ເຕັກນິກການລ້ຽງສັດປີກ

ເຕັກນິກການລ້ຽງດ້ວງໝາກພ້າວໃນຊາມ

1. ວັດຖຸອຸປະກອນ ແລະ ສ່ວນປະສົມໃນການກຽມອາ ຫານສຳຫຼັບລ້ຽງດ້ວງ - ອາຫານໝູໂປຼຕິນ 16% 3 ຂີດ. - ມັນຕົ້ນບົດ 1 ກິໂລກຼາມ (ຫາກໃຊ້ມັນ 5 ນາທີສາມາດ ໃຊ້ໄດ້ເລີຍແຕ່ຖ້າເປັນມັນສົດຕ້ອງແຊ່ນໍ້າ 3 ວັນ ແລ້ວນຳມາ ບົດ ຫຼື ຟັກກ່ອນຈື່ງຈະໃຊ້ໄດ້). - ຕົ້ນອ້ອຍສັບ ຫຼື ເປືອກໝາກພ້າວອ່ອນສັບ 2 ກິໂລກຼາມ ...
Read More

ເຕັກນິກການຟັກໄຂ່ (ໄກ່, ເປັດ)

1. ຂັ້ນຕອນວິທີການຟັກໄຂ່ໄກ່, ເປັດເທບ 1.1 ອຸນຫະພູມ (Temperrature c) ປັດໄຈສຳຄັນທີ່ສຸດໃນການຟັກໄຂ່ ເພາະວ່າໃນເວລາມີຄວາມຮ້ອນຈະເຮັດໃຫ້ໜ່ວຍໄຂ່ມີການຂະຫຍາຍຕົວ ອຸນຫະພູມໃນຊ່ວງທຳອິດຕ້ອງສູງກວ່າຊ່ວງປົກກະຕິ ຈະຊ່ວຍໃຫ້ຕົ້ນອ່ອນຂະຫຍາຍຕົວໄວໄຂ່ຂາວຈະເຊື່ອມເຂົ້າຫາໄຂ່ແດງໄວຂື້ນ. ໃນໄລຍະຟັກໄຂ່ນັ້ນ ສ່ວນຫົວຂອງໄຂ່ຕ້ອງໃຫ້ຖືກຄວາມຮ້ອນ(ດູດຊືມຄວາມຮ້ອນ) ດັ່ງນັ້ນ, ຄວາມຮ້ອນສູງໃນໄລຍະທຳອິດມີຜົນດີຕໍ່ການຂະຫຍາຍຕົວຂອງອະໄວຍະວະຂອງຕົວອ່ອນ. ການຟັກໄຂ່ໃນຊ່ວງກາງ(ໄລຍະກາງ) ເຊິ່ງໄຂ່ເລີ່ມລະບາຍຄວາມຮ້ອນອອກ ດັ່ງນັ້ນ, ບໍ່ຄວນໃຊ້ຄວາມຮ້ອນສູງ(ລຸດອຸນຫະພູມລົງ) ເພື່ອເຮັດໃຫ້ໄຂ່ລະບາຍຄວາມຮ້ອນໄດ້ດີ. ໄລຍະທ້າຍກໍ່ຫຼຸດຄວາມຮ້ອນລົງ ບໍ່ຄວນເພີ່ມຄວາມຮ້ອນແຕ່ບໍ່ໃຫ້ຂາດຄວາມຮ້ອນຈະເຮັດໃຫ້ຂະບວນການເຕີບໂຕຂອງຕົວອ່ອນບໍ່ຂະຫຍາຍຕົວ ການນຳໃຊ້ອຸນຫະພູມໃຫ້ຕູ້ຟັກໄຂ່ໄກ່,ເປັດມີດັ່ງລຸ່ມນີ້ ຈຳນວນມື້ອົບ ອຸນຫະພູມຕູ້ຟັກທັນສະໄໝ ອຸນຫະພູມຕູ້ຟັກທຳມະດາ 1-10 ມື້ 38,3-38 38,5-38,3 ...
Read More

ເຕັກນິກການລ້ຽງໄກ່ເຫຼືອງ

ໄກ່ເຫລືອງ,ເປັນພັນທີ່ລ້ຽງງ່າຍ,ໃຫຍ່ໄວ,ເໝາະສົມກັບສະພາບດິນຟ້າອາກາດຂອງບ້ານເຮົາ.ຈຸດພິເສດຂອງໄກ່ເຫລືອງໃຫ້ໄຂ່ ຫລາຍກ່ວາໄກ່ລາດ, ສາມາດໃຫ້ໄຂ່ປະມານ 150 ໜ່ວຍຕໍ່ປີ. 1. ການເລືອກສະຖານທີ່: ຕ້ອງເປັນບ່ອນຫ່າງໄກຈາກຊຸມຊົນ, ເປັນບ່ອນດິນໂນນນໍ້າບໍ່ຖ້ວມ,ສາມາດລະບາຍນໍ້າໄດ້ດີ, ມີຕົ້ນໄມ້ບັງແດດໃນຕອນທ່ຽງ,ມີເດີ່ນຫຍ້າໃຫ້ໄກ່ໄດ້ຫາກິນ, ເປັນບ່ອນທີ່ມີອາກາດປອດໂປ່ງບໍ່ເຄີຍເກີດພະຍາດມາກ່ອນ. 2. ກາສ້າງຄອກໄກ່: ຫຼັງຄາອາດມຸງດ້ວຍຫຍ້າຄາ, ສັງກະສີຫລື ຝ້າຫລັງຄາສູງຢ່າງໜ້ອຍ 1,80 ແມັດ, ພື້ນຄອກຄວນເອົາຂີ້ແກບ, ຂີ້ເລື້ອຍ ມາໃສ່ໃຫ້ໜາປະມານ 5 ຊັງຕີແມັດ ເພື່ອດູດຊື່ມນໍ້າຈາກຂີ້ໄກ່ເຮັດໃຫ້ພື້ຄອກແຫ້ງສະອາດດີປ້ອງກັນພະຍາດ. 3. ການຄັດເລອກພໍ່ແມ່ພັນ: ການຄັດເລືອກໄກ່ເຮັດເປັນພໍ່ແມ່ພັນຕ້ອງເລືອກຈາກພໍ່ແມ່ນພັນທີ່ມີລັກສະນະຄຸນສົມບັດຄື:  ເລີ່ມໄຂ່ໄວ(ອາຍຸ 23 ...
Read More

ການລ້ຽງໄກ່ງວງ

1. ການລ້ຽງໄກ່ງວງ. ການລ້ຽງໄກ່ງວງ ປະຈຸບັນໄດ້ຮັບຄວາມນິຍົມແພ່ຫຼາຍໄປທົ່ວທຸກໆທະວີບໃນໂລກ ຊື່ງຈະມີການລ້ຽງທັ້ງໃນຮູບອຸດສາຫະກຳກະສິກຳການລ້ຽງຂະໝາດໃຫ່ຍ ແລະ ການລ້ຽງແບບ ປວ່ຍຫຼັງບ້ານ ນອກຈາກນີ້ຍັງມີການບໍລິໂພກຊີ້ນໄກ່ງວງ ເຊັ່ນດຽວກັບຊີ້ນໄກ່ ແລ້ວຍັງກ່ຽວຂ້ອງກັບວັດທະນາທໍາ ຫຼື ປະເພນີໃນການບໍລິໂພກໄກ່ງວງໃນໄລຍະລະດູການ ວັນຄຣິດສະມາດ ແລະ ວັນສໍາຄັນຕ່າງໆ ຈັ່ງເຮັດໃຫ້ໄກ່ງວງມີລາຄາທີ່ສູງ. 2. ການລ້ຽງໄກ່ງວງ. 1.1. ລັກສະນະຂອງເຮືອນ. 1. ໂຄງສ້າງທີ່ແຂງແຮງ 2. ມີຂະໝາດເໝາະສົມກັບຈໍານວນໄກ້ງວງທີ່ລ້ຽງໂດຍໃຊ້ພື້ນທີ່ສໍາລັບລ້ຽງໄກ່ງວງໃນໄລຍະໃຫ້ຜົນຜະລິດໄກ່ງວງ 1 ໂຕ 3. ມີວັດສະດຸຮອງພື້ນທີ່ສະອາດ ...
Read More

