Monthly Archives: August 2018

ການປູກໝາກບວບຫຼ່ຽມ


1. ການປູກ ແລະ ການດູແລຮັກສາ.
1.1. ການກຽມດິນ.
ຂຸດດິນເລິກປະມານ 20 ຫາ 25 ຊັງຕີແມັດ, ຕາກດິນໄວ້ປະມານ 5 ຫາ 7 ວັນ ໃສ່ຝຸ່ນຄອກ ຫຼື ຝຸ່ນໝັກທີ່ສະຫຼາຍຕົວດີແລ້ວປະສົມລົງໄປໃນດິນໂດຍສະເພາະດິນຊາຍ ແລະ ດິນໜຽວຕ້ອງໃສ່ໃຫ້ຫຼາຍເພື່ອປັບສະກາບຂອງດິນໃຫ້ດີຂຶ້ນ ແລະ ເພີ່ມຄວາມອຸດົມສົມບຸນຂອງດິນ.
1.2. ໄລຍະປູກ
ໄລຍະປູກທີ່ເໝາະສົມໄລຍະຫ່າງລະຫວ່າງຕົ້ນ 75 ຊັງຕີແມັດ. ໄລຍະຫ່າງລະຫວ່າງແຖວ 100 ຊັງຕີແມັດ, ການປູກໃຫ້ຢອດເມັດພັນໂດຍຕົງລົງໃນຂຸມລະ 4 ຫາ 5 ແກ່ນ, ຝັງໃຫ້ເລິກລົງໄປໃນດິນປະມານ 2 ຫາ 4 ຊັງຕີແມັດ. ຈາກນັ້ນຖົມແກ່ນດ້ວຍດິນຮ່ວນ ຫຼື ຝຸ່ນຄອກໜາປະມານ 1 ຊັງຕີແມັດ. ຫົດນ້ຳໃຫ້ຊຸ່ມຢ່າງສະໝ່ຳສະເໝີທຸກວັນ. ເມື່ອເບ້ຍງອກອອກມາອາຍຸປະມານ 10 ຫາ 15 ວັນ ຫຼື ມີໃບແທ້ 2 ຫາ 4 ໃບ ໃຫ້ຫຼົກຕົ້ນທີ່ອ່ອນແອ ຫຼື ຕົ້ນທີ່ບໍ່ສົມບຸນຖີ້ມໃຫ້ເຫຼືອໄວ້ຂຸມລະ 2 ຕົ້ນ.

1.3. ການເຮັດຄ້າງ
ຄວນເຮັດຄ້າງ ຫຼື ຮ້ານເພື່ອໃຫ້ບວບເລືອເກາະຂຶ້ນໄປກ່ອນການປູກ ຫຼື ເມື່ອບວບຫຼ່ຽມເລີ່ມເລືອ ຫຼື ເມື່ອອາຍຸປະມານ 15 ຫາ 20 ວັນ. ການປູກແບບປ່ອຍໃຫ້ຕົ້ນເລືອໄປຕາມພື້ນດິນໂດຍບໍ່ເຮັດຄ້າງ ຫຼື ຮ້ານຈະເຮັດໃຫ້ໝາກບວບຫຼ່ຽມມີຮູບຮ່າງງໍໂຄ້ງບໍ່ງາມບໍ່ເປັນທີ່ນິຍົມຂອງຜູ້ຊື້ ເຮັດເປັນຮ້ານໂດຍໃຊ້ໄມ້ຄ້າງມັດເປັນຮ້ານສູງປະມານ 1,5 ຫາ 2 ແມັດ ຫຼື ໄລຍະສູງພໍເໝາະທີ່ສະດວກໃນການເກັບກ່ຽວແລ້ວນຳລວດມາມັດເທີງຄ້າງໄລຍະຫ່າງປະມານ 70 ຊັງຕີແມັດ. ແລ້ວນຳໄມ້ມາປັກທີ່ຂຸມໃຫ້ເຄືອໝາກບວບເລືອຂື້ນໄປເທີງຮ້ານ.

2. ການດູແລຮັກສາ.

  • ການໃຫ້ນ້ຳ: ຄວນໃຫ້ນ້ຳຢ່າງສະໝ່ຳສະເໝີ ແລະ ພຽງພໍບໍ່ຄວນໃຫ້ບວບຫຼ່ຽມຂາດນ້ຳໃນໄລຍະອອກ ດອກ ແລະ ຕິດໝາກເພາະຈະເຮັດໃຫ້ດອກຫຼົ່ນ ແລະ ບໍ່ຕິດໝາກ.
  • ການໃສ່ຝຸ່ນ: ໃສ່ຝຸ່ນຄອກໃນຕອນປູກໂດຍໃຊ້ຮອງກົ້ນຂຸມ ແລະ ປຸ໋ຍຢູເຣຍເມື່ອບວບອາຍຸປະມານ 20 ຫາ 30 ວັນໂດຍໃສ່ແບບໂຮຍຂ້າງແລ້ວພວນດິນຖົມຫຼັງຈາກນັ້ນກໍ່ສີດດ້ວຍປຸ໋ຍນ້ຳຊີວະພາບທຸກ 7 ຫາ 15 ວັນ.
  • ການເກັບກ່ຽວ: ອາຍຸການເກັບກ່ຽວຂອງບວບຫຼ່ຽມປະມານ 45 ຫາ 60 ວັນຫຼັງຈາກຢອດແກ່ນ. ຄວນເລືອກເກັບກ່ຽວໝາກຂະໜາດທີ່ຍັງອ່ອນຢູ່ໃນໝາກອ່ອນນຸ້ມໄດ້ຂະໜາດພໍເໝາະ. ເຊິ່ງໝາກຈະມີຂະໜາດຍາວປະມານ 60 ຫາ 70 ຊັງຕີແມັດ. ຄວນເກັບກ່ຽວກ່ອນທີ່ໝາກເລີ່ມແຂງ ແລະ ໂພງອອກ, ບໍ່ຄວນປະໃຫ້ໝາກແກ່ຄາຕົ້ນເພາະຈະເຮັດໃຫ້ຜົນຜະລິດຫຼຸດລົງ.
  • ເມື່ອໝາກມີຂະໜາກຍາວປະມານ 15 ຫາ 20 ຊັງຕີແມັດ.ໃຫ້ໃຊ້ຕຸກນ້ຳດື່ມຊູກຳລັງຂະໜາດ 150 ຊີຊີ. ມັດຫ້ວຍກັບດ້ານປາຍຂອງໝາກບວບໃຫ້ແກ້ວເປັນຕົວດືງໝາກບວບໃຫ້ຊື່ ແລະ ມັດໄວ້ຈົນ ໝາກບວບເກັບກ່ຽວໄດ້ ( ອາດຈະໃຊ້ຖົງໃສ່ດິນມັດໄວ້ກໍ່ໄດ້ແຕ່ຄວນມີນ້ຳໜັກໃກ້ຄຽງກັບແກ້ວເຄື່ອງດື່ມຊູກຳລັງ ຂະໜາດ 150 ຊີຊີ )

 

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ
ແຫຼ່ງຂໍ້ມູນ:

  • ສູນທາງດ່ວນຂໍ້ມູນຂ່າວສານ *1677 ສະຖານີວິທະຍຸຮ່ວມດ້ວຍຊ່ວຍກັນ ຈັງຫວັດຊຸມພອນ.

ຂໍ້ມູນເພີມຕື່ມ:  

 

ວີດີໂອ: 

ຕິດຕໍ່: 

  • ເບີໂທ…………
  • ອີເມວ:…………….

ຂໍ້ມູນແນວພັນໝາກບວບຫຼ່ຽມ: 

  • ແນວພັນ…………….