ວິທີການໝັ້ກ ( ບົ່ມ ) ໃບມັນຕົ້ນເປັນອາຫານໝູ


ຄຸນປະໂຫຍດ.
– ເປັນອາຫານໝັກທີ່ມີຄຸນນະພາບທາງດ້ານອາຫານສູງ
– ສາມາດແກ້ໄຂການຂາດແຄນອາຫານໝູ.
– ສາມາດເກັບຮັກສາໄດ້ດົນ.
ອາຍຸການເກັບໃບມັນຕົ້ນ.
ພາຍຫຼັງປູກໄດ້ 90 ວັນກໍ່ສາມາດເກັບກ່ຽວໃບໄດ້ ເມື່ອເກັບເອົາໃບແລ້ວຕ້ອງໃສ່ຝຸ່ນພວນດິນໃຫ້ຕົ້ນຂອງມັນ.

ການເດັດໃບ ແລະ ຍອດມັນຕົ້ນ
ວິທີການເກັບໃບ.
ຫົກເອົາຍອດມັນຕົ້ນຍາວປະມານ 40-50 ຊັງຕີແມັດ ຈາກຍອດລົງມາຫາຈຸດທີ່ຫັກ. ຈາກນັ້ນນຳມາເດັດເອົາໃບ ແລະ ຍອດອ່ອນ.

ການຫັກເອົາຍອດມັນຕົ້ນ ການເດັດໃບ ແລະ ຍອດ
ການຊອຍໃບມັນຕົ້ນ.
ນຳເອົາໃບມັນຕົ້ນທີ່ຄັດເລືອກເປັນທີ່ຮຽບຮ້ອຍນັ້ນມາຊອຍເປັນຕ່ອນນ້ອຍໆໃຫ້ມີຂະໜາດຄວາມຍາວ 2 ຫາ 3 ຊັງຕີແມັດ, ຕາກໄວ້ບ່ອນຮົ່ມທີ່ມີລົມພັດ 2 ຫາ 3 ຊົ່ວໂມງເພື່ອເຮັດໃຫ້ສານພິດ ( ໄຮໂດຣໄຊຍານາຍ )ໃນໃບມັນຕົ້ນຫຼຸດລົງ ( ແຕ່ບໍ່ໃຫ້ຕາກແດດໂດຍກົງ ).

ການຊອຍໃບມັນຕົ້ນ

ສູດການໝັກໃບມັນຕົ້ນ.
– ໃບມັນຕົ້ນ 100 ກິໂລກຼາມ
– ຮຳອ່ອນ 100 ກິໂລກຼາມ
– ເກືອ 0,5 ກິໂລກຼາມ

ການປະສົມ
ເອົາໃບມັນຕົ້ນທີ່ກຽມໄວ້ມາຊັ່ງໃນອັດຕາສ່ວນ 100 ກິໂລກຼາມປະສົມກັບຮຳ 10 ກິໂລກຼາມ ແລະ ເກືອ 0,5 ກິໂລກຼາມມາປະສົມເຂົ້າກັນໃຫ້ລະອຽດດີຫຼັງຈາກນັ້ນນຳເອົາສ່ວນປະສົມໃສ່ຖົງຢາງທີ່ກຽມໄວ້.

ການປະສົມອາຫານໝັກ

ວິທີການເອົາໃບມັນຕົ້ນໃສ່ໃນຖົງຢາງ
ການເອົາໃບມັນຕົ້ນທີ່ປະສົມແລ້ວໃສ່ຖົງຢາງແມ່ນເຮັດດ້ວຍຄວາມລະມັດລະວັງເພື່ອບໍ່ໃຫ້ຖົງຢາງຂາດເອົາຖົງຢາງ 2 ຖົງມາຊ້ອນເຂົ້າກັນໃສ່ໃບມັນຕົ້ນເທື່ອລະນ້ອຍຍັດໃຫ້ແໜ້ນໆ ບໍ່ໃຫ້ມີອາກາດເຂົ້າໃນຖົງຢາງຍັດໃຫ້ຈົນເຕັມເອົາໄປໃສ່ກະເປົາແລ້ວມັດຖົງແຕ່ລະຊັ້ນໃຫ້ແໜ້ນ.
– ຂຽນວັນທີ ……….ເດືອນ………ປີ ທີ່ເຮັດອາຫານໝັກ
– ຂຽນຈຳນວນກິໂລຂອງອາຫານໝັກ
– ຂຽນວັນທີ………..ເດືອນ…………ປີ…..ທີ່ຈະນຳໃຊ້ອາຫານໝັກ ( ຂຽນໃສ່ຖົງດ້ານນອກ )

8. ການເກັບຮັກສາ
ເກັບໄວ້ບ່ອນຮົ່ມທີ່ມີລົມລ່ວງດີປະໄວ້ໃຫ້ໄດ້ປະມານ 3 ຫາ 4 ອາທິດ ຈຶ່ງສາມາດນຳໃຊ້ໄດ້.

9. ການເອົາອາຫານໝັກໃຫ້ໝູກິນ
ໃຫ້ນຳໃຊ້ກັບໝູລຸ້ນທີ່ມີອາຍຸ 2 ເດືອນຂຶ້ນໄປ. ຄັ້ງທຳອິດແມ່ນໃຫ້ອາຫານໝັກຈຳນວນນ້ອຍໆຫຼັງຈາກໝູລື້ງເຄີຍກັບອາຫານໝັກແລ້ວຈຶ່ງຄ່ອຍໃຫ້ຈຳນວນຫຼາຍເພີ່ມຂຶ້ນຄື: ເອົາອາຫານໝັກ 20 ຫາ 30% ມາປະສົມກັບຮຳຕາມຄວາມເໝາະສົມໃຫ້ໝູກິນ.

  • ຂໍ້ແນະນຳ: ທຸກໆຄັ້ງທີ່ໄຂຖົງອາຫານໝັກເກືອສັດຕ້ອງມັດໄວ້ໃຫ້ດີເກັບໄວ້ບ່ອນທີ່ຮົ່ມທີ່ມີລົມລ່ວງບໍ່ໃຫ້ຖືກແສງແດດ ແລະ ຝົນ.
  • ຂໍ້ຫ້າມ: ຫ້າມນຳໃຊ້ອາຫານໝັກກັບສັດດັ່ງນີ້: ໝູແມ່ມານ ( ໝູຖືພາ ), ໝູນ້ອຍທີ່ຍັງກິນນົມແມ່ ແລະ ໝູແມ່ທີ່ເກີດລູກໃໝ່.

ແຫຼ່ງຂໍ້ມູນ: ແຜ່ນພັບວິທີການໝັກ ( ບົ່ມ ) ໃບມັນຕົ້ນເປັນອາຫານໝູ ສຳລັບຊາວກະສິກອນ, ຂະແໜງສົ່ງເສີມ ແຂວງຫຼວງນ້ຳທາ ໂທ: 086 212115

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