ເຕັກນິກຕໍ່ກັບການປ່ຽນແປງດິນຟ້າອາກາດ

ເຕັກນິກການປູກຜັກຫອມປ້ອມນອກລະດູ ໃນພື້ນທີ່ເຂດຊຸ່ມນໍ້າ

ເຕັກນິກການປູກຜັກຫອມປ້ອມນອກລະດູ ໃນພື້ນທີ່ເຂດຊຸ່ມນໍ້າ ລັກສະນະທົ່ວໄປ ຜັກຫອມປ້ອມເປັນຜັກທີ່ຢູ່ໃນຕະກຸນ Apiaceae ມີຊື່ວິທະຍາສາດວ່າ Coriandrum sativum L ເປັນຜັກທີື່ສາມາດບໍລິໂພກສ່ວນຂອງໃບ ແລະ ກ້ານ ເປັນ ຜັກສົດ ຜັກຫອມປ້ອມ ເປັນພືດລົ້ມລຸກທີ່ມີອາຍຸສັ້ນປະມານ 40-60 ວັນ ລໍາຕົ້ນ, ຮາກ, ໃບ, ກ້ານໃບ, ດອກ ແລະ ເມັດມີກິ່ນຫອມ ສາມາດປູກໄດ້ໃນ ດິນທຸກປະເພດ ບໍ່ວ່າຈະເປັນດິນໜຽວ, ດິນຜຸຜຸ່ຍ, ຕົມແກບຊາຍ ...
Read More

ເຕັກນີກ: ການປູກເຂົ້າແບບນຳໃຊ້ນ້ຳປະຫຍັດ ແບບປຽກສະຫຼັບແຫ້ງ (AWD)

ຄວາມສຳຄັນຂອງນ້ຳຕໍ່ການປູກເຂົ້າ • ນ້ຳເປັນວັດຖຸດິບໃນການສັງເຄາະແສງ • ນ້ຳເປັນໂຕທຳລາຍ ແລະ ພາສານອາຫານຕ່າງໆພາຍໃນຕົນເຂົ້າ ແລະ ລຳລຽງສານອາຫານທີ່ເຂົ້າສ້າງໄດ້ໄປເກັບສະສົມໃນເມັດ • ນ້ຳຊ່ວຍຮັກສາລະດັບຂອງອຸນຫະພູມພາຍໃນຕົ້ນເຂົ້າ ແລະ ໃນແປງນາບໍ່ໃຫ້ເກີດການປ່ຽນແປງໄດ້ງ່າຍ • ນ້ຳຊ່ວຍໃຫ້ດິນອ່ອນ,ຊຸ່ມຊື່ນ ເຊິ່ງງ່າຍຕໍ່ການກຽມດິນ ແລະ ການຈະເລີນເຕີບໂຕຂອງຮາກເຂົ້າ • ນ້ຳຊ່ວຍເພີ່ມປະສິດທິພາບການຜະລິດ,ຄວບຄຸມວັດສະພືດ ແລະ ເພີ່ມປະສິດທີພາບການໃສ່ປຸ໋ຍເຄມີ ປະລິມານນ້ຳ ທີ່ເຂົ້າຕ້ອງການ ປະລິມານນ້ຳທີ່ເຂົ້າຕ້ອງການປະກອບມີ 3 ສ່ວນຄື: • ການຄາຍນ້ຳ (E) ...
Read More

