ເຕັກນິກການປູກຫຍ້າມູລາໂຕ II (Brachiaria hybrid CIAT 36078)

ຫຍ້າມູລາໂຕ 2 ເປັນຫຍ້າລູກປະສົມລະຫວ່າງຫຍ້າຣູຊູ ແລະ ຫຍ້າຊິກນານຕັ້ງເປັນຫຍ້າທິ່ີມີອາຍຸຫຼາຍປີ ມີລັກສະນະເຄິ່ງເລືອເຄິ່ງຕັ້ງ, ໃບດົກ, ທົນແລ້ງແຕ່ບໍ່ທົນນໍ້າຖ້ວມ, ປູກຂະຫຍາຍພັນດ້ວຍເມັດ ແລະ ເບັ້ຍອ່ອນ ອອກດອກໃນຊ່ວງເດືອນຕຸລາ ແລະ ເມັດແກ່ໃນຕົ້ນເດືອນພະຈິກ ຜົນຜະລິດເມັດພັນຂື້ນກັບຄວາມອຸດົມສົມບູນຂອງດິນ ແລະ ການໃສປຸ໋ຍ ຜົນຜະລິດເມັດພັນຈະໄດ້ປະມານ 40-60 ກລ/ໄຣ່ ເມັດພັນມີຄວາມງອກສູງເຖິງ 80-85%. ຜົນຜະລິດຫຍ້າສົດປະມານ 10-12 ໂຕ/ໄຣ່ /ປີ ມີໂປຼຕີນ 12-14%

1. ການເລືອກພື້ນທິ່ີປູກ
ການເລືອກພື້ນທີ່ປູກ ຄວນເລືອກທິ່ີສູງບໍ່ມີນໍ້າຖ້ວມຂັງ, ດິນບໍ່ເປັນກົດຈັດ ຫຼື ດິນເຄັມ.
2. ຊ່ວງເວລາປູກ
ຊ່ວງເວລາປູກທິ່ີເໝາະສົມໃນລະຫວ່າງເດືອນພຶດສະພາ ຫາ ເດືອນມິຖຸນາ.
3. ການກຽມດິນ
ການກຽມພື້ນທິ່ີໂດຍການໄຖດິນຕາກແດດ 3 ອາທິດແລ້ວໄຖພວນດິນອີກເພິ່ືອກໍາຈັດວັດສະພືດຈາກນັ້ນ 1 ອາທິດ ຄາດດິນໃຫ້ແຕກມຸ່ນ ແລະ ປັບດິນຮາບພຽງດີ.

4. ການປູກ
– ຖ້າປູກເພິ່ືອເກັບເມັດໃຫ້ຢອດເມັດຫຼຸມລະ 5-6 ເມັດ ໄລຍະຫ່າງລະຫວ່າງຫຼຸມ 70 ຊມ. x ລະຫວ່າງແຖວ 70 ຊມ. – ປູກດ້ວຍເບັ້ຍ ກ້າເມັດໃນໜານໂດຍໃຊ້ເມັດພັນ 2 ກລ. ໃນໜານກ້າປະມານ 200 ມ ເມື່ອອາຍຸ 30 ວັນ ຍ້າຍເບ້ຍ ໄປປູກຂຸມລະ 3-4 ເບ້ຍ ໄລຍະຫ່າງລະຫວ່າງຂຸມ 70×70 ຊມ. ຈະປູກໄດ້ໃນພື້ນທີ 3 ໄຣ່ .

5. ການໃສ່ປຸ໋ຍ
ກ່ອນປູກຄວນໃສ່ປຸ໋ຍເຄມີສູດ 15:15:15 ອັດຕາ 50 ກລ/ໄຣ່ ຮອງພື້ນ. ໃນກໍລະນີດິນເປັນດິນຊາຍມີອິນຊີວັດຖຸຕໍ່າຄວນ ໃສ່ຝຸ່ນຄອກປະສົມນໍາ ກ່ອນປູກຢ່າງໜ້ອຍ 3 ອາທິດ ແລະ ໃສ່ປຸ໋ຍເລັ່ງສູດ 46:00 ໃນອັດຕາ 10-20 ກລ/ໄຣ່ . ຫຼັງຈາກຕັດຫຍ້າທຸກຄັ້ງໃນຄະນະທິ່ີດິນຍັງມີຄວາມຊຸ່ມຢູ່ ແລະ ໃນປີຕໍ່ໆໄປໃຫ້ໃສ່ໂດຍປຸ໋ຍສູດ 15:15:15 ໃນຊ່ວງຕົ້ນລະດູຝົນ.
6. ການກໍາຈັດວັດສະພືດ
ການກໍາຈັດວັດສະພືດຫຼັງຈາກປູກຫຍ້າແລ້ວ 3-4 ອາທິດ ແລະ ກໍາຈັດວັດສະພືດຄັ້ງຕໍ່ໆໄປຕາມຄວາມຈໍາເປັນ.
7. ການນໍາໃຊ້ປະໂຫຍດ
ການນຳໃຊ້ປະໂຫຍດ ເລີ່ມຕັດໃຫ້ສັດກິນເທິ່ືອທໍາອິດ ເມື່ອຫຍ້າມີອາຍຸປະມານ 45-50 ວັນ ຫຼັງຈາກປູກ ແລະ ຕັດເທິ່ືອຕໍ່ໄປທຸກໆ 35-40 ວັນ ໂດຍຕັດສູງຈາກໜ້າດິນປະມານ 10 ຊມ.

8. ການເກັບກ່ຽວເມັດພັນ
ການເກັບກ່ຽວ ເມື່ອຫຍ້າອອກດອກຄວນກະກຽມການມັດຊິ່ດອກຈູມເຂົ້າຫາກັນ ເມັດຫຍ້າຈະເລີ່ມແກ່ຫຼັງຈາກອອກດອກປະມານ 22-29 ວັນ ໃນໄລຍະນີໃຫ້ໝັນສັງເກດ ແລະ ເລີ່ມເກັບເມັດທັນທີເມື່ອເມັດແກ່ ໂດຍການເຄາະຮວງ ຄື: ເຄາະ 1 ເທິ່ືອ ເວັ້ນ 2 ມືແລ້ວກັບມາເຄາະອີກເລື່ອຍໄປຈົນໝົດ. ເມັດພັນທິ່ີໄດ້ໃຫ້ນໍາໄປຕາກໃນບ່ອນຮົ່ມ 2 ວັນ ເພິ່ືອລົດຄວາມຊຸ່ມແລ້ວນໍາອອກມາຕາກແດດອີກ 1 ວັນ ການຕາກເມັດຄວນເຂ່ຍປີ້ນກັບເມັດເລື່ອຍໆ ເພິ່ືອໃຫ້ເມັດແຫ້ງຢ່າງສະໝໍ່າສະເໝີ ຫຼັງຈາກນັ້ນທໍາຄວາມສະອາດໂດຍການໃຊ້ກະດົ້ງຝັດສິ່ງເຈືອປົນອອກໄປ.


ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(3).pdf
https://cgspace.cgiar.org/handle/10568/69695
https://www.agi.nu.ac.th/science/121113/บทที่%207%20พืชอาหารสัตว์และการถนอมอาหารสัตว์.pdf
http://blog.arda.or.th/หญ้ามูลาโต้/