Monthly Archives: June 2018

ເຂົ້າຊີວນາມອນ (LG4646)

ຊື່ ເຂົ້າຊີວນາມອນ (LG4646)
ຂໍ້ມູນ
  1. ປະຫວັດຄວາມເປັນມາ.

ແນວພັນເຂົ້າຊີວນາມອນ (LG4646) ເປັນແນວພັນເຂົ້າພື້ນເມືອງຂອງທ້ອງຖິ່ນເມືອງໄຊຍະບູລີ, ແຂວງໄຊຍະບູລີ. ໃນປີ 2005 ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ນຳມາປູກເພື່ອຄັດເລືອກ ແລະ ໃນປີ 2008 ຈິ່ງໄດ້ນຳໄປປູກທົດສອບໃນພື້ນທີ່ໄຮ່ຂອງຊາວກະສິກອນ ແລະ ເຫັນວ່າມີການຈະເລີນເຕີບໂຕດີພ້ອມທັງໃຫ້ຜົນຜະລິດສູງ. ໃນປີ 2010 ໄດ້ນຳໄປທົດສອບ ແລະ ຂະຫຍາຍໃນພື້ນທີ່ 6 ເມືອງຂອງໂຄງການ NURIFaR.

  1. ລັກສະນະປະຈຳພັນ.
ປະເພດເຂົ້າ ເຂົ້າໜຽວ
ຜົນຜະລິດ 1.7 – 2.8 ໂຕ່ນຕໍ່ເຮັກຕາ
ອາຍຸ 140 – 145
ລັກສະນະແຕກກໍ ແຕກກໍຫຼາຍ
ລວງສູງ 120-130 ຊັງຕີແມັດ
ລວງຍາວຂອງຮວງ ປະມານ 25.6 ຊັງຕີແມັດ
ສີເມັດເຂົ້າເປືອກ ສີເຫຼືອງ, ມີຂົນ
ຂະໜາດເມັດເຂົ້າເປືອກ (ສະເລ່ຍ) ຍາວ 9.79 ມີລີແມັດ, ກວ້າງ 3.06 ມີລີແມັດ, ໜາ 2.2 ມີລີແມັດ
ຂະໜາດເມັດເຂົ້າສານ (ສະເລ່ຍ) ຍາວ 9.34 ມີລີແມັດ, ກວ້າງ 3.03 ມີລີແມັດ, ໜາ 2.11 ມີລີແມັດ
ຮູບຮ່າງ ຮຽວ
ນ້ຳໜັກ 1,000 ເມັດ 27.9 ກຼາມ
ຄຸນນະພາບການກິນ ອ່ອນ
ເປີເຊັນການສີ ສູງ (61% )
  1. ຈຸດດີ ແລະ ຈຖດອ່ອນ.
  • ຈຸດດີ: ສາມາດປູກໄດ້ກັບດິນທີ່ມີຄວາມອຸດົມສົມບູນຕ່ຳສຸດ ຫາ ປານກາງ, ເໝາະສົມກັບດິນເຂດປ່າເລັ່າອ່ອນ ແລະ ສາມາດປູກຕໍ່ເນື່ອງໄດ້. ທົນທານຕໍ່ແມງໄຂ່ປາ (Rood Aphid).
  • ຈຸດອ່ອນ: ເມັດເຂົ້າຄາຍ ແລະ ນ້ອຍ, ລຳຕົ້ນນ້ອຍບໍ່ແຂງແຮງ, ຖ້າປູກໃສ່ດິນທີ່ອຸດົມສົມບູນດີຕົ້ນເຂົ້າຈະລົ້ມ.
  1. ວິທີການປູກ
    • ສະຖານທີ່ແນະນຳປູກ.

ສາມາດປູກໄດ້ໃນພື້ນທີ່ນາ ແລະ ພື້ນທີ່ ທີ່ມີຄວາມຄ້ອຍຊັນ 15%-60%, ລະດັບຄວາມສູງຈາກໜ້ານ້ຳທະເລ 300 – 1.500 ແມັດ. ປູກໄດ້ດຮໃນແຂວງພາກເໜືອ ເຊັ່ນ: ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ.

  • ການປູກ.

ຄວນນຳໃຊ້ແນວພັນປູກໃນອັດຕາ 60 ກລ/ຮຕ, ຄວາມງອກບໍ່ຕ່ຳກວ່າ 85%, ໄລຍະຫ່າງການປູກ 25 x 25 ຊມ, ຈຳນວນ 5-6 ເມັດຕໍ່ຂຸມ ແລະ ສັກເລິກປະມານ 2-3 ຊມ ເພື່ອປ້ອງກັນການທຳລາຍຂອງສັດຕູພືດ.

  • ລະດູການປູກ.

ລະດູການປູກທີ່ເໝາະສົມແມ່ນທ້າຍເດືອນເມສາ ຫາ ເດືອນພຶດສະພາ, ຖ້າປູກຊ້າຈະເຮັດໃຫ້ຜົນຜະລິດຫຼຸດລົງ.

  • ການບົວລະບັດຮັກສາ.

ຫຼັງຈາກສັກເຂົ້າແລ້ວປະມານ 15-25 ວັນ ຄວນເສຍຫຍ້າຄັ້ງທີ 1, ບໍ່ຄວນໃຫ້ຫຍ້າສູງເກີນໄປເພາະຫຍ້າຈະຍາດທາດອາຫານຈາກຕົ້ນເຂົ້າ ແລະ ເປັນບ່ອນລີ້ຊ່ອນຂອງແມງໄມ້.

  • ການໃສ່ຝຸ່ນ.

