ແນວພັນເຂົ້າພື້ນເມືອງ

ບົດແນະນຳກ່ຽວກັບການປູກແນວພັນເຂົ້າໝາກຫີນສູງ(ເຂົ້າໜຽວ)

ແນວພັນເຂົ້າໝາກຫີນສູງ(LG6432) ແມ່ນແນວພັນເຂົ້າບົກພື້ນເມືອງຂອງທ້ອງຖິ່ນ ເມືອງນໍ້າບາກ ແຂວງຫຼວງພະບາງ, ເຊິ່ງໃນປີ 1995 ຫາ 2000 ໂຄງການອະນຸຮັກເຊື້ອພັນເຂົ້າ (Lao-IRRI Biodiversity project) ໄດ້ເຕົ້າໂຮມແນວພັນເຂົ້າໃນທົ່ວປະເທດໄດ້ 13,192 ຕົວຢ່າງ, ໃນນັ້ນມີ ແນວພັນເຂົ້າບົກ 7,371 ຕົວຢ່າງ ໄດ້ນຳມາເກັບມ້ຽນ ແລະ ຮັກສາໄວ້ໃນທະນາຄານເຊື້ອພັນລາວ, ປີ 1998 ໄດ້ນຳມາສຶກສາ ແລະ ຄັດເລືອກ ທີ່ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ພາກເໜືອ ...
Read More

ເຂົ້າ ໝາກຟຸດ (Makfooth)

ແນວພັນ: ເຂົ້າ ໝາກຟຸດ (Makfooth) ຊະນິດແນວພັນ: ເຂົ້າໜຽວ ແຫລ່ງກໍາເນີດ: ຫລວງນໍ້າທາ ລັກສະນະປະຈໍາພັນ: • ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 85-110ຊມ • ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 24-26/9 • ລວງຍາວຂອງຮວງ: 25-30ຊມ • ລັກສະນະຂອງເມັດ: ເມັດໃຫຍ່ປຸ້ມ ເປຶອກນອກລາຍແດງ • ການຈັບເມັດດີ ຜົນຜະລິດ: 2-3ໂຕນ/ຮຕລັກສະນະເດັ່ນ: ເປັນເຂົ້າໜຽວໄຮ່ທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ ແລະ ທົນທານຕໍ່ພະຍາດແມງໄມ້ ແຫຼ່ງຂໍ້ມູນ:  ...
Read More

ເຂົ້າ ເມັດຍາວ (Kaometyao)

ຊື່ແນວພັນ: ເຂົ້າ ເມັດຍາວ (Kaometyao) ຊະນິດແນວພັນ: ເຂົ້າໜຽວ ແຫລ່ງກໍາເນີດ: ແຂວງບໍ່ແກ້ວ ລັກສະນະປະຈໍາພັນ: • ເປັນພັນເຂົ້າໜຽວໄຮ່ພື້ນເມືອງທີ່ມີຕົ້ນສູງ 80-120ຊມ • ຮູ້ສຶກຕໍ່ຊ່ວງແສງ ອອກດອກໃນຊ່ວງທີ 21-24/9 • ລວງຍາວຂອງຮວງ: 25-35ຊມ • ລັກສະນະຂອງເມັດ: ເມັດຍາວ ເປຶອກນອກສີຂາວ ຜົນຜະລິດ: 1.5-3ໂຕນ/ຮຕ ລັກສະນະເດັ່ນ: ເປັນເຂົ້າໜຽວໄຮ່ທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ ແລະ ທົນທານຕໍ່ພະຍາດແມງໄມ້ ແຫຼ່ງຂໍ້ມູນ:  ...
Read More

ເຂົ້າ ນົກ (Khaonok)

