Monthly Archives: January 2019

ຕົ້ນໝາກໄຟ

ຊື່ສາມັນ :  ໝາກໄຟ
ຊື່ວິທະຍາສາດ :  Baccaurea ramiflora Lour
ຊື່ພາສາອັງກິດ :
ລັກສະນະພັນພືດ:  ໝາກໄຟເປັນຕົ້ນໄມ້ຢືນຕົ້ນຂະໜາດກາງສູງປະມານ 4-5 ແມັດ, ລໍາກ້ຽງ, ໃບດ່ຽວ, ປົ້ງອ້ອມລໍາງ່າ, ຂອບໃບແຂ້ວເລື່ອຍຫ່າງ, ຊໍ່ດອກອອກຕາມລໍາຕົ້ນ ແລະ ລໍາງ່າ ຊໍ່ຮວງຫ້ອຍເປັນພົ້ວ, ກີບດອກສີນໍ້າຕານເປັນດອກນ້ອຍ, ໝາກຮູບກົມສີໄຂ່, ສີສົ້ມ ແລະ ສີແດງ.
ສະພາບແວດລ້ອມ: ເກີດຢູ່ຕາມເຂດຮ້ອນຊຸ່ມ.
ການນຳໃຊ້:  ເປືອກລໍາປົວຕັບອັກເສບ.

          

ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ຂີງແຄງປາກັ້ງແດງ

ຊື່ສາມັນ :  ຂິງແຄງປາກັ້ງແດງ
ຊື່ວິທະຍາສາດ : Homalomena pendula (Blume) Bakh.f.
ຊື່ພາສາອັງກິດ: 
ລັກສະນະພັນພືດ :  ຂີງແຄງປາກັ້ງເປັນພືດນ້ອຍ ສູງປະມານ 30 – 50 ຊັງຕີແມັດ, ລໍາຫົວອົມນໍ້າມີກີ່ນຫອມ, ໃບດຽວ ກ້ານໃບຍາວ, ໃບໃຫຍ່ຮູບຫົວໃຈປົ່ງອ້ອມລໍາ, ຊໍ່ດອກອອກຊອກໃບ, ຊໍ່ຕັ້ງຊື່ດອກນ້ອຍ. ຈັດໃນຕະກູນ ARACEAE.

ສະພາບແວດລ້ອມ: ມັກເກີດຕາມເຂດຊຸ່ມເຢັນ ເປັນຕົ້ນຫ້ວຍນໍ້າໃນເຂດພູສູງ ທີ່ຊຸ່ມເຢັນ.
ການນຳໃຊ້:  ໃຊ້ແກ້ປວດຕາມຂໍ້, ເຈັບຫຼັງແອວ, ວິທີໃຊ້ເກັບກູ້ເຫງົ້າຂອງຕົ້ນຂີງແຄງປາກັ້ງຟັກຊອຍຕາກແຫ້ງ ເອົາ 1 ກໍາມືຕົ້ມໃສ່ນໍ້າ 2 ລິດໃຫ້ຟົດປະມານ5-10 ນາທີແລ້ວດື່ມຕາມຄວາມຕ້ອງການ.

        

ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ຂີ້ເຫຼັກບ້ານ

ຊື່ສາມັນ :  ຂີ້ເຫຼັກບ້ານ
ຊື່ວິທະຍາສາດ :  Senna siamea Lamk
ຊື່ພາສາອັງກິດ :
ລັກສະນະພັນພືດ :  ຕົ້ນຂີ້ເຫຼັກບ້ານເປັນພືດຢືນຕົ້ນ, ສູງ 5-7 ແມັດ, ໃບປະສົມ ມີ 5-7 ໃບຍ່ອຍ, ຊໍ່ດອກຢູ່ຊອກໃບ ແລະ ປາຍກິ່ງງ່າ, ກີບດອກມີ 5 ກີບ ສີເຫຼືອງ, ເກສອນຜູ້ມີ 10 ບໍ່ສະໜໍ່າສະເໝີກັນ, ໝາກເປັນຝັກຍາວ 20 -30 ຊັງຕີແມັດ, ມີປະມານ30 ແກ່ນ ເປັນສີກະເບົາອ່ອນ, ເປັນດອກ ແລະ ເປັນໝາກຍາມ ເມສາ ຫາ ກໍລະກົດFABACEAE.

ສະພາບແວດລ້ອມ : ເກີດຢູ່ຕາມເຂດຮ້ອນຊຸ່ມ ຂະຫຍາຍພັນຂີ້ເຫຼັກບ້ານ ຕົ້ນຕໍແມ່ນດ້ວຍວິທີກ້າແກ່ນ.
ການນຳໃຊ້:  ຮາກເປັນຢາແກ້ທາດໄຟ, ແກ້ໄຂ້ຮ້ອນ, ຮາກສົດ ຫຼື ແຫ້ງ, ແຊ່ນໍ້າເຢັນສະອາດ ເອົາປະມານ 10 ກຣາມ ຕົ້ມກັບນໍ້າເຄີ່ງລິດ, ຟົດ 10 ນາທີ ແລ້ວ ດື່ມ.

         

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ເຄືອແຫມ

ຊື່ສາມັນ :  ແຮມຂຽວ
ຊື່ວິທະຍາສາດ:  Fibraurea tinctoria Lour
ຊື່ພາສາອັງກິດ :
ລັກສະນະພັນພືດ :  ແຮມຂຽວ ເປັນພືດປະເພດເຄືອເລືອຂື້ນຕາມຕົ້ນໄມ້ອື່ນ, ຮາກໃຫ່ຍທາງໃນຂອງລໍາເຄືອ ແລະ ຮາກສີເຫຼືອງ, ມີລົດຂົມ,ໃບດ່ຽວຮູບຫົວໃຈ, ແຜ່ນໃບສີຂຽວເຂັ້ມເຫຼື້ອມມັນ, ຊໍ່ດອກອອກຕາມຍອດ ແລະ ຊອກໃບ, ດອກມີ 3 ກີບ, ເກສອນຜູ້ມີ 6 ອັນ ແລະ ໝາກສົດຮູບກົມມົນມາກສຸກສີເຫຼືອງ.

ຖີ່ນກຳເນິດ ແລະ ວິທີປູກ:  ກ້າແກ່ນ ແລະ ປັກຊໍາ

ສະພາບແວດລ້ອມ :  ກ້າແກ່ນ ແລະ ປັກຊໍາ 
ການນຳໃຊ້: ປົວທ້ອງບິດ, ຖອກທ້ອງ,ຕັບ,ຕາເຫຼືອງ ແລະ ເບົາຫວານ ໂດຍພັກເປັນປ່ຽງບາງໆ ຕາກແດດໃຫ້ແຫ້ງ ເອົາ15 ກຣາມ ຕົ້ມໃສ່ນໍ້າ1-2 ລິດໃຫ້ຟົດປະມານ 10-15 ນາທີ,ດື່ມຕາງນໍ້າ.

      

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ແຄຂາວ

ຊື່ສາມັນ :  ແຄຂາວ
ຊື່ວິທະຍາສາດ :  Sesbania grandiflora Pers
ຊື່ພາສາອັງກິດ :
ລັກສະນະພັນພືດ :  ຕົ້ນແຄຂາວ ເປັນພືດປະເພດຕົ້ນໄມ້ຢືນຕົ້ນ ສູງ 5-10 ແມັດ, ໃບປະສົມຮູບຂົນໄກ່ຄູ່ ຍາວເຖີງ 30 ຊັງຕີແມັດ, ມີໃບຍອ່ຍເຖີງ 30 ຄູ່, ດອກໃຫຍ່ມີ 5 ກີບ ສີຂາວ ຫຼື ສີມ່ວງ, ຊໍ່ດອກອອກຕາມລໍາງ່າ, ອອກຕາມອອກໃບ, ໝາກເປັນຝັກຍາວ, ກີ່ວຢູ່ໄກ້ຂັ້ວນ, ຢູ່ປາຍ ແລະ ລະວ່າງແຕ່ລະແກ່ນ, ແກ່ນຫຼາຍ ເປັນຮູບໜ່ວຍໄຂ່, ສີກະເບົາFABACEAE.

ສະພາບແວດລ້ອມ: ຕົ້ນແຄຂາວ ເປັນຕົ້ນໄມ້ທີ່ປູກຢູ່ຕາມແຄມຮົ້ວເພື່ອເອົາດອກເປັນອາຫານ ແລະ ເປັນຕົ້ນໄມ້ປະດັບ.

ການນຳໃຊ້:  ເປັນຢາບໍາລຸງຂົນ , ເຮັດເປັນຢາບອງເຫຼົ້າເອົາຮາກ 100 ກຣາມແຫ້ງປະສົມເຫຼົ້າ 40 ອົງສາ ບອງໄວ້ 15 ວັນ.

 

             

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ກະໂດນ

ຊື່ສາມັນ :  ກະໂດນ
ຊື່ວິທະຍາສາດ:  Careya sphaerica Roxb
ຊື່ພາສາອັງກິດ :
ລັກສະນະພັນພືດ: ເປັນໄມ້ຢືນຕົ້ນ ສູງປະມານ 8-20 ແມັດ ມີກິ່ງກ້ານສາຂາຫຼາຍ, ໃບ 12-20 x 12-15 ຊັງຕີແມັດ ຂອບໃບຍັກ, ປົ່ງສະລັບ, ດອກອອກເປັນດອກດ່ຽວ ຫຼື ຊໍ່ໆ2-3 ດອກ ກີບດອກ ແລະ ກີບຂອງດອກຢ່າງລະ 4 ກີບ ດອກມີສີເຫຼືອງນວນ ລົ່ນງ່າຍ ກີບດອກຍາວປະມານ 2,4-12 ຊັງຕີແມັດ ໂຄ່ນກີບດອກເຊື່ອມກັນເປັນຮູບລະຄັງ, ໝາກໃຫຍ່ກົມ ກ້ວາງປະມານ 5ຊັງຕີແມັດ ຍາວ 65 ຊັງຕີແມັດ ມີສີຂຽວ ພາຍໃນມີເມັດຈໍານວນຫຼາຍ, ເມັດເປັນຮູບໄຂ່ Lecythiacadaceae.

ສະພາບແວດລ້ອມ : ເກີດຢູ່ຕາມເຂດຮ້ອນຊຸ່ມ

ການນຳໃຊ້:  ເປືອກ, ຕົ້ນ, ປົວຖອກທ້ອງ

              

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ວິທີການປູກເຫັດຫຼີນຈື່

I. ລັກສະນະທາງພຶກສາດ
1. ເສັ້ນໄຍ: ເປັນເສັ້ນລະອຽດຮຽງກັນແໜ້ນຈຳນວນຫຼາຍ, ເສັ້ນໄຍສີຂາວມີຜະນັງກັ້ນ ເຊວມີ 2 ນີວເຄຍ ເມື່ອ
ຈະເລີນເຕີບໂຕເຕັມທີ່ຈະພັດທະນາຕຸ່ມຂື້ນ ເອີ້ນວ່າ sclerotia/primodia ເປັນສ່ວນທີ່ພັດທະນາເປັນດອກເຫັດຕໍ່ໄປ ຫາກມີການເກັບເສັ້ນໄຍໄວ້ດົນຈະປ່ຽນເປັນສີເຫຼືອງ ແລະ ສີນໍ້າຕານ
2. ດອກເຫັດ

ມີທັງແບບດອກດ່ຽວ ແລະ ເປັນກຸ່ມເປັນດອກທີ່ປະກອບດ້ວຍດອກ ແລະ ກ້ານ ໂດຍດອກເຫັດມີລັກສະນະ
ກົມ ຫຼື ເປັນຮູບວີ ຂະໜາດທີ່ພົບທົ່ວໄປມີເສັ້ນຜ່າສູນກາງ 10-12 ຊມ ຫຼື ອາດຈະຫຼາຍກວ່ານັ້ນເມື່ອໃຫຍ່ເຕັມທີ່ຂອບດອກຈະງຸ້ມລົງ, ສີດອກເຂັ້ມຂື້ນ, ສີຜີວທາງເທິງສີແດງ ຫຼື ສີນໍ້າຕານແດງ ຫຼື ສີອື່ນໆຂື້ນຢູ່ກັບສາຍພັນ, ເປັນມັນເງົາ ມີແຂບເປັນວົງບໍ່ສະໝໍ່າສະເໝີ ທາງລຸ່ມດອກເຫັດມີຮູນ້ອຍໆຈຳນວນຫຼາຍລັກສະນະຄ້າຍຮູຟອງນໍ້າ ສີເຫຼືອງນວນ ພາຍໃນຮູເປັນທີ່ເກັບສະປໍ ຊີ້ນເຫັດດ້ານໃນມີສີຂາວ ຫຼື ສີນວນ.
3. ສະປໍ: ໃຊ້ເປັນສ່ວນການສຶບພັນແບບອາໄສເພດທີ່ຖືກສ້າງຂື້ນ ແລະ ເກັບພາຍໃນຮູໃຕ້ດອກເຫັດ ສີນໍ້າຕານ,
ປາຍດ້ານໜຶ່ງຕັດ, ພະນັງໜາມີ 2 ຊັ້ນ ຜີ້ວທາງນອກລຽບສ່ວນທາງໃນມີລັກສະນະຄ້າຍຄືໜາມ, ສ່ວນການສືບພັນແບບບໍ່ອາໄສເພດຄື: ການຫັກຂອງເສັ້ນໄຍແລ້ວເສັ້ນໄຍທີ່ຫັກຈະຈະເລີນຕໍ່ເປັນດອກເຫັດໃໝ່.
4. ກ້ານດອກ: ມີລັກສະນະສັ້ນ ອຽງໄປດ້ານໃດດ້ານໜຶ່ງມີລັກສະນະຄ້າຍຄືຮູບໄຕ ຫຼື ຢູ່ເຄິ່ງກາງ ຫຼື ບາງດອກອາດ
ຈະບໍ່ເຫັນມີກ້ານດອກເລີຍເຮັດໜ້າທີ່ຊູດອກ ແລະ ເປັນທໍ່ລຳລຽງອາຫານໃຫ້ແກ່ດອກເຫັດ, ກ້ານມີສີນໍ້າຕານເຂັ້ມ ຫຼື ສີນໍ້າຕານດຳ ເນື້ອກ້ານມີສີນໍ້າຕານອອ່ນ ຄວາມຍາວປະມານ 2-10 ຊມ
5. ຖານດອກ: ເປັນຈຸລວມຂອງເສັ້ນໄຍທີ່ພັດທະນາມາເປັນກ້ານດອກ ແລະ ດອກເຫັດ ໃນໄລຍະທຳອິດຈະເກີດ
ເປັນຕຸ່ມນ້ອຍໆ ແລະ ຍຶດຕິດກັບທ່ອນໄມ້ ຫຼື ວັດຖຸເພື່ອເປັນຖານໃຫ້ແກ່ດອກເຫັດ
II. ຂັ້ນຕອນ ແລະ ວິທີປະຕິບັດ
1. ອຸປະກອນທີ່ໃຊ້

– ຖົງພລາສຕິກກັນຮ້ອນຂະໜາດ 7 x 13 ຫຼື 61/2 x 12 ນີ້ວ
– ຄໍພລາສຕິກສຳເລັດຮູບຂະໜາດເສັ້ນຜ່າສູນກາງ 1 ນີ້ວ- ສຳລີ ແລະ ເຈ້ຍໜັງສືພິມ
– ຢາງອີປ້ອກຮັດ
– ກະຕຽງເຫຼົ້າ
– ຫົວເຊື້ອເຫັດໃນເມັດເຂົ້າ
– ໂຮງເຮືອນພ້ອມຊັ້ນວາງກ້ອນເຊື້ອ
– ໂຮງເຮືອນເປີດດອກເຫັດ
– ອຸປະກອນໃຫ້ນໍ້າ( ບົວຫົດນໍ້າ, ສາຍຢາງ)
– ໝໍ້ໜຶ້ງ ຫຼື ຟຸ່ຍ
2. ວັດຖຸທີ່ໃຊ້ປະສົມເຮັດກ້ອນເຊື້ອ
– ຂີ້ເລື່ອຍໄມ້ 100 ກິໂລ
– ຮໍາອອ່ນລະອຽດ 1,5 ກິໂລ
– ດີເກືອ 0,2 ກິໂລ

– ນໍ້າ 60 – 65 %
3. ວິທີປະຕິບັດ
1. ການປະສົມວັດຖຸດິບ
ນໍາເອົາຂີ້ເລື່ອຍ ແລະ ວັດຖຸອື່ນໆ ໃຫ້ເຂົ້າກັນດີ, ຫົດນໍ້າລົງໄປໃຫ້ເປັນຝອຍໆ ຄົນຈົນສ່ວນປະສົມທຸກຢ່າງ
ເຂົ້າກັນດີ ແລ້ວຕວດສອບຄວາມຊຸ່ມໃຫ້ໄດ້ປະມານ 60-65 % ໂດຍການໃຊ້ມືກໍາສ່ວນປະສົມຂີ້ເລື່ອຍໃຫ້ແໜ້ນແຕ່ບໍ່ມີນໍ້າໄຫຼຍ້ອຍອອກມາຕາມຫວ່າງມື ແລະ ເມື່ອແບມືອອກກ້ອນຂີ້ເລື່ອຍກໍ່ຍັງຈັບກັນເປັນກ້ອນຢູ່.
2. ການບັນຈຸຂີ້ເລື່ອຍໃສ່ຖົງ

ນໍາເອົາຂີ້ເລື່ອຍທີ່ປະສົມແລ້ວໃສ່ຖົງພລາສຕິກທີ່ຕຽມໄວ້ປະມານ 900 ກຼາມ/ຖົງ ແລ້ວອັດໃຫ້ແໜ້ພໍປະມານ,
ຮວບປາກຖົງເຂົ້າໃສ່ຄໍພລາສຕິກແລ້ວດຶງປາກຖົງພັບລົງຮັດດ້ວຍຢາງປ້ອກເຈາຮູເຄິ່ງກາງໄວ້ໃສ່ຫົວເຊື້ອແລ້ວສວບຝາປິດສຳເລັດຮູບ ຫຼື ໃຊ້ສຳລີອັດ ແລະ ປົກທັບດ້ວຍເຈ້ຍໜັງສືພິມກໍ່ໄດ້
3. ການໜື້ງກ້ອນເຊື້ອ:

ນໍາເອົາຖົງກ້ອນເຊື້ອທີ່ຕຽມສຳເລັດລຽບລ້ອຍແລ້ວໄປໜື້ງໃນຟຸ່ຍປະມານ 2-3 ຊົ່ວໂມງ ນັບຈາກນໍ້າຮ້ອນຈົນ
ຟົດໂດຍສັງເກດຈາກໄອນໍ້າທີ່ຟູ່ຂື້ນຈາກຮູທີ່ເຈາະໄວ້ ຫຼັງຈາກນັ້ນປະໄວ້ໃຫ້ເຢັນ.
4. ການຢອດເຊື້ອເຫັດ ເຄາະກວດຫົວເຊື້ອໃຫ້ເມັດເຂົ້າກະຈາຍອອກກ່ອນຈະນໍາໄປໃຊ້ 1 ຄືນ, ດຶງຈຸກສຳລີແລ້ວ
ລົນປາກແກ້ວດ້ວຍແປວໄຟ, ເທຫົວເຊື້ອລົງໃນຖົງອາຫານປະມານຖົງລະ 20-30 ເມັດເຂົ້າ ແລ້ວອັດໄວ້ຄືເກົ່າ ການຢອດຫົວເຊື້ອຕ້ອງເຮັດຢູ່ບ່ອນທີ່ສະອາດ, ບໍ່ມີລົມພັດ ແລະ ຄວນໝັ່ນລົນປາກແກ້ວຫົວເຊື້ອ.
5. ການບົ່ມກ້ອນເຊື້ອ:

ວາງຖົງທີ່ໃສ່ຫົວເຊື້ອເຫັດແລ້ວວາງເທິງຊັ້ນໃນແນວຕັ້ງ ຫຼື ນອນກໍ່ໄດ້ໃນບ່ອນມືດຈົນເສັ້ນໄຍຈະເລີນເຕັມຖົງ
ໃຊ້ເວລາປະມານ 1-11/2 ເດືອນ.
6. ການເປີດດອກ: ດຶງໄຄຮອບຄໍກວດອອກແລ້ວນໍາກ້ອນເຊື້ອທີ່ເສັ້ນໄຍຈະເລີນເຕັມຖົງໄປວາງໃນໂຮງເຮືອນ
ສຳລັບເປີດດອກໂດຍວາງຊ້ອນກັນ ໃກ້ນໍ້າມື້ລະ 3 ເທື່ອ ໂດຍການຫົດນໍ້າຕາມບໍລິເວັນພື້ນ ແລະ ອອ້ມໆໂຮງເຮືອນ, ໃນໂຮງເຮືອນຕ້ອງມີແສງສະຫວ່າງ ແລະ ອາກາດຖ່າຍເທໄດ້ດີ ດອກເຫັດຈະຄ່ອຍໆ ໃຫຍ່ໃຊ້ເວລາປະມານ 1 ເດືອນ ຫຼື ຫຼາຍກວ່ານັ້ນຂື້ນກັບສະພາບອາກາດຈຶ່ງຈະເຕີບໂຕເຕັມທີ່.
7. ການເກັບດອກ:


ໃຫ້ສັງເກດບໍລິເວັບຂອບຂອງດອກຈະເປັນສີນໍ້າຕານເຊັ່ນດຽວກັນທັງດອກ ແລ້ວປະໄວ້ໄລຍະໜຶ່ງກ່ອນຈຶ່ງເກັບ
ດອກ, ການເກັບຕ້ອງພະຍາຍາມດຶງດອກເຫັດໃຫ້ຫຼຸດອອກມາທັງໝົດໂດຍສະເລ່ຍແລ້ວຜົນຜະລິດປະມານ 50 100 ກຼາມ/ຖົງ.
8. ການເຮັດເຫັດແຫ້ງ: ເມື່ອເກັບດອກສົດມາແລ້ວຕັດສ່ວນປາຍກ້ານອອກໜ້ອຍໜຶ່ງລ້າງດ້ວຍນໍ້າ ຫຼື ບໍ່ລ້າງກໍ່ໄດ້
ຊອຍເປັນຕ່ອນບາງໆ ແລ້ວນໍາໄປຕາກແດດຮ້ອນໆຈັດປະມານ 3 ເທື່ອ ແລ້ວອົບດ້ວຍອຸນຫະພູມ 70 ອົງສາເຊ 1 ຊົ່ວໂມງ ຫຼື ອົບໃນອຸນຫະພູມ 60-70 ອົງສາເຊ ເປັນເວລາ 12-24 ຊົ່ວໂມງ ນໍາມາຕາກໃຫ້ເຢັນແລ້ວເກັບໃສ່ຖົງໃຫ້ແຈບດີ.

ແຫຼ່ງທີ່ມາ: puechkaset.com

ຜູ້ຮຽບຮຽງ: ກົມແກ້ວ ສີບຸນຫວັງ

ໝວດໝູ່: ການປູກພືດ

ແຫຼ່ງຂໍ້ມູນ

ຂໍ້ມູນເພີມຕື່ມ:

ຂໍ້ມູນແນວພັນ:

ວີດີໂອ: 

ຕິດຕໍ່: