ການຄົ້ນຄ້ວາກ່ຽວກັບງົວພື້ນເມືອງລາວ

ງົວພື້ນເມືອງລາວ
ການຈັດຈຳແນກງົວ (Classification)
ງົວທີ່ລ້ຽງຢູ່ໃນໂລກນີ້ມີຢູ່ 2 ຕະກຸນດ້ວຍກັນຄື: ງົວຕະກຸນໃນເຂດຮ້ອນ (Bos indicus) ແລະ ງົວຕະກຸນໃນເຂດໜາວ (Bos Taurus) ຊຶ່ງສາມາດຈັດຈໍາແນກໄດ້ດັ່ງນີ້:

ອານາຈັກ (Kingdom) Animalia ອານາຈັກສັດ
ປະເພດ (Phylum) Chordata ມີກະດູກສັນຫລັງ
ປະເພດຍ່ອຍ (Subphylum) Vertebrata ມີກະດູກສັນຫລັງ ແລະ ມີເລືອດ
ຊັ້ນ  (Class) Mummalia ເປັນສັດເລືອດອຸ່ນ ແລະ ລ້ຽງລູກດ້ວຍນົມ
ອັນດັບ  (Order) Artiodactyla ຕີນມີລັກສະນະເປັນກີບຄູ່
ຄອບຄົວ (Family) Bodivae ເປັນສັດກະເພາະລວມ ກິນອາຫານຫຍາບເປັນຫລັກ ແລະ ຄ້ຽວເອື້ອງ
ຕະກຸນ (Genus) Bos ເປັນສັດໃນສະກຸນ ງົວ, ຄວາຍ.
ຊະນິດ, ສາຍພັນ (Species) Taurus ງົວຕະກຸນໃນເຂດໜາວ ຫລື ບາງຄັ້ງເອີ້ນກັນວ່າ ງົວເຂດເອີຣົບ ເຊັ່ນ: ງົວພັນຊາໂຣເລ ແລະ ເຮັຍຝອດ
Indicus ງົວຕະກຸນໃນເຂດຮ້ອນ ບາງຄັ້ງເອີ້ນກັນວ່າງົວອິນເດຍ ຫລື ງົວຊີບູ (Zebu) ໄດ້ແກ່ ງົວພັນບຣາມັນ, ເຣດຊິນດີ ແລະ ງົວພຶ້ນເມືອງເປັນຕົ້ນ

ປະຫວັດຂອງງົວພື້ນເມືອງລາວ
ຜ່ານການກວດຄົ້ນເອກະສານທີ່ກ່ຽວຂ້ອງ ບໍ່ສາມາດພົບເຫັນປະຫວັດຄວາມເປັນມາຂອງງົວພື້ນເມືອງລາວຖ້າຫາກຈະຖາມວ່າງົວພື້ນເມືອງລາວມາຈາກໃສ ກໍ່ຄົງຕອບໄດ້ວ່າ ງົວພື້ນເມືອງລາວເກີດຂຶ້ນມາພ້ອມກັບບັນພະ ບຸລຸດຂອງຊາດລາວ, ຊຶ່ງໃນສະໃໝກ່ອນຈົນເຖິງປະຈຸບັນ ອາຊີບຫລັກຂອງຄົນລາວແມ່ນເຮັດການກະສິກໍາ ປູກຝັງ-ລ້ຽງສັດ, ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໃຊ້ແຮງງານສັດເພື່ອແກ່ຄາດ, ແກ່ໄຖ ແລະ ແກ່ກວຽນເພື່ອຂົນສົ່ງສິນຄ້າ.ງົວພື້ນເມືອງລາວຈັດຢູ່ໃນກຸ່ມຕະກຸນງົວອິນເດຍ ຫລື ຊີບູ ມີລັກສະນະຮູບຮ່າງລັກສະນະພາຍນອກໂດຍທົ່ວໄປຄ້າຍຄືກັບ ງົວພື້ນເມືອງຂອງບັນດາປະເທດເພື່ອນບ້ານ ສສ ຫວຽດນາມ, ໄທ, ກຳປູເຈຍ ແລະ ມຽນມາ ຊຶ່ງມີຊື່ເອີ້ນກັນວ່າ ງົວເຫລືອງອາຊີ (Asian yellow cattle). Kazuaki ແລະ ຄະນະ (2000) ໄດ້ສຶກສາຢີນ ຢູ່ໂຄຣໂມໂຊມ Y (ໂຄຣໂມໂຊມເພດຜູ້) ເພື່ອຄົ້ນຫາການຖ່າຍທອດທາງກໍາມະພັນຂອງສາຍພໍ່ພົບວ່າ: ງົວພື້ນເມືອງລາວ ແລະ ຫວຽດນາມ ມີຢີນທີ່ໄດ້ຮັບການຖ່າຍທອດລະຫວ່າງ ງົວຕະກຸນເຂດໜາວ ແລະ ງົວຕະກຸນເຂດຮ້ອນ ແລະ ທິມງານຄົ້ນຄວ້າໄດ້ສະຫລຸບວ່າ: ຕົ້ນກຳເນີດຂອງງົວພື້ນເມືອງໃນອາຊີຕາເວັນອອກສ່ຽງໃຕ້ ໂດຍທົ່ວໄປແມ່ນສາຍເລືອດປະສົມລະຫວ່າງ ງົວຕະກຸນເຂດໜາວ ແລະ ເຂດຮ້ອນ ໃນລະດັບສາຍເລືອດທີ່ແຕກຕ່າງກັນ.
Hideyuki ແລະ ຄະນະ (2000) ໄດ້ສຶກສາຄວາມຜັນແປຂອງ ດີເອັນເອ ທີ່ຢູ່ນອກ ນີວຄະລຽດ (Mitochondrial DNA) ແລະ ວິເຄາະກໍາມະພັນທາງຮ່າງກາຍ (Phylogenetic) ຂອງງົວພື້ນເມືອງລາວພົບວ່າ: ງົວພື້ນເມືອງລາວມີຕົ້ນກຳເນີດມາຈາກງົວອິນເດຍ ແລະ ບໍ່ມີຄວາມຜັນແປທາງດ້ານກໍາມະພັນທີ່ຕ່າງກັນຫລາຍລະຫວ່າງງົວແຕ່ລະເຂດໃນທົ່ວປະເທດ.
ໂດຍອີງໃສ່ລັກສະນະຮູບຮ່າງພາຍນອກແລ້ວ ສາມາດຈັດງົວພື້ນເມືອງລາວອອກເປັນ 02 ປະເພດຄື: ງົວລາດ ແລະ ງົວຊົນ (ມີຈຳນວນນ້ອຍ). ສຳລັບງົວຊົນ ແມ່ນມີຕຳນານເລົ່າຂານກັນວ່າໃນສະໄໝທີ່ປະເທດລາວເປັນຫົວເມືອງຂຶ້ນຂອງຝຣັ່ງ, ຝຣັ່ງໄດ້ນໍາເຂົ້າງົວຊີບູ ຫລື ງົວໜອກ ເຂົ້າມາລ້ຽງຢູ່ເຂດພູພຽງຊຽງຂວາງ ເພື່ອສົ່ງອອກໄປຫວຽດນາມ (ບໍ່ມີເອກະສານຢັ້ງຢືນ), ຕໍ່ມາງົວພັນດັ່ງກ່າວໄດ້ປະສົມພັນກັບງົວລາດລາວ, ກະຈາຍກໍາມະພັນອອກສູ່ວົງກວ້າງໃນລະດັບສາຍເລືອດທີ່ແຕກຕ່າງກັນ ແລະ ໄດ້ມີການຄັດເລືອກເອົາໂຕຜູ້ທີ່ໃຫຍ່ ແລະ ງາມໄວ້ເພື່ອເປັນພໍ່ພັນ. ໂດຍຕິດພັນກັບຮີດຄອງປະເພນີ ໂດຍສະເພາະແມ່ນພີ່ນ້ອງເຜົ່າມົ້ງໄດ້ຄັດເລືອກເອົາເຊື້ອໂຕຜູ້ທີ່ໃຫຍ່ ແລະ ຊົນເກັ່ງ ໄວ້ເປັນແນວພັນສືບທອດມາເຖິງປະຈຸບັນ.
ຈາກຜົນຂອງການນຳໃຊ້ພໍ່ພັນບຣາມັນແດງ ແລະ ພັນເຣດຊິນດີ ເພື່ອປັບປຸງແນວພັນງົວຢູ່ ສູນຄົ້ນຄວ້າການລ້ຽງສັດ ເຫັນໄດ້ວ່າ ງົວລູກປະສົມທີ່ເກີດມາ ແມ່ນໂຕໃຫຍ່, ມີໜອກສູງ ເຊັ່ນດຽວກັບງົວຊົນ. ດັ່ງນັ້ນ ຈຶ່ງສັນນິຖານໄດ້ວ່າ ງົວທີ່ຝຣັ່ງນຳເຂົ້າມາລາວໃນເວລານັ້ນ ແມ່ນງົວຕະກຸນອິນເດຍ ຫລື ງົວໜອກ ຄືພັນບຣາມັນແດງ ຫລື ພັນເຣດຊິນດີ ຊຶ່ງໄດ້ຖ່າຍທອດກຳມະພັນໃນລະດັບສາຍເລືອດຕ່າງໆ ເປັນງົວພື້ນເມືອງລາວປະຈຸບັນ.
ຄຸນລັກສະນະຂອງງົວພື້ນເມືອງລາວ
ດັ່ງທີ່ໄດ້ກ່າວມາຂ້າງເທິງແລ້ວວ່າ ງົວພື້ນເມືອງລາວຈັດເຂົ້າຢູ່ໃນກຸ່ມງົວຕະກຸນອິນເດຍ ຫລື ງົວຊີບູ ຊຶ່ງເປັນງົວໃນເຂດຮ້ອນ ເໝືອນກັບງົວພື້ນເມືອງຂອງບັນດາປະເທດເພື່ອນບ້ານໃກ້ຄຽງທີ່ມີຂະໜາດນ້ອຍ, ໜ້າຍາວ ແລະ ໜ້າຜາກແຄບ, ຕາຂະໜາດປານກາງ, ໃບຫູນ້ອຍ ແລະ ກາງອອກ, ມີເຂົາສັ້ນເຖິງຍາວປານກາງ, ໂຕແມ່ມີເຂົາສັ້ນຕັ້ງຂຶ້ນຊື່, ລຳຄໍບາງນ້ອຍ, ມີຕ້ວຍຄໍ (dewlap) ແຕ່ບໍ່ຢ່ອນຍານເໝືອນງົວອິນເດຍ, ສ່ວນເທິງຂອງບ່າໄຫລ່ມີໜອກ (hump) ນ້ອຍເຖິງປານກາງ (ຍົກເວັ້ນງົວຊົນທີ່ມີໜອກສູງໃຫ່ຍ). ສໍາລັບໂຕຜູ້ ສ່ວນບັ້ນທ້າຍ (rump) ກົ່ງລົງເລັກນ້ອຍ ກົກຫາງສູງຂຶ້ນ ແລະ ມີຫາງທີ່ນ້ອຍຍາວ. ໂດຍທົ່ວໄປແລ້ວງົວພື້ນເມືອງໃນເຂດອາຊີຕາເວັນອອກສ່ຽງໃຕ້ ແມ່ນໃຫ່ຍຊ້າ ແຕ່ມີນິໄສວ່ອງໄວ, ມັກຕື່ນຕົກໃຈງ່າຍ, ຮັກ ແລະ ຈື່ຈຳຝູງດຽວກັນໄດ້ດີ, ໂຕຜູ້ໃຫຍ່ສຸດໜັກປະມານ 350 ກິໂລ ແລະ ໂຕແມ່ໃຫ່ຍສຸດປະມານ 250 ກິໂລ. ຊີ້ນມີຄຸນນະພາບບໍ່ສູງຖ້າທຽບໃສ່ມາດຖານສາກົນ ເນື່ອງຈາກມີໄຂມັນແຊກໜ້ອຍ ແລະ ເປີເຊັນຊາກຫລັງຈາກຂ້າຕໍ່າ (≤50%), ແຕ່ມີຄວາມທົນທານຕໍ່ສະພາບອາກາດຮ້ອນ, ສະພາບພູມີປະເທດທຸລະກັນດານ, ມີໂລກລະບາດ ແລະ ມີແມງໄມ້ຫລາຍ, ນອກນັ້ນຍັງເກີດລູກປີລະໂຕອາຍຸເມື່ອເປັນໜຸ່ມເປັນສາວ (ອາຍຸ 2.5-3 ປີ). ພໍ່ພັນປະສົມພັນເກັ່ງ ແລະ ເປີເຊັນການປະສົມພັນຕິດສູງ (≥ 80%) ຊຶ່ງຫາງົວພັນອື່ນປຽບທຽບໄດ້ຍາກ. ອີງໃສ່ຂໍ້ມູນການວັດແທກລັກສະນະຂອງງົວລາດ (ຈຳນວນ 100 ໂຕ) ໂດຍນັກຄົ້ນຄ້ວາສູນຄົ້ນຄ້ວາການລ້ຽງສັດ ໃນປີ 2003 ແມ່ນມີລາຍລະອຽດໃນຕາຕະລາງ 1 ແລະ 2.

ຕາຕະລາງ1: ການວັດແທກລັກສະນະຂອງງົວລາດ ຢູ່ເມືອງພູກູດ ຄັ້ງວັນທີ່ 27-31/05/2013 (ສົມຈັນ ຄຳພາວົງ ແລະ ໂສພາ ຊາຍຜາ, 2013)

ຊ່ວງອາຍຸ ນ້ຳໜັກ
(kg)
ການວັດແທກຕ່າງໆ (cm)
ລວງສູງ ຮອບເອິກ ລໍາຄໍ ຮອບປາກ ຍາວຫູ ກກະໂພກ ຍາວເຂົາ
ຄ່າສະເລ່ຍ 1 ປີ ຫາ 2 ປີ 121.5 85 114 85.5 34 16.5 25.5 1.5
ຄ່າສະເລ່ຍ 3 ປີ ຫາ 8 ປີ 207.5 95 138.5 101 37.5 17 33.5 5.5
ຄ່າສະເລ່ຍ 9 ປີ ຫາ 14 ປີ 203.5 97 138 104 39 17.5 36.5 16

      ໂດຍທົ່ວໄປແລ້ວມີຂົນສັ້ນ, ລຳໂຕມີສີເຫລືອງແກ່ ແຕ່ອາດມີຫລາຍສີແຕກຕ່າງກັນເຊັ່ນ ສີດຳ, ນໍ້າຕານໄໝ້, ຂາວ, ດ່າງ ແລະອື່ນໆ. ສີຂົນຂອງງົວພື້ນເມືອງລາວໂດຍພື້ນຖານແລ້ວຖືກບັງຄັບດ້ວຍຫົວໜ່ວຍການຖ່າຍທອດທາງກຳມະພັນ ຫລື ຢີນ (gene) ທີ່ເປັນຢີນດ້ອຍ (recessive gene). ດັ່ງນັ້ນ ເມື່ອປະສົມພັນກັບງົວພັນອື່ນ ເຊັ່ນ: ພັນບຣາມັນແດງ, ຊາໂຣເລ ມັກສະແດງອອກເປັນສີຂອງງົວພັນນັ້ນ. ກົງກັນຂ້າມລັກສະນະສີດຳ ຂອງງົວພື້ນເມືອງພັດມີລັກສະນະເດັ່ນຖ້າປະສົມກັບພັນພື້ນເມືອງດ້ວຍກັນ ແຕ່ກໍ່ຍັງບໍ່ເປັນລັກສະນະການຂົ່ມແບບສົມບູນ (incomplete dominance) ຖ້າປະສົມກັບງົວພັນຕ່າງປະເທດເຊັ່ນ ບຣາມັນຂາວ ຫລື ຊາໂຣເລ ລູກອອກມາຈະເປັນສີຂາວໝົ່ນ ຫລື ຖ້າປະສົມກັບງົວພັນເຣດຊິນດີທີ່ມີສີແດງ ລູກກໍ່ຈະມີສີແດງປົນດຳເປັນຕົ້ນ.

ຕາຕະລາງ2: ສົມທຽບຂະໜາດຕ່າງໆຂອງງົວພື້ນເມືອງລາວທີ່ລ້ຽງໃນລະບົບແຕກຕ່າງກັນ (ບຸນຖາວອນ ກຸນນະວົງສາ, 2007)

ເນື້ອໃນ ງົວລາດລ້ຽງໃນທົ່ງຫຍ້າປັບປຸງ ງົວລາດລ້ຽງໃນທົ່ງຫຍ້າທຳມະຊາດ
ເກີດໃໝ່ ອາຍຸ 8 ເດືອນ ແມ່ພັນພື້ນຖານ ເກີດໃໝ່ ອາຍຸ 8 ເດືອນ ແມ່ພັນພື້ນຖານ
ນ້ຳໜັກ (kg) 13.33 92.00 186.09 12.90 90.17 171.00
ຮອບເອິກ (cm) 52.33 105.00 134.72 48.80 103.88 133.20
ລວງສູງ (cm) 48.00 93.80 104.72 50.50 88.29 104.85
ລວງຍາວ (cm) 49.66 81.80 106.63 51.10 78.47 111.70

ອີງໃສ່ຂໍ້ມູນຈາກການສຶກສາ ແລະ ສັງເກດ ງົວພື້ນເມືອງລາວ ມີຄຸນລັກສະນະ ຈຸດພິເສດສະເພາະດ້ານດີ ແລະດ້ານອ່ອນດັ່ງລຸ່ມນີ້:
ກ. ຈຸດດີ
• ແຜ່ພັນດີໂດຍຈະເກີດລູກໃນທຸກໆ 11-13 ເດືອນ, ລ້ຽງລູກດີ ແລະ ໃຫ້ລູກຫຼາຍໂຕໃນຊົ່ວຊີວິດຂອງມັນ.
• ທົນທານຕໍ່ສະພາບແວດລ້ອມ ແລະ ດິນຟ້າອາກາດຮ້ອນ ແຕ່ບໍ່ທົນທານຕໍ່ອາກາດທີ່ໜາວຈັດແບບກະທັນຫັນ, ທົນທານຕໍ່ຈຳພວກພະຍາດກາຝາກພາຍນອກເຊັ່ນ: ເຫັບ, ເຫຼືອກ, ເມັນ, ໝັດ ແລະ ພວກແມງຊະນິດຕ່າງໆ.
• ສາມາດນຳໃຊ້ອາຫານຫຍາບທີ່ມີຄຸນນະພາບຕ່ຳເພື່ອການຜະລິດ ແລະ ການດຳລົງຊີວິດໄດ້ດີ, ຊີ້ນເປັນທີ່ຕ້ອງການຂອງຕະຫຼາດພາຍໃນ ແລະ ບັນດາປະເທດໃກ້ຄຽງເນື່ອງຈາກບໍ່ມີໄຂມັນແຊກຫຼາຍ.
• ນິໄສຄຸ້ນ ແລະ ຈື່ຝູງໄດ້ດີ.
• ຫາກິນເກັ່ງ ແລະ ເຫມາະສົມກັບລະບົບການລ້ຽງແບບອາໄສແຕ່ທົ່ງຫຍ້າທຳມະຊາດ
• ແນວພັນງົວພື້ນເມືອງ ແມ່ນເປັນແຫຼ່ງສະສົມດ້ານແນວພັນທີ່ຫຼາກຫຼາຍຊຶ່ງໃນຫຼາຍປະເທດອ້ອມຂ້າງເຫັນວ່າແນວພັນພື້ນເມືອງແມ່ນໃກ້ຈະສູນພັນໄປແລ້ວ, ສະນັ້ນຄຽງຄູ່ກັບການປັບປຸງພັນພວກເຮົາກໍ່ຕ້ອງໄດ້ຮັກສາແນວພັນງົວພື້ນເມືອງໄວ້ເພື່ອອະນາຄົດຂ້າງໜ້າ.
• ງົວລາດແມ່ນຊັບສົມບັດອັນລ້ຳຄ່າທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດ ແລະ ໃນທາງຮີດຄອງປະເພນີຂອງຄົນລາວເຊັ່ນ: ງານແຕ່ງດອງ, ຂຶ້ນເຮືອນໃໝ່ ແລະ ອື່ນໆ.
ຂ. ຈຸດອ່ອນ
• ເປັນພັນທີ່ມີຂະໜາດນ້ອຍເມື່ອທຽບກັບງົວພັນຕ່າງປະເທດ.
• ¬ນ້ຳໜັກເກີດໂດຍສະເລ່ຍ 12 kg.
• ¬ນ້ຳໜັກງົວແມ່ ເມື່ອອາຍຸໄດ້ 3-4 ປີ ປະມານ 180-200 kg ຖືວ່າຕ່ຳ ເມື່ອທຽບກັບພັນງົວລູກປະສົມອື່ນໆ ຊຶ່ງມີນ້ຳໜັກເຖິງ 250-300 kg.
• ອາຍຸການເກີດລູກຄັ້ງທຳອິດແມ່ນຊ້າເມື່ອທຽບກັບງົວພັນລູກປະສົມອື່ນໆ.
• ຈະເລີນເຕີບໂຕຊ້າ,ໃຊ້ເວລາຍາວໃນການເພີ້ມນ້ຳໜັກ ແລະ ມີນ້ຳໜັກໜ້ອຍໃນເວລາຂາຍອອກ.
• ເປີເຊັນການໃຫ້ຊີ້ນຕ່ຳ ສະເລ່ຍປະມານ 35-39%.

    

ງົວພໍ່ພັນພື້ນເມືອງລາວ                                  ງົວແມ່ພັນພື້ນເມືອງລາວ

ຜົນໄດ້ຮັບຂອງການຄົ້ນຄວ້າກ່ຽວກັບການປັບປຸງພັນງົວ
ການຄົ້ນຄ້ວາກ່ຽວກັບການປັບປຸງພັນ ແມ່ນ ໄດ້ດຳເນີນມາແຕ່ປີ 1995 ຊຶ່ງໃນເວລານັ້ນແມ່ນໄດ້ເລີ່ມຕົ້ນເອົາງົວລາດເຂົ້າມາປະສົມກັບງົວພັນ. ການສຶກສາ ແລະ ເກັບກຳຂໍ້ມູນກ່ຽວກັບງົວລູກປະສົມ ແມ່ນໄດ້ດຳເນີນ ແລະ ສືບຕໍ່ການຄົ້ນຄ້ວາຈົນມາເຖິງປະຈຸບັນ, ໂດຍໄດ້ແນ່ໃສ່ການຍົກລະດັບນ້ຳຫນັກ ແລະ ການຈະເລີນເຕີບໂຕໃຫ້ສູງຂຶ້ນ. ງົວພັນທີ່ນຳມາປັບປຸງງົວລາດ ແມ່ນປະກອບມີ 2 ພັນເຊັ່ນ ບຼາມັນ ແລະ ເຣດຊິນດີ, ຊຶ່ງເຫດຜົນທີ່ນຳໃຊ້ງົວພັນດັ່ງກ່າວນີ້ເພາະວ່າ ມັນມີຂະໜາດ ແລະ ນ້ຳໜັກໃກ້ຄຽງກັບງົວພື້ນເມືອງລາວ, ມີຄວາມທົນທານຕໍ່ເຫັບ ແລະ ອາກາດທີ່ແຫ້ງແລ້ງດີ, ເປັນງົວທີ່ມີຮູບຮ່າງຂະໜາດກາງ. ຄຸນລັກສະນະຂອງງົວທັງສອງພັນນີ້ ແມ່ນມີລາຍລະອຽດດັ່ງລຸ່ມນີ້:
ງົວພັນເຣດຊິນດີ (Red Sindhi)
ແມ່ນແນວພັນທີ່ຖືກຈັດຢູ່ປະເພດກຸ່ມຂອງງົວຊີບູ ແລະ ອິນເດຍ. ມີສີແດງຊ້ຳ ຫຼື ສີແດງແກມດໍາຢູ່ຕາມບໍລິເວນໜັງ ແລະ ຄໍ, ເປັນງົວທີ່ມີໜອກໃຫຍ່, ຕ້ວຍຄໍ ແລະ ໜັງທ້ອງຢ່ອນຍານ. ງົວແມ່ອາຍຸ 3-4 ປີ ມີນໍ້າໜັກສູງສຸດ 350 ກິໂລກຼາມ. ໂຕຜູ້ໜັກປະມານ 370-400 ກິໂລກຼາມ. ງົວພັນເຣດຊິນດີເປັນແນວພັນເຄິ່ງຊີ້ນເຄິ່ງນົມ, ສາມາດໃຫ້ຜະລິດນ້ຳນົມໄດ້ເຖິງ 800-1.200 ກິໂລກຼາມຕໍ່ຊ່ວງໄລຍະການໃຫ້ນົມ (Lactation). ເປີເຊັນການໃຫ້ຊີ້ນສູງກວ່າງົວພື້ນເມືອງ ໂດຍປະມານ 43-45%, ເປັນງົວທີ່ເໝາະກັບອາກາດເຂດຮ້ອນຊຸ່ມ ທົນທານຕໍ່ສະພາບແວດລ້ອມໄດ້ດີ, ສາມາດລ້ຽງແບບປະປ່ອຍ ແລະ ທັງເປັນແນວພັນທີ່ງ່າຍໃນການຝຶກແອບລ້ຽງແບບຂັງໃນຄອກຖ້າມີອາຫານໃຫ້ກິນຢ່າງພຽງພໍ. ດັ່ງນັ້ນ ໃນປີ 1998 ສູນຄົ້ນຄວ້າການລ້ຽງສັດ ຈຶ່ງໄດ້ນຳແນວພັນດັ່ງກ່າວເຂົ້າມາລ້ຽງ ເພື່ອຜະລິດງົວລູກປະສົມກັບງົວພັນພື້ນເມືອງລາວ.

   

ງົວພໍ່ພັນເຣດຊິນດີ                                 ງົວແມ່ພັນເຣດຊິນດີ

ງົວພັນບຣາມັນ (Brahman)
ມີຕົ້ນກຳເນີດຢູ່ໃນພາກກາງຂອງອິນເດຍ, ເປັນພັນທີ່ຢູ່ໃນກຸ່ມດຽວກັບງົວ ຊີບູ ຫຼຶ ງົວອິນເດຍ ໃນຕະກຸນງົວພື້ນເມຶອງອາຊີ ເຊິ່ງອາເມລິກາໄດ້ນຳໄປລ້ຽງ ແລະ ປັບປຸງພັນເປັນເວລາເກືອບ 100 ປີຜ່ານມາແລ້ວ. ງົວພັນບຣາມັນ ຈັດເປັນງົວພັນຊີ້ນທີ່ດີພັນໜຶ່ງທີ່ນິຍົມກັນລ້ຽງຫຼາຍໃນປັດຈຸບັນ. ຄຸນລັກສະນະຂອງງົວພັນດັ່ງກ່າວ ສ່ວນຫຼາຍມີຂົນເປັນສີຂີ້ເຖົ່າອອກຂາວ (ບຣາມັນຂາວ), ແລະ ມີສີແດງຊ້ຳ ຫຼື ດຳປົນແດງ (ບຣາມັນແດງ), ມີຮູບຮ່າງໃຫຍ່ເຂົາຊັນຂື້ນເທິງ, ໜອກໃຫຍ່, ສູງທັງໂຕຜູ້ ແລະ ໂຕແມ່, ຕ້ວຍຄໍ ແລະ ໜັງບໍລິເວນທ້ອງຢ່ອນຍານ, ສາມາດປັບໂຕເຂົ້າກັບສະພາບອາກາດເຂດຮ້ອນໄດ້ດີກວ່າງົວມາຈາກເອີລົບ, ທົນທານຕໍ່ພະຍາດຕ່າງໆ ແລະ ທົນທານຕໍ່ເຫັບໄດ້ດີ ໂດຍສະເພາະແມ່ນບຣາມັນແດງ ແຕ່ບໍ່ເທົ່າກັບພັນພື້ນເມືອງ ແລະ ພັນເຣດຊິນດີ, ມີການຈະເລີນເຕີບໂຕໄວ ແລະ ຈໍາໜ່າຍໄດ້ໄວ. ເປີເຊັນການໃຫ້ຊີ້ນປະມານ 50-52% ສູງກວ່າພັນເຣດຊິນດີ ແລະ ຊາຫຣີວານ. ງົວແມ່ອາຍຸ 3-4ປີ ມີນ້ຳໜັກປະມານ 400-480 ກິໂລກຼາມ, ໂຕຜູ້ 500-550 ກິໂລກຼາມ ແລະ ສາມາດໃຫ້ນົມ 600-700 ກິໂລກຼາມຕໍ່ຊ່ວງໄລຍະການໃຫ້ນົມ. ງົວພັນບຣາມັນ ແມ່ນງົວພັນທີ່ຖືກປັບປຸງ ແລະ ເລືອກເຟັ້ນໃຫ້ເປັນງົວພັນຊີ້ນສະເພາະ. ດັ່ງນັ້ນ ຈຶ່ງເປັນທາງເລືອກໜຶ່ງໃຫ້ພວກເຮົາໃນການສ້າງພັນງົວຊີ້ນຂອງລາວໃນຕໍ່ໜ້າ ໂດຍສະເພາະ ຈະນຳໃຊ້ງົວບຣາມັນສີແດງເປັນສາຍພໍ່ພັນ. ແຕ່ເນື່ອງຈາກວ່າ ງົວພັນດັ່ງກ່າວ ມີຂະໜາດໃຫຍ່ ຕ້ອງການອາຫານຫຼາຍ ແລະ ຄຸນຄ່າທາງດ້ານອາຫານຕ້ອງສູງ ພວກເຮົາຈຳເປັນຕ້ອງໄດ້ປັບປຸງລະບົບການລ້ຽງ ແລະ ສ້າງແຫຼ່ງອາຫານໃຫ້ພຽງພໍ (ສ້າງທົ່ງຫຍ້າພັນປັບປຸງ, ເກັບເຟືອງ, ເຮັດກ້ອນແຮ່ທາດອາຫານເສີມ ແລະ ອື່ນໆ) ໂດຍໃນເບື້ອງຕົ້ນ ຕ້ອງໄດ້ຄົ້ນຄ້ວາທົດລອງໃນເຂດທີ່ມີເງື່ອນໄຂເຊັ່ນ: ພາກກາງ, ພາກໃຕ້ ແລະ ເຂດທົ່ງພຽງລຽບຕາມແຄມແມ່ນ້ຳຂອງ.

   

ງົວພໍ່ພັນບຣາມັນແດງ ແລະ ຂາວ

ຜ່ານການຈັດຕັ້ງປະຕິບັດການປັບປຸງພັນເຫັນໄດ້ວ່າ ງົວລູກປະສົມທີ່ເກີດມາ ແມ່ນມີຄວາມເໝາະສົມຕໍ່ລະບົບການລ້ຽງແບບປະປ່ອຍ, ເໝາະກັບສະພາບແວດລ້ອມ ແລະ ມີຂະໜາດ ແລະ ນ້ຳໜັກທີ່ສູງ (ຕາຕະລາງ 3).

ຕາຕະລາງ3: ນ້ຳຫນັກຂອງງົວລູກຊອດ (ງົວບຼາມັນ x ງົວລາດ) ຢູ່ໃນອາຍຸທີ່ແຕກຕ່າງກັນ (ສູນຄົ້ນຄ້ວາການລ້ຽງສັດ, 2010)

ອາຍຸ
(ເດືອນ)
ນ້ຳໜັກ, ກລ ອັດຕາການເພີ້ມນ້ຳໜັກ ຕໍ່ ມື້ (g)
ຕໍ່າສຸດ ສູງສຸດ ສະເລ່ຍ
ເກີດໃໝ່ 13.7 28 20.4
3 34 82 54.4 387
6 74 150 114.0 525
9 117 178 140.0 446
12 102 205 153.5 367

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

  ຈາກຜົນຂອງການປັບປຸງພັນຈະສັງເກດໄດ້ວ່າ ນ້ຳໜັກຂອງງົວລູກຊອດ (ງົວບຼາມັນ x ງົວລາດ) ໃນແຕ່ລະໄລຍະຂອງອາຍຸທຽບໃສ່ກັບງົວລາດແລ້ວເຫັນວ່າ ມີຂະຫນາດ ແລະ ນ້ຳໜັກທີ່ໃຫ່ຍກ່ວາ (ຕາຕະລາງ 4), ຊຶ່ງເຫັນ ວ່າງົວລູກຊອດນີ້ ແມ່ນສາມາດນຳໄປສົ່ງເສີມໃຫ້ຊາວກະສິກອນທີ່ມີແຫຼ່ງອາຫານທີ່ດີ ຫລື ຄວາມສາມາດໃນການ ປັບປຸງແຫຼ່ງອາຫານໃຫ້ດີຂຶ້ນເອົາໄປລ້ຽງເປັນງົວຊີ້ນເພື່ອຂາຍ.

ຕາຕະລາງ4: ການສົມທຽບຂະໜາດຮ່າງກາຍລະຫວ່າງງົວລູກຊອດ ແລະ ງົວລາດ (ບຸນລ້ຽງ ຄຸດສະຫວ່າງ ແລະ ຄະນະ, 2002; ສູນຄົ້ນຄ້ວາການລ້ຽງສັດ, 2010)

ເນື້ອໃນ ງົວລູກຊອດ ງົວລາດ
ຈຳນວນສັດທົດລອງ 50 50
ລວງສູງ, ຊມ 113 ± 1.87a 102 ± 2.12b
ລວງຍາວ, ຊມ 132 ± 9.89a 115 ± 10.0b
ຮອບເອິກ, ຊມ 158 ± 5.47a 135 ± 9.89b

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

    ນອກຈາການທີ່ມີຂະຫນາດທີ່ໃຫ່ຍກ່ວາແລ້ວ ງົວລູກຊອດຍັງມີການຈະເລີນເຕີບໂຕທີ່ໄວກ່ວາ ຊຶ່ງສັງເກດໄດ້ຈາກການສົມທຽບນ້ຳໜັກງົວທີ່ມີອາຍຸໃນລຸ້ນດຽວກັນ ແມ່ນງົວລູກຊອດຈະມີນໍ້າໜັກຫລາຍກ່ວາງົວລາດພື້ນເມືອງຂອງລາວເຮົາເກືອບສອງເທົ່າຕົວ (ຕາຕະລາງ 5), ຊຶ່ງເຫັນວ່າເໝາະສົມກັບການລ້ຽງໃນລະບົບແບບທອມຂາຍ ເພາະວ່າງົວລູກຊອດຈະໃຫ້ນ້ຳຫນັກດີ ແລະ ຊີ້ນຫລາຍກ່ວາ. ນອກຈາກນັ້ນແລ້ວ, ຖ້າຈະລ້ຽງງົວລູກຊອດໃນລະບົບການລ້ຽງແບບທົ່ວໄປ ແມ່ນ ຕ້ອງໄດ້ມີການປັບປຸງທາງດ້ານອາຫານເຊັ່ນ ການປູກພືດອາຫານສັດເປັນຕົ້ນ.

ຕາຕະລາງ5: ນໍ້າໜັກຂອງງົວລູກຊອດ (ງົວບຼາມັນ x ງົວລາດ) ແລະ ງົວລາດຕາມອາຍຸສະເລ່ຍບໍ່ແຍກເພດ (ບຸນລ້ຽງ ຄຸດສະຫວ່າງ ແລະ ຄະນະ, 2002; ສູນຄົ້ນຄ້ວາການລ້ຽງສັດ, 2010)

ເນື້ອໃນ ນ້ຳຫນັກ, ກລ
ງົວລູກຊອດ ງົວລາດ
ຈຳນວນສັດທົດລອງ 50 50
ງົວເກີດໃຫມ່ 21 ± 3.2a 12 ± 3.16b
ງົວ 4 ເດືອນ 61 ± 5.09a 35 ± 2.45b
ງົວ 8 ເດືອນ 122 ± 6.48a 60 ± 3.74b
ອາຍຸ 1 ປີ 150 ± 6.50a 90 ± 3.16b
ອາຍຸ 2 ປີ 250 ± 7.07a 142 ± 3.20b
ງົວແມ່ອອກລູກໂຕທຳອິດ 360 ± 15.81a 180 ± 17.26b
ງົວອາຍຸເຕັມໄວ 450 450 ± 13.85a 250 ± 39.37b

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

   

ງົວລູກຊອດເກີດໃຫມ່ມີນໍ້າຫນັກປະມານ 20 ກລ

ຜົນຂອງການຄົ້ນຄ້ວາກ່ຽວກັບການປັບປຸງທາງດ້ານອາຫານສຳລັບງົວລາດ
ສູນຄົ້ນຄ້ວາການລ້ຽງສັດ ແມ່ນຍັງຖືວ່າເປັນຈຸດໃຈກາງໃນການສຶກສາ ແລະ ຄົ້ນຄ້ວາກ່ຽວກັບອາຫານສຳລັບສັດຄ້ຽວເອື້ອງ ໂດຍສະເພາະແມ່ນງົວຄວາຍ ແລະ ແບ້. ຜົນງານອັນພົ້ນເດັ່ນອັນໜຶ່ງແມ່ນການສຶກສາ ແລະ ປະເມີນ ເພື່ອຄັດເລືອກເອົາພືດອາຫານສັດພັນປັບປຸງທີ່ເໝາະສົມກັບສະພາບແວດລ້ອມ ແລະ ການນຳໃຊ ຢູ່ ສປປ ລາວ. ພອນປະເສີດ ເພັງສະຫວັນ (2000) ໄດ້ສະຫລຸບກ່ຽວກັບການສຶກສາກ່ຽວກັບພືດອາຫານສັດວ່າ ຈາກທັງໝົດ 152 ສາຍພັນທີ່ນຳເຂົ້າມາທົດລອງນັ້ນ ແມ່ນຄັດເລືອກໄດ້ປະມານ 10 ສາຍພັນທີ່ສາມາດຈະເລີນເຕີບໂຕໄດ້ດີໃນສະພາບແວດລ້ອມຂອງລາວ ແລະ ໃນຈຳນວນດັ່ງກ່າວຊາວກະສິກອນໄດ້ນຳໃຊ້ເປັນອາຫານສັດສຳລັບງົວຄວາຍພຽງແຕ່ 5 ສາຍພັນ (ຕາຕະລາງ 6).
ຕາຕະລາງ6: ພືດອາຫານສັດທີ່ຊາວກະສິກອນນຳໃຊ້ເປັນອາຫານສັດ ຢູ່ ສປປ ລາວ

ຕະກຸນພືດອາຫານສັດ ຊື່ລາວ ຊື່ວິທະຍາສດ
ຫຍ້າອາຫານສັດ ແກມບາ Andropogon gayanus “Kent”
ກີນີ ສີມ່ວງ Panicum maximum “Simuang ຫລື purple”
ບຼີຊັນຕາ Brachiria brizantha “Marandu”
ມູລາໂຕ Brachiaria hybrid “Mulato”
ຖົ່ວອາຫານສັດ ສະໄຕໂລ Stylosnathes guianensis “CIAT 184 ແລະ Composite”

     

ຫ້ຍາກີນີ້                                        ຫ້ຍາມຄລາໂຕ

   

ຫ້ຍາແກມບາ                             ຖົ່ວສະໄຕໂລ

ສູນຄົ້ນຄ້ວາການລ້ຽງສັດ ຍັງໄດ້ສຸມກໍາລັງແຮງຂອງການຄົ້ນຄ້ວາໃສ່ໃນການປັບປຸງອາຫານຂອງງົວຄວາຍ ໃຫ້ມີຄຸນນະພາບທີ່ດີຂຶ້ນເຊັ່ນ ການນໍາໃຊ້ໃບມັນຕົ້ນ, ໃບຕາເວັນປ່າ ແລະ ໃບມອນເປັນອາຫານເສີມທາດໂປຼຕິນ ໃຫ້ແກ່ງົວ ຊຶ່ງເຮັດໃຫ້ງົວມີອັດຕາການຈະເລີນເຕີບໂຕທີ່ດີຂຶ້ນປະມານ ສອງ ຫາ ສາມ ເທົ່າຕົວ (ບຸນລ້ຽງ ຄຸດສະຫວ່າງ ແລະ ຄະນະ, 2007; Khamphoumy et al. 2007) ດັ່ງມີຕົວຢ່າງໃນຕາຕະລາງ 7.
ຕາຕະລາງ7: ຜົນໄດ້ຮັບຂອງການນຳໃຊ້ໃບມັນຕົ້ນເປັນອາຫານເສີມຕໍ່ການຈະເລີນເຕີບໂຕຂອງງົວພື້ນເມືອງລ

ຕົວຊີ້ວັດ ໃບມັນຕົ້ນ, g/100 kg ນ້ຳໜັກໂຕ SEM P
0 300 600 900 1200
ນ້ຳໜັກເລີ້ມຕົ້ນ, ກລ 133 111 107 111 108 15.719 0.583
ນ້ຳໜັກສຸດທ້າຍ, ກລ 151 132 132 138 163 15.172 0.289
ການເພີ້ມນ້ຳໜັກ, ກລ 18bc 21bc 25b 27b 55a 1.732 0.001
ອັດຕາການເພີ້ມນ້ຳໜັກຕໍ່ມື້, ກຼາມ 150b 175b 212b 225b 462a 5.520 0.005
ອັດຕາການແລກປ່ຽນອາຫານເປັນຊີ້ນ, ກລ/ກລ 27a 23a 17b 17b 8.2c 1.475 0.001

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

ການສຶກສາໃນການຊອກຫາວິທີການແກ້ໄຂບັນຫາການຂາດແຄນບັນຫາໃນລະດູແລ້ງນັ້ນ ສູນຄົ້ນຄ້ວາການລ້ຽງສັດ ແມ່ນໄດ້ທົດສອບເຕັກນິກທີ່ງ່າຍ ແລະ ເໝາະສົມກັບສະພາບຂອງຊາວກະສິກອນເຊັ່ນ ການເຮັດເຟືອງໝັກ ແລະ ນຳໃຊ້ອາຫານທີ່ມີຄຸນະພາບໃນທ້ອງຖິ່ນມາເປັນອາຫານເສີມໃຫ້ແກ່ງົວລາດ (ເພັດສະໄຫມ ວິລາເພັດ ແລະ ແກ້ວວິໄລ ແສງສຸວັນນາ, 2003; Phengvilaysouk and Phimphachanvongsod, 2006) ແລະ ເຫັນວ່າສາມາດເຮັດໃຫ້ສັດມີການເຕີບໂຕໄດ້ດີໃນລະດູແລ້ງ (277 ກຼາມ ຕໍ່ ມື້) ສົບທຽບໃສ່ການລ້ຽງດ້ວຍອາຫານແບບທຳມະຊາດ ແລະ ລະບົບການລ້ຽງຂອງຊາວກະສິກອນ (77 ກຼາມ ຕໍ່ ມື້) ຊຶ່ງໃນໄລຍະລະດູແລ້ງງົວຈ່ອຍ ແລະ ເສຍນ້ຳໜັກຫລາຍ (ຕາຕະລາງ 8). ສະນັ້ນ, ເຫັນວ່າການປັບປຸງ ແລະ ນຳໃຊ້ອາຫານຕ່າງໆ ທີ່ມີໃນທ້ອງຖິ່ນ ແມ່ນເຫັນວ່າມີຄວາມສຳຄັນ ແລະ ຈຳເປັນຕ້ອງໄດ້ຊຸກຍູ້ເຜີຍແຜ່ໃຫ້ແກ່ຊາວກະສິກອນເອົາໄປນຳໃຊ້ຕໍ່ໄປ.
ຕາຕະລາງ8: ການຈະເລີນເຕີບໂຕຂອງງົວລາດ ທີ່ ໄດ້ຮັບອາຫານທີ່ແຕກຕ່າງກັນໃນລະດູແລ້ງ

ລ້ຽງແບບທຳມະຊາດ ເສີມເຟືອງຫມັກ, ໃບຕາເວັນປ່າ ແລະ ນ້ຳມັນພືດ SEM
ຈຳນວນສັດ 6 6
ນ້ຳໜັກເລີ້ມຕົ້ນ, ກລ 186.4a 158.7b 1.05
ນ້ຳໜັ້ກສຸດທ້າຍ, ກລ 188.7a 167.0b 1.05
ສະເລ່ຍການເພີ້ມນ້ຳໜັກຕໍ່ມື້, ກຼ 77a 277b 0.00
ອັດຕາການແລກປ່ຽນອາຫານເປັນຊີ້ນ, ກລ/ກລ 34.06a 12.15b 1.03

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມຄວາມແຕກຕ່າງກັນ (P<0.05)

ສ່ວນຜົນຂອງການສຶກສາການຫັນປ່ຽນລະບົບການລ້ຽງຈາກການລ້ຽງແບບປະປ່ອຍ ມາເປັນການລ້ຽງແບບທອມ ກໍເຫັນວ່າໄດ້ຮັບຜົນດີ, ໂດຍສະເພາະແມ່ນການນຳໃຊ້ພືດອາຫານສັດພັນປັບປຸງເປັນອາຫານຫຼັກໃນການທອມສັດນັ້ນ ແມ່ນໄດ້ເຮັດໃຫ້ງົວຄວາຍໄດ້ມີການຈະເລີນເຕີບໂຕທີ່ດີຂຶ້ນ ເມື່ອສົມທຽບກັບອາຫານທີ່ມີຢູ່ຕາມທ້ອງຖິ່ນ. ຜົນຂອງການສຶກສາຮ່ວມກັບຊາວກະສິກອນທີ່ແຂວງຊຽງຂວາງ ໄດ້ສະແດງໃຫ້ເຫັນວ່າ ງົວຄວາຍທີ່ໄດ້ຮັບອາຫານທົດລອງທີ່ປະກອບມີ ຫຍ້າກີນີ, ຫຍ້າ ມູລາໂຕ, ຖົ່ວສະໄຕໂລ ແລະ ຮຳ ເປັນອາຫານເສີມ ແມ່ນມີອັດຕາການຈະເລີນເຕີບໂຕປະມານ 430 ກຼາມ/ມື້ ຊຶ່ງດີກ່ວາກ່ວາງົວຄວາຍທີ່ໄດ້ຮັບອາຫານແບບທໍາມະຊາດທີ່ມີການເຕີບໂຕພຽງແຕ່ 250 ກຼາມ/ມື້ ເທົ່ານັ້ນ (ຕາຕະລາງ 9). ຍ້ອນສາຍເຫດດັ່ງກ່າວນີ້ໄດ້ເຮັດໃຫ້ການຫັນປ່ຽນວິທີການລ້ຽງ ແມ່ນເປັນເຕັກນິກທີ່ຍອມຮັບຈາກຊາວກະສິກອນເປັນຢ່າງດີໂດຍສະເພາະ ແມ່ນຢູ່ແຂວງຊຽງຂວາງ, ຫລວງພະບາງ ແລະ ແຂວງອື່ນໆ ໃນພາກເໜືອຂອງ ສປປ ລາວ (ສົມຈັນ ຄຳພາວົງ ແລະ ຄະນະ, 2012; ວຽງສຸກ ລໍເບຼຍຢາວ ແລະ ຄະນະ, 2012).

ຕາຕະລາງ 9. ການຈະເລີນເຕີບໂຕຂອງງົວໃນແຕ່ລະຈຸທົດລອງ (ສັດທົດລອງທັງຫມົດ 20 ໂຕ)

ຈຸທົດລອງ
ແບບປະເພນີ ອາຫານທົດລອງ
ໄລຍະການທົດລອງ, ມື້ 100 100
ນ້ຳຫນັກທຳອິດ, ກລ 110 106
ນ້ຳຫນັກສຸດທ້າຍ, ກລ 135 150
ນ້ຳຫນັກເພີ້ມ, ກຼ/ມື້ 250a 433b

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

   

ການປູກຫຍ້າທອມງົວຂອງຊາວກະສິກອນ ຢູ່ ແຂວງ ຊຽງຂວາງ

      ຈາກການສຶກສາ ແລະ ຄົ້ນຄ້ວາຜ່ານມາສາມາດສະຫຼູບໄດ້ວ່າ ການປັບປຸງພັນງົວລາດ ໂດຍການປະສົມພັນ ກັບງົວ ບຼາມັນ ແລະ ເຣດຊິນດີ ແມ່ນເຮັດໃຫ້ໄດ້ງົວລູກຊອດທີ່ມີຂະຫນາດ, ນ້ຳຫນັກ ແລະ ອັດຕາການຈະເລີນເຕີບໂຕເພີ້ມຂຶ້ນ, ແຕ່ຄຽງຄູ່ກັບການປັບປຸງພັນ ຄວນຈະຕ້ອງໄດ້ມີການປັບປຸງອາຫານໄປພ້ອມກັນເຊັ່ນ ການປູກພືດອາຫານສັດ, ການປັບປຸງທາງດ້ານຄຸນະພາບອາຫານ, ການຄຸ້ມຄອງຈັດການກ່ຽວກັບສຸຂະພາບສັດ ແລະ ອື່ນໆ ເພື່ອເປັນການຮັບປະກັນໃຫ້ແກ່ການຕອບສະໜອງອາຫານ ແລະ ທາດອາຫານທີ່ພຽງພໍຕາມຄວາມຕ້ອງການຂອງສັດ ແລະ ສະພາບແວດລ້ອມຕ່າງໆ ທີ່ຈະເຮັດໃຫ້ສັດມີສຸຂະພາບສົມບູນ ແລະ ມີການຈະເລີນເຕີບໂຕດີ.

 

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029