ຖ້າເປັນພື້ນທີ່ ທີ່ມີຄວາມຄ້ອຍຊັນບໍ່ແນະນຳໃຫ້ໃສ່ຝຸ່ນເພາະຈະເຮັດໃຫ້ຝຸ່ນເຊາະໄຫຼໜີ. ຖ້າເປັນພື້ນທີ່ຮາບພຽງ ຫຼື ພື້ນທີ່ນາທີ່ມີຄວາມອຸດົມສົມບູນຂອງດິນຕ່ຳ ຫາ ປານກາງ, ມີການກຽມດິນແນະນຳໃຫ້ໃຊ້ຝຸ່ນສູດ 15-15-15 ຮອງພື້ນກ່ອນການປູກຈຳນວນ 100 ກລ/ຮຕ ( ຝຸ່ນຢູເຣຍ 46-00-00 ) ໃສ່ຫຼັງຈາກປູກ 45 ວັນ.

 

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ. ສູນຄົ້ນຄວ້ານະໂຍບາຍກະສິກຳ ແລະ ປ່າໄມ້

ແຫຼ່ງຂໍ້ມູນ:  ປື້ມຄຳແນະນຳການນຳໃຊ້ແນວພັນເຂົ້າສຳລັບພາກເໜືອຂອງລາວ. ໂຄງການຄົ້ນຄວ້າລະບົບການຜະລິດກະສິກຳ ໂດຍເອົາເຂົ້າເປັນພື້ນຖານ ໃນເຂດພູດອຍ ຢູ່ພາກເໜືອ.
ຂໍ້ມູນເພີມຕື່ມ
ວີດີໂອ
ຕິດຕໍ່

ເຂົ້າດໍໄດ້ (Dordai)

ຊື່ ເຂົ້າດໍໄດ້ (Dordai)
ຂໍ້ມູນ  

  1. ປະຫວັດຄວາມເປັນມາ

ເຂົ້າດໍໄດ້ເປັນແນວພັນເຂົ້າໜຽວພື້ນເມືອງທີ່ມາຈາກເມືອງປາກອູ, ແຂວງຫຼວງພະບາງ

  1. ລັກສະນະປະຈຳພັນ
ປະເພດເຂົ້າ ເຂົ້າໜຽວ, ເມັດໃຫຍ່
ຜົນຜະລິດ 4-5 ໂຕນຕໍ່ເຮັກຕາ
ອາຍຸ ເປັນເຂົ້າກາງ: ອອກດອກຊ່ວງຕົ້ນເດືອນຕຸລາ
ລັກສະນະແຕກກໍ ແຕກກໍປານກາງ ແລະ ມີຊົງລຳຕົ້ນຕັ້ງຊື່ດີ
ລວງສູງ ປະມານ 89 ຊັງຕີແມັດ
ລັກສະນະຂອງລຳຕົ້ນ ແຂງແຮງດີ ແລະ ບໍ່ລົ້ມເວລາສຸກແກ່
ລັກສະນະຂອງໃບ ສີຂຽວເຂັ້ມ ແລະ ໃບຈ່າງ
ສີເມັດເຂົ້າເປືອກ ສີເຫຼືອງ, ປາຍເມັດມີຈຸດສີນ້ຳຕານຕາມປາຍເປືອກ
ຂະໜາດເມັດເຂົ້າສານ ຍາວ 10.36 ມີລີແມັດ, ກວ້າງ 3.52 ມີລີແມັດ, ໜາ 2.16 ມີລີແມັດ
ຮູບຮ່າງ ຮຽວ
ນ້ຳໜັກ 1,000 ເມັດ 39 ກຼາມ
ຄຸນນະພາບການກິນ ອ່ອນນຸ່ມດີ
ເປີເຊັນການສີ ສູງ (60%)
  1. ຈຸດດີ ແລະ ຈຸດອ່ອນ

ຈຸດດີ: ເປັນແນວພັນໃຫ້ຜົນຜະລິດດີ, ເໝາະສຳລັບດິນທີ່ມີຄວາມອຸດົມສົມບູນຕ່ຳສຸດຫາປານກາງ, ເມັດໃຫຍ່, ຕົ້ນສູງ, ສາມາດປູກໄດ້ທັງນາປີ ແລະ ນາແຊງ, ຄຸນນະພາບການກິນອ່ອນດີ. ຄ້າຍຄືເຂົ້ານາຊາງ ແລະ ເຂົ້າອົບປົບ, ເຂົ້າດໍໄດ້ບໍ່ຄ່ອຍເກີດພະຍາດໃໝ້. ປູກໄດ້ໃນເຂດດິນປານກາງຫາດິນທີ່ອຸດົມສົມບູນ. ປັບຕົວໃນບາງແຂວງພາກເໜືອເຊັ່ນ: ແຂວງຫຼວງພະບາງ, ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ຈຸດອ່ອນ: ບໍ່ທົນຕໍ່ບົ່ວ

  1. ວິທີການປູກ
    • ລະດູຕົກກ້າ ແລະ ປັກດຳ

ນາປີ: ເຂດພາກເໜືອເລີ່ມຕົກກ້າໃນເດືອນມິຖຸນາ, ປັກດຳທ້າຍເດືອນມິຖຸນາ ແລະ ເກັບກ່ຽວຊ່ວງທ້າຍເດືອນຕຸລາ.

ນາແຊງ: ຕົກກ້າໃນກາງເດືອນພະຈິກ, ປັດດຳໃນກາງເດືອນທັນວາ ແລະ ເກັບກ່ຽວໃນທ້າຍເດືອນພຶດສະພາ.

ອາຍຸກ້າເໝາະສົມໃນການປັກດຳ: 21-25 ວັນ. ສຳລັບນານ້ຳຝົນ ແລະ 25-30 ວັນສຳລັບນາແຊງ. ໃນເຂດໜາວ, ອາຍຸກ້າອາດຈະຍາວກວ່າ, ແຕ່ຕ້ອງສັງເກດເບິ່ງຈຳນວນໃບກ້າທີ່ມີ 4.5 – 5.5 ໃບ (ນັບທັງໃບເຄົ້າ)

ໄລຍະປັກດຳ: 20 x 20 ຊັງຕີແມັດ ຫຼື 25 ສຸມຕໍ່ຕາລາງແມັດ.

ຈຳນວນກີບກ້າປັກດຳ: 3 – 4 ກີບກ້າຕໍ່ສຸມ.

  • ອັດຕາຝຸ່ນເຄມີ:

ຝຸ່ນຮອງພື້ນ: ປຸ໋ຍສູດ 16-20-00 ໃນອັດຕາ 150 ກລ/ຮຕ (ສຳລັບນາດິນໜຽວ) ຫຼື 200 ກລ/ຮຕ ຂອງປຸ໋ຍສູດ 15-15-15 (ສຳລັບນາດິນຊາຍ) ຫວ່ານໃນເວລາປັກດຳ.

ຝຖ່ນເລັ່ງ: ຫວ່ານຝຸ່ນເລັ່ງ 2 ຄັ້ງໃນເວລາ 25 – 30 ວັນ ແລະ 45 – 50 ວັນ. ຫຼັງປັກດຳໃນອັດຕາ 50 ກລ/ຮຕ ໃນແຕ່ລະຄັ້ງ.

 

ໝາຍເຫດ: ນາຕີນບ້ານ ດິນທີ່ມີຄວາມອຸດົມສົມບູນສູງບໍ່ຕ້ອງໃສ່ຝຸ່ນ ( ເມື່ອສັງເກດເຫັນໃບເຂົ້າຂຽວຢູ່ຕະຫຼອດ ). ນາດິນບໍ່ດີຄວນໃສ່ຝຸ່ນຄອກໃນອັດຕາ 3 – 5 ຕ/ຮຕ ກ່ອນ.

 

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ. ສູນຄົ້ນຄວ້ານະໂຍບາຍກະສິກຳ ແລະ ປ່າໄມ້

ແຫຼ່ງຂໍ້ມູນ:  ປື້ມຄຳແນະນຳການນຳໃຊ້ແນວພັນເຂົ້າສຳລັບພາກເໜືອຂອງລາວ. ໂຄງການຄົ້ນຄວ້າລະບົບການຜະລິດກະສິກຳ ໂດຍເອົາເຂົ້າເປັນພື້ນຖານ ໃນເຂດພູດອຍ ຢູ່ພາກເໜືອ.
ຂໍ້ມູນເພີມຕື່ມ 
ວີດີໂອ  
ຕິດຕໍ່

ເຂົ້າທ່າດອກຄຳ 8 (TDK8)

  1. ຊື່ວິທະຍາສາດ:
    ຊື່ທສາມັນ:
    ເຂົ້າທ່າດອກຄຳ 8 (TDK8)
    ຊື່ພາສາອັງກິດ:      TDK8
    ຊື່ທ້ອງຖິ່ນ:  
  2. ແຫລ່ງກຳເນີດ

  3. ປະຫວັດຄວາມເປັນມາ
    ແນວພັນເຂົ້າໜຽວທ່າດອກຄຳ 8 (TDK8) ແມ່ນໄດ້ພັດທະນາຈາກນັກປັບປຸງພັນເຂົ້າຂອງລາວ ທີ່ສູນຄົ້ນຄວ້າກະສິກຳ ( ສູນນາພອກ ). ຊື່ສາຍພັນ TDK37-B-3-2-1-B ທີ່ໄດ້ຈາກການປະສົມຈາກແນວພັນ RD10/TDK1 ໃນປີ 1996. ຫຼັງຈາກໄດ້ສາຍພັນຄົງຕົວແລ້ວໄດ້ສົ່ງອອກທົດລອງຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ ແລະ ເຫັນວ່າເປັນສາຍພັນທີ່ດີ. ຈົນມາເຖີງປີ 2006-2007 ຈິ່ງໄດ້ຮັບຮອງ ແລະ ສົ່ງອອກເປັນແນວພັນ
  4. ລັກສະນະ/ປະສິດທິພາບ

    ປະເພດເຂົ້າ ເຂົ້າໜຽວ
    ຜົນຜະລິດ 4 – 6 ໂຕນ/ເຮັກຕາ
    ອາຍຸ 135 – 140 ວັນ
    ລັກສະນະແຕກກໍ ແຕກກໍໄດ້ຫຼາຍ ແລະ ມີຊົງຕົ້ງຕັ້ງຊື່
    ລວງສູງ 90 – 110 ຊັງຕີແມັດ
    ລັກສະນະຂອງລຳຕົ້ນ ແຂງແຮງ ແລະ ບໍ່ລົ້ມເວລາສຸກແກ່
    ລັກສະນະຂອງໃບ ສີຂຽວເຂັ້ມ ແລະ ໃບຕັ້ງຊື່ດີ
    ສີເມັດເຂົ້າເປືອກ ສີນ້ຳຕານເຂັ້ມ
    ຂະໜາດເມັດເຂົ້າສານ ຍາວ 11.35 ມີລີແມັດ, ກວ້າງ 2.68 ມີລີແມັດ, ໜາ 2.25 ມີລີແມັດ
    ຮູບຮ່າງ ຮຽວ
    ນ້ຳໜັກ 1,000 ເມັດ 27 ກຼາມ
    ຄຸນນະພາບການກິນ ອ່ອນນຸ່ມດີ
    ເປີເຊັນການສີ ສູງ (66%) ສູງກວ່າ TDK1 (58%) ແລະ TDK6
  5. ສະພາບແວດລ້ອມ/ຄວາມເໝາະສົມ
    ຈຸດດີ:ເປັນແນວພັນໃຫ້ຜົນຜະລິດສູງ, ສາມາດປູກທັງນາປີ ແລະ ນາແຊງ, ເວລາສີແມ່ນໄດ້ເຂົ້າສານຫຼາຍກວ່າແນວພັນອື່ນໆ, ຕອບສະໜອງຕໍ່ຝຸ່ນໄນໂຕຼເຈນ
    (Nitrogen) ໄດ້ດີ. ເປັນແນວພັນຕົ້ນແຂງ, ບໍ່ລົ້ມ ແລະ ເໝາະສົມໃນການປູກໃສ່ດິນທີ່ມີຄວາມອຸດົມສົມບູນສູງ. ທົນທານຕໍ່ເພ້ຍຈັກກະຈັ່ນ ແລະ ພະຍາດໃໝ້ໃນລະດັບກາງ. ສຳຄັນແມ່ນກິນອ່ອນນຸ່ມດີ. ປັບຕົວໄດ້ດີເໝາະສົມໃນເຂດພາກກາງ ແລະ ພາກໃຕ້ ແລະ ບາງເຂດໃນພາກເໜືອເຊັ່ນ: ແຂວງຫຼວງພະບາງ, ໄຊຍະບູລີ ແລະ ບາງເມືອງຂອງແຂວງບໍ່ແກ້ວ.
    ຈຸດອ່ອນ:ບໍ່ທົນຕໍ່ແມງບົ່ວ ແລະ ດ້ວງກໍ, ບໍ່ເໝາະສົມປູກໃນດິນທີ່ມີຄວາມອຸດົມສົມບູນຕ່ຳ.
    ວິທີປູກ.ລະດູຕົກກ້າ ແລະ ປັກດຳ.ລະດູຝົນ: ເຂດພາກເໜືອເລີ່ມຕົກກ້າກາງເດືອນພຶດສະພາຫາຕົ້ນເດືອນມິຖຸນາ ແລະ ປັກດຳກາງເດືອນມິຖຸນາຫາຕົ້ນເດືອນກໍລະກົດ. ເຂດພາກກາງ ແລະ ພາກໃຕ້ຕົກກ້າໃນເດືອນມິຖຸນາ ແລະ ປັກດຳທ້າຍເດືອນກໍລະກົດ.
    ນາແຊງ: ຕົກກ້າໃນກາງເດືອນພະຈິກ ແລະ ປັກດຳໃນກາງເດືອນທັນວາ.
    ອາຍຸກ້າເໝາະສົມໃນການປັກດຳ: 21-25 ວັນ ສຳລັບນາປີ ແລະ 25-30 ວັນ ສຳລັບນາແຊງ. ໃນເຂດໜາວອາຍຸກ້າອາດຈະຍາວກວ່າ, ແຕ່ຕ້ອງສັງເກດເບີ່ງຈຳນວນໃບກ້າທີ່ມີ 4.5 – 5.5 ໃບ ( ນັບທັງໃບເຄົ້າ )
    ໄລຍະປັກດຳ: 20 x 20 ຊມ ຫຼື 25 ສຸມຕໍ່ຕາງແມັດ
    ຈຳນວນກີບກ້າປັກດຳ: 3-4 ກີບກ້າຕໍ່ສຸມ
    ອັດຕາຝຸ່ນເຄມີ.
    ຝຸ່ນຮອງພື້ນ: ປຸ໋ຍສູດ 16-20-00 ໃນອັດຕາ 150 ກລ/ຮຕ( ສຳລັບດິນໜຽວ ) ຫຼື 200 ກລ/ຮຕ ຂອງປຸ໋ຍ15-15-15 ( ສຳລັບນາດິນຊາຍ ). ຫວ່ານໃນເວລາປັກດຳ.
    ຝຸ່ນເລັ່ງ: ຫວ່ານຝຸ່ນເລັ່ງ 2 ຄັ້ງ ໃນເວລາ 25-30 ວັນ ແລະ 45-50 ວັນ ຫຼັງປັກດຳໃນອັດຕາ 150 ກລ/ຮຕ ໃນແຕ່ລະຄັ້ງ.
    ໝາຍເຫດ: ນາຕີນບ້ານ ດິນທີ່ມີຄວາມອຸດົມສົມບູນສູງບໍ່ຕ້ອງໃສ່ຝຸ່ນ ( ເມື່ອສັງເກດເຫັນໃບເຂົ້າຂຽວຢູ່ຕະຫຼອດ ). ນາດິນບໍ່ອຸດົມສົມບູນຄວນໃສ່ຝຸ່ນຄອກໃນອັດຕາ 3-5 ຕ/ຮຕ ກ່ອນ.ຂໍ້ຄວນເອົາໃຈໃສ່: ແນວພັນເຂົ້າທ່າດອກຄຳ 8 (TDK8) ອາດຈະບໍ່ເໝາະສົມຢູ່ແຂວງອຸດົມໄຊ, ແຂວງບໍ່ແກ້ວ ແລະ ຫຼວງພະບາງ ເນື່ອງຈາກວ່າແນວພັນດັ່ງກ່າວບໍ່ທົນຕໍ່ສະພາບອາກາດໜາວ ແລະ ບໍ່ທົນຕໍ່ແມງບົ່ວ.
    ຮຽບຮຽງໂດຍ:
    ສຸລິວົງ ກອງມະນີວົງ. ສູນຄົ້ນຄວ້ານະໂຍບາຍກະສິກຳ ແລະ ປ່າໄມ້
  6. ແຫຼ່ງຂໍ້ມູນ: ປື້ມຄຳແນະນຳການນຳໃຊ້ແນວພັນເຂົ້າສຳລັບພາກເໜືອຂອງລາວ. ໂຄງການຄົ້ນຄວ້າລະບົບການຜະລິດກະສິກຳ ໂດຍເອົາເຂົ້າເປັນພື້ນຖານ ໃນເຂດພູດອຍ ຢູ່ພາກເໜືອ.
    ຂໍ້ມູນເພີມຕື່ມ:

    ຂໍ້ມູນເຕັກນິກ:

    ວີດີໂອ:

    ຕິດຕໍ່:

 

ເຂົ້າທ່າດອກຄຳ 11 (TDK8)

 

ຊື່ ເຂົ້າທ່າດອກຄຳ 11 (TDK8)
ຂໍ້ມູນ

  1. ປະຫວັດຄວາມເປັນມາ.

