Monthly Archives: November 2023

ເຕັກນິກການແທກສີຂອງໃບເຂົ້າ

ສີຂອງໃບເຂົ້າສາມາດບົ່ງບອກເຖິງຄວາມພຽງພໍ, ການຂາດແຄນຂອງທາດອາຫານ ຫຼື ການເກີດພະຍາດຕ່າງໆຂື້ນກັບຕົ້ນເຂົ້າ. ສິ່ງທີ່ສາມາດສັງເກດໄດ້ງ່າຍ ແມ່ນການຂາດແຄນທາດອເສົດ (N) . ການແທກສີຂອງໃບເຂົ້າໄດ້ຖືກພັດທະນາຂື້ນມາຄັ້ງທຳອິດຢູ່ປະເທດຍີ່ປຸ່ນ, ຕໍ່ມາກໍ່ມີການພັດທະນາຂື້ນມາໃໝ່ຢ່າງເປັນລະບົບໂດຍ IRRI. ການແທກສີທາງໃບແມ່ນການໃຊ້ເຄື່ອງມື ວັດແທກລະດັບທາດ (N) ຂອງຕົ້ນເຂົ້າ ເພື່ອແນ່ໃສ່ໃນການຈັດການກັບຝຸ່ນ (N) ໃຫ້ມີປະສິດຕິຜົນສູງ.

1. ແຜ່ນແທກສີ
ແຜ່ນແທກສີ ແມ່ນເຄື່ອງມືທີ່ໃຊ້ງ່າຍ ແລະ ລາຄາຖືກ ເຊິ່ງຊາວນາທົ່ວໄປກໍ່ສາມາດນຳໄປໃຊ້ໄດ້. ໂດຍໃຊ້ແຜ່ນແທກສີປຽບທຽບກັບສີຂອງໃບເຂົ້າດ້ວຍສາຍຕາເປົ່າ, ມັນບົ່ງບອກລະດັບຖານະຂອງທາດ (N) ທີ່ບັນຈຸ. ໃນກໍລະນີເຫັນພືດຂາດທາດ (N ຜູ້ນຳໃຊ້ກໍ່ສາມາດກຳນົດອັດຕາຝຸ່ນ (N) ໃສ່ໄດ້ທັນທີຕາມຂໍ້ແນະນຳ ເຮັດໃຫ້ການໃຊ້ຝຸ່ນມີປະສິດຕິຜົນຫຼາຍຂື້ນ.
ແຜ່ນແທກສີຈັດເປັນ 6 ລະດັບຄື: ແຕ່ລະດັບ 1ສີຕອງອ່ອນ ຫາ ລະດັບ 6 ສີຂຽວຊໍ້າ ເຊິ່ງມີຂໍ້ແນະນຳກ່ຽວກັບການນຳໃຊ້ຝຸ່ນ (N) ຕາມສີ.

2. ຄວາມສຳຄັນຂອງລະດັບສີ ຫຼື ລັກສະນະຂອງສີ
ຂໍ້ສຳຄັນຂອງການອ່ານສີຂອງໃບເຂົ້າເພື່ອເລັ່ງຝຸ່ນ (N) ແມ່ນ: ຖ້າຜົນຂອງການວັດແທກໃນໃບເຂົ້າມີຜົນ
– ຈາກລະດັບ 3 ລົງມາ ສຳລັບແນວພັນທີ່ໃບຂຽວອ່ອນ(ສຳລັບຊະນິດເຂົ້າທີ່ມີກິ່ນຫອມ)
– ຈາກລະດັບ 4 ລົງມາສຳລັບເຂົ້າຕໍ່າ(semi-dwarf)
– ຈາກລະດັບ 5 ລົງມາສຳລັບເຂົ້າພັນປະສົມ (Hybrids)
ນອກຈາກນັ້ນສີຂອງໃບເຂົ້າອາດແຕກຕ່າງໄປຍ້ອນວິທີການປັກດຳດ້ວຍ ເຊິ່ງມີມາດຖານການວັດແທກດັ່ງຕາຕະລາງລຸ່ມນີ້:

ປະເພດເຂົ້າ ນາຫວ່ານ,ນາຢອດເມັດ ປັກດຳ
ເຂົ້າຫອມ(Aromatic rice) 3
ເຂົ້າຕໍ່າ(semi-dwarf) 3 3,5-4
ລູກປະສົມ(Hybrids) 4 4

3. ວິທີການນຳໃຊ້ແຜ່ນແທກສີໃບເຂົ້າ
1 ໃຊ້ແຜ່ນແທກສີ ອ່ານສີຂອງໃບເຂົ້າຫຼັງຈາກປັກດຳໄດ້ 14 ວັນ ຫຼື ທຽບສີເມື່ອອາຍຸເຂົ້າໄດ້ 21 ວັນ ສຳລັບນາຫວ່ານ ແລະ ນາຢອດເມັດ. (ໂດຍມີການແທກເປັນປົກກະຕິໃນທຸກໆ 7 ວັນ ຫຼື 14 ວັນ. ແທກສີຈົນເຖິງວັນເຂົ້າເລີ້ມອອກດອກ).
2 ການແທກສີແຕ່ລະຄັ້ງຕ້ອງຢູ່ໃນຊ່ວງດຽວກັນ 8-10 ໂມງເຊົ້າ ຫຼື 2-4 ໂມງແລງ. ໂດຍຫັນຫຼັງບັງແສງແດດໄວ້ໃຫ້ເປັນຮົ່ມ ແລ້ວອ່ານສີໃບເຂົ້າພ້ອມບັນທຶກ.

3 ແຕ່ລະຄັງແທກເອົາ 7-10 ໃບເຂົ້າ ໂດຍຊຸ່ມເອົາແບບບັງເອີນ, ເລືອກແທກໃບທີ່ສົມບູນດີ.
4 ເລືອກແທກໃບຂະຫຍາຍໂຕເຕັມທີ່ໃນ 10 ກໍເຂົ້ານັ້ນໂດຍແປະເຄິ່ງກາງໃບໃສ່ແຜ່ນທຽບສີ(ຫ້າມຖອນ ຫຼື ຕັດໃບເຂົ້ານັ້ນເດັດຂາດ)
5 ພາຍຫຼັງການແທກສີຂອງໃບເຂົ້າໄດ້ 7 ຫຼື 10 ໃບແລ້ວຄ່າສະເລ່ຍອອກມາຕໍ່າກ່ອນລະດັບທີ່ກຳນົດໄວ້ນັ້ນ ຕ້ອງໃສ່ຝຸ່ນ (N) (23 kg N/fia) ສຳລັບລະດູຝົນ ຫຼື ໃສ່ (33 kg N/fia) ສຳລັບລະດູແລ້ງ
6 ປະລິມານຝຸ່ນ (N) ທີ່ໃສ່ໃນຊ່ວງໄລຍະການຈະເລີນເຕີບໂຕທີ່ແຕກຕ່າງກັນສຳລັບພັນເຂົ້າ (semi-dwarf) ແມ່ນດັ່ງລຸ່ມນີ້

ລ/ດ ເຂົ້ານາປັກດຳ ລະດູແລ້ງ ລະດູຝົນ
1 ຫຼັງການປັກດຳ 14-28 ວັນ 30 kg N/fia 20 kg N/fia
2 ຫຼັງການປັກດຳ 29-48 ວັນ 45 kg N/fia 30 kg N/fia
3 ຫຼັງການປັກດຳ 49 ວັນ ຫາ ອອກດອກ 30 kg N/fia 20 kg N/fia
  ເຂົ້າຫວ່ານ,ນາຢອດເມັດ    
1 ຫຼັງການຫວ່ານ,ຢອດເມັດ 21-34 ວັນ 30 kg N/fia 20 kg N/fia
2 ຫຼັງການຫວ່ານ,ຢອດເມັດ 33-55 ວັນ 45 kg N/fia 30 kg N/fia
3 ຫຼັງການຫວ່ານ,ຢອດເມັດ 56 ວັນ-ອອກດອກ 30 kg N/fia 20 kg N/fia

 

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/IN3tAdu8YbhtgeqL.pdf

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ, ບ້ານດອນຕີ້ວ ໂທ: 030 4620706, 020 55792487

https://kasetgo.com/t/lcc-leaf-color-chart-1-n/891320

https://www.thairath.co.th/content/330311

 

ເຕັກນິກການເຮັດຝຸ່ນບົ່ມໃຊ້ປັບປຸງບໍາລຸງດິນ

ຝຸ່ນບົ່ມ ແມ່ນຝຸ່ນທໍາມະຊາດຊະນິດໜຶ່ງຊຶ່ງໄດ້ມາຈາກເສດພືດທີ່ຖືກໝັກ ຫຼື ບົ່ມໃຫ້ຍ່ອຍສະລາຍກາຍສະພາບມາເປັນຝຸ່ນຊຶ່ງມີຄຸນສົມບັດເຊ່ັນດຽວກັນກັບອິນຊີວັດຖຸໃນດນິທຸກຢ່າງ; ເມື່ອໃສ່ລົງໄປໃນດິນກໍ່ຈະຊ່ວຍບໍາລຸງ ແລະ ຮັກສາລະດັບອິນຊີວັດຖຸໃນດິນໄວ້ເພີ່ມການທໍາງານຂອງຈຸລິນຊີດິນ .

1. ວິທີການເຮັດຝຸ່ນບົ່ມດ້ວຍເຟືອງ ແລະ ເສດພືດ:
ເຟືອງ, ຕໍເຟືອງ ແລະ ເສດໄມ້ໃບຫຍ້າ ແມ່ນມີຢ່າງຫຼວງຫຼາຍຢູ່ຕາມທົ່ງນາ ຫຼັງຈາກເກັບກ່ຽວແລ້ວ ແລະ ມັນກໍ່ມີຄຸນ ປະໂຫຍດເພື່ອປັບປຸງບໍາລຸງດິນ ແຕ່ໃນໄລຍະຜ່ານມາຊາວນາຍັງບໍ່ທັນເຫັນຄວາມສໍາຄັນຂອງມັນເທື່ອ ພາຍຫຼັງເກັບກ່ຽວເຂົ້າອອກຈາກທົ່ງນາແລ້ວ ຊາວນາບາງບ່ອນມັກຈະຈູດເຟືອງ ແລະ ຕໍເຟືອງຖີ້ມລ້າໆ. ການນໍາໃຊເຟືອງ ແລະ ເສດໃບໄມ້ມາເຮັດຝຸ່ນບົ່ມກໍ່ແມ່ນເພື່ອລົດຕົ້ນທືນໃນການຊື້ຝຸ່ນເຄມີ ແລະ ຊາວກະສິກອນສາມາດຜະລິດຝຸ່ນໃຊ້ເອງໄດ້.

2. ວັດຖຸທີ່ນໍາໃຊ້ໃນການເຮັດຝຸ່ນບົ່ມ:
– ໃຊ້ເຟືອງເຂົ້າ ແລະ ເສດຫຍ້າອື່ນໆປະມານ 1.000 ກິໂລ
– ຝຸ່ນຄອກແຫ້ງ (ຂີ້ງົວ, ຂີ້ຄວາຍ, ຂີ້ໝູ . ..) 50 ກິໂລ
– ຝຸ່ນເຄມີຢູເຮຍ (46-0-0) 1-2 ກິໂລ
– ປູນຂາວ 5 ກິໂລ
– ນໍ້າສະກັດຈາກພືດ ຫຼື ສັດຜ່ານຂະບວນການໝັກກັບກາກນໍ້າຕານ 1 ລິດ
– ຜ້າຢາງປົກກອງຝຸ່ນບົ່ມຂະໜາດປະມານ 2.5 ມ x 12 ມ

3. ອຸປະກອນຮັບໃຊ້:
– ພ້າ, ຈົກ, ຊ້ວນ, ຄາດ, ບົວຫົດນໍ້າ, ຄູ ແລະ ຜ້າຢາງ.

4. ສະຖານທີ່:
ສະຖານທີ່ເຮັດຝຸ່ນບົ່ມແມ່ນຂື້ນຢູ່ກັບຄວາມສະດວກ ແລະ ເໝາະສົມຂອງແຕ່ລະບ່ອນເຊ່ັນ: ເງື່ອນໄຂທີ່ດີ ຄວນຕັ້ງຢູ່ໃກ້ແຫຼ່ງວັດຖຸທີ່ນໍາໃຊ້, ໃກ້ແຫຼ່ງນໍ້າ, ພື້ນທີ່ຈະເຮັດຝຸ່ນບົ່ມຕ້ອງຮາບພຽງ ບໍ່ມີນໍ້າຂັງເປັນບ່ອນຮົ່ມ ແລະ ຢູ່ໃກ້ຄ້ຽງສະຖານທີ່ຈະນໍາເອົາຝຸ່ນບົ່ມໄປໃຊ້.

5. ຂັ້ຕອນໃນການເຮັດຝຸ່ນບົ່ມ
– ວາງໜານເປັນຮບ 4 ແຈສາກຕອກໄມ້ຫຼັກ 4 ແຈ ໃຊ້ເຊືອກໍ້ຟາງເນັ່ງທີ່ມີຂະໜາດຄວາມກວ້າງ 2ແມັດ, ຍາວ 4ແມັດ, ເອົາເຟືອງມາຢາຍໃສ່ໜານໃຫ້ທົ່ວແລ້ວຢຽບໃຫ້ແໜ້ນມີຄວາມໜາປະມານ 20-30 ຊຕມ.


– ຫົດນໍ້າໃຫ້ປຽກ, ໂຮຍຝຸ່ນຄອກ, ປູນຂາວ, ຝຸ່ນເຄມີໃນອດັຕາ 1/4 ຂອງນໍ້າໜັກທີ່ກຽມໄວ້ໃສ່ເທິງກອງເຟືອງໃຫ້ທົ່ວ.


– ສືບຕໍ່ເຮັດຊັ້ນທີ່ 2,3,4 ຄືກັນກັບການເຮັດຊັ້ນທີ່ 1 ຈົນກອງຝຸ່ນມີຄວາມສູງປະມານ 1 ແມັດ, (ໃນແຕ່ລະຊັ້ນຕ້ອງຫົດນໍ້າໃຫ້ປຽກຊຸ່ມສະເໝີ).
– ອີເອັມ (EM) ໃສ່ຕາມອັດຕາສ່ວນທີ່ແນະນໍາ ໂດຍປະສົມກັບນໍ້າ 20 ລິດ ຫົດໃຫ້ທົ່ວທຸກຊັ້ນ.
– ຖ້າມີຫີີນປົນຟົດສະເຟດໃສ່ຈະເຮັດໃຫ້ຝຸ່ນບົ່ມມີຄຸນນະພາບສູງຂື້ນ .
– ພາຍຫຼັງເຮັດສໍາເລັດແລ້ວ ໃຫ້ເອົາຜ້າຢາງປົກຄຸມໄວ້ເອົາກ້ອນຫີນເຕັງ ເທິງຜ້າຢາງ, ເຮັດຮົ້ວອ້ອມໄວ້ເພື່ອປ້ອງກັນສັດມາລົບກວນ

