ເຕັກນິກການປູກເຂົ້າ

ການສຶກສາແນວພັນເຂົ້າ ຫຼວງນໍ້າທາ 1

ເຂົ້າຫຼວງນໍ້າທາ1 (LNT1) ເຊີ່ງສາຍພັນ ເດີມແມ່ນ IR68101-TDK-B-B-28-1 ແມ່ນສາຍ ພັນເຂົ້າ ສະຖາບັນຄົ້ນຄວ້າເຂົ້ານາໆຊາດ ທີ່ປະ ເທດຟິລິບປິນ (IRRI: International Rice Research Institute). ສາຍພັນດັ່ງກ່າວແມ່ນສູນ ຄົ້ນຄວ້າເຂົ້ານໍາເຂົ້າມາສຶກສາທີ່ສູນຄົ້ນຄວ້າເຂົ້າ ແລະ ສຶກສາທີ່ສູນຫຼວງຄົ້ນຄວ້າ ກະສິກໍາຫຼວງ ນໍ້າທາ ປີ 2002 ຜ່ານການສຶກສາເຫັນວ່າສາຍພັນ ດັ່ງກ່າວໃຫ້ຜົນຜະລິດດີ ຄຸນນະພາບການກິນດີ ແລະ ປັບຕົວໄດ້ດີກັບສະພາບແວດລ້ອມ ຫຼວງນໍ້າ ທາທາງແຜນງານຄົ້ນຄວ້າເຂົ້າ ...
Read More

ຂໍ້ດີຂອງການປູກ ແນວພັນເຂົ້າຫອມເຊບັ້ງໄຟ 4

ປະຈຸບັນຊາວນາຢູ່ບັນດາພາກກາງ ແລະ ພາກໃຕ້ນິຍົມປູກເຂົ້າດ້ວຍວິທີການຫວ່ານແຫ້ງ ຫຼື ຢອດ ແຫ້ງເພື່ອລໍຖ້າຝົນ, ທັງນີ້ກໍ່ຍ້ອນວ່າແຮງງານໃນການຮັບໃຊ້ການຜະລິດເຂົ້າມີທ່າອ່ຽງຫາຍາກ ແລະ ແພງຂື້ນ, ໄພນ້ໍາຖ້ວມ ແລະ ແຫ້ງແລ້ງ ກໍ່ເປັນຂໍ້ກົດໜ່ວງຕໍ່ກັບການຜະລິດເຂົ້າ ແລະ ການພັດທະນາແນວພັນເຂົ້າໜຽວຫອມ ມີຄຸນນະພາບດີ ແລະ ທົນຕໍ່ນ້ໍາຖ້ວມ ເພື່ອສົ່ງເສີມໃຫ້ຊາວນາໄດ້ນໍາໃຊ້ສໍາລັບທໍາການຜະລິດເຂົ້າ ເພື່ອຄ້ໍາປະກັນດ້ານສະບຽງອາຫານ ແລະ ເປັນສິນຄ້າ ຈຶ່ງມີຄວາມຈໍາເປັນ ເພື່ອຊ່ວຍໃນການປັບປຸງຊີວິດການເປັນຢູ່ຂອງຊາວນາໃຫ້ດີຂື້ນ. I. ຈຸດດີຂອງແນວພັນ 1. ເປັນແນວພັນເຂົ້າໜຽວຫອມ. 2. ເໝາະສົມກັບການເຮັດນາຫວ່ານແຫ້ງ ...
Read More