ແນວພັນເຂົ້າໜຽວ ທ່າດອກ 11 (TDK11) ແມ່ນພັດທະນາຈາກນັກປັບປຸງພັນເຂົ້າຂອງລາວ ທີ່ສູນຄົ້ນຄວ້າກະສິກຳ ( ສູນນາພອກ ). ຊື່ສາຍພັນ TDK74-B-6-1-2 ປະສົມພັນຈາກແນວພັນ RD23/TDK5/TDK1 ໃນປີ 1996. ຫຼັງຈາກໄດ້ສາຍພັນຄົງຕົວແລ້ວໄດ້ສົ່ງອອກທົດລອງຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ ແລະ ເຫັນວ່າເປັນສາຍພັນທີ່ດີ. ຈົນມາເຖີງປີ 2008-2009 ຈິ່ງໄດ້ຮັບຮອງ ແລະ ສົ່ງອອກເປັນແນວພັນ.

  1. ລັກສະນະປະຈຳພັນ.
ປະເພດເຂົ້າ ເຂົ້າໜຽວ
ຜົນຜະລິດ 4-6 ໂຕນ/ເຮັກຕາ
ອາຍຸ 125-135 ວັນ
ລັກສະນະແຕກກໍ ແຕກກໍໄດ້ຫຼາຍ ແລະ ມີຊົງຕົ້ນຕັ້ງຊື່ດີ
ລວງສູງ 90-120 ຊັງຕີແມັດ
ລັກສະນະຂອງລຳຕົ້ນ ບໍ່ແຂງແຮງປານໃດ ແລະ ມັກລົ້ມເວລາເຂົ້າສຸກແກ່
ສີໃບ ແລະ ລັກສະນະໃບ ສີຂຽວເຂັ້ມ ແລະ ໃບຕັ້ງຊື່ດີ
ສີເມັດເຂົ້າເປືອກ ສີເຫຼືອງ
ຂະໜາດເມັດເຂົ້າສານ ຍາວ 11.64 ມີລີແມັດ, ກວ້າງ 2.71 ມີລີແມັດ, ໜາ 2.20 ມີລີແມັດ
ຮູບຮ່າງ ຮຽວ
ນ້ຳໜັກ 1,000 ເມັດ 29 ກຼາມ
ຄຸນນະພາບການກິນ ອ່ອນນຸ່ມດີ
ເປີເຊັນການສີ ສູງ (67%)
  1. ຈຸດດີ ແລະ ຈຸດອ່ອນ.
  • ຈຸດດີ: ເປັນແນວພັນໃຫ້ຜົນຜະລິດສູງ, ອາຍຸສັ້ນກວ່າແນວພັນອື່ນໆ ສະນັ້ນ, ຈິ່ງເໝາະສົມປູກຢູ່ເຂດນາໂນນ ແລະ ເຂດດິນບໍ່ອຸດົມສົມບູນປານໃດ, ສາມາດປູກໄດ້ທັງນາປີ ແລະ ນາແຊງ. ທົນທານຕໍ່ເຈ້ຍຈັກກະຈັ່ນ ແລະ ພະຍາດໃໝ້ໃນລະດັບປານກາງ. ເວລາສີແມ່ນໃຫ້ເຂົ້າສານຫຼາຍ ແລະ ສຳຄັນແມ່ນຄຸນນະພາບການກິນອ່ອນນຸ່ມດີ, ປັບຕົວໄດ້ກວ້າງ, ເໝາະສົມໃນເຂດພາກກາງ, ພາກໃຕ້ ແລະ ບາງເຂດໃນພາກ ເໜືອ ເຊັ່ນ: ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ.
  • ຈຸດອ່ອນ: ບໍ່ທົນຕໍ່ແມງບົ່ວ ແລະ ດ້ວງກໍ ( ດ້ວງກໍໃນລະດູນາແຊງ ແລະ ບົ່ວໃນລະດູນາປີ ) ແລະ ບໍ່ຕອບສະໜອງຕໍ່ຝຸ່ນໄນໂຕຼເຈນ (Nitrogen) ໄດ້ດີ.
  1. ວິທີປູກ.
    • ລະດູຕົກກ້າ ແລະ ປັກດຳ.
  • ລະດູຝົນ: ເຂດເໜືອ, ເລີ່ມຕົກກ້າໃນກາງເດືອນພຶດສະພາຫາຕົ້ນເດືອນມິຖຸນາ ແລະ ປັກດຳກາງເດືອນມິຖຸນາຫາເດືອນກໍລະກົດ. ເຂດພາກກາງ ແລະ ພາກໃຕ້ຕົກກ້າໃນເດືອນມິຖຸນາ ແລະ ປັກດຳໃນທ້າຍເດືອນກໍລະກົດ.
  • ນາແຊງ: ຕົກກ້າໃນກາງເດືອນພະຈິກ ແລະ ປັກດຳໃນກາງເດືອນທັນວາ.
  • ອາຍຸກ້າເໝາະສົມໃນການປັກດຳ: 21-25 ວັນ ສຳລັບນາປີ ແລະ 25-30 ວັນ ສຳລັບນາແຊງ. ໃນເຂດໜາວອາຍຸກ້າອາດຈະຍາວກວ່າແຕ່ຕ້ອງສັງເກດເບີ່ງຈຳນວນໃບກ້າທີ່ມີ 4.5 – 5.5 ໃບ ( ນັບທັງໃບເຄົ້າ ).
  • ໄລຍະປັກດຳ: 20 x 20 ຊັງຕີແມັດ ຫຼື 25 ສຸມຕໍ່ຕາລາງແມັດ
  • ຈຳນວນກີບກ້າປັກດຳ: 3-4 ກີບກ້າຕໍ່ສຸມ.
  1. ອັດຕາຝຸ່ນເຄມີ.
  • ຝຸ່ນຮອງພື້ນ: ປຸ໋ຍສູດ 16-20-00 ໃນອັດຕາ 150 ກລ/ຮຕ ( ສຳລັບນາດິນໜຽວ ) ຫຼື 200 ກລ/ຮຕ ຂອງປຸ໋ຍສູດ 15-15-15 ( ສຳລັບນາດິນຊາຍ ) ຫວ່ານໃນເວລາປັກດຳ.
  • ຝຸ່ນເລັ່ງ: ຫວ່ານຝຸ່ນເລັ່ງ 2 ຄັ້ງ ໃນເວລາ 25-30 ວັນ ແລະ 45-50 ວັນ ຫຼັງປັກດຳ ໃນອັດຕາ 50 ກລ/ຮຕ ໃນແຕ່ລະຄັ້ງ.

ໝາຍເຫດ: ນາຕີນບ້ານ ດິນທີ່ມີຄວາມອຸດົມສົມບູນສູງບໍ່ຕ້ອງໃສ່ຝຸ່ນ ( ເມື່ອສັງເກດເຫັນໃບເຂົ້າຂຽວຢູ່ຕະຫຼອດ ). ນາດິນບໍ່ອຸດົມສົມບູນຄວນໃສ່ຝຸ່ນຄອກໃນອັດຕາ 3-5 ໂຕນ/ເຮັກຕາ ກ່ອນ.

ຂໍ້ຄວນເອົາໃຈໃສ່: ເນື່ອງຈາກແນວພັນເຂົ້າທ່າດອກຄຳ 11 (TDK11) ບໍ່ທົນຕໍ່ບົ່ວ ແລະ ດ້ວງກໍ, ຢູ່ແຂວງຫຼວງນ້ຳທາສ່ວນຫຼາຍປູກແຕ່ລະດູນາປີ, ສ່ວນນາແຊງແມ່ນປູກແນວພັນເຂົ້າທ່າດອກຄຳ 5 (TDK5).

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ. ສູນຄົ້ນຄວ້ານະໂຍບາຍກະສິກຳ ແລະ ປ່າໄມ້

ແຫຼ່ງຂໍ້ມູນ:  ປື້ມຄຳແນະນຳການນຳໃຊ້ແນວພັນເຂົ້າສຳລັບພາກເໜືອຂອງລາວ. ໂຄງການຄົ້ນຄວ້າ  ລະບົບການຜະລິດກະສິກຳ ໂດຍເອົາເຂົ້າເປັນພື້ນຖານ ໃນເຂດພູດອຍ ຢູ່ພາກເໜືອ.
ຂໍ້ມູນເພີມຕື່ມ 
ວີດີໂອ  
ຕິດຕໍ່

ເຕັກນິກການປູກສາລີຫວານ.

 

ຊື່ ເຕັກນິກການປູກສາລີຫວານ.
ຂໍ້ມູນ

ລະດູປູກ.

ສາລີຫວານສາມາດປູກໄດ້ຕະຫລອດປີ ແຕ່ນິຍົມປູກຫຼາຍໃນຊ່ວງລະດູຝົນ ແລະສາມາດປູກໄດ້ດີໃນດີນທຸກສະພາບແຕ່ຈະຂື້ນໄດ້ດີໃນສະພາບດີນພຸຍດີນປົນຊາຍຈະເຮັດໃຫ້ຜົນຜະລິດດີແລະເກັບກ່ຽງໄດ້ໄວຂື້ນສ່ວນຄວາມເປັນກົດ-ດ່າງຂອງດີນທີ່ເໝາະສົມຢູ່ໃນຊ້ວງ 6.0-6.5 ໂດຍສາລີຫວານຕ້ອງການແສງແດດເຕີມທີ່ໝົດມື້.

ອຸນນະພູມທີ່ເຫມາະສົມ.

ອຸນນະພູມທີ່ເໝາະສົມໃນການປູກສາລີຫວານ ເພື່ອໃຫ້ໄດ້ຜົນຜະລິດສູງທີ່ສຸດຈະຢູ່ໃນຊ້ວງ 24-30 ອົງສາ ແລະອຸນນະພູມກາງຄືນຢູ່ໃນຊ່ວງ 15-18 ອົງສາ ຈະເຮັດໃຫ້ສາລີຫວານມີຄຸນນະພາບດີ ແລະມີຄວາມຫວານສູງ.

ການກະກຽມພື້ນທີ່ປູກ.

ການປູກສາລີຫວານຈະແຕກຕ່າງຈາກການປູກສາລິໄຮ່ເພາະສາລີຫວານຕ້ອງເບີ່ງແຍງ ແລະ ປະຕິບັດຢ່າງພິຖີພິທັນເຊັ່ນດຽວກັບການປູກພຶດຜັກ ຈື່ງຈະໄດ້ຜົນຜະລິດທີ່ມີຄຸນນະພາບ ດັ່ງນັ້ນຕ້ອງກຽມດີນ ແລະ ການປູກຕ້ອງເຮັດຢ່າງປານີດໂດຍການໄຖດີນເລີກປະມານ 15-20 ຊມ.ແລ້ວຕາກດີນປະໄວ້ 7-10ມື້ເພື່ອກໍາຈັດໄຂ່ແມງ ແລະແກ່ນວັດສະພຶດ

ຂັ້ນຕອນການປູກສາລີຫວານ.

ເຈາະຂຸມປູກບໍລິເວນຂ້າງໆຮ່ອງໃຊ້ໄລຍະຫ່າງລະຫວ່າງຂຸມ (ຕົ້ນ) ປະມານ 25-35 ຊມ. ເອົາແກ່ນສາລີຫວານຢອດລົງໄປ ຂຸມລະ 1-2 ແກ່ນໃນພື້ນທີ່ 1 ໄລ່ຈະໃຊ້ແກ່ນພັນປະມານ 1-1.5 ກິໂລກຼາມ ຫຼັງຢອດແກ່ນແລ້ວບໍ່ຄວນປ່ອຍໜ້າດີນແຫ່ງເກີນໄປຄວນໃຫ້ດີນມີຄວາມຊຸ່ມຢູ່ສະໝ່ຳສະເໝີ ແລະ ບໍ່ຄວນໃຫ້ນ້ຳຫຼາຍເກີນໄປເຊີ່ງຈະເຮັດໃຫ້ແກ່ນສາລີຫວານເນົ່າໄດ້ຫລັງຈາກຢອດແກ່ນພັນໄດ້ 5-7 ມື້ ສາລີຫວານກໍ່ຈະເລີ້ມງອກ ໃຫ້ສັງເກດເບີ່ງວ່າຖ້າຂຸມໃດທີ່ບໍ່ງອກໃຫ້ຮີບປູກຊ້ອນທັນທີ.

ການບົວລະບັດຮັກສາສາລີຫວານ.

·         ການຖອນແຍກຕົ້ນ ຄວນເຮັດຫຼັງການຢອດແກ່ນ 12-14 ມື້ ໂດຍການຖອນແຍກໃຫ້ເຫຼືອຂຸມລະ 1 ຕົ້ນ

·         ການໃຫ້ປຸ໋ຍ

ຄັ້ງທີ່ 1. ຫຼັງການຫຍອດແກ່ນປະມານ 14-10 ມື້ ໂດຍການໃສ່ປຸຍ 46-0-0 ປະສົມກັບປຸຍ 15-15-15 ໃນອັດຕາ 1:1 ( ປະມານ 50 ກກ/ໄລ່ ). ໂດຍວ່ານປຸຍໃສ່ຮ່ອງນໍ້າຂ້າງໆຕົ້ນແລ້ວຖົ່ມໂຄນຕົ້ນ

ຄັ້ງທີ່ 2. ເມື່ອສາລີຫວານເລີ່ມຕິດຝັກອ່ອນໂດຍການໃສ່ປຸຍສູດ 14-14-21 ຫຼື 13-13-21 ອັດຕາປະມານ 50 ກກ/ໄລ່ ໂດຍວ່ານປຸຍໃສ່ຮ່ອງ ແລ້ວຖົ່ມທີ່ໂຄນຕົ້ນ.

·         ການໃຫ້ນ້ຳ ໃຫ້ນ້ຳຢ່າງສະໝ່ຳ ສະເໝີ ຢ່າໃຫ້ຂາດ ໂດຍປ່ອຍເຂົ້າຕາມຮ່ອງນ້ຳ ຫຼື ໃຊ້ແບບສະປຣີງເກີ.

·         ການກຳຈັດວັດສະພຶດ ເຮັດພ້ອມໆກັບການຖົ່ມໂຄນຕົ້ນ ແລະການໃສ່ປຸຍ.

·         ການສີດຢ່າປ້ອງກັນພະຍາດ ແລະແມງ ການປູກສາລີຫວານຕ້ອງລະວັງໃນເລື້ອງຂອງໜອນເຈາະຝັກ ຫຼືເຈາະລຳຕົ້ນ ຄວນສີຢາພວກ ຄາຣ໌ບາຮິລ ຫຼືຢາພວກຖືກໂຕຕາຍ ເຊັ່ນ ເມທໂຣມິລ

ການເກັບກ່ຽວ ແລະ ການຮັກສາ.

ການເກັບກ່ຽວສາລີຫວານເປັນປັດໃຈທີ່ສຳຄັນ ບໍ່ວ່າຈະເປັນສາລີຫວານເພື່ອສົ່ງໂຮງງານ ຫຼືຈຳໜ່າຍຝັກສົດ ຄວນເລືອກເກັບກ່ຽງໃນໄລຍະທີ່ມີນ້ຳຕານສູງ ແລະຄຸນນະພາບດີທີ່ສຸດ ຫຼືໄລຍະທີ່ເອີ່ນວ່າ ໄລຍະນ້ຳນົມ (Milk Stage)ຖ່າຫາກກ່າຍໄລຍະນີ້ໄປແລ້ວປະລິມານນ້ຳຕານຈະຫຼຸດລົງ ແລະມີແປງເພີ້ມຂື້ນສຳລັບການເກັບກ່ຽງສາລີຫວານມີຫຼັກພິຈາລະນາງ່າຍໆຄື:

1.     ນັບອາຍຸ ຫຼັງຈາກມື້ຫຍອດແກ່ນ ວິທີການນີ້ຕ້ອງຮູ້ອາຍຸຂອງສາລີຫວານແຕ່ລະພັນ ວ່າເປັນພັນ ໜັກ,ເບົາ ຫຼືປານກາງ ເຊັ່ນພັນເບົາອາຍຸ 55-65 ມື້, ພັນປານກາງ 70-85 ມື້ ແລະພັນໜັກຕັ້ງແຕ່ 90 ມື້ຂື້ນໄປ.

2.    ເກັບສຸ່ມໂຕຢ່າງໃນສ່ວນປູກມາກວດເບີ່ງ ວິທີນີ້ແນ່ນອນ ແລະນິຍົມເຮັດກັນຫຼາຍທີ່ສຸດໂດຍການເກັບກ່ຽວສາລີຫວານຄວນເກັບກ່ຽວໃນເວລາເຊົ້າມື້ດ ແລະ ຮີບສົ່ງຕະຫຼາດທັນທີ ບໍ່ໃຫ້ປະໄວ້ເກີນ 24 ຊົ່ວໂມງເພາະຈະເຮັດໃຫ້ນ້ຳຕານຫຼຸດລົງ

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ ສູນຄົ້ນຄວ້ານະໂຍບາຍກະສິກຳ ແລະ ປ່າໄມ້

ແຫຼ່ງຂໍ້ມູນ: ແຫຼ່ງຂໍ້ມູນ: http://aravafarm.blogspot.com/
ຂໍ້ມູນເພີມຕື່ມ 
ວີດີໂອ
ຕິດຕໍ່

ເຕັກນິກການປູກຜັກສະນາລີ

ຜັກສະນາລີເປັນຜັກທີ່ໃຊ້ສ່ວນຂອງໃບ ແລະ ກ້ານໃນການຮັບປະທານເປັນຜັກສົດ ເພາະວ່າມີກິ່ນຫ້ອມ ກອບ ແລະ ຫວານ ນອກຈາກນີ້ຍັງໃຊ້ປະກອບອາຫານອື່ນໆໄດ້ຢ່າງກ້ວາງຂວາງຜັກສະນາລີມີຖິ່ນກຳເນີດໃນທະວີບຢູໂຮບ ອາຊີ ແລະ ອາຝິລິກາເໜືອ.

