ແນວພັນພຶດຜັກ

ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນສາລີເຂົ້າໜຽວຄຳ 1

ແນວພັນສາລີເຂົ້າໜຽວຄຳ 1 ແມ່ນ ທ່ານ ຄຳມີໄຊ ຈັນທະລາ ໄດ້ປັບປຸງພັນຢູ່ບ້ານທ່າຫີນ ເມືອງສາມະຄີໄຊ ແຂວງອັດຕະປື ລະດູຝົນ 2019 , ລະດູແລ້ງ 2020 ໂດຍປະສົມລະຫວ່າງ ແນວພັນສາລີເຂົ້າໜຽວພື້ນເມືອງ ກັບແນວພັນສາລີຈີນ. ໃຊ້ຮູບແບບປັບປຸງພັນແບບປະສົມຂ້າມໂດຍກຳນົດເອົາສາລີຈີນເປັນຕົ້ນພໍ່ພັນ ແລະ ເອົາສາລີເຂົ້າໜຽວພື້ນເມືອງເປັນຕົ້ນແມ່(ສາລີຈີນເປັນສາລີທີ່ໃຫ້ຝັກສະໝໍ່າສະເໝີຜົນຜະລິດດີ, ກິນແຊບ, ຕະຫຼາດຕ້ອງການ ແຕ່ບໍ່ສາມາດເກັບເປັນແນວພັນປູກໃນລະດູການຕໍ່ໄປໄດ້. ສ່ວນສາລີເຂົ້າໜຽວພື້ນເມືອງລັກສະນະລຳຕົ້ນກໍ່ບໍ່ສະໝໍ່າສະເໝີກິນຂ້ອນຂ້າງແຂງ, ຕະຫຼາດບໍ່ຕ້ອງການ ແຕ່ວ່າມັນທົນຕໍ່ລ້ວງເຈາະລຳຕົ້ນໄດ້ ແລະ ກໍ່ສາມາດເກັບເປັນແນວພັນປູກປູກໃນລະດູການຕໍ່ໄປໄດ້) ເຊິ່ງສາມລີສອງແນວພັນນີ້ມີອາຍຸການເກັບກ່ຽວຂ້ອນຂ້າງຊໍ່າກັນດັາງນັ້ນ, ເຮົາຈຶ່ງສາມາດປູກພ້ອມກັນໄດ້.ວິທີການປູກແມ່ນຈະປູກເປັນແຖວສະສັບກັນສຳລັບຕົ້ນແມ່ເມືອຮອດເວລາອອກດອກຜູ້ ...
Read More

ເຕັກນິກການປູກກ້ວຍດ້ວຍການເພາະລ້ຽງເນື້ອເຍື່ອ

ກ້ວຍນັບວ່າເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງທາງການກະສິກຳສາມາດສ້າງເສດຖະກິດໃຫ້ແກ່ຊາວສວນ ທີ່ຕະຫຼາດມີຄວາມຕ້ອງການສູງ. ໝາກກ້ວຍເປັນພືດທີ່ມີຄຸນຄ່າທາງດ້ານໂພສະນາການສູງ, ຊຶ່ງປະກອບມີບັນດາທາດອາຫານທີ່ສຳຄັນສຳລັບຮ່າງກາຍຂອງຄົນເຮົາຫຼາຍຢ່າງເຊັ່ນ: ວິຕາມິນ ເອ, ບີ 16, ດີ ແລະ ຊີ, ທາດເຫຼັກ, ໂປຼຕາຊຽມ, ແມັກນີຊຽມ, ມີເສັ້ນໄຍສູງ ແລະ ທາດອື່ນໆ. ນອກຈາກນີ້ກ້ວຍຍັງເປັນຢາສະໝຸນໄພພື້ນເມືອງທີ່ດີເຊັ່ນ: ເປັນຢາປົວລຳໃວ້, ປົວກະເພາະອາຫານ, ແຜໄຟໃໝ້ ແລະ ນໍ້າຮ້ອນລວກ. ກ້ວຍຍັງມີຄຸນປະໂຫຍດຫຼາຍຢ່າງສາມາດບໍລິໂພກສົດ, ແປຮູບເປັນກ້ວຍອົບແຫ້ງ, ກ້ວຍຕາກ, ກ້ວຍຈືນ, ຂະໜົມ, ເບີເກີລີ, ເສັ້ນໝີ່ແປ້ງກວ້ຍ ...
Read More

ຄູ່ມືການຜະລິດເມັດພັນຖົ່ວດິນ

ຖົ່ວດີນ (Arachis hyogaea L.) ແມ່ນນອນໃນພືດຕະກຸນຖົ່ວ (Leguminosae) ເປັນພືດປະສົມພັນດ້ວຍໂຕເອງ ແຕ່ບາງພືຶ້ນທີ່ທີມີເຜີ່ງຫຼາຍກໍ່ມີໂອກາດປະສົມພັນຂ້າມໄດ້ ແຕ່ເປີເຊັ່ນຕໍ່າ. ຖົ່ວດີນເປັນພືດລົ້ມລຸກ ທີ່ມີຄວາມສູງປະມານ 40-50 ຊັງ 5 ຕີແມັດ ອາຍຸຕັ້ງແຕ່ປູກຫາເກັບກ່ຽວປະມານ 90-150 ວັນ ຂື້ນກັບຊະນິດພັນ ແລະ ລະດູປູກ. ມີດອກສີເຫຼືອງ ອອກດອກເມື່ອອາຍຸປະມານ 30-40 ວັນ, ດອກສົມບູນ (ເພດຜູ້ ແລະ ເພດແມ່ໃນດອກດ່ຽວ) ຫຼັງຈາກປະສົມພັນແລ້ວ ...
Read More

ຄູ່ມືການນໍາໃຊ້ແນວພັນຖົ່ວເຫຼືອງນາພອກ 1 (Naphok 1)

ແນວພັນຖົ່ວເຫຼືອງນາພອກ 1 ( Naphok 1) ແມ່ນໄດ້ຈາກການປະສົມພັນຂອງຖົ່ວເຫຼືອງພັນ DT12 (ປະເທດຫວຽດນາມ) ແລະ SJ5 ຫຼື ສຈ 5 (ປະເທດໄທ) ໃນປີ 2007 ແລະ ສືບຕໍ່ຄັດເລືອກຈົນໃຫ້ມີຄວາມຄົງຕົວໃນລຸ້ນ F10 ຈາກທັງໝົດ 10 ສາຍພັນ ໄດ້ທົດສອບໃນພື້ນທີ່ຂອງຊາວກະສິກອນ ເຊັ່ນ: ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ເມືອງ ຊຽງເງິນ ແຂວງຫຼວງພະບາງ, ເມືອງຮຸ່ນ ...
Read More

ເຕັກນິກຂັ້ນຕອນການຜະລິດແນວພັນເຂົ້າລຸ້ນ 3

1. ການກະກຽມເມັດພັນເຂົ້າລຸ້ນ 2 ໃນການຕົກກ້າຄວນມີການທົດສອບຄວາມງອກຂອງເມັດພັນເຂົ້າລຸ້ນ 2 ກ່ອນ ຫຼື ດີແທ້ແມ່ນໃຫ້ຕາກແດດກ່ອນ 1 – 2 ແດດ ເພື່ອກະຕຸ້ນໃຫ້ເຂົ້າງອກດີ. - ຄັດເລືອກແມ່ນພັນເຂົ້າໂດຍການໃຊ້ນໍ້າເກືອ. - ການຂ້າເຊື້ອທີ່ຕິດມານຳເມັດພັນເຂົ້າດ້ວຍນໍ້າຮ້ອນ ແລະ ເຊື້ອ ໄທໂຄເດີ້ມາ. ນໍ້າຮ້ອນ 60 ອົງສາ ແຊ 10 ນາທີ ແລະ ແຊ່ໄທໂຄເດີ້ມາ 12 ຊົ່ວໂມງ ...
Read More

ເຕັກນິກການປູກໝາກບວບ

ເຕັກນິກການປູກໝາກບວບ ໝາກບວບມີຊື່ວິທະຍາສາດ: Luffa cylindrica (L.) M.Roem. ວົງຕະກຸນCucurbitaceae. ເປັນພັນໄມ້ເຄືອລົ້ມລຸກມີອາຍຸ 1 ປີ. ລຳຕົ້ນເປັນເຄືອ 4 ຫຼ່ຽມ ຫຼື ເປັນເຄືອກົມ ແລະ ມີຮ່ອງເປັນເສັ້ນທາງຍາວ, ເຄືອມີຄວາມຍາວ 7–10 ແມັດ ແລະ ຈະມີມືສຳລັບຍືດເກາະເປັນເສັ້ນຍາວປະມານ 3 ເສັ້ນ. ຕາມລຳຕົ້ນອ່ອນ ແລະ ຍອດອ່ອນມີຂົນອ່ອນນຸ່ມ. ໃບດ່ຽວຈັບກົງກັນຂ້າມກັນ, ຮູບມົນ, ປາຍໃບແຫຼມ, ...
Read More

ການປູກໝາກເຂືອເປຣາະ

ການປູກໝາກເຂືອເປຣາະ ໝາກເຂືອເປຣາະເປັນຜັກທີ່ປູກງ່າຍໃຫ່ຍໄວໃຫ້ຜົນຕອບແທນໄວ້ ແລະ ສາມາດເກັບກ່ຽວຜົນຜະລິດໄດ້ດົນ 1. ການກຽມດິນ ໄຖດິນໃຫ້ເລີກປະມານ 30-40 ຊມ ຕາກດິນປະໄວ້ 7-10 ວັນ ຄາດດິນໃຫ້ລະອຽດຫວ່ານປູກຂາວໃນປະລິມານ 100-200 ກິໂລ/ໄລ່ ພ້ອມໃສ່ຝຸ່ນໝັກຫຼືຝຸ່ນຄອກໃນປະລິມານ 2,000 ກິໂລ/ໄລ່ ແລະ ປຸ໋ຍສູດ 15-15-15 ປະລິມານ 30-50 ກິໂລ/ໄລ່ ແລ້ວຍົກໜານປູກສູງປະມານ 10-15 ຊມ ກວ້າງ 120 ຊມ ...
Read More

ແນວພັນໝາກແຄນຕາລຸກ

ການປູກໝາກແຄນຕາລຸກ ພັນຫວານສີທອງ(ນັມເບີວັນ)ຜີວສີທອງສວຍງາມນໍ້າໜັກໝາກ 2-2,5 ກິໂລ ອາຍຸການເກັບກ່ຽວ 70-75 ວັນຫຼັງຍ້າຍເບ້ຍປູກ. - ພັນໂລແລນ ແຂງແຮງທົນທານນໍ້າໝອກຕາຂ່າຍທີ່ປູກສວຍງາມຂາຍໄດ້ລາຄາປູກໄດ້ຕະຫຼອດປີອາຍຸເກັບກ່ຽວ 70-75 ວັນຫຼັງຍ້າຍເບ້ຍປູກ. - ພັນອະໂຮມາ ແຂງແຮງທົນທານຕໍ່ອາກາດຮ້ອນທົນທານຕໍ່ນໍ້າໝອກດີກິ່ນຫອມລົດຫວານນໍ້າໜັກ 1 ກິໂລ ໃຫ້ຜົນຜະລິດສູງໃຫ້ໝາກ 2-3ໝາກ/ຕົ້ນອາຍຸການເກັບກ່ຽວ 65-70 ວັນ ຫຼັງການຍ້າຍເບ້ຍປູກ. ຮຽບຮຽງ: ສີວິໄລ ອິນທະວົງ ຂໍ້ມູນເຕັກນິກ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ ...
Read More

ຜັກສະຫຼັດ_ສຜໝ-ດ10

ຕະກຸນ: Asteraceae ຊື່ວິທະຍາສາດ: Lactuca Sativa ຊື່ສາມັນ: ຜັກສະຫຼັດ (Lettuce) ຊື່ແນວພັນ:  ຜັກສະຫຼັດ_ສຜໝ-ດ10 ແຫຼ່ງທີ່ມາ: - ຈາກປະເທດເກົາຫຼີ. ສະຖານທີ່ສຶກສາ: - ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ລັກສະນະ: - ໃບມີສີມ້ວງຂຽວ - ລັກສະນະໃບແບບໃບພາຍ (Spathu late) - ຂອບໃບມີລັກສະນະແບບແວກຕື້ນ(Crenate) - ລັກສະນະປາຍໃບແບບກົງມົນ (Rounded) - ລັກສະນະໃບກ້ຽງບໍ່ມີຂົນ - ...
Read More

ຜັກສະຫຼັດ_ສຜໝ-ຂ05

ຕະກຸນ: Asteraceae ຊື່ວິທະຍາສາດ: Lactuca Sativa ຊື່ສາມັນ: ຜັກສະຫຼັດ (Lettuce) ຊື່ແນວພັນ:  ຜັກສະຫຼັດ_ສຜໝ-ຂ05 ແຫຼ່ງທີ່ມາ: - ຈາກປະເທດເກົາຫຼີ ສະຖານທີ່ສຶກສາ: - ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ລັກສະນະ: - ໃບມີສີຂຽວເຂັ້ມ - ລັກສະນະໃບແບບໃບພາຍ (Spathulate) - ຂອບໃບມີລັກສະນະແວກຕື້ນ (Crenate) - ລັກສະນະປາຍໃບແບບກົງມົນ (Rounded) - ລັກສະນະໃບກ້ຽງບໍ່ມີຂົນ - ...
Read More