ເຕັກນິກການປູກໝາກບວບ

ເຕັກນິກການປູກໝາກບວບ


ໝາກບວບມີຊື່ວິທະຍາສາດ: Luffa cylindrica (L.) M.Roem. ວົງຕະກຸນCucurbitaceae. ເປັນພັນໄມ້ເຄືອລົ້ມລຸກມີອາຍຸ 1 ປີ. ລຳຕົ້ນເປັນເຄືອ 4 ຫຼ່ຽມ ຫຼື ເປັນເຄືອກົມ ແລະ ມີຮ່ອງເປັນເສັ້ນທາງຍາວ, ເຄືອມີຄວາມຍາວ 7–10 ແມັດ ແລະ ຈະມີມືສຳລັບຍືດເກາະເປັນເສັ້ນຍາວປະມານ 3 ເສັ້ນ. ຕາມລຳຕົ້ນອ່ອນ ແລະ ຍອດອ່ອນມີຂົນອ່ອນນຸ່ມ. ໃບດ່ຽວຈັບກົງກັນຂ້າມກັນ, ຮູບມົນ, ປາຍໃບແຫຼມ, ໂຄນໃບວ້ຳເຂົ້າຫາກັນຄ້າຍຮູບຫົວໃຈ, ແຜ່ນໃບຈະມີຮອຍວ້ຳເຂົ້າ 3–7 ຮອຍ ແລະ ຂອບໃບຈະເປັນແຂ້ວເລື້ອຍ, ໃບມີຂະໜາດກວ້າງ 15–25 ຊັງຕີແມັດ ແລະ ຍາວ 8–25 ຊັງຕີແມັດ, ຫຼັງໃບເປັນສີຂຽວແກ່ສ່ວນພື້ນໃບເປັນສີຂຽວອ່ອນ, ໃບອ່ອນຈະມີຂົນຫຼາຍເມື່ອໃບແກ່. ເສັ້ນໃບໂນນເຫັນໄດ້ຈະແຈ້ງປະມານ 3–7 ເສັ້ນ. ກ້ານໃບນັ້ນມີລັກສະນະເປັນຫຼ່ຽມ ແລະ ມີຂົນອ່ອນນຸ່ມ, ຍາວ 4–9 ຊັງຕີແມັດ. ດອກເພດຜູ້ຈະອອກດອກເປັນຊໍ່ ຍາວ 10–15 ຊັງຕີແມັດ, ມີກ້ານດອກຍາວປະມານ 1–2 ຊັງຕີແມັດ, ກາບດອກຢູ່ໂຄນເຊື່ອມຕິດກັນເປັນທໍ່ສັ້ນໆ, ປາຍແຍກເປັນກີບນ້ອຍໆ 5 ກີບ ແລະ ມີຂົນ, ກີບດອກມີ 5 ກີບ, ເປັນຮູບໄຂ່, ກີບດອກເປັນສີເຫຼືອງ ຫຼື ສີເຫຼືອງອ່ອນ, ຂອບເປັນຄື່ນໆ. ເມື່ອດອກບານເຕັມທີ່ຈະມີຂະໜາດກວ້າງປະມານ 3–5 ຊັງຕີແມັດ ໂດຍກີບດອກຈະມີຂະໜາດກວ້າງປະມານ 1.5 ຊັງຕີແມັດ ແລະ ຍາວປະມານ 2–3 ຊັງຕີແມັດ. ດອກມີເກສອນຜູ້ປະມານ 3 ກ້ານ. ສ່ວນດອກເພດແມ່ມັນຈະອອກດອກເປັນດອກດ່ຽວ ແລະ ບາງຄັ້ງອາດຕິດກັບດອກເພດຜູ້ໃນຊໍ່ດຽວກັນ, ກ້ານດອກຍາວປະມານ 1–7 ຊັງຕີແມັດ, ກີບດອກ ແລະ ກາບດອກຄືກັບດອກເພດຜູ້, ເກສອນຜູ້ປະມານ 3–5 ອັນ. ຖົງລະອອງເກສອນ 2 ຫ້ອງ ແລະ ຈະງໍເປັນລັກສະນະຮູບໂຕເອສ (S) ບໍລິເວນໂຄນກ້ານຂອງເກສອນເພດຜູ້ມີລັກສະນະໂພງອອກ ແລະ ມີຂົນອ່ອນນຸ່ມ, ເຕົ້າໄຂ່ມີລັກສະນະເປັນຮູບຊົງກົມ ແລະ ຈັບຢູ່ລຸ່ມວົງກິບດອກ, ພາຍໃນຮັງໄຂ່ຈະມີຢູ່ປະມານ 3 ຫ້ອງ. ໝາກເປັນຮູບກົມຍາວມີຂະໜາດກວ້າງປະມານ 5–10 ຊັງຕີແມັດ ແລະ ຍາວປະມານ 16–60 ຊັງຕີແມັດ, ປາຍໝາກຈະມີຮອຍຂອງກີບຮອງກີບດອກເຫຼືອຢູ່. ໝາກອ່ອນເປັນສີຂຽວ ແລະ ມີລາຍເປັນສີຂຽວແກ່, ຜີວໝາກດ້ານນອກມີນວນເປັນສີຂາວ.
ໝາກບວບເປັນພືຜັກທີ່ໃຊ້ບໍລິໂພກສ່ວນຂອງໝາກນໍາມາປະກອບອາຫານໄດ້ຫຼາຍຊະນິດປູກງ່າຍໃຫ່ຍໄວI. ພັນທີ່ນິຍົມປູກ
– ພັນພລອຍນິລ 32 ລູກປະສົມ ຜີວສີຂຽວເຂັ້ມ ເສັ້ນຫລຽມສີມ່ວງເຂັ້ມ ທົນທານຕໍ່ການຂຸດຂີດເວລາຂົນສົ່ງ
ໝາກແກ່ຊ້າຍາວປະມານ 45-70 ຊມ ອາຍຸເກັບກ່ຽວ 43 ວັນ ຫຼັງຍ້າຍປູກຫຼືດອກຫຼັງບານ 8 ວັນ.
– ພັນເຮອຣ໌ຄີວລິສ ລູກປະສົມພັນເບົາທົນທານຕໍ່ພະຍາດ ຜີວສີເຫຼືອງອ່ອນຍາວປະມານ 40-45 ຊມ ອາຍຸການເກັບກ່ຽວ 35-40 ວັນ ຫຼັງຍ້າຍປູກ
II. ການກຽມດິນ.
ໄຖດິນໃຫ້ເລີກ 30-40 ຊມ ຕາກດິນໄວ້ 1-2 ອາທິດ ແລ້ວຄາດດິນໃຫ້ລະອຽດຫວ່ານປູນຂາວໃນອັດຕາ 100-300 ກິໂລ/ໄລ່ ໃສ່ຝຸ່ນຄອກຫຼືຝຸ່ນໝັກອັດຕາ 2,000 ກິໂລ/ໄລ່ ປຸ໋ຍສູດ 15-15-15 ອັດຕາ 30-50 ກິໂລ/ໄລ່ຄົນໃຫ້ທົ່ວແລ້ວຍົກໜານໃຫ້ສູງປະມານ 30 ຊມ ກ້ວາງ 120 ຊມ ເມື່ອກຽມໜານແລ້ວຫົດນໍ້າ ແລະ ປົກຫຸ່ມດ້ວຍແຜ່ນຢາງພາລາສະຕິກ.


III. ການກຽມໜານກ້າ.
ກຽມຖາດກ້າ ແລະ ດິນປະສົມ(ດິນທີ່ຮ່ອນແລ້ວ 3 ສ່ວນ ຊາຍຫຼືແກບ 1 ສ່ວນ)ໃສ່ດິນປະສົມລົງໃນຖາດຫົດນໍ້າ ແລະ ຍອດເມັດລົງໃນຂຸມໆລະ 1 ເມັດຫົດນໍ້າ.
IV. ການປູກ.
ລະຍະປູກ ລະຍະຫ່າງລະຫວ່າງຕົ້ນ 75-100 ຊມ .ເຈາະແຜ່ນຢາງຕາມລະຍະປູກ ຂຸດຂຸມບ່ອນທີ່ເຈາະແຜ່ນຢາງ ນໍາເບ້ຍບວບລົງມາປູກຕາມຂຸມເອົາດິນປົກຫົດນໍ້າ.
– ການເຮັດຄັ້ງ
ເມື່ອໝາກບວບມີອາຍຸ 15-20 ວັນໃຫ້ປັກເສົາຫຼັກທຸກໆ 4 ເມັດ 1 ຕົ້ນ ແລ້ວສານຕາໜາງໃຫ້ດຶງເປັັນແນວຕັ້ງສາກກັບໜານໃຊ້ເສືອກມັດເປັນລະຍະກັບເສົາແລ້ວປັກໄມ້ອ້ອມທຸກຂຸມເພື່ອໃຊ້ຍືດຕົ້ນບວບ ແລະ ກັນການກະພືດຂອງລົມ.


V. ການດູແລຮັກສາ
– ການໃຫ້ນໍ້າ ຫົດນໍ້າຢ່າງສະໝໍ່າສະເໝີ ແລະ ພຽງພໍ ວັນລະ 1 ຄັ້ງ.
– ການໃສ່ຝຸ່ນ
ໃສ່ປຸ໋ຍ 13-13-21 ໃນອັດຕາ 30-50 ກິໂລ/ໄລ່ ແບ່ງໃສ່ເມື່ອອາຍຸໄດ້ 7 ວັນ ແລະ 25-30 ວັນ.
VI. ການປ້ອງກັນກຳຈັດສັດຕູພືດ
ວັດສະພືດ ກຳຈັດວັດສະພືດທຸກຄັ້ງທີ່ມີການໃສ່ປຸ໋ຍຫຼືເມື່ອເກີດວັດສະພືດຂື້ນ
ພະຍາດ ພະຍາດຣາແປ້ງໂດຍການຊີດພົ່ນສານເຄມີປ້ອງກັນກຳຈັດເຊື້ອຣາ
ແມງໄມ້ ແມງເຕົ່າທອງໂດຍການຊີດພົ່ນສານເຄມີປ້ອງກັນກຳຈັດແມງໄມ້ ເຊັ່ນ ເຊພວິນ 85
VII. ການເກັບກ່ຽວ
ອາຍຸການເກັບກ່ຽວປະມານ 45-60 ວັນຫຼັງຈາກຍອດແກ່ນ ຜົນຜະລິດປະມານ 3,000-5,000 ກິໂລ/ໄລ່


ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=5585&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/OSmpOpKQgLc” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>