ເຂົ້າຝ້າງ5

ຊື່ພາສາອັງກິດ: Sorghum
ຕະກູນ: Poaceae
ຊະນິດ: S. bicolor
ຊື່ວິທະຍາສາດ: Sorghum bicolor L.
ລັກສະນະທົ່ວໄປ: ເຂົ້າຝ້າງຈັດຢູ່ໃນອັນດັບຫ້າຂອງພືດອາຫານໂລກຮອງຈາກ: ເຂົ້າ, ເຂົ້າວີດ, ສາລີ ແລະ ເຂົ້າບຣາເລ. ເຂົ້າຝ້າງຄາດວ່າມີຖິ່ນກຳເນີດຢູ່ປະເທດໂອຖິໂອເປຍ, ຈາກນັ້ນໄດ້ແພ່ກະຈາຍໄປຕາມເສັ້ນທາງການຄ້າຫລືການເດີນເຮືອ. ເຂົ້າຝ້າງຈັດຢູ່ໃນພືດຕະກູນຫຍ້າ, ມີອາຍຸໜຶ່ງປີ, ຕົ້ນດຽວຫລືແຕກກໍທີ່ເຫງົ້າ, ມີຮາກພິເສດເປັນຮາກຝອຍ, ລຳຕົ້ນຕັ້ງ, ແຫ້ງຫລືຊຸ່ມນ້ຳ, ມີລົດຈືດ ແລະ ຫວານ, ຂ້າງໃນຂອງລຳຕົ້ນຄ້າຍຄືຟອງນ້ຳ ແລະ ມີຊອງຫວ່າງ, ໃບລຽງສະຫລັບ, ກາບອ້ອມຮອບລຳຕົ້ນເຊິ່ງສ່ວນຂອງກາບຊ້ອນເລື່ອມກັນ, ມີໄຂນວນປົກຄຸມ, ລີ້ນໃບສັ້ນ ແລະ ມີຂົນປົກຫຸ້ມຢູ່ຂອບດ້ານເທິງ, ມີປາກໃບທັງສອງດ້ານ, ດອກເປັນຊໍ, ເມັດຄ້າຍຄືກັບທັນຍະພືດ: ກົມຫລືປາຍມົນ ແລະ ແຫລມ, ໃຊ້ເປັນອາຫານທັງຄົນ, ສັດ ແລະ ນອກນັ້ນຍັງໃຊ້ເປັນນໍ້າມັນເຊື້ອໄຟ.[1]
ຄຸນປະໂຫຍດ:
• ເຂົ້າຝ້າງເປັນພືດອາຫານສັດທີ່ສຳຄັນໃນແອັບຟິກາ, ເອເຊຍ, ສະຫາລັດອາເມລິກາ ແລະ ອັອດສະເຕເລຍ. ປຸງແຕ່ງໄດ້ທັງການຂົ້ວ ແລະ ຕົ້ມ, ໃຊ້ເປັນໂຈກ, ໃຊ້ເຮັດເຂົ້າຈີ່, ຫລືໃຊ້ຜະລິດເບຍໂດຍການນຳເອົາເມັດໄປບົມໃຫ້ງອກ. ເມັດໃຊ້ຜະລິດເຄື່ອງດືມທີ່ມີເເອລກໍຮໍ ແລະ ນ້ຳສົ້ມສາຍຊູ. ລຳຕົ້ນໃຊ້ເປັນວັດຖຸໃນກໍ່ສ້າງ, ເຊື້ອໄຟ ແລະ ອາຫານສັດ.[1]
• ໃຊ້ເປັນຢາຂັບນ້ຳປັດສະວະໂດຍການນຳເອົາເມັດແຫ້ງປະມານ 30-60 ກລາມ ຫລື ຮາກແຫ້ງປະມານ 15-30 ກລາມ (ຖ້າເປັນຮາກສົດແມ່ນໃຊ້ 30-60 ກລາມ) ນຳມາຕົ້ມກັບນ້ຳດືມ.
• ໃນຜູ້ຍິ່ງຕົກເລືອດໃນເວລາເກີດລູກໃຫມ່ໃຫ້ໃຊ້ຮາກສົດປະມານ 7 ຕົ້ນ(ປະມານ 30-60 ກລາມ) ຜະສົມກັບນ້ຳຕານຊາຍແດງປະມານ 15 ກລາມແລ້ວຕົ້ມກັບນໍ້າດືມຈະຊ່ວຍບັນເທົາອາການລົງໄດ້
• ໃຊ້ເປັນຢາຮັກສາພະຍາດອະຫິວາ, ບິດ, ຊ່ວຍສະໝານລຳໃສ້ ແລະ ກະເພາະອາຫານດ້ວຍການໃຊ້ເມັດແຫ້ງປະມານ 30-60 ກລາມ ນໍາມາຕົ້ມກັບນໍ້າດື່ມ[2]
ລັກສະນະປະຈຳພັນ:
• ແນວພັນ: JP149782 (COL/MIYOSHI,TOKUSHIMA/1993/YAMADA)
• ຄວາມສູງ: 111.7 ຊມ
• ຈໍານວນໜໍ່: 2 ໜໍ່
• ຄວາມຍາວຮວງ: 29.3 ຊມ
• ຄວາມໜາລຳຕົ້ນ: 10 ມມ
• ຄວາມຍາວໃບ: 54.7 ຊມ
• ຄວາມກວ້າງໃບ: 6.7 ຊມ
• ອາຍຸ: ຮູ້ສຶກແສງຈະອອກດອກຢູ່ໃນຊ່ວງແສງກາງເວັນສັ້ນກ່ອນສິບເອັດຊົ່ວໂມງ
ເອກະສານອ້າງອີງ:

1. Field crops production in Thailand, Field crops research institute, Department of agriculture, Ministry of agriculture and co-operatives, Bangkok, Thailand. pp 19-25
2. ໜັງສືພະຈານານຸກົມສະໝຸນໄພໄທ, ສະບັບພິມຄັ້ງທີ່ 5. (ດຣ ວິດທຽງບຸນນະທຳ). “ເຂົ້າຝ້າງສະໝຸດໂຄດົມ”. ໜ້າ 120-124
3. https://th.wikipedia.org/wiki

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: