ເຕັກນິກການປູກເຂົ້າອິນຊີ

ເຂົ້າອິນຊີ ເປັນເຂົ້າທີ່ໄດ້ຈາກລະບົບການຜະລິດທີ່ບໍ່ມີການໃຊ້ຝຸ່ນເຄມີ ແລະ ສານເຄມີຕ່າງໆໃນການປ້ອງກັນ ແລະ ກຳຈັດສັດຕູພືດທີ່ເປັນອັນຕະລາຍ, ຄວນນຳໃຊ້ວັດຖຸຈາກທຳມະຊາດທີ່ບໍ່ເປັນອັນຕະລາຍ ເພາະວ່າ: ການປູກເຂົ້າອິນຊີຈະຊ່ວຍຫຼຸດຜ່ອນຜົນກະທົບໂດຍກົງທີ່ເກີດຈາກການນຳໃຊ້ຢາປາບສັດຕູພືດຕໍ່ຊາວນາ ແລະ ຊາວສວນ. ຫຼຸດຜ່ອນສານພິດຕົກຄ້າງໃນອາຫານ (ຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບ). ເນັ້ນໃສ່ການອະນຸລັກ ແລະ ບຳລຸງຮັກສາຄວາມອຸດົມສົມບູນຂອງດິນ. ຫຼຸດຜອນສານຕົກຄ້າງໃນດິນ ແລະ ແຫຼ່ງນໍ້າ. ເປັນຜົນຜະລິດທີ່ມີຄຸນນະພາບດີ (ລົດຊາດແຊບ, ການເກັບຮັກສາງ່າຍ). ມີທາງເລືອກສຳລັບການຕະຫຼາດ ແລະ ໄດ້ລາຄາດີກວ່າ. ແນ່ໃສ່ການທົດແທນການນຳໃຊ້ປັດໃຈຂາເຂົ້າການຜະລິດທີ່ມີລາຄາແພງ ໂດຍນຳໃຊ້ສິ່ງທີ່ມີຢູ່ພາຍໃນທ້ອງຖິ່ນ (ເຊ່ັນ: ຂີ້ສັດ, ຫຍ້າ, ຝຸ່ນຄອກ, ຂີ້ແກບ, ເຟືອງ ແລະ ອືນໆ)

I. ການຕຽມແນວພັນ
1. ເມັດພັນຕ້ອງບໍ່ມີເມັດເຂົ້າພັນອືນເຈືອປົນ
2. ບໍ່ຄວນເອົາເຂົ້າແນວພັນຈາກຜືນນາທີ່ເຄີຍເປັນພະຍາດມາເປັນແນວພັນຕໍ່ຈະເຮັດໃຫ້ເຂົ້າຕິດເຊື້ອພະຍາດໄດ້ງ່າຍ
3. ຖອກແນວເຂົ້າປູກລົງຊາມນໍ້າລະລາຍເກືອທີ່ໄຂ່ດິບສາມາດຟູ ແລ້ວຕັກເອົາ ແນວເຂົ້າລີບທີ່ຟູນໍ້າເກືອອອກຖີ້ມໝົດ ຮັກສາໄວ້ແຕ່ເມັດທີ່ຈົມ.
4. ລ້າງດ້ວຍນໍ້າທີ່ສະອາດໃຫ້ດີ


5. ເອົານໍ້າປຸ໋ຍຊີວະພາບ 1 ບ່ວງແກງປະສົມນໍ້າ 10 ລິດໃສ່ແຊ່ແນວພັນໃຫ້ຖ້ວມເມັດພັນແລ້ວປິດຝາຫຼືເອົາຜ້າມາປົກເກັບໄວ້ບ່ອນທີ່ມີຄວາມອົບເອົ້າຈະຊ່ວຍໃຫ້ເມັດພັນອອກງອກດີ.
6. ເມື່ອແຊ່ເມັດພັນໄດ້ 1 ມື້ ກັບ 1 ຄືນແລ້ວ ໃຫ້ຖອກນໍ້າອອກເອົາເຂົ້າມາໃສ່ເປົາ ຫຼື ກະບຸງແລ້ວປົກດ້ວຍເປົາປ່ານນຳໄປໄວ້ບ່ອນທີ່ມີຄວາມອົບເອົ້າຈະເຮັດໃຫ້ເຂົ້າແຕກໜໍ່ດີ
ໝາຍເຫດ: (ທ້ອງຖີ່ນທີ່ມີອາກາດໜາວ) ໃຫ້ຂຸດຂຸມເລິກ 50 ຊຕ, ລວງກ້ວາງອິງຕາມຈຳນວນແນວເຂົ້ານຳເອົາເຟືອງມາຮອງພື້ຂຸມ ວາງເປົາເຂົ້າປູກລົງ,ປົກດ້ວຍເຟືອງຊໍ້າທຳອິດ, ຊັ້ນທີ 2 ປົກດ້ວຍຜ້າຢາງ, ປົກດວ້ຍເຟືອງເປັນຊັ້ນທີ 3, ໃຫ້ໃຊ້ໄມ້ ຫຼື ວັດຖຸອື່ນເຕັງ (ຫົດນໍ້າອຸ່ນໃສ່ເປົາແນວເຂົ້າປູກເຊົ້າ ແລະ ແລງ) ຈົນເຫັນເຂົ້າແຕກໜໍ່ພໍດີຈຶ່ງນຳໄປຫວ່ານກ້າ.

II. ການກຽມດິນຕາກ້າ
ການກຽມດິນຕາກ້າກເຮັດໄດ້ຫຼາຍວິທີ ໃນນີ້ຂໍແນະນຳ 2 ວິທີເຊັ່ນ :
ວິທີ 1 ຂົນຝຸ່ນຄອກຄື: ຂີ້ງົວ, ຄວາຍ, ໝູ, ເປັດ, ໄກ່ ໄປໃສ່ໃນອັດຕາສ່ວນ 2 ຫາ 3 ກິໂລຕໍ່ ຕາແມັດ ເອົາໄປຢາຍໃສ່ ແລ້ວເປັ່ນນໍ້າເຂົ້າໃຫ້ພໍດີໄຖໄດ້ກໍ່ໄຖກົບປະໄວ້ 7 ຫາ 15 ວັນ. ກ່ອນມື້ຈະໄຖຄົ້ນຄວນເປັ່ງນໍ້າເຂົ້າປະໄວ້ຢ່າງໜ້ອຍ 3 ຫາ 5 ວັນ ຈຶ່ງໄຖຄົ້ນເພື່ອເຮັດເປັນຕາກ້າ. ຕາກ້າຄວນກ້ວາງໃນລະຫວ່າງ 2 ຫາ 3 ແມັດ,ຄວາມຍາວຂອງຕາກ້າ ອິງຕາມຄວາມເໝາະສົມຂອງເນື້້ອທີ່ດິນ.
ວິທີ 2 ຖ້າຫາກຕາກ້າເຮົາບໍ່ງາມເປັນດິນແໜ້ນແກ່ນເຮົາຄວນຟື້ນຟູດິນຕາກ້າຕາມຂັ້ນຕອນດັ່ງນີ້:
ກ. ກຽມວດຖຸອຸປະກອນເຊັ່ນ
ນໍ້າປຸ໋ຍຊີວະພາບ, ບົວ, ຄຸໃສ່ນໍ້າ ຫຼື ຈະເຮັດຢູ່ໄກ້ແຫຼ່ງນໍ້າຍິ່ງເປັນການດີ. ຜ້າປົກຕ້ອງມີຄວາມໃຫຍ່ກວມໝົດຕາກ້າ ຂໍແນະນຳໃຫ້ໃຊ້ເປົາຊີເມັນຫຍິບຕໍ່ກັນ ຫຼື ຈະໃຊ້ເຫຼັກໜີບ (ກຣາບເຟີ້) ໜີບຈະແລ້ວໄວບໍ່ຈຳເປັນຕ້ອງຊື້ຜ້າ
ຢາງມາປົກ

ຂ. ວິທີການຟື້ນຟູດິນຕາກ້າ
ຫຼັງຈາກໄຖຮຸດຕາກ້າຕາກແດດປະໄວ້ 7 ຫາ 15 ວັນ ເຮົາຈິ່ງເລີ້ມຢາຍເຟືອງໃສ່ຕາກ້າ ຄວນເລີ້ມຈາກດ້ານໜຶ່ງໄປຫາອີກດ້ານໜຶ່ງຈະເລີ້ມຈາກດ້ານໃດກໍ່ໄດ້.

ຄ. ການດູແລຮັກສາຟື້ນຟູດິນ
– ເມື່ອໄດ້ 2 ອາທິດ ເຮົາກໍ່່ເປີດຜ້າປົກອອກແລ້ວຫົດດ້ວຍນໍ້າຊີວະພາບໃສ່ສ່ວນປະສົມ 2 ບ່ວງແກງ ປະສົມນໍ້າ 10 ລິດ. ຕໍ່ມາກໍ່ຫົດທຸກໆອາທິດໃຫ້ປຽກຊຸ່ມຫຼາຍເທົ່າໃດກໍ່ໄດ້ຕ່າງກັບວິທີຫົດກອງຝຸ່ນບົ່ມ. ໃນກໍລະນີມີຝົນຕົກນໍ້າຂັງເຮົາບໍ່ຕ້ອງເປັ່ງນໍ້າອອກແຕ່ຍັງສືບຕໍ່ເອົານໍ້າປຸ໋ຍຊີວະພາບມາຫົດໃສ່ແຕ່ບໍ່ຈຳເປັນປະສົມນໍ້າເພາະມີນໍ້າຂັງຢ່ແລ້ວ. ການເອົານໍ້າປຸ໋ຍຊີວະພາບມາຫົດໃສ່ກໍ່ເພື່ອເຮັດໃຫ້ເຟືອງຍ່ອຍສະຫຼາຍອິນຊີວັດຖຸໃນດິນໃຫ້ກາຍເປັນຝຸ່ນປຸ໋ຍທີ່ດີຕໍ່ພືດ.

– ການໃຊ້ຜ້າປົກເພື່ອເປັນການບົ່ມເຟືອງໃຫ້ຍ່ອຍສະຫຼາຍໃນເວລາປະມານ 30 ຫາ 40 ວັນ. ຈຶ່ງຄ່ອຍເປີດຜ້າອອກ ໄຖຄົ້ນ,ຄາດໃຫ້ລະອຽດເຂົ້າສູ່ຂ້ັ້ນຕອນກຽມໜານກາເພື່ອຕກາ.

ງ. ຂັ້ນຕອນການເຮັດໜານກ້າ ກ່ອນຈະໄຖຕ້ອງສັງເກດເບິ່ງວ່າມີນໍ້າຫຼາຍ ຫຼື ໜ້ອຍ, ຖ້ານໍ້າຫຼາຍ ໃຫ້ເປັ່ງນໍ້າອອກເສຍກ່ອນ ແລ້ວຈຶ່ງໄຖຄາດລະອຽດປະໄວ້ປະມານ 15 ນາທີ. ແລະ ຈຶ່ງຄວັດຫຼໍ່ກ້າ ຄວາມກວ້າງຂອງໜານກ້າຄວນຢູ່ໃນລະຫວ່າງ 2 ຫາ 3 ແມັດສ່ວນລວງຍາວກໍ່ອີງໃສ່ເນື້ອທີ່ຂອງໜານກ້າຂອງໃຜມັນ. ສ່ວນຮ່ອງຫຼໍ່ກ້າຄວນກວ້າງປະມານ 40 ຊັງຕີແມັດ ຫຼື 1 ສອກ ເຮັດໄດ້ແນວນີ້ມີຄວາມສະດວກໃນເວລາຫົດ ຫຼື ສີດປຸ໋ຍ, ການດູແລຮັກສາຫຼົກຫຍ້າອອກກໍ່ງ່າຍຂື້ນ.

III. ການຫວານກ້າ
3.1 ການຫວ່ານກ້າ
ຫຼັງຈາກໄຖຄາດລະອຽດແລ້ວຄວນປະໄວ້ປະມານເຄ່ິງມື້ເພື່ອເຮັດໃຫ້ດິນບໍ່ແຫຼວເກີນໄປ ແລ້ວຈຶ່ງນຳແນວເຂົ້າປູກທີ່ຜ່ານການແຊ່ ແລະ ບົ່ມແລ້ວນັ້ນແມ່ນໃຊ້ປະມານ 80 ຫາ 100 ກຼາມ ຕໍ່ ຕາແມັດແລ້ວນຳເອົາໄປຫວ່ານ. ພາຍຫຼັງການຫວ່ານກ້າໄດ້ປະມານ 3 ຫາ 4 ມື້ ຈຶ່ງໃຫ້ເປັ່ງນໍ້າເຂົ້າໜານກ້າ ລະດັບນໍ້າພໍໃຫ້ຖ້ວມໜ້າດິນປະມານ 1 ຊັງຕີແມັດ, ພາຍຫຼັງຫວ່ານກ້າໄດ້ປະມານ 10 ຫາ 15 ມື້ໃຫ້ຮັກສາລະດັບນໍ້າຢູ່ລະຫວ່າງ 5 ຊັງຕີແມັດ.ເມືອກ້າອາຍຸເຖິງ 25 ຫາ 30 ວັນ ຕ້ອງສັງເກດເບິ່ງໃບກ້າປົ່ງໃບໄດ້ 4 ໃບຈຶ່ງສາມາດຫຼົກໄປດຳໄດ້.ດັ່ງນັ້ນ, ຈຶ່ງມີຂໍ້ແນະນຳການຕົກກ້າ ຊຶ່ງມີຫຼາຍວິທີຈະເລືອກເອົາວິທີໃດວິທີໜຶ່ງໃຫ້ເໝາະສົມກັບນາຂອງຕົນເອງເພື່ອຈະໄດ້ຮັບຜົນຜະລິດສູງ.

ກ. ຖາເຮົາຫວ່ານກ້າຫ່າງກ້າກໍ່ຈະກີບໃຫຍ່ແຂງແຮງດີ ເໝາະສຳລັບຈະເອົາໄປດຳແບບກ້າກີບດຽວ ແຕ່ຄວນເປັນນາທີ່ມີຄວາມອຸດົມສົມບູນດ້ວຍຝຸ່ນຈາກທຳມະຊາດ ຫຼື ຈາກການປັບປຸງບຳລຸງດິນດ້ວຍຝຸ່ນຄອກ, ຝຸ່ນມີຢ່າງພຽງພໍກ້າຈະແຕກກໍດີມີຜົນຜະລິດສູງ.

ຂ. ຖ້າເຮາຫວ່ານກ້າໄລຍະຫ່າງພໍດີ ດິນຕາກ້າອຸດົມສົມບູນດ້ວຍຝຸ່ນກ້າກໍ່ຈະກີບໃຫຍ່ແຂງແຮງດີ ຮາກກ້າຈະບໍ່ຍາວ ເວລາຫຼົກ ແລະ ປັກດຳກໍ່ງ່າຍບໍ່ມັກເກີດພະຍາດຫຼັງປັກດຳ.
ຄ. ຖາຫາກຫວ່ານກ້າຖີ່ກ້າກໍ່ຈະກີບນ້ອຍບໍ່ແຂງແຮງດ, ຫຼົກງ່າຍ ແຕ່ເວລາເອົາໄປປັກດຳຫອຍປາກກວ້າງກໍ່ກິນໄດ້ງ່າຍ (ສຳລັບບ່ອນທີ່ມີຫອຍປາກກວ້າງ).
ງ. ຖ້າຫວ່ານກ້າຖີ່ ແລະ ຕາກ້າບໍ່ມີຝຸ່ນພຽງພກ້ານັ້ນຈະກີບນ້ອຍ ບໍແຂງແຮງມັກເກີດພະຍາດ ແຕ່ຍັງເປັນຕົ້ນກ້າ ເວລາເອົາໄປປັກດຳຈະເກີດພະຍາດຕ່າງໆເຮັດໃຫ້ຜົນຜະລິດກໍ່ຕົກຕໍາ

IV. ການປັກດຳ
4.1 ການກຽມດິນເພື່ອປັກດຳ
♦ ເນື້ອທີ່ນາກ່ອນການປັກດຳໃຫ້ເອົາຝຸ່ນຄອກ ຫຼື ຝຸ່ນບົ່ມໄປໃສ່ນາໃນອັດຕາ ສ່ວນ 5 ຫາ 10 ໂຕນ / 1 ເຮັກຕາ ເປັ່ງນໍ້າເຂົ້າແຊ່ນໍ້າປະໄວ້ 1 ຫາ 2 ອາທິດ ແລ້ວໄຖຄົ້ນປະໄວ້ 1 ອາທິດ.
4.2 ການປັກດຳ
– ຄວນປັກດຳແຕ່ທິດຕາເວັນອອກຫາທິດຕາເວັນຕົກ, ປັກດຳເປັນແຖວ.
– ໄລຍະປັກດຳ 10 X15 X 20 ຊມ.
– ການປັກດຳ 2 ຫາ 3 ກີບຕໍ່ສຸມ ຖ້າກ້າແກ່ 4 ຫາ 5ກີບຕໍ່ສຸມ.
– ປັກດຳ 8 ຫາ 10 ແມັດໃດຄວນຈົ່ງວ່າງໄວ້ປະມານ 40 ຊຕມ ຫຼື 1 ສອກ ເພື່ອສະດວກໃນການເສຍຫຍ້າ ແລະ ຫວ່ນຝຸ່ນ
– ພາຍຫຼັງດຳແລ້ວຄວນຮັກສາລະດັບນໍ້າຢູ່ໃນລະຫວ່າງ 2ຫາ 5 ຊຕມ (ອິງຕາມຂະໜາດຂອງກ້າແຕ່ບໍ່ໃຫ້ຖ້ວມຕົ້ນກ້າ

V. ການບົວລະບັດຮັກສາ
5.1 ການເສຍຫຍ້າ
ຄວນເສຍຫຍ້າຢ່າງໜ້ອຍ 2 ເຖິງ 3 ຄ້ັ້ງ, ການເສຍຫຍ້າທກຄັ້ງແມ່ນເພີ້ມຜົນຜະລິດ
ຄັ້ງທີ 1: ພາຍຫຼັງປັກດຳປະມານ 10 ຫາ 15 ມື້
ຄັ້ງທີ 2: ພາຍຫຼັງປັກດຳ 20 ຫາ 30 ມື້
ຄັ້ງທີ 3: ແມ່ນກ່ອນເຂົ້າອອກດອກ
5.2 ການໃສ່ຝຸ່ນ
ການໃສ່ຝຸ່ນແບ່ງອອກເປັນ 2 ຊ່ວງຄື:
♦ ຫຼັງຈາກການປັກດຳກໍ່ໃຫ້ຮັກສາລະດັບນໍ້າໃຫ້ພໍດີກັບຕົ້ນເຂົ້າ
♦ ການໃສ່ຝຸ່ນ ຄວນໃສ່ຝຸ່ນຕາມໄລຍະດັ່ງນີ້:
ຄັ້ງທີ1: ຫຼັງການປັກດຳໄດ້ 20 ວັກໍ່ສີດປຸ໋ຍນໍ້າຊີວະພາບໃນອັດຕາສ່ວນ 1 ຫາ 2 ບວງແກງ / ນໍ້າ 10 ລິດ.
ຄັ້ງທີ 2 : ຄວນໃສ່ຝຸ່ນອິນຊີກ່ອນເຂົ້າມານເລັກນ້ອຍ.
ຄັ້ງທີ 3 ແລະ 4 : ຫຼັງເຂົ້າປະສົມເກສອນຄວນປະສົມນໍ້າຖ່ານ ແລະ ນໍ້າປຸ໋ຍຊີວະພາບໃສ່ນຳກັນເພື່ອຂັບໄລ່ແມງໄມ້ເຊັ່ນ: ຕັກກະແຕນ,ແມງແຄງ ແລະ ແມງໄມ້ອື່ນໆ

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(2).pdf
http://www.vigotech.in.th/ข่าวเกษตรน่ารู้/การทำนาข้าวอินทรีย์.html
https://research.srru.ac.th/thungkula/?page_id=33