ເຕັກນິກການເຮັດກະເສດສຸ່ມປູກເຂົ້ານາແຊງ

ເຕັກນິກການເຮັດກະເສດສຸມປູກເຂົ້າ ແລະ ພືດອື່ນໆແມ່ນວິທະຍາການຂອງຍຸກສະໄໝແຫ່ງໂລກາພິວັດ, ເພາະວ່າໃນຍຸກນີ້ປະເທດໃດໆໃນໂລກກໍເວົ້າເຖີງການຍົກສະມັດຕະພາບ, ຍົກຜະລິດຕະພາບການຜະລິດໃຫ້ສູງຂຶ້ນ, ພ້ອມດຽວກັນກໍຍັງໄດ້ເວົ້າເຖີງບັນຫາຄຸນະພາບຂອງການຜະລິດອີກດ້ວຍ ເພື່ອຜະລິດເປັນສີນຄ້າ. I. ເຕັກນິກການເຮັດກະເສດສຸ່ມປູກເຂົ້ານາແຊງ ການເຮັດນາແຊງບໍ່ແມ່ນການເຮັດນາແບບທຳມະດາ, ຖ້າບໍ່ເຮັດແບບກະເສດສຸມດ້ວຍ ການນໍາໃຊ້ເຕັກນິກວິທະຍາການແລ້ວ ຜົນຜະລິດທີ່ໄດ້ຮັບນັ້ນຈະມີຄວາມສ່ຽງບໍ່ກຸ້ມຄ່າກັບການລົງທືນ. ສະນັ້ນ, ເພື່ອຮັບປະກັນຜົນຜະລິດ, ຖ້າທ້ອງຖີ່ນໃດມີແຜນການໆຊຸກຍູ້ການປູກເຂົ້ານາແຊງນັ້ນເຫັນວ່າມີຄວາມຈຳເປັນຕ້ອງໄດ້ປະຕິບັດຕາມເຕັກນິກວິທະຍາການທີ່ຈຳເປັນບາງດ້ານ ດັ່ງຕໍ່ໄປນີ້ການຕັດສີນໃຈເຮັດນາແຊງຢູ່ໃນແຕ່ລະທ້ອງຖີ່ນ, ກ່ອນອື່ນໝົດນັກວິຊາການ (ພະນັກງານສົ່ງເສີມ) ຕ້ອງໄດ້ສຶກສາກ່ຽວກັບຄວາມອາດສາມາດ ແລະ ສະພາບແວດລ້ອມທີ່ອຳນວຍເປັນຕົ້ນລະບົບຊົນລະປະທານຮັບປະກັນພຽງໃດ , ປະເພດດີນເໝາະສົມຫຼືບໍ່ ? ສຶກສາກ່ຽວກັບລະດູການ ,ແຮງງານ... ໝົດນີ້ເປັນປັດໃຈສຳຄັນເພື່ອຕັດສີນໃຈແລ້ວສ້າງເປັນແຜນການລະອຽດຄວາມຕ້ອງການປັດໃຈຂາເຂົ້າກະສິກຳ. ສີ່ງໜຶ່ງທີ່ນັກກສົ່ງເສີມ ຕ້ອງຄຳນຶງແມ່ນການຄິດໄລ່ ...
Read More

ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າໜອງລົມ 1 (Nonglom 1)

ແນວພັນເຂົ້າໜອງລົມ 1 (NL1) ຫຼື TDK10394-B-B-54-(42)-SKX-BB-NL-B-B ແມ່ນປະສົມພັນຈາກສູນຄົ້ນຄວ້າເຂົ້ານາພອກ ລະດູແລ້ງ 2007-2008 ໂດຍປະສົມລະຫວ່າງ ແນວພັນ B614r'rF-MR-6-0-0 ກັບແນວພັນ TDK 7 ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງ 2007-2008, ປູກຄັດເລືອກທີ່ສູນແບບສືບປະຫວັດ ຮອດຊົ່ວໂມງທີ 4 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາ ບ້ານສາມະຄີ ເມືອງສາມະຄີໄຊ ແຂວງອັດຕະປື ຄັດເລືອກຕໍໃນຊົ່ວໂມງທີ 5 ແລະ 6 ໃນລະດູ 2015-2016 ...
Read More

ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າເມືອງໄຊ 1((Meunq Xay 1)

ແນວພັນເຂົ້າເມືອງໄຊ 1 ຫຼື ສາພັນ TDK 10493-B-B-5-2- 1 ແມ່ນໄດ້ຈາກການປັບປຸງພັນດ້ວຍການປະສົມພັນລະຫວ່າງ ແນວພັນທ່າດອກຄຳ 11 ກັບ Til 4 (1R84639-7-97-6-6-2-2-4-2-2-2- B (lntrogression .line, yieldpromising at I RRI)) ໃຊ້ຮູບແບບປະສົມພັນແບບດ່ຽວເຊິ່ງແມ່ນປະສົມຢູ່ສູນຜະລິດແນວພັນເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ, ຈາກນັ້ນໄດ້ນຳໄປທົດລອງຢູ່ໂຮງຮຽນຊາວນາກຸ່ມບ້ານລ້ອງຢາ ເມືອງໄຊ ແຂວງອຸດົມໄຊ ລະດູຝົນປີ 2019 ...
Read More

ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າຫ້ວຍໂຄດ 2(Houaykhot 2)

ແນວພັນເຂົ້າຫ້ວຍໂຄດ 2 2 (HK2) ແມ່ນ M10001-B-10-1-2-1-NK-B-B (M6-1) ແມ່ນໄດ້ຈາກການປັບປຸງພັນດ້ວຍເຕັກນິກການຜ້າເຫຼົາ (Mutation Breeding) ໂດຍນຳເອົາແນວພັນ ທ່າດຶກຄຳ 8 (TDK 8) ໄປອາບລັງສີກຣາມມາ (Gramma ray) ໃນລະດັບຄວາມເຂັ້ມ 200 Gy ທີ່ສະຖາບັນນິວເຄຍ (BATAN) ປະເທດ ອິນໂດເນເຊຍ ໃນປີ 2016 ແລ້ວນຳມາຄັດເລືອກດ້ວຍເຕັກນິກ ການສືບປະຫວັດ 4 ...
Read More

ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າຫ້ວຍໂຄດ 1(Houaykhot 1)

ແນວພັນຫ້ວຍໂຄດ 1 (HK1) ແມ່ນແນວພັນທີ່ໄດ້ປະສົມຈາກສູນຄົ້ນຄວ້າເຂົ້ານາພອກລະຫວ່າງແນວພັນເຂົ້າເມືອງງາ(ຕົ້ນແມ່) ກັບແນວພັນ TDK 7 (ຕົ້ນພໍ່). ໃຊ້ຮູບແບບປະສົມພັນແບບດ່ຽວໃນລະດູແລ້ງ 2007-2008, ປູກຄັດເລືອດທີ່ສູນ ຮອດຊົ່ວໂມງທີ່ 4 ແລ້ວ ສົ່ງໄປຄັດເລືອກທີ່ສູນຄົ້ນຄວ້າກະສິກຳເຂດເນີນສູງ ບ້ານຫ້ວຍໂຄດ ເມືອງຊຽງເງີນ ແຂວງຫຼວງພະບາງ. ຄັດເລືອກຕໍ່ໃນຊົ່ວໂມງທີ່ 5 ແລະ 8 ໃນລະດູແລ້ງ 2016-2017 ແມ່ນທ່ານແຄມ ບ້ານຊຽງເງີນປູກຂະຫຍາຍ, ທົດສອບການກິນດີ ແລະ ປູກຂະຫຍາຍເມັດພັນ, ແລກປ່ຽນ, ...
Read More

ຂໍ້ແນະນຳຄູ່ມືການນຳໃຊ້ ແນວພັນເຂົ້າທົນນ້ຳຖ້ວມ

ແນວພັນທີ່ມີຍີນທົນທານຕໍ່ກັບນ້ຳຖວມ, ຍີນນີ້ຈະຊ່ວຍເຮັດໃຫ້ຕົ້ນເຂົ້າທົນທານຕໍ່ກັບນ້ຳຖ້ວມໄດ້ດີກວ່າແນວພັນປັບປຸງ ແລະ ແນວພັນເຂົ້າພື້ນເມືອງທີ່ບໍ່ມີຍີນຊະນິດນີ້. ຈາກການທົດລອງແນວພັນນີ້ ຢູ່ເຂດນ້ຳຖ້ວມຂອງທົ່ງພຽງ ເຊບັ້ງໄຟ ພົບວ່າມີຄວາມສາມາດທົນທານຕໍ່ກັບນໍ້າຖ້ວມໄດ້ 18 ມື້ ໃນຄວາມເລິກ 2-3 ແມັດ, ເຊິ່ງແນວພັນພື້ນເມືອງ ແລະ ແນວພັນປັບປຸງທີ່ຊາວນາ ນຳໃຊ້ຢູ່ໃນປະຈຸບັນບໍ່ສາມາດທົນທານໄດ້. ແນວພັນເຂົ້າທົນນ້ຳຖ້ວມໄດ້ພັດທະນາຂື້ນໂດຍສະຖາ ບັນຄົ້ນຄ້ວາເຂົ້າສາກົນ (IRRI) ໃນປີ 2003, ເຊິ່ງໄດ້ປັບປຸງແນວພັນເຂົ້າ ທ່າດອກຄຳ 1 ໃຫ້ມີຄວາມທົນທານ ຕໍ່ກັບນ້ຳຖ້ວມ. ການພັດທະນາພັນນີ້ ແມ່ນໄດ້ນຳໃຊ້ວິທີການຖ່າຍຍີນທົນນ້ຳຖ້ວມຈາກແນວພັນ IR40931- ...
Read More

ຄູ່ມື ການຜະລິດເມັດພັນເຂົ້າ ທ່າດອກຄຳ 1 ທົນນ້ຳຖ້ວມ

ການນຳໃຊ້ແນວພັນເຂົ້າສະນິດດຽວ ເປັນເວລາຍາວນານຫຼາຍກວ່າ 3 ລະດູ ໂດຍບໍ່ມີ ການຄັດເລືອກແນວພັນຈະເຮັດໃຫ້ແນວພັນມີການເຊື່ອມຄຸນນະພາບ ເຊັ່ນ: ມີການເຈືອປົນລະຫວ່າງແນວພັນ ເຮັດໃຫ້ຕົ້ນເຂົ້າບໍ່ມີຄວາມສະໜໍ່າສະເໜີ, ມີຕົ້ນສູງຕົ້ນຕໍ່າ, ອອກດອກບໍ່ສະໝໍ່າສະເໜີ, ເມັດເຂົ້າມີຫຼາຍສີ, ມີເມັດນ້ອຍເມັດໃຫຍ່ປົນກັນໃນນາໄຮ່ດຽວເຮັດໃຫ້ຜົນຜະລິດຕົກຕໍ່າລົງ, ຄວາມທົນທານຕໍ່ກັບນ້ຳຖ້ວມຫລຸດລົງ, ຄວາມທົນທານຕໍ່ກັບໄພແລ້ງຫລຸດລົງ, ຄວາມທົນທານຕໍ່ກັບພະຍາດ ແລະ ແມງໄມ້ຫລຸດລົງ, ເປີເຊັນເຂົ້າສານສີໄດ້ລຸດລົງ (ໄດ້ເຂົ້າສານໜ້ອຍ), ຄຸນນະພາບໃນການກິນບໍ່ດີ (ເຂົ້າແຂງ), ຂາຍໄດ້ລາຄາຕໍ່າ. I. ການຜະລິດເມັດພັນບໍລິສຸດ ການເກັບຮວງ: ໃຫ້ເກັບເອົາຮວງແມ່ ໂດຍເລືອກເອົາຮວງຈາກຕົ້ນທີ່ມີໃບວີສູງທີ່ສຸດພາຍໃນສຸມ, ເກັບເອົາ 1 ...
Read More

ແນະນໍາ ແລະ ການນໍາໃຊ້ແນວພັນເຂົ້າຊະນະຄາມ 1 (Sanakam 1 )

ແນວພັນ ຊະນະຄາມ 1 ຫື ສາຍພັນ RGD13300-189-1-5-M2-B 8- 22-ND-B-B-B-B ແມ່ນສູນຄົ້ນຄວ້າເຂົ້າ ໄດ້ປະສົມລະຫວ່າງແນວພັນ TDK8 ກັບສາຍພັນ RGD10033-77-MAS-22 (ເປັນສາຍພັນທີ່ໄດ້ໃຊ້ Molecular Assistant Selection ໃນການກວດຫາ Gene ເຂົ້າຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງປີ 2017, ປູກຄັດເລືອກທີ່ສູນ ແບບສືບປະຫວັດ ພ້ອມກັບນໍາໃຊ້ເຕັກນິກການຄັດເລືອກ ແບບ ...
Read More

ເຕັກນິກການແທກສີຂອງໃບເຂົ້າ

ສີຂອງໃບເຂົ້າສາມາດບົ່ງບອກເຖິງຄວາມພຽງພໍ, ການຂາດແຄນຂອງທາດອາຫານ ຫຼື ການເກີດພະຍາດຕ່າງໆຂື້ນກັບຕົ້ນເຂົ້າ. ສິ່ງທີ່ສາມາດສັງເກດໄດ້ງ່າຍ ແມ່ນການຂາດແຄນທາດອເສົດ (N) . ການແທກສີຂອງໃບເຂົ້າໄດ້ຖືກພັດທະນາຂື້ນມາຄັ້ງທຳອິດຢູ່ປະເທດຍີ່ປຸ່ນ, ຕໍ່ມາກໍ່ມີການພັດທະນາຂື້ນມາໃໝ່ຢ່າງເປັນລະບົບໂດຍ IRRI. ການແທກສີທາງໃບແມ່ນການໃຊ້ເຄື່ອງມື ວັດແທກລະດັບທາດ (N) ຂອງຕົ້ນເຂົ້າ ເພື່ອແນ່ໃສ່ໃນການຈັດການກັບຝຸ່ນ (N) ໃຫ້ມີປະສິດຕິຜົນສູງ. 1. ແຜ່ນແທກສີ ແຜ່ນແທກສີ ແມ່ນເຄື່ອງມືທີ່ໃຊ້ງ່າຍ ແລະ ລາຄາຖືກ ເຊິ່ງຊາວນາທົ່ວໄປກໍ່ສາມາດນຳໄປໃຊ້ໄດ້. ໂດຍໃຊ້ແຜ່ນແທກສີປຽບທຽບກັບສີຂອງໃບເຂົ້າດ້ວຍສາຍຕາເປົ່າ, ມັນບົ່ງບອກລະດັບຖານະຂອງທາດ (N) ທີ່ບັນຈຸ. ໃນກໍລະນີເຫັນພືດຂາດທາດ ...
Read More

ເຕັກນິກການຜະລິດເມັດພັນເຂົ້າບໍລິສຸດ

ເພື່ອຢາກໃຫ້ການປູກເຂົ້າຂອງຊາວນາໄດ້ຮັບຜົນຜະລິດທີ່ດີນັ້ນ ແມ່ນຈໍາເປັນຕ້ອງໄດ້ມີເງື່ອນໄຂ ແລະ ປັດໄຈອັນເໝາະສົມ ເພື່ອເຮັດໃຫ້ຕົ້ນເຂົ້າສາມາດຈະເລີນເຕີບໂຕໄດ້ດີ ແລະ ແຂງແຮງ ຊຶ່ງນຶ່ງໃນປັດໄຈເຫຼົ່ານັ້ນແມ່ນເມັດພັນ. ການທີ່ຊາວນາມີເມັດພັນເຂົ້າທີ່ມີຄຸນນະພາບດີນັ້ນຈະເຮັດໃຫ້ໂອກາດໃນການຜະລິດເຂົ້າໃຫ້ໄດ້ຮັບໝາກຮັບຜົນແມ່ນມີສູງກວ່າການນໍາໃຊ້ເມັດພັນທີ່ມີຄຸນນະພາບຕໍ່າ. (ຕາມຫຼັກການຊາວນາບໍ່ຄວນນໍາໃຊ້ແນວພັນເຂົ້າເກີນ 4 ລະດູ) ຜົນຂອງການສໍາຫຼວດພົບວ່າຊາວນາລາວຫຼາຍກວ່າ70 % ແມ່ນໃຊ້ເມັດພັນທີ່ພວກເຂົາເກັບໄວ້ເອງ, ປະມານ 25 % ໄດ້ຈາກການແລກປ່ຽນກັບເພື່ອນບ້ານ ແລະ ມີປະມານ 5 % ທີ່ຊື້ເມັດພັນຈາກສູນ, ສະຖານີ ຫຼື ຈາກຊາວນາທີ່ຜະລິດເມັດພັນຂາຍ.ຊາວນາຫຼາຍກວ່າ 90 % ຍັງບໍ່ທັນໄດ້ຮູ້ຈັກກັບເຕັກນິກການຜະລິດເມັດພັນໃຫ້ມີຄວາມບໍລິສຸດ ...
Read More

ຂໍ້ແນະນຳວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ

- ຊ່ວຍປັບປຸງບຳລຸງດິນເພີ່ມປະລິມານອິນຊີວັດຖຸໄດ້ ແລະ ເພີ່ມທາດອາຫານໃຫ້ແກ່ພືດ, ເຮັດໃຫ້ໂຄງສ້າງຂອງດິນດີຂື້ນສະດວກໃນການລະບາຍນໍ້າ ແລະ ອາກາດໃນດິນໜຽວມີຫຼາຍຂື້ນ, ສະເພາະດິນຊາຍແມ່ນເຮັດການອຸ້ມນໍ້າດີຂື້ນເລື້ອຍໆ. - ຊ່ວຍຫຼຸດຜ່ອນນຳໃຊ້ສານເຄມີ, ຝຸ່ມບົ່ມສາມາດເຮັດໄດ້ໂດຍນຳໃຊ້ສິ່ງເສດເຫຼືອກັບຄືນມາເປັນປະໂຫຍຍດອີກໃໝ່, ຫຼີກລ້ຽງໄດ້ການຈູດເຜົາເຟືອງຫຍ້າແຫ້ງ ແລະ ອື່ນໆ - ຊ່ວຍກຳຈັດເມັດຫຍ້າ ຫຼື ວັດສະພືດໄດ້ ໂດຍຜານການບົ່ມເມັດຫຍ້າຈະຕາຍໄປໃນຕົວ - ໃນກໍລະນີໃຊ້ຝຸ່ນບົ່ມທີ່ເປັນດີແລ້ວ ພືດຈະແຂງແຮງດີສ່ວນໜຶ່ງກໍ່ສາມາດປ້ອງກັນໄດ້ການທຳລາຍຂອງໂລກພະຍາດ ແລະ ແມງສັດຕູ້ພືດ - ຮັກສາໄດ້ສະພາບແວດລ້ອມອັນສວຍສົດງົດງາມປາສະຈາກໄດ້ບັນດາມົນລະພິດທັງຫຼາຍ. 1. ການນຳໃຊ້ຝຸ່ນໃນນາເຂົ້າ ຝຸ່ນນັບວ່າເປັນປັດໃຈທີ່ສຳຄັນຢ່າງໜຶ່ງ ໃນບັນດາຫຼາຍປັດໃຈໃນການເພີ່ມຜົນຜະລິດຕະພາບສູງກໍ່ຕໍ່ເມືອໄດ້ຮັບອາຫານທີ່ພຽງພໍກັບຄວາມຕ້ອງການ, ...
Read More

ການປ້ອງກັນ ແລະ ກຳຈັດແມງໄມ້ສັດຕູພືດຕົ້ນຕໍຂອງເຂົ້າ ( ດ້ວງກໍ )

ດ້ວງກໍຢູ່ໃນປະເທດເຮົາມີຫຼາຍຊະນິດ ແຕ່ດ້ວງກໍທີ່ທຳລາຍເຂົ້າໄຮ່ ແລະ ເຂົ້ານາ ສ່ວນຫຼາຍແມ່ນມີ 4 ຊະນິດຄື : ດ້ວງກໍສີເຫຼືອງ, ດ້ວງກໍສີຊົມພູ, ດ້ວງກໍສີລາຍແຊກ ແລະ ດ້ວງກໍສີເຫຼືອງ, ແມ່ດ້ວງກໍມັກອອກຫຼີ້ນແສງໄຟ ໃນຍາມກາງຄືນ, ຖ້າປະກົດເຫັນແມ່ດ້ວງກໍອອກຫຼີ້ນແສງໄຟຄວນລະມັດລະວັງໃນການບົວລະບັດຮັກສາຕົ້ນເຂົ້າ . 2. ໄລຍະລະບາດ ດ້ວງກໍລະບາດໃນນາເຂົ້າ ແຕ່ໄລຍະກ້າ ຫາ ເກັບກ່ຽວແຕ່ໄລຍະທີ່ລະບາດຮ້າຍແຮງ ສ່ວນຫຼວງຫຼາຍແມ່ນໃນໄລ ຍະຕົ້ນເຂົ້າເລີ້ມແຕກກໍ, ແຕກກໍສູງສຸດ ແລະ ເຂົ້າຖອກຮວງ. ດ້ວງກໍທຳລາຍເຂົ້າໃນໄລຍະເຂົ້າແຕກກໍເອີ້ນວ່າ: ...
Read More

ຄຳແນະນຳ ແລະ ການນຳໃຊ້ແນວພັນເຂົ້າຊະນະຄາມ 2(Sanakam 2 )

ແນວພັນ ຊະນະຄາມ 2 ຫຼື ສາຍພັນ TDK 10494-B-B-B-1-ND-B-BB-B ແມ່ນສນຄົ້ນຄວົ້າເຂົ້າໄດ້ປະສົມລະຫວ່າງແນວພັນ TDK1 ກັບສາຍພັນ Til4 (IR84639-7-97-6-6-2-2-4-2-2-2-B) (ເປັນສາຍພັນທີ່ໄດ້ໃຊ້ Molecular Assistant Selection ໃນການກວດຫາ Gene ເຂົ້າຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງປີ 2017, ປູກຄັດເລືອກທີ່ສູນ ແບບສົບປະຫວັດ ພ້ອມກັບນໍາໃຊ້ເຕັກນິກການຄັດເລອກແບບ Molecular Assistant ...
Read More

ຄູ່ມືແນະນໍາ ແລະ ການນໍາໃຊ້ແນວພັນເຂົ້າຊະນະຄາມ 2 (Sanakam 2 )

ແນວພັນ ຊະນະຄາມ 2 ຫຼື ສາຍພັນ TDK 10494-B-B-B-1-ND-B-BB-B ແມ່ນ ສູນຄົ້ນຄວ້າເຂົ້າໄດ້ປະສົມລະຫວ່າງແນວພັນ TDK1 ກັບສາຍພັນ Til4 (IR84639-7-97-6-6-2-2-4-2-2-2-B) (ເປັນສາຍພັນທີ່ໄດ້ໃຊ້Molecular Assistant Selection ໃນການກວດຫາ Gene ເຂົ້າຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງປີ 2017, ປູກຄັດເລືອກທີ່ສູນ ແບບສືບປະຫວັດ ພ້ອມກັບນໍາໃຊ້ເຕັກນິກການຄັດເລືອກແບບ Molecular Assistant ...
Read More
Loading...