Monthly Archives: November 2022

ເຕັກນິກການຜະລິດເຜັດພັນໝາກແຕງ

1. ການກຽມດິນ
ຫຼັງຈາກໄຖ ແລະ ຄາດດິນສຳເລັດແລ້ວໄຖ ຫຼື ຂຸດເປັນຂຸມເປັນໜານປູກໃຫ້ເລີກປະມານ 25-30 ຊັງຕີແມັດ(ຫວ່າປູກຂາວຖ້າເຫັນວ່າດິນເປັນກົດ) ຮອງພື້ນດ້ວຍຝຸ່ນຄອກ ລື ຝຸ່ນບົ່ມ ໃນອັດຕາ 0,5-1 ກິໂລກຼາມ/ແມັດກ້ອນ ແລະ ຝຸ່ນເຄມີສູດ 15-15-15 ຫຼື 13-13-21 ໃນອັດຕາ 25 ກິໂລກຼາມ/ໄລ່ ປະສົມຝຸ່ນໃຫ້ເຂົ້າກັບດິນແລ້ວຍົກເປັນໜານປູກໃຫ້ກວ້າງປະມານ 100-110 ຊັງຕີແມັດ ແລະໃຫ້ມີທາງ ຫຼື ຮ່ອງສຳຫຼັບລະບາຍນໍ້າກວ້າງປະມານ 50 ຊັງຕີແມັດ

2. ການປູກ
ການປູກແບບເປັນແຖວຕາມໜານ ໄລຍະຫ່າງລະຫວ່າງແຖວ 75-78 ຊັງຕີແມັດ, ໄລຍະຫ່າງລະຫວ່າງຕົ້ນປະມານ 30-40 ຊັງຕີແມັດ, ໂດຍຢອດ 2-3 ເມັດ/ຂຸມ, ກ່ອນຢອດເມັດຄວນແຊ່ນໍ້າທີ່ມີສານເຄມີປ້ອງກັນພະຍາດຣານໍ້າຄ້າງເຊັ່ນ: ຣິໂດມິນເອັມແຊດ ປະມານ 3-4 ຊົ່ວໂມງ ກ່ອນປູກເພື່ອໃຫ້ເມັດດູດນໍ້າຈົນຕື່ງຈະຊ່ວຍປ້ອງກັນການເຂົ້າທຳລາຍຂອງພະຍາດນໍ້າຄ້າງ, ຢອດເມັດເລີກ 1 ຊັງຕີແມັດ ເຄ່ຍດິນຖົມຂຸມແລ້ວໂຮຍສານເຄມີຊະນິດດູດຊຶມໃສ່ໜ້າຂຸມພື່ອກຳຈັດແມງໄມ້ເຊັ່ນ: ຄູຣາແທ ຫຼື ເດພາຣອນ ເພື່ອປ້ອງກັນແມງໄມ້ທີ່ມັກທຳລາຍໃນໄລຍະທຳອິດເຊັ່ນ: ມົດ, ແມງເຕົາທອງ ແລະ ແມງປີກແຂງ ແລະ ອື່ນໆ ຈາກນັ້ນຈຶ່ງໃຫ້ນໍ້າ. ຫຼັງຈາກປູກປະມານ 14 ວັນຕົ້ນຈະງອກກໍ່ທຳການຖອນແຍກໃຫ້ເຫຼືອ 1 ຕົ້ນ/ຂຸມ.

3. ການປັກຄ້າງ
ເມືອໝາກແຕງກວາອາຍຸໄດ້ 14-20 ວັນ ຄວນປັກຄ້າງໂດຍໃຊ້ໄມ້ໄຜ່ ຫຼື ແໜງໄມ້ໄຜ່ປັກຂອບໜານດ້ານນອກຂອງຂຸມປູກ ເມື່ອໝາກແຕງອາຍຸໄດ້ 21 ວັນກໍ່ຈະເລີ່ມທາວເຄືອ

4. ການໃຫ້ນໍ້າ
ການໃຫ້ນໍ້າຄວນໃຫ້ຢ່າງສະໝໍ່າສະເໝີ ແລະ ພຽງພໍຕໍ່ຄວາມຕ້ອງການຂອງພືດແຕ່ຢ່າໃຫ້ຫຼາຍຈົນເກີນໄປ ໂດຍຈະສັງເກດເບິ່ງຈາກຄວາມຊູ່ມຂອງດິນໃນໜານປູກ

5.ການເສຍຫຍ້າ ແລະ ໃສ່ຝຸ່ນ
ຈະເຮັດພ້ອມກັນໂດຍແບ່ງອອກເປັນ 2 ຄັ້ງ ຄື: ຄັ້ງທີ່ 1 ຫຼັງປູກໄດ້ 14 ວັນ ທຳການເສຍຫຍ້າພ້ອມຖອນແຍກໃຫ້ເຫຼືອ 1 ຕົ້ນ/ຂຸມ ໃສ່ຝຸ່ນສູດ 21-0-0 ຈຳນວນ 50 ກິໂລກຼາມ/ໄລ່ ຫຼື ສູດ 46-0-0 ຈຳນວນ 25 ກິໂລກຼາມ/ໄລ່, ຄັ້ງທີ່ 2 ຫຼັງຈາກໃສ່ຝຸ່ນຄັ້ງທຳອິດ 14 ວັນ ຫຼື ຫຼັງປູກໄດ້ 28 ວັນ ເສຍຫຍ້າຄັ້ງທີ່ 2 ແລ້ວໃສ່ຝຸ່ນສູດ ແລ້ວໃສ່ຝຸ່ນສູດ 15-15-15 ຈຳນວນ 50 ກິໂລກຼາມ/ໄລ່ ນອກຈາກນີ້ ຄວນໃສ່ຝຸ່ນເສີມທາງໃບສູດ 15-30-15 ລວມກັບທາດອາຫານສຳຮອງເຊັ່ນ: ຢູນິເລດ, ເຄເລດບິ ຫຼື ດິງ ສິດພ້ອມກັບສານເຄມີປ້ອງກັນກັບຈັດພະຍາດ ແລະ ແມງໄມ້ທຸກຄັ້ງ ຫຼັງຈາກໃສ່ຝຸ່ນເສີມຄັ້ງທຳອິດເປັນຕົ້ນໄປ ເພື່ອປ້ອງກັນການຂາດທາດອາຫານ ໂດຍສະເພາະທາດສຳຮອງເຊັ່ນ: ໂບຣອນ ແລະ ແມກນີຊຽມ ເປັນຕົ້ນ.

6. ການໄວ້ໝາກເພື່ອເອົາເມັດພັນ
ການຜະລິດເຜັດພັນໝາກແຕງ ເພື່ອໃຫ້ໄດ້ເມັດພັນທີ່ສົມບູນ ຄວນຈົ່ງໄວ້ບໍ່ເກີນ 5 ໜ່ວຍຕໍ່ຕົ້ນ ໂດຍຊາວກະສິກອນສາມາດເກັບຜົນຜະລິດສົດ ບາງສ່ວນໄປຂາຍເປັນລາຍໄດ້ເພີ່ມ ແລະ ເມື່ອແຕງເລີ່ມໃຫ້ຜົນຜະລິດຈະຕ້ອງກວດຄັດຕົ້ນທີ່ມີພັນອື່ນປະປົນຖິ້ມ ໂດຍສັງເກດຈາກສີຂອງໝາກທີ່ຜິດປົກກະຕິ.

7. ການເອົາເມັດພັນ
ນຳເອົາໝາກແຕງທີ່ສຸກແກ່ເຕັມທີ່, ເປືອກເປັນສີເຫຼືອງແລ້ວນຳມາຜ່າ ແລ້ວໃຊ້ບ່ວງຕັກເອົາໄສ້ ແລະ ແກ່ນອອກມາໃສ່ຖົງຢາງປຣາສະຕິກ, ໝັກໄວ້ 1 ຄືນ (ໂດຍບໍ່ຈຳເປັນປະສົມນໍ້າລົງໃສ່ື) ເພື່ອໃຫ້ເປືອກຫຸ້ມມັນຫຼຸດອອກຈາກເມັດໄດ້ງ່າຍຂື້ນ ຫຼັງຈາກນັ້ນ, ກໍ່ນຳເມັດທີ່ຜ່ານການໝັກມາລ້າງນໍ້າໃຫ້ສະອາດເພື່ອໃຫ້ເມືອກທີ່ມື່ນໆຫຼຸດອອກຈາກເມັດໃຫ້ໝົດຈົນເປືອກນອກຂອງເມັດສະອາດດີແລ້ວ ຈຶ່ງນຳເມັດມາຕາກແດດໂດຍນຳເມັດມາວາງໃສ່ເຈ້ຍໜັງສືພິມ, ມຸ້ງຜ້າຕາໜາງຂຽວ (ຫ້າມຕາກເມັດໃສ່ລານສີມັງ ຫຼື ແຜ່ນສັງກະສີຟດຍກົງເພາະມັນຈະຕາຍໄດ້) ແລະ ຄວນເອົາເມັດເຂົ້າຫົມໃນຕອນກາງຄືນ ເພື່ອປ້ອງກັນບໍ່ບໍ່ໃຫ້ເມັດຖືກນໍ້າໝອກ. ທຳການຕາກເມັດວິທີນີ້ປະມານ 5-7 ວັນ ຈົນເມັດພັນແຫ້ງດີແລ້ວ ຈາກນັ້ນ, ນຳເມັດມາຟັດແລ້ວຄັດເມັດລີບອອກ ແລ້ວບັນຈຸໃສ່ຖົງຢາງປຣາສະຕິກ, ກະສອບ ຫຼື ຖັງທີ່ສະອາດເກັບຮັກສາເປັນເມັດພັນ ຫຼື ລໍຖ້າຈຳໜ່າຍຕໍ່ໄປ.

ແຫຼ່ງຂໍ້ມູນ: ເຕັກນິກການຜະລິດເມັດພັນໝາກແຕງ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