ໝູພື້ນເມືອງຂອງລາວ
ການຄົ້ນຄ້ວາກ່ຽວກັບຫມູພື້ນເມືອງຂອງລາວ
ການຈັດຈຳແນກຫມູ (Classification)
ການຈັດຈຳແນກຫມູໃນໂລກນີ້ ແມ່ນ ປະກອບມີໂຄງຮ່າງຫລັກດັ່ງມີລາຍລະອຽດດັ່ງຕໍ່ໄປນີ້:
ອານາຈັກ(Kingdom) | Animalia | ອານາຈັກສັດ |
ປະເພດ (Phylum) | Chordata | ມີກະດູກສັນຫລັງ |
ປະເພດຍ່ອຍ (Subphylum) | Vertebrata | ມີກະດູກສັນຫລັງ ແລະ ມີເລືອດ |
ຊັ້ນ(Class) | Mummalia | ເປັນສັດເລືອດອຸ່ນ ແລະ ລ້ຽງລູກດ້ວຍນົມ |
ອັນດັບ(Order) | Artiodactyla | ຕີນມີລັກສະນະເປັນກີບຄູ່ |
ຄອບຄົວ(Family) | Suida | ເປັນສັດກະເພາະດ່ຽວ |
ຕະກຸນ(Genus) | Babyrousa (babirusa) | ຫມູທີ່ພົບເຫັນຢູ່ ເກາະ ຊູລາເວຊີ ປະເທດອິນໂດເນເຊຍ, ຊຶ່ງປະຈຸບັນນີ້ນັກວິທະຍາ ສາດຫລາຍຄົນເຊື່ອວ່າຫາຍສາບສູນໄປແລ້ວ. |
Phacochoerus (wart hogs) | ຫມູທີ່ພົບເຫັນໃນເຂດຊາຮາຣາຂອງ ອາຟລິກາ | |
Hylochoerus (forest hogs) | ຫມູປ່າຈາກອາຟລິກາ ປະເທດເຄນຢາ. | |
Potamochoerus (bush pig) | ຫມູໃນເຂດຊາຮາຣາ ຂອງອາຟລິກາ. | |
Sus (pigs) | ເປັນຕະກຸນທີ່ມີຫລາຍໃນໂລກນີ້ | |
ຊະນິດ (Species) | ຢູ່ໃນນີ້ ແມ່ນມີຫລາຍຊະນິດ ແຕ່ ຍົກເອົາຊະນິດ ທີ່ມັນກ່ຽວຂ້ອງ ກັບ ຫມູພື້ນເມືອງ ຂອງ ລາວ ຄື: | ເປັນຊະນິດຫມູທີ່ມີການລ້ຽງຢ່າງກ້ວາງຂວາງ ຢູ່ໃນໂລກນີ້ ຊຶ່ງມີຫລາຍໆ ພັນ ລວມທັງພັນ ພື້ນເມືອງຂອງລາວເຮົາດ້ວຍ. |
Sus domesticus |
ຄຸນລັກສະນະຂອງຫມູພື້ນເມືອງ
ຊາວກະສິກອນຜູ້ລ້ຽງຫມູ ຢູ່ ສປປ ລາວ ປະມານ 90% ແມ່ນລ້ຽງຫມູພື້ນເມືອງ (Phengsavanh et al., 2011). ຫມູລາດ ແມ່ນມີຄຸນລັກສະນະທີ່ມີນ້ຳຫນັກໂຕຕ່ຳ, ການຈະເລີນເຕີບໂຕຊ້າ, ມີຄວາມສາມາດໃນການຜະລິດໄຂມັນສູງ ແລະ ປັບຕົວໄດ້ດີກັບສະພາບເງື່ອນໄຂສະພາບແວດລ້ອມ ແລະ ການຜະລິດຂອງຊາວກະສິກອນ(Phengsavanh et al, 2011). ຫມູພື້ນເມືອງລາວ ແມ່ນນອນຢູ່ໃນຕະກຸນ Sus ແລະ ສາຍພັນ Scrofa ຫລື Sus domesticus, ຊຶ່ງຢູ່ໃນ ສປປ ລາວ ມີ 4 ພັນເຊັ່ນ ຫມູລາດ, ຫມູມົ້ງ ຫລື ລາວສູງ, ຫມູຈີດ ແລະ ຫມູແດງ, ຊຶ່ງແຕ່ລະພັນ ແມ່ນມີຄຸນລັກສະນະທີ່ແຕກຕ່າງກັນດັ່ງຕໍ່ໄປນີ້:
ຫມູລາດ
ຫມູລາດແມ່ນມີຢູ່ເກືອບທຸກພາກ ຂອງ ສປປລາວ, ແຕ່ຈະພົບເຫັນຫລາຍໃນເຂດພູດອຍພາກເຫນືອ ແລະ ພາກກາງຂອງລາວ, ເປັນຫມູທີ່ມີຮູບຮ່າງໃຫຍ່ ແລະ ຕົນໂຕສີດໍາ ຫນ້າພາກມີສີຂາວ. ຫມູລາດທີ່ມີນໍ້າຫນັກໃຫຍ່ເຕັມທີ່ແມ່ນປະມານ 80 ຫາ 100 ກິໂລ (ໂຕແມ່ໃຫຍ່ເຕັມທີມີນໍ້າຫນັກ 80 ຫາ 100 ກິໂລ, ແຕ່ຫມູຜູ້ຈະມີນໍ້າຫນັກຕໍ່າກວ່າປະມານ 60-80 ກິໂລ).
ຫມູລາດທີ່ລ້ຽງໃນລະບົບແບບປະປ່ອຍ
ຫມູມົ້ງ
ຫມູມົ້ງຈະພົບເຫັນຫລາຍຢູ່ໃນເຂດທີ່ມີເຜົ່າມົ້ງດຳລົງຊີວິດຢູ່ໃນ ສປປ ລາວ ເຊັ່ນ ຢູ່ເຂດຫນອງແຮດແຂວງຊຽງຂວາງ, ເຂດອື່ນໆ ໃນພາກເຫນືອ ແລະ ບາງສ່ວນຂອງພາກກາງ ຂອງ ສປປ ລາວ. ຫມູມົ້ງ ແມ່ນມີສີດໍາ ແລະ ຮູບຮ່າງໃຫຍ່ທີ່ມີນ້ຳຫນັກເຕັມທີ່ປະມານ 80 ຫາ 120 ກິໂລ (ໂຕແມ່ໃຫຍ່ເຕັມທີມີນໍ້າຫນັກ 85 ຫາ 120 ກິໂລ, ແຕ່ຫມູຜູ້ຈະມີນໍ້າຫນັກ 60-80 ກິໂລ).
ຫມູມົ້ງຢູ່ ເມືອງຫນອງແຮດ ແຂວງຊຽງຂວາງ
ຫມູຈີດ (ຫມູຫມາກກະໂດນ ຫລື ຫມູບົວ)
ຫມູຈີດ ແມ່ນພົບເຫັນຫລາຍກ່ວາຫມູ່ໃນເຂດພາກກາງຂອງ ສປປ ລາວ ໂດຍສະເພາະ ແມ່ນໃນແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ຫມູພັນດັ່ງກ່າວ ແມ່ນມີສີດໍາຮູບຮ່າງນ້ອຍມີນໍ້າຫນັກໃນເວລາໃຫຍ່ເຕັມທີ່ປະ ມານ 40-60 ກິໂລ (ໂຕແມ່ໃຫຍ່ເຕັມທີມີນໍ້າຫນັກ 50 ຫາ 60 ກິໂລ, ແຕ່ຫມູຜູ້ຈະມີນໍ້າຫນັກຕໍ່າກວ່າປະມານ 30-40 ກິໂລ).
