ການປູກຂີ້ໝິ້ນ

ຂີ້ໝີ້ນຈັດຢູ່ໃນວົງຕະກຸນ: Zingiberaceae, ຊື່ວິທະຍາສາດ: Curcuma longa L. ລັກສະນະທົ່ວໄປຂອງຂີ້ໝີ້ນເປັນພືດທີ່ມີຫົວ ຫຼື ເຫງົ້າໃຕ້ດິນ, ລຳຕົ້ນເໜືອດິນສູງ 40-60 ຊັງຕິແມັດ ອອກດຽວ. ໃບມີ 4-7 ໃບຕໍ່ຕົ້ນ, ຈັບແບບລະນາບດຽວ. ແຜ່ນໃບຮູບໃບຫອກ, ກວ້າງ 14-16 ຊັງຕິແມັດ, ຍາວ 42-50 ຊັງຕິແມັດ, ປາຍຮຽວແຫຼມ, ໂຄນມົນ, ຂອບລຽບ. ກ້ານໃບຍາວ 20-45 ຊັງຕິແມັດ, ທາງດ້ານເທີງເປັນຮ່ອງ, ມີຂົນ, ສີຂຽວ. ລີ້ນໃບເປັນສອງແສກສັ້ນໆ, ມີຂົນ. ຊໍ່ດອກຕັ້ງຊື, ເກີດລະຫວ່າງຊອກໃບທີ່ປາຍລຳຕົ້ນເໜືອດິນ. ກ້ານຊໍ່ດອກຍາວປະມານ 25 ຊັງຕິແມັດ. ດອກສີຂາວນວນອົມເຫຼືອງ. ກາບດອກຍາວປະມານ 9 ມີນລີແມັດ, ໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນແສກເລີກດ້ານດ່ຽວ ຍາວປະມານ 4 ມີນລີແມັດ. ກິບດອກຖານເຊື່ອມຕິດກັນເປັນຫຼອດ ຍາວປະມານ 3,5 ຊັງຕິແມັດ, ປາຍແຍກເປັນສາມແສກ ສີຂາວນວນ, ຮູບໄຂ່, ກວ້າງປະມານ 1 ຊັງຕິແມັດ, ຍາວປະມານ 1,4 ຊັງຕິແມັດ, ສີຂາວ. ກີບປາກສີຂາວນວນ ຫຼື ສີເຫຼືອງອ່ອນ, ຖາງກິບປາກແຖບສີເຫຼືອງ ກິບຮູບໄຂ່ກວ້າງ, ກວ້າງ ແລະ ຍາວ 1,3-2,5 ຊັງຕິແມັດ, ປາຍຍື່ນ ແລະ ແຍກເປັນສອງແສກ. ກີບຄູ່ຂ້າງທີ່ເກີດຈາກເກສອນຜູ້ທີ່ເປັນໜັນຮູບໄຂ່ກັບ, ຍາວປະມານ 1,2 ຊັງຕິແມັດ. ເກສອນເພດຜູ້ຍາວປະມານ 8 ມີນລີແມັດ, ມີເດືອຍ, ກ້ຽງ, ສີເຫຼືອງອ່ອນ. ເຕົ້າໄຂ່ຍາວປະມານ 2 ມີນລີແມັດ. ໃບປະດັບທີຢູ່ດ້ານລຸ່ມເປັນສີຂຽວ, ຊໍ່ດອກຮູບຊົງກະບອກຍາວ 25-34 ຊັງຕິແມັດ, ໃບປະດັບຮູບໄຂ່ກວ້າງ, ກວ້າງ 2-2,5 ຊັງຕິແມັດ, ຍາວ 3,8-5 ຊັງຕິແມັດ, ປາຍມົນ, ໃບປະດັບຍ່ອຍຍາວ ຮູບໄຂ່ກັບ ຍາວປະມານ 2 ຊັງຕິແມັດ, ກ້ຽງ, ສີຂາວ.
ຂີ້ໝີ້ນສາມາດປູກໄດ້ທຸກແຂວງຂອງປະເທດ ສ່ວນໃຫ່ຍປູກເປັນພືດແຊມ ໃນສວນ ຫຼື ພືດເສີມລາຍໄດ້ ແຕ່ປະຈຸບັນມີການສົ່ງເສີມການໃຊ້ປະໂຫຍດຈາກຂີ້ມິ່ນຫຼາຍຂື້ນ ຈຶ່ງຍາກໃຫ້ຊາວກະສິກອນຫັນມາປູກໃຫ້ເປັນລັກສະນະການຄ້າ
I ລະດູການປູກຂີ້ໝິ້ນ
ການປູກຂີ້ມິ່ນ ເລີ່ມປູກໃນຊ່ວງຕົ້ນລະດູຝົນປະມາຍທ້າຍເດືອນເມສາ ຫາຕົ້ນເດືອນ ພືດສະພາຂອງທຸກໆປີ ແລະ ຈະເກັບກ່ຽວຫົວຂີ້ມິ່ນໃນຊ່ວງລະດູໜາວ ຫຼື ປະມານທ້າຍເດືອນ ທັນວາ ຫາເດືອນ ມັງກອນ ຊຶ່ງຊ່ວງນີ້ຫົວຂໍ້ມິ່ນຈະແຫ້ງສະນິດ
II ດິນ ແລະ ການກຽມດິນ
ຂີ້ມິ່ນສາມາດຂື້ນໄດ້ໃນດິນທຸກຊະນິດ ແຕ່ທີ່ເໝາະສົມຄວນເປັນດິນທີ່ລະບາຍນໍ້າໄດ້ດີ ນໍ້າບໍ່ຖ້ວມຂັງ ຖ້າເປັນດິນໜຽວຄວນໃສ່ຝຸ່ນຄອກ ປະມານ 1 ໂຕນ/ໄລ່ ເພື່ອປັບປຸງຄຸນນະພາບຂອງດິນ ການກຽມດິນຄວນໄຖກ່ອນຕົ້ນລະດູຝົນ ແລ້ວຄາດດິນໃຫ້ແຕກລະອຽດແລ້ວກໍ່ໃຊ້ໄຖຮ່ອງປູກລະຍະຫ່າງລະຫວ່າງແຖວ 75 ຊມ ລະຍະຫ່າງລະຫວ່າງຕົ້ນ 30 ຊມ

III ການກຽມຫົວພັນຂີ້ໝິ້ນສຳລັບປູກ
ການປູກຂີ້ໝິ້ນອາດໃຊ້ພັນໄດ້ 2 ລັກສະນະຄື ໃຊ້ຫົວແມ່ ແລະ ໃຊ້ແງ່ງ ຖ້າປູກໂດຍໃຊ້ຫົວແມ່ທີ່ມີຮູບຮ່າງຄືຮູບໄຂ່ຂະໜາດນໍ້າໜັກປະມານ 15-50 ກຼາມ/ຫົວ ຫົວແມ່ທີ່ສາມາດໃຫ້ຜົນຜະລິດປະມານ 3,300 ກິໂລ/ໄລ່ທີ່ລະຍະປູກ 75 X 30 ຊມ ຖ້າໃຊ້ຫົວແມ່ຂະໜາດນ້ອຍຈະລຸດລົງໄປຕາມສັດສ່ວນ ຖ້າປປູກດ້ວຍແງ່ງຂະໜາດ 15-30 ກຼາມ/ອັນ ຫຼື 7-10 ຂໍ້/ອັນ ຈະໃຫ້ຜົນຜະລິດນໍ້າໜັກສົດປະມານ 2,800 ກິໂລ/ໄລ່


IV ວິທີການປູກ
1. ຄັດຂະໜາດຂອງຫົວພັນຂີ້ໝິ້ນທີ່ຈະນຳໄປປູກໃຫ້ມີຂະໜາດໃກ້ຄຽງກັນ ແລະ ພັກຫົວຂີ້ມິ່ນທີ່ຄັດແຍກໄວ້ປະມານ 1 ອາທິດ ຫຼື ຈົນກວ່າຈະມີການແຕກໜໍ່ໃໝ່ຂື້ນມາ
2. ກ່ອນນຳລົງປູກຄວນແຊ່ດ້ວຍຢາກັນຮາກ ແລະ ຢາຂ້າເພ້ຍເພື່ອປ້ອງກັນພະຍາດຫົວເນົ່າ ແລະ ກຳຈັດເພ້ຍ ແຊ່ 30 ນາທີ
3. ໃຊ້ສຽມຂຸດຂຸມທີ່ມີຂະໜາດກວ້າງ 10 ຊມ ເລິກ 15 ຊມ
4. ນຳຫົວພັນທີ່ຂີ້ມິ່ນທີ່ກຽມໄວ້ມາປູກລົງໃນຂຸມ ພ້ອມທັ້ງອັດປາກຂຸມໃຫ້ສະນິດ
5. ຫຼັງຈາກປູກໄດ້ 8-12 ກໍ່ສາມາດຈຳໜ່າຍຂີ້ມິ່ນໄດ້

V ການບົວລະບັດ
1. ໝັ້ນກຳຈັດວັດສະພືດເດືອນລະຄັ້ງໃນຊ່ວງທີ່ຂີ້ໝິ້ນມີອາຍຸຕັ້ງແຕ່ 2-5 ເດືອນ
2. ການໃສ່ຝຸ່ນຈະໃສ່ຝຸ່ນວິທະຍາສາດສູດ 13-13-21 ຫຼື ຝຸ່ນຊີວະພາບປີລະ 2 ຄັ້ງ
3. ການຫົດນໍ້າ ຊ່ວງລະດູຝົນບໍ່ຈຳເປັນຕ້ອງຫົດນໍ້າເລີຍພຽງແຕ່ລະວັງຢ່າໃຫ້ມີນໍ້າຂັງ ຫາກວ່າຝົນບໍ່ຕົກໃຫ້ນໍ້າເສີມ ແລະ ໃຊ້ວັດສະດຸຄຸມດິນເພື່ອຮັກສາຄວາມຊຸ່ມຊື່ນ


VI ພະຍາດ ແລະ ແມງໄມ້ສັດຕູພືດ
ພະຍາດຂອງຂີ້ໝິ້ນເກີດຈາກການເນົ່າຂອງຫົວຂີ້ມິ່ນຈາກນໍ້າຖ້ວມຂັງ ຫຼື ການຫົດນໍ້າຫຼາຍເກີນໄປ ຫຼືອາດເກີດຈາກການປູກຊໍ້າບ່ອນເກົ່າຫຼາຍໆຄັ້ງເຮັດໃຫ້ເກີດການສະສົມຂອງພະຍາດ ພະຍາດທີ່ພົບໄດ້ແກ່ ພະຍາດເຫົ້ງາ ແລະ ພະຍາດເນົ່າຊຶ່ງເກີດຈາກເຊື້ອແບກທີ່ເຮຍ ພະຍາດຕົ້ນແຫ່ວ ແລະ ພະຍາດໃບຈຸດ ເກີດຈາກເຊື້ອຣາ ພະຍາດເຫຼົ່ານີ້ເມື່ອເກີດແລ້ວຮັກສາຍາກຈຶ່ງຄວນປ້ອງກັນກ່ອນປູກ ການປ້ອງກັນພະຍາດທີ່ດີຄວນເຮັດໂດຍການໝູນວຽນການປູກທຸກໆປີ
VII ການເກັບກ່ຽວ
ຫຼັງຈາກປູກຂີ້ມິ່ນຊ່ວງຕົ້ນລະດູຝົນຈົນເຂົ້າສູ່ລະດູໜາວທ້າຍເດືອນທັນວາ ລໍາຕົ້ນເລີ່ມສະແດງອາການຫ່ຽວແຫ້ງຈົນກະທັ້ງແຫ້ງຊະນິດຈຶ່ງເລີ່ມທຳການເກັບກ່ຽວ

ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ບຸນຮິນ ນົກນ້ອຍ http://oknation.nationtv.tv/blog/horti-asia/2012/10/16/entry-1
https://www.phakhaolao.la/kb/0000167
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ: