ເຕັກນິກການປູກໄມ້ໃຫ້ໝາກ

ເຕັກນິກການປູກໝາກຂາມຫວານໃນເຂດແຫ້ງແລ້ງ ແລະ ນໍ້າຖ້ວມ

ໝາກຂາມຫວານເປັນພືດທີ່ມີຄວາມທົນທານ ສາມາດປູກໄດ້ໃນພື້ນທີ່ແຫ້ງແລ້ງ, ບໍ່ວ່າຈະເປັນດິນໜຽວ, ດິນຕົມແກມຊາຍ, ດິນມີຫີນໜາມໜໍ່(ດິນຫີນແຮ່) ເຂດທີ່ເໝາະສົມແມ່ນເຂດເຄິ່ງແຫ້ງແລ້ງ. ຕົ້ນໝາກຂາມເປັນໄມ້ຢືນຕົ້ນ, ສູງ 15-30 ແມັດ, ຮົ່ມຕົ້ນກວ້າງ, ໃບປະສົມ ຫຼື ປະສົມຂົນໄກ່ຄູ່, ຍາວປະມານ 8-10 ຊມ, ປະກອບດ້ວຍ 10-20 ຄູ່, ໃບຂອບຂະໜານ, ສອງສົ້ນກົມ, ຍາວປະມານ 20 ມິນລີແມັດ, ກວ້າງປະມານ 2 ມມ, ດອກເປັນສີຂາວຈາງມີຈໍ້າແດງ, ເປັນຈູ້ມດຽວຢູ່ຫວ່າງໃບ ...
Read More

ການຂະຫຍາຍພັນໝາກມ່ວງດ້ວຍວິທີທາບງ່າ

ການທາບງ່າ ເປັນວິທີທີ່ນິຍົມກັນຫຼາຍໃນປະຈຸບັນ ເພາະວ່າການກ້າແກ່ນຈະເຮັດໃຫ້ມີການກາຍພັນໄດ້ງ່າຍ ດັ່ງນັ້ນວິທີນີ້ຈຶ່ງເປັນວິທີທີ່ເໝາະສົມທີ່ສຸດສຳລັບໝາກມ່ວງ. ການທາບງ່າຕົ້ນທີ່ໄດ້ຕາມສາຍພັນ ແລະ ຍັງມີຮາກແກ້ວທີ່ແຂງແຮງເຊັ່ງດຽວກັບການປູກດ້ວຍແກ່ນ ຕົ້ນພັນທີ່ໄດ້ຈາກການທາບງ່າກໍ່ຈະໃຫ້ຜົນຜະລິດໄວກວ່າການປູກດ້ວຍແກ່ນ. 1. ການກຽມຕົ້ນຕໍກ່ອນການທາບງ່າ • ຕົ້ນຕໍທີ່ນໍາມາທາບ ໄດ້ຈາກການກ້າແກ່ນໝາກມ່ວງແກ້ວ. • ອາຍຸຕົ້ນຕໍແມ່ນ 9 ເດືອນ ຫາ 1 ປີ ຂະໜາດຂອງລໍາຕົ້ນເທົ່າກັບສໍດໍາ, ມີສີຂຽວປົນສີ໌ນໍ້າຕານ • ຕົ້ນຕໍທີ່ຊື່ີດີ, ແຂງແຮງປັດສະຈາກພະຍາດ ແລະ ແມງໄມ້ທໍາລາຍ, ບໍ່ມີບາດແຜ. • ຕັດແຕ່ງຮາກຝອຍອອກພຽງເຫຼັກນ້ອຍ ...
Read More

ເຕັກນິກການປູກໝາກຂຽບ

ເຕັກນິກການປູກໝາກຂຽບ
  1. ລັກສະນະທົ່ວໄປ. ໝາກຂຽບເປັນຫມາກໄມ້ທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ແລະ ນິຍົມປູກໃນເຂດອາກາດຮ້ອນອົບອຸ່ນ ພ້ອມທັງມີລົດຊາດພໍດີກິນ ນິຍົມບໍລິໂພກທົ່ວໄປທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເຫມາະສົມຢ່າງຍິ່ງທີ່ຊາວສວນຈະຫັນມາປູກເພື່ອເປັນສິນຄ້າ, ເພາະວ່າໃນປະຈຸບັນ ການປູກຫມາກໄມ້ເປັນສິນຄ້າຢູ່ພາຍໃນປະເທດເຮົາຍັງຖືວ່າຫນ້ອຍຢູ່ເມືອທຽບກັບຕ່າງປະເທດ. ສະນັ້ນ ປະຈຸບັນກຳລັງກ້າວເຂົ້າສູ່ລະດູຝົນເຊິ່ງເປັນໂອກາດດີ ໃຫ້ກັບຜູ້ທີ່ກຳລັງສົນໃຈຢາກລົງທຶນໃນ ຂະແຫນງກະສິກຳເພື່ອເຮັດການຜະລິດເປັນສິນຄ້າ ແລະ ຫມາກຂຽບກໍ່ເປັນຫມາກໄມ້ຊະນິດຫນຶ່ງທີ່ນິຍົມບໍລິໂພກ ແລະ ປູກເປັນສິນຄ້າໄດ້ ທີ່ສຳຄັນ ແມ່ນເພື່ອຫລຸດການນຳເຂົ້າຈາກຕ່າງປະເທດນຳອີກ.
  2.  ວິທີປູກ. ວິທີປູກແມ່ນສາມາດປະຕິບັດໄດ້ງ່າຍໆຄື: ຄວນຂຸດຂຸມປູກໃຫ້ມີຂະຫນາດກວ້າງ, ຍາວ ແລະ ເລິກປະມານ ...
    Read More

ເຕັກນິກການປູກຫມາກເຍົາ

ເຕັກນິກການປູກຫມາກເຍົາ ໝາກເຍົາ ( Physic nut or Purging nut ). ຫມາກເຍົາມີຊື່ວິທະຍາສາດ jatropha curcas linn. ເປັນພືດທີ່ນຳເຂົ້າມາຈາກປະເທດໄທປາຍກຸງສີອາຍຸດທະຍາ ໂດຍຊາວປັອກຕຸຍການເພື່ອຜະລິດເມັດນຳໄປອັດບີບ ນ້ຳມັນເຮັດສະບູ ແລະ ໃຊ້ຈູດໄຟໃຫ້ມີແສງສະຫວ່າງ ໃນເວລາກາງຄືນ, ຫມາກເຍົາເປັນພືຢືນຕົ້ນຕະກູນຢາງພາລາອາຍຸຍືນປະມານ 50 ປີ, ຄວາມສູງປະມານ 2-7 ແມັດ ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ ແລະ ຈະເລີນເຕີບໂຕໄດ້ດີໃນທຸກສະພາບແວດລ້ອມ ຍົກເວັ້ນໃນບໍລິເວນທີ່ມີນ້ຳຂັງ ຫມາກເຍົາມີຊື່ແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນເຊັ່ນ: ...
Read More

ເຕັກນິກການປູກໝາກມັງກອນ

  1. ລັກສະນະທົ່ວໄປ. ຕົ້ນໝາກມັງກອນສາມາດ ປູກໄດ້ໃນທຸກສະພາບດິນເຊັ່ນ: ດິນປົນຊາຍ, ດິນໝຽວ, ດິນເຮື້ອ ສໍາລັບດິນໝຽວ ແລະ ດິນເຮື້ອ ຈໍາເປັນຕ້ອງມີການປັບໝ້າດິນດວ້ຍການໃສ່ຝຸ່ນຄອກ ແລະ ແກບດໍາ, ພອ້ມນັ້ນ ຕົ້ນມັງກອນເປັນຕົ້ນໄມ້ທີ່ມັກອາໃສຢູ່ໃນດິນປອດໂປ່ງ, ບໍ່ແອອັດຈົນເກີນໄປ ແລະ ສາມາດລະບາຍນໍ້າໄດ້ດີ. ຍອ້ນວ່າໝາກມັງກອນເປັນພືດຕະກຸນດຽວກັບຕົ້ນກະບອງເພັດ, ຈິ່ງເປັນພືດທີ່ມັກອາການຮອ້ນ ແລະ ແດດກ້າ, ການປູກໝາກມັງກອນນັ້ນຈິ່ງຄວນກຽມພື້ນທີ່ໃຫ້ຢູ່ໃນບໍລິເວນ ກາງເຈ້ງບໍ່ມີຮົ່ມເງົາຈາກຕົ້ນໄມ້ອື່ນມາບັງ, ຫມາກມັງກອນຈະສາມາດຈະເລີ່ນເຕີບໂຕ ແລະ ອອກດອກ, ອອກຫມາກໄດ້ຢ່າງດີ.
  2. ວິທີປູກ ...
    Read More

ເຕັກນິກການປູກໝາກກ້ຽງ

ຜົນຜະລິດໝາກກ້ຽງ ແລະ ຄຸນຄ່າທາງອາຫານຂອງໝາກກ້ຽງ • ໝາກກ້ຽງເປັນຕົ້ນໄມ້ໃຫ້ໝາກຢືນຕົ້ນທີ່ມີຊົງພຸ່ມຂະໜາດນ້ອຍປະມານ 3-4 ແມັດເປັນພືດໃບລ້ຽງຄູ່. • ສາມາດໃຫ້ຜົນຜະລິດ 1 ຄັ້ງຕໍ່ປີ ຜົນຜະລິດສະເລ່ຍຕໍ່ຕົ້ນປະມານ 50-80 ກິໂລຕໍ່ຕົ້ນຕໍ່ປີ • ພື້ນທີ່ສວນປູກໝາກກ້ຽງສ່ວນໃຫຍ່ຢູ່ທາງພາກກາງ ແລະ ພາກເໜືອຂອງ ສປປ ລາວໄດ້ແກ່: ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງໄຊສົມບູນ, ແຂວງຊຽງຂວງ • ໝາກກ້ຽງມີລົດຊາດສົ້ມ, ສົ້ມຫວານ ແລະ ມີກິນຫອມ ເມື່ອສຸກແກ່ເຕັມທີ່ໝາກຈະມີສີເຫຼືອງ ...
Read More

ເຕັກນິກການຂະຫຍາຍພັນໝາກມ່ວງແບບປ່ຽນຍອດ

ການຂະຫຍາຍພັນໝາກມ່ວງກໍ່ຄືການເພີ່ມຈຳນວນເບ້ຍແນວພັນໝາກມ່ວງ ໃຫ້ມີຈໍານວນຫຼາຍຂື້ນ ເພື່ອຕອບສະໜອງໃຫ້ແກ່ການສ້າງສວນໝາກມ່ວງ ຫຼື ການປູກຕົ້ນໝາກມ່ວງ ແລະ ນໍາມາຊຶ່ງຜົນຜະລິດໝາກມ່ວງອັນເປັນທີ່ນິຍົມທີ່ເປັນປະໂຫຍດໃນການດຳລົງຊີວິດເປັນອາຫານການກິນຂອງຄົນເຮົາ. ໂດຍທຳມະຊາດແລ້ວການຂະຫຍາຍພັນໝາກມ່ວງ ສາມາດຂະຫຍາຍພັນໄດ້ດ້ວຍແກ່ນຂອງໝາກມ່ວງເອງຊຶ່ງເປັນວັດທະຈັກຂອງສິ່ງທີ່ມີຊີວິດເພື່ອບໍ່ໃຫ້ມີການສູນເສຍພັນ ແຕ່ໃນປະຈຸບັນຄວາມກ້າວໜ້າທາງດ້ານເຕັກໂນໂລຊີໄດ້ເຂົ້າມາມີບົດບາດໃນທຸກໆຂົງເຂດວຽກງານເວົ້າລວມ ເວົ້າສະເພາະວຽກງານການຂະຫຍາຍພັນພືດໄມ້ກິນໝາກ, ໝາກມ່ວງ ຊຶ່ງໄດ້ປະສົບຜົນສໍາເລັດໃນການຄົ້ນຄິດຊອກຫາວິທີການຂະຫຍາຍພັນໃນຫຼາຍເຕັກນິກເປັນຕົ້ນ: ເຕັກນິກການທາບງ່າມ່ວງ, ເຕັກນິກການຕິດຕາ ແລະ ເຕັກນິກການການປ່ຽນຍອດ. ເຕັກນິກການປ່ຽນຍອດໝາກມ່ວງແບບສຽບຂ້າງ ເປັນອີກທາງເລືອກໜື່ງທີ່ຈະສາມາດຊ່ວຍຊາວກະສິກອນ, ຜູ້ທີ່ມີຄວາມສົນໃຈຮັກມັກໃນການປູກຕົ້ນມ່ວງ ແລະ ຜູ້ປະກອບການຂາຍເບ້ຍໝາກມ່ວງ ເພາະຂັ້ນຕອນໃນການຈັດຕັ້ງປະຕິບັດການປ່ຽນຍອດໝາກມ່ວງແບບສຽບຂ້າງເປັນວິທີການທີ່ບໍ່ຫຍຸ້ງຍາກ, ບໍ່ມີການນໍາໃຊ້ອຸປະກອນທີ່ມີຄວາມທັນສະໃໝ່ສູງ ຂໍພຽງຜູ້ຈັດຕັ້ງປະຕິບັດມີການຝຶກຝົນຕົນເອງໃຫ້ມີຄວາມຊໍານານໃນການປາດປາກບາດຂອງຕົ້ນຕໍ ແລະ ຍອດພັນດີ, ຮູ້ວິທີການກຽມຍອດພັນດີ ແລະ ກໍາໄດ້ລະດູການພຽງເທົ່ານີ້ກໍ່ສາມາດປະສົບຜົນສໍາເລັດແລ້ວ ...
Read More

ວິທີການກຳຈັດແມ້ງໄມ້ ແລະ ເຊື້ອລາໃນພືດຜັກສວນຄົວ ແລະ ໝາກໄມ້ໂດຍບໍ່ໃຊ້ສານເຄມີ

        ແມງໄມ້ກໍ່ເປັນສ່ວນໜຶ່ງທີ່ເຮັດໃຫ້ພືດຜັກສວນຄົວ ແລະ ໝາກໄມ້ເກີດຄວາມເສຍຫາຍຖ້າຈະໃຊ້ສານເຄມີ ຫຼື ຢາຂ້າແມງໄມ້ກໍ່ອາດຈະເປັນສານຕົກຄ້າງ ແລະ ເປັນອັນຕະລາຍຕໍ່ຮ່າງກາຍ ດັ່ງນັ້ນຈຶ່ງໄດ້ມີການຄິດຄົ້ນສູດທີ່ຊ່ວຍໃນການກຳຈັດແມງໄມ້ ແລະ ເຊື້ອລາໂດຍບໍ່ຕ້ອງໃຊ້ສານເຄມີທີ່ເປັນອັນຕະລາຍອີກຕໍ່ໄປ. I. ສູດທີ່1: ສູດນ້ຳສະກັດໄລ່ແມງໄມ້ ແລະ ປ້ອງກັນເຊື້ອລາ 1. ວັດຖຸ ແລະ ອຸປະກອນ 1. ໃບກະເດົາແກ່ ຫຼື ແກ່ນ 2. ໃບໝາກຂຽບ 3 ...
Read More

ວິທີເຮັດສວນປູກໝາກພ້າວອ່ອນ

ໃນທຸກໆສ່ວນຂອງໝາກພ້າວແມ່ນມີປະໂຫຍດ ເລີ່ມແຕ່ຮາກຈົນເຖິງຍອດຂອງໝາກພ້າວ ໝາກພ້າວຫອມ ແມ່ນອີກພັນໜຶ່ງທີ່ນິຍົມປູກກັນຫຼາຍເພາະມີຄຸນລັກສະນະພິເສດຄື: ມີນໍ້າທີ່ຫອມຖືກໃຈ ແລະ ເນື້ອໝາກພ້າວກໍ່ມີລົດຊາດທີ່ຫວານກົມກ່ອມ ມີກິ່ນຫອມຖືກໃຈຫຼາຍໆຄົນ. I. ສະພາບແວດລ້ອມ ໃນການເຮັດສວນປູກໝາກພ້າວປັດໃຈໜຶ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດກໍ່ຄືສະພາບແວດລ້ອມທີ່ເໝາະສົມເຊັ່ນ: ປະລິມານນໍ້າຝົນ 1500-2000 ml/ປີ ແລະ ບໍ່ຄວນມີຝົນຕົກໜ້ອຍກວ່າ 50 ml ດົນເກີນ 3 ເດືອນ, ອຸນຫະພູມສະເລ່ຍປະມານ 27 ອົງສາເຊ, ແສງແດດຄວນໄດ້ຮັບຢ່າງໜ້ອຍ 5 ຊົ່ວໂມງ/ມື້ ...
Read More

ການປູກໝາກນອດແຊມສວນຍາງພາລາ

1. ການປູກໝາກນອດແຊມສວນຍາງພາລາ. ຫມາກນອດເປັນພືດທີ່ສາມາດກິນໄດ້ ແລະ ດອກມີກິ່ນຫອມ. ຊີ່ງສວ່ນໃຫ່ຍຈະນິຍົມປູກເພື່ອຕ້ອງການຈໍາຫນ່າຍໝາກເປັນສວ່ນໃຫ່ຍ ແລະ ໃຊ້ພື້ນທີ່ໃນການປູກບໍ່ຫຼາຍ ການປູກ ແລະ ການດູແລຮັກສາງ່າຍໆ. 2. ວັດສະດຸ ແລະ ອຸປະກອນ. 1. ການກ້າພັນຫມາກນອດ 2. ໄມ້ໄຜ່ສໍາລັບປັກ 3. ຄ້າງສໍາລັບປູກ 4. ລວດ ເບີ 14 5. ເຊື່ອກໄນລອກ 3. ວິທີການປູກ. ...
Read More