ຫມູຈີດຢູ່ ແຂວງ ບໍລິຄໍາໄຊ
ຫມູແດງ ຫລື ຫມູເບີກ
ເປັນຫມູພື້ນເມືອງອີກສາຍພັນຫນຶ່ງ ທີ່ພົບເຫັນສະເພາະໃນເຂດພາກໃຕ້ຂອງລາວເຮົາ ໂດຍສະເພາະແມ່ນພົບເຫັນຫລາຍຢູ່ແຂວງຈໍາປາສັກ, ຊຶ່ງເປັນທີ່ເຊື່ອກັນມາວ່າ ເປັນຫມູຊອດລະຫວ່າງຫມູດູຣອກ ແລະ ຫມູພື້ນເມືອງ, ຊຶ່ງໄດ້ຜ່ານການປະສົມພັນຂ້າມໄປມາເປັນເວລາຫລາຍປີ ຈົນສາມາດປັບຕົວ ແລະ ກາຍເປັນສາຍພັນພື້ນເມືອງຂອງລາວເຮົາ. ຫມູແດງ ແມ່ນມີສີແດງ, ຫນ້າພາກສັ້ນ, ຮູບຮ່າງໃຫຍ່ ແລະ ມີນ້ຳຫນັກເຕັມທີ່ ປະມານ 65-90 ກິໂລ.
ຫມູແດງຢູ່ ເມືອງ ໂຂງ ແຂວງຈໍາປາສັກ
ການຈະເລີນເຕີບໂຕ ແລະ ການຜະລິດລູກຂອງຫມູລາດ ຢູ່ໃນລະບົບການລ້ຽງຂອງຊາວກະສິກອນ
ການລ້ຽງຫມູຂອງຊາວກະສິກອນສ່ວນໃຫຍ່ ແມ່ນອາໄສອາຫານທີ່ມີຢູ່ຕາມທ້ອງຖິ່ນຕ່າງໆເຊັ່ນ ສິ່ງເສດເຫລືອຈາກການຜະລິດກະສິກຳ (ຮຳ ແລະ ເຂົ້່າປຽນ), ພືດທີ່ປູກ (ສາລີ ແລະ ມັນຕົ້ນ) ແລະ ພືດຜັກຕ່າງໆ (ບອນ, ຫຍ້າເຮືອບິນ, ຜັກຫົມ ແລະ ອື່ນໆ). ຈະສັງເກດເຫັນວ່າອາຫານເຫລົ່ານີ້ ແມ່ນເປັນແຫລ່ງພະລັງງານ ສ່ວນແຫລ່ງ ໂປຼຕີນແມ່ນໄດ້ມາຈາກພືດຜັກຕ່າງໆເທົ່ານັ້ນ ແຕ່ພືດຜັກສ່ວນໃຫຍ່ແມ່ນບັນຈຸເຍື້ອໄຍສູງທີ່ເຮັດໃຫ້ອາຫານມີ ຄວາມຍ່ອຍຕ່ຳ, ຊຶ່ງທັງຫມົດນັ້ນ ແມ່ນໄດ້ເຮັດໃຫ້ອາຫານທີ່ຊາວກະສິກອນນຳໃຊ້ເປັນອາຫານຫມູ ແມ່ນບໍ່ມີ ຄວາມດຸ່ນດ່ຽງທາງດ້ານທາດອາຫານ ຫມາຍວ່າຂາດທາດໂປຼຕີນ. ນອກຈາກການຂາດແຄນທາງດ້ານຄຸນນະພາບ ແລ້ວ, ການຂາດແຄນທາງດ້ານປະລິມານຕາມລະດູການ ກໍເປັນບັນຫາຫນຶ່ງທີ່ສຳຄັນເຮັດໃຫ້ຫມູໄດ້ຮັບອາຫານບໍ່ພຽງພໍ.
ອາຫານຫມູທີ່ຫາໄດ້ຕາມທ້ອງຖິ່ນຕ່າງໆ
ບັນຫາດັ່ງກ່າວນີ້ ມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການຈະເລີນເຕີບໂຕຂອງຫມູ, ຊຶ່ງຈາກຜົນຂອງການສຳຫລວດ ແລະ ເກັບກຳຂໍ້ມູນ ແມ່ນເຫັນວ່າຫມູທີ່ລ້ຽງໃນລະບົບຂອງຊາວກະສິກອນ ທີ່ອາໄສອາຫານທີ່ຫາໄດ້ໃນທ້ອງຖິ່ນ ແມ່ນມີການຈະເລີນເຕີບໂຕຊ້າ ປະມານ 100 ຫາ 140 ກຼາມ ຕໍ່ ມື້, ສ່ວນລາຍລະອຽດກ່ຽວກັບການຈະເລີນເຕີບໂຕຂອງຫມູ ໃນລະບົບການລ້ຽງຂອງແຕ່ລະກຸ່ມຊົນເຜົ່າ ແມ່ນມີໃນຕາຕະລາງ 10. ຈາກຂໍ້ມູນໃນຕາຕະລາງ 10 ສັງເກດເຫັນວ່າ ການຈະເລີນເຕີບໂຕຂອງຫມູ ໃນກຸ່ມຊົນເຜົ່າລາວ-ໄຕ ຈະມີການເຕີບໂຕດີກ່ວາຫມູທີ່ລ້ຽງໂດຍກຸ່ມຊົນເຜົ່າອື່ນໆ ຊຶ່ງມັນສືບເນື່ອງມາຈາກ ກຸ່ມຊົນເຜົົ່າລາວ-ໄຕ ສ່ວນໃຫຍ່ມັກດຳລົງຊີວິດຢູ່ທົ່ງພຽງ ແລະ ເຮັດນາເປັນສ່ວນໃຫຍ່ ອັນໄດ້ເຮັດໃຫ້ມີເສດເຫລືອຈາກການຜະລິດກະສິກຳຫລາຍເຊັ່ນ ຮຳ, ເຂົ້າປຽນ, ຂີ້ຊ່າເຫລົ້າ ແລະ ຜັກພືດອື່ນໆອີກ ໃນຈຳນວນທີ່ພຽງພໍສຳລັບການນຳໃຊ້ເປັນອາຫານຫມູ.
ຕາຕະລາງ10: ການຈະເລີນເຕີບໂຕຂອງຫມູລາດໃນລະບົບການລ້ຽງຂອງຊາວກະສິກອນໃນແຕ່ລະກຸ່ມຊົນເຜົ່າ
ກຸ່ມຊົນເຜົ່າ | |||||
ລາວ-ໄຕ (n=108) | ມອນ-ຂະແມ (n=76) | ມົ້ງ-ມຽນ (n=55) | ຕີເບໂຕ-ເບີມັນ (n=33) | SEM | |
ໄລຍະການລ້ຽງ, ເດືອນ | 13.9a | 19.0b | 19.8b | 17.4b | 0.76 |
ນ້ຳຫນັກເລີ່ມຕົ້ນ, ກລ | 11.1a | 8.9b | 17.15c | 10.3a | 1.30 |
ນ້ຳຫນັກສຸດທ້າຍ, ກລ | 64.7a | 61.6a | 82.8b | 65.6a | 1.96 |
ນ້ຳຫນັກເພີ້ມ, ກຼ | 140a | 104b | 117b | 108b | 5.07 |
a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)
ການລ້ຽງຫມູແບບຂັງຄອກຂອງຊາວກະສິກອນ
ການຜະລິດລູກຂອງຫມູລາດແມ່ນຕ່ຳ ສະເລ່ຍແລ້ວແມ່ນໃຫ້ລູກປະມານ 3 ຄັ້ງ ຕໍ່ສອງປີ, ຊຶ່ງຈໍານວນຫມູນ້ອຍທີ່ເກີດໃນແຕ່ລະຊອກ ແມ່ນສະເລ່ຍປະມານ 7 ໂຕ, ຊຶ່ງຖ້າສົມທຽບໃສ່ຫມູພື້ນເມືອງຂອງໄທເຊັ່ນ ຫມູກະໂດນ ແລະ ຫມູລາດ ແມ່ນໃກ້ຄຽງກັນ, ແຕ່ຖ້າທຽບໃສ່ກັບຫມູມົ້ງກາຍຂອງຫວຽດນາມ ແມ່ນຕ່ຳກ່ວາ (12-15 ໂຕ). ຈາກການສຶກສາຄົ້ນຄ້ວາຂອງສູນຄົ້ນຄ້ວາການລ້ຽງສັດ ໄດ້ຮັບຮູ້ວ່າສາຍເຫດທີ່ເຮັດໃຫ້ຫມູພື້ນເມືອງຂອງລາວ ມີຈຳນວນຫມູນ້ອຍຕໍ່ຊອກຕ່ຳ ແມ່ນຍ້ອນວ່າຈຳນວນໄຂ່ທີ່ຕົກຈາກຮວຍໄຂ່ລົງມາ ແມ່ນສະເລ່ຍປະມານ 8-9 ຫນ່ວຍ ແລະ ໃນຈຳນວນນີ້ແມ່ນ ປະມານ 10-20% ຕາຍ (Ratky et al. 2010). ນອກຈາກນັ້ນແລ້ວ, ກໍອາດມາຈາກສາຍເຫດອື່ນໆເຊັ່ນ ການນຳໃຊ້ຫມູພໍ່ພັນທີ່ອາຍຸຍັງນ້ອຍ (ປະມານ 5-7 ເດືອນ) ຂອງຊາວກະສິກອນ ແລະ ການປະສົມພັນພາຍໃນ ອັນເນື່ອງມາຈາກຊາວກະສິກອນສ່ວນໃຫຍ່ຈະບໍ່ຄ່ອຍມີການຄັດເລືອກພໍ່ພັນ ຫລື ຊື້ພໍ່ພັນມາຈາກເຂດອື່ນໆ ສ່ວນໃຫຍ່ຈະນຳໃຊ້ໂຕທີ່ເຫລືອຈາກການຂາຍມາເປັນພໍ່ພັນ ຊຶ່ງເຮັດໃຫ້ເກີດການປະສົມພາຍໃນ (inbreeding) ມາເປັນເວລາອັນຍາວນານ (Phengsavanh et al. 2010).
ຫມູແມ່ລູກອ່ອນໃນລະບົບການລ້ຽງແບບປະປ່ອຍ
ຈາກການລົງສຶກສາ ແລະ ສຳຫລວດ ຂອງສູນຄົ້ນຄ້ວາການລ້ຽງສັດຍັງພົບວ່າ ບັນຫາສຳຄັນອັນໜຶ່ງທີ່ ພົບພໍ້ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ຊາວກະສິກອນກໍຄືການຕາຍຂອງຫມູນ້ອຍ, ຊຶ່ງຂໍ້ມູນໃນຕາຕະລາງ 11 ໄດ້ ສະແດງໃຫ້ເຫັນວ່າອັດຕາການຕາຍຂອງຫມູນ້ອຍ ແມ່ນປະມານ 30 ຫາ 50 %.
ຕາຕະລາງ11: ການຜະລິກລູກຂອງຫມູລາດໃນລະບົບການລ້ຽງຂອງຊາວກະສິກອນ.
ກຸ່ມຊົນເຜົ່າ | |||||
ລາວ-ໄຕ (n=108) | ມອນ-ຂະແມ (n=76) | ລາວ-ໄຕ (n=108) ມອນ-ຂະແມ (n=76) ມົ້ງ-ມຽນ (n=55) | ຕີເບໂຕ-ເບີມັນ (n=33) | SEM | |
ຈຳນວນຊອກ ຕໍ່ ປີ | 1.5a | 1.1b | 1.3c | 1.4ab | 0.04 |
ຈຳນວນຫມູນ້ອຍ ຕໍ່ ຊອກ | 7.2a | 6.8a | 6.5b | 6.9a | 0.14 |
ຈຳນວນຫມູນ້ອຍທີ່ຍັງມີຊີວິດ | 5.2a | 4.3b | 3.6c | 4.6ab | 0.22 |
ອາຍຸຕອນຢ່ານົມ, ເດືອນ | 3.1a | 3.3a | 3.9b | 3.6b | 0.30 |
ນ້ຳຫນັກຕອນຢ່ານົມ, ກລ | 7.4a | 5.6b | 7.4a | 6.5a | 0.12 |
ອາຍຸການປະສົມພັນຄັ້ງທຳອິດ ຂອງຫມູແມ່, ເດືອນ | 8.1a | 9.0a | 7.7b | 8.4a | 0.25 |
ນ້ຳຫນັກໃນຕອນປະສົມພັນຄັ້ງທຳອິດ, ກລ | 37.3a | 31.3b | 27.6c | 34.1a | 1.21 |
ອາຍຸການໃຊ້ງານຂອງຫມູແມ່, ປີ | 2.7a | 2.7a | 3.7b | 3.2a | 0.12 |
a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)
ສາຍເຫດອັນສຳຄັນທີ່ເຮັດໃຫ້ຫມູນ້ອຍຕາຍ ແມ່ນສ່ວນໃຫຍ່ມາຈາກການເຈັບທ້ອງ ທີ່ສືບເນື່ອງມາຈາກການຕິດເຊື້ອພະຍາດ ທີ່ມາຈາກຄອກ ຫລື ສະຖານທີ່ບໍ່ສະອາດ, ການຂາດທາດອາຫານ ແລະ ໄດ້ຮັບນໍ້ານົມຈາກແມ່ໃນຈຳນວນບໍ່ພຽງພໍ ເພາະຫມູແມ່ແມ່ນຂາດແຄນອາຫານໃນໄລຍະຖືພາ ແລະ ຕອນໃຫ້ນົມລູກ.
ຄວາມສາມາດໃນການຈະເລີນເຕີບໂຕຂອງຫມູລາດ
ເພື່ອເປັນການຊອກຫາລະດັບ ຫລື ທ່າແຮງໃນການຈະເລີນເຕີບໂຕຂອງຫມູພື້ນເມືອງ ສູນຄົ້ນຄ້ວາການ ລ້ຽງສັດ ໄດ້ຮ່ວມມືກັບສູນຄົ້ນຄ້ວາກະສິກຳສາກົນຂອງອົດສະຕາລີ (ACIAR) ໄດ້ທົດລອງການນຳໃຊ້ອາຫານ ສຳເລັດຮູບທີ່ມີຄວາມດຸນດ່ຽງທາງດ້ານທາດອາຫານ (ໂປຼຕິນ 18 % ແລະ ພະລັງງານປະມານ 12 MJ/ກິໂລ ທາດແຫ້ງ) ໃຫ້ເປັນອາຫານແກ່ຫມູລຸ້ນ ໃນ 5 ລະດັບທີ່ແຕກຕ່າງກັນຂອງຄວາມຕ້ອງການອາຫານ ( 60, 70, 80, 90 ແລະ 100% ຂອງຄວາມຕ້ອງການ).
ຜົນຂອງການທົດລອງໄດ້ສະແດງໃຫ້ເຫັນວ່າ ຫມູລາດທີ່ໄດ້ຮັບອາຫານທີ່ມີຄຸນນະພາບ ແລະ ໃນຈຳ ນວນທີ່ພຽງພໍກັບຄວາມຕ້ອງການ ແມ່ນມີຄວາມສາມາດໃນການຈະເລີນເຕີບໂຕ ໃນລະດັບ 500 ຫາ 600 ກຼາມ ຕໍ່ ມື້ (ຕາຕະລາງ 12), ຊຶ່ງຖ້າສົມທຽບໃສ່ການຈະເລີນເຕີບໂຕຂອງຫມູໃນລະບົບການລ້ຽງຂອງຊາວກະສິກອນ ໂດຍໃຊ້ອາຫານທີ່ຫາໄດ້ໃນທ້ອງຖິ່ນ (100 ກຼ ຕໍ່ ມື້) ແມ່ນ ສູງກວ່າປະມານ 5 ຫາ 6 ເທົ່າ. ສະນັ້ນ, ການທົດລອງຄັ້ງນີ້ໄດ້ຢັ້ງຢືນວ່າ ຫມູລາດແມ່ນມີທ່າແຮງໃນການຈະເລີນເຕີບໂຕຂ້ອນຂ້າງສູງ ແລະ ນອກຈາກນັ້ນແລ້ວ ມັນຍັງສະແດງໃຫ້ເຫັນວ່າອາຫານ ທິ່ຊາວກະສິກອນນຳໃຊ້ໃນທ້ອງຖິ່ນຕ່າງໆນັ້ນ ແມ່ນມີຄຸນະພາບຕ່ຳ ແລະ ອາດຕອບສະຫນອງໃນຈຳນວນຈຳກັດ ບໍ່ພຽງພໍຕໍ່ຄວາມຕ້ອງການອາຫານສຳລັບຫມູ ຈຶ່ງເຮັດໃຫ້ຫມູຂອງຊາວກະສິກອນມີການເຕີບໂຕຊ້າ (Keonouchanh et al. 2008).
ຕາຕະລາງ12: ການທົດສອບທ່າແຮງການຈະເລີນເຕີບໂຕຂອງຫມູລາດ
ຈຸທົດລອງ, % ຄວາມຕ້ອງການຂອງອາຫານ | SMD | |||||
100 | 90 | 80 | 70 | 60 | ||
ຈຳນວນສັດ, ໂຕ | 6 | 6 | 6 | 6 | 6 | |
ນ້ຳຫນັກເບື້ອງຕົ້ນ, ກລ | 21.3 | 20.8 | 19.7 | 18.7 | 21.1 | 3.14 |
ນ້ຳຫັນກສຸດທ້າຍ, ກລ | 61.7 | 60.8 | 61.3 | 61.2 | 61.2 | 1.38 |
ຈຳນວນມື້ລ້ຽງຈົນຮອດນ້ຳຫນັກສຸດທ້າຍ, ມື້ | 77 | 76 | 80 | 94 | 122 | 8.70 |
ນ້ຳຫນັກເພີ້ມ, ກຼ | 558a | 542a | 523ab | 446b | 346c | 57.1 |
ອັດຕາແລກປ່ຽນອາຫານ ຕໍ່ ນ້ຳຫນັກເພີ້ມ,ກລ/ກລ | 3.61 | 3.39 | 3.23 | 3.21 | 3.44 | 0.27 |
a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)
ດັ່ງທີ່ຮູ້ມາແລ້ວວ່າຫມູພັນພື້ນເມືອງ ເປັນຫມູທີ່ມີໄຂມັນສູງ ແລະ ມັນໄດ້ຢັ້ງຢືນອີກຄັ້ງຈາກການສຶກສາ ກ່ຽວກັບຊາກຂອງຫມູ ທີ່ໄດ້ທົດລອງຢູ່ສູນຄົ້ນຄ້ວາການລ້ຽງສັດວ່າເປີເຊັນໄຂມັນໃນຊາກ ແມ່ນມີສູງຕັ້ງແຕ່ 48 ຫາ 60 % ຂຶ້ນຕາມປະເພດ ແລະ ຈຳນວນອາຫານທີ່ຫມູກິນເຂົ້າໄປ (ຕາຕະລາງ 13). ແຕ່ເຖິງຢ່າງນັ້ນກໍຕາມ, ຈຸດດີຂອງມັນກໍຄື ຊາວກະສິກອນໃນເຂດຊົນນະບົດ ແລະ ຫ່າງໄກຊອກຫລີກ ແມ່ນຍັງນິຍົມລ້ຽງຫມູລາດ ເພາະວ່າເວລາຂ້າຫມູ ສຳລັບງານບຸນຕ່າງໆ ແມ່ນເຂົາເຈົ້າຈະແຍກໄຂມັນອອກ ແລະ ຈືນເອົານ້ຳມັນໄວ້ສຳລັບການແຕ່ງກິນທົ່ວໄປ.
ຕາຕະລາງ13: ຄຸນລັກສະນະຊາກຂອງຫມູລາດ
ຈຸທົດລອງ, % ຄວາມຕ້ອງການຂອງອາຫານ | LSD | |||||
100 | 90 | 80 | 70 | 60 | ||
ຈຳນວນສັດ, ໂຕ | 6 | 6 | 6 | 6 | 6 | |
ນ້ຳຫນັກກ່ອນຂ້າ, ກລ | 62.0 | 61.7 | 61.1 | 62.0 | 62.0 | 1.45 |
ນ້ຳຫນັກຊາກ, ກລ | 42.7 | 42.7 | 41.8 | 42.1 | 42.3 | 1.72 |
ໄຂມັນສັນຫລັງ ຢູ່ P2, ຊັງຕິແມັດ | 3.4 | 3.5 | 3.3 | 3.4 | 3.1 | 5.01 |
ນ້ຳຫນັກໄຂມັນທັງຫມົດ, ກລ | 25.3a | 24.2ab | 23.5ab | 22.3bc | 20.3c | 2.59 |
ເປີເຊັນໄຂມັນ, % | 59a | 57a | 56a | 53b | 48b | 6.2 |
ນ້ຳຫນັກຊີ້ນທັງຫມົດ, ກລ | 14.8a | 14.5a | 15.2a | 15.0a | 16.9b | 1.16 |
ເປີເຊັນຊີ້ນ, % | 35a | 34b | 36a | 36a | 40c | 40 |
a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)
ສະນັ້ນ, ຈາກຂໍ້ມູນຂອງການຄົ້ນຄ້ວາຄັ້ງນີ້ ແມ່ນສາມາດເຫັນໄດ້ທ່າອ່ຽງຄວາມຕ້ອງການທາງດ້ານທາດອາຫານ ຂອງຫມູພື້ນເມືອງລາວແມ່ນຕ່ຳ ຊຶ່ງໄດ້ສະແດງອອກຢູ່ບ່ອນວ່າ ຫມູຢູ່ໃນກຸ່ມທີ່ໄດ້ກິນອາຫານພຽງແຕ່ 80 % ແມ່ນມີການເຕີບໂຕໃກ້ຄຽງກັບຫມູທີ່ໄດ້ກິນອາຫານຫລາຍກ່ວາ.
ຄວາມຕ້ອງການທາດໂປຼຕິນ ແລະ ພະລັງງານຂອງຫມູລາດ
ຈາກຜົນຂອງການສຳຫລວດ ແລະ ຄົ້ນຄ້ວາທີ່ກ່າວມາຂ້າງເທິງນັ້ນ ແມ່ນ ສັງເກດເຫັນວ່າ ການຈະເລີນ ເຕີບໂຕຂອງໝູພື້ນເມືອງ ໃນລະບົບການຜະລິດຂອງຊາວກະສິກອນແມ່ນຕ່ຳ ປະມານ 100 ກຼາມ ຕໍ່ ມື້ (Phengsavanh et al, 2010), ຊຶ່ງສາຍເຫດຫລັກແມ່ນມາຈາກອາຫານທີ່ມີຄຸນນະພາບຕ່ຳ, ແຕ່ໃນເວລາ ທີ່ໄດ້ຮັບອາຫານທີ່ມີຄຸນນະພາບດີ ຫມູລາດຈະສາມາດຈະເລີນເຕີບໄດ້ໃນລະດັບ 500 ກຼາມ ຕໍ່ ມື້ (Keonouchanh et al. 2008). ສະນັ້ນ, ມັນຈຶ່ງມີຄວາມຈຳເປັນທີ່ຕ້ອງຮູ້ຈັກ ຄວາມຕ້ອງການດ້ານທາດອາຫານສັດ ເພື່ອຈະສາມາດສ້າງສູດອາຫານ ຫລື ດຸ່ນດ່ຽງທາດອາຫານ ໃຫ້ເຫມາະສົມກັບຄວາມຕ້ອງການ ສຳລັບຫມູລາດໃນແຕ່ລະລຸ້ນ.
ສູນຄົ້ນຄ້ວາການລ້ຽງສັດ ໄດ້ຮັບການສະຫນັບສະຫນູນທຶນໂດຍ ອົງການພັດທະນາສາກົນຂອງສະວີເດນ (Sida), ກົມຮ່ວມມືທາງດ້ານການຄົ້ນຄ້ວາຂອງສະວີເດັນ (SAREC), ກອງທຶນ Gines-Mera ສຳລັບການສຶກສາຂັ້ນສູງ ຂອງສູນກະສິກຳເຂດຮ້ອນສາກົນ (CIAT) ແມ່ນໄດ້ຄົ້ນຄ້ວາ ແລະ ຕອບສະຫນອງ ຂໍ້ມູນເບື້ອງຕົ້ນກ່ຽວກັບຄວາມຕ້ອງການທາດໂປຼຕິນສຳລັບຫມູລາດ ທີ່ຢູ່ໃນໄລຍະການເຕີບໂຕທີ່ແຕກຕ່າງກັນ (ໄລຍະຢ່ານົມ, ຫມູລຸ້ນ ແລະ ຫມູໃຫຍ່). ຜົນຂອງການທົດລອງ ສາມາດສະຫລຸບໃນເບື້ອງຕົ້ນໄດ້ວ່າ ລະດັບທາດໂປຼຕິນທີ່ບັນຈຸໃນອາຫານ ແມ່ນ ສົ່ງຜົນກະທົບໂດຍກົງຕໍ່ການຈະເລີນເຕີບໂຕຂອງຫມູໃນແຕ່ລະລຸ້ນຄື: ລະດັບໂປຼຕິນທີ່ເຫມາະສົມສຳລັບຫມູລາດຢ່ານົມແມ່ນ 18%, ເພາະວ່າຫມູທີ່ໄດ້ກິນອາຫານທີ່ບັນຈຸທາດໂປຼຕິນໃນລະດັບ 18% ຫລື ສູງກ່ວາຈະມີອັດຕາການຈະເລີນເຕີບໂຕ ແລະ ອັດຕາການກິນອາຫານທີ່ດີກ່ວາຫມູໃນກຸ່ມທີ່ມີລະດັບໂປຼຕິນທີ່ຕ່ຳກ່ວາ (ຕາຕະລາງ 14) (Phengsavanh and Lindberg, 2013).
ຕາຕະລາງ14: ຜົນກະທົບຂອງລະດັບທາດໂປຼຕິນໃນອາຫານ ຕໍ່ການຈະເລີນເຕີບໂຕ ຂອງຫມູລາດຢ່ານົມ (ການທົດລອງ ທີ່ 1)
ທາດໂປຼຕິນ, % ໃນທາດແຫ້ງ | SEM | |||||
14 | 16 | 18 | 20 | 22 | ||
ນ້ຳຫນັກເບື້ອງຕົ້ນ, ກລ | 5.0 | 4.9 | 4.9 | 5.2 | 4.9 | 0.34 |
ນ້ຳຫັນກສຸດທ້າຍ, ກລ | 11.9a | 12.6a | 17.7b | 21.8b | 21.6b | 1.03 |
ນ້ຳຫນັກເພີ້ມ, ກຼ | 109.5a | 122.2a | 203.2b | 263.5b | 265.1b | 16.45 |
ອັດຕາການກິນອາຫານໄດ້ຕໍ່ມື້, ກຼ | 274.3a | 290.3a | 497.7b | 537.2b | 543.8b | 70.29 |
ອັດຕາການກິນອາຫານໄດ້ຕໍ່ມື້, % ຂອງນ້ຳຫນັກຕົວ | 3.3a | 3.3a | 4.3b | 4.5b | 4.5b | 0.48 |
ອັດຕາແລກປ່ຽນອາຫານ ຕໍ່ນ້ຳຫນັກເພີ້ມ, ກລ/ກລ | 2.5a | 2.4a | 2.4a | 2.0b | 2.1b | 0.28 |
a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)
ສຳລັບຫມູລຸ້ນພັນພື້ນເມືອງຂອງລາວທີ່ມີນ້ຳຫນັກແຕ່ 20 ຫາ 40 ກິໂລ ແມ່ນມີຄວາມຕ້ອງການທາດໂປຼຕິນໃນອາຫານລະດັບ 15%, ເພາະວ່າລະດັບດັ່ງກ່າວນັ້ນ ໄດ້ເຮັດໃຫ້ຫມູລຸ້ນມີອັດຕາການຈະເລີນເຕີບໂຕ ແລະ ອັດຕາການກິນອາຫານທີ່ດີກ່ວາ (ຕາຕະລາງ 15). ນອກຈາກນັ້ນແລ້ວ, ອັດຕາການແລກປ່ຽນຊີ້ນກໍມີອັດຕາທີ່ຕ່ຳ ໃນກຸ່ມທີ່ໄດ້ກິນອາຫານທີ່ມີລະດັບໂປຼຕິນ 15% ເຊັ່ນດຽວກັນ (Phengsavanh and Lindberg, 2013) .
ຕາຕະລາງ15: ຜົນກະທົບຂອງລະດັບທາດໂປຼຕິນໃນອາຫານ ຕໍ່ການຈະເລີນເຕີບໂຕ ຂອງຫມູລາດລຸ້ນ (ການທົດລອງ ທີ່ 2)
ທາດໂປຼຕິນ, % ໃນທາດແຫ້ງ | SEM | |||||
11 | 13 | 15 | 17 | 19 | ||
ນ້ຳຫນັກເບື້ອງຕົ້ນ, ກລ | 20.4 | 20.0 | 20.5 | 20.5 | 20.2 | 0.32 |
ນ້ຳຫັນກສຸດທ້າຍ, ກລ | 36.9a | 39.8bc | 43.8c | 38.6ab | 38.3ab | 0.89 |
ນ້ຳຫນັກເພີ້ມ, ກຼ | 350.7a | 420.2bc | 497.8c | 386.8ab | 384.7ab | 17.83 |
ອັດຕາການກິນອາຫານໄດ້ຕໍ່ມື້, ກຼ | 1235.5a | 1382.0ab | 1536.7b | 1308.6a | 1293.1a | 58.23 |
ອັດຕາການກິນອາຫານໄດ້ຕໍ່ມື້, % ຂອງ ນ້ຳຫນັກຕົວ | 4.1a | 4.3a | 4.8b | 4.2a | 4.2a | 0.19 |
ອັດຕາແລກປ່ຽນອາຫານ ຕໍ່ນ້ຳ ຫນັກເພີ້ມ, ກລ/ກລ | 3.5a | 3.2ab | 3.0b | 3.4a | 3.4a | 0.16 |
a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)
ຫມູລາດໃຫຍ່ທີ່ມີນ້ຳຫນັກແຕ່ 40 ກິໂລຂຶ້ນໄປ ແມ່ນຕ້ອງການທາດໂປຼຕິນໃນອາຫານລະດັບ 11%, ເພາະວ່າຫມູທີ່ໄດ້ກິນອາຫານທີ່ມີທາດໂປຼຕິນໃນລະດັບດັ່ງກ່າວ ຈະມີອັດຕາການຈະເລີນເຕີບໂຕທີ່ດີກ່ວາ ຫມູທີ່ໄດ້ຮັບທາດໂປຼຕິນໃນລະດັບອື່ນໆ (ຕາຕະລາງ 16). ອັດຕາການແລກປ່ຽນຊີ້ນກໍມີອັດຕາທີ່ຕ່ຳໃນກຸ່ມ ທີ່ມີລະດັບໂປຼຕິນ 11% ເຊັ່ນດຽວກັນ (Phengsavanh and Lindberg, 2013).
ຫມູທົດລອງຄວາມຕ້ອງການທາງດ້ານໂປຼຕິນ
ຕາຕະລາງ16: ຜົນກະທົບຂອງລະດັບທາດໂປຼຕິນໃນອາຫານ ຕໍ່ການຈະເລີນເຕີບໂຕຂອງຫມູໃຫຍ່ (ການທົດລອງ ທີ່ 3)
ທາດໂປຼຕິນ, % ໃນທາດແຫ້ງ | SEM | |||||
9 | 13 | 15 | 17 | 19 | ||
ນ້ຳຫນັກເບື້ອງຕົ້ນ, ກລ | 39.8 | 40.0 | 40.5 | 39.5 | 39.7 | 1.80 |
ນ້ຳຫນັກສຸດທ້າຍ, ກລ | 54.4a | 60.2b | 61.2b | 58.8b | 58.6b | 2.04 |
ນ້ຳຫນັກເພີ້ມ, ກຼ | 347.2a | 481.3b | 495.6b | 461.5b | 452.0b | 18.18 |
ອັດຕາການກິນອາຫານໄດ້ຕໍ່ມື້, ກຼ | 1805.3a | 1972.8a | 2178.6a | 1982.2a | 1892.0a | 70.54 |
ອັດຕາການກິນອາຫານໄດ້ຕໍ່ມື້, % ຂອງ ນ້ຳຫນັກຕົວ | 3.8a | 4.0a | 4.3a | 4.0a | 3.8a | 0.10 |
ອັດຕາແລກປ່ຽນອາຫານ ຕໍ່ ນ້ຳຫນັກ ເພີ້ມ, ກລ/ກລ | 5.2a | 4.1b | 4.4b | 4.3b | 4.2b | 0.44 |
a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)
ຜົນຂອງການສຶກສາຄັ້ງນີ້ ສາມາດແນະນຳໃນເບື້ອງຕົ້ນໄດ້ວ່າ ຄວາມຕ້ອງການທາດໂປຼຕິນຂອງຫມູລາດ ໃນໄລຍະການເຕີບໂຕທີ່ແຕກຕ່າງກັນເຊັ່ນ ໄລຍະຢ່ານົມ, ຫມູລຸ້ນ ແລະຫມູໃຫຍ່ ແລ້ວ ແມ່ນ 18%, 15% ແລະ 11% ຕາມລຳດັບ. ສ່ວນຄວາມຕ້ອງການທາງດ້ານພະລັງງານສຳລັບຫມູລາດ ແມ່ນ ເຫັນວ່າບໍ່ມີຄວາມແຕກຕ່າງ ກັນຫລາຍ, ຊຶ່ງຜົນຈາກການສຶກສາເບື້ອງຕົ້ນແມ່ນສັງລວມໄດ້ວ່າ ຄວາມຕ້ອງການທາງດ້ານພະລັງງານ (ME) ຂອງຫມູຢ່ານົມ ແມ່ນປະມານ 14 MJ/ກິໂລທາດແຫ້ງ ແລະ ສຳລັບຫມູລຸ້ນຫາຫມູໃຫຍ່ ແມ່ນປະມານ 12.5-13 MJ/ກິໂລທາດແຫ້ງ. ນອກຈາກນີ້ແລ້ວ, ການຄົ້ນຄ້ວາ ແລະ ທົດລອງກ່ຽວກັບຄວາມຕ້ອງການທາງດ້ານໂປຼຕິນ, ກົດອາມີໂນ ແລະ ພະລັງງານຄວນດຳເນີນຕໍ່ໄປ ເພື່ອເປັນການຢັ້ງຢືນ ແລະ ສ້າງຖານຂໍ້ມູນກ່ຽວກັບຄວາມຕ້ອງການທາງດ້ານດັ່ງກ່າວສຳລັບຫມູລາດ (ອຳມາລີ ແລະ ຄະນະ, 2010; Phengsavanh and Lindberg, 2013).
ຜົນຂອງການສຶກສາຄັ້ງນີ້ ແມ່ນເປັນຜົນປະໂຫຍດໂດຍກົງໄປຍັງຊາວກະສິກອນຜູ້ລ້ຽງຫມູຢູ່ ສປປ ລາວ, ເພາະວ່າມັນສາມາດນຳໃຊ້ເປັນແນວທາງ ທີ່ຊີ້ໃຫ້ເຫັນເຖິງລະດັບໂປຼຕິນທີ່ຕ້ອງການຢູ່ໃນອາຫານສຳລັບຫມູລາດ. ລະດັບໂປຼຕິນທີ່ນຳສະເຫນີໄດ້ຈາກການທົດລອງຄັ້ງນີ້ ແມ່ນຖືວ່າຕ່ຳກ່ວາມາດຕະຖານ ທີ່ແນະນຳສຳລັບຫມູພັນອື່ນ ໆ, ຊຶ່ງກໍຖືວ່າເປັນໂອກາດທີ່ດີສຳລັບຊາວກະສິກອນ ທີ່ ຈະສາມາດນຳໃຊ້ແຫລ່ງອາຫານຕ່າງ ໆ ທີ່ມີໃນທ້ອງຖິ່ນ ມານຳໃຊ້ເປັນອົງປະກອບຂອງອາຫານຫມູ ເພື່ອເຮັດໃຫ້ອາຫານມີທາດໂປຼຕິນທີ່ພຽງພໍ ຕາມຄວາມຕ້ອງການຂອງຫມູລາດ ຊຶ່ງມັນຈະເຮັດໃຫ້ການຈະເລີນເຕີບໂຕຂອງຫມູລາດໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ຊາວກະສິກອນກໍຈະສາມາດລ້ຽງຫມູຕໍ່ປີໄດ້ຫລາຍຂຶ້ນອີກດ້ວຍ.
ຜົນການນຳໃຊ້ພືດອາຫານສັດຕະກຸນຖົ່ວ ເປັນອາຫານເສີມໃຫ້ແກ່ຫມູລາດ
ດັ່ງທີ່ໄດ້ກ່າວມາຂ້າງເທິງແລ້ວວ່າ ອາຫານທີ່ຊາວກະສິກອນນຳໃຊ້ໃນການລ້ຽງຫມູລາດ ແມ່ນຂາດທາດໂປຼຕິນຊຶ່ງໄດ້ສົ່ງຜົນໃຫ້ການຈະເລີນເຕີບໂຕຂອງຫມູລາດຕ່ຳ. ການແກ້ໄຂບັນຫາດັ່ງກ່າວ ແມ່ນສາມາດເຮັດໄດ້ຫລາຍວິທີເຊັ່ນ ການນຳໃຊ້ອາຫານສຳເລັດຮູບ, ເສດເຫລືອຈາກການຜະລິດກະສະກຳ ແລະ ອຸດສາຫະກຳຕ່າງໆ. ເຖິງແນວໃດກໍຕາມ ການນຳໃຊ້ອາຫານເຫລົ່ານີ້ ຕົວຢ່າງເຊັ່ນ ອາຫານສຳເລັດຮູບ ສໍາລັບການລ້ຽງຫມູລາດແມ່ນບໍ່ເປັນທີ່ນິຍົມຂອງຊາວກະສິກອນ, ໂດຍສະເພາະໃນເຂດພູດອຍ ອັນມີສາຍເຫດມາຈາກມັນມີລາຄາແພງ, ຄວາມຫຍຸ້ງຍາກໃນການຂົນສົ່ງ ແລະ ການໃຫ້ຜົນຕອບຮັບທາງດ້ານເສດຖະກິດຕ່ຳ.
ສະນັ້ນ, ເພື່ອເປັນການຊອກຫາວິທີການອື່ນໆ ທີ່ເຫມາະສົມກັບການຜະລິດຂອງຊາວກະສິກອນນັ້ນ ສູນຄົ້ນຄ້ວາການລ້ຽງສັດ ຈຶ່ງໄດ້ຮ່ວມມືກັບໂຄງການຄົ້ນຄ້ວາກ່ຽວກັບອາຫານສັດຂອງບັນດາປະເທດໃນລຸ່ມແມ່ນ້ຳຂອງ (MEKARN) ແລະ ສູນຄົ້ນຄ້ວາກະສິກຳສາກົນຂອງອົດສະຕາລີ (ACIAR) ໄດ້ພະຍາຍາມສຶກສາ ແລະ ຄົ້ນຄ້ວາການນຳໃຊ້ຖົ່ວພືດອາຫານສັດເພື່ອເປັນອາຫານເສີມທາງດ້ານໂປຼຕິນໃຫ້ແກ່ຫມູລາດ. ຖົ່ວພືດອາຫານສັດ ແມ່ນເປັນພືດທີ່ມີທາດໂປຼຕິນສູງ ແລະ ບັນຈຸກົດອາມີໂນທີ່ຄ້າຍຄືກັບຖົ່ວເຫລືອງ, ຊຶ່ງຖ້າມີການປະສົມຖົ່ວພືດອາຫານສັດໃນລະດັບທີ່ເຫມາະສົມໃນອາຫານສຳລັບຫມູລາດ ມັນຈະຊ່ວຍຕອບສະຫນອງທາດໂປຼຕິນໃນຈຳນວນທີ່ເຫມາະສົມ ແລະ ຈະເຮັດໃຫ້ຫມູລາດມີການຈະເລີນເຕີບໂຕທີ່ດີຂຶ້ນ. ນອກຈາກນັ້ນແລ້ວ, ຖົ່ວພືດອາຫານສັດ ຍັງສາມາດປັບຕົວເຂົ້າກັບສະພາບແວດລ້ອມ ແລະ ການນຳໃຊ້ຂອງຊາວກະສິກອນໃນລາວເຮົາໄດ້ເປັນຢ່າງດີ.
ຫມູທົດລອງການນໍາໃຊ້ໃບກະຖິນເປັນແຫລ່ງໂປຼຕິນ
ຕາຕະລາງທີ17: ການຈະເລີນເຕີບໂຕຂອງໝູໃນແຕ່ລະຈຸທົດລອງ
ຈຸທົດລອງ, % ໃບກະຖິນ | SE | |||||
0 (ອາຫານປະເພນີ) | 10 (ສົດ) | 10 (ແຫ້ງ) | 20 (ແຫ້ງ) | 30 (ແຫ້ງ) | ||
ໄລຍະທົດລອງ, ກລ | 60 | 60 | 60 | 60 | 60 | |
ສັດທົດລອງ, ໂຕ | 6 | 6 | 6 | 6 | 6 | |
ນໍ້າໜັກເລີ່ມຕົ້ນ, ກລ | 27.4 | 27.0 | 28.5 | 23.7 | 22.4 | 2.20 |
ນໍ້າໜັກສຸດທ້າຍ, ກລ | 36.3ab | 39.5ab | 44.0b | 37.5ab | 31.0a | 2.45 |
ນໍ້າໜັກເພີ່ມຕໍ່ວັນ, ກຼ | 148.3a | 208.3ac | 258.3bc | 230.0c | 143.3a | 16.31 |
a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)
ຜົນຂອງການທົດລອງ ຂອງສູນຄົ້ນຄ້ວາການລ້ຽງສັດທີ່ໄດ້ເຮັດຢູ່ໃນສູນ ແລະ ຮ່ວມກັບຊາວກະສິກອນ ໄດ້ສະແດງໃຫ້ເຫັນວ່າ ການນຳໃຊ້ຖົ່ວອາຫານສັດເຊັ່ນ ໃບກະຖິນ, ຖົ່ວສະໄຕໂລ ແລະ ຖົ່ວຮີສະຕຼິກ ເປັນອາຫານເສີມໃຫ້ແກ່ຫມູລາດນັ້ນ ແມ່ນໄດ້ເຮັດໃຫ້ຫມູມີການຈະເລີນເຕີບໂຕສູງໃນລະດັບ 200 ຫາ 350 ກຼາມ ຕໍ່ ມື້, ສົມທຽບກັບການເຕີບໂຕຂອງຫມູ ທີ່ໄດ້ຮັບອາຫານແບບພື້ນເມືອງ ຂອງຊາວກະສິກອນທີ່ມີພຽງແຕ່ 100 ກຼາມ ຕໍ່ ມື້ (ພອນປະເສີດ ເພັງສະຫວັນ ແລະ ສົມວັນ ພົມມາລີ, 2010; ພອນປະເສີດ ແລະ ຄະນະ, 2010b, ອໍາມາລີ ແລະ ຄະນະ, 2010). ດັ່ງມີລາຍລະອຽດໃນຕາຕະລາງ 17 ແລະ 18.
ຕາຕະລາງ 17. ການທົດລອງນຳໃຊ້ຖົ່ວສະໄຕໂລເປັນອາຫານເສີມໃຫ້ແກ່ຫມູລາດ ຮ່ວມກັບຊາວກະສິກອນ ຢູ່ ເມືອງ ປາກອູ, ແຂວງຫລວງພະບາງ.
ປະເພດອາຫານ | |||
ອາຫານແບບປະເພນີ | ເສີມຖົ່ວສະໄຕໂລແຫ້ງ (20%) | ເສີມຖົ່ວສະໄຕໂລສົດ (20%) | |
ໄລຍະການທົດລອງ, ມື້ | 30 | 30 | 30 |
ນ້ຳຫນັກເລີ້ມຕົ້ນ, ກລ | 16 | 13 | 19 |
ນ້ຳຫນັກສຸດທ້າຍ, ກລ | 19 | 22 | 27 |
ນ້ຳຫນັກເພີ້ມຕໍ່ວັນ, ກຼ | 100 | 300 | 272 |
ເຖິງວ່າການນຳໃຊ້ຖົ່ວພືດອາຫານສັດ ເປັນອາຫານເສີມໃຫ້ແກ່ຫມູພື້ນເມືອງ ແມ່ນ ໄດ້ຮັບຜົນດີ ແລະ ສາມາດເຮັດໃຫ້ຫມູມີການເຕີບໂຕດີກ່ວາການນຳໃຊ້ພຽງແຕ່ອາຫານແບບພື້ນເມືອງກໍຕາມ, ແຕ່ໃນການຖ່າຍທອດ ຫລື ນຳໄປຊຸກຍູ້ໃຫ້ແກ່ຊາວກະສິກອນນັ້ນ ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເບິ່ງຄຸນລັກສະນະອື່ນໆອີກ ໃນການຄັດເລືອກຖົ່ວອາຫານສັດ ທີ່ຊາວກະສິກອນຕ້ອງການເຊັ່ນ ປູກ, ຮັກສາ ແລະ ເກັບກ່ຽວງ່າຍ, ຄວາມສາມາດໃນການປົ່ງຄືນໄວຫລັງຈາກການຕັດ ແລະ ສຸດທ້າຍແມ່ນຫມູມັກກິນ. ສະນັ້ນ, ເງື່ອນໄຂ ຫລື ຄຸນລັກສະນະຕ່າງໆນີ້ ຕ້ອງໄດ້ພິຈາລະນາ ເພື່ອໃຫ້ມີການນຳໃຊ້ຖົ່ວອາຫານສັດຢ່າງຫລວງຫລາຍໂດຍຊາວກະສິກອນນັ້ນ.
ຕາຕະລາງ18: ການທົດລອງນຳໃຊ້ຖົ່ວຮີສຕຼິກເປັນອາຫານເສີມໃຫ້ແກ່ຫມູລາດຮ່ວມກັບຊາວກະສິກອນຢູ່ ເມືອງຊຽງເງິນ, ແຂວງຫລວງພະບາງ (ພອນປະເສີດ ແລະ ທະນົງສິນ, 2012).
ອາຫານທົດລອງ | ||
ອາຫານແບບປະເພນີ | ອາຫານແບບປະເພນີ + ຖົ່ວຮີສຕຼິກ | |
ຈຳນວນສັດ, ໂຕ | 12 | 12 |
ໄລຍະການທົດລອງ, ມື້ | 90 | 90 |
ນ້ຳຫນັກທຳອິດ, ກລ | 7.5 | 7.8 |
ນ້ຳຫນັກສຸດທ້າຍ, ກລ | 20.5a | 25.0b |
ນ້ຳຫນັກເພີ້ມຕໍ່ມື້, ກຼ | 144.4a | 302.2b |
a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)
ຊາວກະສິກອນທົດລອງນໍາໃຊ້ຖົ່ວພືດອາຫານສັດເປັນອາຫານເສີມໃຫ້ແກ່ຫມູ
ການຂະຫຍາຍຜົນຂອງການທົດລອງອອກສູ່ຊາວກະສິກອນຢູ່ພາກເຫນືອຂອງ ສປປ ລາວ
ນອກຈາກວຽກຄົ້ນຄ້ວາ ແລະ ສຶກສາກ່ຽວກັບຫມູພື້ນເມືອງແລ້ວ ສູນຄົ້ນຄ້ວາການລ້ຽງສັດຍັງໄດ້ຖືເອົາ ການແຜ່ຂະຫຍາຍຜົນຂອງການຄົ້ນຄ້ວາລົງສູ່ຊາວກະສິກອນ ໂດຍຜ່ານການຮ່ວມມືກັບຂະແຫນງລ້ຽງສັດ ແລະ ການປະມົງແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ບັນດາໂຄງການພັດທະນາ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ເຮັດວຽກໃນການປັບປຸງ ແລະ ຍົກສະມັດຕະພາບການລ້ຽງຫມູຢູ່ໃນທ້ອງຖິ່ນຕ່າງໆ ໂດຍສະເພາະແມ່ນຢູ່ພາກເຫນືອ ຂອງ ສປປ ລາວ.
ການປູກຖົ່ວສະໄຕໂລເປັນອາຫານໃຫ້ແກ່ຫມູ
ອີງໃສ່ຕົວເລກກ່ຽວກັບຈຳນວນຊາວກະສິກອນ ທີ່ປູກຖົ່ວສະໄຕໂລເປັນອາຫານຫມູ ທີ່ເກັບກຳມາແຕ່ປີ 2005 ເຖິງປີ 2010 ແມ່ນມີອັດຕາການເພີມຂຶ້ນ ຈາກປະມານ 200 ຄອບຄົວ ມາເປັນປະມານ 1600 ຄອບຄົວ (ຮູບສະແດງທີ່ 1) (Phengsavanh et al, 2010). ການເພີມຂຶ້ນຂອງຈຳນວນຊາວກະສິກອນ ໃນການນໍາໃຊ້ຖົ່ວພືດອາຫານສັດເປັນອາຫານຫມູນີ້ ແມ່ນມີສາຍເຫດມາຈາກຜົນປະໂຫຍດທີ່ຊາວກະສິກອນໄດ້ຮັບ ເປັນຕົ້ນແມ່ນ ການປະຢັດເວລາໃນການໄປຊອກຫາອາຫານ (ຈາກມື້ລະ 2-3 ຊົ່ວໂມງ ມາເປັນ 30 ນາທີ), ການຈະເລີນເຕີບໂຕຂອງຫມູທີ່ສູງກ່ວາ (ຈາກ 100 ກຼ/ມື້ ມາເປັນ 200-350 ກຼາມ/ມື້) ແລະ ລວມເຖິງຄວາມສາມາດໃນການເພີມຈຳນວນຫມູໃນ ການທອມແຕ່ລະຄັ້ງ ແລະ ເພີມຈຳນວນຄັ້ງໃຫ້ຫລາຍຂຶ້ນຕໍ່ປີ, ຊຶ່ງທັງຫມົດນີ້ແມ່ນນໍາໄປສູ່ການປ່ຽນແປງລະບົບການລ້ຽງ ຈາກລະບົບການລ້ຽງແບບປະເພນີ ໄປສູ່ການລ້ຽງເພື່ອການຕະຫລາດ ຊຶ່ງເປັນການສ້າງລາຍຮັບອັນດີແກ່ຄອບຄົວຂອງຊາວກະສິກອນ.
ຮູບສະແດງທີ່ 1. ຈຳນວນຊາວກະສິກອນທີ່ປູກຖົ່ວສະໄຕໂລເປັນອາຫານຫມູ, 2005-2010.
ຊາວກະສິກອນທີ່ປູກຖົ່ວສະໄຕໂລເປັນອາຫານເສີມໃຫ້ແກ່ຫມູນີ້ ສ່ວນໃຫຍ່ແມ່ນຍັງປູກໃນເນື້ອທີ່ນ້ອຍ ຊຶ່ງປະມານ 200-400 ມ2. ຕາມການສຶກສາ ແລະເກັບກໍາຂໍ້ມູນທາງດ້ານຜົນຜະລິດຂອງຖົ່ວສະໄຕໂລ ແມ່ນເຫັນວ່າເນື້ອທີ່ດັ່ງກ່າວແມ່ນສາມາດຜະລິດອາຫານເສີມໃຫ້ແກ່ຫມູ ທີ່ຊາວກະສິກອນສ່ວນໃຫຍ່ໄດ້ລ້ຽງແບບທອມຂາຍ ແມ່ນ 1-2 ໂຕ ຕໍ່ ຄອບຄົວ (Stür et al. 2008)
ການຜະລິດຖົ່ວສະໄຕໂລແຫ້ງເພື່ອເປັນອາຫານເສີມໃຫ້ແກ່ຫມູ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029