ເຕັກນິກການປູກໝາກເລັ່ນ

ເຕັກນິກການປູກໝາກເລັ່ນ

ໝາກເລັ່ນເປັນພືດທີ່ຈະເລີນເຕີບໂຕໃນດິນທົ່ວໄປ ແຕ່ທີ່ເໝາະສົມທີ່ສຸດຄືດິນປົນຊາຍມີອິນຊີວັດຖຸສູງລະບາຍນໍ້າ ແລະ ອາກາດໄດ້ດີ ຖ້າໃນພື້ນທີ່ປຽກຊຸ່ມເກີນໄປຈະເຮັດໃຫ້ຮາກຂາດອົກຊີເຈນ ແລະ ເຮັດໃຫ້ຢຸດການຈະເລີນເຕີບໂຕ ດັ່ງນັ້ນຖ້າມີນໍ້າຂັງຫຼາຍວັນຕ້ອງເລັ່ງລະບາຍນໍ້າອອກ ທີ່ສຳຄັນຄືຕ້ອງບໍ່ປູກຊໍ້າບ່ອນເກົ່າຫຼາຍປີເພາະຈະເກີດການສະສົມຂອງພະຍາດທີ່ຍາກຕໍ່ການປ້ອງກັນ
1. ການກຽມດິ
ໄຖດິນໃຫ້ເລິກປະມານ 30-40 ຊມ ຕາກດິນໄວ້ 7-10 ວັນຄາດດິນໃກ້ແລກລະອຽດຫວ່າປູນຂາວໃນປະລິມານ 100-300 ກິໂລ/ໄລ່ພ້ອມໃສ່ຝຸ່ນໝັກ ຫຼື ຝຸ່ນຄອກໃນປະລິມານ 2,000 ກິໂລ/ໄລ່ ແລະ ປຸ໋ຽສູດ 15-15-15 ໃນປະລິມານ 30 ກິໂລ/ໄລ່ຍໍາໃຫ້ເຂົ້າກັນໃນໜານ ຍົກໜານສູງປະມານ 30 ຊມ ກວ້າງ 100 ຊມ ຫົດນໍ້າ ແລະ ຄຸ້ມດ້ວຍແຜ່ນຢາງ ຫຼື ເຟືອງ ເພື່ອຮັກສາຄວາມຊຸມ ແລະ ປ້ອງກັນວັດສະພືດຄວນກຽມດິນໃຫ້ແລ້ວກ່ອນການປູກ 2-3 ອາທິດ

2. ການກຽມໜານກ້າເບ້ຍ
ການກໜມໜານກ້າເບ້ຍ ຂະໜາດຂອງໜານກວ້າງ 1 ແມັດຄວາມຍາວຂື້ນຢູ່ກັບຂະໜາດຂອງພື້ນທີ່ຄວາມກວ້າງທາງຍາງລະຫວ່າງໜານ 50 ຊມ ປົນດິນດ້ວຍຝຸ່ນຄອກ ແລະ ຊາຍໃນປະລິມານ 3:1 ທເຮັດການກ້ເບ້ຍໂດຍການໂຮຍແກ່ນເປັນແຖວໆຫ່າງກັນ 10 ຊມ ເມື່ອເບ້ຍມີອາຍຸ 25-30 ວັນຫຼືມີໃບແທ້ 2-3 ໃບໃຫ້ຍ້າຍປູກໄດ້ ຫຼັງຍ້າຍເບ້ຍໄປປູກໃໝ່ໆຄວນພາງແສງແດດໃນຊ່ວງບ່າຍເພື່ອຄວາມເກັບຄວາມຊຸ່ມ ຫຼື ຈະໃຊ້ເຟືອງຊ່ວຍປົກກະໄດ້ ໄດ້ເຊັ່ນກັນ ເມື່ອແກ່ນເລີ່ມງອກໃຫ້ເອົາເຟືອງທີ່ປົກນັ້ນອອກເພື່ອໃຫ້ເບ້ຍນັ້ນງອກມາໄດ້ງ່າຍຂື້ນ