ເຕັກນິກ ການລ້ຽງນົກກະທາ

I.ຂັ້ນຕອນ ແລະ ວິທີການລ້ຽງ 1. ພັນນົກທີ່ລ້ຽງ ເພື່ອຄວາມສະດວກແມ່ນສາມາດຊື້ເອົາລູກນົກ ທີ່ເພິ່ນເບະລູກຂາຍຈາກຟາມທີ່ມີອາຍຸ 18 ມື້ມາລ້ຽງ ຫຼື ວ່າຈະນຳເອົາໄຂ່ນົກກະທາທີ່ມີເຊື້ອມາຝັກເອງ ແຕ່ສ່ວນຫຼາຍວິທີນີ້ບໍ່ຄ່ອຍມີໃຜນຳມາປະຕິບັດພໍປານໃດ. 2. ການສ້າງຄອກ ການລ້ຽງນົກກະທາສາມາດລ້ຽງໄດ້ ໂດຍການສ້າງຄອກແບບຍົກພື້ນໃຫ້ສູງຈາກໜ້າດິນປະມານ 1 ມ ຂື້ນໄປເພື່ອປ້ອງກັນສັດມາທຳຮ້າຍ ແລະ ພື້ນຄອກປູດ້ວຍແກບ ຫຼື ເປືອກເຂົ້າ ແລະ ອາດຈະໃຊ້ເປົາປ່ານປູຮອງພື້ນເພື່ອຊ່ວຍບໍ່ໃຫ້ຂານົກລອດກົງ. - ຂະໜາດຂອງຄອກຂື້ນຢູ່ກັບຂະໜາດຂອງລູກນົກ ໂດຍທົ່ວໄປຈະໃຊ້ຂະໜາດກ້ວາງ ...
Read More

ການລ້ຽງຕັກກະແຕນ

I. ລັກສະນະທົ່ວໄປ ຕັກກະແຕນເປັນແມງໄມ້ຊະນິດໜຶ່ງ ທີ່ມີປາກແບບກັດກິນຕັ້ງແຕ່ໄລຍະໂຕອອ່ນຈົນເຖິງໂຕແກ່, ມີຕາໃຫຍ່, ມີໜວດເປັນແບບເສັ້ນດ້າຍ, ມີປີກຄູ່ໜ້າຄືໜັງ ແລະ ປີກຄູ່ຫຼັງບາງໃສ, ຢູ່ໃຕ້ປີກຄູ່ໜ້າມີ 2 ຄູ່ ແລະ ຄູ່ຂາຫຼັງໄວ້ໂດດ, ສ່ວນການຈະເລີນເຕີບໂຕແມ່ນຈະປ່ຽນແປງໄປເທື່ອລະໜ້ອຍ, ໂຕອອ່ນຈະບໍ່ມີປີກ ແລະ ຈະລອກຄາບ ຫຼື ຈະເລີນເຕີບໂຕຈົນເຕັມໄວເມື່ອມີການລອກຄາບເທື່ອສຸດທ້າຍ, ສ່ວນການວາງໄຂ່ແມ່ນມີລັກສະນະແຕກຕ່າງກັນໄປ ມີທັງແບບດ່ຽວ ແລະ ແບບກຸ່ມທີ່ສາມາດວາງໄດ້ທັງໃນດິນ ແລະ ໃບພືດ. II. ຂັ້ນຕອນການລ້ຽງຕັກກະແຕນ 1 ...
Read More

ວິທີ ການລ້ຽງປາຮ່ວມກັບການລ້ຽງໄກ່ພັນຊີ້ນ

ສະພາບລວມ: ປະຊາຊົນຢູ່ຕາມຊານເມືອງ ແລະ ຊົນນະບົດມີຄວາມສາມາດໃນການລ້ຽງປາແບບປະສົມປະສານກັບການລ້ຽງສັດ ແລະ ປູກຝັງ ຢູ່ຕາມໜອງທຳມະຊາດທີ່ມີຢູ່ແລ້ວ ແລະ ໜອງທີ່ສ້າງຂື້ນເອງ, ສັດທີ່ນິຍົມລ້ຽງຮ່ວມກັບປາສ່ວນຫຼາຍຈະແມ່ນ: ໄກ່ພັນຊີ້ນ, ໄກ່ພັນໄຂ່, ເປັດ ແລະ ໝູພັນ. ອາຫານທີ່ນຳມາໃຊ້ໃນການລ້ຽງປາຈະມີ ຮຳ, ເຂົ້າປຽນ, ສາລີ, ມັນຕົ້ນ ແລະ ຜັກຊະນິດຕ່າງໆ ທີ່ຫາໄດ້ງ່າຍຕາມທ້ອງຖິ່ນ ແລະ ມີລາຄາຖືກ. I. ພັນສັດ 1. ໄກ່ພັນຊີ້ນ ແນວພັນໄກ່ທີ່ນຳມາລ້ຽງແມ່ນສາມາດຊື້ໄດ້ຈາກຟາມ, ...
Read More

ການລ້ຽງເຜິ້ງ

(ເປັນການອານຸຮັກທຳມະຊາດ ແລະ ປົກປັກຣັກສາສະພາບແວດລ້ອມປ່າສະຫງວນ) 1. ຂັ້ນຕອນການປະຕິບັດ. ຕ້ອງໄດ້ມີການກະກຽມສະຖານທີ່ໆຈະລ້ຽງເຜິ້ງ. - ຄວນຕັ້ງໄວ້ໃນສະຖານທີ່ມີດອກໄມ້ທຳມະຊາດ ຫຼື ປູກຕົ້ນໄມ້ທີ່ມີດອກທີ່ເຜິ້ງມັກ. ບໍ່ໃຫ້ໄກໃນຂອບເຂດ 700-1200 ແມັດ - ບໍ່ຕັ້ງໃກ້ກັບບ່ອນລ້ຽງເຜິ້ງຂອງຄົນອື່ນ - ບໍ່ຕັ້ງໃກ້ສາງຢາຂ້າແມງໄມ້ - ບໍ່ໃຫ້ຕັ້ງໄວ້ບ່ອນທີ່ມີນ້ຳຖ້ວມໃນຍາມຝົນ - ຕັ້ງໄວ້ບ່ອນຮົ່ມເຢັນດີ ແຕ່ບໍ່ໃຫ້ຖືກລົມພັດແຮງ - ມີການວາງແຜນລະດູການທີ່ເໝາະສົມໃນການລ້ຽງເຜິ້ງ ຫຼື ເວລາຍ້າຍເຜິ້ງມາລ້ຽງໃຫ້ຖືກຕາມລະດູການຂອງມັນ - ຄວນນັ້ງໂກນເຜິ້ງຫ່າງກັນ 2 ແມັດ, ...
Read More

ການລ້ຽງເປັດພັນພື້ນເມືອງໃນນາເຂົ້າ

ການລ້ຽງເປັດພັນພື້ນເມືອງໃນນາເຂົ້າເປັນການໃຊ້ພື້ນທີ່ດຽວກັນ ແມ່ນມີຜົນດີຫຼາຍຢ່າງຄື: ເປັດສາມາດໃຫ້ຝຸ່ນແກ່ຕົ້ນເຂົ້າ, ຫຼຸດຜ່ອນການໃຫ້ອາຫານເປັດ, ປະຢັດລາຍຈ່າຍເພີ່ມລາຍຮັບໃຫ້ຫຼາຍຂຶ້ນ, ການລ້ຽງເປັດໃນນາເຂົ້າບໍ່ແມ່ນເຕັກນິກອັນໃໝ່ບາງທ່ານກໍ່ເຄີຍ ລ້ຽງມາກ່ອນແລ້ວແຕ່ວິທີການເຮັດຍັງບໍ່ທັນເໝາະສົມ ດັ່ງນັ້ນຈຶ່ງຂໍແນະນຳບາງຂັ້ນຕອນ ຄື: 1. ການກະກຽມ. • ນາຕ້ອງມີນ້ຳ, ໄຖ, ຄາດ, ປັກດຳ ໄປຕາມຂັ້ນຕອນ. • ຄວນປັກດຳເຂົ້ານາປີກ່ອນ • ເປັດນ້ອຍຕ້ອງມີອາຍຸປະມານ 20 ວັນ ແລະ ມີສຸຂະພາບແຂງແຮງດີ ເພື່ອປ່ອຍລົງນາທີ່ດຳໄດ້ 15 ວັນ ຂຶ້ນໄປ. 2 ...
Read More

ການລ້ຽງເປັດເທບ

ການລ້ຽງເປັດເທບ ເປັດເທບຈັດເປັນປະເພດພັນຊິ້ນ ລ້ຽງງາຍໃຫ່ຍໄວ ແລະ ສາມາດຝັກໄຂເອງລັກສະນະຂອງເປັດເທບຄື ຫົວ ແລະ ໜ້າບາງ ມີສີແດງ ລຳໂຕກວ້າງເປັດໂຕຜູ້ມີຂະໜາດໃຫ່ຍກວ່າເປັດໂຕແມ່ສອງເທົ່ານໍ້າໜັກມາດຕະຖານເປັດໂຕຜູ້ 4,5-6,5 ກິໂລ ແລະ ໂຕແມ່ 2,2-3,1 ກິໂລ ເປັດເທບຈະຮ້ອງສຽງແຫບໆ ເປັນເປັດໝຸ່ມສາວເມື່ອອາຍຸ 16 ອາທິດ ນອກນັ້ນເປັດເທບຍັງບີນເກັ່ງກວ່າເປັດທຳມະດາ I. ຂໍ້ດີຂອງການລ້ຽງເປັດເທບ 1. ເປັດເທບລ້ຽງງ່າຍໃຫ່ຍໄວ ສາມາດໃຊ້ເສດອາຫານ ຜັກ ວັດສະພືດ ແລະ ເມັດພັນພືດທີ່ໄດ້ຈາກການໄຖນາ ...
Read More