ຄູ່ມື ການຜະລິດເມັດພັນເຂົ້າ ທ່າດອກຄຳ 1 ທົນນ້ຳຖ້ວມ

ການນຳໃຊ້ແນວພັນເຂົ້າສະນິດດຽວ ເປັນເວລາຍາວນານຫຼາຍກວ່າ 3 ລະດູ ໂດຍບໍ່ມີ ການຄັດເລືອກແນວພັນຈະເຮັດໃຫ້ແນວພັນມີການເຊື່ອມຄຸນນະພາບ ເຊັ່ນ: ມີການເຈືອປົນລະຫວ່າງແນວພັນ ເຮັດໃຫ້ຕົ້ນເຂົ້າບໍ່ມີຄວາມສະໜໍ່າສະເໜີ, ມີຕົ້ນສູງຕົ້ນຕໍ່າ, ອອກດອກບໍ່ສະໝໍ່າສະເໜີ, ເມັດເຂົ້າມີຫຼາຍສີ, ມີເມັດນ້ອຍເມັດໃຫຍ່ປົນກັນໃນນາໄຮ່ດຽວເຮັດໃຫ້ຜົນຜະລິດຕົກຕໍ່າລົງ, ຄວາມທົນທານຕໍ່ກັບນ້ຳຖ້ວມຫລຸດລົງ, ຄວາມທົນທານຕໍ່ກັບໄພແລ້ງຫລຸດລົງ, ຄວາມທົນທານຕໍ່ກັບພະຍາດ ແລະ ແມງໄມ້ຫລຸດລົງ, ເປີເຊັນເຂົ້າສານສີໄດ້ລຸດລົງ (ໄດ້ເຂົ້າສານໜ້ອຍ), ຄຸນນະພາບໃນການກິນບໍ່ດີ (ເຂົ້າແຂງ), ຂາຍໄດ້ລາຄາຕໍ່າ.

I. ການຜະລິດເມັດພັນບໍລິສຸດ
ການເກັບຮວງ: ໃຫ້ເກັບເອົາຮວງແມ່ ໂດຍເລືອກເອົາຮວງຈາກຕົ້ນທີ່ມີໃບວີສູງທີ່ສຸດພາຍໃນສຸມ, ເກັບເອົາ 1 ຮວງຕໍ່ 1 ສຸມ ຈາກນັ້ນໃຫ້ແກະກາບໃບວີອອກ, ໃນ 100 ຮວງໃດໃຫ້ເຮັດເປັນ 1 ມັດ ແລ້ວຕາກແດດ 7-10 ແດດແລ້ວເກັບຮັກສາໄວ້ເພື່ອລໍຖ້າຕົກກ້າ, ໃຫ້ເກັບປະມານ 500 ຮວງເປັນຢ່າງຕໍ່າ.

ການຕົກກ້າ: ການຕົກກ້າແມ່ນໃຫ້ຕົກເປັນຮວງ, ໃຫ້ແຊ່ນ້ຳ 24 ຊມ ແລ້ວບົ່ມ 24-36 ຊມ ເມື່ອສັງເກດເຫັນເມັດເຂົ້າແຕກຕຸ່ມແລ້ວຈຶ່ງເອົາໄປຕົກກ້າ.


ການປັກດຳ: ໃຫ້ປັກດຳ 1 ກີບກ້າຕໍ່ສຸ່ມ, ປັກດຳ 20×20 ຊມ. ໃນ 1 ຮວງໃດໃຫ້ດຳ 1 ແຖວ, ຂະໜາດແຖວ 3 ແມັດ, ກ້າທີ່ເຫຼືອແຖວໃຫ້ຖີ້ມ, ສຳລັບລະດູຝົນສາມາດປັກດຳໄດ້ ເມື່ອກ້າມີອາຍຸໄດ້ 20-25 ມື້ ແລະ ລະດູແລ້ງ ປັກດຳໄດ້ເມື່ອກ້າອາຍຸໄດ້ 25-30 ມື້.


ການໃສ່ຝຸ່ນ: ນາດິນຊາຍ ໃຫ້ໃສ່ຝຸ່ນ ສູດ 15-15-15 ໃນອັດຕາ 200 ກລ/ຮຕ, ນາດິນໜຽວໃຫ້ໃສ່ຝຸນສູດ 16-20-00 ໃນອັດຕາ 150 ກລ/ຮຕ ຫຼັງຈາກປັກດຳໄດ້ 7-10 ມື້, ແລະ ໃຫ້ໃສ່ຝຸ່ນເລັ່ງ ສູດ 46% ຫຼັງຈາກປັກດຳໄດ້ 20 ແລະ 40 ມື້ ໃນອັດຕາ 60 ກລ/ຮຕ ຕໍ່ຄັ້ງ. ໃສ່ຝຸ່ນຄອກໃນອັດຕາ 5-10 ໂຕນ/ຮຕ ຈະດີທີ່ສຸດ.

ການຕັດເຂົ້າປົນ: ຖ້າສັງເກດເຫັນວ່າຕົ້ນເຂົ້າທີ່ປູກໃນ 1 ແຖວອອກດອກ ບໍ່ໝົດພາຍໃນ 7 ມື້ ໃຫ້ຕັດຖີ້ມໝົດແຖວ ເລືອກເອົາແຕ່ແຖວ ທີ່ອອກດອກ ສະເໜີກັນ ໄວ້ເປັນ ແນວພັນ.

ການເກັບກ່ຽວ: ເວລາເກັບກ່ຽວທີ່ເໝາະສົມແມ່ນ 30 ມື້ ຫຼັງຈາກເຂົ້າ ອອກດອກໄດ້ 50%, ໃຫ້ກ່ຽວ ເອົາແຕ່ແຖວ ທີ່ສຸກແກ່ ສະເໜີກັນ

II. ການຜະລິດເມັດພັນລຸ້ນ 1
ການຕົກກ້າ: ເອົາເມັດພັນບໍລິສຸດ ມາຕົກກ້າໃນອັດຕາ 0,5-1 ກລ/10 ຕາແມັດ ເພື່ອໃຫ້ໄດ້ກ້າກີບໃຫຍ່. ຫຼັງຈາກ ຫວ່ານກ້າໄດ້ 7-10 ມື້ ໃຫ້ໃສ່ຝຸ່ນເລັ່ງໃນອັດຕາ 1 ກລ/100 ຕາແມັດ, ບໍ່ໃຫ້ໃສ່ຝຸ່ນຊ້າ ເພາະຈະເຮັດ ໃຫ້ກ້າບໍ່ແຂງແຮງ.


ການປັກດຳ: ປັກດຳ 1 ກີບກ້າ/ສຸ່ມ, ໄລຍະຫ່າງລະຫວ່າງຕົ້ນ ແລະລະຫວ່າງແຖວ 20 x 20 ຊມ, ຈະນຳໃຊ້ເມັດພັນ 3-5 ກລ ຕໍ່ 1 ໄລ່ ຫຼື 20-30 ກລ ຕໍ່ 1 ຮຕ.


ການຕັດເຂົ້າປົນ: ເມື່ອສັງເກດເຫັນເຂົ້າປົນ ເກີດຂື້ນໃນແປງຜະລິດເມັດພັນ ໃຫ້ຕັດ ຖີ້ມເປັນສຸມ, ການຕັດເຂົ້າປົນ ແມ່ນໃຫ້ປະຕິບັດ ໃນຊ່ວງເຂົ້າ ອອກດອກ ແລະ ກ່ອນເກັບກ່ຽວ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(11).pdf

ສູນຄົ້ນຄ້ວາເຂົ້າ ແລະ ພືດເສດຖະກິດ, ຕັ້ງຢູ່ເສັ້ນທາງທ່າ ດິນແດງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຕູ້ປນ 811. ໂທລະສັບ: 030-5260232