ເຕັກນີກ: ການປູກປໍເທືອງ ເພື່ອປັບປຸງບຳລຸງດິນ

ພືດຕະກຸນຖົ່ວທຸກຊະນິດແມ່ນມີຄຸນຄ່າສູງໃນດ້ານການປັບປຸງ ບໍາລຸງດິນໃນປະຈຸບັນນິຍົມໃຊ້ກັນຫຼາຍແມ່ນ ປໍເຖຶອງ, ຖົ່ວຟ້າ, ຖົ່ວສະໂນ, ຖົ່ວເຫຼືອງ, ຖົ່ວຂຽວ ແລະ ຖົ້ວອື່ນໆ ມີປະໂຫຍດໃນດ້ານການເພີ່ມທາດອິນຊີວັດຖຸ ແລະປັບປຸງໂຄງສ້າງຂອງດິນ, ການປູກເກັບຜົນຜະລິດເມື່ອເກັບແລ້ວຄວນໄຖປັກລົງດິນເປັນຝຸ່ນ, ປູກປັບປຸງດິນເວລາພືດອອກດອກ90-100%ໃຫ້ໄຖປົກລົງດິນເປັນຝຸ່ນ ປໍເທືອງ ເປັນພຶດໃນຕະກຸນຖົ່ວ ທີ່ກຳລັງນິຍົມປູກຫຼາຍເພື່ອໃຊ້ເປັນຝຸ່ນຂຽວ ຫຼື ປຸ໋ຍພຶດສົດນອກ, ເຊິ່ງສາມາດຊ່ວຍໃນການເພີ່ມອິນຊີວັດຖຸໃນດິນ, ຊ່ວຍປັບໂຄງສ້າງໃຫ້ແກ່ດິນ ແລະ ເຮັດໃຫ້ດິນມີຄວາມອຸດົມສົມບູນຫຼາຍຂື້ນ. ຈາກນັ້ນຍັງສາມາດໃຊ້ເປັນອາຫານສັດ ເຊັ່ນ: ງົວ,ຄວາຍ ແລະ ນິຍົມປູກຫຼາຍໃນຊ່ວງລະດູຝົນກ່ອນທີ່ຈະໄຖກົບ ຫຼື ເກັບກ່ຽວກ່ອນປູກພືດຫຼັກ ຮູບ: ...
Read More

ເຕັກນິກ: ການແນະນຳອັດຕາການນຳໃຊ້ຝຸ່ນ ທີ່ແທດເໝາະກັບຄວາມອຸດົມສົມບູນຂອງດິນ

ຄວາມຮູ້ພື້ນຖານກ່ຽວກັບດິນ ແລະ ຝຸ່ນ  ດິນ: ໂດຍທໍາມະຊາດຂອງດິນ ມີອົງປະກອບທີ່ສໍາຄັນດັ່ງນີ້: ຫີນ ແລະ ແຮ່ປະມານ 45 ສ່ວນຮ້ອຍ%, ນໍ້າ ແລະອາກາດຢ່າງລະ ປະມານ 25 ສ່ວນຮ້ອຍ% ແລະ ທາດອິນຊີວັດຖຸຄື: ເສດຊາກພືດ, ສັດຕ່າງໆປະມານ 5 ສ່ວນຮ້ອຍ%, ອາກາດ 25 ສ່ວນຮ້ອຍ, ຖ້າຂຸດດິນລົງໄປຈະເຫັນຫີນ ແລະ ແຮ່ຈະແຈ້ງສ່ວນນ້ຳ ແລະ ອາກາດແມ່ນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ...
Read More

ເຕັກນີກ: ການນຳໃຊ້ໂຊລາເຊວເຂົ້າໃນການກະສີກຳ

ຄວາມສຳຄັນຂອງໂຊລ່າເຊວ (Solar Cell) ໃນການດຳລົງຊີວິດປະຈຳວັນ ຕ້ອງອາໄສນ້ຳເປັນປັດໄຈຫຼັກ, ການນຳໃຊ້ນ້ຳໃນຊິວິດປະຈຳວັນຈະຕ້ອງອາໄສເຊື້ອໄພ ມາຜະລິດພະລັງງງານໄຟຟ້າ ຊື່ງນັບມື້ແມ່ນມີປະລິມານນ້ອຍລົງ ຈື່ງເຮັດໃຫ້ມີການນຳໃຊ້ພະລັງງານທີ່ບໍ່ມີວັນໝົດກໍ່ຄື: ພະລັງງານແສງອາທິດ ( Solar cell). ດ້ວຍເຫດນີ້ ຈື່ງໄດ້ມີພະລັງງານຈາກແສງອາທິດ ຊື່ງເປັນພະລັງານທີ່ສະອາດທີ່ ຈັດເປັນພະລັງງານທົດແທນຮູບແບບໜື່ງ ແລະ ເປັນພະລັງງານທາງເລືອກໝື່ງທີ່ມີຄວາມໝັ້ນຄັງໃນໄລຍະຍາວ ແລະ ສາມາດໃຊ້ໄດ້ຢ່າງບໍ່ມີວັນໝົດ, ໂຊລ່າເຊວໄດ້ຖືກນຳໃຊ້ເຂົ້າໃນຫຼາຍໆວຽກງານ ແລະ ຫຼາຍຂົງເຂດ ດັ່ງນັ້ນ; ຈື່ງທົດລອງການນຳໃຊ້ເຄື່ອງປຳ້ນ້ຳ ດ້ວຍພະລັງງານແສງອາທິດ ( Solar cell) ...
Read More

ເຕັກນີກ: ການປູກເຂົ້າດ້ວຍວິທີຢອດເມັດແຫ້ງ

ໂດຍປະຕິບັດຕາມຄໍາແນະນໍາທາງດ້ານພະຍາກອນອາກາດ (ປະຕິທິນການປູກພືດ) ໃນສະພາບປັດຈຸບັນ ຂະບວນການ ແລະ ເຕັກນີກ ເຕັກໂນໂລຊີໃນການເຮັດນາ ໄດ້ຄົ້ນຄວ້າ ແລະ ພັດທະນາ ເພື່ອໃຫ້ເກີດຄວາມສະດວກ ເໝາະສົມຕໍ່ສະພາບພື້ນທີ່ ແລະ ເພື່ອເປັນການຫຼຸດຕົ້ນທືນໃນການເຮັດນາອີກດ້ວຍ (ຖ້າຝົນບໍ່ມາຈົນຮອດເດືອນ ມີຖຸນາ ຄວນປູດເຂົ້າດ້ວຍວິທີຢອດເມັດແຫ້ງ ໂດຍໃສ່ຝຸ່ນຮອງພື້ນກ່ອນ ຫຼື ປູກພືດອື່ນທົດແທນ) ການປູກເຂົ້າແບບນາຢອດເມັດແຫ້ງ ເປັນອີກວິທີໜື່ງ ທີ່ຊ່ວຍໃຫ້ເມັດພັນ ມີອັດຕາການງອກທີ່ດີ,ເຂົ້າທີ່ຝັງໃນດິນບໍ່ຖືກທຳລາຍດ້ວຍສັດຕູພືດ ແລະ ແມງໄມ້, ເມື່ອຝົນຕົກຈະມີອັດຕາການງອກສູງ ແລະ ນາຢອດຈະໃຊ້ຫຼັກການດຽວກັບນາດຳ ຜົນຜະລິດທີ່ໄດ້ຈະຂື້ນຮຽງກັນ, ...
Read More

ເຕັກນິກ: ການປັບປຸງບຳລຸງດິນດ້ວຍນ້ຳຈຸລິນຊີຈາກ ຂີ້ກະເດືອນ

ຂີ້ກະເດືອນ ເປັນສັດຊະນິດໜື່ງ ທີ່ຖືວ່າມີປະໂຫຍດຫຼາຍກວ່າໂທດໃຫ້ແກ່ມະນຸດ ທີ່ພົບ ແລະ ຮູ້ຈັກມີປະມານ 4,400 ຊະນິດ, ເຊິ່ງມັນຈະມີສ່ວນຊ່ວຍເຮັດໃຫ້ໂຄງສ້າງຂອງດິນດີຂື້ນ, ເຮັດໃຫ້ດິນຜຸຜຸ່ຍ ແລະ ເຮັດໃຫ້ການລະບາຍນ້ຳ ແລະ ອາກາດໄປສູ່ດິນດີຂື້ນ. ຂີ້ກະເດືອນສາມາດເຈາະລົງໃຕ້ດິນໄດ້ເລິກກວ່າ 20 ແມັດ, ຊື່ງເປັນການໄຖພວນດິນແບບທຳມະຊາດ ທີ່ເຄື່ອງກົນຈັກທາງການກະເສດບໍ່ສາມາດເຮັດໄດ້ ແລະ ຍັງຊ່ວຍໃຫ້ດິນມີອຸດົມສົມບູນໂດຍການຊ່ວຍເພີ່ມອິນຊີວັດຖຸ ແລະ ທາດອາຫານແກ່ດິນ. ນອກຈາກນີ້ຍັງພົບວ່າ ຂີ້ກະເດືອນຍັງມີປະໂຫຍດຕໍ່ພືດໃນການຊ່ວຍກະຕຸ່ນ ການຈະເລີນເຕີບໂຕຂອງພືດ ແລະ ສາມາດບອກເຖິງການປົນເປືອນສານເຄມີໃນດິນໄດ້ ດ້ວຍການເບິ່ງຈຳນວນຂີ້ກະເດືອນໃນດິນ ເຖິງຄວາມໜາແນ່ນຂອງຂີ້ກະເດືອນ ...
Read More

ເຕັກນີີກ: ການປູກພຶດລະດູແລ້ງ(ຖົ່ວດິນ)ໂດຍການນຳໃຊ້ລະບົບນ້ຳຢອດ

ຖົ່ວດິນເປັນພຶດທີນິຍົມປູກກັນທົ່ວໄປ ເຊິ່ງສາມາດສ້າງລາຍຮັບເພີ່ມໃຫ້ແກ່ຊາວກະສິກອນເປັນຢ່າງດີ ໃນຊ່ວງຫຼັງລະດູເກັບກ່ຽວ ( ສາມາດປູກໄດ້ທັງລະດູຝົນ ແລະ ລະດູແລ້ງ ) ເພາະການປູກຖົ່ວດິນໃນຊ່ວງນີ້ ມັນຈະສາມາດຊ່ວຍປັບປຸງສະພາບດິນໃຫ້ດີຂີ້ນໄດ້ ແລະ ເໝາະແກ່ການປູກໃນພື້ນທີ່ໄຮ່ນາຫຼັງລະດູເກັບກ່ຽວ. ຫຼັງຈາກປູກຖົ່ວດິນສຳເລັດແລ້ວ ຈະມີການປູກເຂົ້ານາປີ ເຊິ່ງເຮົາສາມາດໄຖ່ປົກຕົ້ນຖົ່ວດິນ ລວມໄປເຖິງເປືອກຖົ່ວດິນກໍ່ສາມາດນຳມາເປັນປຸ໋ຍໃນນາເຂົ້າໄດ້ ແລະ ສາມາດປະຫຍັດຕົນທືນໄດ້ຫຼາຍສົມຄວນ. ການນຳໃຊ້ລະບົບນ້ຳຢອດຫຼັກໆ ແມ່ນເຮົາຕ້ອງການໃຫ້ຊາວກະສິກອນ ມີລະບົບນ້ຳ ເພື່ອທີ່ເຮັດໃຫ້ຊາວກະສິກອນສາມາດປູກພຶດຜັກໄດ້ຕະຫຼອດປີ (ຖ້າເນັ່ນການບໍລິໂພກ) ແລະ ສວນຄົວນ້ຳຢອດໃຊ້ນ້ຳພຽງ 200-400 ລິດ, ກໍ່ສາມາດປູກພຶດເພື່ອບໍລິໂພກໄດ້. ລະບົບນ້ຳຢອດສາມາດໃຊ້ກັບໂຄງສ້າງຂອງດິນທຸກຊະນິດ ເພາະວ່າອັດຕາການຢອດມັນຈະນ້ອຍປະມານ ...
Read More

ເຕັກນີກ: ນ້ຳສະກັດຊີວະພາບຈາກພືດຜັກ

ນ້ຳໝັກຊີວະພາບ: ມີຊື່ເອີ່ນໄດ້ຫຼາຍແບບຕາມຄວາມຄຸ້ນເຄີຍຂອງແຕ່ລະທ້ອງຖິ່ນເຊັ່ນ: ນ້ຳເອັນໄຊສ, ນໍ້າຈຸລິນຊີ, ນ້ຳອີເອັມ, ນໍ້າສະກັດຊີວະພາບ, ປຸ໋ຍນໍ້າຊີວະພາບ ແລະ ອື່ນໆ ນໍ້າໝັັກຊີວະພາບ ເປັນນໍ້າໝັກທີ່ໄດ້ຈາກ ການຍຍ່ອຍສະລາຍເສດວັດສະດຸເຫຼືອໃຊ້ຈາກສ່ວນຕ່າງໆຂອງພືດ ຫຼື ສັດ ໂດຍຜ່ານການໝັກໃນສະພາບທີ່ບໍ່ມີອອກຊີເຈນ, ຊິ່ງມີຈຸລິນຊີເຮັດໜ້າທີ່ຍ່ອຍເສດຊາກພືດ ແລະ ສັດເຫຼົ່ານັ້ນໃຫ້ກາຍເປັນສານລະລາຍ ລວມເຖິງການໃຊ້ ເອັນໄຊສ ທີ່ເກີດຂື້ນເອງຕາມທຳມະຊາດ ຫຼື ມີການຕື່ມ ເອັນໄຊສ ເພື່ອເລັງການຍ່ອຍສະລາຍໄດ້ໄວຂື້ນ. ນ້ຳໝັກຊີວະພາບ ຈະມີສີດຳອອກນ້ຳຕານ, ກິ່ນສົ້ມໆຫວານໆ ບໍ່ເປັນອັນຕະລາຍຕໍ່ພືດ ແລະ ...
Read More