ຊື່ແນວພັນ: ເຂົ້າ ນົກ (Khaonok) ຊະນິດແນວພັນ: ເຂົ້າໜຽວ ແຫລ່ງກໍາເນີດ: ແຂວງຫລວງພະບາງ ລັກສະນະປະຈໍາພັນ: • ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 85-100ຊມ • ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 10-14/9 • ລວງຍາວຂອງຮວງ: 20-25ຊມ • ລັກສະນະຂອງເມັດ: ເມັດໃຫຍ່ຍາວ ເປຶອກນອກສີຂາວ ຜົນຜະລິດ: 1.5-2.5ໂຕນ/ຮຕ ລັກສະນະເດັ່ນ: ເປັນເຂົ້າໜຽວທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ ແຫຼ່ງຂໍ້ມູນ:  ຂໍ້ມູນເພີມຕື່ມ:  ຂໍ້ມູນເຕັກນິກ:  ວີດີໂອ:  ...
Read More

ເຂົ້າ ແດງຕັນ (Dengtan)

ຊື່ແນວພັນ: ເຂົ້າ ແດງຕັນ (Dengtan) ຊະນິດແນວພັນ: ເຂົ້າໜຽວ ແຫລ່ງກໍາເນີດ: ແຂວງຫົວພັນ ລັກສະນະປະຈໍາພັນ: • ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 85-110ຊມ • ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 17-24/9 • ລວງຍາວຂອງຮວງ: 25-30ຊມ • ລັກສະນະຂອງເມັດ: ເມັດໃຫຍ່ປຸ້ມ ເປຶອກນອກແດງ • ການຈັບເມັດແໜ້ນໜາຫລາຍ ຜົນຜະລິດ: 2-3.5ໂຕນ/ຮຕ ລັກສະນະເດັ່ນ: ປັບຕົວໄດ້ດີ ເປັນແນວພັນເຂົ້າໜຽວໄຮ່ທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ ແລະ ...
Read More

ເຂົ້າ ຈ້າວດໍາ (Chaodam)

ຊື່ແນວພັນ: ເຂົ້າ ຈ້າວດໍາ (Chaodam) ຊະນິດແນວພັນ: ເຂົ້າຈ້າວ ແຫລ່ງກໍາເນີດ: ແຂວງຫົວພັນ ລັກສະນະປະຈໍາພັນ: • ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 80-120ຊມ • ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 17-24/9 • ລວງຍາວຂອງຮວງ: 25-35ຊມ • ລັກສະນະຂອງເມັດ: ເມັດຍາວ ເປຶອກນອກລາຍກົ້ນດໍາ ຜົນຜະລິດ: 1-1.5ໂຕນ/ຮຕ ລັກສະນະເດັ່ນ: ເປັນເຂົ້າຈ້າວໄຮ່ທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ ແລະ ທົນທານຕໍ່ພະຍາດແມງໄມ້ ແຫຼ່ງຂໍ້ມູນ:  ຂໍ້ມູນເພີມຕື່ມ:  ...
Read More

ເຂົ້າ ຈຸກ (Jouk)

ຊື່ແນວພັນ: ເຂົ້າ ຈຸກ (Jouk) ຊະນິແນວພັນ: ເຂົ້າໜຽວ ແຫລ່ງກໍາເນີດ: ແຂວງຫົວພັນ ລັກສະນະປະຈໍາພັນ: • ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 80-100ຊມ • ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 24-26/9 • ລວງຍາວຂອງຮວງ: 25-30ຊມ • ລັກສະນະຂອງເມັດ: ເມັດໃຫຍ່ຍາວ ເປຶອກນອກສີຂາວ ຜົນຜະລິດ: 1.5-2.5ໂຕນ/ຮຕ ລັກສະນະເດັ່ນ: ເປັນເຂົ້າໜຽວທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ, ການຈັບເມັດຢູ່ເປັນຈູ້ມ ແຫຼ່ງຂໍ້ມູນ:  ຂໍ້ມູນເພີມຕື່ມ:  ຂໍ້ມູນເຕັກນິກ:  ...
Read More

ເຂົ້າຝ້າງ5

ຊື່ພາສາອັງກິດ: Sorghum ຕະກູນ: Poaceae ຊະນິດ: S. bicolor ຊື່ວິທະຍາສາດ: Sorghum bicolor L. ລັກສະນະທົ່ວໄປ: ເຂົ້າຝ້າງຈັດຢູ່ໃນອັນດັບຫ້າຂອງພືດອາຫານໂລກຮອງຈາກ: ເຂົ້າ, ເຂົ້າວີດ, ສາລີ ແລະ ເຂົ້າບຣາເລ. ເຂົ້າຝ້າງຄາດວ່າມີຖິ່ນກຳເນີດຢູ່ປະເທດໂອຖິໂອເປຍ, ຈາກນັ້ນໄດ້ແພ່ກະຈາຍໄປຕາມເສັ້ນທາງການຄ້າຫລືການເດີນເຮືອ. ເຂົ້າຝ້າງຈັດຢູ່ໃນພືດຕະກູນຫຍ້າ, ມີອາຍຸໜຶ່ງປີ, ຕົ້ນດຽວຫລືແຕກກໍທີ່ເຫງົ້າ, ມີຮາກພິເສດເປັນຮາກຝອຍ, ລຳຕົ້ນຕັ້ງ, ແຫ້ງຫລືຊຸ່ມນ້ຳ, ມີລົດຈືດ ແລະ ຫວານ, ຂ້າງໃນຂອງລຳຕົ້ນຄ້າຍຄືຟອງນ້ຳ ...
Read More

ເຂົ້າປ່າ RUFIPOGON

ຊື່ພາສາລາວ: ເຂົ້າປ່າ ຊື່ພາສາອັງກິດ: Wild Rice ຕະກູນ: Poaceae ຊະນິດ: O. rufipogon ຊື່ວິທະຍາສາດ: Oryza rufipogon L. ລັກສະນະທົ່ວໄປ: ເຂົ້າປ່າແມ່ນສາມາດແບ່ງອອກເປັນຫລາຍຊະນິດ, ໃນແຕ່ລະຊະນິດຈະມີຫລາຍລັກສະນະ ແລະ ກໍ່ມີຄວາມສຳຄັນຫລາຍຢ່າງແຕກຕ່າງກັນອອກໄປຂອງຊະນິດນັ້ນໆ. ເຂົ້າປ່າແມ່ນເປັນບັນພະບູລຸດຂອງເຂົ້າໃນປະຈຸບັນ, ເປັນເຂົ້າອີກຊະນິດໜຶ່ງທີ່ມີໃນທຳມະຊາດເຊິ່ງສາມາດເກີດຂື້ນໄດ້ໃນບ່ອນຫລູບ ແລະ ບ່ອນໂນນ, ເຂົ້າປ່າເຖິ່ງຈະມີຫລາຍຊະນິດ ແລະ ຫລາຍລັກສະນະທີ່ແຕກຕ່າງກັນ ແຕ່ມີບ່າງລັກສະນະທີ່ຄືກັນນັ້ນແມ່ນເມັດຂອງເຂົ້າປ່າໃນໜຶ່ງຮວງແມ່ນສຸກແກ່ບໍ່ພ້ອມກັນເຊັ່ນ: ໃນເຂົ້າປ່າຮວງໜຶ່ງເມັດຈະແກ່ໃນ 9 ຫາ ...
Read More

ເຂົ້າດໍໄດ້ (Dordai)

ຊື່ ເຂົ້າດໍໄດ້ (Dordai) ຂໍ້ມູນ   ປະຫວັດຄວາມເປັນມາ ເຂົ້າດໍໄດ້ເປັນແນວພັນເຂົ້າໜຽວພື້ນເມືອງທີ່ມາຈາກເມືອງປາກອູ, ແຂວງຫຼວງພະບາງ ລັກສະນະປະຈຳພັນ ປະເພດເຂົ້າ ເຂົ້າໜຽວ, ເມັດໃຫຍ່ ຜົນຜະລິດ 4-5 ໂຕນຕໍ່ເຮັກຕາ ອາຍຸ ເປັນເຂົ້າກາງ: ອອກດອກຊ່ວງຕົ້ນເດືອນຕຸລາ ລັກສະນະແຕກກໍ ແຕກກໍປານກາງ ແລະ ມີຊົງລຳຕົ້ນຕັ້ງຊື່ດີ ລວງສູງ ປະມານ 89 ຊັງຕີແມັດ ລັກສະນະຂອງລຳຕົ້ນ ແຂງແຮງດີ ແລະ ບໍ່ລົ້ມເວລາສຸກແກ່ ...
Read More