6. ການບົວລະບັດຮັກສາ:
– ຕ້ອງເອົາໃຈໃສ່ຕິດຕາມກອງຝຸ່ນບົ່ມຢູ່ເລື້ອຍໆ, ຫົດນໍ້າໃຫ້ປຽກຊຸ່ມຢູ່ສະເໝີ, ແຕ່ບໍ່ໃຫ້ຫົດຫຼາຍຈົນນໍ້າແຊ່ຂັງ ແລະ ບໍ່ຄວນເປີດກອງຝຸ່ນເລື້ອຍໆ.
– ຫຼັງຈາກບົ່ມໄດ້ 2-3 ອາທິດ ຕ້ອງປີ້ນກອງຝຸ່ນເພື່ອໃຫ້ອາກາດຖ່າຍເທ ແລະ ເຮັດໃຫ້ເຟືອງຂ້າງນອກທີ່ຍັງບໍ່ທັນເປື້ອຍ ປີ້ນກັບເຂົ້າໄປທາງໃນກອງຝຸ່ນບົ່ມ.
– ໃນເວລາຍາມໜາວ ຫຼັງຈາກເອົາຜ້າຢາງປົກກອງຝຸ່ນບົ່ມແລ້ວ ຄວນນໍາເອົາເຟືອງມາປົກຫຸ້ມທາງນອກເພື່ອຮັກສາຄວາມຮ້ອນຂອງກອງເຟືອງ ປີ້ນກອງຝຸ່ນບົ່ມປະມານ 3-4 ອາທິດຕໍ່ຄັ້ງ.
7. ຂໍ້ສັງເກດຝຸ່ນບົ່ມທີ່ເປັນແລ້ວ :
– ອຸນຫະພູມພາຍໃນ ແລະ ພາຍນອກຂອງກອງຝຸ່ນບົ່ມໃກ້ຄຽງກັນ ໝາຍຄວາມວ່າຝຸ່ນສາມາດນໍາເອົາໄປໃຊ້ໄດ້ແລ້ວ , ບໍ່ຄວນປະໄວ້ດົນເກີນໄປ ເພາະຈະເຮັດໃຫ້ທາດອາຫານພືດຫຼຸດລົງໄດ້ຄວນເກັບໄວ້ໃນຮົ່ມ.
– ສີຂອງຝຸ່ນບົ່ມຈະເປັນສີນໍ້າຕານເຂັ້ມເວລາຈັບ ຫຼື ບີບຈະເປື່ອຍຜຸຜຸ້ຍດີ,ບໍ່ມີກິ່ນເໝັນ.
8. ຄຸນນະພາບຂອງຝຸ່ນບົ່ມ:
ຝຸ່ນບົ່ມຕ້ອງຍ່ອຍສະລາຍສົມບູນດີ ຖ້າການຍ່ອຍສະລາຍບໍ່ສົມບູນຈະເປັນຜົນເສຍຕໍ່ພືດທີ່ປູກ ຊຶ່ງຈຸລິນຊີໃນດິນທີ່ກ່ຽວຂ້ອງກັບການຍ່ອຍສະລາຍຈະດູດທາດໄນໂຕຣເຈນ (N) ຈາກດິນໄປໃຊ້ໃນການເຮັດວຽກຂອງຈຸລິນຊີ ເຮັດໃຫ້ທາດໄນໂຕຣເຈນ (N) ໃນດິນິຫຼຸດລົງໃນທີ່ສຸດ ເຮັດໃຫ້ພືດສະແດງອາການຂາດທາດໄນໂຕຣເຈນ (N).
 ຝຸ່ນບົ່ມທີ່ມີຄຸນນະພາບດີຄວນມີລັກສະນະດັ່ງລຸ່ມນີ້:
– ອັດຕາສ່ວນປະກອບກາກບອນຕໍ່ໄນໂຕຣເຈນ (C/N ratio ເທົ່າກັບ ຫຼື ຕໍ່າກວ່າ 20.1)
– ມາດຖານຝຸ່ນບໍ່ຕໍ່າກວ່າ 1.0 – 0.5 ເປີເຊັນ N – P2O5 – K2O
– ຄວາມຊຸ່ມປະມານ 35-50% ໂດຍນໍ້າໜັກ.
– ຄວາມເປັນກົດເປັນດ່າງ (PH) ປະມານ 6.0-8.0 – ບໍ່ມີວັດຖຸແຂງ, ໂລຫະ ແລະ ແກ້ວປະປົນ.
9. ການນໍາໃຊ້ຝຸ່ນບົ່ມ:
ການນໍາໃຊ້ຝຸ່ນບົ່ມແມ່ນມີຈຸດປະສົງ ປັບປຸງຄຸນສົມບັດຂອງດິນທາງກາຍຍະພາບ, ເຄມີ ແລະ ຊີວະພາບໃຫ້ດີຂື້ນໃນຊ່ວງເວລາຍາວນານ ເພື່ອເພີ່ມຜົນຜະລິດ, ສະນັ້ນອັດຕາການນໍາໃຊ້ຝຸ່ນບົ່ມແມ່ນຂື້ນກັບປະເພດດິນ , ຊະນິດພືດປູກ ຕ່າງໆ, ໃນລະຫວ່າງ 5 -10 ໂຕນ/ເຮັກຕາ.
10. ວິທີການໃສ່ຝຸ່ນບົ່ມ:
– ຫວ່ານຝຸ່ນບົ່ມທົ່ວແປງສໍາລັບປູກເຂົ້າ, ພືດຜັກໃນອັດຕາສ່ວນ 0.5 – 1 ກິໂລ/1 ແມັດ (ກ່ອນການກຽມດິນ ) ແລ້ວໄຖກົບໄວ້ທັນທີ.
– ໃສ່ແບບເປັນແຖວຕາມແຖບທີ່ຈະປູກພືດ (ເໝາະແກ່ການປູກສາລີ ແລະ ຖົ່ວຕ່າງໆ).
– ໃສ່ແບບເປັນຂຸມສໍາລັບໄມ້ກິນໝາກ ຂຸດຂຸມປູກຕອນກຽມດິນຄົນໃຫ້ເຂົ້າກັບດິນແລ້ວປູກໄມ້. ສໍາລັບໄມ້ກິນາກທີ່ຈະເລີນເຕີບໂຕແລ້ວ ຂຸດຕາມຊົງຟຸ່ມແລ້ວໃສ່ອ້ອມຕາມຊົງຟຸ່ມ .

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/ແຜ່ນພັບການເຮັດຝຸ່ນບົ່ມໃຊ້ປັບປຸງບຳລຸງດິນ.pdf

http://www.vigotech.in.th/ข่าวเกษตรน่ารู้/ปุ๋ยหมักชีวภาพ.html

https://puechkaset.com/ปุ๋ยหมัก/

https://www.baanlaesuan.com/144482/garden-farm/farming-step-by-step/organic-fertilizer