3. ການປູກ
ການປູກປູກແບບແຖວຄູ່ໂດຍເຈາະແຜ່ນຢາງຫຼືເຟືອງປົກເປັນຂຸມລະຍະປູກລະຫວ່າງເບ້ຍ 50 ຊມ ລະຫວ່າງແຖວ 70 ຊມ ແລ້ວນໍາເບ້ຍໝາກເລັ່ນທີ່ມີອາຍຸ 30 ວັນຫຼືມີໃບແທ້ໆ 2-3ໃບມາປູກຕາມຂຸມ ຖົມດິນ ແລະ ຫົດນໍ້າລະວັງຢ່າຈັບບໍລິເວນໂຄນເບ້ຍ

4. ການບົວລະບັດ
ການເຮັດຄັ້ງ ຄວນປັກຄັ້ງທຸກຂຸມ ແລະ ເຮັດກ່ອນອອກດອກ ໂດຍໃຊ້ເຊືອກມັດກັບລຳຕົ້ນໃຫ້ຄ່ວຍກັນເປັນເລກ 8 ແລະ ມັດເງືອນກະຕຸກກັບຄັ້ງເພື່ອໃຫ້ຕົ້ນເຕີບໂຕໄດ້ດີ ແລະ ສະດວກຕໍ່ການບົວລະບັດຮັກສາງ່າຍຕໍ່ການເກັບຜົນຜະລິດ ແລະ ຊ່ວຍໃຫ້ເພີ່ມອາຍຸການເກັບຜົນຜະລິດໃຫ້ໄດ້ດົນ
– ການຫົດນໍ້າໃຫ້ຫົດນໍ້າຢ່າງສະໝໍ່າສະເໝີຕັ້ງແຕ່ເລີ່ມປູກຈົນຮອດເກັບຜົນຜະລິດ ຊ່ວງໝາກແກ່ຄວນລຸດການຫົດນໍ້າເພາະເຮັດໃຫ້ໝາກແຕກໄດ້
– ການໃສ່ຝຸ່ນ ຄວນໃສ່ປຸ໋ຍສູດ 13-13-21 ໃນປະລິມານ 100 ກິໂລ/ໄລ່ ໄລຍະທຳອິດຫຼັງຈາກຍ້າຍເບ້ຍມາປູກໄດ້ 7 ວັນ ເທື່ອທີ່ 2 ຫຼັງຈາກໃສ່ຄັ້ງທີ່ 1 ໄດ້ 15 ວັນ ເທື່ອທີ່ 3 ຫຼັງຈາກໃສ່ເທື່ອທີ່ 2 ໄດ້ 20 ວັນ


5. ການປ້ອງກັນກຳຈັດວັດສະພືດ
– ວັດສະພືດໃຊ້ມືຫຼົກເພື່ອກຳຈັດວັດສະພືດລະວັງຢ່າໃຫ້ສະເທືອນເຖີງຮາກ
– ພະຍາດ ພະຍາດໃບແຫ້ງຊີດພົ່ນດ້ວຍໄດເທນເອັມ 45 ຊີດທຸກ 7 ວັນ, ພະຍາດໂຄນເນົ່າຫົດດ້ວຍເທອຮາຄຣອຊຸບເປີເອັດ ແລະ ຫຼົກຕົ້ນທີ່ເປັນພະຍາດຖີ່ມ
– ແມງໄມ້ ແມງຫວີ່ຂາວ ເພ້ຍອ່ອນຊີດພົ່ນດ້ວຍເລນແນທປະລິມານໃນການໃຊ້ເບິ່ງໃນສະລາກກຳນົດ

6. ການເກັບກ່ຽວ
ໝາກເລັ່ນສາມາດເກັບຜົນຜະລິດໄດ້ເມື່ອມີອາຍຸປະມານ 70-90 ວັນນັບຕັ້ງແຕ່ກ້າເບ້ຍ ແລະ ສາມາດເກັບຜົນຜະລິດໄດ້ດົນປະມານ 4-5 ເດືອນ ຜົນຜະລິດປະມານ 4,000-8,000 ກິໂລ/ໄລ່

ຮຽບຮຽງໂດຍ ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ(ໜ້າທີ 66-67)
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/3bk_jqyL_XU” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>