  •  ລັກສະນະທົ່ວໄປ.

ຜັກສະນາລີເປັນພືດທີ່ຢູ່ໃນຕະກຸນ Umbelliferae ມີຊື່ ວິທະຍາສາດວ່າ Apium Graveolens linn ເປັນພືດຜັກລົ້ມລຸກທີ່ໃບ ກ້ານໃບ ລໍາຕົ້ນ ຮາກ ແລະ ແກ່ນມີກິ່ນຫອມ.

  •  ພັນທີ່ໃຊ້ປູກ.

ຜັກສະນາລີທີ່ໃຊ້ປູກມີ 2 ຊະນິດຄື:

  1. ຜັກສະນາລີພັນຈີນ ມີກ້ານໃບຂະໜາດນ້ອຍ ໃບ 1 ໃບປະກອບດ້ວຍໃບຍ່ອຍ 3-4 ໃບມີລໍາຕົ້ນສັ້ນ.
  2. ຜັກສະນາລີພັນຝຣັ່ງ ມີກ້ານໃບອ້ອນໜາຍາວປະມານ 25-30 ຊມ ສ່ວນຮູບຮ່າງ ແລະ ຂະໜາດໃບໃກ້ຄຽງກັບພັນຈີນ.
  • ການກຽມດິນ.

ການກຽມດິນປູກຜັກສະນາລີແບ່ງເປັນ 2 ຕອນ:

  1.  ການກຽມໜານກ້າແກ່ນ ຂຸດໄຖຄວນຢ່າງດີຕາກດິນໄວ້ປະມານ 5-7 ວັນຍໍາໜ້າດິນໃຫ້ລະອຽດໃສ່ຝຸ່ນຄອກຫຼືຝຸ່ນໝັກທີ່ສະຫຼາຍຕົວແລ້ວຄົນໃຫ້ເຂົ້າກັບດິນໃຫ້ທົ່ວໜານ ໜານກ້າຄວນມີຂະໜາດກ້ວາງປະມານ 1 ແມັດ ຍາວພໍເໝາະຕາມຄວາມພໍໃຈຂອງຜູ້ປູກ.
  2. ການກຽມໜານປູກ ຂຸດດິນໃຫ້ເລີກປະມານ 15-20 ຊມ ຕາກດິນໄວ້ 7-10 ວັນ ໃສ່ຝຸ່ນຄອກ ຫຼື ຝຸ່ນໝັກຄົນໃສ່ກັບດິນເພື່ອປັບປຸງສະພາບຂອງດິນທາງກາຍຍະພາບໃຫ້ດິນດີຂື້ນພວນ ແລະ ຍໍາດິນໃຫ້ລະອຽດ.

  • ການປູກ.
  1. ການກ້າແກ່ນຜັກສະນາລີ ເອົາແກ່ນຜັກສະນາລີປະສົມກັບຊາຍໃນອັດຕາສ່ວນ 1ສ່ວນ 10 ແລ້ວຫວ່ານລົງໜານກ້າ ເອົາເຟື້ອງແຫ້ງ ຫຼື ເສດຫຍ້າແຫ້ງປົກບາງໆຫົດນໍ້າໃຫ້ທົ່ວເຖີງສະໝໍ່າສະເໝີຕ້ອງໃຊ້ເວລາກ້າດົນເຖີງ 50 ວັນ ເບ້ຍຈຶ່ງຈະໃຫ່ຍທີ່ຈະຍ້າຍໄປປູກໄດ້.
  2. ການບົງເບ້ຍ ຫຼັງກ້າເບ້ຍຈົນໄດ້ຂະໜາດພໍທີ່ຈະປູກໄດ້ແລ້ວໃຫ້ຍົກເອົາເບ້ຍທີ່ສົມບູນປູກລົງໜານປູກທີ່ກຽມໄວ້ແລ້ວໂດຍໃຊ້ໄລຍະຫ່າງລະຫວ່າງຕົ້ນ 25 ຊມ ແລະ ໄລຍະຫ່າງລະຫວ່າງແຖວ 50 ຊມ ແລ້ວຫົດນໍ້າໃຫ້ຊຸ່ມປົກໜານດ້ວຍເຟືອງແຫ້ງບາງໆເພື່ອຮັກສາຄວາມຊຸ່ມຂອງໜານ.

ການດູແລຮັກສາ.

ຄວນມີການຫົດນໍ້າໃຫ້ສະໝໍ່າສະເໝີ ແລະ ພຽງພໍແຕ່ຢ່າໃຫ້ປຽບຈົນເກີນໄປເພາະຈະເນົ່າເສຍໄດ້ ນອກຈາກນີ້ຖ້າມີວັດສະພືດເລັກນ້ອຍຄວນປ້ອງກັນກຳຈັດໂດຍໃຊ້ມືລົກເພື່ອປ້ອງກັນການແຍ່ງອາຫານ ແລະ ພືດທີ່ເຮົາປູກ.

  • ການເກັບກ່ຽວ.

ຫຼັງຈາກປູກຜັກສະນາລີໄດ້ 90 ວັນ ກໍ່ສາມາດເກັບກ່ຽວໄດ້ໂດຍໃຊ້ມືລົກ ແລະ ດິນໃນໜານແຫ້ງຄວນມີການຫົດນໍ້າໃຫ້ຊຸ່ມເສຍກ່ອນ.

ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສຸນັນທາ ໄຕສີ http://www.rakbankerd.com

ຂໍ້ມູນກ່ຽວກັບແສະນນວພັນຜັກາລີ