ເຕັກນິກການປູກໝາກເຜັດ

1. ການກຽມດິນ
ໄຖດິນໃຫ້ເລີກປະມານ 25-30 ຊັງຕີແມັດ. ຕາກແດດໄວ້ປະມານ 5-7 ວັນ ຫຼັງຈາກນັ້ນກໍ່ໄຖ ແລະ ຄາດອີກຄັ້ງໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃນອັດຕາ 3-4 ໂຕນ/ໄລ່ ຈາກນັ້ນກໍ່ຍົກເປັນໜານປູກ, ການກຽມໜານປູກສາມາດເຮັດໄດ້ຫຼາຍແບບແລ້ວແຕ່ສະພາບພື້ນທີ່ປູກຄືດັ່ງລຸ່ມນີ້:
1 ປູກແບບບໍ່ຍົກໜານ ສຳລັບພື້ນທີ່ລະບາຍນໍ້າໄດ້ດີ ປັບພື້ນທີ່ໄດ້ສະໝໍ່າສະເໝີດີ ການປູກແບບນີ້ອາດປູກເປັນແຖວດຽວ ໃຊ້ໄລຍະຫ່າງລະຫວ່າງແຖວປະມານ 60-70 ຊັງຕີແມັດ, ລະຫວ່າງຕົ້ນ 50 ຊັງຕີແມັດ ຫຼື ປູກເປັາແຖວຄູ່ໄລຍະຫ່າງລະຫວ່າງແຖວຄູ່ 1 ແມັດ, ໄລຍະຫ່າງລະຫວ່າງແຖວ 50 ຊັງຕີແມັດ ລະຫວ່າງຕົ້ນ 50 ຊັງຕີແມັດ
2 ການປູກແບບຍົກໜານ ເໝາະສຳລັບພື້ນທີ່ປູກທີ່ມີປະລິມານນໍ້າໃຕ້ດິນສູງ ລະບາຍນໍ້າໄດ້ຍາກຂະໜາດໜານກວ້າງ 1,2 ແມັດ ມີຮ່ອງນໍ້າກວ້າງ 50 ຊັງຕີແມັດ ປູກເປັນ 2 ແຖວ ເທິງໜານປູກໂດຍໄລຍະຫ່າງລະຫວ່າງແຖວ 70-100 ຊັງຕີແມັດ ລະຫວ່າງຕົ້ນ 50 ຊັງຕີແມັດ

 

2. ການປູກ
ການປູກສາມາດປະຕິບັດໄດ້ 3 ວິທີ ຕາມຕວາມເໝາະສົມຄື:
1 ໂດຍວິທີການຢອດເມັດໂດຍກົງລົງໃນຂຸມປູກຂຸມລະ 2-3 ເມັດ ຖ້າເມັດພັນມີເປີເຊັນຄວາມງອກ 80% ໃຊ້ເມັດພັນປະມານ 60-90 ກຼາມ/ໄລ່ ການປູກແບບນີ້ຊາວກະສິກອນນິຍົມກັນປະຕິບັດໃນພື້ນທີ່ປູກທີ່ມີຂະໜາດໃຫ່ຍ ແລະ ບໍ່ມີແຮງງານພຽງພໍໃນການຍ້າຍເບ້ຍລົງປູກ ຈຸດອ່ອນຂອງການປູກໂດຍວິທີນີ້ຄື: ຕົ້ນໝາກເຜັດອ່ອນແອອາດຖຶກມົດ ຫຼື ແມງອື່ນໆກັດກິນໃບເຮັດໃຫ້ສິ້ນເປືອງເມັດພັນ ແລະ ເສຍເວລາໃນການປູກສ້າມ
2 ນຳເມັດພັນມາຈຸ່ມນໍ້າແລ້ວໃຊ້ຜ້າຫໍ່ແລ້ວບົ່ມໄວ້ປະມານ 2 ວັນ ເມັດຈະງອກແລ້ວນຳໄປປູກ
3 ກ້າເບ້ຍໃນໜານກ້າເບ້ຍເສຍກ່ອນ ໜານກ້າເບ້ຍຄວນໃສ່ຝູ່ນສູດ 15-15-15 ໃນອັດຕາ 100 ກຼາມ/ແມັດ ໄຖດິນໃຫ້ເລີກປະມານ 25-30 ຊັງຕີແມັດ ຄວນໃຊ້ຟູລາດານໃນການກ້າເບ້ຍ ຫຼັງຈາກຫວ່ານເມັດໄດ້ 10 ວັນ ເມັດເລີ່ມງອກຖ້າມີຕົ້ນໜາແໜ້ນ ໃຫ້ຖອກແຍກ ຫຼັງຈາກມີມີໃບແທ້ເຈັມທີ່ແລ້ວ 2-3 ວັນ. ຫຼັງກ້າເບ້ຍໄດ້ 18 ວັນ ໃຫ້ຫົດດ້ວຍຝຸ່ນແອມໂມເນຍ (Urea) ລະລາຍນໍ້າໃນອັດຕາ 1 ກຼາມ/ນໍ້າ 200 ຊີຊີ ແລ້ວຫົດນໍ້າທັນທີ ການກ້າເບ້ຍດ້ວຍວິທີທຳມະກາ ທີ່ເມັດພັນຍັງບໍ່ງອກວິທີນີ້ຄວນປະສົມຢາປ້ອງກັນກຳຈັດເຊື້ອຣາທີ່ອາດຈະຕິດມາກັບເມັດ ກ່ອນນຳໄປກ້າໄດ້ແກ່: ອໍໄຣໄຊ ແ/ະ ໃນໜ້າໜານເບ້ຍຕວນຫົດດ້ວຍໄດໂຟລາແທນ 80 ຫຼື ໄດເທນເອັມ 45 ເພື່ອປ້ອງກັນພະຍາດເນົ່າ ເມື່ອເບ້ຍມີອາຍຸໄດ້ 30 ວັນຂຶ່ງຍ້າຍປູກໄດ້.

3. ການໃຫ້ນໍ້າ
ຫຼັງຈາກປູກຕວນໃຫ້ນໍ້ານນໍ້າດັ່ງນີ້: ຊ່ວງ 3 ວັນທຳອິດໃຫ້ນໍ້າວັນລະ 2 ຄັ້ງ ເຊົ້າ-ແລງ, ຊ່ວງ 4 ວັນຕໍ່ມາໃຫ້ນໍ້າວັນລະຄັ້ງ, ຊ່ວງອາທິດທີ່ 2 ເຖິງອາທິດທີ່ 4 ໃຫ້ນໍ້າອາທິດລະ 2 ຄັ້ງ, ຊ່ວງອາທິດທີ່ 5 ຂື້ນໄປແລ້ວໃຫ້ນໍ້າອາທິດລະຄັ້ງ. ການໃຫ້ນໍ້າຄວນໃຫ້ຕາມສະພາບພື້ນທີ່ ແແລະ ເບິ່ງຄວາມຊຸ່ມຂອງດິນ. ລະບົບການໃຫ້ນໍ້າແມ່ນມີຫຼາຍລະບົບຂື້ນກັບສະພາບ ແລະ ເງືອນໄຂ, ແຕ່ລະບົບການໃຫ້ນໍ້າແບບສາຍນໍ້າພຸພົບວ່າມີປະສິດຕິຜົນສູງ ແລະ ສາມາດຫຼູດຕົ້ນທຶນຄ່າແຮງງານໄດ້.

4. ການໃສ່ຝູ່ນ
ການໃສ່ຝຸ່ນແມ່ນຂື້ນກັບຊະນິດ ແລະ ຄຸນນະພາບຂອງດິນປູກ ໂດຍທົ່ວແນະນຳໃຊ້ຝຸ່ນສູດ 15-15-15 ຮອງພື້ນກ່ອນຍ້າຍປູກໃນອັດຕາ 50 ກິໂລແມັດ/ໄລ່ ແລະ ຫຼັງປູກໄດ້ 1 ເດືອນ ໃສ່ໃນອັດຕາ 50 ກິໂລ/ໄລ່ ອີກຄັ້ງໜຶ່ງ ວິທີການໃສ່ແມ່ນຝັງໃສ່ຂ້າງຕົ້ນ ຫ່ງອອກຈາກຕົ້ນປະມານ 10 ຊັງຕີແມັດ ໃນໄລຍະນີ້ໝາກເຜັດເລີ່ມຈະມີຕາດອກ(ແຕ່ຍັງບໍ່ທັນດອກ) ມີຄວາມຕ້ອງການທາດອາຫານເສີມ. ດັ່ງນັ້ນຫຼັງຈາກໃສ່ຝຸ່ນໄດ້ປະມານ 1-2 ອາທິດ ຄວນສິດປູຍນໍ້າໃສ່ ເຊັ່ນ: ໃບຟູລານ ໃຫ້ທາງໃບຊຶ່ງໝາກເຜັດຈະສາມາດດູດໄປນຳໃຊ້ໄດ້ໄວຂື້ນ, ປຸ່ຍນໍ້າສິດໃຫ້ໃຫ້ທາງໃບນີ້ຄວນໃຫ້ຫຼັງເກັບກ່ຽວຜົນຜະລິດທຸກຄັ້ງໂດຍສິດປະສົມກັບຫຍ້າປ້ອງກັນ ແລະ ກຳຈັດສັດຕູ້ພືດ.

5. ການເກັບກ່ຽວ.
ການເກັບກ່ຽວໝາກເຜັດຈະເລີ່ມໃຫ້ຜົນຜະລິດ ຫຼັງຈາກຍ້າຍປູກໄດ້ 2 ເດືອນ ຫາ 3 ເດືອນ ໃນໄລຍະທຳອິດຜົນຜະລິດຈະໄດ້ໜ້ອຍ ແລະ ຈະຄ່ອຍໆ ເພີ່ມຂື້ນຕາມລຳດັບ. ເກັບກ່ຽວຜົນຜະລິດອາທິດລະຄັ້ງ ຜົນຜະລິດຈະເລີ່ມຫຼູດລົງເມື່ອໝາກເຜັດເລີ່ມແກ່, ເມື່ອໝາກເຜັດອາຍຸໄດ້ 6-7 ເດືອນ ຫຼັງຍ້າຍປູກຕົ້ນກໍ່ເລີ່ມຊຸດໂຊມ ແລະ ຢຸດໃຫ້ຜົນຜະລິດ ແຕ່ຖ້າມີການບົວລະບັດຮັກສາດີ ໝາກເຜັດຈະມີອາຍຸໄດ້ເຖິງ 1 ປີ