ເຕັກນິກ: ການແນະນຳອັດຕາການນຳໃຊ້ຝຸ່ນ ທີ່ແທດເໝາະກັບຄວາມອຸດົມສົມບູນຂອງດິນ
ຄວາມຮູ້ພື້ນຖານກ່ຽວກັບດິນ ແລະ ຝຸ່ນ
ດິນ:
ໂດຍທໍາມະຊາດຂອງດິນ ມີອົງປະກອບທີ່ສໍາຄັນດັ່ງນີ້: ຫີນ ແລະ ແຮ່ປະມານ 45 ສ່ວນຮ້ອຍ%, ນໍ້າ ແລະອາກາດຢ່າງລະ ປະມານ 25 ສ່ວນຮ້ອຍ% ແລະ ທາດອິນຊີວັດຖຸຄື: ເສດຊາກພືດ, ສັດຕ່າງໆປະມານ 5 ສ່ວນຮ້ອຍ%, ອາກາດ 25 ສ່ວນຮ້ອຍ, ຖ້າຂຸດດິນລົງໄປຈະເຫັນຫີນ ແລະ ແຮ່ຈະແຈ້ງສ່ວນນ້ຳ ແລະ ອາກາດແມ່ນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ
• ດິນດີ: ແມ່ນດິນທີ່ສາມາດສະໜອງບັນດາປັດໄຈທີ່ພືດຕ້ອງການໄດ້ຢ່າງຄົບຖ້ວນຄື: ມີປະລິມານແຮ່ທາດອາຫານພຽງພໍຕໍ່ການຈະເລີນເຕີບໂຕຂອງພືດ, ມີການອູມນໍ້າ, ລະເຫີຍນໍ້າໃນອາກາດດີ, ມີອີນຊີວັດຖຸພຽງພໍ, ບໍ່ມີສານທີ່ເປັນພິດຕໍ່ພືດ, ເນື້ອດິນຜຸຜຸ່ຍ, ມີຄ່າຄວາມເປັນກົດເປັນດ່າງຂ້ອນຂ້າງເປັນ ກາງ (ຄວາມສົ້ມ ແລະ ຄວາມເຄັມຂອງດິນ) ຄື: ຄ່າຄວາມເປັນກົດເປັນດ່າງເທົ່າກັບ 5.5-7.5 ແລະບໍ່ມີຊັ້ນຫີນດານຂັດຂວາງການຈະເລີນເຕີບໂຕຂອງຮາກພືດ, ບັນດາທາດອາຫານຫຼັກໃນດິນມີສູງພຽງພໍກັບຄວາມຕ້ອງການຂອງພືດເວົ້າລວມການຜະລິດກະສິກຳແມ່ນເຮັດນ້ອຍໄດ້ຫຼາຍ, ກຸ້ມຄ່າ ແລະ ພໍໃຈ
ຕາຕະລາງ 1: ການຈັດລະດັບທາດອາຫານພືດ
ການຕີລາຄາຄຸນ ນະພາບຂອງດິນ |
ຄວາມສໍາຄັນຫຼື
ຄຸນຄ່າຂອງດິນ |
ລະດັບອາຫານຕົ້ນຕໍ່ທີ່ພິຈາລະນາ | ||
ຄ່າPH | ທາດໄນໂຕເຈນ(N) | ທາດຟົດສະຟຣັດ(P) | ທາກໂປຕັດຊຽມ(K) | |
ດິນດີ | 5.5-7.5 | ສູງກ່ວາ 20 | ສູງກ່ວາ 25 | ສູງກ່ວາ 120 |
ດິນປາງກາງ | 5.0-5.4 ຫຼື 7.6-7.9 | 10-20 | 10.1-25 | 81-120 |
ດິນບໍ່ດີ | ຕໍ່າກ່ວາ 5 ຫຼື ສູງກ່ວາ 8 | ຕໍ່າກ່ວາ 10 | ຕໍ່າກ່ວາ 10 | ຕໍ່າກ່ວາ 80 |
• ດິ ນບໍ່ດີ: ແມ່ນເປັນດິນທີ່ບໍ່ມີຄວາມເໝາະສົມຕໍ່ການປູກພືດ, ດິນຂາດທາດອາຫານດິນແມ່ນ ມີສີຂາວຈືດລວມໄປເຖີງປັດໄຈຕ່າງໆດ້ານເນື້ອດິນ, ໂຄງສ້າງດິນ, ເປັນດິນແຂງ(ແຈບແໜ້ນ), ມີຫີນປົນຫຼາຍ. ດິນເຄັມ, ດິນສົ້ມແຮງ, ເນື້ອດິນຊາຍ ແລະ ຊັ້ນດິນຕື້ນເມື່ອປູກພືດແລ້ວພືດບໍ່ສາມາດຈະເລີນເຕີບໂຕ ແລະ ບໍ່ໃຫ້ຜົນຜະລິດ.ບໍ່ກຸ້ມຄ່າ, ເຮັດຫຼາຍໄດ້ນ້ອຍ
ການໃຫ້ຄຳແນະນຳທາງດ້ານຝຸ່ນມີເຜີຍແຜ່ຢູ່ທົ່ວໄປ ຈະມີປະສິດທີພາບຫຼາຍຂື້ນ ຖ້າຜູ້ໃຊ້ສາມາດຮຽນຮູ້ ແລະ ເຂົ້າໃຈຕະຫຼອດຈົນນຳຄຳແນະນຳນັ້ນໄປໃຊ້ຢ່າງຖືກຕ້ອງ ນອກຈາກຈະຮູ້ວິທີການນຳໃຊ້ຝຸ່ນແລ້ວ ຍັງຕ້ອງຮູ້ ແລະ ເຂົ້າໃຈເລື່ອງດິນພ້ອມ ການປະເມີນຄວາມອຸດົມສົມບູນຂອງດິນ ເຊິງສາມາດສັງເກດຈາກຜົນຜະລິດໃນປີທີ່ຜ່ານມາ ຫຼື ການພິຈາລະນາການຈະເລີນເຕີບໂຕຂອງພືດ ຫຼື ຕົ້ນເຂົ້າໃນເນື້ອທີ່ປູກ,ລວມທັງການເຂົ້າໃຈລັກສະນະຂອງດິນ ຊື່ງເບື້ອງຕົ້ນຈະຈຳແນກໄດ້ງ່າຍໆເປັນດິນ 3 ລັກສະນະຄື:
– ດິນໜຽວ: ເປັນດິນມີຄວາມອຸດົມສົມບູນສູງກວ່າດິນລັກສະນະອື່ນໆ
– ດິນຮ່ອນ: ຄວາມອຸດົມສົມບູນຕ່ຳກວ່າດິນໜຽວ ແຕ່ສູງກວ່າດິນຊາຍ
– ດິນຊາຍ ຫຼື ດິນຮ່ອນປົນຊາຍ: ເປັນດິນທີ່ມີຄວາມອຸດົມສົມບູນຕ່ຳທີ່ສຸດ
ຄວາມອຸດົມສົມບູນຂອງດິນ (Soil fertility) ເປັນສິ່ງບົ່ງບອກສະພາບຂອງດິນ (Soil Productivity)ເປັນຄວາມສາມາດຂອງດິນໃນການໃຫ້ຜົນະລິດພືດພາຍໃຕ້ການຈັດການແບບ ຫຼື ລະບົບໜື່ງ ຄວາມອຸດົມສົມບຸນຂອງດິນ ໝາຍເຖິງ: ຄວາມສາມາດຂອງດິນໃນການໃຫ້ທາດອາຫານທີ່ຈຳເປັນ ເພື່ອການຈະເລີນເຕີບໂຕຂອງພືດ ກໍ່ຄືເມື່ອທາດອາຫານໃນດິນທີ່ຢູ່ໃນຮູບທີ່ພືດສາມາດນຳໄປໃຊ້ປະໂຫຍດໄດ້ມີປະລິມານທີ່ພໍເໝາະ ແລະ ສົມດູນຈະຊ່ວຍໃຫ້ພືດຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດທີ່ດີ.ການຮັກສາຄວາມອຸດົມສົສມບູນຂອງດິນ ຈື່ງຖືເປັນສິ່ງທີ່ຄວນຄຳໜື່ງ ໂດຍສະເພາະໃນພື້ນທີ່ທຳການຜະລິດທາງດ້ານກະສີກຳ ເພື່ອການຄ້າ
ຝຸ່ນ
ການໃຊ້ປຸ໋ຍເຄມີຂອງຊາວກະສີກອນ ຍັງເປັນສິ່ງຈຳເປັນ ແລະ ເປັນປັດໄຈສຳຄັນໃນການເພີ່ມຜົນຜະລິດ/ໄລ່ໃຫ້ສູງຂື້ນ ເຖິງວ່າໃນປັດຈຸບັດມີການໃຊ້ປຸ໋ຍໃນນາເຂົ້າ ແມ່ນມີການໃຊ້ຢ່າງກວ້າງຂວາງ ແຕ່ປະລິມານການໃຊ້/ພື້ນທີ່ ແມ່ນຍັງຕຳ່ຫຼາຍ ສ່ວນຫຼາຍແມ່ນບໍ່ຖືກຕ້ອງຕາມຫຼັກວິຊາການ ເຮັດໃຫ້ຜົນການໃຊ້ປຸ໋ຍຍັງບໍ່ສາມາດເພີ່ມຜົນຜະລິດເຂົ້າທົ່ວປະເທດໄດ້ຫຼາຍ.ດັ່ງນັ້ນ ການແນະນຳການໃຊ້ຝຸ່ນໃນນາເຂົ້າ ຕາມຄວາມອຸດົມສົມບູນຂອງດິນ ມີຈຸດປະສົງເພື່ອ ໃຫ້ຊາວກະສິກອນສາມາດນຳໃຊ້ຝຸ່ນ/ປຸ໋ຍ ຢ່າງຖືກຕ້ອງຕາມຄວາມຕ້ອງການຂອງພືດ ເພື່ອເພີ່ມຜົນະລິດ/ໄລ່ ແລະ ລົດຕົ້ນທືນການຜະລິດ
ຝຸ່ນ: ແມ່ນວັດຖຸທີ່ບັນຈຸທາດອາຫານທີ່ຈຳເປັນຕໍ່ການຈະເລີນເຕີບໂຕ ແລະ ໃຫ້ໝາກຜົນຂອງພືດ, ຝຸ່ນມີຫຼາຍສະນິດ, ມີທັງຊະນິດເມັດ, ນໍ້າ ແລະ ເປັນແປ້ງຝຸ່ນລວມໄປເຖີງວິທີການໃຊ້ ແລະ ຄຸນປະໂຫຍດກໍແຕກຕ່າງກັນເຊັ່ນ:ຊະນິດຫວ່ານ, ຊະນິດສີດ ຫຼື ຊະນິດປະສົມກັບເມັດພັນພືດ.ໃນປະເທດລາວຝຸ່ນທີ່ເຮົາຮູ້ ແລະ ໃຊ້ກັນຢູ່ໃນປະຈຸບັນນີ້ມີ 5 ປະເພດຄື: 1.) ຝຸ່ນອົງຄະທາດ 2.) ຝຸ່ນວິທະຍາສາດ3.) ຝຸ່ນຊີວະພາບ4.) ຝຸ່ນອົງຄະທາດ-ຊີວະພາບ ແລະ 5.) ຝຸ່ນອົງຄະທາດ -ເຄມີ.
ຝຸ່ນອົງຄະທາດ
ຝຸ່ນອົງຄະທາດ: ແມ່ນບັນດາຝຸ່ນຄອກຕ່າງໆທີ່ສາມາດນຳໃຊ້ໄດ້ເລີຍ ແລະ ລວມໄປເຖີງສິ່ງເສດເຫຼືອຈາກການກະສິກຳອື່ນໆມາຜ່ານຂະບວນການປຸງແຕ່ງຕາມຫຼັກການຈົນເປັນຝຸ່ນທີ່ເອີ້ນວ່າຝຸ່ນບົ່ມ, ຝຸ່ນພືດສົດກໍແມ່ນຝຸ່ນອົງຄະທາດເຊັ່ນດຽວ.
ຕາຕາລາງ 1: ປະລິມານທາດອາຫານພືດທີ່ບັນຈຸໃນຝຸ່ນອົງຄະທາດສະນິດຕ່າງໆ:
ຊະນິດຝຸ່ນ | ການບັນຈຸທາດອາຫານພືດ | ||
ຝຸ່ນເລັ່ງໃບທາດ ໄນໂຕຣເຈນ N (%) |
ຝຸ່ນໃຫ້ໝາກທາດ ຟົດສຟໍຣັດ P (%) |
ຝຸ່ນໃຫ້ຫົວທາດ ໂປຕັດຊຽມ K (%) |
|
ຂີ້ງົວ-ຂີ້ຄວາຍ | 0.5-1.00 | 0.12-0.17 | 0.22-o,26 |
ເຟືອງເຂົ້າ | 0.32 | 0.04 | 0.79 |
ແຫຼ່ງຂໍ້ມູນ (Linquist and Sengxua, 2001) | |||
ຜັກຕົບ | 1.55 | 0.46 | 0.49 |
ຕົ້ນສາລີ | 0.71 | 0.11 | 1.38 |
ແກບຈູດ | 0.00 | 0.15 | 0.81 |
ຂີ້ໝູ | 1.30 | 2.40 | 1.00 |
ຂີ້ໄກ່ | 2.42 | 6.29 | 2.11 |
ຂີ້ເຈຍ | 1.54 | 14.28 | 0.60 |
ແຫຼ່ງຂໍ້ມູນ: ກົມສົ່ງເສີມການກະເສດປະເທດ ໄທ ປີ 2008 |
ຝຸ່ນວິທະຍາສາດ
ຝຸ່ນວິທະຍາສາດ: ເປັນສານປະກອບທີ່ຜະລິດຈາກຂະບວນການສັງເຄາະທາງວິທະຍາສາດທາດອາຫານ ສ່ວນຫຼາຍຈະຢູ່ໃນຮູບແບບທີ່ພືດນຳໄປໃຊ້ເປັນປະໂຫຍດໄດ້ທັນທີເມື່ອລະລາຍໃນນໍ້າຫຼືໃສ່ລົງໄປໃນດິນ. ຝຸ່ນວິທະຍາສາດມີ 2 ປະເພດຄື: ຝຸ່ນດ່ຽວ: ຝຸ່ນໃບທາດ N (ຍູເຣຍ)ສູດ 46-0-0, ຝຸ່ນໃຫ້ໝາກທາດ Pສູດ 0-46-0 ແລະ ຝຸ່ນໃຫ້ຫົວ ທາດ K ສູດ 00-00-60 ນອກນັ້ນຍັງຝຸ່ນປະສົມ 3 ທາດເຂົ້າກັນມີຫຼາຍສູດທີ່ຂາຍໃນຕະຫຼາດເຊັ່ນສູດ 15-15-15, 16-8-8, 16-20-0 ແລະ ຝຸ່ນອື່ນໆ.
1.3. ຝຸ່ນຊີວະພາບ
ຝຸ່ນຊີວະພາບ: ແມ່ນຝຸ່ນທີ່ປະກອບດ້ວຍຈຸລິນຊີທີ່ມີຊີວິດເມື່ອໃສ່ລົງໄປໃນດິນ ຫຼື ໃຫ້ພືດ ຈຸລິນຊີສາມາດສ້າງທາດອາຫານດ້ວຍຕົວເອງໃຫ້ພືດ ຫຼື ເຮັດໃຫ້ທາດອາຫານພືດໃນດິນລະລາຍອອກມາແລະພືດດູດໃຊ້ໄດ້ທັນທີ
ຝຸ່ນອົງຄະທາດ-ຊີວະພາບ
ແມ່ນການປະສົມ 2 ຝຸ່ນໃສ່ກັນຄືເອົາຝຸ່ນຊີວະພາບທີ່ມີເຊື້ອຈຸລິນຊີປະສົມໃສ່ຝຸ່ນອົງຄະທາດເພື່ອເພີ່ມເລັ່ງການຍ່ອຍສະຫຼາຍ ແລະ ເພີ່ມສານອາຫານໃນຝຸ່ນອົງຄະທາດໃຫ້ສູງຂື້ນຈາກເດີມລາວເຮົາກໍາລັງສຶກສາ ຫາສູດຝຸ່ນຊີວະພາບ ແລະ ຈະຜະລິດອອກຮັບໃຊ້ໃນບໍ່ໝໍ່ໆນີ້
ຝຸ່ນອົງຄະທາດ-ວິທະຍາສາດ
ແມ່ນຝຸ່ນໄດ້ຈາກການເອົາຝຸ່ນອົງຄະທາດ ມາປະສົມກັບຝຸ່ນວິທະຍາສາດເພື່ອຢາກເພີ່ມຄຸນນະພາບໃຫ້ສູງຂື້ນຕາມຄວາມຕ້ອງການ, ອັດຕາສ່ວນຝຸ່ນເຄມີທີ່ປະສົມແມ່ນບໍ່ມີກຳນົດທີ່ແນ່ນອນຕາມໃຈຂອງຜູ້ໃຊ້, ການນຳໃຊ້ຝຸ່ນດັ່ງກ່າວແມ່ນມີຜົນດີກວ່າການໃສ່ຝຸ່ນເຄມີຢ່າງດຽວເພາະຝຸ່ນອົງຄະທາດ ຈະຊ່ວຍປັບປຸງບຳລຸງດິນເຮັດໃຫດິນອ່ອນ, ປັບປຸງໂຄງສ້າງດິນ, ເພີ່ມຄວາມດຳແກ່ດິນ ແລະ ຊ່ວຍໃຫ້ຝຸ່ນເຄມີລະລາຍອອກໃຫ້ພືດນຳໃຊ້ໄດ້ສູງຂື້ນ.
ວິທີການ ແລະ ອຸປະກອນ
1. ກະກຽມອຸປະກອນ(ຂຳພວກຝຸ່ນຕ່າງໆ)
• ຝຸ່ນຄອກ (ຂີ້ງົວ,ຄວາມ,ໝູ,ຝຸ່ນບົ່ມ,ຂີ້ເຈຍ ແລະ ຂີ້ໄກ່)
• ຝຸ່ນພຶດສົດ (ພືດຕະກຸນຖົ່ວ)
• ຝຸ່ນວິທະຍາສາດ (ຝຸ່ນເຄມີ)
• ຝຸ່ນຊີວະ (ນ້ຳຈຸລິນຊີຕ່າງໆ)
ຂັ້ນຕອນໃນການນຳໃຊ້
ກ່ອນຈະຮູ້ອັດຕາການນຳໃຊ້ຝຸ່ນໃຫ້ແທດເໝາະກັບດິນໄດ້ ເຮົາຕ້ອງມີການວັດຄ່າຄວາມອຸດົມສົມບູນຂອງດິນ, ເຊິ່ງໃນສະພາບປັດຈະບັນການປະເມີນຄວາມອຸດົມສົມບູນຂອງດິນແມ່ນ ສາມາດເຮັດໄດ້ລະອຽດຫຼາຍຂື້ນ ກໍ່ຄືການອວັດຈາກຄ່າຂອງດິນໄດ້ແກ່:
– ເປີເຊັ່ນອິນຊີວັດຖຸ, ຟົດສະຟໍ, ໂປແທັດຊຽມ ແລະ ເນື້ອນດິນ
– ນອກຈາກນີ້ ຍັງວິເຄາະຄວາມເປັນກົດເປັນດ່າງຂອງດິນ (PH) ແລະ ຄ່າການຊັກນຳໄຟຟ້າ ເພື່ອສັງເກດເບິ່ງວ່າ ດິນສົ້ມ, ດິນເຄັມ ຫຼື ບໍ
ເຊິ່ງຄ່າດັ່ງກ່າວຈະນໍາໄປປະເມີນໃຫ້ໄດ້ ລະດັບຄວາມອຸດົມສົມບູນຂອງດິນ ແລະ ນໍາໄປໃຊ້ໃນການເລືອກສູດ ແລະ ອັດຕາຝຸ່ນ ຊື່ງວິທີການອ່ານຄ່າວິເຄາະດິນ ສາມາດເຮັດໄດ້ດັ່ງນີ້:
ລະດັບຄວນສົມບູນ | %ອິນຊີວັດຖຸ |
ຕໍ່າ | ນ້ອຍກ່ວາ 1 |
ປານກາງ | 1-2 |
ສູງ | ຫຼາຍກ່ວາ 2 |
ປະລິມານຟົດສະຟໍຣັດ ທີ່ໃຊ້ປະໂຫຍດ
ລະດັບຄວາມອຸດົມສົມບູນ | ຟົດສະຟໍຣົດ( ສ່ວນໃນລ້ານສ່ວນ: ppm) |
ຕໍ່າ | ນ້ອຍກ່ວາ 5 |
ປານກາງ | 5-10 |
ສູງ | ຫຼາຍກ່ວາ 10 |
ປະລິມານໂປແທັດຊຽມທີ່ສະກັດໄດ້
ລະດັບຄວາມອຸດົມສົມບູນ | ໂປແທັດຊຽມ ( ສ່ວນໃນລ້ານສ່ວນ: ppm) |
ຕໍ່າ | ນ້ອຍກ່ວາ 60 |
ປານກາງ | 60-80 |
ສູງ | ຫຼາຍກ່ວາ 80 |
ສະຫຼຸບການປະເມີນລະດັບຄວາມອຸດົມສົມບູນຂອງດິນນາ ຈາກຄ່າຂອງດິນ
ລະດັບຄວາມອຸດົມສົມບູນ | ອິນຊີວັດຖຸ (%) | ຟົດສະຟໍຣົດ(ສ່ວນໃນລ້ານສ່ວນ: ppm) | ໂປແທັດຊຽມ (ສ່ວນໃນລ້ານສ່ວນ: ppm) |
ຕໍ່າ | ນ້ອຍກ່ວາ 1 | ນ້ອຍກ່ວາ 5 | ນ້ອຍກ່ວາ 60 |
ປານກາງ | 1-2 | 5-10 | 60-80 |
ສູງ | ຫຼາຍກ່ວາ 10 | ຫຼາຍກ່ວາ 10 | ຫຼາຍກ່ວາ 80 |
ປະລິມານທາດອາຫານຫຼັກທີ່ໃສ່ໃນນາເຂົ້າຕາມຄ່າ ຫຼື ຄວາມອຸດົມສົມບູນຂອງດິນ
ອິນຊີວັດຖ%
ທີ່ວິເຄາະໄດ້ |
ປະລິມານN | ປະລິມານP | ປະລິມານK | |||
ເຂົ້າໄວ້ກ່ວາແສງ
ກກN/ໄລ່ |
ເຂົ້າບໍ່ໄວ້ກ່ວາແສງ
ກກN/ໄລ່ |
ທີ່ວິເຄາະໄດ້ (ສ່ວນໃນລ້ານ
ສ່ວນ:ppm) |
ທີ່ຕ້ອງໃສ່(ກກ(ກກ.P2O5/ໄລ່) | ທີ່ວິເຄາະໄດ້
(ສ່ວນໃນລ້ານສ່ວນ: ppm) |
ທີ່ຕ້ອງໃສ່ (ກກ.K2O/ໄລ່) |
|
ນ້ອຍກ່ວາ 1 | 9 | 18 | ນ້ອບກ່ວາ 5 | 6 | ນ້ອຍກ່ວາ 60 | 6 |
1-2 | 6 | 12 | 5-10 | 3 | 60-80 | 3 |
ຫຼາຍກ່ວາ 2 | 3 | 6 | 6 | 0 | ຫຼາຍກ່ວາ 80 | 0 |
ດັ່ງນັ້ນ;ຈື່ງສາມາດນຳໃຊ້ຝຸ່ນໄດ້ດັ່ງນີ້:
ຝຸ່ນນຄອກ (ຂີ້ງົວ,ຄວາມ,ໝູ,ຝຸ່ນບົ່ມ): ຄວນໃສ່ຮອງພື້ນດີທີ່ສຸດ, ໃສ່ກ່ອນໄຖຄັ້ງທໍາອິດ ປະມານ 1 ອາທິດຫຼືໃສ່ແລ້ວໄຖປົກເລີຍເພາະເປັນຝຸ່ນທີ່ຍ່ອຍສະຫຼາຍຂ້ອນຂ້າງຊ້າ, ບໍ່ຄວນໃສ່ແລ້ວປະດົນນານກວ່ານີ້ເພາະຈະເຮັດໃຫ້ຝຸ່ນເລັ່ງທາດໄນໂຕຣເຈນ(N)ສູນເສຍໄປຍ້ອນການເຜົາໃໝ້ຂອງແສງແດດ, ອັດຕາການໃສ່ປະມານ 5-10 ໂຕນ/ເຮັກຕາຫຼື 0.5-1 ກິໂລ/ຕາແມັດ
ຮູບ: ຝຸ່ນຄອກ ແລະ ຝຸ່ນບົ່ມ
• ແຕ່ສຳຫຼັບ ຂີ້ເຈຍ ແລະ ຂີ້ໄກ່: ໃສ່ຮອງພື້ນຄວນໃສ່ກ່ອນຄາດແມ່ນດີທີ່ສຸດ ເພາະຝຸ່ນຈະປະສົມລົງໃນດິນຢ່າງລະອຽດເວລາຮາກເຂົ້າຂະຫຍາຍຕົວຈະໄດ້ໃຊ້ທັນທີ
ອັດຕາການໃສ່ຝຸນອົງຄະທາດ (ຝຸ່ນຄອກ : ຂີ້ງົວ,ຄວາມ,ໝູ,ຝຸ່ນບົ່ມ,ຂີ້ເຈຍ ແລະ ຂີ້ໄກ່) ສໍາລັບໃນນາປະມານ 0.2-0.3 ກິໂລ/ຕາແມັດໃສ່ກ່ອນຄາດຫຼືໃສ່ເລັ່ງຫຼັງປັກດຳ, ພຶດສວນອັດຕາທີ່ແນະນໍາໃຊ້ເຊັ່ນດຽວກັນຫວ່ານໃຫ້ທົ່ວແປງຫຼືໜານແລ້ວໄຖປົກແລ້ວຈິງປູກພືດ, ຝຸ່ນປະເພດຂີ້ສັດຄວນບົ່ມໃວ້ກ່ອນ 2 ອາທິດຈິ່ງນຳໄປໃສ່ຖ້າໃສ່ເລີຍບາງພືດຈະເລີນເຕີບໂຕຊ້າຍ້ອນເກີດຂະບວນການຍ່ອຍສະຫຼາຍຂອງຈຸລິນຊີ, ດິນເກີດຄວາມຮ້ອນໃນຊ່ວງໜຶ່ງໄມ້ໃຫ້ໝາກຝຸ່ນອົງຄະທາດໃສ່ກັບໄມ້ໃຫ້ໝາກມີ ຫຼາຍໄລຍະ ແລະ ຫຼາຍວິທີ ເຊັ່ນວ່າ ໄລະຍທໍາອິດກໍ່ຄືການຕຽມຂຸມປູກຄວນປະສົມດີນກັບຝຸ່ນອົງຄະທາດໃນອັດຕາ10 ກິໂລ/ຂຸມແລ້ວປູກພືດໃສ່ຫຼັງຈາກນັ້ນໃຫ້ໃສ່ເລັ່ງ2-3ຄັ້ງ/ປີ, ອັດຕາການໃສ່ປະມານ 10-20 ກິໂລ/ ຂູມໃສ່ອ້ອມຊົງຟູມຕົ້ນໄມ້.
ໃສ່ຕາມຊົງພຸ່ມແລ້ວຫົດນ້ຳ ໃສ່ຮອງກົ້ນຂຸມ
ຮູບ : ວິທີການໃສ່ຝຸ່ນ
ຝຸ່ນພືດສົດ ເປັນພຶດຕະກຸນຖົວຕ່າງໆ
ພືດຕະກຸນຖົ່ວທຸກຊະນິດແມ່ນມີຄຸນຄ່າສູງໃນດ້ານການປັບປຸງບໍາລຸງດິນໃນປະຈຸບັນນິຍົມໃຊ້ກັນຫຼາຍແມ່ນ ປໍເຖຶອງ, ຖົ່ວຟ້າ, ຖົ່ວສະໂນ, ຖົ່ວເຫຼືອງ, ຖົ່ວຂຽວ ແລະຖົ້ວອື່ນໆມີປະໂຫຍດໃນດ້ານການເພີ່ມທາດອິນຊີວັດຖຸ ແລະປັບປຸງໂຄງສ້າງຂອງດິນ, ການປູກເກັບຜົນຜະລິດເມື່ອເກັບແລ້ວຄວນໄຖປັກລົງດິນເປັນຝຸ່ນ, ປູກປັບປຸງດິນເວລາພືດອອກດອກ90-100%ໃຫ້ໄຖປົກລົງດິນເປັນຝຸ່ນ
ຝຸ່ນຂຽວປໍເທືອງ ຝຸ່ນຂຽວຖົ່ວຟ້າ
ຮູບ : ຝຸ່ນພືດສົດ
ການນໍາໃຊ້ຝຸ່ນວິທະຍາສາດ
ຝຸ່ນວິທະຍາສາດແມ່ນຝຸ່ນທີ່ປຸງແຕ່ງຈາກສານເຄມີໃນລະດັບໂຮງງານຊຶ່ງມີການປະກອບທາດອາຫານຕົ້ນຕໍສຳລັບພືດຄື: N, P ແລະ K ຕາມອັດຕາທີ່ຕ້ອງການ, ຝຸ່ນວິທະຍາສາດມີ 2 ປະເພດຄື: ຝຸ່ນດ່ຽວ ແລະ ຝຸ່ນປະສົມການນໍາໃຊ້ຝຸ່ນວິທະຍາສາດທີ່ມີປະສິດທິຜົນຄວນປະຕິບັດຕາມຫຼັກການດັ່ງນີ້: ໃສ່ໃຫ້ຖືກສູດ, ຖືກອັດຕາ, ຖືກເວລາ ແລະ ຖືກວິທີ.
• ໃສ່ໃຫ້ຖືກສູດ: ເປັນການດີຄວນວິໄຈດິນກ່ອນຫຼືຖ້າມີປະສົບການດ້ວຍການສັງເກດອາການຂອງພືດກໍໄດ້ດິນຂາດທາດໃດ ຈິ່ງໃສ່ຝຸ່ນນັ້ນ ບໍ່ຄວນໃສ່ຝຸ່ນຕາມໃຈພໍ່ຄ້າ
• ໃສ່ໃຫ້ຖືກອັດຕາ: ເມື່ອຮູ້ວ່າດິນຂາດທາດໃດໜຶ່ງ ເຮົາຕ້ອງໃສ່ໃຫ້ພຽງພໍຕາມອັດຕາຝຸ່ນທີ່ນັກວິຊາການແນະນໍາ.
• ໃສ່ໃຫ້ຖືກເວລາ: ການໃສ່ຝຸ່ນວິທະຍາສາດຍິຍົມໃຊ້ແມ່ນ2 ເວລາຄື: 1)ໃສ່ກ່ອນປູກເອີ້ນວ່າໃສ່ຮອງພື້ນ ແລະ 2 ໃສ່ຫຼັງປູກເອີ້ນວ່າໃສ່ເລັ່ງແຕ່ການໃສ່ສະເພາະນາ, ສວນ ຫຼື ໄມ້ໃຫ້ໝາກແມ່ນແຕກຕ່າງກັນຜູ້ໃຊ້ຄວນຮຽນຮູ້ໃຫ້ເຂົ້າໃຈກ່ອນການນຳໃຊ້.
• ໃສ່ໃຫ້ຖືກວິທີ: ວິທີການໃສ່ຝຸ່ນວິທະຍາສາດສະເພາະນາ, ພືດສວນ ແລະ ໄມ້ໃຫ້ໝາກແມ່ນບໍ່ຄືກັນ (ຫວ່ານ, ປະສົມ, ໂຮຍ, ຢອດ) ຕົວຢ່າງ ເຂົ້ານາແມ່ນຫວ່ານໃຫ້ທົ່ວ, ກ່ອນຫວ່ານໃຫ້ຮັກສານໍ້າໃວ້ປະມານ 5-10 ຊັງຕີແມັດ. ຫ້າມຫວ່ານຝຸ່ນນາບໍ່ມີນ້ຳ, ຕອນເຊົ້າທີ່ຍັງມີນ້ຳໝອກຕິດໃບເຂົ້າ, ຫຼັງຝົນຕົກໃໝ່ຫຼືກ່ອນຝົນຈະຕົກ (ໃສ່ຝຸ່ນວິທະຍາສາດທີ່ມີຜົນດີແມ່ນໃສ່ໃນຊ່ວງແຕ່ປູກຫາເຄີ່ງອາຍຸຂອງເຂົ້າຄື ເອົາອາຍຸຂອງເຂົ້າຫານ 2 ຕົວຢ່າງອາຍຸເຂົ້າ 120 ວັນ ນັບທັງຕົກກ້າກໍໃຫ້ໃສ່ໃນຊ່ວງ 60 ວັນ ລົງມາ, ຂໍ້ຫ້າມນີ້ມີຜົນເສຍຕໍ່ພືດ ແລະ ເສດຖະກິດ.
- ວິທີການໃສ່ຝຸ່ນ(N)
• ສຳຫຼັບເຂົ້າໄວ້ແສງ ແບ່ງໃສ່ 2 ຄັ້ງ
ຄັ້ງທີ1: ໃສ່ໃນຊ່ວງປັກດຳ ຫຼື ຫຼັງປັກດຳໃນ 1 ອາທິດ ຫຼື ໄລຍະ 15-20 ວັນ ຫຼັງເຂົ້າອອກໃນນາຫວ່ານ
ຄັ້ງທີ2: ໃສ່ໃນໄລຍະ ເລີ່ມອອກດອກ (ກ່ອນເຂົ້າອອກດອກ 30 ວັນ)
• ສຳຫຼັບເຂົ້າບໍ່ໄວຕໍ່ແສງ ແບ່ງໃສ່ 3 ຄັ້ງ
ຄັ້ງທີ1: ໃສ່ໃນຊ່ວງປັກດຳ ຫຼື ຫຼັງປັກດຳໃນ 1 ອາທິດ ຫຼື ໄລຍະ 15-20 ວັນ ຫຼັງເຂົ້າອອກໃນນາຫວ່ານ
ຄັ້ງທີ2: ໃສ່ໃນໄລຍະ ເລີ່ມອອກດອກ (ກ່ອນເຂົ້າອອກດອກ 30 ວັນ)
ຄັ້ງທີ3: ໃສ່ຫຼັງຈາກຄັ້ງທີ2 ລະຫວ່າງ 15-20 ວັນ
- ໃສ່ຝຸ່ນ (P) ແລະ (K): ໃສ່ເປັນຝຸ່ນຮ້ອງພື້ນກ່ອນປັກດຳ ຫຼື ກ່ອນປູກເຂົ້າ
ການໃສ່ຝຸ່ນຊີວະພາບ
ເປັນຝຸ່ນທີ່ປະກອບດ້ວຍຈຸລິນຊີທີ່ເປັນປະໂຫຽດໃນປະຈຸບັນແມ່ນມີຫຼາຍບໍລິສັດຜະລິດ ຫຼື ປະຊາຊົນສາມາດ ຜະລິດເອງອັດຕາການໃຊ້ແມ່ນບໍຄືກັນສະນັ້ນຄວນປະຕິບັດຕາມການແນະນໍາຂອງຜູ້ຜະລິດ.
ໃສ່ຝຸ່ນຊ່ວງການຈະເລີນເຕີບໂຕ
ນອກຈາກຈະຕ້ອງໃສ່ຝຸ່ນໃຫ້ຖືກສູດ,ຖືກອັດຕາ, ຖືກເວລາ ແລະ ຖືກວິທີແລ້ວ ເຮົາຕ້ອງມີການໃສ່ໃຫ້ຖືກຊ່ວງ ເພື່ອການຈະເລີນເຕີບໂຕຂອງພືດອີກດ້ວຍ
ຕົວຢ່າງ: ການຈະເລີນເຕີບໂຕຊອງຕົ້ນເຂົ້າ ແມ່ນຈະມີລັກສະນະຄ້າຍຄືກັນ, ແຕ່ວ່າອາຍຸການເກັບກ່ຽວແມ່ນຈະຕ່າງກັນຕາມແຕ່ລະປະເພດ (ເຂົ້າດໍ, ກາງ ແລະ ງັນ)
• ຊ່ວງທີ່ຕ້ອງໃສ່ຝຸ່ນໃນນາເຂົ້າ ແມ່ນຊ່ວງເລີ່ມຕົ້ນ ຫາ ແຕກກໍ (0-45 ຫຼື 50)
• ຫ້າມໃສ່ຝຸ່ນນາເຂົ້ານັບແຕ່ມື້ປັກດຳໄດ້ 55 ວັນຂື້ນໄປ (ຊ່ວງເຂົ້າອອກ,ເລີ່ມສຸກ ແລະ ຈົນເຖິງເວລາເກັບກ່ຽວ 60-135 ວັນ )
ຮູບ: ການໃສ່ຝຸ່ນ
- ຄວາມເໝາະສົມຂອງສະພາບພື້ນທີ່: ແມ່ນສາມາດໃຊ້ໄດ້ກັບທຸກສະພາບ ຂໍພຽງເຮົາໃຊ້ໃຫ້ຖືກຕ້ອງ
III. ຕົ້ນທືນທີ່ນຳໃຊ້
ລ/ດ | ລາຍການ | ຈຳນວນ | ລາຄ່າ | ເປັນເງິນ |
1 | ຝຸ່ນຄອກ(5-10ໂຕນ/ຮຕ,0,2-0,3 kg/ຮຕແມັດສຳຫຼັບໃສ່ນາ) (10-20kg/ຂຸມໃສ່ພຸ່ນຕົ້ນໄມ້) | 17 ເປົ່າ/ໄລ່ | 15,000 | 255,000 |
2 | ຝຸ່ນພືດສົດ | 3kg/ໄລ່ | 25,000 | 75,000 |
3 | ຝຸນວິທະຍາສາດ (ຝຸ່ນເຄມີ) | 1ເປົ່າ (ເລັງ)
1ເປົ່າ (ໝາກ) |
180,000
220,000 |
180,000
220,000 |
4 | ຝຸ່ນຊີວະ (ນໍ້າຈຸລິນຊີຕ່າງໆ) ສາມາດຜະລິດໄດ້ເອງ | – | – | – |
5 | ລວມ | 730,000 |
ຈຸດດີ ແລະ ຈຸດອ່ອນ
ຈຸດດີ
• ເພີ້ມທາດອິນຊີວັດຖຸໃນດິນສູງຂື້ນປະມານ 0.15-0.25%ຕໍ່ການໄຖກົບ 1 ຄັ້ງ, ເຮັດໃຫ້ດິນອຸດົມສົມບູນດີຂື້ນເລື້ອຍໆ.
• ຊ່ວຍຍົກສະມັດທະພາບຜົນຜະລິດສູງຂື້ນຈາກເດີມຫຼາຍກວ່າ 10 %.
• ຖ້າມີການຈັດການ ຫຼື ວິທີການນຳໃຊ້ຝຸ່ນທີ່ຖືກຕ້ອງກໍ່ສາມາດຫຼຸດຕົ້ນທືນໃນການຜະລິດ
• ຊ່ວຍໃນການອະນຸລັກຮັກສາດິນດ້ວຍການຍຶດເກາະປົກຄຸ້ມບໍ່ໃຫ້ໜ້າດິນຖືກການເຊາະລ້າງໜີ.
• ຊ່ວຍປັບປຸງໂຄງສ້າງຂອງດິນໃຫ້ດີຂື້ນ,ດິນຜຸຜຸ່ຍ, ແລະ ດູດຊືມນ້ຳໄດ້ດີ.
• ຊ່ວຍເຮັດໃຫ້ພືດແຂງແຮງ, ມີການຈະເລີນເຕີບໂຕເຕັມທີ ແລະ ໄລຍະການສ້າງຮ່ວງອ່ອນ
ຈຸດອ່ອນ
• ຖ້າຫາກໃສ່ຝຸ່ນບໍ່ຖືກຕາມທີ່ກ່າວມານັ້ນເປັນການສີ້ນເປືອງຕົ້ນທຶນການຜະລິດ ແລະ ຍັງກະທົບຕໍ່ພືດເຊັ່ນໃສ່ຝຸ່ນໄນໂຕຣເຈນຫຼາຍເກີນໄປເຮັດໃຫ້ພືດອົວະ, ອ່ອນແອ, ລົ້ມງ່າຍ, ພະຍາດແມງໄມ້ລະບາດ,ຜົນຜະລິດຕົກຕໍ່າ ແລະ ເຮັດໃຫ້ດິນສົ້ມອີກ
- ຂໍ້ແນະນຳ
• ທີ່ຄວນຄຳນື່ງໃນການໃສ່ຝຸ່ນໃນການໃສ່ຝຸ່ນ ໃຫ້ແກ່ພືດກະສີກຳ ບໍ່ຄວນໃສ່ຊີດຖືກຕົ້ນ, ແຕ່ຄວນໃສ່ໃຫ້ຫ່າງຈາກຕົ້ນຢ່າງນ້ອຍ 30 ຊມ. ຫຼືໃນກໍລະນີ້ທີ່ພຶດເປັນ ພຸ່ມຂະໜາດໃຫຍ່ຊາວກະສີກອນຄວນໃສ່ຝຸ່ນໂດຍການຫວ່ານອ້ອມຮອບບໍລິເວນ (ຈາກບໍລິເວນຊາຍພຸ່ມເຂົ້າໄປປະມານ ເຄີ່ງໜື່ງຂອງລັດສະໝີ ພຸ່ມ) ແລະ ເພື່ອໃຫ້ການໃສ່ຝຸ່ນແຕ່ລະຄັ້ງມີການສູນເສຍນ້ອຍ ແລະ ພືດໄດ້ຮັບປະໂຫຍດຫຼາຍທີ່ສຸດ; ຊາວກະສີກອນຕ້ອງປະຕິບັດດັ່ງນີ້:
– ເລື່ອກຊະນິດຂອລຝຸ່ນທີ່ຈະໃຊ້ໃຫ້ຖືກຕ້ອງ (right kind)
– ໃສ່ຝຸ່ນ/ປຸ໋ຍໃນປະລິມານທີ່ພໍເໝາະ (right amount)
– ໃສ່ຝຸ່ນໃນເວລາທີ່ພືດຕ້ອງການ (right time)
– ໃສ່ຝຸ່ນໃນບໍລິເວນທີ່ພືດສາມາດເອົາໄປໃຊ້ໄດ້ງ່າຍ (right place)
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:
ຮຽບຮຽງໂດຍ: