ຜັກຫວານ

ຊື່ສາມັນ : ຜັກຫວານ
ຊື່ວິທະຍາສາດ :  Melientha acuminata
ຊື່ພາສາອັງກິດ :
ລັກສະນະພັນພືດ :  ຕົ້ນຜັກຫວານ ເປັນພືດຫຼົ່ນໃບ , ມີຂະໜາດຄວາມສູງປະມານ 13 ແມັດ, ມີເຮືອນຮູບເປັນຮູບຊົງບັ້ງ, ກິ່ງງ່າຫຼຸບ ຫຼື ກ່ອງລົງລຸ່ມ, ໃບຂອງມັນແຂງ ແລະ ມີຮູບໄຂ່ມີຂະໜາດ 4-16 x 2.5-7 ຊັງຕີແມັດ, ຊໍ່ດອກເປັນຈຸ້ມປະກອບດ້ວຍ 4-5 ດອກ ທີ່ມີຄວາມຍາວ 15-20 ຊັງຕີແມັດ ແລະ ເກີດຢ່າງບໍ່ເປັນລະບຽບ ຕາມປຸ່ມຂອງລໍາຕົ້ນ, ງ່າ ຫຼື ຮູບໃບ, ດອກມີຂະໜາດ 1.5 ມິນລີແມັດ, ເປັນສີອ່ອນ ມີກິ່ນຫອມ, ໝາກເປັນໜ່ວຍກົມໆ ສີຂຽວອົມເຫຼືອງ ມີເນື້ອຫຼາຍ ເປັນພົ້ວ ມີຂະໜາດ 2.3-4 x 1.5-2 ຊັງຕີແມັດ ແລະ ມີແກ່ນດຽວ OPILIACEAE.
ສະພາບແວດລ້ອມ:  ມັນເກີດທົ່ວໄປ ຕາມປ່າຜັດໃບ ແລະ ຕາມພື້ນທີ່ດິນຫີນ.
ການນຳໃຊ້:  ຜັກຫວານເປັນຜັກປ່າຊະນິດໜື່ງເຊີ່ງຍອດອ່ອນ, ຊໍ່ດອກ ແລະ ໝາກອ່ອນຂອງມັນ ໄດ້ຖືກນໍາມາປຸງແຕ່ງເປັນອາຫານ ໃສ່ກັບປາຫຼື ແຈ່ວຍອດຫວາຍ. ໝາກສຸກຂອງມັນ ກໍ່ກີນໄດ້ເຊັ່ນກັນ. ໃບຂອງມັນ ໃຊ້ສໍາຫຼັບປົວອາການເຈັບຄໍຂອງເດັກນ້ອຍ ແລະ ຮາກນັ້ນບາງເທື່ອກໍ່ໃຊ້ປີ່ນປົວອາການເປັນໄຂ້.

      

ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com