ການປູກໝາກຕ້ອງ

1. ລັກສະນະທົ່ວໄປ.
ເປັນຕົ້ນໄມ້ຫຼົນໃບ ມີຄວາມສູງເຖິງ 45 ມ ແລະ ມີໝ້າຕ້າງພຽງເອິກ ຮອດ 1 ມ ມັກມີລໍາຕົ້ນກົມກ້ຽງ ເຖິງຄວາມສູງ ປະມານ 20 ມ ແລະ ມີພຶງສູງຮອດ 3 ມ. ຕົ້ນໝາກຕ້ອງ ເປັນໄມ້ ທີ່ມັກມີລໍາຕົ້ນຄົດ ແລະ ເປັນຮ່ອງມັກມີກິ່ງງ່າກອ່ງລົງຕໍ່າເກືອບຈໍາດິນ, ເປືອກຂອງມັນມີນໍ້າຢາງຂາວ ໃບປະກອບມີ 3 ໃບຍອ່ຍ ລຽງກັນເປັນກຽວ, ດອກເປັນສີເຫຼືອງແກມຂຽວ ແລະ ໝາກໃຫ່ຍ ມົນສີເຫຼືອງ ຂະໝາດໝ້າຕັດ 8 ຊຕມ ເປັນໝາກນຸ້ມ ມີນວນເປືອກໝາ ບັນຈຸມີແກ່ນຂະໝາດໃຫ່ຍແຕາ 1 ຫາ 4 ແກ່ນ ທີ່ຫຸ້ມຫໍ່ດວ້ຍເນື້ອເຫຍື້ອໃສໆສີຂາວນວນ, ກິນໄດ້ ແລະ ມີລົກຊາດດີ.
2. ການຕຽມດິນປູກໝາກຕ້ອງ.
1. ເລີ່ມເຮັດການໄຖພວນດິນປະສົມກັບມູນສັດ ຫຼືປຸ໋ຍຄອກ 50 ກິໂລກຣາມຕໍ່ໄລ່ ຕາກດິນໄວ້ປະມານ 10-15 ວັນ.
2. ຂຸດຂຸມເລີກປະມານ 50 x 50 ຊມ. ໄລຍະຫ່າງລະຫວ່າງຂຸມປະມານ 4 x 4 ແມັດ.
3. ນໍາປຸ໋ຍຄອກ 1-2 ກິໂລກຣາມປະສົມກັບປຸ໋ຍຟອສເຟຕ ຄົນໃຫ້ເຂົ້າກັນແລ້ວໃສ່ລົງໃນຂຸມໆລະ 1 ກິໂລກຣາມ ແລ້ວນໍາຕົ້ນໝາກຕ້ອງທີ່ຕຽມໄວ້ໄປປູກໃນຂຸມທີ່ຕຽມໄວ້ ແລ້ວນໍາດິນຖົມໃຫ້ແໝ່ນ ແລ້ວຫົດນໍ້າໃຫ້ຊຸ່ມ.
4. ຊວ່ງໄລຍະທໍາອິດ ໃຫ້ຫົດນໍ້າວັນເວັນວັນ ປະມານ 30-45 ວັນ ໂດຍປະມານຮາກໝາກຕ້ອງຈະຕິດ ແລະ ແຂງແຮງ ຈາກນັ້ນຫົດນໍ້າອາທິດລະຄັ້ງ.

3. ການໃຫ້ນໍ້າ ແລະ ໃສ່ປຸ໋ຍ.
1. ຊ່ວງທີ່ໝາກຕ້ອງຍັງບໍ່ຕິດໝາກທຸກໆ 3 ເດືອນ ໃຫ້ປຸ໋ຍຄອກຄັ້ງລະເຄິ່ງກິໂລກຣາມ ອອ້ມຕົ້ນ ແລະ ປຸ໋ຍສູດ 16-16-16 ຄັ້ງລະ 1-2 ຊວນ ອອ້ມຕົ້ນໝາກຕ້ອງຫ່າງຈາກຕົ້ນປະມານ 1 ແມັດ.
2. ໄລຍະທີ່ໆາກຕ້ອງຕິດໝາກ ຄວນປ່ຽນມາເປັນປຸ໋ຍຄອກສະລັບກັບປຸ໋ຍສູດ 15-15-15 ເພື່ອບໍາລຸງໝາກ.
3. ໃນຊວ່ງທີ່ຕົ້ນໝາກຕ້ອງເລີ່ມອອກຊໍ່ດອກ ແລະ ຕິດໝາກຈະຕ້ອງໃຫ້ນໍ້າຢ່າງຕໍ່ເນື່ອງ ເພື່ອຊວ່ຍໃຫ້ຊໍ່ດອກມີຄວາມອຸດົມສົມບູນ ຕິດໝາກດີ ຊື່ງໝາກທີ່ຕິດແລ້ວມີການຈະເລີ່ມເຕີບໂຕຢ່າງສະໝໍ່າສະເໝີສວນທີ່ມີການໃຫ້ນໍ້າດີ ຈະເຮັດໃຫ້ໝາກມີຂະໝາດໃຫ່ຍກວ່າສວນຂາດແຄນນໍ້າ ແລະ ຊວ່ຍລົດປັນຫາເລື່ອງໝາກແຕກໄດ້ ຊື່ງປັນຫານີ້ຈະພົບສະເໝີໃນສວນທີ່ຂາດແຄນນໍ້າ.
4. ຫຼັງຕິດດອກໄດ້ປະມານ 80-100 ວັນ ໝາດຈະມີຂະໝາດ 5-6 ຊມ.
5. ໃນໄລຍະຕິດໝາກແລ້ວ 1 ເດືອນ ຄວນໃສ່ປຸ໋ຍເພື່ອບໍາລຸງໝາກ ກອ່ນເກັບກ່ຽວຜົນຜະລິດຢ່າງໝອ້ຍ 20 ວັນ ແລະ ຄວນໃສ່ປຸ໋ຍທີ່ມີທາດໂປແຕສເຊີຍມສູງ ຈະຊວ່ຍປັບປຸງຄຸນນະພາບຂອງໝາກໃຫ້ໄດ້ດີຂື້ນ ອັດຕາການໃສ່ແລ້ວແຕ່ຊະນິດຂອງປຸ໋ຍຄອກທີ່ໃຊ້ ສໍາລັບຕົ້ນທີ່ມີອາຍຸປະມານ 10 ປີ ອາດໃຊ້ອັດຕາຕັ້ງແຕ່ 25-50 ກກ/ຕົ້ນ.
4. ການປ້ອງກັນໂລກແມງ.
1. ຊວ່ງໝາກເລີ່ມໃຫ່ຍຜິວຈະເລີ່ມປ່ຽນສີເປັນສີຂຽວຂີ້ມ້າ ແລະ ຫຼັງຈາກນີ້ອີກ 7-10 ວັນ ຈະເລີ່ມປ່ຽນເປັນສີກະດັງງາຊື່ງເປັນຊ່ວງທີ່ແມງວັນໝາກໄມ້ຈະເລີ່ມເຂົ້າທໍາລາຍ.
2. ເພື່ອປ້ອງກັນແມງວັນທອງຕ້ອງທໍາການຫໍ່ໝາກຕັ້ງແຕ່ສີຜິວເປັນສີຂຽວຂີ້ມ້າ ແລະ ຊວ່ຍໃຫ້ຜິວຂອງໝາກງາມ ໝາກມີຂະໝາດໃຫ່ຍຂື້ນເນື້ອມີຄຸນນະພາບດີຂື້ນແຕ່ບໍ່ຄວນຫໍ່ໝາກຕັ້ງແຕ່ໝາກທີ່ຍັງນອ້ຍຢູ່ ເພາະຈະເຮັດໃຫ້ໝາກຮ່ວງຢູ່ໃນຖຸງຫໍ່ໄດ້.
3. ການແກ້ປັນຫາແມງວັນທອງອີກວິທີ່ໝື່ງຄື: ນໍາກະປ໋ອງມາເຈາະກັ້ນເພື່ອໃຫ້ແມງວັນເຂົ້າມາແລ້ວນໍາສໍາລີຊຸບດວ້ຍນໍ້າຢາກໍາຈັດແມງ ແລ້ວນໍາມາໃສ່ໄວ້ໃນຂວດພລາສະຕິກທີ້ງໄວ້ແມງວັນທອງຈະເຂົ້າມາຕິດກັບດັກແລ້ວກໍ່ຕາຍ.
4. ການເກັບກ່ຽວ.
ຫຼັງຈາກຫໍ່ໝາກຕ້ອງປະມານ 45-50 ວັນ ກໍ່ສາມາດເກັບກ່ຽວຜົນຜະລິດໝາກຕ້ອງໄດ້ໂດຍແກາະຖຸງດູວ່າເປືອກປ່ຽນສີປ່ຽນເປັນສີເຫຼືອງ ແລະ ມີລົດຊາດ ທີ່ສະແດງໃຫ້ຮູ້ວ່າມັນສຸກແກ່ໄດ້ເຕັມທີ່.

5. ການນໍາໃຊ້ປະໂຫຍດ.
ໝາກຕ້ອງດິບ ແລະ ໝາກຕ້ອງສຸກ ແມ່ນກິນສົດ ຫຼື ນໍາໄປປຸງແຕ່ງກິນກໍ່ໄດ້. ເປືອກໝາກຕ້ອງມີສານຝາດ ແລະ ໄດ້ຖືກນໍາໄຊ້ເຂົ້ນໃນການຍອ້ມແຫ ຫຼື ມອງ ທັງເປັນຢາຂ້າພະຍາດຕົວກົມ, ປິ່ນປົວໂລກມະເຮັງ ແລະ ອາການຈຸກສຽບ ອອກຮອ້ນ. ສໍາລັບໃບນັ້ນ ນໍາມາບົດ ແລະ ໃຊ້ທາຜິສໝັງ ຫຼື ນໍາໄປຕົ້ມກັນ ເອົານໍ້າມັນ ມາໃຊ້ປິ່ນປົວອາການເປັນໄຂ້. ຮາກທີ່ມີກິ່ນຫອມຂອງມັນມີຄຸນສົມບັດ ໃນການຕ້ານເຈັບສຽບກະທັນຫັນ, ຕ້ານເຊື້ອ ແລະ ມີຄຸນສົມບັດລະງັບ ແລະ ຖືກໃຊ້ໃນການປິ່ນປົວການເຈັບທ້ອງ, ຖອກທ້ອງ ແລະ ລົດກົດໃນກະເພາະອີກດວ້ຍ. ນອກຈາກນີ້ເພີ່ນຍັງໄດ້ວາງໃຫ້ ເປັນຢາບໍາລຸງ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກໄມ້ໃຫ້ໝາກ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=5657&s=tblplant
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່: