, ປາຍໃບມົນມີປີກແຄບໆ, ຂອບໃບແຂ້ວເລື້ອຍຖີ່, ແຜ່ນໃບມີຕ່ອມນ້ຳມັນກະຈາຍຢູ່ຕາມຜີວໃບ. ດອກອອກເປັນຊໍ່ສັ້ນ 5–7 ດອກ ຫຼື ອອກດອກດ່ຽວຕາມຊອກໃບຢູ່ປາຍກີ່ງ, ດອກສີຂາວ, ກາບດອກມີ 4–5 ກາບ, ຫຼົ່ນງ່າຍ. ໝາກເປັນຮູບກົມ, ຜີວລຽບກ້ຽງ, ໝາກອ່ອນສີຂຽວເຂັ້ມ. ເມື່ອແກ່ເປັນສີເຫຼືອງ. ຂ້າງໃນແບ່ງເປັນຫ້ອງສົມມະມາດລັດສະໝີ, ມີຣົດສົ້ມ, ແກ່ນກົມຮຽວ, ສີຂາວ ມີ 10–15 ແກ່ນ.
1. ການປູກໝາກນາວໃນອ່າງສີມັງ ເປັນອິກແນວທາງເລືອກໜຶ່ງຂອງຊາວກະສິກອນທີ່ຕ້ອງການໃຫ້ໝາກນາວສາມາດອອກນອກລະດູ ແລະ ງ່າຍຕໍ່ການຈັດການ ເນື່ອງຈາກການປູກໃນອ່າງສີມັງສາມາດປູກໃຫ້ມີຂະໜາດຊົງພຸ່ນເທົ່າກັບການປູກໃນດິນໄດ້ ແລະ ງ່າຍຕໍ່ການງົດນໍ້າເພື່ອບັງຂັບໃຫ້ອອກໝາກນອກລະດູ
ພັນໝາກນາວທີ່ແນະນຳໃຫ້ປູກໄດ້ແກ່ ໝາກນາວແປ້ນ ແລະ ໝາກນາວພັນອື່ນໆ
2. ຂໍ້ດີການປູກໝາກນາວໃນອ່າງສີມັງ
1. ສາມາດບັງຂັບໝາກນາວອອກໝາກນອກລະດູຫຼືຕະຫຼອດທັ້ງປີໄດ້ງ່າຍ.
2. ບໍ່ເປື່ອງແຮງງານຫຼືເກີດຄ່າໃຊ້ຈ່າຍໃນການກຽມບ່ອນປູກ ຫຼືປັບພື້ນທີ່.
3. ງ່າຍຕໍ່ການບົວລະບັດ ແລະ ການໃຫ້ນໍ້າມີປະສິດຕິພາບ.
4. ປ້ອງກັນພະຍາດບາງຊະນິດໄດ້ງ່າຍຈາກສະພາບດິນທີ່ບໍ່ເໝາະສົມ.
5. ເໝາະສຳລັບການປູກໄວ້ກິນເອງຫຼືເພື່ອສົ່ງຂາຍ.
6. ສາມາດໃຊ້ເປັນໄມ້ປະດັບໄດ້ອີກທາງ.
3. ຂໍ້ເສຍ
ມີຄ່າໃຊ້ຈ່າຍເພີ່ມຂື້ນໃນສ່ວນຂອງອ່າງສີມັງ
ອາຍຸຂອງຕົ້ນໝາກນາວສັ້ນກວ່າການປູກໃສ່ດິນແຕ່ບໍ່ແຕກຕ່າງກັນຫຼາຍ
4. ວັດຖຸອຸປະກອນ.
1. ບໍ່ສີມັງ ທີ່ຂາຍໃນທ້ອງຕະຫຼາດມີຫຼາຍຂະໜາດຕັ້ງແຕ່ເສັ້ນຜ່ານສູນກາງ 80-120 ຊມ ສູງ 40-60 ຊມ ແຕ່ທີ່ນິຍົມຄືເສັ້ນຜ່ານສູນກາງ 80 ຊມ ສູງ 40-50 ຊມ ພ້ອມຝາກປິກອ່າງ ທັ້ງນີ້ ອາດບໍ່ໃຊ້ຝາປິດອ່າງກໍ່ໄດ້ຫາກພື້ນທີ່ມີສະພາບໜ້າດິນແໜ່ນ ແລະ ແຫ້ງສາມາດລະບາຍນໍ້າໄດ້ດີ.
2. ດິນ ເນື້ອງຈາກດິນທີ່ໃຊ້ມີປະລິມານຫຼາຍກວ່າການປູກໝາກນາວໃນກະຖັງ ອັດຕາສ່ວນການປະສົມຈຶ່ງອາດແຕກຕ່າງກັນໄດ້ຕາມງົບປະມານການລົງທືນ ໂດຍໃຊ້ດິນຮ່ວມປົນຊາຍປະສົມກັບຂີ້ສັດ ແກບຫຼືປະສົມວັດຖຸອື່ນ ເຊັ່ນ ຂີ້ເຖົ່າ ເປືອກໝາກພ້າວ ເປັນຕົ້ນ ໃນອັດຕາສ່ວນດິນຕໍ່ວັດຖຸອື່ນ 2:1 ຫຼື 3:1 ພ້ອມປະສົມດ້ວຍປຸ໋ຍສູດ 15-15-15 ປະລິມານ 10 ກິໂລ/ດິນ 1 ຄິວ
3. ກິ່ງພັນໝາກນາວຕອນ
4. ໄມ້ໄຜ່ ແລະ ເຊືອກຝາງ
5. ການປູກ.
1. ຈັດວາງຝາປິດອ່າງສີມັງໃນໄລຍະຫ່າງລະຫວ່າງແຖວ ແລະ ໄລຍະຫ່າງລະຫວ່າງຕົ້ນ ໃນໄລຍະ 2-4 X 2-4 ແມັດ ພ້ອມນຳອ່າງສີມັງທັບດ້ານເທິງ 1 ໄລ່ຈະໄດ້ປະມານ 100-400 ຕົ້ນຕາມໄລຍະທີ່ໃຊ້.
2. ນຳດິນທີ່ປະສົມແລ້ວໃສ່ໃນອ່າງໃນລະດັບຕໍາກວ່າຂອບອ່າງປະມານ 10 ຊມ ໃຫ້ໃສ່ດິນປະມານ 2 ໃນ 3 ຂອງອ່າງ ແລ້ວນຳຕົ້ນໝາກນາວລົງອ່າງແລ້ວຈິ່ງໃສ່ດິນປົກທີ່ຫຼັງ ຫຼືອາດໃສ່ດິນໃຫ້ໄດ້ລັບດັບກ່ອນຄ່ອຍປູກທີ່ຫຼັງກໍ່ໄດ້ໂດຍນຳເອົາຖົງຢາງພະລາສະຕິກອອກກ່ອນທຸກຄັ້ງຫຼັງຈາກນັ້ນປົກໝ້າດິນໃຫ້ແໜ້ນພໍປະມານພ້ອມນໍາວັດຖຸອິນຊີໂຮຍປົກໝາກອ່າງ ເຊັ່ນ ຂີ້ເຖົ່າ ເປືອກໝາກພ້າວ ເສດໃບໄມ້ ຝຸ່ນໝັກ ແລະ ຂີ້ງົວເປັນຕົ້ນ ທັ້ງນີ້ໃຫ້ເລີກລ້ຽງການໃສ່ຂີ້ເຖົ່າຈຳນວນຫຼາຍເນື້ອງຈາກຂີ້ເຖົ່ງມີສານອິນຊີທີ່ເປັນແຮ່ຫຼາຍເມື່ອລະລາຍນໍ້າຈະໃຫ້ກົດອາດເຮັດໃຫ້ຮາກໝາກນາວ ແລະ ຕົ້ນໝາກນາວແຫ້ງຕາຍໄດ້ ຫຼື ດິນມີສະພາບເປັນກົດຫຼາຍ.
3. ສຳລັບຕົ້ນໝາກນາວຂະໜາດນ້ອຍໃຫ້ໃຊ້ໄມ້ໄຜ່ປັກຂ້າງລໍາຕົ້ນພ້ອມມັດເຊືອກໃຫ້ລໍາຕົ້ນຊື່ ສ່ວນຕົ້ນໝາກນາວຂະໜາດໃຫ່ຍບໍ່ຕ້ອງກັ້ນຕົ້ນດ້ວຍໄມ້ກໍ່ໄດ້ຫາກແຕ່ຕົ້ນມີກິ່ງສາຂາແຜ່ກວ້າງໃຫ້ໃຊ້ໄມ້ໄຜ່ປັກຄໍ້າທັ້ງ 4 ດ້ານ.
4. ເມື່ອປູກແລ້ວໃຫ້ຫົດນໍ້າໃຫ້ຊຸ່ມໂດຍສັງເກດນໍ້າທີ່ຊືມອອກຝາຮອງດ້ານລຸ່ມ ແລະ ນໍ້າເຟືອງ ແກບ ຫຼືເສດໃບໄມ້ປົກບໍລິເວນໂຄນຕົ້ນ ແລະ ປາກອ່າງທັ້ງໝົດເພື່ອຮັກສາຄວາມຊຸ່ມຊື້ນໃນໜ້າດິນ.
6. ການບົວລະບັດ
– ການໃຫ້ນໍ້າ ຫາກປູກບໍ່ຫຼາຍ ຕົ້ນກໍ່ສາມາດຫົດນໍ້າດ້ວຍການຕັກຫົດກໍ່ໄດ້ ແຕ່ຫາກປູກຫຼາຍຕົ້ນຫຼືເພື່ອການຄ້າອາດຕິດຕັ້ງລະບົບນໍ້າຍອດເພື່ອໃຫ້ນໍ້າງ່າຍ ແລະ ສະດວກກວ່າໂດຍໄລຍະທຳອິດໃຫ້ຫົດນໍ້າທຸກວັນ ແລະ ເມືອຕົ້ນໝາກນາວຕັ້ງໂຕໄດ້ແລ້ວກໍ່ບາມື້ຫົດກໍ່ໄດ້ຂື້ນກັບສະພາບໜ້າດິນ ແລະ ສະພາບອາກາດ ນອກຈາກນັ້ນຖ້າວ່າມີການຫົດນໍ້າແບບສະປີງເກີແລ້ວ ຊາວກະສິກອນນິຍົມກັນປູກຜັກແຊມບໍລິເວນອ້ອມຕົ້ນໝາກນາວອີກດ້ວຍ
– ການໃສ່ປຸ໋ຍ ໃຫ້ໃສ່ປຸ໋ຍສູດ 15-15-15 ປະມານ 1-2 ກຳມື້ທຸກໆ 3-4 ເດືອນ/ຄັ້ງ ຫຼື ອາດປະສົມກັບນໍ້າຫົດບໍລິເວນໂຄນຕົ້ນກໍ່ໄດ້ແນະນຳໃຫ້ລີກລ້ຽງການໃສ່ປຸ໋ຍເຄມີ ໃຫ້ໃສ່ສະເພາະໃນໄລຍະບັງຂັບການອອກດອກ ຫຼື ໄລຍະອອກດອກຕິດໝາກເທົ່ານັ້ນ ສ່ວນຝຸ່ນຄອກໃຫ່ໃສ່ 1 ຖັງນ້ອຍທຸກໆ 3 ເດືອນຖ້າໃຫ້ດີຄວນຫົດນໍ້າຮ່ວມກັບການລະລາຍຝຸ່ນຄອກນຳດ້ວຍ.
ການຕັດແຕ່ງກິ່ງ ຄວນຕັດແຕ່ງກິ່ງໃຫ້ເປັນຝຸ່ມສະເໝີກັນໃນທຸກດ້ານໂດຍໃຫ້ຕັດແຕ່ງກິ່ງທີ່ຍາວຫຼື ເດ່ອອກນອກຊົງຝຸ່ມຫຼາຍເກີນໄປ ຫຼື ກິ່ງທີ່ເປັນພະຍາດບໍ່ຈະເລີນເຕີບໂຕຖີ່ມເລີຍ.
7. ການບັງຂັບໃຫ້ໝາກນາວອອກໝາກນອກລະດູ
ໂດຍປົກກະຕິໝາກນາວຈະອອກດອກໃນຊ່ວງເດືອນ ມີນາ – ເດືອນເມສາ ແລະ ຈະເກັບໝາກໃນເດືອນ ພືດສະພາເປັນຕົ້ນໄປຈົນເຖີງເດືອນຕຸລາ ໃນໄລຍະນີ້ຈະເຮັດໃຫ້ໝາກນາວມີລາຄາຖືກ ແຕ່ຈະແພງຫຼາຍໃນຊ່ວງເດີອນພະຈິກ – ເດືອນເມສາ ດັ່ງນັ້ນ ການບັງຂັບໃຫ້ໝາກນາວອອກໝາກນອກລະດູໃນຊ່ວງເດືອນພະຈິກຫາເດືອນເມສາຈະຂາຍໝາກນາວໃນລາຄາທີ່ສູງຫຼາຍ.
ສຳລັບການເຮັດໃຫ້ໝາກນາວອອກໝາກນອກລະດູສາມາດເຮັດໄດ້ໃນການງົດໃຫ້ນໍ້າ ແລະ ການຕັດແຕ່ງກິ່ງໂດຍໝາກນາວຈະອອກດອກເມື່ອມີການແຕ່ງກິ່ງໃໝ່ ແລະ ອອກໃບໃໝ່ຊຶ່ງມີຂັ້ນຕອນດັ່ງນີ້,
1. ເລືອກຕົ້ນໝາກນາວທີ່ມີອາຍຸຕັ້ງແຕ່ 8-12 ເດືອນ(ຕົ້ນທີ່ປູກຈາກຕົ້ນຕອນອາຍຸ 1 ປີ ແລະ ຫຼັງຈາກປູກໃນທໍ່ສີມັງແລ້ວ 8 ເດືອນຂື້ນໄປ)
2. ໃຫ້ເລືອກກິ່ງແກ່ກິ່ງທີ່ມີໃບແກ່ແລ້ວ ແລະ ເຮັດການຕັດກິ່ງ
3. ງົດການຫົກນໍ້າໝາກນາວເປັນເວລາ 7-10 ວັນ ຈົນໃບແຫ້ງຫຼືລົ່ນ ຖ້າວ່າໃນໄລຍະດັ່ງກ່າວມີແນວໂນ້ມຝົນຈະຕົກໃຫ້ໃຊ້ຜ້າໃບພາລາສະຕິກຄຸມຂອບປາກທໍທັ້ງໝົດ
4. ຫຼັງຈາກງົດໃຫ້ນໍ້າໄດ້ປະມານ 7-10 ວັນຈະສັງເກດເຫັນໃບແກ່ຈະເລີ່ມແຫ້ງຫຼືລົ່ນທັ້ງນີ້ຂື້ນຢູ່ກັບສະພາບຄວາມຊຸ່ມຊື້ນຂອງດິນດ້ວຍ
5. ໃຫ້ຫົດນໍ້າພ້ອມກັບປຸ໋ຍສູດ 12-12-24 ປະມານ 1-2 ກຳມື/ຕົ້ນ
6. ໝາກນາວຈະແຕກກິ່ງ ແລະ ອອກໃບໃໝ່ປະມານ 15-20 ວັນ ພ້ອມອອກດອກໂດຍໃນໄລຍະແຕກໃບໃໝ່ ແລະ ອອກດອກໃຫ້ຊີດດ້ວຍນໍ້າ
ໝັກຫຼືນໍ້າຕົ້ມສະໝຸນໄພເພື່ອປ້ອງກັນໜອນ ແລະ ແມງໄມ້ກິນໃບອອ່ນ ຫຼື ຊີດພົ່ນດ້ວຍຢາກຳຈັດແມງໄມ້
7. ຫົດນໍ້າປົກກະຕິມື້ລະເທື່ອຫຼືບາມື້ຫົດຈົນເຖີງການເກັບກ່ຽວຜົນຜະລິດ
ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://rakbankerd.com/agriculture/print.php?id=6633&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ການປູກໝາກແຄ້ງບໍ່ມີໜາມ
ການປູກໝາກແຄ້ງບໍ່ມີໜາມ
ຊື່ວິທະຍາສາດ: Solanum torvum Swartz , ວົງຕະກຸນ: Solanaceae. ໝາກແຂ້ງເປັນໄມ້ພຸ່ມເຕີ້ຍ ສູງ 1-2 ມ. ລໍາຕົ້ນ ແລະ ກິ່ງປົກຄຸມດ້ວຍໝາມ ແຕ່ບາງສະນິດພັນທີ່ນິຍົມປູກໃນປະຈຸບັນຈະບໍ່ມີໝາມ ກິ່ງຈະແຕກອອກຕັ້ງແຕ່ລະດັບຕໍ່າຈາກລໍາຕົ້ນ ກິ່່ງມີຈໍານວນໝ້ອຍ. ໃບດ່ຽວຈັບແບບຮຽງສະຫຼັບ, ໃບຮູບຮີ ຫຼື ຮູບໄຂ່ ຍາວ 7-25 ຊມ, ກ້ວາງ 5-20 ຊມ, ກົກໃບມົນ ຫຼື ວໍ້າ, ຂອບໃບວໍ້າ ຫຼື ເປັນຄື້ນ ປາຍໃບແຫຼມ ຜີວໃບຊາມີຂົນທັງສອງດ້ານ. ຊໍ່ດອກແບບກະຈຸກອອກຕາມຊອກໃບ ຫຼື ປ່າຍກິ່ງ ດອກສີຂາວ ກາບດອກສີຂຽວ ກີບດອກສີຂາວເຊື່ອມຕິດກັນເປັນຮູບດາວ ເກສອນຜູ້ເຊື່ອມຕິດກັນສີເຫຼືອງ. ໝາກກົມມົນ ໝາກອ່ອນມີສີຂຽວ ເວລາແກ່ເປັນສີເຫຼືອງ ເປືອກໝາກດິບຄ່ອນຂ້າງຫນາ ແລະ ໝຽວ ແຕ່ເມື່ອສຸກຄວາມຫນາຂອງເປືອກຈະບາງ ມີແມ່ນແກ່ນຈໍານວນຫຼາຍ.
– ຄຸນປະໂຫຍດຂອງໝາກແຄ້ງບໍ່ມີໜາມ ຄື
1. ບໍ່ມີໜາມເກັບຜົນຜະລິດງ່າຍ
2. ມີໝາກດົກ
3. ໄລຍະເວລາໃນການເກັບຜົນຜະລິດສັ້ນແຕ່ໃຫ້ຜົນຜະລິດຍາວ
4. ບໍ່ຕ້ອງລົງທືນຫຼາຍ
5. ບໍ່ໃຊ້ຢາ ຫຼື ສານຂ້າແມງໄມ້ຄືກັບພືດອື່ນໆ
6. ເປັນພືດທີ່ປູກໄດ້ໃນທຸກສະພາບພື້ນທີ່ ທົນແລ້ງໄດ້
I. ການປູກໝາກແຄ້ງບໍ່ມີໜາມ
1. ການກ້າເບ້ຍ ຫວ່າແກ່ນໃຫ້ກະຈ່າຍທົ່ວໜານກ້າທີ່ກຽມໄວ້ແລ້ວຫວ່ານປົກດ້ວຍຝຸ່ນຄອກຫຼືດິນມຸນໃຫ້ໜາປະມານ 10 ຊມ ແລ້ວປົກດ້ວຍເຟືອງຫຼືຫຍ້າແຫ້ງຫົດນໍ້າໃຫ້ຊຸ່ມເມື່ອເບ່ຍງອກຈົນມີໃບແທ້ໃຫ້ຫຼົກຕົ້ນທີ່ບໍ່ແຂງແຮງຫຼືຕເບ້ຍທີ່ຂື້ນບຽດກັນອອກໃຫ້ມີໄລຍະຫ່າງກັນປະມານ 10 ຊມ ພະຍາຍາມບົວລະບັດເບ້ຍໃຫ້ດີຫົດນໍ້າສະໝໍ່າສະ
ເໝີ
2. ການກຽມດິນ ໝາກແຄ້ງບໍ່ມີໜາມປູກປູກໄດ້ກັບດິນທຸກພື້ນທີ່ ບໍ່ມັກນໍ້າຂັງ ການກຽມດິນຄວນໄຖ-ຄາດຕາກແດດໄວ້ຢ່າງນ້ອຍ 7-10 ວັນຫາກເປັນມທີ່ລຸບຄວນຍົກຮອງເພື່ອບໍ່ໃຫ້ນໍ້າຖ້ວມ
3. ການປູກ ລະຍະຫ່າງລະຫວ່າງຕົ້ນ 1-1,5 ແມັດ ລະຫວ່າງແຖວ 1,5-2 ແມັດ ຂຸດຂຸມກວ້າງປະມານ 30 ຊມ ທີ່ໃຫ້ຂຸດກວ້າງ 30 ຊມ ເພື່ອໃຫ້ຮາກຂະຫຍາຍສະດວກເພາະສໍາລັບດິນໜຽວ ດິນທີ່ມີຄວາມແໜ່ນຫຼາຍໆຈະເຮັດໃຫ້ຕົ້ນຈະເລີນເຕີບໄດ້ໄວ້ຄວນໃສ່ຝຸ່ນຄອກ(ຂີ່ໄກ່) ຮອງພື້ນໃນປະລິມານຂຸມລະ 100 ກຼາມ ແລ້ວຖົມດ້ວຍດິນ 1 ຊັ້ນແລ້ວໃສ່ອີກ 50 ກຼາມ ໃນຊັ້ນທີ່ 2 ຈາກນັ້ນຖົມດ້ວຍດິນ ນໍາເບ້ຍໝາກແຄ້ງບໍ່ມີໜາມທີ່ແຂງແຮງປູກ ເບ້ຍຕ້ອງມີອາຍຸຢ່າງນ້ອຍ 2-30 ວັນຄວນປູກໃນຕອນແລງ
II. ການບົວລະບັດ ແລະ ການໃສ່ຝຸ່ນ
ຫຼັງຈາກປູກຄວນຫົດນໍ້າທັນທີຫຼັງຈາກປູກໄດ້ 7-10 ວັນໃສ່ປຸ໋ຍສູດ 15-15-15 ໃນປະລິມານ 5 ກິໂລ/ໄລ່ຫຼັງຈາກນີ້ປະມານ 1,5 ເດືອນໃຫ້ໃສ່ປຸ໋ຍ 15-15-15 ປະມານ 10 ກິໂລ/ໄລ່ ຫຼັງຈາກປູຕົ້ນໝາກແຄ້ງບໍ່ມີໝາມໄດ້ປະມານ 2,5-3 ເດືອນ ໃຫ້ໃສ່ປຸ໋ຍສູດທີ່ມີຟົດສະຟໍຣັດ ແລະ ໂປເຕຊຽມຫຼາຍໆເພື່ອເລັັ່ງຮາກໃຫ້ຕົ້ນອອກດອກອອກໝາກຕາມຄວາມຕ້ອງການ
III. ການເກັບກ່ຽວ
ຫຼັງຈາກປູກໄດ້ປະມານ 3-4 ເດືອນຈາກສາມາດເກັບຜົນຜະລິດຊຸດທໍາອິດໄດ້ຫຼັງຈາກເກັບຜົນຜະລິດແລ້ວຄວນໃສ່ປຸ໋ຍສູດທີ່ເລັ່ງຮາກຫຼາຍໆແດ່ເພື່ອເລັ່ງການອອກດອກອອກໝາກໃນຊຸດຕໍ່ໄປ ຕົ້ນໝາກແຄ້ງບໍ່ມີໜາມຜະລິດດອກອອກໝາກຫຼືນ້ອຍບໍ່ໄດ້ຂື້ນຢູ່ທີ່ພັນນັ້ນພັນນີ້ ແຕ່ຂື້ນຢູ່ກັບການບົວລະບັດເອົາໃຈໃສ່ ເບິ່ງວັດສະພືດ ໃສ່ປຸ໋ຍ ຫົດນໍ້າ ໃນການເກັບຜົນຜະລິດຫາກບົວລະບັດຕົ້ນໝາກແຄ້ງດີ ມີການຕັດແຕ່ງກິ່ງ ໃສ່ປຸ໋ຍ ຕົ້ນໝາກແຄ້ງສາມາດໃຫ້ຜົນຜະລິດເຖີງ 3 ປີ
ຮຽບຣຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ http://www.m-group.in.th/article/%E0%B8%9A%E0%B8%97%E0%B8%84%E0%B8%A7%E0%B8%B2%E0%B8%A1/%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%A1%E0%B8%B0%E0%B9%80%E0%B8%82%E0%B8%B7%E0%B8%AD%E0%B8%9E%E0%B8%A7%E0%B8%87.html
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ: