ຫຍ້າກີນີສີມ່ວງ
1. ຫຍ້າກີນີສີມ່ວງ.
ຫຍ້າກີນີສີມ່ວງ ເປັນຫຍ້າທີ່ມີອາຍຸຫລາຍປີລັກສະນະລຳຕົ້ນເປັນກໍຕັ້ງຊື່ແຕກກໍໃບດົກ ທົນຕໍ່ສະພາບຮົ່ມເງົາໄດ້ດີຈະເລີນເຕີບໂຕໃນພື້ນທີ່ດິນຫນຽວ ແລະ ດິນຊາຍ ມີການຕອບສະຫນອງຕໍ່ການໃຫ້ນ້ຳ ແລະ ຝຸ່ນໄວສາມາດປູກຂະຫຍາຍພັນດ້ວຍເມັດ ແລະ ເຫງົ້າເຫມາະສຳລັບປູກລ້ຽງສັດແບບຕັດໃຫ້ກິນ.
2. ລະດູປູກ: ປູກໃນຕົ້ນລະດູຝົນ ໄລຍະທີ່ເຫມາະສົມທີ່ສຸດຄື: ເດືອນພຶດສະພາ ຫາ ເດືອນກໍລະກົດ ເປັນໄລຍະທີ່ດິນຍັງມີຄວາມອົບອຸ່ນເຫມາະສົມຕໍ່ການແຕກງອກຂອງເມັດ ແລະ ການຂະຫຍາຍຕົວຂອງຮາກຫຍ້າ.
3. ການກຽມດິນ: ເລີ່ມໄຖບຸກເບີກຫນ້າດິນເມື່ອມີຝົນຕົກໃນໄລຍະກາງເດືອນເມສາ ເພື່ອປີ້ນຫນ້າດິນກຳຈັດວັດສະພືດທີ່ປົກຄຸມດິນຕາກໄວ້ປະມານ 3-4 ອາທິດ. ຫລັງຈາກນັ້ນໄຖພວນດິນເທື່ອທີ 2-3 ເພື່ອທຳລາຍວັດສະພືດທີ່ຂຶ້ນມາໃຫມ່ ພ້ອມທັງປັບສະພາບດິນໃຫ້ຮາບພຽງ ແລະ ເກັບເສດວັດສະພືດອອກຈາກພື້ນທີ່ກຽມປູກ.
ວິທີປູກຫຍ້າກີນີ ເປັນເມັດຫຍ້າກິ່ນຫອມ ເຊິ່ງເປັນທີ່ຕ້ອງການຂອງມົດ ແລະ ແມງໄມ້ຫລາຍທີ່ສຸດ ດັ່ງນັ້ນ ການປູກດ້ວຍເມັດໂດຍກົງອາດຈະບໍ່ໄດ້ຮັບຜົນ ເອກະສານຂໍແນະນຳການປູກໂດຍໃຊ້ຕົ້ນກ້າ.
4. ການກ້າເມັດ: ໃຊ້ເມັດພັນ 0,5 ກິໂລ ແຊ່ໃນນ້ຳຢາມ້ອມມຸ້ງປະໄວ້ 1 ຄືນ ແລ້ວນຳໄປຫວ່ານໃນຫນານກ້າທີ່ກຽມໄວ້ໃນເນື້ອທີ່ 100 ຕາແມັດ ໃຫ້ທົ່ວຢ່າງສະຫມ່ຳສະເຫມີ ໂຮຍທັບດ້ວຍຝຸ່ນຄອກ (ດີແທ້ໃຫ້ໃຊ້ຝຸ່ນຂີ້ຫມູ )ປົກປະມານ 0,5 ຊັງຕີແມັດ. ພ້ອມທັງຫົດນ້ຳຫນານກ້າໃຫ້ມີຄວາມຊຸ່ມຢູ່ສະເຫມີເມື່ອຕົນກ້າມີ ອາຍຸ 1 ເດືອນ ກໍ່ສາມາດຍ້າຍໄປປູກໄດ້ໃນເນື້ອທີ່ 1 ໄຮ່.
5. ການປູກ: ໄລຍະຫ່າງ 50 x 50 ຊັງຕີ ແມັດ. ໃສ່ຂຸມລະ 3 ຕົ້ນ ແລະ ຄວນປູກໃນຄະນະທີ່ດິນມີຄວາມຊຸ່ມເຫມາະສົມ. ຫຍ້າກີນີຍັງສາມາດປູກປະສົມປະສານກັບພືດໄດ້ເຊັ່ນ: ປູກໃນສວນຢາງພາລາ ແລະ ປູກໃນສວນໄມ້ໃຫ້ຫມາກອື່ນໆ.
6. ການໃສ່ຝຸ່ນ: ກ່ອນປູກຄວນໃສ່ຝຸ່ນຮອງພື້ນສູດ 15-15-15 ອັດຕາ 50 ກິໂລຕໍ່ໄຮ່ ອາດຈະໃຫ້ຝຸ່ນຄອກຕື່ມອີກ ເພື່ອເພີ່ມອິນຊີວັດຖຸໃນດິນ ແລະ ໃສ່ປຸ໋ຍຢູເຣຍ (ສູດ 46-0-0) ອັດຕາ 10 ກິໂລຕໍ່ໄຮ່ ຫລັງຈາກຕັດຫຍ້າທຸກເທື່ອ ໂດຍໂຮຍໃສ່ຕາມເຫງົ້າຫຍ້າທີ່ຕັດເທົ່ານັ້ນ. ໃນປີຕໍ່ໆໄປໃຫ້ໃສ່ປຸ໋ຍສູດ 15-15-15 ໃນໄລຍະຕົ້ນລະດູຝົນ.
7. ການຈຳກັດວັດສະພືດ: ຄວນກຳຈັດວັດສະພືດເທື່ອທຳອິດຫລັງຈາກປູກແລ້ວ 2-3 ອາທິດ ແລະ ກຳຈັດວັດສະພືດຕື່ມອີກໃນເທື່ອຕໍ່ໆໄປເທົ່າທີ່ຈຳເປັນ
8. ການໃຫ້ນ້ຳ: ຫຍ້າກີນີເປັນທີ່ຕອບສະຫນອງຕໍ່ການໃຫ້ນ້ຳ ແລະ ປຸ໋ຍໄດ້ດີ ດັ່ງນັ້ນໃນໄລຍະລະດູແລ້ງ ຫລື ລະດູຝົນທີ່ຝົນຂາດ, ໄລ¬ຍະເປັນເວລາດົນນານຄວນມີການໃຫ້ນ້ຳໂດຍໃຊ້ລະບົບຝົນຝອຍໃນທຸກໆ 3-5 ມື້ ຫຍ້າຈະຂຽວງາມ ແລະ ໃຫ້ຜົນຜະລິດຕະຫລອດປີ
9. ການນຳໃຊ້ປະໂຫຍດ: ເລີ່ມຕັດໃຫ້ສັດກິນເທື່ອທຳອິດເມື່ອຫຍ້າມີອາຍຸປະມານ 40-45 ວັນຫລັງຈາກປູກ ແລະ ຕັດເທື່ອຕໍ່ໄປທຸກໆ 30-35 ວັນ ໂດຍຕັດສູງຈາກຫນ້າດິນ 10 ຊັງຕີແມັດ ຖ້າປູກໃນພື້ນທີ່ທີ່ອາໄສນ້ຳຝົນຢ່າງດຽວຈະໃຫ້ຜົນຜະລິດນ້ຳຫນັກຫຍ້າສົດປະມານ 8-10 ໂຕນຕໍ່ໄຮ່ຕໍ່ປີ ແລະ ຖ້າປູກໃນເຂດຊົນລະປະທານທີ່ສາມາດໃຫ້ນ້ຳໄດ້ຕະຫລອດປີຈະໃຫ້ຜົນ ຜະລິດຫຍ້າສົດປະມານ 12-14 ໂຕນຕໍ່ໄຮ່ຕໍ່ປີ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດອາຫານສັດ
ແຫຼ່ງຂໍ້ມູນ: ຄູ່ມືເຕັກນິກພື້ນຖານໃນການປູກພືດອາຫານສັດ
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່: